ປະຖົມມະການ 21:1-34
21 ພະເຢໂຫວາບໍ່ລືມຊາຣາ ແລະພະເຢໂຫວາໄດ້ເຮັດຕາມທີ່ສັນຍາໄວ້ກັບລາວ.+
2 ແລ້ວຊາຣາກໍຖືພາ+ແລະເກີດລູກຊາຍຕອນທີ່ອັບຣາຮາມເຖົ້າແລ້ວ ເຊິ່ງກົງກັບເວລາທີ່ພະເຈົ້າສັນຍາໄວ້ກັບອັບຣາຮາມ.+
3 ອັບຣາຮາມຕັ້ງຊື່ໃຫ້ລູກຊາຍທີ່ເກີດຈາກຊາຣາວ່າອີຊາກ.+
4 ອັບຣາຮາມໃຫ້ອີຊາກຮັບສິນຕັດ*ຕອນອາຍຸ 8 ມື້ ຄືກັບທີ່ພະເຈົ້າໄດ້ສັ່ງໄວ້.+
5 ຕອນທີ່ອີຊາກເກີດ ອັບຣາຮາມອາຍຸໄດ້ 100 ປີ.
6 ຫຼັງຈາກນັ້ນ ຊາຣາເວົ້າວ່າ: “ພະເຈົ້າເຮັດໃຫ້ຂ້ອຍຫົວ ເພາະທຸກຄົນທີ່ໄດ້ຍິນກໍພາກັນຫົວນຳຂ້ອຍ.”*
7 ຊາຣາເວົ້າຕື່ມວ່າ: “ໃຜຊິໄປຄິດວ່າຂ້ອຍຊິມີລູກໃຫ້ອັບຣາຮາມໄດ້. ແຕ່ຂ້ອຍກໍມີລູກໃຫ້ລາວຕອນທີ່ລາວເຖົ້າແລ້ວ.”
8 ເມື່ອອີຊາກໃຫຍ່ຂຶ້ນແລະເຊົາກິນນົມແມ່ແລ້ວ ອັບຣາຮາມກໍຈັດງານລ້ຽງໃຫຍ່ໃນມື້ທີ່ອີຊາກເຊົາກິນນົມແມ່.
9 ຊາຣາເຫັນວ່າລູກຊາຍຂອງອັບຣາຮາມທີ່ເກີດຈາກຮາກາ+ທີ່ເປັນຄົນເອຢິບໄດ້ເຍາະເຍີ້ຍອີຊາກ.+
10 ລາວກໍເລີຍໄປບອກອັບຣາຮາມວ່າ: “ໃຫ້ອ້າຍໄລ່ຄົນຮັບໃຊ້ກັບລູກຂອງລາວໜີເດີ້. ເພາະລູກຂອງລາວຈະບໍ່ໄດ້ຮັບມູນກັບອີຊາກລູກຂອງນ້ອງໄດ໋!”+
11 ເມື່ອໄດ້ຍິນຊາຣາເວົ້າແບບນັ້ນ ອັບຣາຮາມກໍບໍ່ພໍໃຈຫຼາຍ.+
12 ແຕ່ພະເຈົ້າບອກອັບຣາຮາມວ່າ: “ຢ່າໃຈຮ້າຍກັບຄຳເວົ້າຂອງຊາຣາກ່ຽວກັບອິດຊະມາເອນແລະຮາກາ. ໃຫ້ຟັງລາວ ເພາະວ່າຄົນທີ່ຈະຖືກເອີ້ນວ່າເປັນເຊື້ອສາຍຂອງເຈົ້າຈະມາທາງອີຊາກ.+
13 ສ່ວນລູກຊາຍຂອງທາດຍິງຄົນນີ້+ ກໍຈະມີລູກຫຼານຫຼາຍຈົນກາຍເປັນຊາດໜຶ່ງ+ ເພາະລາວກໍເປັນລູກຊາຍ*ຂອງເຈົ້າ.”
14 ອັບຣາຮາມກໍຕື່ນແຕ່ເຊົ້າ ກຽມເຂົ້າຈີ່ກັບຖົງໜັງໃສ່ນ້ຳ ແລ້ວພາດໃສ່ບ່າຂອງຮາກາ ແລະສົ່ງລາວກັບລູກຊາຍອອກຈາກເຮືອນ.+ ຮາກາຍ່າງໄປເລື້ອຍໆຈົນຮອດບ່ອນກັນດານໃນເຂດເບເອເຊບາ.+
15 ໃນທີ່ສຸດ ນ້ຳຢູ່ໃນຖົງໜັງກໍໝົດ ຮາກາເລີຍປະລູກໄວ້ຢູ່ກ້ອງຟຸ່ມໄມ້.
16 ຮາກາຍ່າງໄປນັ່ງຢູ່ຄົນດຽວໃນໄລຍະຍິງລູກທະນູຕົກ ເພາະລາວບອກວ່າ: “ຂ້ອຍບໍ່ຢາກເຫັນລູກຕາຍ.” ລາວກໍເລີຍໄປນັ່ງຢູ່ໄກໆແລະຮ້ອງໄຫ້ສຽງດັງ.
17 ຕໍ່ມາ ພະເຈົ້າໄດ້ຍິນສຽງຮ້ອງໄຫ້ຂອງອິດຊະມາເອນ.+ ແລ້ວທູດສະຫວັນຂອງພະເຈົ້າກໍເວົ້າກັບຮາກາຈາກສະຫວັນວ່າ:+ “ຮາກາ ເປັນຫຍັງຈຶ່ງຮ້ອງໄຫ້? ບໍ່ຕ້ອງຢ້ານເດີ້. ພະເຈົ້າໄດ້ຍິນສຽງລູກຊາຍຂອງເຈົ້າແລ້ວ.
18 ລຸກຂຶ້ນ ໄປໂຈມເອົາລູກແລະເບິ່ງແຍງລາວ ເພາະວ່າຂ້ອຍຈະໃຫ້ລູກຫຼານຂອງລາວກາຍເປັນຊາດໃຫຍ່.”+
19 ພະເຈົ້າກໍເລີຍເຮັດໃຫ້ຮາກາເຫັນນ້ຳສ້າງ ລາວຈຶ່ງຕັກນ້ຳໃສ່ຖົງໜັງແລ້ວເອົາໄປໃຫ້ລູກຊາຍກິນ.
20 ພະເຈົ້າເບິ່ງແຍງອິດຊະມາເອນ+ຈົນລາວໃຫຍ່. ລາວໃຊ້ຊີວິດໃນບ່ອນກັນດານແລະຮຽນວິທີຍິງທະນູເພື່ອລ່າສັດ.
21 ເຮືອນຂອງລາວຢູ່ບ່ອນກັນດານປາຣານ.+ ແມ່ຂອງລາວຫາຜູ້ຍິງຄົນເອຢິບມາໃຫ້ເປັນເມຍຂອງລາວ.
22 ຕອນນັ້ນ ອາບີເມເລັກກັບຟີໂກນທີ່ເປັນຫົວໜ້າທະຫານຂອງລາວເວົ້າກັບອັບຣາຮາມວ່າ: “ພະເຈົ້າຊ່ວຍເຫຼືອເຈົ້າທຸກຢ່າງ.+
23 ໃຫ້ເຈົ້າສາບານກັບຂ້ອຍຕໍ່ໜ້າພະເຈົ້າວ່າ ເຈົ້າຈະບໍ່ເຮັດຜິດຕໍ່ຂ້ອຍແລະລູກຫຼານຂອງຂ້ອຍ ແລະມີຄວາມຮັກທີ່ໝັ້ນຄົງຕໍ່ຂ້ອຍແລະຕໍ່ຄົນຂອງຂ້ອຍ ຄືກັບທີ່ຂ້ອຍມີຄວາມຮັກທີ່ໝັ້ນຄົງຕໍ່ເຈົ້າ.”+
24 ອັບຣາຮາມກໍເວົ້າວ່າ: “ຂ້ອຍຂໍສາບານ.”
25 ແຕ່ອັບຣາຮາມໄດ້ຈົ່ມໃຫ້ອາບີເມເລັກຟັງວ່າ ຄົນຮັບໃຊ້ຂອງລາວມາຕໍ່ສູ້ແລະຍາດເອົານ້ຳສ້າງໄປ.+
26 ອາບີເມເລັກຕອບວ່າ: “ຂ້ອຍບໍ່ຮູ້ນຳເດີ້. ເຈົ້າບໍ່ເຄີຍບອກຂ້ອຍເລີຍ. ຂ້ອຍຫາກໍຮູ້ຫວ່າງກີ້ນີ້.”
27 ອັບຣາຮາມໄດ້ເອົາແກະກັບງົວໃຫ້ອາບີເມເລັກ ແລ້ວທັງສອງຄົນກໍເຮັດສັນຍາກັນ.
28 ຕອນທີ່ອັບຣາຮາມແຍກແກະນ້ອຍໂຕແມ່ 7 ໂຕອອກຈາກຝູງ
29 ອາບີເມເລັກຖາມລາວວ່າ: “ເປັນຫຍັງເຈົ້າຈຶ່ງແຍກແກະນ້ອຍໂຕແມ່ 7 ໂຕນີ້ອອກຈາກໝູ່ມັນ?”
30 ອັບຣາຮາມຕອບວ່າ: “ໃຫ້ເຈົ້າເອົາແກະນ້ອຍໂຕແມ່ທັງ 7 ໂຕນີ້ນຳຂ້ອຍ ເພື່ອເຮັດໃຫ້ຄົນອື່ນຮູ້ວ່າຂ້ອຍເປັນຄົນຂຸດນ້ຳສ້າງນີ້.”
31 ບ່ອນນັ້ນຈຶ່ງຖືກເອີ້ນວ່າເບເອເຊບາ*+ ຍ້ອນທັງສອງຄົນໄດ້ສາບານຕໍ່ກັນ.
32 ເຂົາເຈົ້າເຮັດສັນຍາ+ກັນຢູ່ເບເອເຊບາ. ຫຼັງຈາກນັ້ນ ອາບີເມເລັກແລະຟີໂກນທີ່ເປັນຫົວໜ້າທະຫານຂອງລາວກໍກັບໄປແຜ່ນດິນພວກຟີລິດສະຕີນ.+
33 ແລ້ວອັບຣາຮາມກໍປູກຕົ້ນທາມາຣິກ*ໄວ້ທີ່ເບເອເຊບາ. ຢູ່ບ່ອນນັ້ນລາວໄດ້ສັນລະເສີນຊື່ພະເຢໂຫວາ+ ພະເຈົ້າຜູ້ມີຊີວິດຕະຫຼອດໄປ.+
34 ອັບຣາຮາມໄດ້ຢູ່ໃນແຜ່ນດິນຂອງພວກຟີລິດສະຕີນເປັນເວລາດົນ.+
ຂໍ ຄວາມ ໄຂ ເງື່ອນ
^ ຕັດໜັງຫຸ້ມປາຍອະໄວຍະວະເພດຊາຍ
^ ຫຼືອາດແປວ່າ “ຫົວໃສ່ຂ້ອຍ”
^ ແປຕາມໂຕວ່າ “ເຊື້ອສາຍ”
^ ອາດແປວ່າ “ນ້ຳສ້າງແຫ່ງຄຳສາບານ; ນ້ຳສ້າງເລກເຈັດ”
^ ຕົ້ນແປກຊະນິດໜຶ່ງ