ພວກຜູ້ຕັດສິນ 19:1-30
-
ຄົນໃນຕະກູນເບັນຢາມິນຂົ່ມຂືນແລະທຳຮ້າຍຜູ້ຍິງຄົນໜຶ່ງຢູ່ເມືອງກີເບອາ (1-30)
19 ໃນສະໄໝທີ່ພວກອິດສະຣາເອນຍັງບໍ່ທັນມີກະສັດເທື່ອ+ ມີຄົນເລວີຄົນໜຶ່ງອາໄສຢູ່ບ່ອນຫ່າງໄກສອກຫຼີກໃນເຂດພູຂອງເອຟຣາຢິມ.+ ລາວໄດ້ເອົາຜູ້ຍິງຄົນໜຶ່ງຈາກເມືອງເບັດເລເຮັມ+ໃນເຂດຂອງຢູດາມາເປັນເມຍນ້ອຍ.
2 ແຕ່ເມຍນ້ອຍບໍ່ໄດ້ສັດຊື່ແລະນອກໃຈຜົວ. ລາວໜີໄປຢູ່ນຳພໍ່ໃນເມືອງເບັດເລເຮັມໃນເຂດຢູດາແລະຢູ່ຫັ້ນ 4 ເດືອນ.
3 ຜົວຈຶ່ງໄປນຳເມຍນ້ອຍໃຫ້ກັບມາຢູ່ນຳຄືເກົ່າ. ລາວໄປກັບຄົນຮັບໃຊ້ແລະເອົາລາ 2 ໂຕໄປນຳ. ເມື່ອລາວໄປຮອດເຮືອນຂອງພໍ່ເຖົ້າ ເມຍກໍພາລາວເຂົ້າໄປໃນເຮືອນ ແລະພໍ່ເຖົ້າກໍດີໃຈຫຼາຍທີ່ເຫັນລູກເຂີຍ.
4 ພໍ່ເຖົ້າກໍເລີຍຊວນລູກເຂີຍໃຫ້ພັກຢູ່ຫັ້ນ 3 ຄືນ. ເຂົາເຈົ້າພາກັນກິນແລະດື່ມ ແລ້ວລາວກໍຄ້າງຄືນຢູ່ຫັ້ນ.
5 ເມື່ອຮອດມື້ທີ 4 ເຂົາເຈົ້າກໍລຸກແຕ່ເຊົ້າເພື່ອຊິອອກເດີນທາງ. ແຕ່ພໍ່ເຖົ້າເວົ້າກັບລູກເຂີຍວ່າ: “ກິນອີ່ຫຍັງຈັກໜ້ອຍກ່ອນບໍ່ລູກ? ໃຫ້ມີເຫື່ອມີແຮງແລ້ວຄ່ອຍໄປ.”
6 ເຂົາເຈົ້າກໍພາກັນກິນແລະດື່ມອີກ. ຫຼັງຈາກນັ້ນ ພໍ່ເຖົ້າເວົ້າກັບລູກເຂີຍວ່າ: “ນອນຢູ່ພີ້ຕໍ່ອີກຈັກຄືນໜຶ່ງກ່ອນກະໄດ້ ບໍ່ຕ້ອງເກງໃຈ.”
7 ເມື່ອລູກເຂີຍຊິລຸກຂຶ້ນລາພໍ່ເຖົ້າ ພໍ່ເຖົ້າກໍອ້ອນວອນໃຫ້ລາວພັກຄ້າງຄືນອີກຄືນໜຶ່ງ.
8 ເມື່ອຮອດມື້ທີ 5 ລາວກໍຕື່ນແຕ່ເຊົ້າເພື່ອຊິອອກເດີນທາງ. ແຕ່ພໍ່ເຖົ້າມາເວົ້າກັບລາວວ່າ: “ກິນອີ່ຫຍັງຈັກໜ້ອຍກ່ອນເພື່ອຊິໄດ້ມີເຫື່ອມີແຮງ.” ລາວກັບເມຍຈຶ່ງນັ່ງກິນເຂົ້າແລະຢູ່ຫັ້ນຕໍ່ຈົນເກືອບຮອດແລງ.
9 ເມື່ອລູກເຂີຍຊິພາເມຍກັບຄົນຮັບໃຊ້ອອກເດີນທາງ ພໍ່ເຖົ້າກໍມາເວົ້າກັບລາວວ່າ: “ຕອນນີ້ ມັນກະແລງແລ້ວ. ນອນຢູ່ພີ້ກ່ອນ ອອກໄປມັນກໍກະເທີນ. ມັນໃກ້ຊິໝົດມື້ແລ້ວ ພັກຢູ່ນີ້ອີກຈັກຄືນກ່ອນ ບໍ່ຕ້ອງເກງໃຈ. ມື້ອື່ນຈຶ່ງຕື່ນແຕ່ເຊົ້າໆ ແລ້ວອອກເດີນທາງເມືອເຮືອນຂອງລູກ.”
10 ແຕ່ລູກເຂີຍບໍ່ຍອມຢູ່ຕໍ່. ລາວພາເມຍນ້ອຍກັບຄົນຮັບໃຊ້ແລະລາ 2 ໂຕອອກເດີນທາງໄປຈົນຮອດເມືອງເຢບຸດ ເຊິ່ງເປັນອີກຊື່ໜຶ່ງຂອງເມືອງເຢຣູຊາເລັມ.+
11 ເມື່ອເຂົາເຈົ້າໃກ້ຊິຮອດເມືອງເຢບຸດມັນກໍເລີ່ມມືດແລ້ວ ຄົນຮັບໃຊ້ຈຶ່ງຖາມນາຍວ່າ: “ພວກເຮົາຢຸດແລະພັກຄ້າງຄືນຢູ່ເມືອງເຢບຸດກ່ອນດີບໍ?”
12 ແຕ່ນາຍຕອບວ່າ: “ພວກເຮົາຊິບໍ່ພັກຢູ່ເມືອງທີ່ບໍ່ແມ່ນເມືອງຂອງຄົນອິດສະຣາເອນ. ພວກເຮົາຈະເດີນທາງຕໍ່ໄປຈົນຮອດເມືອງກີເບອາ.”+
13 ລາວເວົ້າກັບຄົນຮັບໃຊ້ອີກວ່າ: “ໄປ໋ ພວກເຮົາຈະພະຍາຍາມໄປພັກຢູ່ເມືອງກີເບອາຫຼືບໍ່ກໍເມືອງຣາມາ.”+
14 ເຂົາເຈົ້າຈຶ່ງເດີນທາງຕໍ່ໄປ. ເມື່ອໃກ້ຊິຮອດເມືອງກີເບອາທີ່ຢູ່ເຂດຂອງຕະກູນເບັນຢາມິນ ຕາເວັນກໍເລີ່ມຕົກດິນແລ້ວ.
15 ເຂົາເຈົ້າຈຶ່ງແວ່ເຂົ້າໄປພັກຄ້າງຄືນຢູ່ເມືອງກີເບອາ. ເມື່ອເຂົ້າໄປ ເຂົາເຈົ້າກໍໄປນັ່ງຢູ່ເດີ່ນຂອງເມືອງ ແຕ່ບໍ່ມີຜູ້ໃດຊວນເຂົາເຈົ້າໄປພັກຢູ່ເຮືອນນຳ.+
16 ໃນທີ່ສຸດກໍມີພໍ່ຕູ້ຄົນໜຶ່ງທີ່ກັບມາແຕ່ເຮັດວຽກຢູ່ທົ່ງນາ. ລາວເປັນຄົນທີ່ມາຈາກເຂດພູຂອງເອຟຣາຢິມ+ ແຕ່ມາຢູ່ເມືອງກີເບອາເຊິ່ງເປັນເມືອງຂອງຄົນເບັນຢາມິນ.+
17 ເມື່ອລາວເຫັນເຂົາເຈົ້າຖ້າຢູ່ເດີ່ນຂອງເມືອງ ລາວກໍຖາມວ່າ: “ພວກເຈົ້າມາແຕ່ໃສແລະຊິໄປໃສ?”
18 ຄົນເລວີຄົນນັ້ນຕອບວ່າ: “ພວກເຮົາເດີນທາງມາຈາກເມືອງເບັດເລເຮັມໃນເຂດຢູດາ.+ ພວກເຮົາກຳລັງຊິໄປວິຫານ*ຂອງພະເຢໂຫວາ* ແລ້ວກໍຊິເມືອເຮືອນຂອງຂ້ອຍ. ຂ້ອຍຢູ່ບ່ອນທີ່ຫ່າງໄກສອກຫຼີກໃນເຂດພູຂອງເອຟຣາຢິມ.
19 ພວກເຮົາມີເຟືອງກັບຫຍ້າພໍສຳລັບລາ+ ແລະມີເຂົ້າຈີ່+ກັບເຫຼົ້າແວງພໍສຳລັບຂ້ອຍ ເມຍ ແລະຄົນຮັບໃຊ້ຂອງຂ້ອຍແລ້ວ ຍັງຂາດແຕ່ບ່ອນພັກຊື່ໆ.”
20 ພໍ່ຕູ້ຈຶ່ງເວົ້າວ່າ: “ມາເປັນແຂກຂອງຂ້ອຍເດີ້. ຂ້ອຍຊິເບິ່ງແຍງພວກເຈົ້າເອງ. ຢ່າພັກຄ້າງຄືນຢູ່ເດີ່ນຂອງເມືອງເລີຍ.”
21 ແລ້ວພໍ່ຕູ້ຄົນນັ້ນກໍພາເຂົາເຈົ້າໄປພັກຢູ່ເຮືອນຂອງລາວ ແລະເອົາຫຍ້າໃຫ້ລາກິນນຳ. ເຂົາເຈົ້າໄດ້ລ້າງຕີນ ແລະກໍພາກັນກິນແລະດື່ມນຳກັນ.
22 ຕອນທີ່ເຂົາເຈົ້າກຳລັງມ່ວນຊື່ນຢູ່ນັ້ນ ພວກຜູ້ຊາຍຂອງເມືອງນັ້ນທີ່ເປັນຄົນຊົ່ວກໍມາລ້ອມເຮືອນຂອງພໍ່ຕູ້ ທຸບປະຕູແລະຮ້ອງໃສ່ບໍ່ຢຸດບໍ່ເຊົາວ່າ: “ເອົາຜູ້ຊາຍທີ່ມາພັກຢູ່ເຮືອນຂອງເຈົ້າອອກມາດຽວນີ້. ພວກເຮົາຊິນອນນຳລາວ.”+
23 ຜູ້ຊາຍທີ່ເປັນເຈົ້າຂອງເຮືອນກໍອອກມາບອກພວກເຂົາວ່າ: “ຢ່າເຮັດຊົ່ວແນວນີ້ເລີຍ ຂ້ອຍຂໍນຳ. ຜູ້ຊາຍຄົນນີ້ເປັນແຂກຂອງຂ້ອຍ. ຢ່າເຮັດແນວຊົ່ວໆແບບນີ້ເລີຍ.
24 ເອົາແນວນີ້ບໍ? ຂ້ອຍມີລູກສາວຄົນໜຶ່ງທີ່ຍັງບໍລິສຸດຢູ່ ແລະເມຍນ້ອຍຂອງຜູ້ຊາຍຄົນນີ້ກໍຢູ່ນີ້. ຂ້ອຍຊິເອົາເຂົາເຈົ້າອອກມາໃຫ້ພວກເຈົ້າ. ພວກເຈົ້າຢາກເຮັດຫຍັງກັບເຂົາເຈົ້າກໍໄດ້.+ ແຕ່ຢ່າເຮັດແນວຊົ່ວໆກັບຜູ້ຊາຍຄົນນີ້ເລີຍ.”
25 ແຕ່ພວກນັ້ນບໍ່ຍອມຟັງ. ຄົນເລວີກໍເລີຍໃຫ້ເມຍນ້ອຍ+ຂອງໂຕເອງອອກໄປຫາພວກນັ້ນ. ພວກເຂົາກໍຂົ່ມຂືນແລະທຳຮ້າຍເມຍຂອງລາວໝົດຄືນ ແລ້ວກໍປ່ອຍກັບມາຕອນໃກ້ຊິແຈ້ງ.
26 ແລ້ວຜູ້ຍິງຄົນນັ້ນກໍມາລົ້ມລົງຢູ່ໜ້າປະຕູເຮືອນຂອງພໍ່ຕູ້ທີ່ຜົວຂອງລາວພັກຄ້າງຄືນຢູ່ຫັ້ນ. ລາວນອນຢູ່ຫັ້ນຈົນແຈ້ງ.
27 ເມື່ອຜົວ*ຂອງລາວຕື່ນຂຶ້ນມາໃນຕອນເຊົ້າ ແລະເປີດປະຕູເຮືອນເພື່ອຊິກຽມໂຕອອກເດີນທາງຕໍ່ ລາວກໍເຫັນເມຍຂອງໂຕເອງນອນຢູ່ໜ້າປະຕູເຮືອນ ແລະເອົາມືທັງສອງເບື້ອງພາດຢູ່ພັກປະຕູ.
28 ລາວເວົ້າກັບເມຍວ່າ: “ລຸກຂຶ້ນ ໄປ໋ ເມືອເຮືອນຂອງເຮົາ.” ແຕ່ກໍບໍ່ມີສຽງຕອບ ຍ້ອນເມຍຂອງລາວຕາຍແລ້ວ. ລາວຈຶ່ງອູ້ມສົບເມຍພາດຂຶ້ນເທິງຫຼັງລາ ແລ້ວກໍອອກເດີນທາງກັບເມືອເຮືອນຂອງລາວ.
29 ເມື່ອມາຮອດເຮືອນ ລາວກໍເອົາມີດມາຕັດສົບຂອງເມຍນ້ອຍອອກເປັນຕ່ອນໆ ທັງໝົດ 12 ຕ່ອນ ແລ້ວສົ່ງແຕ່ລະຕ່ອນໄປໃຫ້ແຕ່ລະຕະກູນຂອງອິດສະຣາເອນ.
30 ທຸກຄົນທີ່ເຫັນກໍພາກັນເວົ້າວ່າ: “ຕັ້ງແຕ່ຄົນອິດສະຣາເອນອອກມາຈາກເອຢິບຈົນຮອດທຸກມື້ນີ້ ຍັງບໍ່ເຄີຍມີເຫດການແບບນີ້ເກີດຂຶ້ນຈັກເທື່ອ. ໃຫ້ພວກເຮົາມາລົມກັນວ່າຊິເຮັດແນວໃດດີ.”+
ຂໍ ຄວາມ ໄຂ ເງື່ອນ
^ ຫຼືອາດແປວ່າ “ຂ້ອຍຮັບໃຊ້ຢູ່ວິຫານຂອງພະເຢໂຫວາ”
^ ແປຕາມໂຕວ່າ “ເຮືອນ”
^ ຫຼື “ເຈົ້ານາຍ”