ພວກ​ຜູ້ຕັດສິນ 9:1-57

  • ອາບີເມເລັກ​ເປັນ​ກະສັດ​ເມືອງ​ເຊເຄັມ (1-​6)

  • ຕົວຢ່າງ​ປຽບ​ທຽບ​ຂອງ​ໂຢທາມ (7-​21)

  • ການ​ປົກຄອງ​ທີ່​ໂຫດ​ຮ້າຍ​ຂອງ​ອາບີເມເລັກ (22-​33)

  • ອາບີເມເລັກ​ຂ້າ​ຄົນ​ຢູ່​ເມືອງ​ເຊເຄັມ​ຢ່າງ​ໂຫດ​ຮ້າຍ (34-​49)

  • ອາບີເມເລັກ​ຖືກ​ຜູ້​ຍິງ​ທຳ​ຮ້າຍ; ລາວ​ຕາຍ (50-​57)

9  ຕໍ່ມາ ອາບີເມເລັກ​+ລູກ​ຊາຍ​ຂອງ​ເຢຣຸບບາອານ​ກໍ​ໄປ​ຫາ​ພີ່​ນ້ອງ​ຂອງ​ແມ່​ທີ່​ຢູ່​ເມືອງ​ເຊເຄັມ. ລາວ​ເວົ້າ​ກັບ​ເຂົາ​ເຈົ້າ​ແລະ​ທຸກ​ຄົນ​ໃນ​ຈຸ້ມເຈື້ອ​ຂອງ​ພໍ່​ຕູ້​ວ່າ:  “ໃຫ້​ຖາມ​ພວກ​ຜູ້​ນຳ*ທັງ​ໝົດ​ໃນ​ເມືອງ​ເຊເຄັມ​ວ່າ ‘ແບບ​ໃດ​ມັນ​ຊິ​ດີ​ກວ່າ​ກັນ ໃຫ້​ລູກ​ຊາຍ​ຂອງ​ເຢຣຸບບາອານ 70 ຄົນ+ປົກຄອງ ຫຼື​ໃຫ້​ຄົນ​ດຽວ​ປົກຄອງ​ພວກ​ເຈົ້າ? ຢ່າ​ລືມ​ເດີ້​ວ່າ​ຂ້ອຍ​ເປັນສາຍ​ເລືອດ​ດຽວ​ກັນກັບພວກ​ເຈົ້າ.’”*  ພີ່​ນ້ອງ​ທາງ​ແມ່​ຈຶ່ງ​ໄປ​ເວົ້າ​ກັບ​ພວກ​ຜູ້​ນຳ​ໃນ​ເມືອງ​ເຊເຄັມ​ແທນ​ລາວ. ພວກ​ຜູ້​ນຳ​ເມືອງ​ເຊເຄັມ​ກໍ​ຕັດສິນ​ໃຈ​ຕິດ​ຕາມ​ອາບີເມເລັກ ຍ້ອນ​ເຂົາ​ເຈົ້າ​ເວົ້າ​ວ່າ: “ອາບີເມເລັກ​ກໍ​ເປັນ​ພີ່​ນ້ອງ​ຂອງ​ພວກ​ເຮົາ.”  ແລ້ວ​ເຂົາ​ເຈົ້າ​ກໍເອົາເງິນ 70 ເຊເກນ*ຈາກ​ວິຫານ​ຂອງ​ບາອານ​ເບຣິດ​+ໃຫ້​ອາບີເມເລັກ. ອາບີເມເລັກ​ກໍ​ເອົາ​ເງິນ​ນັ້ນ​ໄປ​ຈ້າງ​ພວກ​ນັກເລງ​ໃຫ້​ຕິດ​ຕາມ​ລາວ.  ຈາກ​ນັ້ນ ລາວ​ກໍ​ໄປ​ບ້ານ​ຂອງ​ພໍ່​ລາວ​ຢູ່​ໂອຟຣາ+ ແລະ​ຂ້າ​ພວກ​ອ້າຍນ້ອງ​ຂອງ​ໂຕເອງ+ 70 ຄົນ​ຢູ່​ເທິງ​ຫີນ​ກ້ອນ​ດຽວ. ເຂົາ​ເຈົ້າ​ເປັນ​ລູກ​ຊາຍ​ຂອງ​ເຢຣຸບບາອານ. ມີ​ແຕ່​ໂຢທາມ​ລູກ​ຊາຍ​ຫຼ້າ​ຄົນ​ດຽວ​ຂອງ​ເຢຣຸບບາອານ​ທີ່​ລອດ​ຊີວິດ ຍ້ອນ​ລາວ​ໜີ​ໄປ​ລີ້​ກ່ອນ.  ພວກ​ຜູ້​ນຳ​ທັງ​ໝົດ​ຂອງ​ເມືອງ​ເຊເຄັມ​ແລະ​ທຸກ​ຄົນ​ທີ່​ຢູ່​ປ້ອມ​ເບັດມິນໂລ​ກໍ​ມາ​ປະຊຸມ​ກັນ​ຢູ່​ເສົາ​ຕົ້ນ​ໜຶ່ງ​ທີ່​ຢູ່​ໃກ້​ຕົ້ນ​ໄມ້​ໃຫຍ່​ໃນ​ເມືອງເຊເຄັມ ແລະ​ເຂົາ​ເຈົ້າ​ໄດ້​ແຕ່ງຕັ້ງ​ອາບີເມເລັກ​ເປັນ​ກະສັດ+ຢູ່​ຫັ້ນ.  ເມື່ອ​ມີ​ຄົນ​ໄປ​ບອກ​ເລື່ອງ​ນີ້​ໃຫ້​ໂຢທາມ​ຮູ້. ລາວ​ກໍ​ຟ້າວ​ຂຶ້ນ​ໄປ​ຈອມ​ພູ​ເກຣີຊີມ+ ແລະ​ຮ້ອງ​ດັງ​ໆ​ໃສ່​ພວກ​ນັ້ນ​ວ່າ: “ພວກ​ຜູ້​ນຳ​ຂອງ​ເມືອງ​ເຊເຄັມ​ເອີ້ຍ ຟັງ​ຂ້ອຍ​ເດີ້. ແລ້ວ​ພະເຈົ້າ​ຊິ​ຟັງ​ພວກ​ເຈົ້າ.  ມີ​ເທື່ອ​ໜຶ່ງ​ຕົ້ນ​ໄມ້​ຕ່າງ​ໆ​ໄດ້​ອອກ​ໄປເພື່ອ​ແຕ່ງຕັ້ງ​ກະສັດ​ມາ​ປົກຄອງ​ໂຕເອງ. ເຂົາ​ເຈົ້າ​ກໍ​ເລີຍ​ໄປ​ເວົ້າ​ກັບ​ຕົ້ນ​ໝາກກອກ​ວ່າ ‘ມາ​ປົກຄອງ​ພວກ​ເຮົາ​ແດ່.’+  ແຕ່​ຕົ້ນ​ໝາກກອກ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ ‘ຖ້າ​ຂ້ອຍ​ເປັນ​ກະສັດ* ຂ້ອຍ​ກໍ​ຈະ​ບໍ່​ໄດ້​ຜະລິດ​ນ້ຳມັນ​ທີ່​ໃຊ້​ເພື່ອ​ໃຫ້​ກຽດ​ພະເຈົ້າ​ແລະ​ໃຫ້​ກຽດ​ມະນຸດ. ຂ້ອຍ​ບໍ່​ຢາກ​ເປັນ​ດອກ!’ 10  ແລ້ວ​ຕົ້ນ​ໄມ້​ຕ່າງ​ໆ​ກໍ​ໄປ​ເວົ້າ​ກັບ​ຕົ້ນ​ໝາກເດື່ອ​ວ່າ ‘ຂໍ​ໃຫ້​ມາປົກຄອງພວກ​ເຮົາ​ແດ່.’ 11  ແຕ່​ຕົ້ນ​ໝາກເດື່ອ​ກໍ​ຕອບ​ເຂົາ​ເຈົ້າ​ວ່າ ‘ຊິ​ໃຫ້​ຂ້ອຍ​ເຊົາ​ເກີດ​ໝາກ​ຫວານ​ໆ​ແຊບ​ໆ​ ແລ້ວ​ໄປ​ປົກຄອງ​ຕົ້ນ​ໄມ້​ອື່ນ​ໆ​*ໄດ້​ແນວ​ໃດ?’ 12  ຕໍ່ມາ ຕົ້ນ​ໄມ້​ຕ່າງ​ໆ​ກໍ​ໄປ​ເວົ້າ​ກັບ​ຕົ້ນ​ໝາກ​ລະແຊັງ​ວ່າ ‘ຂໍ​ໃຫ້​ມາ​ປົກຄອງ​ພວກ​ເຮົາ​ແດ່.’ 13  ແຕ່​ຕົ້ນ​ໝາກ​ລະແຊັງ​ຕອບ​ວ່າ ‘ຊິ​ໃຫ້​ຂ້ອຍ​ເຊົາ​ຜະລິດ​ເຫຼົ້າແວງ​ໃໝ່​ທີ່​ເຮັດ​ໃຫ້​ພະເຈົ້າ​ແລະ​ມະນຸດ​ມີ​ຄວາມ​ສຸກ ແລ້ວ​ໄປ​ປົກຄອງ​ຕົ້ນ​ໄມ້​ອື່ນ​ໆ​ຊັ້ນ​ເບາະ!’ 14  ສຸດ​ທ້າຍ ຕົ້ນ​ໄມ້​ຕ່າງ​ໆ​ກໍ​ໄປ​ເວົ້າ​ກັບ​ຕົ້ນ​ໜາມ​ວ່າ ‘ໃຫ້​ມາ​ປົກຄອງ​ພວກ​ເຮົາ​ແດ່.’+ 15  ແລ້ວ​ຕົ້ນ​ໜາມ​ກໍ​ຕອບ​ຕົ້ນ​ໄມ້​ຕ່າງ​ໆ​ວ່າ ‘ຖ້າ​ພວກ​ເຈົ້າ​ຈະ​ແຕ່ງຕັ້ງ​ຂ້ອຍ​ໃຫ້​ເປັນ​ກະສັດ​ປົກຄອງ​ພວກ​ເຈົ້າ​ແທ້​ໆ​ກໍ​ໃຫ້​ມາ​ລີ້​ໄພ​ຢູ່​ກ້ອງ​ຮົ່ມ​ຂອງ​ຂ້ອຍ. ແຕ່​ຖ້າ​ບໍ່​ມາ ໄຟ​ກໍ​ຊິ​ອອກ​ມາ​ຈາກ​ຟຸ່ມ​ໜາມ ແລ້ວ​ໄປ​ເຜົາ​ຕົ້ນ​ຊີດ້າ*ຂອງ​ເລບານອນ.’ 16  ພວກ​ເຈົ້າ​ຄິດ​ໄດ້​ແນວ​ໃດ​ວ່າ​ການ​ແຕ່ງຕັ້ງ​ອາບີເມເລັກ​ໃຫ້​ເປັນ​ກະສັດ​ເປັນ​ສິ່ງ​ທີ່ຖືກຕ້ອງ​ແລະ​ມີ​ກຽດ?+ ພວກ​ເຈົ້າ​ຄິດ​ວ່າ​ການ​ເຮັດ​ແນວ​ນີ້​ເປັນ​ການ​ເຮັດ​ດີ​ແລະ​ນັບ​ຖື​ເຢຣຸບບາອານ​ກັບ​ຄອບຄົວ​ຂອງ​ເພິ່ນ​ບໍ? ພວກ​ເຈົ້າ​ບໍ່​ຄວນ​ເຮັດ​ແນວ​ນີ້​ກັບ​ເພິ່ນ​ເລີຍ. 17  ຕອນ​ທີ່​ພໍ່​ຂອງ​ຂ້ອຍ​ຕໍ່ສູ້​ເພື່ອ​ພວກ​ເຈົ້າ+ ເພິ່ນ​ໄດ້​ສ່ຽງ​ຊີວິດ​ເພື່ອ​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ​ຈາກ​ມື​ຂອງ​ພວກ​ມີດີອານ.+ 18  ແຕ່​ມື້​ນີ້​ພວກ​ເຈົ້າ​ໄດ້​ຕໍ່ສູ້​ຄອບຄົວ​ຂອງ​ພໍ່​ຂ້ອຍ ແລະ​ຂ້າ​ລູກ​ຊາຍ​ຂອງ​ເພິ່ນ 70 ຄົນ​ເທິງ​ຫີນ​ກ້ອນ​ດຽວ.+ ແລ້ວ​ພວກ​ເຈົ້າ​ກໍ​ແຕ່ງຕັ້ງ​ອາບີເມເລັກ​ທີ່​ເປັນ​ລູກ​ຊາຍ​ຂອງ​ທາດ​ທີ່​ເປັນ​ເມຍ​ຂອງ​ພໍ່​ຂ້ອຍ+ໃຫ້​ປົກຄອງ​ພວກ​ຜູ້​ນຳ​ຂອງ​ເມືອງ​ເຊເຄັມ ຍ້ອນ​ເຫັນ​ວ່າ​ລາວ​ເປັນ​ພີ່​ນ້ອງ​ຂອງ​ພວກ​ເຈົ້າ. 19  ຖ້າ​ສິ່ງ​ທີ່​ພວກ​ເຈົ້າ​ເຮັດ​ໃນ​ມື້​ນີ້​ເຮັດ​ດ້ວຍ​ຄວາມ​ສັດຊື່​ແລະ​ໃຫ້​ກຽດ​ເຢຣຸບບາອານ​ກັບ​ຄອບຄົວ​ຂອງ​ເພິ່ນ​ແລ້ວ ກໍ​ຂໍ​ໃຫ້​ພວກ​ເຈົ້າມີ​ຄວາມ​ສຸກ​ກັບ​ອາບີເມເລັກ ແລະ​ໃຫ້​ອາບີເມເລັກ​ມີ​ຄວາມ​ສຸກ​ກັບ​ພວກ​ເຈົ້າ. 20  ແຕ່​ຖ້າ​ບໍ່​ແມ່ນ​ແນວ​ນັ້ນ ກໍ​ຂໍ​ໃຫ້​ໄຟ​ຈາກ​ອາບີເມເລັກ​ມາ​ເຜົາ​ພວກ​ຜູ້​ນຳ​ຂອງ​ເມືອງເຊເຄັມ​ກັບ​ຄົນ​ທີ່​ຢູ່​ໃນ​ປ້ອມ​ເບັດມິນໂລ+ ແລະ​ຂໍ​ໃຫ້​ໄຟ​ຈາກ​ພວກ​ຜູ້​ນຳ​ຂອງ​ເມືອງ​ເຊເຄັມ​ກັບ​ຄົນ​ທີ່​ຢູ່​ໃນ​ປ້ອມ​ເບັດມິນໂລ​ມາ​ເຜົາ​ອາບີເມເລັກ.”+ 21  ແລ້ວ​ໂຢທາມ​+ກໍ​ໜີ​ໄປ​ເມືອງ​ເບເອ​ແລະ​ອາໄສ​ຢູ່​ຫັ້ນ ຍ້ອນ​ລາວ​ຢ້ານ​ອາບີເມເລັກ​ອ້າຍ​ຂອງ​ລາວ. 22  ອາບີເມເລັກ​ປົກຄອງ​ພວກ​ອິດສະຣາເອນ 3 ປີ. 23  ແລ້ວ​ພະເຈົ້າ​ກໍ​ເຮັດ​ໃຫ້​ອາບີເມເລັກ​ກັບ​ພວກ​ຜູ້​ນຳ​ຂອງ​ເມືອງເຊເຄັມ​ເປັນ​ສັດຕູ​ກັນ. ພວກ​ຜູ້​ນຳ​ວາງ​ແຜນ​ຮ້າຍ​ເພື່ອ​ຈະ​ຈັດ​ການ​ກັບ​ອາບີເມເລັກ. 24  ພະເຈົ້າ​ເຮັດ​ແນວ​ນີ້​ເພື່ອ​ແກ້ແຄ້ນ​ໃຫ້​ລູກ​ຊາຍ 70 ຄົນ​ຂອງ​ເຢຣຸບບາອານ​ທີ່​ຖືກ​ຂ້າ​ຢ່າງ​ໂຫດ​ຮ້າຍ ແລະ​ເພື່ອ​ໃຫ້​ຄົນ​ທີ່​ເຮັດ​ຜິດ​ຖືກ​ລົງໂທດ ເຊິ່ງ​ກໍ​ຄື​ອາບີເມເລັກ​ທີ່​ໄດ້​ຂ້າ​ອ້າຍນ້ອງ​ຂອງ​ໂຕເອງ​+ກັບ​ພວກ​ຜູ້​ນຳ​ຂອງ​ເມືອງເຊເຄັມ​ທີ່​ໄດ້​ຊ່ວຍ​ລາວ​ຂ້າ​ເຂົາ​ເຈົ້າ. 25  ພວກ​ຜູ້​ນຳ​ຂອງ​ເມືອງ​ເຊເຄັມ​ຈຶ່ງ​ໄດ້​ໃຫ້​ຄົນ​ໄປ​ຊຸ້ມ​ໂຈມຕີ​ລາວ​ຢູ່​ຕາມ​ຍອດ​ພູ​ຕ່າງ​ໆ​. ພວກ​ທີ່​ໄປ​ຊຸ້ມ​ໂຈມຕີ​ຈະ​ປຸ້ນ​ທຸກ​ຄົນ​ທີ່​ກາຍ​ໄປ​ທາງ​ນັ້ນ. ໃນ​ທີ່​ສຸດ​ກໍ​ມີ​ຄົນ​ເອົາ​ເລື່ອງ​ນີ້​ໄປ​ບອກ​ອາບີເມເລັກ. 26  ຕໍ່ມາ ກາອານ​ລູກ​ຊາຍ​ຂອງ​ເອເບັດ​ກັບ​ອ້າຍນ້ອງ​ຂອງ​ລາວ​ໄດ້​ເຂົ້າ​ໄປ​ໃນ​ເມືອງ​ເຊເຄັມ+ ແລະ​ພວກ​ຜູ້​ນຳ​ຂອງ​ເມືອງເຊເຄັມ​ກໍຫວັງ​ວ່າ​ລາວ​ຈະ​ຊ່ວຍ​ພວກ​ເຂົາ​ໄດ້. 27  ພວກ​ເຂົາ​ໄປ​ເກັບ​ໝາກ​ລະແຊັງ​ຢູ່​ສວນ​ມາ​ຢຽບ​ເພື່ອ​ເຮັດ​ເປັນ​ເຫຼົ້າແວງ. ຈາກ​ນັ້ນ ພວກ​ເຂົາ​ກໍ​ຈັດ​ງານ​ລ້ຽງ ແລະ​ເຂົ້າ​ໄປ​ບ່ອນ​ນະມັດສະການ​ພະເຈົ້າ​ຂອງ​ພວກ​ເຂົາ.+ ພວກ​ເຂົາ​ພາກັນ​ກິນ​ດື່ມ​ແລະ​ສາບແຊ່ງ​ອາບີເມເລັກ. 28  ແລ້ວ​ກາອານ​ລູກ​ຊາຍ​ຂອງ​ເອເບັດ​ກໍ​ເວົ້າ​ວ່າ: “ອາບີເມເລັກ​ລູກ​ຊາຍ​ຂອງ​ເຢຣຸບບາອານ​+ແມ່ນ​ໃຜ? ແລ້ວ​ເຊບູນ​ຜູ້​ຊ່ວຍ​ຂອງ​ລາວ​ທີ່​ເປັນ​ຜູ້​ເບິ່ງ​ແຍງ​ເມືອງເຊເຄັມ​ແມ່ນ​ໃຜ? ພວກ​ເຂົາ​ແມ່ນ​ໃຜ​ທີ່​ພວກ​ເຮົາ​ຕ້ອງ​ໄປ​ຮັບ​ໃຊ້ ແທນ​ທີ່​ຈະ​ຮັບ​ໃຊ້​ລູກ​ຫຼານ​ຂອງ​ຮາໂມ​ພໍ່​ຂອງ​ເຊເຄັມ? ເປັນ​ຫຍັງ​ພວກ​ເຮົາ​ຕ້ອງ​ຮັບ​ໃຊ້​ອາບີເມເລັກ? 29  ຖ້າ​ຄົນ​ພວກ​ນີ້​ສະໜັບສະໜູນ​ຂ້ອຍ ຂ້ອຍ​ຈະ​ຍຶດ​ອຳນາດ​ຂອງ​ອາບີເມເລັກ​ເອງ!” ແລ້ວ​ລາວ​ກໍເວົ້າ​ທ້າທາຍ​ວ່າ: “ໃຫ້​ອາບີເມເລັກ​ລວບລວມ​ທະຫານ​ມາ​ຫຼາຍ​ໆ​ໂລດ ແລະ​ມາ​ສູ້​ກັບ​ຂ້ອຍ​ແມ້.” 30  ເມື່ອ​ເຊບູນ​ຜູ້​ປົກຄອງ​ເມືອງເຊເຄັມ​ໄດ້​ຍິນ​ກາອານ​ລູກ​ຊາຍ​ຂອງ​ເອເບັດ​ເວົ້າ​ແນວ​ນັ້ນ ລາວ​ກໍ​ໃຈ​ຮ້າຍ​ຫຼາຍ. 31  ລາວ​ຈຶ່ງ​ສົ່ງ​ຄົນ​ໄປ​ບອກ​ອາບີເມເລັກ​ແບບ​ລັບ​ໆ​ວ່າ: “ຕອນ​ນີ້ ກາອານ​ລູກ​ຊາຍ​ຂອງ​ເອເບັດ​ກັບ​ພວກ​ອ້າຍນ້ອງ​ຂອງ​ລາວ​ຢູ່​ໃນ​ເມືອງ​ເຊເຄັມ. ພວກ​ເຂົາ​ກຳລັງ​ຍົວະ​ຄົນ​ໃນ​ເມືອງ​ໃຫ້​ຕໍ່ຕ້ານ​ທ່ານ. 32  ຂໍ​ໃຫ້​ທ່ານ​ກັບ​ຄົນ​ຂອງ​ທ່ານ​ຂຶ້ນ​ມາ​ໃນ​ຕອນ​ກາງຄືນ ແລ້ວຊຸ້ມ​ຢູ່​ນອກເມືອງ. 33  ເມື່ອ​ຕາເວັນ​ຂຶ້ນ​ກໍ​ໃຫ້​ທ່ານ​ຟ້າວ​ເຂົ້າ​ມາ​ຕີ​ເມືອງ​ໂລດ ແລະ​ເມື່ອ​ກາອານ​ກັບ​ຄົນ​ຂອງ​ລາວ​ອອກ​ໄປ​ຕໍ່ສູ້​ກັບ​ທ່ານ ຂໍ​ໃຫ້​ທ່ານເຮັດ​ຫຍັງ​ກໍ​ໄດ້ເພື່ອ​ຈະ​ເອົາ​ຊະນະ​ລາວ.” 34  ແລ້ວ​ອາບີເມເລັກ​ກັບ​ຄົນ​ຂອງ​ລາວ​ກໍ​ເດີນ​ທາງ​ມາ​ຕອນ​ກາງຄືນ. ລາວ​ແບ່ງ​ຄົນ​ຂອງ​ລາວ​ອອກ​ເປັນ 4 ກອງ ແລະ​ຊຸ້ມ​ຢູ່​ນອກ​ເມືອງເຊເຄັມ. 35  ເມື່ອ​ກາອານ​ລູກ​ຊາຍ​ຂອງ​ເອເບັດ​ອອກ​ມາ​ຢືນ​ຢູ່​ໜ້າ​ປະຕູ​ເມືອງ ອາບີເມເລັກ​ກັບ​ຄົນ​ຂອງ​ລາວ​ກໍ​ອອກ​ມາ​ຈາກ​ບ່ອນ​ທີ່​ຊຸ້ມ​ຢູ່. 36  ເມື່ອ​ກາອານ​ແນມ​ເຫັນ​ຄົນ ລາວ​ກໍ​ເວົ້າ​ກັບ​ເຊບູນ​ວ່າ: “ເບິ່ງ​ແມ້! ມີ​ຄົນ​ກຳລັງ​ລົງ​ມາ​ຈາກ​ຍອດ​ພູ.” ແຕ່​ເຊບູນ​ບອກ​ລາວ​ວ່າ: “ບໍ່​ແມ່ນ​ຄົນ​ດອກ ທ່ານ​ເຫັນ​ເງົາ​ຂອງ​ພູ​ຊື່​ໆ​.” 37  ແລ້ວ​ກາອານ​ກໍ​ທ້ວງ​ອີກ​ວ່າ: “ເບິ່ງ​ແມ້! ມີ​ຄົນ​ກຳລັງ​ລົງ​ມາ​ຈາກ​ບ່ອນ​ສູງ​ໆ​ ແລະ​ມີ​ຄົນ​ອີກ​ກຸ່ມ​ໜຶ່ງ​ກຳລັງ​ມາ​ທາງ​ຕົ້ນ​ໄມ້​ໃຫຍ່​ຂອງ​ເມໂອເນນິມ.” 38  ເຊບູນ​ກໍ​ເວົ້າ​ວ່າ: “ທ່ານເຄີຍ​ອວດ​ໄວ້​ບໍ່​ແມ່ນ​ບໍ​ວ່າ ‘ອາບີເມເລັກ​ແມ່ນ​ໃຜ​ທີ່​ພວກ​ເຮົາ​ຕ້ອງ​ຮັບ​ໃຊ້​ລາວ?’+ ຫັ້ນ​ເດ້ ຄົນ​ທີ່​ທ່ານ​ເຄີຍ​ທ້າທາຍ ອອກ​ໄປ​ສູ້​ກັບ​ເຂົາ​ເຈົ້າ​ແມ້!” 39  ກາອານ​ກໍ​ພາ​ພວກ​ຜູ້​ນຳ​ຂອງ​ເມືອງເຊເຄັມ​ອອກ​ໄປ​ສູ້​ກັບ​ອາບີເມເລັກ. 40  ອາບີເມເລັກ​ໄລ່​ຂ້າ​ກາອານ ແຕ່​ກາອານ​ກໍ​ປົບ​ໜີ​ໄດ້. ຫຼາຍ​ຄົນ​ຖືກ​ຂ້າ​ແລະ​ມີ​ສົບ​ຢາຍ​ຢູ່​ຕາມ​ທາງ​ໄປ​ຈົນ​ຮອດ​ປະຕູ​ເມືອງ. 41  ອາບີເມເລັກ​ກັບ​ໄປ​ເມືອງ​ອາຣູມາ ແລະ​ເຊບູນ+ໄດ້​ຂັບ​ໄລ່​ກາອານ​ກັບ​ພວກ​ອ້າຍນ້ອງ​ຂອງ​ລາວ​ອອກ​ຈາກ​ເມືອງ​ເຊເຄັມ. 42  ມື້​ຕໍ່ມາ ປະຊາຊົນ​ກໍ​ອອກ​ໄປ​ນອກ​ເມືອງ ແລ້ວ​ມີ​ຄົນ​ໄປ​ບອກ​ເລື່ອງ​ນີ້​ໃຫ້​ອາບີເມເລັກ​ຮູ້. 43  ອາບີເມເລັກ​ຈຶ່ງ​ພາ​ຄົນ​ຂອງ​ລາວ​ມາ​ແລະ​ແບ່ງ​ອອກ​ເປັນ 3 ກອງ ແລ້ວ​ກໍ​ໄປ​ຊຸ້ມ​ຢູ່​ນອກ​ເມືອງ. ເມື່ອ​ເຫັນ​ປະຊາຊົນ​ອອກ​ມາ​ນອກ​ເມືອງ ລາວ​ກໍ​ເຂົ້າ​ໄປ​ໂຈມຕີ​ແລະ​ຂ້າ​ພວກ​ເຂົາ. 44  ອາບີເມເລັກ​ກັບ​ຄົນ​ທີ່​ຢູ່​ນຳ​ລາວ​ແລ່ນ​ໄປ​ທາງ​ໜ້າ​ແລະ​ໄປ​ລັດ​ຢູ່​ປະຕູ​ເມືອງ ແລ້ວ​ຄົນ​ຂອງ​ລາວ​ອີກ 2 ກອງ​ກໍ​ໄປ​ໂຈມຕີ​ແລະ​ຂ້າ​ຄົນ​ທີ່​ຢູ່​ນອກ​ເມືອງ. 45  ອາບີເມເລັກ​ຕໍ່ສູ້​ກັບ​ຄົນ​ໃນ​ເມືອງ​ນັ້ນ​ໝົດ​ມື້​ແລະ​ກໍ​ຍຶດ​ເມືອງ​ໄດ້. ລາວ​ຂ້າ​ທຸກ​ຄົນ​ໃນ​ເມືອງ​ນັ້ນ ທຳລາຍ​ເມືອງ+ ແລະ​ເອົາ​ເກືອ​ຫວ່ານ​ໃສ່​ດິນ. 46  ເມື່ອ​ພວກ​ຜູ້​ນຳ​ຂອງ​ເມືອງ​ເຊເຄັມ​ຮູ້​ເລື່ອງ​ນີ້ ພວກ​ເຂົາ​ກໍ​ຟ້າວ​ໄປ​ລີ້​ຢູ່​ຫ້ອງ​ຫຼົບ​ໄພ​ໃນ​ວິຫານ​ຂອງ​ພະ​ເອເບຣິດ.+ 47  ແລ້ວ​ກໍ​ມີ​ຄົນ​ໄປ​ບອກ​ອາບີເມເລັກ​ທັນທີ​ວ່າ​ຜູ້​ນຳ​ທັງ​ໝົດ​ຂອງ​ເມືອງ​ເຊເຄັມ​ພາກັນ​ໄປ​ລີ້​ຢູ່​ຫັ້ນ. 48  ແລ້ວ​ອາບີເມເລັກ​ກັບ​ຄົນ​ຂອງ​ລາວ​ກໍ​ຂຶ້ນ​ໄປ​ເທິງ​ພູ​ຊານໂມນ. ລາວ​ເອົາ​ຂວານ​ຕັດ​ງ່າ​ໄມ້​ທ່ອນ​ໜຶ່ງ​ແບກ​ໃສ່​ບ່າ ແລະ​ເວົ້າ​ກັບ​ຄົນ​ຂອງ​ລາວ​ວ່າ: “ໃຫ້​ພວກ​ເຈົ້າ​ເຮັດ​ຄື​ກັບ​ຂ້ອຍ​ເດີ້!” 49  ທຸກ​ຄົນ​ກໍ​ຕັດ​ເອົາ​ງ່າ​ໄມ້ ແລ້ວ​ນຳ​ຫຼັງ​ອາບີເມເລັກ​ໄປ. ພວກ​ເຂົາ​ເອົາ​ງ່າ​ໄມ້​ເຫຼົ່າ​ນັ້ນ​ໄປ​ກອງ​ໄວ້​ຢູ່​ໜ້າ​ຫ້ອງ​ຫຼົບ​ໄພ ແລ້ວ​ກໍ​ຈູດ​ຫ້ອງ​ນັ້ນ. ທຸກ​ຄົນ​ທີ່​ຢູ່​ໃນ​ປ້ອມ​ຂອງ​ເມືອງ​ເຊເຄັມ​ຕາຍ​ໝົດ ລວມ​ແລ້ວ​ມີ​ປະມານ 1.000 ຄົນ​ທັງ​ຜູ້​ຊາຍ​ແລະ​ຜູ້​ຍິງ. 50  ແລ້ວ​ອາບີເມເລັກ​ກໍ​ອອກ​ໄປ​ຕໍ່ສູ້​ກັບ​ຄົນ​ໃນ​ເມືອງ​ເທເບດ. ລາວ​ລ້ອມ​ເມືອງ​ເທເບດ​ໄວ້​ແລະ​ຍຶດ​ເມືອງ​ນັ້ນ​ໄດ້. 51  ໃນ​ເມືອງ​ນັ້ນ​ມີ​ປ້ອມ​ທີ່​ແຂງແຮງ​ຢູ່​ກາງ​ເມືອງ. ພວກ​ຜູ້​ຊາຍ​ແລະ​ຜູ້​ຍິງ​ກັບ​ພວກ​ຜູ້​ນຳ​ທັງ​ໝົດ​ກໍ​ພາກັນ​ໄປ​ລີ້​ຢູ່​ປ້ອມ​ນັ້ນ. ເຂົາ​ເຈົ້າ​ອັດ​ປະຕູ​ໄວ້​ແລະ​ກໍ​ປີນ​ຂຶ້ນ​ໄປ​ເທິງ​ຫຼັງ​ຄາ​ຂອງ​ປ້ອມ. 52  ອາບີເມເລັກ​ກໍ​ໄປ​ປ້ອມ​ນັ້ນ​ເພື່ອ​ຈະ​ໂຈມຕີ​ເຂົາ​ເຈົ້າ. ລາວ​ໄປ​ທາງເຂົ້າ​ຂອງ​ປ້ອມ​ເພື່ອ​ຊິ​ຈູດ​ໄຟ​ເຜົາ​ປ້ອມ​ນັ້ນ. 53  ແຕ່​ຕອນ​ນັ້ນ ມີ​ຜູ້​ຍິງ​ຄົນ​ໜຶ່ງ​ຖິ້ມຫີນໂມ້*ລົງ​ມາ​ໃສ່​ຫົວ​ຂອງ​ອາບີເມເລັກ ເຮັດ​ໃຫ້​ກະໂຫຼກ​ຫົວ​ຂອງ​ລາວ​ແຕກ.+ 54  ລາວ​ຈຶ່ງ​ຟ້າວ​ເອີ້ນ​ຜູ້​ຖື​ອາວຸດ​ຂອງ​ລາວ​ມາ ແລະ​ເວົ້າ​ວ່າ: “ໃຫ້​ເຈົ້າ​ຖອດ​ດາບ​ມາ​ຂ້າ​ຂ້ອຍ​ໂລດ ຄົນ​ຊິ​ບໍ່​ໄດ້​ເວົ້າ​ວ່າ​ຂ້ອຍ​ຕາຍ​ຍ້ອນຖືກ​ຜູ້​ຍິງ​ຄົນ​ໜຶ່ງຂ້າ.” ຜູ້​ຖື​ອາວຸດ​ຂອງ​ລາວ​ກໍ​ແທງ​ລາວ​ຈົນ​ຊອດ ແລ້ວ​ອາບີເມເລັກ​ກໍ​ຕາຍ. 55  ເມື່ອ​ພວກ​ອິດສະຣາເອນ​ເຫັນ​ວ່າ​ອາບີເມເລັກ​ຕາຍ​ແລ້ວ ເຂົາ​ເຈົ້າ​ກໍ​ພາກັນ​ກັບ​ເມືອ​ເຮືອນ​ໃຜ​ເຮືອນ​ລາວ. 56  ນີ້​ເປັນ​ການ​ລົງໂທດ​ຂອງ​ພະເຈົ້າ ຍ້ອນ​ອາບີເມເລັກ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ຮ້າຍ​ຕໍ່​ພໍ່​ຂອງ​ລາວ ໂດຍ​ຂ້າ​ອ້າຍນ້ອງ​ຂອງ​ໂຕເອງ​ທັງ 70 ຄົນ.+ 57  ພະເຈົ້າ​ຍັງ​ເຮັດ​ໃຫ້​ສິ່ງ​ຊົ່ວ​ຮ້າຍ​ທີ່​ຄົນ​ໃນ​ເມືອງເຊເຄັມ​ເຮັດ​ນັ້ນ​ກັບ​ໄປ​ຖືກ​ພວກ​ເຂົາ​ເອງ. ສິ່ງ​ທັງ​ໝົດ​ນີ້​ໄດ້​ເກີດ​ຂຶ້ນ​ຕາມ​ທີ່​ໂຢທາມ+ລູກ​ຊາຍ​ຂອງ​ເຢຣຸບບາອານ+ໄດ້​ສາບແຊ່ງ​ພວກ​ເຂົາ​ໄວ້.

ຂໍຄວາມໄຂເງື່ອນ

ຫຼື​ອາດ​ແປ​ວ່າ “ເຈົ້າ​ຂອງ​ດິນ”
ແປ​ຕາມ​ໂຕ​ວ່າ “ພວກເຈົ້າ​ເປັນ​ກະດູກ​ແລະ​ເນື້ອ​ໜັງ​ຂອງ​ຂ້ອຍ”
798 ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.
ແປ​ຕາມ​ໂຕ​ວ່າ “ໂບກ​ມື​ເທິງ​ຕົ້ນໄມ້​ອື່ນ​ໆ​”
ແປ​ຕາມ​ໂຕ​ວ່າ “ໂບກ​ມື​ເທິງ​ຕົ້ນໄມ້​ອື່ນ​ໆ​”
ຕົ້ນ​ແປກ​ຊະນິດໜຶ່ງ
ໝາຍເຖິງ​ແຜ່ນ​ທາງ​ເທິງ​ຂອງ​ຫີນ​ໂມ້