ພວກຜູ້ຕັດສິນ 14:1-20
14 ແຊມຊັນໄປເມືອງຕິມນາ ແລະລາວເຫັນຜູ້ຍິງຟີລິດສະຕີນຄົນໜຶ່ງຢູ່ຫັ້ນ.
2 ລາວກັບໄປບອກພໍ່ແມ່ວ່າ: “ຜູ້ຍິງຟີລິດສະຕີນຄົນໜຶ່ງຢູ່ເມືອງຕິມນາຖືກໃຈລູກຫຼາຍ. ລູກຢາກໃຫ້ພໍ່ແມ່ໄປຂໍລາວມາເປັນເມຍລູກແດ່.”
3 ແຕ່ພໍ່ແມ່ເວົ້າກັບລາວວ່າ: “ບໍ່ມີຜູ້ຍິງຄົນໃດໃນພີ່ນ້ອງຂອງພວກເຮົາຫຼືໃນທົ່ວອິດສະຣາເອນທັງໝົດຖືກໃຈລູກແດ່ບໍ+ ລູກຈຶ່ງຊິເອົາຜູ້ຍິງຈາກພວກຟີລິດສະຕີນທີ່ບໍ່ໄດ້ນະມັດສະການພະເຈົ້າ*ມາເປັນເມຍ?” ແຊມຊັນເວົ້າກັບພໍ່ວ່າ: “ຈັ່ງໃດກໍໄປຂໍລາວມາໃຫ້ລູກແດ່ ເພາະຜູ້ຍິງຄົນນັ້ນເໝາະສົມກັບລູກ.”
4 ພໍ່ແມ່ຂອງລາວບໍ່ຮູ້ວ່າເລື່ອງນີ້ມາຈາກພະເຢໂຫວາ. ເພິ່ນຫາໂອກາດຈັດການພວກຟີລິດສະຕີນ ເພາະຕອນນັ້ນພວກຟີລິດສະຕີນປົກຄອງພວກອິດສະຣາເອນຢູ່.+
5 ແລ້ວແຊມຊັນກໍລົງໄປເມືອງຕິມນາກັບພໍ່ແມ່. ເມື່ອລາວໄປຮອດສວນໝາກລະແຊັງຢູ່ຕິມນາ ກໍມີສິງໂຕໜຶ່ງມາແຜດສຽງໃສ່ລາວ.
6 ພະເຢໂຫວາໄດ້ໃຫ້ພະລັງຂອງເພິ່ນກັບແຊມຊັນ.+ ລາວຈຶ່ງເອົາມືຈີກສິງໂຕນັ້ນຂາດເຄິ່ງຄືກັບຈີກໂຕແບ້ນ້ອຍ. ແຕ່ລາວບໍ່ໄດ້ບອກເລື່ອງນີ້ກັບພໍ່ແມ່.
7 ລາວໄປຫາຜູ້ຍິງຟີລິດສະຕີນຄົນນັ້ນແລະລົມກັນ. ລາວຍັງຄິດວ່າຜູ້ຍິງຄົນນັ້ນເໝາະສົມກັບລາວຢູ່.+
8 ຕໍ່ມາ ຕອນທີ່ແຊມຊັນໄປຮັບຜູ້ຍິງຄົນນັ້ນເພື່ອເອົາມາເປັນເມຍ+ ລາວກໍໄປເບິ່ງຊາກຂອງສິງໂຕນັ້ນ. ລາວເຫັນຮັງເຜີ້ງຢູ່ໃນຊາກຂອງໂຕສິງແລະມີນ້ຳເຜີ້ງຢູ່ຫັ້ນນຳ.
9 ລາວກໍເອົາມືຈົກເອົານ້ຳເຜີ້ງ ແລ້ວກໍກິນໄປນຳຍ່າງໄປນຳ. ເມື່ອຍ່າງໄປຮອດພໍ່ແມ່ ລາວກໍເອົາໃຫ້ພໍ່ແມ່ກິນນຳ. ແຕ່ລາວບໍ່ໄດ້ບອກພໍ່ແມ່ວ່າລາວເອົານ້ຳເຜີ້ງມາຈາກຊາກຂອງໂຕສິງ.
10 ແຊມຊັນກັບພໍ່ກໍໄປຫາຜູ້ຍິງຄົນນັ້ນ. ແຊມຊັນໄດ້ຈັດງານລ້ຽງຢູ່ຫັ້ນ ເພາະມັນເປັນທຳນຽມທີ່ເຈົ້າບ່າວຕ້ອງເຮັດ.
11 ເມື່ອຄອບຄົວຂອງເຈົ້າສາວເຫັນແຊມຊັນ ເຂົາເຈົ້າກໍຫາຜູ້ຊາຍ 30 ຄົນມາໃຫ້ເປັນໝູ່ເຈົ້າບ່າວ.
12 ແຊມຊັນເວົ້າກັບໝູ່ເຈົ້າບ່າວວ່າ: “ຂ້ອຍມີແນວທວາຍມາທວາຍພວກເຈົ້າ. ຖ້າຜູ້ໃດຕອບຖືກໃນໄລຍະງານລ້ຽງ 7 ມື້ນີ້ ຂ້ອຍຈະເອົາເສື້ອໂຕທາງໃນທີ່ເຮັດຈາກຜ້າລີນິນ 30 ໂຕກັບເສື້ອໂຕທາງນອກ 30 ໂຕມາໃຫ້ພວກເຈົ້າ.
13 ແຕ່ຖ້າພວກເຈົ້າຕອບບໍ່ໄດ້ ພວກເຈົ້າຕ້ອງເອົາເສື້ອໂຕທາງໃນທີ່ເຮັດຈາກຜ້າລີນິນ 30 ໂຕກັບເສື້ອໂຕທາງນອກ 30 ໂຕມາໃຫ້ຂ້ອຍ.” ພວກເຂົາກໍເວົ້າວ່າ: “ທວາຍມາໂລດ. ມັນແມ່ນຫຍັງ?”
14 ແຊມຊັນກໍທວາຍພວກເຂົາວ່າ:
“ຂອງກິນອີ່ຫຍັງທີ່ມາຈາກຜູ້ກິນແລະອີ່ຫຍັງທີ່ຫວານໆມາຈາກຜູ້ທີ່ແຂງແຮງ?”+
ສາມມື້ຜ່ານໄປແລ້ວ ພວກເຂົາກໍຍັງຕອບບໍ່ໄດ້.
15 ເມື່ອຮອດມື້ທີ 4 ພວກເຂົາກໍມາຫາເມຍຂອງແຊມຊັນແລະເວົ້າວ່າ: “ເຈົ້າຕ້ອງໄປລໍ້ເອົາຄຳຕອບຈາກຜົວຂອງເຈົ້າ+ມາບອກພວກເຮົາ. ຄັນບໍ່ຊັ້ນ ພວກເຮົາຈະເຜົາເຈົ້າກັບຄົນໃນເຮືອນຂອງພໍ່ເຈົ້າຖິ້ມຈົນໝົດ. ເຈົ້າເຊີນພວກເຮົາມາເພື່ອຫວັງຊິເອົາຊັບສົມບັດຂອງພວກເຮົານິຫວະ?”
16 ແລ້ວເມຍຂອງແຊມຊັນກໍໄຫ້ສະອຶກສະອື້ນມາຫາລາວແລະເວົ້າວ່າ: “ອ້າຍຄືຊິຊັງນ້ອງແຮງເນາະ. ອ້າຍບໍ່ຮັກນ້ອງເລີຍ.+ ອ້າຍຕັ້ງຄຳທວາຍກັບຄົນຂອງນ້ອງ ແຕ່ພັດບໍ່ບອກໃຫ້ນ້ອງຮູ້.” ແຊມຊັນຕອບເມຍວ່າ: “ຂະໜາດພໍ່ກັບແມ່ ອ້າຍຍັງບໍ່ບອກ ເປັນຫຍັງອ້າຍຕ້ອງບອກນ້ອງ?”
17 ເມຍຂອງແຊມຊັນຮ້ອງໄຫ້ບໍ່ເຊົາໄປຈົນຮອດມື້ທີ 7 ຂອງງານລ້ຽງ. ສຸດທ້າຍ ແຊມຊັນກໍບອກຄຳຕອບໃຫ້ເມຍຮູ້ໃນມື້ທີ 7 ຍ້ອນເມຍຊູຊີລາວບໍ່ເຊົາ. ແລ້ວເມຍຂອງແຊມຊັນກໍເອົາຄຳຕອບໄປບອກໃຫ້ຄົນຂອງລາວຮູ້.+
18 ໃນມື້ທີ 7 ກ່ອນຕາເວັນຕົກດິນ* ພວກຜູ້ຊາຍໃນເມືອງນັ້ນກໍມາຕອບແຊມຊັນວ່າ:
“ຊິມີຫຍັງຫວານກວ່ານ້ຳເຜີ້ງແລະຊິມີຫຍັງແຂງແຮງກວ່າໂຕສິງ.”+
ແຊມຊັນເວົ້າກັບເຂົາເຈົ້າວ່າ:
“ຄັນເມຍຂ້ອຍບໍ່ຊ່ວຍ*+ພວກເຈົ້າຄືຊິຕອບບໍ່ຖືກດອກ.”
19 ແລ້ວພະເຢໂຫວາໄດ້ໃຫ້ພະລັງຂອງເພິ່ນກັບແຊມຊັນ.+ ລາວໄດ້ລົງໄປເມືອງອາຊະກາໂລນ+ ແລະຂ້າຄົນໃນເມືອງນັ້ນ 30 ຄົນເພື່ອຊິເອົາເສື້ອຂອງພວກນັ້ນໄປໃຫ້ຄົນທີ່ຕອບຄຳທວາຍຖືກ.+ ລາວກັບເມືອເຮືອນພໍ່ແບບໃຈຮ້າຍແຮງ.
20 ສ່ວນເມຍຂອງແຊມຊັນ+ກໍຖືກຍົກໃຫ້ເປັນເມຍຂອງໝູ່ເຈົ້າບ່າວຄົນໜຶ່ງ.+
ຂໍ ຄວາມ ໄຂ ເງື່ອນ
^ ແປຕາມໂຕວ່າ “ບໍ່ໄດ້ຮັບສິນຕັດ”
^ ຫຼືອາດແປວ່າ “ກ່ອນທີ່ລາວຈະເຂົ້າໄປໃນຫ້ອງຂອງເມຍ”
^ ແປຕາມໂຕວ່າ “ຖ້າພວກເຈົ້າບໍ່ໄດ້ເອົາງົວໂຕແມ່ຂອງຂ້ອຍໄປໄຖນາ”