ນາງຣຸດ 1:1-22
1 ໃນສະໄໝທີ່ຜູ້ຕັດສິນ+ປົກຄອງປະເທດອິດສະຣາເອນໄດ້ມີຄວາມອຶດຢາກເກີດຂຶ້ນ ຜູ້ຊາຍຄົນໜຶ່ງທີ່ອາໄສຢູ່ເມືອງເບັດເລເຮັມ+ໃນແຂວງຢູດາຈຶ່ງພາເມຍແລະລູກຊາຍ 2 ຄົນຍ້າຍໄປຢູ່ປະເທດໂມອາບ.+
2 ຜູ້ຊາຍຄົນນັ້ນຊື່ເອລີເມເລັກ* ເມຍຂອງລາວຊື່ນາໂອມີ* ແລະລູກຊາຍ 2 ຄົນຊື່ມາໂລນ*ກັບກີລີໂອນ.* ເຂົາເຈົ້າມາຈາກເອຟຣາທາໃນເມືອງເບັດເລເຮັມແຂວງຢູດາ. ເຂົາເຈົ້າໄປຮອດໂມອາບແລະອາໄສຢູ່ຫັ້ນ.
3 ຕໍ່ມາເອລີເມເລັກຜົວຂອງນາໂອມີກໍຕາຍ ນາໂອມີຈຶ່ງຢູ່ກັບລູກຊາຍ 2 ຄົນ.
4 ຫຼັງຈາກນັ້ນ ລູກຊາຍຂອງລາວກໍແຕ່ງດອງກັບຜູ້ຍິງໂມອາບ ຜູ້ໜຶ່ງຊື່ໂອປາແລະອີກຜູ້ໜຶ່ງຊື່ຣຸດ.+ ເຂົາເຈົ້າຢູ່ຫັ້ນ 10 ປີ.
5 ຈາກນັ້ນ ມາໂລນກັບກີລີໂອນກໍຕາຍ ນາໂອມີຈຶ່ງຢູ່ໂດຍບໍ່ມີລູກບໍ່ມີຜົວ.
6 ເມື່ອນາໂອມີໄດ້ຍິນວ່າພະເຢໂຫວາເຮັດໃຫ້ປະເທດອິດສະຣາເອນບໍ່ມີຄວາມອຶດຢາກແລ້ວ ລາວກັບລູກໃພ້ 2 ຄົນຈຶ່ງເດີນທາງອອກຈາກໂມອາບໄປອິດສະຣາເອນ.
7 ນາໂອມີແລະລູກໃພ້ 2 ຄົນພາກັນເດີນທາງອອກຈາກໂມອາບ. ຕອນທີ່ກຳລັງຍ່າງໄປຢູດາ
8 ນາໂອມີເວົ້າກັບລູກໃພ້ 2 ຄົນວ່າ: “ໃຫ້ພວກລູກ 2 ຄົນກັບເມືອບ້ານເມືອເຮືອນໄປຫາພໍ່ແມ່ສະ. ຂໍໃຫ້ພະເຢໂຫວາສະແດງຄວາມຮັກທີ່ໝັ້ນຄົງຕໍ່ພວກລູກ+ຄືກັບທີ່ພວກລູກສະແດງຄວາມຮັກຕໍ່ແມ່ແລະລູກຊາຍຂອງແມ່.
9 ໃຫ້ພະເຢໂຫວາອວຍພອນພວກລູກໃຫ້ໄດ້ຜົວທີ່ດີແລະມີຊີວິດທີ່ໝັ້ນຄົງ.*+ ແລ້ວນາໂອມີກໍຈູບລູກໃພ້ທັງສອງຄົນ ແລະເຂົາເຈົ້າກໍພາກັນຮ້ອງໄຫ້ສຽງດັງ.
10 ລູກໃພ້ທັງສອງຄົນເວົ້າກັບລາວວ່າ: “ບໍ່ ພວກລູກບໍ່ເມືອ. ພວກລູກຈະໄປນຳແມ່ ໄປຢູ່ນຳຄົນຊາດດຽວກັນກັບແມ່.”
11 ແຕ່ນາໂອມີບອກວ່າ: “ກັບເມືອບ້ານເມືອເຮືອນສະລູກ ຊິໄປນຳແມ່ເຮັດຫຍັງ? ແມ່ບໍ່ສາມາດມີລູກຊາຍທີ່ຈະມາເປັນຜົວພວກລູກໄດ້ອີກແລ້ວ.+
12 ລູກເອີ້ຍ ກັບເມືອສະ. ແມ່ເຖົ້າກາຍຍາມເອົາຜົວແລ້ວ. ເຖິງວ່າແມ່ຈະໄດ້ຜົວມື້ນີ້ແລະມີລູກຊາຍ
13 ລູກຊິຖ້າຈົນເຂົາເຈົ້າໃຫຍ່ໄດ້ບໍ? ລູກຊິຖ້າເຂົາເຈົ້າແລະບໍ່ແຕ່ງດອງໃໝ່ບໍ? ແມ່ທຸກໃຈຫຼາຍເມື່ອຄິດເຖິງສິ່ງທີ່ເກີດຂຶ້ນກັບພວກລູກທັງສອງເພາະພະເຢໂຫວາບໍ່ພໍໃຈແມ່.”+
14 ແລ້ວເຂົາເຈົ້າກໍຮ້ອງໄຫ້ສຽງດັງອີກ. ຈາກນັ້ນ ໂອປາກໍຈູບລາແມ່ຍ່າແລ້ວກໍກັບເມືອ ແຕ່ຣຸດບໍ່ຍອມເມືອ.
15 ນາໂອມີຈຶ່ງເວົ້າວ່າ: “ເຫັນບໍ່ ໂອປາກໍກັບເມືອເຮືອນແລະໄປຫາພະເຈົ້າຂອງລາວແລ້ວ. ກັບເມືອນຳລາວສະລູກ.”
16 ແຕ່ຣຸດບອກວ່າ: “ຢ່າຂໍຮ້ອງລູກໃຫ້ປະຖິ້ມແມ່ຫຼືບໍ່ໃຫ້ໄປນຳແມ່. ແມ່ໄປໃສ ລູກກໍຈະໄປນຳ. ແມ່ນອນໃສ ລູກກໍຈະນອນຫັ້ນ. ຄົນຊາດດຽວກັນກັບແມ່ກໍຈະເປັນຄົນຊາດດຽວກັນກັບລູກແລະພະເຈົ້າຂອງແມ່ກໍຈະເປັນພະເຈົ້າຂອງລູກ.+
17 ແມ່ຕາຍຢູ່ໃສ ລູກກໍຈະຕາຍຢູ່ຫັ້ນ. ແມ່ຖືກຝັງຢູ່ບ່ອນໃດກໍໃຫ້ຝັງລູກຢູ່ບ່ອນນັ້ນ. ຈະບໍ່ມີສິ່ງໃດແຍກລູກຈາກແມ່ໄດ້ນອກຈາກຄວາມຕາຍ. ຄັນບໍ່ຊັ້ນກໍຂໍໃຫ້ພະເຢໂຫວາລົງໂທດລູກໜັກໆ.”
18 ເມື່ອນາໂອມີເຫັນວ່າຈັ່ງໃດຣຸດກໍຈະໄປນຳລາວ ລາວກໍເລີຍເຊົາຫ້າມຣຸດ.
19 ທັງສອງຄົນຈຶ່ງເດີນທາງໄປນຳກັນຈົນຮອດເມືອງເບັດເລເຮັມ.+ ເມື່ອຮອດເມືອງເບັດເລເຮັມ ຄົນໝົດເມືອງກໍຕົກໃຈເມື່ອເຫັນເຂົາເຈົ້າ. ພວກຜູ້ຍິງພາກັນເວົ້າວ່າ: “ແມ່ນນາໂອມີເບາະນິ?”
20 ລາວຈຶ່ງເວົ້າກັບເຂົາເຈົ້າວ່າ: “ຢ່າເອີ້ນຂ້ອຍວ່ານາໂອມີ. ໃຫ້ເອີ້ນຂ້ອຍວ່າມາຣາ* ເພາະຜູ້ມີລິດເດດສູງສຸດເຮັດໃຫ້ຊີວິດຂອງຂ້ອຍຂົມຂື່ນຫຼາຍ.+
21 ຕອນໄປຂ້ອຍມີທຸກສິ່ງທຸກຢ່າງ ແຕ່ຕອນກັບມາພະເຢໂຫວາພັດເຮັດໃຫ້ຂ້ອຍບໍ່ເຫຼືອຫຍັງເລີຍ. ເປັນຫຍັງຈຶ່ງຊິມາເອີ້ນຂ້ອຍວ່ານາໂອມີ ໃນເມື່ອພະເຢໂຫວາກາຍເປັນສັດຕູຂອງຂ້ອຍແລະຜູ້ມີລິດເດດສູງສຸດເຮັດໃຫ້ເລື່ອງໂຫດຮ້າຍແບບນີ້ເກີດຂຶ້ນກັບຂ້ອຍ?”+
22 ນີ້ແມ່ນເລື່ອງຂອງນາໂອມີຕອນທີ່ລາວອອກຈາກໂມອາບ+ພ້ອມກັບຣຸດທີ່ເປັນລູກໃພ້. ເຂົາເຈົ້າມາຮອດເມືອງເບັດເລເຮັມໃນຍາມກ່ຽວເຂົ້າບາເລ.+
ຂໍ ຄວາມ ໄຂ ເງື່ອນ
^ ແປວ່າ “ພະເຈົ້າຂອງຂ້ອຍເປັນກະສັດ”
^ ແປວ່າ “ຜູ້ມີຄວາມຊົມຊື່ນຍິນດີ”
^ ອາດມາຈາກຄຳພາສາເຮັບເຣີທີ່ແປວ່າ “ອ່ອນແອ; ເຈັບປ່ວຍ”
^ ແປວ່າ “ຄົນທີ່ລົ້ມເຫຼວ; ຄົນທີ່ກຳລັງຈະເຈິຈຸດຈົບ”
^ ແປຕາມໂຕວ່າ “ບ່ອນພັກເຊົາ”
^ ແປວ່າ “ຜູ້ມີຄວາມຂົມຂື່ນ”