ພະນິມິດທີ່ເປີດເຜີຍໃຫ້ໂຢຮັນ 16:1-21
16 ແລ້ວຂ້ອຍກໍໄດ້ຍິນສຽງດັງໆອອກມາຈາກບ່ອນບໍລິສຸດ+ເວົ້າກັບທູດສະຫວັນ 7 ອົງນັ້ນວ່າ: “ໄປເທຂັນ 7 ໜ່ວຍທີ່ມີຄວາມໃຈຮ້າຍຂອງພະເຈົ້າລົງໃສ່ໂລກ.”+
2 ທູດສະຫວັນອົງທີ 1 ກໍອອກໄປແລະເທຂັນຂອງລາວລົງໃສ່ໂລກ.+ ແລ້ວຄົນທີ່ມີເຄື່ອງໝາຍຂອງສັດຮ້າຍ+ແລະຄົນທີ່ຂາບໄຫວ້ຮູບປັ້ນຂອງມັນ+ກໍມີບາດເປື່ອຍຮ້າຍແຮງເຕັມໂຕທີ່ເຮັດໃຫ້ເຈັບປວດຫຼາຍ.+
3 ທູດສະຫວັນອົງທີ 2 ເທຂັນລົງໃສ່ທະເລ.+ ແລ້ວທະເລກໍກາຍເປັນເລືອດ+ຄືກັບເລືອດຂອງຄົນທີ່ຖືກຂ້າ ແລະສິ່ງທີ່ມີຊີວິດທຸກຢ່າງໃນທະເລກໍຕາຍໝົດ.+
4 ທູດສະຫວັນອົງທີ 3 ເທຂັນລົງໃສ່ແມ່ນ້ຳແລະນ້ຳພຸຕ່າງໆ.+ ນ້ຳໃນບ່ອນເຫຼົ່ານັ້ນກໍກາຍເປັນເລືອດ.+
5 ຂ້ອຍໄດ້ຍິນທູດສະຫວັນທີ່ມີອຳນາດເໜືອນ້ຳເວົ້າວ່າ: “ພະເຈົ້າຂອງພວກເຮົາ ຜູ້ມີຊີວິດຢູ່ຕອນນີ້ ມີຊີວິດຢູ່ໃນອະດີດ+ ແລະເປັນຜູ້ພັກດີ+ ພະອົງເຮັດຖືກຕ້ອງແລ້ວທີ່ຕັດສິນແບບນັ້ນ.+
6 ເຂົາເຈົ້າເຮັດໃຫ້ຜູ້ບໍລິສຸດແລະຜູ້ພະຍາກອນຕ້ອງເສຍເລືອດ+ ພະອົງຈຶ່ງໃຫ້ເຂົາເຈົ້າກິນເລືອດ+ເຊິ່ງກໍສົມຄວນແລ້ວ.”+
7 ແລ້ວຂ້ອຍກໍໄດ້ຍິນແທ່ນບູຊາເວົ້າວ່າ: “ພະເຢໂຫວາ*ພະເຈົ້າຜູ້ມີລິດເດດສູງສຸດ+ ພະອົງຕັດສິນຢ່າງຖືກຕ້ອງແລະຍຸຕິທຳ.”+
8 ທູດສະຫວັນອົງທີ 4 ເທຂັນລົງໃສ່ຕາເວັນ+ຈຶ່ງເຮັດໃຫ້ຕາເວັນມີພະລັງທີ່ຈະເຜົາຄົນຈົນແຫ້ມ.
9 ແສງແດດທີ່ຮ້ອນໆເຜົາຄົນຈົນແຫ້ມ ແຕ່ເຂົາເຈົ້າກໍຍັງໝິ່ນປະໝາດຊື່ຂອງພະເຈົ້າຜູ້ມີອຳນາດເຮັດໃຫ້ເກີດໄພພິບັດເຫຼົ່ານີ້. ເຂົາເຈົ້າບໍ່ຍອມກັບໃຈແລະບໍ່ຍ້ອງຍໍສັນລະເສີນພະອົງ.
10 ທູດສະຫວັນອົງທີ 5 ເທຂັນລົງໃສ່ບັນລັງຂອງສັດຮ້າຍນັ້ນ. ແລ້ວທຸກບ່ອນທີ່ມັນປົກຄອງກໍມືດ+ແລະຄົນເລີ່ມກັດລີ້ນຂອງໂຕເອງຍ້ອນເຈັບແຮງ.
11 ເຂົາເຈົ້າໝິ່ນປະໝາດພະເຈົ້າໃນສະຫວັນຍ້ອນເຂົາເຈົ້າເຈັບປວດແລະມີບາດເປື່ອຍ. ເຂົາເຈົ້າບໍ່ໄດ້ກັບໃຈຈາກການກະທຳຂອງໂຕເອງ.
12 ທູດສະຫວັນອົງທີ 6 ເທຂັນລົງໃສ່ແມ່ນ້ຳໃຫຍ່ທີ່ຊື່ເອິຟາຣາດ+ແລະແມ່ນ້ຳນັ້ນກໍແຫ້ງ+ ເຊິ່ງເປັນການກຽມທາງໄວ້ສຳລັບພວກກະສັດ+ທີ່ມາຈາກທິດຕາເວັນອອກ.
13 ແລ້ວຂ້ອຍກໍເຫັນຄຳເວົ້າ 3 ຢ່າງທີ່ບໍ່ສະອາດເຊິ່ງເກີດຈາກການດົນໃຈ. ຄຳເວົ້າເຫຼົ່ານັ້ນເບິ່ງຄືກັບກົບແລະອອກມາຈາກປາກພະຍານາກ+ ປາກສັດຮ້າຍ ແລະປາກຜູ້ພະຍາກອນປອມ.
14 ທີ່ຈິງ ຄຳເວົ້າເຫຼົ່ານັ້ນເປັນຄຳເວົ້າທີ່ພວກປີສາດດົນໃຈໃຫ້ເວົ້າແລະເຮັດໃຫ້ເກີດສິ່ງອັດສະຈັນຕ່າງໆ.+ ຄຳເວົ້າເຫຼົ່ານັ້ນໄປຮອດກະສັດຢູ່ທົ່ວໂລກ ເພື່ອໃຫ້ເຂົາເຈົ້າມາລວມກັນສຳລັບສົງຄາມ+ໃນວັນໃຫຍ່ຂອງພະເຈົ້າຜູ້ມີລິດເດດສູງສຸດ.+
15 ແລ້ວກໍມີສຽງເວົ້າວ່າ: “ລະວັງເດີ້! ຂ້ອຍຈະມາຄືກັບຂີ້ລັກມາ.+ ຄົນທີ່ຕື່ນໂຕຢູ່ສະເໝີ+ແລະຮັກສາເສື້ອຄຸມໄວ້ກໍມີຄວາມສຸກ ຍ້ອນລາວຈະບໍ່ຕ້ອງຍ່າງປະໂປ້ແລະບໍ່ຕ້ອງອັບອາຍຕໍ່ໜ້າຄົນອື່ນ.”+
16 ແລ້ວຄຳເວົ້າເຫຼົ່ານັ້ນກໍເຮັດໃຫ້ກະສັດຢູ່ທົ່ວໂລກມາລວມກັນຢູ່ບ່ອນທີ່ມີຊື່ໃນພາສາເຮັບເຣີວ່າອາມາເຄໂດນ.*+
17 ທູດສະຫວັນອົງທີ 7 ເທຂັນລົງໃສ່ອາກາດ. ແລ້ວກໍມີສຽງດັງມາຈາກບັນລັງໃນບ່ອນບໍລິສຸດ+ວ່າ: “ສຳເລັດແລ້ວ!”
18 ແລ້ວກໍມີຟ້າແມບ ສຽງເວົ້າ ສຽງຟ້າຮ້ອງ ແລະແຜ່ນດິນໄຫວຄັ້ງໃຫຍ່ແບບທີ່ບໍ່ເຄີຍເກີດຂຶ້ນຈັກເທື່ອຕັ້ງແຕ່ມີມະນຸດໃນໂລກ.+ ແຜ່ນດິນໄຫວເທື່ອນີ້ກວ້າງໃຫຍ່ແລະຮຸນແຮງຫຼາຍແທ້ໆ.
19 ເມືອງໃຫຍ່ນັ້ນ+ແຍກເປັນ 3 ສ່ວນ. ເມືອງໃນປະເທດຕ່າງໆກໍພັງພິນາດ ແລະພະເຈົ້າບໍ່ລືມສິ່ງທີ່ເມືອງບາບີໂລນໃຫຍ່+ເຮັດ. ເພິ່ນຈຶ່ງຍື່ນຈອກເຫຼົ້າແວງທີ່ໝາຍເຖິງຄວາມໃຈຮ້າຍຂອງເພິ່ນໃຫ້ເມືອງນັ້ນກິນ.+
20 ເກາະທຸກເກາະກໍຫາຍໄປແລະພູຕ່າງໆກໍບໍ່ເຫຼືອ.+
21 ຈາກນັ້ນ ມີໝາກເຫັບຮ່າໃຫຍ່ຕົກຈາກຟ້າລົງມາໃສ່ຄົນ.+ ໝາກເຫັບແຕ່ລະກ້ອນໜັກ 1 ຕະລັນ.* ຄົນພາກັນໝິ່ນປະໝາດພະເຈົ້າ ຍ້ອນໄພພິບັດທີ່ເກີດຈາກໝາກເຫັບ+ເທື່ອນີ້ຮ້າຍແຮງຫຼາຍແທ້ໆ.
ຂໍ ຄວາມ ໄຂ ເງື່ອນ
^ ເບິ່ງພາກຜະໜວກ ກ5
^ ຄຳພາສາກຣີກແມ່ນຮາມາເກໂດນ ມາຈາກຄຳພາສາເຮັບເຣີທີ່ແປວ່າ “ພູເມກິດໂດ”
^ 1 ຕະລັນຂອງຄົນກຣີກໜັກເທົ່າກັບ 20,4 ກິໂລກຣາມ. ເບິ່ງພາກຜະໜວກ ຂ14.