ດານີເອນ 6:1-28

  • ພວກ​ຂ້າລາຊະການ​ຂອງ​ເປີເຊຍ​ວາງແຜນ​ໃສ່​ຮ້າຍ​ດານີເອນ (1-9)

  • ດານີເອນ​ບໍ່​ເຊົາ​ອະທິດຖານ (10-15)

  • ດານີເອນ​ຖືກ​ຖິ້ມ​ລົງ​ໃນ​ຂຸມ​ທີ່​ມີ​ໂຕ​ສິງ (16-24)

  • ກະສັດ​ດາຣິອຸດ​ຍົກຍ້ອງ​ພະເຈົ້າ​ຂອງ​ດານີເອນ (25-28)

6  ດາຣິອຸດ​ໄດ້​ແຕ່ງຕັ້ງ​ເຈົ້າແຂວງ 120 ຄົນ​ໃຫ້​ປົກຄອງ​ທົ່ວ​ອານາຈັກ​ຂອງ​ລາວ.+  ກະສັດ​ຍັງ​ໄດ້​ແຕ່ງຕັ້ງ​ຂ້າລາຊະການ​ລະດັບ​ສູງ 3 ຄົນ​ໃຫ້​ເບິ່ງແຍງ​ວຽກ​ຂອງ​ພວກ​ເຈົ້າແຂວງ+​ເພື່ອ​ກະສັດ​ຈະ​ບໍ່​ເສຍ​ຜົນປະໂຫຍດ. ດານີເອນ​ເປັນ 1 ໃນ 3 ຄົນ​ນັ້ນ.+  ດານີເອນ​ເດັ່ນ​ກວ່າ​ພວກ​ຂ້າລາຊະການ​ອີກ 2 ຄົນ​ກັບ​ພວກ​ເຈົ້າແຂວງ​ທຸກ​ຄົນ​ຍ້ອນ​ລາວ​ມີ​ສະຕິ​ປັນຍາ​ແລະ​ຄວາມສາມາດ​ພິເສດ+ ກະສັດ​ຈຶ່ງ​ຄິດ​ທີ່​ຈະ​ເລື່ອນ​ຕຳແໜ່ງ​ໃຫ້​ລາວ​ເບິ່ງແຍງ​ທົ່ວ​ອານາຈັກ.  ໃນຕອນນັ້ນ ພວກ​ຂ້າລາຊະການ​ລະດັບ​ສູງ​ແລະ​ພວກ​ເຈົ້າແຂວງ​ຊອກ​ເລື່ອງ​ທີ່​ຈະ​ກ່າວຫາ*​ດານີເອນ​ກ່ຽວ​ກັບ​ໜ້າທີ່​ຂອງ​ລາວ ແຕ່​ກໍ​ບໍ່​ເຫັນ​ມີ​ຈັກ​ເລື່ອງ​ເລີຍ ຍ້ອນ​ລາວ​ເປັນ​ຄົນ​ສັດຊື່ ບໍ່​ມີ​ຂໍ້​ບົກພ່ອງ​ໃນ​ໜ້າທີ່ ແລະ​ບໍ່​ຮັບ​ສິນບົນ.  ເຂົາເຈົ້າ​ລົມ​ກັນ​ວ່າ: “ພວກ​ເຮົາ​ຄື​ຊິ​ຊອກ​ເລື່ອງ​ກ່າວຫາ​ລາວບໍ່​ໄດ້​ຈັກ​ແນວ ນອກຈາກ​ຈະ​ໃຊ້​ເລື່ອງ​ສາສະໜາ​ຂອງ​ລາວ.”*+  ດັ່ງນັ້ນ ພວກ​ຂ້າລາຊະການ​ລະດັບ​ສູງ​ກັບ​ພວກ​ເຈົ້າແຂວງ​ຈຶ່ງ​ຟ້າວ​ເຂົ້າ​ໄປ​ຫາ​ກະສັດ ແລະ​ເວົ້າ​ວ່າ: “ກະສັດ​ດາຣິອຸດ ຂໍ​ໃຫ້​ທ່ານ​ມີ​ອາຍຸ​ຍືນ​ຍາວ.  ພວກ​ຂ້າລາຊະການ ເຈົ້າເມືອງ ເຈົ້າແຂວງ ຂ້າລາຊະການ​ລະດັບ​ສູງ ແລະ​ພວກ​ຜູ້ປົກຄອງ​ໄດ້​ປຶກສາ​ແລະ​ຕົກລົງ​ກັນ​ທີ່​ຈະ​ສະເໜີ​ໃຫ້​ກະສັດ​ອອກ​ກົດໝາຍ​ວ່າ ຫ້າມ​ບໍ່​ໃຫ້​ໃຜ​ຂໍ​ຫຍັງ​ຈາກ​ພະເຈົ້າ​ອົງ​ໃດ​ຫຼື​ມະນຸດ​ຄົນ​ໃດ ແຕ່​ໃຫ້​ຂໍ​ຈາກ​ກະສັດ​ເທົ່າ​ນັ້ນ. ຄຳສັ່ງ​ນີ້​ຈະ​ມີ​ຜົນບັງຄັບໃຊ້ 30 ມື້. ຖ້າ​ຜູ້ໃດ​ບໍ່​ເຮັດ​ຕາມ​ກໍ​ຈະ​ຖືກ​ຖິ້ມ​ລົງ​ໃນ​ຂຸມ​ທີ່​ມີ​ໂຕ​ສິງ.+  ຕອນນີ້ ຂໍ​ໃຫ້​ກະສັດ​ອອກ​ຄຳສັ່ງ​ແລະເຊັນໃສ່+​ເພື່ອ​ບໍ່​ໃຫ້​ຄຳສັ່ງ​ນີ້​ຖືກ​ປ່ຽນແປງ​ຫຼື​ຖືກ​ຍົກເລີກ+ ຕາມ​ທີ່​ກົດໝາຍ​ຂອງ​ຄົນ​ເມເດຍ​ແລະ​ເປີເຊຍ​ບອກ​ໄວ້.”  ກະສັດ​ດາຣີອຸດ​ຈຶ່ງ​ເຊັນ​ໃສ່​ຄຳສັ່ງ​ຫ້າມ​ນັ້ນ. 10  ເມື່ອ​ດານີເອນ​ຮູ້​ວ່າ​ກະສັດ​ໄດ້​ອອກ​ຄຳສັ່ງ​ຫ້າມ ລາວ​ກໍ​ເມືອ​ເຮືອນ ແລະ​ຂຶ້ນ​ໄປ​ຫ້ອງ​ທີ່​ຢູ່​ເທິງ​ດາດຟ້າ​ເຊິ່ງ​ມີ​ປ່ອງຢ້ຽມ​ທີ່​ເປີດ​ຢູ່. ປ່ອງຢ້ຽມ​ນັ້ນ​ປິ່ນ​ໄປ​ທາງ​ເມືອງ​ເຢຣູຊາເລັມ.+ ລາວ​ຄູ້ເຂົ່າ​ລົງ​ອະທິດຖານ​ແລະ​ສັນລະເສີນ​ພະເຈົ້າ​ຂອງ​ລາວ. ກ່ອນ​ຈະ​ມີ​ຄຳສັ່ງ​ອອກມາ ດານີເອນ​ກໍ​ອະທິດຖານ​ແບບ​ນີ້​ມື້​ລະ 3 ເທື່ອ​ຢູ່​ແລ້ວ. 11  ຕອນ​ທີ່​ລາວ​ກຳລັງ​ອະທິດຖານ​ແລະ​ອ້ອນວອນ​ຫາ​ພະເຈົ້າ ພວກ​ນັ້ນ​ກໍ​ພາກັນ​ໂຫ່​ເຂົ້າມາ. 12  ຈາກນັ້ນ ເຂົາເຈົ້າ​ກໍ​ໄປ​ຫາ​ກະສັດ​ແລະ​ຖາມ​ຄືນ​ວ່າ: “ກະສັດ​ໄດ້​ເຊັນ​ຄຳສັ່ງ​ທີ່​ວ່າ ຫ້າມ​ບໍ່​ໃຫ້​ໃຜ​ຂໍ​ຫຍັງ​ຈາກ​ພະເຈົ້າ​ອົງ​ໃດ​ຫຼື​ມະນຸດ​ຄົນໃດ ແຕ່​ໃຫ້​ຂໍ​ຈາກ​ກະສັດ​ເທົ່າ​ນັ້ນ. ຄຳສັ່ງ​ນີ້​ຈະ​ມີ​ຜົນບັງຄັບໃຊ້ 30 ມື້​ແມ່ນ​ບໍ? ແລະ​ຖ້າ​ຜູ້ໃດ​ບໍ່​ເຮັດ​ຕາມ​ກໍ​ຈະ​ຖືກ​ຖິ້ມ​ລົງ​ໃນ​ຂຸມ​ທີ່​ມີ​ໂຕ​ສິງ​ແມ່ນ​ບໍ?” ກະສັດ​ຕອບ​ວ່າ “ແມ່ນ​ແລ້ວ ຄຳສັ່ງ​ນັ້ນ​ປ່ຽນແປງ​ແລະ​ຍົກເລີກ​ບໍ່​ໄດ້ ຕາມ​ກົດໝາຍ​ຂອງ​ຄົນ​ເມເດຍ​ແລະ​ເປີເຊຍ.”+ 13  ເຂົາເຈົ້າ​ຈຶ່ງ​ຟ້າວ​ບອກ​ກະສັດ​ວ່າ: “ກະສັດ​ເອີ້ຍ ດານີເອນ​ຊະເລີຍ​ຈາກ​ຢູດາຫັ້ນ​ນະ.+ ລາວ​ບໍ່​ນັບຖື​ກະສັດ​ແລະ​ບໍ່​ເຮັດ​ຕາມ​ຄຳສັ່ງ​ທີ່​ທ່ານ​ໄດ້​ເຊັນ. ລາວ​ຍັງ​ອະທິດຖານ​ມື້​ລະ 3 ເທື່ອ​ຄື​ເກົ່າ.”+ 14  ເມື່ອ​ກະສັດ​ໄດ້​ຍິນ​ແບບນັ້ນ​ລາວ​ກໍ​ອຸກໃຈ​ຫຼາຍ ແລະ​ພະຍາຍາມ​ຊອກ​ທຸກ​ວິທີ​ຈົນ​ຮອດ​ຄ່ຳ​ເພື່ອ​ຈະ​ຊ່ວຍ​ຊີວິດ​ດານີເອນ. 15  ຕໍ່ມາ ພວກ​ນັ້ນ​ກໍ​ເຂົ້າ​ໄປ​ຫາ​ກະສັດ​ແລະ​ເວົ້າ​ວ່າ: “ກະສັດ ທ່ານ​ກໍ​ຮູ້​ວ່າ​ຕາມ​ກົດໝາຍ​ຂອງ​ຄົນ​ເມເດຍ​ແລະ​ເປີເຊຍ ຄຳສັ່ງ​ໃດ​ກໍ​ຕາມ​ທີ່​ກະສັດ​ເຊັນ​ແລ້ວ​ຈະປ່ຽນແປງ​ບໍ່​ໄດ້.”+ 16  ໃນ​ທີ່​ສຸດ ກະສັດ​ກໍ​ຈຳໃຈ​ສັ່ງ​ໃຫ້​ຄົນ​ເອົາ​ດານີເອນ​ໄປ​ຖິ້ມ​ລົງ​ໃນ​ຂຸມ​ທີ່​ມີ​ໂຕ​ສິງ.+ ກະສັດ​ເວົ້າ​ກັບ​ດານີເອນ​ວ່າ: “ຂໍ​ໃຫ້​ພະເຈົ້າ​ທີ່​ເຈົ້າ​ນະມັດສະການ​ມາ​ຕະຫຼອດ​ປົກປ້ອງ​ເຈົ້າ​ເດີ້.” 17  ຈາກນັ້ນ ເຂົາເຈົ້າ​ກໍ​ເອົາ​ຫີນ​ອັດ​ປາກ​ຂຸມ​ໄວ້ ແລະ​ກະສັດ​ກັບ​ພວກ​ຜູ້​ປົກຄອງ​ກໍ​ເອົາ​ແຫວນ​ຈ້ຳກາ​ຂອງ​ເຂົາເຈົ້າ​ຈ້ຳ​ໃສ່​ຫີນ​ນັ້ນ ເພື່ອ​ບໍ່​ໃຫ້​ມີ​ຫຍັງ​ປ່ຽນແປງ​ກ່ຽວ​ກັບ​ຄຳສັ່ງ​ເລື່ອງ​ດານີເອນ. 18  ແລ້ວ​ກະສັດ​ກໍ​ກັບ​ໄປ​ວັງ​ຂອງ​ໂຕເອງ. ລາວ​ບໍ່​ກິນ​ເຂົ້າ​ແລະ​ບໍ່​ໃຫ້​ຄົນ​ມາ​ຫຼິ້ນ​ດົນຕີ​ໃຫ້​ຟັງ​ຫຼື​ຟ້ອນ​ໃຫ້​ເບິ່ງ. ລາວ​ນອນ​ບໍ່​ຫຼັບ​ໝົດ​ຄືນ. 19  ຕອນ​ໃກ້​ຊິ​ແຈ້ງ ລາວ​ກໍ​ຟ້າວ​ລຸກ​ຂຶ້ນ​ແລະ​ໄປ​ບ່ອນ​ທີ່​ມີ​ຂຸມ​ໂຕ​ສິງ. 20  ຕອນ​ທີ່​ກະສັດ​ເຂົ້າ​ໄປ​ໃກ້​ຊິ​ຮອດ​ຂຸມ ລາວ​ຮ້ອງ​ຖາມ​ດານີເອນ​ດ້ວຍ​ສຽງ​ເສົ້າ​ໆ​ວ່າ: “ດານີເອນ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ຜູ້​ທີ່​ມີ​ຊີວິດ​ຢູ່ ພະເຈົ້າ​ທີ່​ເຈົ້າ​ນະມັດສະການ​ມາ​ຕະຫຼອດ​ຊ່ວຍ​ເຈົ້າ​ໃຫ້​ລອດ​ຈາກ​ໂຕ​ສິງ​ໄດ້​ບໍ່?” 21  ແລ້ວ​ດານີເອນ​ກໍ​ຕອບ​ກະສັດ​ທັນທີ​ວ່າ: “ກະສັດ ຂໍ​ໃຫ້​ທ່ານ​ມີ​ອາຍຸ​ຍືນ​ຍາວ. 22  ພະເຈົ້າ​ຂອງ​ຂ້ອຍ​ໄດ້​ສົ່ງ​ທູດສະຫວັນ​ຂອງ​ເພິ່ນ​ມາ​ອັດ​ປາກ​ໂຕ​ສິງ​ໄວ້+ ພວກ​ມັນ​ຈຶ່ງ​ບໍ່​ໄດ້​ເຮັດ​ຫຍັງ​ໃຫ້​ຂ້ອຍ+ ຍ້ອນ​ພະເຈົ້າ​ເຫັນ​ວ່າ​ຂ້ອຍ​ບໍ່​ມີ​ຄວາມ​ຜິດ ແລະ​ຂ້ອຍ​ກໍ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ​ຕໍ່​ກະສັດ​ຄື​ກັນ.” 23  ກະສັດ​ດີໃຈ​ຫຼາຍ ແລ້ວ​ລາວ​ກໍ​ສັ່ງ​ໃຫ້​ຄົນ​ເອົາ​ດານີເອນ​ຂຶ້ນ​ມາ​ຈາກ​ຂຸມ. ເມື່ອ​ດານີເອນ​ຂຶ້ນ​ມາ​ກໍ​ເຫັນ​ວ່າ​ຕົນໂຕ​ລາວ​ບໍ່​ມີ​ຮອຍ​ຂູດ​ຫຍັງ​ເລີຍ. ລາວ​ບໍ່​ເປັນຫຍັງ​ກໍ​ຍ້ອນ​ລາວ​ໄວ້​ວາງໃຈ​ພະເຈົ້າ​ຂອງ​ລາວ.+ 24  ຈາກນັ້ນ ກະສັດ​ໄດ້​ສັ່ງ​ໃຫ້​ເອົາ​ພວກ​ທີ່​ກ່າວຫາ​ດານີເອນ​ກັບ​ລູກ​ກັບ​ເມຍ​ຂອງ​ເຂົາເຈົ້າ​ຖິ້ມ​ລົງ​ໃນ​ຂຸມ​ນັ້ນ​ທີ່​ມີ​ໂຕ​ສິງ​ຢູ່. ເຂົາເຈົ້າ​ຍັງ​ບໍ່​ທັນ​ຕົກ​ຮອດ​ພື້ນ​ຊ້ຳ ໂຕ​ສິງ​ກໍ​ໂດດ​ຄຸບ​ເຂົາເຈົ້າ​ຈົນ​ກະດູກ​ຫັກ​ເປັນ​ທ່ອນ.+ 25  ກະສັດ​ດາຣິອຸດ​ໄດ້​ຂຽນ​ແຈ້ງການ​ແລະ​ສົ່ງ​ໄປ​ຫາ​ຄົນ​ໃນ​ທຸກ​ຊາດ​ແລະ​ທຸກ​ພາສາ​ຢູ່​ທົ່ວ​ໂລກ​ວ່າ:+ “ຂໍ​ໃຫ້​ທຸກ​ຄົນ​ຢູ່​ສຸກ​ສະບາຍ​ແລະ​ຈະເລີນ​ຮຸ່ງເຮືອງ! 26  ຂ້ອຍ​ຂໍ​ອອກ​ຄຳສັ່ງ​ໃຫ້​ປະຊາຊົນ​ຢູ່​ທຸກ​ເຂດ​ໃນ​ອານາຈັກ​ຂອງ​ຂ້ອຍ​ວ່າ ໃຫ້​ຢ້ານຢຳ​ແລະ​ນັບຖື​ພະເຈົ້າ​ຂອງ​ດານີເອນ.+ ເພິ່ນ​ເປັນ​ພະເຈົ້າ​ທີ່​ມີ​ຊີວິດ​ຢູ່​ຕະຫຼອດໄປ. ການ​ປົກຄອງ​ຂອງ​ເພິ່ນ​ຈະ​ບໍ່​ຖືກ​ໂຄ່ນລົ້ມ ແລະ​ເພິ່ນ​ມີ​ສິດ​ປົກຄອງ​ຕະຫຼອດໄປ​ທຸກ​ຍຸກ​ທຸກ​ສະໄໝ.+ 27  ເພິ່ນ​ປົກປ້ອງ+​ແລະ​ຊ່ວຍ​ປະຊາຊົນ​ຂອງ​ເພິ່ນ​ໃຫ້​ລອດ. ເພິ່ນ​ເຮັດ​ການ​ອັດສະຈັນ​ແລະ​ປາຕິຫານ​ຢູ່​ໃນ​ສະຫວັນ​ແລະ​ຢູ່​ໃນ​ໂລກ.+ ເພິ່ນ​ຍັງ​ໄດ້​ຊ່ວຍ​ດານີເອນ​ໃຫ້​ລອດ​ຈາກ​ເລັບ​ສິງ.” 28  ດານີເອນ​ຈະເລີນ​ກ້າວໜ້າ​ໃນ​ອານາຈັກ​ຂອງ​ດາຣິອຸດ+ ແລະ​ໃນ​ອານາຈັກ​ຂອງ​ໄຊຣັດ​ຄົນ​ເປີເຊຍ.+

ຂໍຄວາມໄຂເງື່ອນ

ຫຼື “ໃສ່​ຮ້າຍ”
ແປ​ຕາມ​ໂຕ​ວ່າ “ໃຊ້​ກົດໝາຍ​ຂອງ​ພະເຈົ້າ​ຂອງ​ລາວ”