ພະນິມິດທີ່ເປີດເຜີຍໃຫ້ໂຢຮັນ 18:1-24

  • “ບາບີໂລນ​ໃຫຍ່” ຫຼົ້ມຈົມ (1-8)

    • “ປະຊາຊົນ​ຂອງ​ເຮົາ ພວກ​ເຈົ້າ​ຕ້ອງ​ອອກ​ຈາກ​ເມືອງ​ນີ້” (4)

  • ຮ້ອງໄຫ້​ເສຍໃຈ​ຍ້ອນ​ບາບີໂລນ​ຫຼົ້ມຈົມ (9-19)

  • ສະຫວັນ​ດີໃຈ​ຍ້ອນ​ບາບີໂລນ​ຫຼົ້ມຈົມ (20)

  • ບາບີໂລນ​ຖືກ​ຖິ້ມ​ລົງ​ໃນ​ທະເລ​ຄື​ກັບ​ຫີນ​ໂມ້​ໜ່ວຍ​ໃຫຍ່ (21-24)

18  ຫຼັງ​ຈາກ​ນັ້ນ ຂ້ອຍ​ເຫັນ​ທູດສະຫວັນ​ອີກ​ອົງ​ໜຶ່ງ​ລົງ​ມາ​ຈາກ​ສະຫວັນ. ເພິ່ນ​ມີ​ອຳນາດ​ຍິ່ງໃຫຍ່​ແລະ​ແສງ​ລັດສະໝີ​ຂອງ​ເພິ່ນ​ເຮັດ​ໃຫ້​ໂລກ​ແຈ້ງ​ສະຫວ່າງ.  ເພິ່ນ​ປະກາດ​ສຽງ​ດັງ​ວ່າ: “ເມືອງ​ນີ້​ຫຼົ້ມຈົມ​ແລ້ວ! ບາບີໂລນ​ໃຫຍ່​ຫຼົ້ມຈົມ​ແລ້ວ!+ ເມືອງ​ນີ້​ກາຍ​ເປັນ​ບ່ອນ​ຢູ່​ຂອງ​ພວກ​ປີສາດ​ແລະ​ມີ​ອາກາດ*​ທີ່​ເປັນ​ພິດ​ທຸກ​ຢ່າງ. ເມືອງ​ນີ້​ເປັນ​ບ່ອນ​ຢູ່​ຂອງ​ນົກ​ທຸກ​ຊະນິດ​ທີ່​ຖື​ວ່າ​ບໍ່​ສະອາດ​ແລະ​ເປັນ​ຕາ​ຂີ້​ດຽດ.+  ເຫຼົ້າແວງ​ຂອງ​ລາວ​ເຊິ່ງ​ແມ່ນ​ຄວາມ​ຕ້ອງການ​ຢາກ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ*​ເຮັດ​ໃຫ້​ທຸກ​ປະເທດ​ຕົກ​ເປັນ​ເຫຍື່ອ.+ ພວກ​ກະສັດ​ໃນ​ໂລກ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ກັບ​ລາວ+ ແລະ​ພວກ​ພໍ່ຄ້າ*​ໃນ​ໂລກ​ກໍ​ຮັ່ງ​ຍ້ອນ​ຄວາມ​ຫຼູຫຼາ​ຟູມເຟືອຍ​ຂອງ​ລາວ.”  ແລ້ວ​ຂ້ອຍ​ກໍ​ໄດ້​ຍິນ​ສຽງ​ອີກ​ສຽງ​ໜຶ່ງ​ຈາກ​ສະຫວັນ​ເວົ້າ​ວ່າ: “ປະຊາຊົນ​ຂອງ​ເຮົາ ພວກ​ເຈົ້າ​ຕ້ອງ​ອອກ​ຈາກ​ເມືອງ​ນີ້+ ຖ້າ​ບໍ່​ຢາກ​ມີ​ສ່ວນ​ຮ່ວມ​ໃນ​ຄວາມ​ຜິດ​ຂອງ​ເມືອງ​ນີ້​ແລະ​ຮັບ​ໄພພິບັດ​ພ້ອມ​ກັບ​ເມືອງ​ນີ້.+  ຄວາມ​ຜິດ​ຂອງ​ເມືອງ​ນີ້​ກອງ​ສູງ​ຮອດ​ສະຫວັນ​ແລ້ວ+ ແລະ​ພະເຈົ້າ​ບໍ່​ລືມ​ຄວາມ​ຊົ່ວ*​ຂອງ​ເມືອງ​ນີ້.+  ເມືອງ​ນີ້​ເຄີຍ​ເຮັດ​ຕໍ່​ຄົນ​ອື່ນ​ແນວ​ໃດ ກໍ​ໃຫ້​ເຮັດ​ຕໍ່​ເມືອງ​ນີ້​ແບບ​ນັ້ນ+ ແລະ​ໃຫ້​ເຮັດ​ຄືນ​ຕໍ່​ລາວ​ໜັກ​ເປັນ 2 ເທົ່າ.+ ເມືອງ​ນີ້​ເຄີຍ​ປະສົມ​ຫຍັງ​ໃສ່​ໃນ​ຈອກ+​ໃຫ້​ຄົນ​ອື່ນ​ກິນ ກໍ​ໃຫ້​ປະສົມ​ສິ່ງ​ນັ້ນ​ໃຫ້​ລາວ​ເປັນ 2 ເທົ່າ.+  ລາວ​ເຄີຍ​ຍົກຍ້ອງ​ໃຫ້​ກຽດ​ໂຕເອງ​ແລະ​ໃຊ້​ຊີວິດ​ຫຼູຫຼາ​ຟູມເຟືອຍ​ຫຼາຍ​ສ່ຳ​ໃດ ກໍ​ໃຫ້​ທໍລະມານ​ລາວ​ແລະ​ເຮັດ​ໃຫ້​ລາວ​ໂສກເສົ້າ​ຫຼາຍ​ສ່ຳ​ນັ້ນ ຍ້ອນ​ລາວ​ຄິດ​ໃນ​ໃຈ​ເລື້ອຍ​ໆ​ວ່າ ‘ຂ້ອຍ​ເປັນ​ຮອດ​ລາຊີນີ ບໍ່​ແມ່ນ​ແມ່ໝ້າຍ ບໍ່​ມີ​ທາງ​ດອກ​ທີ່​ຂ້ອຍ​ຈະ​ໂສກເສົ້າ​ເສຍໃຈ.’+  ຍ້ອນ​ແນວ​ນັ້ນ ໄພພິບັດ​ຈະ​ເກີດຂຶ້ນ​ກັບ​ເມືອງ​ນີ້​ໃນ​ມື້​ດຽວ ເຊິ່ງ​ແມ່ນ​ຄວາມ​ຕາຍ ຄວາມ​ໂສກເສົ້າ ຄວາມ​ອຶດຢາກ. ເມືອງ​ນີ້​ຈະ​ຖືກ​ຈູດ​ຈົນ​ບໍ່​ເຫຼືອ​ຊາກ+ ຍ້ອນ​ພະ​ເຢໂຫວາ*​ພະເຈົ້າ​ຜູ້​ຕັດສິນ​ເມືອງ​ນີ້​ເປັນ​ຜູ້​ທີ່​ມີ​ພະລັງ​ອຳນາດ.+  ເມື່ອ​ເຫັນ​ຄວັນ​ໄຟ​ທີ່​ຈູດ​ລາວ ກະສັດ​ຂອງ​ໂລກ​ທີ່​ເຄີຍ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ*​ກັບ​ເມືອງ​ນີ້​ແລະ​ໃຊ້​ຊີວິດ​ແບບ​ຫຼູຫຼາ​ຟູມເຟືອຍ​ນຳ​ກັນ​ກັບ​ລາວ​ກໍ​ຈະ​ຮ້ອງໄຫ້​ເສຍໃຈ​ຍ້ອນ​ລາວ. 10  ເຂົາເຈົ້າ​ຈະ​ຢືນ​ຢູ່​ໄກ​ໆ​ຍ້ອນ​ຢ້ານ​ຖືກ​ທໍລະມານ​ຄື​ກັບ​ລາວ ແລະ​ຈະ​ເວົ້າ​ວ່າ ‘ເສຍດາຍ​ເດ້ ເສຍດາຍ​ເດ້ ບາບີໂລນ​ເມືອງ​ທີ່​ໃຫຍ່+​ແລະ​ແຂງແຮງ​ເອີ້ຍ ເຈົ້າ​ຖືກ​ຕັດສິນ​ລົງໂທດ​ພາຍ​ໃນ​ຊົ່ວໂມງ​ດຽວ!’ 11  ພວກ​ພໍ່ຄ້າ​ໃນ​ໂລກ​ກໍ​ຮ້ອງໄຫ້​ເສຍໃຈ​ຍ້ອນ​ເມືອງ​ນີ້ ເພາະ​ວ່າ​ບໍ່​ມີ​ຜູ້​ໃດ​ມາ​ຊື້​ສິນຄ້າ​ຂອງ​ເຂົາເຈົ້າ​ອີກ​ແລ້ວ 12  ທັງ​ຄຳ ເງິນ ເພັດ​ພອຍ ໄຂ່​ມຸກ ຜ້າ​ລີນິນ​ເນື້ອ​ດີ ຜ້າສີ​ມ່ວງ ຜ້າ​ໄໝ ຜ້າ​ສີ​ແດງ​ສົດ ສິ່ງ​ຂອງ​ທຸກ​ຢ່າງ​ທີ່​ເຮັດ​ຈາກ​ໄມ້​ຫອມ ສິ່ງ​ຂອງ​ທຸກ​ຊະນິດ​ທີ່​ເຮັດ​ຈາກ​ງາຊ້າງ ຈາກ​ໄມ້​ລາຄາ​ແພງ ທອງແດງ ເຫຼັກ ແລະ​ຫີນ​ອ່ອນ 13  ແລະ​ຍັງ​ມີ​ອົບເຊີຍ* ເຄື່ອງ​ເທດ​ຈາກ​ອິນເດຍ ເຄື່ອງຫອມ ນ້ຳມັນ​ຫອມ ກຳຍານ* ເຫຼົ້າແວງ ນ້ຳມັນ​ໝາກກອກ ແປ້ງ​ລະອຽດ ເຂົ້າ​ວີດ* ງົວ ແກະ ມ້າ ລົດ​ມ້າ ທາດ ແລະ​ຄົນ​ນຳ​ອີກ. 14  ໝາກ​ໄມ້​ດີ​ໆ​ທີ່​ເມືອງ​ນີ້​ຫຼົງໄຫຼ​ສູນຫາຍ​ໄປ​ໝົດ​ແລ້ວ. ອາຫານ​ຊັ້ນ​ເລີດ​ກັບ​ສິ່ງ​ຂອງ​ຫຼູຫຼາ​ທັງໝົດ​ກໍສູນຫາຍ​ໄປ ແລະ​ເມືອງ​ນີ້​ຈະ​ບໍ່​ໄດ້​ເຫັນ​ສິ່ງ​ເຫຼົ່າ​ນັ້ນ​ອີກ​ເລີຍ. 15  ພວກ​ພໍ່ຄ້າ​ທີ່​ຂາຍ​ສິ່ງ​ຂອງ​ເຫຼົ່າ​ນັ້ນ​ແລະ​ກາຍ​ເປັນ​ຄົນ​ຮັ່ງ​ຍ້ອນ​ເມືອງ​ນີ້ ເຂົາເຈົ້າ​ຈະ​ຢືນ​ຢູ່​ໄກ​ໆ​ຍ້ອນ​ຢ້ານ​ຈະ​ຖືກ​ທໍລະມານ​ຄື​ກັບ​ເມືອງ​ນີ້. ເຂົາເຈົ້າ​ຈະ​ຮ້ອງໄຫ້​ເສຍໃຈ 16  ແລະ​ເວົ້າ​ວ່າ ‘ເສຍດາຍ​ເດ້ ເສຍດາຍ​ເດ້ ເມືອງ​ໃຫຍ່​ທີ່​ປະດັບ​ດ້ວຍ​ຜ້າ​ລີນິນ​ເນື້ອ​ດີ ຜ້າສີ​ມ່ວງ ຜ້າ​ສີ​ແດງ​ສົດ ແລະ​ຕົກແຕ່ງ​ຫຼູຫຼາ​ດ້ວຍ​ຄຳ ເພັດ​ພອຍ ແລະ​ໄຂ່​ມຸກ.+ 17  ພາຍ​ໃນ​ຊົ່ວໂມງ​ດຽວ ຊັບ​ສົມບັດ​ບັກ​ຫຼາຍ​ໆ​ນັ້ນ​ກໍ​ຖືກ​ທຳລາຍ​ຈົນ​ໝົດ!’ ກັບຕັນ​ເຮືອ​ທຸກ​ຄົນ ຄົນ​ທີ່​ມີ​ອາຊີບ​ແລ່ນ​ເຮືອ​ທຸກ​ຄົນ ພວກ​ລູກ​ເຮືອ ແລະ​ຄົນ​ທີ່​ຫາ​ກິນ​ກັບ​ທະເລ​ທຸກ​ຄົນ​ກໍ​ຢືນ​ຢູ່​ໄກ​ໆ​. 18  ເຂົາເຈົ້າ​ແນມ​ເບິ່ງ​ຄວັນ​ໄຟ​ທີ່​ຈູດ​ເມືອງ​ນີ້​ແລະ​ຮ້ອງ​ວ່າ ‘ຊິ​ມີ​ເມືອງ​ໃດ​ເປັນ​ຄື​ກັບ​ເມືອງ​ໃຫຍ່​ນີ້?’ 19  ເຂົາເຈົ້າ​ເອົາ​ຂີ້ຝຸ່ນ​ໂພະ​ໃສ່​ຫົວ​ໂຕເອງ​ພ້ອມ​ທັງ​ຮ້ອງໄຫ້​ເສຍໃຈ​ແລະ​ເວົ້າ​ວ່າ ‘ເສຍດາຍ​ເດ້ ເສຍດາຍ​ເດ້ ເມືອງ​ທີ່​ໃຫຍ່​ແລະ​ຮັ່ງ! ເມືອງ​ນີ້​ເຮັດ​ໃຫ້​ເຈົ້າ​ຂອງ​ເຮືອ​ເດີນ​ທະເລ​ຮັ່ງ ແຕ່​ພາຍ​ໃນ​ຊົ່ວໂມງ​ດຽວ ເມືອງ​ນີ້​ກໍ​ຖືກ​ທຳລາຍ​ຈົນ​ບໍ່​ເຫຼືອ​ຊາກ.’+ 20  ສະຫວັນ+ ລວມ​ທັງ​ພວກ​ຜູ້​ບໍລິສຸດ+ ພວກ​ອັກຄະ​ສາວົກ* ແລະ​ພວກ​ຜູ້​ພະຍາກອນ ຂໍ​ໃຫ້​ດີໃຈ​ທີ່​ເມືອງ​ນີ້​ຖືກ​ທຳລາຍ ຍ້ອນ​ພະເຈົ້າ​ຕັດສິນ​ລົງໂທດ​ເມືອງ​ນີ້​ເພື່ອ​ພວກ​ເຈົ້າ​ແລ້ວ!”+ 21  ແລ້ວ​ທູດສະຫວັນ​ອົງ​ໜຶ່ງ​ທີ່​ມີ​ພະລັງ​ອຳນາດ​ກໍ​ຍົກ​ຫີນ​ກ້ອນ​ໜຶ່ງ​ທີ່​ຄື​ກັບ​ຫີນ​ໂມ້​ໜ່ວຍ​ໃຫຍ່​ຖິ້ມ​ລົງ​ທະເລ​ແລະ​ເວົ້າ​ວ່າ: “ບາບີໂລນ​ເມືອງ​ໃຫຍ່​ຈະ​ຖືກ​ຖິ້ມ​ລົງ​ໄວ​ໆ​ແບບ​ນີ້​ແຫຼະ ແລະ​ຈະ​ບໍ່​ມີ​ໃຜ​ໄດ້​ເຫັນ​ເມືອງ​ນີ້​ອີກ​ເລີຍ.+ 22  ຈະ​ບໍ່​ມີ​ໃຜ​ໄດ້​ຍິນ​ສຽງ​ຄົນ​ຮ້ອງ​ເພງ​ປະສານ​ກັບ​ສຽງ​ພິນ ຄົນ​ຫຼິ້ນ​ດົນຕີ ຄົນ​ເປົ່າ​ຂຸ່ຍ ແລະ​ຄົນ​ເປົ່າ​ແກ​ໃນ​ເມືອງ​ນີ້​ອີກ. ຈະ​ບໍ່​ມີ​ໃຜ​ໄດ້​ເຫັນ​ຊ່າງ​ທີ່​ເກັ່ງ​ເລື່ອງ​ສີ​ໄມ້​ລາຍ​ມື​ບໍ່​ວ່າ​ປະເພດ​ໃດ ແລະ​ຈະ​ບໍ່​ມີ​ໃຜ​ໄດ້​ຍິນ​ສຽງ​ຫີນ​ໂມ້​ໃນ​ເມືອງ​ນີ້​ອີກ​ເລີຍ. 23  ຈະ​ບໍ່​ມີ​ແສງ​ຕະກຽງ​ສ່ອງ​ແສງ ແລະ​ຈະ​ບໍ່​ມີ​ໃຜ​ໄດ້​ຍິນ​ສຽງ​ເຈົ້າບ່າວ​ເຈົ້າສາວ​ໃນ​ເມືອງ​ນີ້​ອີກ​ເລີຍ. ພວກ​ພໍ່ຄ້າ​ຂອງ​ເມືອງ​ນີ້​ເຄີຍ​ເປັນ​ຄົນ​ສຳຄັນ​ໃນ​ໂລກ ແລະ​ປະເທດ​ຕ່າງ​ໆ​ກໍ​ຖືກ​ຫຼອກລວງ​ຍ້ອນ​ການ​ຫຼິ້ນ​ໄສຍະສາດ+​ຂອງ​ເມືອງ​ນີ້. 24  ໃນ​ເມືອງ​ນີ້​ມີ​ເລືອດ​ຂອງ​ພວກ​ຜູ້​ພະຍາກອນ ເລືອດ​ຂອງ​ພວກ​ຜູ້​ບໍລິສຸດ+ ແລະ​ເລືອດ​ຂອງ​ຄົນ​ທີ່​ຖືກ​ຂ້າ​ໃນ​ໂລກ.”+

ຂໍຄວາມໄຂເງື່ອນ

ຫຼື​ອາດ​ແປ​ວ່າ “ນ້ຳໃຈ; ຄຳເວົ້າ​ທີ່​ເກີດ​ຈາກ​ການ​ດົນໃຈ”
ຄຳ​ພາສາ​ກຣີກ​ແມ່ນ​ພໍເນຍ. ເບິ່ງ​ຄຳ​ວ່າ “ພໍເນຍ” ໃນ​ສ່ວນ​ອະທິບາຍ​ຄຳສັບ.
ຫຼື “ພໍ່​ຄ້າ​ເດີນທາງ”
ຫຼື “ການ​ຂ້າ​ຄົນ”
ຕົ້ນໄມ້​ຊະນິດ​ໜຶ່ງ​ທີ່​ເປືອກ​ມີ​ກິ່ນ​ຫອມ​ແລະ​ໃຊ້​ແຕ່ງ​ກິນ​ໄດ້
ເຂົ້າ​ຊະນິດ​ໜຶ່ງ​ທີ່​ໃຊ້​ເຮັດ​ເຂົ້າຈີ່​ໄດ້
ໃນ​ພາສາ​ກຣີກ​ຄຳ​ນີ້​ແປ​ວ່າ “ຜູ້​ທີ່​ຖືກ​ສົ່ງ​ອອກ​ໄປ”