ກິດຈະການຂອງອັກຄະສາວົກ 26:1-32
26 ກະສັດອັກກິບປາ+ບອກໂປໂລວ່າ: “ເຈົ້າເວົ້າແກ້ຄະດີໃຫ້ໂຕເອງໄດ້ແລ້ວ.” ໂປໂລຈຶ່ງເດ່ມືອອກແລະເວົ້າແກ້ຄະດີວ່າ:
2 “ກະສັດອັກກິບປາ ຂ້ອຍດີໃຈຫຼາຍທີ່ໄດ້ມາຢູ່ຕໍ່ໜ້າທ່ານໃນມື້ນີ້ ເພື່ອແກ້ຂໍ້ກ່າວຫາທຸກເລື່ອງທີ່ຄົນຢິວກ່າວຫາຂ້ອຍ.+
3 ທ່ານຊ່ຽວຊານເລື່ອງທຳນຽມທັງໝົດຂອງຄົນຢິວແລະຮູ້ເລື່ອງຂໍ້ຂັດແຍ່ງຂອງຄົນຢິວເປັນຢ່າງດີ ແຕ່ຂ້ອຍຂໍໃຫ້ທ່ານອົດທົນຟັງຂ້ອຍ.
4 ທີ່ຈິງແລ້ວ ຄົນຢິວທຸກຄົນຮູ້ຈັກຂ້ອຍດີຕັ້ງແຕ່ຂ້ອຍຍັງນ້ອຍຈົນຮອດຕອນທີ່ຂ້ອຍມາຢູ່ເມືອງເຢຣູຊາເລັມ.+
5 ຄົນທີ່ຮູ້ຈັກຂ້ອຍ ຖ້າເຂົາເຈົ້າຢາກຈະຢືນຢັນກໍຢືນຢັນໄດ້ວ່າ ຂ້ອຍເຄີຍເປັນຟາຣີຊາຍ+ເຊິ່ງເປັນນິກາຍທີ່ເຄັ່ງທີ່ສຸດໃນສາສະໜາຂອງຊາດນີ້.+
6 ແຕ່ຕອນນີ້ ຂ້ອຍຖືກພິຈາລະນາຄະດີຍ້ອນຂ້ອຍມີຄວາມຫວັງໃນເລື່ອງທີ່ພະເຈົ້າສັນຍາໄວ້ກັບປູ່ຍ່າຕານາຍຂອງພວກເຮົາ.+
7 ຄຳສັນຍາດຽວກັນນີ້ແຫຼະທີ່ພວກເຮົາຄົນຢິວທັງ 12 ຕະກູນຫວັງໄວ້ວ່າຈະເກີດຂຶ້ນແທ້. ພວກເຮົາຈຶ່ງເຮັດວຽກຮັບໃຊ້ທີ່ສັກສິດທັງເວັນທັງຄືນຢ່າງກະຕືລືລົ້ນ. ກະສັດທີ່ນັບຖື ຍ້ອນຄວາມຫວັງນີ້ພວກຢິວຈຶ່ງກ່າວຫາຂ້ອຍ.+
8 ເປັນຫຍັງພວກເຈົ້າຈຶ່ງຄິດວ່າເລື່ອງທີ່ພະເຈົ້າປຸກຄົນຕາຍໃຫ້ກັບມາມີຊີວິດອີກເປັນເລື່ອງເຫຼືອເຊື່ອ?
9 ທີ່ຈິງ ຂ້ອຍເຄີຍເຊື່ອວ່າຂ້ອຍຕ້ອງເຮັດທຸກຢ່າງເພື່ອຕໍ່ຕ້ານພະເຢຊູ*ຄົນນາຊາເຣັດ.
10 ຂ້ອຍໄດ້ເຮັດແບບນັ້ນແທ້ໆໃນເມືອງເຢຣູຊາເລັມ. ຂ້ອຍຈັບຄົນບໍລິສຸດຫຼາຍຄົນໄປຂັງຄຸກ+ຕາມທີ່ຂ້ອຍໄດ້ຮັບອຳນາດຈາກພວກຫົວໜ້າປະໂລຫິດ+ ແລະຕອນທີ່ເຂົາເຈົ້າຈະຖືກຂ້າ ຂ້ອຍກໍສະໜັບສະໜູນ.
11 ຂ້ອຍໄປຕາມບ່ອນປະຊຸມຂອງຄົນຢິວທຸກບ່ອນ. ຂ້ອຍທຳຮ້າຍແລະພະຍາຍາມບັງຄັບເຂົາເຈົ້າໃຫ້ຖິ້ມຄວາມເຊື່ອ. ຂ້ອຍໃຈຮ້າຍຫຼາຍຈົນນຳໄປຂົ່ມເຫງເຂົາເຈົ້າໃນເມືອງອື່ນໆທີ່ຢູ່ໄກໆ.
12 ຕອນທີ່ຂ້ອຍເດີນທາງໄປເມືອງດາມາເຊເພື່ອເຮັດເລື່ອງນີ້ຕາມທີ່ໄດ້ຮັບອຳນາດແລະຕາມຄຳສັ່ງຈາກພວກຫົວໜ້າປະໂລຫິດ
13 ຕອນນັ້ນເປັນຕອນທ່ຽງ ຂ້ອຍເຫັນແສງເຈີດຈ້າກວ່າແສງຕາເວັນສ່ອງມາໃສ່ຂ້ອຍກັບຄົນທີ່ໄປນຳກັນ.+
14 ເມື່ອພວກເຮົາລົ້ມລົງພື້ນ ຂ້ອຍກໍໄດ້ຍິນສຽງເວົ້າເປັນພາສາເຮັບເຣີວ່າ ‘ໂຊໂລ ໂຊໂລ ເປັນຫຍັງເຈົ້າຈຶ່ງຂົ່ມເຫງຂ້ອຍ? ເຈົ້າເຕະກະຕັກ* ເຈົ້າກໍເຈັບເອງ.’
15 ຂ້ອຍຈຶ່ງຖາມວ່າ ‘ທ່ານເອີ້ຍ ທ່ານແມ່ນໃຜ?’ ເພິ່ນຕອບວ່າ ‘ຂ້ອຍແມ່ນເຢຊູຜູ້ທີ່ເຈົ້າຂົ່ມເຫງ.
16 ລຸກຂຶ້ນແມ້ ຂ້ອຍມາຫາເຈົ້າກໍເພື່ອເລືອກເຈົ້າໃຫ້ເປັນຜູ້ຮັບໃຊ້ແລະເປັນພະຍານຂອງຂ້ອຍ ເພື່ອປະກາດສິ່ງທີ່ເຈົ້າໄດ້ເຫັນແລະສິ່ງທີ່ຂ້ອຍຈະໃຫ້ເຈົ້າເຫັນກ່ຽວກັບຂ້ອຍ.+
17 ຂ້ອຍຈະຊ່ວຍເຈົ້າໃຫ້ລອດຈາກຄົນຊາດນີ້ແລະຈາກຄົນຕ່າງຊາດທີ່ຂ້ອຍຈະໃຊ້ໃຫ້ເຈົ້າໄປຫາ+
18 ເພື່ອເຈົ້າຈະເປີດຕາເຂົາເຈົ້າ+ ເຮັດໃຫ້ເຂົາເຈົ້າອອກຈາກຄວາມມືດ+ມາສູ່ຄວາມສະຫວ່າງ+ ແລະພົ້ນຈາກອຳນາດຂອງຊາຕານ+ແລ້ວມາຫາພະເຈົ້າ. ເຂົາເຈົ້າຈະໄດ້ຮັບການຍົກໂທດຄວາມຜິດ+ແລະໄດ້ຮັບມໍລະດົກສຳລັບຄົນທີ່ຖືກເຮັດໃຫ້ບໍລິສຸດ* ຍ້ອນເຂົາເຈົ້າມີຄວາມເຊື່ອໃນຂ້ອຍ.’
19 ກະສັດອັກກິບປາ ຍ້ອນແນວນີ້ຂ້ອຍຈຶ່ງເຮັດຕາມນິມິດທີ່ຂ້ອຍໄດ້ຮັບຈາກສະຫວັນ.
20 ຂ້ອຍໄປປະກາດກັບຄົນໃນເມືອງດາມາເຊ+ກ່ອນ ແລ້ວກໍປະກາດກັບຄົນໃນເມືອງເຢຣູຊາເລັມ+ແລະຄົນທົ່ວແຂວງຢູດາຍ. ຈາກນັ້ນກໍປະກາດກັບຄົນຕ່າງຊາດນຳອີກ. ຂ້ອຍບອກໃຫ້ເຂົາເຈົ້າກັບໃຈແລະນະມັດສະການພະເຈົ້າໂດຍເຮັດສິ່ງທີ່ສະແດງວ່າເຂົາເຈົ້າກັບໃຈແທ້ໆ.+
21 ຍ້ອນເຫດຜົນນີ້ ພວກຢິວຈຶ່ງຈັບຂ້ອຍຢູ່ວິຫານແລະພະຍາຍາມຂ້າຂ້ອຍ.+
22 ແຕ່ພະເຈົ້າຊ່ວຍຂ້ອຍໄວ້ ຂ້ອຍຈຶ່ງໄດ້ປະກາດໃຫ້ທັງຄົນທຳມະດາແລະຄົນທີ່ມີອຳນາດຟັງຈົນຮອດມື້ນີ້. ຂ້ອຍບໍ່ໄດ້ເວົ້າເລື່ອງອື່ນເລີຍນອກຈາກເລື່ອງທີ່ພວກຜູ້ພະຍາກອນແລະໂມເຊບອກວ່າຈະເກີດຂຶ້ນ.+
23 ເລື່ອງນັ້ນແມ່ນເລື່ອງທີ່ພະຄລິດຈະຕ້ອງທົນທຸກທໍລະມານ+ແລະຖືກປຸກໃຫ້ຄືນມາຈາກຕາຍເປັນຄົນທຳອິດ.+ ແລ້ວເພິ່ນຈະປະກາດເລື່ອງຄວາມສະຫວ່າງກັບຄົນຊາດນີ້ແລະຄົນຕ່າງຊາດນຳອີກ.”+
24 ຕອນທີ່ໂປໂລກຳລັງເວົ້າແກ້ຄະດີ ເຟຊະໂຕກໍເວົ້າສຽງດັງວ່າ: “ໂປໂລ ເຈົ້າເປັນບ້າແລ້ວ! ເຈົ້າຮຽນຫຼາຍຈົນເສຍເສັ້ນ!”
25 ໂປໂລເວົ້າວ່າ: “ທ່ານເຟຊະໂຕທີ່ນັບຖື ຂ້ອຍບໍ່ໄດ້ເປັນບ້າ. ຂ້ອຍເວົ້າຄວາມຈິງແລະຍັງມີສະຕິດີຢູ່.
26 ທີ່ຈິງ ກະສັດອັກກິບປາຮູ້ດີເລື່ອງທີ່ຂ້ອຍເວົ້າ ແລະຂ້ອຍກໍເວົ້າກັບກະສັດແບບກົງໄປກົງມາ. ຂ້ອຍເຊື່ອວ່າບໍ່ມີຫຍັງລອດສາຍຕາຂອງທ່ານໄປໄດ້ ຍ້ອນເລື່ອງນີ້ບໍ່ມີຫຍັງເປັນຄວາມລັບ.+
27 ກະສັດອັກກິບປາ ທ່ານເຊື່ອພວກຜູ້ພະຍາກອນບໍ? ຂ້ອຍຮູ້ວ່າທ່ານເຊື່ອ.”
28 ກະສັດອັກກິບປາຕອບໂປໂລວ່າ: “ຖ້າຂ້ອຍຟັງເຈົ້າເວົ້າຕໍ່ອີກໜ້ອຍໜຶ່ງ ເຈົ້າຄືຊິໂນ້ມນ້າວຂ້ອຍໃຫ້ເປັນຄລິດສະຕຽນ.”
29 ໂປໂລຈຶ່ງເວົ້າວ່າ: “ຂ້ອຍອະທິດຖານເຖິງພະເຈົ້າວ່າ ບໍ່ຊ້າກໍໄວ ຂໍໃຫ້ທ່ານແລະທຸກຄົນທີ່ຟັງຂ້ອຍໃນມື້ນີ້ປ່ຽນມາເປັນຄືກັບຂ້ອຍ ແຕ່ບໍ່ແມ່ນຖືກລ່າມໂສ້ແບບນີ້.”
30 ຈາກນັ້ນ ກະສັດກັບເຈົ້າແຂວງແລະເບນີເກ ລວມທັງຄົນທີ່ນັ່ງຢູ່ນຳກັນກໍລຸກຂຶ້ນ.
31 ຕອນທີ່ອອກໄປ ເຂົາເຈົ້າພາກັນເວົ້າວ່າ: “ຜູ້ນີ້ບໍ່ໄດ້ເຮັດຫຍັງທີ່ສົມຄວນຕາຍຫຼືຖືກຂັງຄຸກ.”+
32 ກະສັດອັກກິບປາເວົ້າກັບເຟຊະໂຕວ່າ: “ຖ້າຜູ້ນີ້ບໍ່ໄດ້ອຸທອນຕໍ່ກາຍຊາ ລາວກໍຄືຊິຖືກປ່ອຍແລ້ວ.”+
ຂໍ ຄວາມ ໄຂ ເງື່ອນ
^ ແປຕາມໂຕວ່າ “ຊື່ພະເຢຊູ”
^ ໄມ້ທີ່ມີເຫຼັກປາຍແຫຼມໆຢູ່ສົ້ນໜຶ່ງທີ່ໃຊ້ແທງເພື່ອບັງຄັບສັດ
^ ຫຼື “ຖືກແຍກໄວ້ໃຫ້ເປັນຄົນຂອງພະເຈົ້າ”