ລາວຄົ້ນພົບຈຸດມຸ່ງໝາຍຂອງຊີວິດ
ຜູ້ປະກາດລາຊະອານາຈັກລາຍງານ
ລາວຄົ້ນພົບຈຸດມຸ່ງໝາຍຂອງຊີວິດ
ພະເຢຊູຄລິດບອກວ່າເພິ່ນຮູ້ຈັກແກະຂອງເພິ່ນ. (ໂຢຮັນ 10:14) ຖ້າຄົນເຮົາມີຫົວໃຈທີ່ດີແລະຮັກຄວາມສະຫງົບສຸກແລະຄວາມຖືກຕ້ອງຊອບທຳ ຜູ້ນັ້ນຈະຊັກນຳໃຫ້ເຂົ້າມາຫາລູກສິດຂອງພະເຢຊູ. ແລ້ວຜູ້ນັ້ນກໍຈະພົບຈຸດມຸ່ງໝາຍໃນຊີວິດຄືກັບຜູ້ຍິງຄົນໜຶ່ງໃນປະເທດແບນຊິກ. ຕໍ່ໄປນີ້ຈະເວົ້າເຖິງເລື່ອງຂອງລາວ.
“ຕອນທີ່ພະຍານພະເຢໂຫວາມາເຄາະປະຕູເຮືອນ ຂ້ອຍກຳລັງຮູ້ສຶກຊຶມເສົ້າແລະຢາກຂ້າຕົວຕາຍ. ຂ້ອຍມັກສິ່ງທີ່ພະຍານພະເຢໂຫວາເວົ້າກ່ຽວກັບການແກ້ໄຂບັນຫາຕ່າງໆໃນໂລກທີ່ຫຍຸ້ງຍາກນີ້ ແຕ່ຂ້ອຍບໍ່ມັກຄວາມຄິດທີ່ເອົາພະເຈົ້າເຂົ້າມາກ່ຽວຂ້ອງ. ຂ້ອຍເຊົາໄປໂບດມາດົນເຖິງແປດປີແລ້ວ ຍ້ອນຂ້ອຍບໍ່ມັກຄວາມໜ້າຊື່ໃຈຄົດທີ່ຂ້ອຍເຫັນຢູ່ຫັ້ນ. ແຕ່ສຳລັບພະຍານພະເຢໂຫວາ ຂ້ອຍໄດ້ຮັບຮູ້ຈາກນ້ຳສຽງທີ່ສະແດງເຖິງຄວາມຈິງໃຈໃນສິ່ງທີ່ລາວເວົ້າອອກມາ ແລະໃນທີ່ສຸດຂ້ອຍກໍຄິດໄດ້ວ່າ ເປັນເລື່ອງຍາກທີ່ຈະມີຊີວິດຢູ່ໄດ້ໂດຍທີ່ບໍ່ມີພະເຈົ້າ.
“ໜ້າເສຍດາຍ ຫຼັງຈາກທີ່ໄດ້ເຈິກັນບໍ່ເທົ່າໃດເທື່ອ ຂ້ອຍກໍບໍ່ໄດ້ເຈິກັບເຂົາເຈົ້າເລີຍ ຂ້ອຍເປັນທຸກຫຼາຍ. ຂ້ອຍສູບຢາສອງຊອງຕໍ່ມື້ ແລະເຖິງຂັ້ນໃຊ້ຢາເສບຕິດ. ຍ້ອນຢາກຈະຕິດຕໍ່ກັບປູ່ທີ່ເສຍຊີວິດໄປແລ້ວ ຂ້ອຍຈຶ່ງໄດ້ລອງຫຼິ້ນໄສຍະສາດ. ນີ້ເຮັດໃຫ້ຂ້ອຍຢ້ານຫຼາຍເມື່ອຢູ່ຄົນດຽວຕອນກາງຄືນ ແລະຖືກຜີປີສາດຫຼອກເຊິ່ງໆໜ້າ! ມັນເປັນແບບນີ້ຢູ່ຫຼາຍເດືອນ. ແຕ່ລະຄືນຂ້ອຍຮູ້ສຶກຢ້ານເມື່ອຄິດເຖິງການຢູ່ຄົນດຽວ.
“ແລ້ວມື້ໜຶ່ງ ຂ້ອຍກໍອອກໄປຍ່າງຫຼິ້ນ ແຕ່ບໍ່ໄດ້ໄປຕາມເສັ້ນທາງເກົ່າຄືແຕ່ລະເທື່ອ ແລະໄດ້ມາຮອດບ່ອນໜຶ່ງທີ່ມີການກໍ່ສ້າງໃຫຍ່. ຂ້ອຍແປກໃຈທີ່ເຫັນຄົນກຸ່ມໃຫຍ່ຢູ່ຫັ້ນ. ເມື່ອເຂົ້າໄປໃກ້ ຂ້ອຍຈຶ່ງຮູ້ວ່າພະຍານພະເຢໂຫວາກຳລັງກໍ່ສ້າງຫໍປະຊຸມລາຊະອານາຈັກ. ຂ້ອຍຈຶ່ງນຶກເຖິງພະຍານພະເຢໂຫວາທີ່ເຄີຍມາຢາມຢູ່ເຮືອນ ແລະຄິດວ່າມັນຈະດີສ່ຳໃດຖ້າຄົນໝົດໂລກໃຊ້ຊີວິດຄືກັບຄົນເຫຼົ່ານີ້.
“ແທ້ໆແລ້ວຂ້ອຍຢາກຈະໃຫ້ພະຍານພະເຢໂຫວາກັບມາຢາມຢູ່ເຮືອນອີກ ຂ້ອຍຈຶ່ງເຂົ້າໄປລົມກັບບາງຄົນທີ່ຮ່ວມສ້າງຫໍປະຊຸມ. ຂ້ອຍໄດ້ອະທິດຖານເຖິງພະເຈົ້າ ແລະສິບມື້ຫຼັງຈາກນັ້ນ ຜູ້ຊາຍຄົນທີ່ເຄີຍຕິດຕໍ່ເທື່ອທຳອິດກໍມາຢູ່ໜ້າປະຕູເຮືອນຂ້ອຍ. ລາວແນະນຳວ່າເຮົາຄວນສຶກສາພະຄຳພີຕໍ່ໄປ ແລະຂ້ອຍກໍຕອບຮັບດ້ວຍຄວາມດີໃຈ. ລາວເຊີນຂ້ອຍໄປຮ່ວມປະຊຸມຢູ່ຫໍປະຊຸມລາຊະອານາຈັກທັນທີ ຂ້ອຍກໍຕອບຕົກລົງ. ເມື່ອຢູ່ການປະຊຸມ ຂ້ອຍບໍ່ເຄີຍເຫັນແບບນີ້ມາກ່ອນ! ຂ້ອຍຊອກຫາເປັນເວລາດົນເພື່ອຈະພົບຄົນທີ່ມີຄວາມຮັກຕໍ່ກັນແລະກັນ ແລະເປັນຄົນທີ່ມີຄວາມສຸກ. ໃນທີ່ສຸດຂ້ອຍກໍໄດ້ພົບຢູ່ບ່ອນນີ້!
“ຫຼັງຈາກນັ້ນ ຂ້ອຍກໍໄປປະຊຸມທຸກໆເທື່ອ. ປະມານສາມອາທິດຕໍ່ມາ ຂ້ອຍເຊົານິໄສບໍດີໄດ້ສຳເລັດນັ້ນຄືການສູບຢາ. ຂ້ອຍໄດ້ເອົາປຶ້ມໂຫລາສາດແລະແຜ່ນສຽງທີ່ມີເພງກ່ຽວກັບຊາຕານໄປຖິ້ມໝົດ ແລະຂ້ອຍຮູ້ສຶກໄດ້ເລີຍວ່າພວກຜີປີສາດໝົດອຳນາດທີ່ຈະຄອບງຳຂ້ອຍອີກຕໍ່ໄປ. ຂ້ອຍໃຊ້ຊີວິດຕາມມາດຕະຖານຂອງພະເຢໂຫວາທີ່ບອກໄວ້ໃນຄຳພີໄບເບິນ ແລະຫຼັງຈາກສາມເດືອນຂ້ອຍກໍເລີ່ມປະກາດຂ່າວດີ. ແລ້ວອີກຫົກເດືອນຕໍ່ມາ ຂ້ອຍກໍຮັບບັບເຕມາ. ສອງມື້ຫຼັງຈາກຮັບບັບເຕມາ ຂ້ອຍກໍເປັນໄພໂອເນຍສົມທົບ.
“ຂ້ອຍຂອບໃຈພະເຢໂຫວາສຳລັບທຸກຢ່າງທີ່ເພິ່ນໃຫ້ຂ້ອຍ. ໃນທີ່ສຸດ ຊີວິດຂ້ອຍກໍມີຈຸດມຸ່ງໝາຍ. ແມ່ນແລ້ວ ນາມຊື່ຂອງພະເຢໂຫວາເປັນປ້ອມແຂງແຮງທີ່ຊ່ວຍຫຼົບໄພແລະປົກປ້ອງຂ້ອຍໄວ້. (ສຸພາສິດ 18:10) ຂ້ອຍມີຄວາມຮູ້ສຶກຄືກັນກັບຜູ້ແຕ່ງຄຳເພງ ເມື່ອລາວແຕ່ງຄຳເພງ 84:10 ທີ່ວ່າ: ‘ຢູ່ໃນລານວິຫານຂອງພະອົງມື້ດຽວກໍດີກວ່າຢູ່ບ່ອນອື່ນພັນມື້ ຂ້ອຍຂໍຢືນຢູ່ທີ່ປະຕູວິຫານຂອງພະເຈົ້າຂອງຂ້ອຍດີກວ່າຢູ່ໃນເຕັ້ນຂອງຄົນຊົ່ວ.’”
ຜູ້ຍິງທີ່ຖ່ອມໃຈຄົນນີ້ໄດ້ພົບຈຸດມຸ່ງໝາຍໃນຊີວິດ. ໃຜກໍຕາມທີ່ສະແຫວງຫາພະເຢໂຫວາດ້ວຍຫົວໃຈທີ່ດີກໍຈະພົບຄືກັນ.