ນາງ​ຣຸດ 2:1-23

  • ຣຸດ​ໄປ​ເກັບ​ເຂົ້າ​ເຮ່ຍ​ຢູ່​ທົ່ງ​ນາ​ຂອງ​ໂບອາດ (1-3)

  • ຣຸດ​ກັບ​ໂບອາດ​ເຈິ​ກັນ (4-16)

  • ຣຸດ​ບອກ​ນາໂອມີ​ວ່າ​ໂບອາດ​ເຮັດ​ດີ​ຕໍ່​ລາວ (17-23)

2  ນາໂອມີ​ມີ​ພີ່ນ້ອງ​ທາງ​ຜົວ​ຄົນ​ໜຶ່ງ​ຊື່​ໂບອາດ.+ ລາວ​ເປັນ​ຄົນ​ຮັ່ງ​ຫຼາຍ.  ຣຸດ​ຖາມ​ນາໂອມີ​ວ່າ: “ລູກ​ຂໍ​ໄປ​ເກັບ​ເຂົ້າ​ເຮ່ຍ​ຢູ່​ທົ່ງນາ+ນຳຫຼັງ​ຄົນ​ກ່ຽວເຂົ້າ​ທີ່​ອີ່ຕົນລູກ​ໄດ້​ບໍ່?” ນາໂອມີ​ຕອບ​ວ່າ: “ໄປ​ໂລດ​ລູກ.”  ລາວ​ກໍ​ອອກ​ໄປ​ທົ່ງນາ ແລ້ວ​ເລີ່ມ​ເກັບ​ເຂົ້າ​ເຮ່ຍ​ນຳຫຼັງ​ຄົນທີ່ກ່ຽວເຂົ້າ ແລະ​ບັງເອີນ​ນາ​ທີ່​ລາວ​ໄປ​ເກັບ​ເຂົ້າ​ນັ້ນ​ເປັນ​ນາ​ຂອງ​ໂບອາດ+ ເຊິ່ງ​ເປັນ​ພີ່ນ້ອງ​ຂອງ​ເອລີເມເລັກ.+  ຕອນ​ນັ້ນ​ໂບອາດ​ອອກ​ໄປ​ທົ່ງນາ​ທີ່​ຢູ່​ນອກ​ເມືອງ​ເບັດເລເຮັມ. ເມື່ອ​ໄປ​ຮອດ ລາວ​ກໍ​ເວົ້າ​ກັບ​ຄົນ​ທີ່​ກ່ຽວເຂົ້າ​ວ່າ: “ຂໍ​ໃຫ້​ພະ​ເຢໂຫວາ​ອວຍພອນ​ພວກ​ເຈົ້າ.” ເຂົາ​ເຈົ້າ​ກໍ​ຕອບ​ລາວ​ວ່າ: “ຂໍ​ໃຫ້​ພະ​ເຢໂຫວາ​ອວຍພອນ​ເຈົ້າ​ຄືກັນ.”  ໂບອາດ​ຖາມ​ຜູ້​ທີ່​ເບິ່ງແຍງ​ຄົນ​ກ່ຽວ​ເຂົ້າ​ວ່າ: “ຜູ້ຍິງ​ຄົນ​ນັ້ນ​ແມ່ນ​ໃຜ?”  ລາວ​ຕອບ​ວ່າ: “ຜູ້ຍິງ​ຄົນ​ນັ້ນ​ເປັນ​ຄົນ​ໂມອາບ+ທີ່​ມາ​ນຳ​ນາໂອມີ.  ລາວ​ເຂົ້າ​ມາ​ຖາມ​ວ່າ ‘ຂ້ອຍ​ຂໍ​ເກັບ​ເຂົ້າເຮ່ຍ*+​ໄດ້​ບໍ່?’ ລາວ​ເກັບ​ຕັ້ງແຕ່​ເຊົ້າ​ແລະ​ຫາ​ກໍ​ນັ່ງ​ເຊົາ​ເມື່ອຍ​ມື້ກີ້ນີ້.”  ໂບອາດຈຶ່ງ​ເວົ້າ​ກັບ​ຣຸດ​ວ່າ: “ລູກ​ເອີ້ຍ ບໍ່​ຕ້ອງ​ໄປ​ເກັບ​ຢູ່​ບ່ອນ​ອື່ນ​ເດີ້. ໃຫ້​ໄປ​ເກັບ​ໃກ້​ໆ​ບ່ອນ​ທີ່​ພວກ​ຜູ້ຍິງ​ເຮັດ​ວຽກ.+  ໃຫ້​ເບິ່ງ​ວ່າ​ເຂົາເຈົ້າ​ກ່ຽວເຂົ້າ​ຢູ່​ໃສ ແລ້ວ​ກໍ​ນຳ​ໄປ. ຂ້ອຍ​ສັ່ງ​ພວກ​ຜູ້ຊາຍ​ແລ້ວ​ວ່າ​ບໍ່​ໃຫ້​ມາ​ກວນ*ເຈົ້າ. ຖ້າ​ຫິວ​ນ້ຳ​ກໍ​ໃຫ້​ໄປ​ກິນ​ຢູ່​ໃນ​ໄຫ​ທີ່​ພວກ​ຜູ້ຊາຍ​ຕັກ​ມາ​ໄວ້.” 10  ຣຸດ​ໝູບໜ້າ​ລົງພື້ນ​ແລະ​ເວົ້າ​ວ່າ: “ເປັນຫຍັງ​ທ່ານ​ຈຶ່ງ​ເຮັດດີ​ຕໍ່​ຂ້ອຍ​ແລະ​ເປັນ​ຫ່ວງ​ຂ້ອຍ​ທັງ​ໆ​ທີ່ຂ້ອຍ​ເປັນ​ຄົນຕ່າງຊາດ?”+ 11  ໂບອາດ​ຕອບ​ວ່າ: “ຂ້ອຍ​ໄດ້​ຍິນ​ເລື່ອງ​ຂອງ​ເຈົ້າ​ໝົດ​ແລ້ວ​ທີ່​ເຈົ້າເຮັດ​ຕໍ່ແມ່​ຍ່າ​ຫຼັງຈາກ​ທີ່​ຜົວ​ຂອງ​ເຈົ້າ​ຕາຍ ແລະ​ເຈົ້າ​ກໍ​ໄດ້​ຈາກ​ພໍ່​ຈາກ​ແມ່​ແລະ​ຈາກ​ຍາດຕິພີ່ນ້ອງ​ມາ​ຢູ່​ບ່ອນ​ທີ່​ເຈົ້າ​ບໍ່​ຮູ້ຈັກ.+ 12  ຂໍ​ໃຫ້​ພະ​ເຢໂຫວາ​ຕອບແທນ​ໃນ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ+ ແລະ​ຂໍ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ໃຫ້​ລາງວັນ​ທີ່​ຍິ່ງໃຫຍ່​ກັບ​ເຈົ້າ ເພາະ​ເຈົ້າ​ໄດ້​ເຂົ້າ​ມາ​ຢູ່​ພາຍໃຕ້​ການ​ປົກປ້ອງ​ເບິ່ງແຍງ*​ຂອງ​ເພິ່ນ.”+ 13  ຣຸດ​ຈຶ່ງ​ເວົ້າ​ວ່າ: “ຂອບໃຈ​ທີ່​ທ່ານ​ເຮັດ​ດີ​ຕໍ່​ຂ້ອຍ​ຫຼາຍ​ແທ້​ໆ​. ທ່ານ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ອຸ່ນໃຈ​ແລະ​ເວົ້າ​ໃຫ້​ກຳລັງໃຈ​ຂ້ອຍ​ທັງ​ໆ​ທີ່​ຂ້ອຍ​ບໍ່​ແມ່ນ​ຄົນ​ຮັບໃຊ້​ຂອງ​ທ່ານ​ຊ້ຳ.” 14  ເມື່ອ​ຮອດ​ຍາມ​ກິນເຂົ້າ ໂບອາດເວົ້າ​ກັບ​ຣຸດ​ວ່າ: “ມາ​ກິນເຂົ້າ​ແມ້​ລູກ. ເອົາ​ເຂົ້າຈີ່​ຈ້ຳ​ກັບ​ເຫຼົ້າແວງ​ສົ້ມ.” ຣຸດ​ຈຶ່ງ​ນັ່ງ​ທາງຂ້າງ​ຄົນ​ກ່ຽວເຂົ້າ. ໂບອາດ​ຍື່ນເຂົ້າ​ຂົ້ວໃຫ້​ຣຸດ ລາວ​ກິນ​ຈົນ​ອີ່ມ​ແຕ່​ກໍ​ຍັງ​ເຫຼືອ​ຢູ່. 15  ເມື່ອ​ກິນເຂົ້າ​ແລ້ວ ຣຸດ​ກໍ​ໄປ​ເກັບ​ເຂົ້າ​ຕໍ່.+ ໂບອາດ​ສັ່ງ​ພວກ​ຜູ້ຊາຍ​ວ່າ: “ໃຫ້​ລາວ​ເກັບ​ເຂົ້າ​ທີ່​ເຮ່ຍ​ໂລດ ບໍ່​ຕ້ອງ​ຫ້າມ​ລາວ.+ 16  ໃຫ້​ພວກ​ເຈົ້າ​ດຶງ​ຮວງເຂົ້າ​ອອກ​ຈາກ​ມັດ​ປະ​ໄວ້​ໃຫ້​ລາວ​ເກັບ​ແດ່​ເດີ້​ແລະ​ບໍ່​ຕ້ອງ​ຫ້າມ​ລາວ.” 17  ຣຸດ​ເກັບ​ເຂົ້າ​ຈົນຮອດ​ຕອນແລງ+ແລ້ວ​ລາວ​ກໍ​ເອົາ​ເຂົ້າ​ໄປ​ຟາດ. ລາວ​ໄດ້​ເຂົ້າບາເລ​ປະມານ 1 ເອຟາ.* 18  ຈາກນັ້ນ ລາວ​ກໍ​ເອົາເຂົ້າ​ກັບ​ເມືອ​ເຮືອນ​ທີ່​ຢູ່​ໃນ​ເມືອງ​ແລະ​ໃຫ້​ແມ່​ຍ່າ​ເບິ່ງ​ວ່າ​ໄດ້​ເຂົ້າ​ຫຼາຍ​ສ່ຳ​ໃດ. ຣຸດ​ຍັງ​ໄດ້​ເອົາ​ຂອງກິນ​ທີ່​ລາວ​ເກັບ​ໄວ້+ຫຼັງຈາກ​ທີ່​ກິນ​ອີ່ມ​ແລ້ວ​ອອກ​ມາ​ໃຫ້​ແມ່​ຍ່າ​ນຳ. 19  ນາໂອມີ​ຖາມ​ຣຸດ​ວ່າ: “ມື້​ນີ້ລູກ​ໄປ​ເກັບ​ເຂົ້າ​ຢູ່​ໃສ? ຢູ່​ນາ​ຂອງ​ໃຜ? ຂໍ​ໃຫ້ພະເຈົ້າ​ອວຍພອນ​ຄົນ​ທີ່​ເຮັດ​ດີ​ຕໍ່​ລູກ.”+ ແລ້ວ​ຣຸດ​ກໍ​ເລົ່າ​ໃຫ້​ນາໂອມີ​ຟັງ​ວ່າ​ລາວ​ໄປ​ເກັບ​ເຂົ້າ​ຢູ່​ໃນ​ນາ​ຂອງ​ໃຜ. ຣຸດ​ບອກ​ວ່າ: “ມື້​ນີ້ລູກ​ໄປ​ເກັບ​ເຂົ້າ​ຢູ່​ນາ​ຂອງ​ຜູ້ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ໂບອາດ.” 20  ນາໂອມີ​ຈຶ່ງ​ເວົ້າ​ກັບ​ຣຸດ​ວ່າ: “ຂໍ​ໃຫ້​ພະ​ເຢໂຫວາ​ອວຍພອນ​ລາວ ເພິ່ນ​ເປັນ​ພະເຈົ້າ​ທີ່​ສະແດງ​ຄວາມຮັກ​ທີ່ໝັ້ນຄົງ​ສະເໝີ​ຕໍ່​ຄົນ​ເປັນ​ແລະ​ຄົນຕາຍ.”+ ນາໂອມີ​ເວົ້າ​ຕໍ່​ວ່າ: “ລາວ​ເປັນ​ພີ່ນ້ອງ​ຂອງ​ເຮົາ.+ ລາວ​ເປັນ​ຜູ້​ໜຶ່ງ​ທີ່​ມີ​ສິດ​ໄຖ່​ເຮົາ​ໄດ້.”+ 21  ຣຸດ​ບອກ​ວ່າ: “ລາວ​ຍັງ​ບອກ​ລູກ​ອີກ​ວ່າ ‘ໃຫ້​ເກັບ​ເຂົ້າ​ຢູ່​ໃກ້​ໆ​ຄົນ​ທີ່​ເຮັດ​ວຽກ​ໃຫ້​ຂ້ອຍ​ຈົນ​ເຂົາເຈົ້າ​ກ່ຽວເຂົ້າ​ແລ້ວ.’”+ 22  ນາໂອມີ​ຈຶ່ງ​ເວົ້າ​ກັບ​ຣຸດ​ວ່າ: “ດີ​ແລ້ວ​ລູກ ລູກ​ຄວນ​ຢູ່​ກັບ​ຜູ້ຍິງ​ເຫຼົ່າ​ນັ້ນ​ແທນ​ທີ່ຈະ​ໄປ​ເກັບ​ເຂົ້າ​ຢູ່​ນາ​ຂອງ​ຜູ້​ອື່ນ​ແລ້ວ​ຖືກ​ກວນ.” 23  ດັ່ງນັ້ນ ຣຸດ​ຈຶ່ງ​ຢູ່​ໃກ້​ໆ​ພວກ​ຜູ້ຍິງ​ທີ່​ເຮັດ​ວຽກ​ໃຫ້​ໂບອາດ​ແລະ​ເກັບ​ເຂົ້າ​ເຮ່ຍ​ຈົນ​ໝົດ​ລະດູ​ກ່ຽວເຂົ້າ​ວີດ*+ ແລະ​ຣຸດ​ກໍ​ຍັງ​ຢູ່ກັບ​ນາໂອມີ​ຕໍ່ໄປ.+

ຂໍຄວາມໄຂເງື່ອນ

ຫຼື​ອາດ​ແປ​ວ່າ “ເກັບ​ເຂົ້າ​ທີ່​ເຮ່ຍ​ຢູ່​ກອງ​ມັດ​ເຂົ້າ”
ຫຼື “ຈັບ​ບາຍ”
ແປ​ຕາມ​ໂຕ​ວ່າ “ກ້ອງ​ປີກ”
22 ລິດ. ເບິ່ງ​ພາກ​ຜະໜວກ ຂ14.
ເຂົ້າ​ຊະນິດໜຶ່ງ​ທີ່​ໃຊ້​ເຮັດ​ເຂົ້າຈີ່​ໄດ້