ກິດຈະການຂອງອັກຄະສາວົກ 1:1-26
1 ສະບາຍດີເທໂອຟີໂລ ປຶ້ມຫົວທຳອິດທີ່ຂ້ອຍເຄີຍຂຽນຫາເຈົ້າເປັນເລື່ອງກ່ຽວກັບທຸກສິ່ງທີ່ພະເຢຊູສອນແລະເຮັດຕັ້ງແຕ່ເລີ່ມຕົ້ນ+
2 ຈົນຮອດມື້ທີ່ພະເຈົ້າເອົາເພິ່ນຂຶ້ນໄປສະຫວັນ.+ ເພິ່ນຂຶ້ນໄປຫຼັງຈາກທີ່ພະລັງບໍລິສຸດໄດ້ຊີ້ນຳເພິ່ນໃຫ້ສອນແລະແນະນຳອັກຄະສາວົກ*ທີ່ເພິ່ນເລືອກໄວ້.+
3 ຫຼັງຈາກທີ່ພະເຢຊູທົນທຸກທໍລະມານຈົນຕາຍ ເພິ່ນໃຫ້ຫຼັກຖານທີ່ຈະແຈ້ງຫຼາຍຢ່າງເພື່ອສະແດງວ່າເພິ່ນຄືນມາຈາກຕາຍແລ້ວ.+ ເພິ່ນມາໃຫ້ເຂົາເຈົ້າເຫັນຫຼາຍເທື່ອຕະຫຼອດ 40 ມື້ ແລະເວົ້າກັບເຂົາເຈົ້າເລື່ອງການປົກຄອງຂອງພະເຈົ້າ.+
4 ຕອນທີ່ພະເຢຊູປະຊຸມຢູ່ກັບເຂົາເຈົ້າ ເພິ່ນສັ່ງວ່າ: “ຢ່າອອກໄປຈາກເມືອງເຢຣູຊາເລັມ+ ແຕ່ໃຫ້ລໍຖ້າສິ່ງທີ່ພະເຈົ້າຜູ້ເປັນພໍ່ສັນຍາໄວ້+ຕາມທີ່ຂ້ອຍເຄີຍບອກພວກເຈົ້າແລ້ວ.
5 ໂຢຮັນໃຫ້ບັບເຕມາດ້ວຍນ້ຳ ແຕ່ອີກບໍ່ເທົ່າໃດມື້ຫຼັງຈາກນີ້ ພວກເຈົ້າຈະໄດ້ຮັບບັບເຕມາດ້ວຍພະລັງບໍລິສຸດ.”+
6 ເມື່ອເຂົາເຈົ້າມາຢູ່ລວມກັນອີກ ເຂົາເຈົ້າຈຶ່ງຖາມພະເຢຊູວ່າ: “ນາຍເອີ້ຍ ທ່ານຈະຟື້ນຟູການປົກຄອງຂອງພະເຈົ້າໃນປະເທດອິດສະຣາເອນຕອນນີ້ບໍ?”+
7 ພະເຢຊູຕອບວ່າ: “ພະເຈົ້າຜູ້ເປັນພໍ່ເປັນຜູ້ກຳນົດວັນເວລາ.* ພວກເຈົ້າບໍ່ຈຳເປັນຕ້ອງຮູ້ດອກ.+
8 ແຕ່ພວກເຈົ້າຈະໄດ້ຮັບພະລັງບໍລິສຸດຈາກພະເຈົ້າ. ພະລັງນັ້ນຈະຢູ່ກັບພວກເຈົ້າ+ ແລະພວກເຈົ້າຈະເປັນພະຍານ+ຂອງຂ້ອຍໃນເມືອງເຢຣູຊາເລັມ+ ແລະທົ່ວແຂວງຢູດາຍກັບແຂວງຊາມາເຣຍ+ ແລະຈົນຮອດສຸດຂອບໂລກ.”+
9 ເມື່ອເວົ້າຈົບ ພະເຢຊູກໍຂຶ້ນໄປສະຫວັນຕໍ່ໜ້າເຂົາເຈົ້າ ແລ້ວກໍມີຂີ້ເຝື້ອມາບັງເພິ່ນໄວ້ຈົນເຂົາເຈົ້າແນມບໍ່ເຫັນ.+
10 ຕອນທີ່ເຂົາເຈົ້າແນມເບິ່ງເພິ່ນຂຶ້ນໄປ ທັນໃດນັ້ນກໍມີຜູ້ຊາຍ 2 ຄົນໃສ່ເສື້ອສີຂາວ+ມາຢືນຢູ່ທາງຂ້າງເຂົາເຈົ້າ
11 ແລະເວົ້າວ່າ: “ຄົນຄາລີເລເອີ້ຍ ພວກເຈົ້າຢືນເບິ່ງທ້ອງຟ້າເຮັດຫຍັງ? ພະເຢຊູຜູ້ທີ່ພະເຈົ້າເອົາຂຶ້ນໄປເທິງຟ້າຈະກັບມາ*ໃນແບບດຽວກັບທີ່ພວກເຈົ້າເຫັນເພິ່ນຂຶ້ນໄປນິແຫຼະ.”
12 ຫຼັງຈາກນັ້ນ ເຂົາເຈົ້າກໍລົງມາຈາກພູທີ່ເອີ້ນວ່າພູໝາກກອກ ແລ້ວກັບໄປເມືອງເຢຣູຊາເລັມ+ທີ່ຢູ່ໄກປະມານ 1 ກິໂລແມັດ.*
13 ເມື່ອມາຮອດເມືອງເຢຣູຊາເລັມແລ້ວ ເຂົາເຈົ້າກໍຂຶ້ນໄປຫ້ອງຊັ້ນເທິງບ່ອນທີ່ເຂົາເຈົ້າພັກຢູ່. ໃນກຸ່ມນີ້ມີເປໂຕ ໂຢຮັນ ຢາໂກໂບ ອັນເດອາ ຟີລິບ ໂທມາ ບາຣະໂທໂລມາຍ ມັດທາຍ ຢາໂກໂບລູກຊາຍຂອງອາລະຟາຍ ຊີໂມນທີ່ມີອີກຊື່ໜຶ່ງວ່າຄົນກະຕືລືລົ້ນ ແລະຢູດາລູກຊາຍຂອງຢາໂກໂບ.+
14 ຄົນເຫຼົ່ານີ້ກັບພວກຜູ້ຍິງບາງຄົນ+ ແລະມາຣິອາແມ່ຂອງພະເຢຊູກັບພວກນ້ອງຊາຍຂອງເພິ່ນ+ມາເຈິກັນແລະອະທິດຖານນຳກັນສະເໝີ.
15 ມື້ໜຶ່ງ ໃນໄລຍະທີ່ເຂົາເຈົ້າມາຢູ່ລວມກັນເພື່ອອະທິດຖານ (ເຂົາເຈົ້າມາປະຊຸມກັນປະມານ 120 ຄົນ) ເປໂຕກໍຢືນຂຶ້ນແລະເວົ້າວ່າ:
16 “ພີ່ນ້ອງເອີ້ຍ ເລື່ອງທີ່ພະລັງບໍລິສຸດໄດ້ດົນໃຈດາວິດໃຫ້ບອກລ່ວງໜ້າກ່ຽວກັບຢູດາຕ້ອງເກີດຂຶ້ນແທ້.+ ລາວເປັນຜູ້ທີ່ພາຄົນບັກຫຼາຍໆມາຈັບພະເຢຊູ.+
17 ລາວເຄີຍເປັນຜູ້ໜຶ່ງໃນພວກເຮົາ+ແລະເຄີຍຮັບໃຊ້ນຳກັນ.
18 (ຢູດາຜູ້ນີ້ໄດ້ຊື້ນາທົ່ງໜຶ່ງດ້ວຍຄ່າຈ້າງທີ່ໄດ້ມາຈາກການເຮັດຊົ່ວ+ ຫົວຂອງລາວຟາດໃສ່ຫີນ ທ້ອງແຕກແລະໄສ້ໂລ່ອອກມາໝົດ.+
19 ທຸກຄົນທີ່ຢູ່ເມືອງເຢຣູຊາເລັມກໍຮູ້ເລື່ອງນີ້. ດິນຕອນນັ້ນຈຶ່ງມີຊື່ໃນພາສາຂອງເຂົາເຈົ້າວ່າອະເກັນດາມາທີ່ແປວ່າ “ນາເລືອດ.”)
20 ປຶ້ມເພງສັນລະເສີນບອກໄວ້ວ່າ ‘ໃຫ້ບ່ອນຢູ່ຂອງລາວຖືກປະໄວ້ໃຫ້ຮ້າງແລະບໍ່ໃຫ້ມີໃຜຢູ່ຈັກຄົນ’+ ແລະ ‘ໃຫ້ຄົນອື່ນເຮັດໜ້າທີ່ເປັນຜູ້ເບິ່ງແຍງແທນລາວ.’+
21 ພວກເຮົາຈຶ່ງຕ້ອງເລືອກເອົາຜູ້ໜຶ່ງທີ່ຢູ່ກັບພວກເຮົາຕະຫຼອດໄລຍະທີ່ພະເຢຊູຜູ້ເປັນນາຍເຮັດວຽກຮັບໃຊ້ກັບພວກເຮົາ
22 ເຊິ່ງກໍຄືຕັ້ງແຕ່ຕອນທີ່ພະເຢຊູຮັບບັບເຕມາຈາກໂຢຮັນ+ຈົນຮອດມື້ທີ່ພະເຈົ້າເອົາເພິ່ນຂຶ້ນໄປສະຫວັນ.+ ຜູ້ນີ້ຈະເປັນພະຍານຮູ້ເຫັນການຄືນມາຈາກຕາຍຂອງເພິ່ນຄືກັບພວກເຮົາ.”+
23 ເຂົາເຈົ້າສະເໜີຊື່ 2 ຄົນ ຜູ້ທຳອິດແມ່ນໂຢເຊັບທີ່ຄົນເອີ້ນວ່າບາຣະຊາບາເຊິ່ງມີອີກຊື່ໜຶ່ງວ່າຢູສະໂຕ ແລະຜູ້ທີ 2 ແມ່ນມັດເທຍ.
24 ແລ້ວເຂົາເຈົ້າກໍອະທິດຖານວ່າ: “ພະເຢໂຫວາ* ພະອົງຮູ້ຈັກຫົວໃຈທຸກຄົນ.+ ຂໍຊ່ວຍພວກເຮົາໃຫ້ຮູ້ວ່າໃນ 2 ຄົນນີ້ແມ່ນຜູ້ໃດທີ່ພະອົງເລືອກ
25 ໃຫ້ມາເຮັດວຽກຮັບໃຊ້ແລະເປັນອັກຄະສາວົກແທນຢູດາທີ່ໄດ້ຖິ້ມໜ້າທີ່ເພື່ອໄປຕາມທາງຂອງລາວເອງ.”+
26 ເຂົາເຈົ້າຈົກສະຫຼາກ+ ແລະຈົກໄດ້ຊື່ມັດເທຍ. ລາວຈຶ່ງໄດ້ເປັນອັກຄະສາວົກນຳກັນກັບອັກຄະສາວົກອີກ 11 ຄົນ.
ຂໍ ຄວາມ ໄຂ ເງື່ອນ
^ ໃນພາສາກຣີກຄຳນີ້ແປວ່າ “ຜູ້ທີ່ຖືກສົ່ງອອກໄປ”
^ ແປຕາມໂຕວ່າ “ເປັນຜູ້ມີສິດກຳນົດວັນເວລາ”
^ ແປຕາມໂຕວ່າ “ຈະມາ”
^ ແປຕາມໂຕວ່າ “ໄລຍະທາງຍ່າງ 1 ວັນຊະບາໂຕ” ເຊິ່ງແມ່ນໄລຍະທາງທີ່ຄົນຢິວໄດ້ຮັບອະນຸຍາດໃຫ້ເດີນທາງໄດ້ໃນວັນຊະບາໂຕ
^ ເບິ່ງພາກຜະໜວກ ກ5