ພະນິມິດທີ່ເປີດເຜີຍໃຫ້ໂຢຮັນ 5:1-14
5 ແລ້ວຂ້ອຍກໍເຫັນມ້ວນໜັງສືມ້ວນໜຶ່ງຢູ່ໃນມືເບື້ອງຂວາຂອງຜູ້ທີ່ນັ່ງຢູ່ເທິງບັນລັງ.+ ມ້ວນໜັງສືນັ້ນມີຂໍ້ຄວາມຂຽນໃສ່ທັງສອງເບື້ອງແລະມີກາຈ້ຳ 7 ອັນເພື່ອປິດມ້ວນໜັງສືໄວ້.
2 ຂ້ອຍເຫັນທູດສະຫວັນອົງໜຶ່ງທີ່ມີກຳລັງຫຼາຍປະກາດສຽງດັງວ່າ: “ຜູ້ໃດເໝາະສົມຈະແກະກາຈ້ຳ ແລ້ວມາຍມ້ວນໜັງສືນັ້ນອອກ?”
3 ແຕ່ບໍ່ມີຜູ້ໃດເລີຍ ບໍ່ວ່າຈະຢູ່ໃນສະຫວັນ ຫຼືໃນໂລກ ຫຼືຢູ່ໃຕ້ພື້ນດິນທີ່ສາມາດມາຍມ້ວນໜັງສືນັ້ນອອກມາອ່ານໄດ້.
4 ຂ້ອຍຈຶ່ງໄຫ້ແທ້ໄຫ້ວ່າ ຍ້ອນບໍ່ມີຜູ້ໃດເໝາະສົມທີ່ຈະມາຍມ້ວນໜັງສືນັ້ນອອກມາອ່ານໄດ້.
5 ແຕ່ຜູ້ປົກຄອງຄົນໜຶ່ງເວົ້າກັບຂ້ອຍວ່າ: “ບໍ່ຕ້ອງໄຫ້. ສິງຈາກຕະກູນຢູດາ+ທີ່ເປັນລູກຫຼານ*+ຂອງດາວິດ+ໄດ້ໄຊຊະນະ+ແລ້ວ. ຜູ້ນີ້ແຫຼະເໝາະສົມທີ່ຈະແກະກາຈ້ຳທັງເຈັດອັນອອກ ແລ້ວມາຍມ້ວນໜັງສືນັ້ນ.”
6 ແລ້ວຂ້ອຍກໍເຫັນແກະນ້ອຍໂຕໜຶ່ງ+ທີ່ເບິ່ງຄືວ່າເຄີຍຖືກຂ້າມາແລ້ວ+ ຢືນຢູ່ທາງກາງບ່ອນທີ່ບັນລັງນັ້ນຕັ້ງຢູ່ ແລະຢືນຢູ່ນຳສິ່ງທີ່ມີຊີວິດແລະຢູ່ນຳຜູ້ປົກຄອງເຫຼົ່ານັ້ນ.+ ແກະນ້ອຍໂຕນັ້ນມີເຂົາ 7 ເຂົາ ແລະມີຕາ 7 ໜ່ວຍ. ຕາ 7 ໜ່ວຍໝາຍເຖິງພະລັງທັງເຈັດຂອງພະເຈົ້າ+ທີ່ຖືກສົ່ງອອກໄປທົ່ວໂລກ.
7 ແລ້ວແກະນ້ອຍກໍເຂົ້າໄປເອົາມ້ວນໜັງສືນັ້ນທັນທີຈາກມືເບື້ອງຂວາຂອງຜູ້ທີ່ນັ່ງຢູ່ເທິງບັນລັງ.+
8 ເມື່ອເພິ່ນເອົາມ້ວນໜັງສືແລ້ວ ສິ່ງທີ່ມີຊີວິດທັງສີ່ກັບຜູ້ປົກຄອງ 24 ຄົນ+ກໍໝູບລົງຕໍ່ໜ້າເພິ່ນ. ແຕ່ລະຄົນຖືພິນແລະໂອຄຳທີ່ມີເຄື່ອງຫອມເຕັມ. (ເຄື່ອງຫອມນັ້ນໝາຍເຖິງຄຳອະທິດຖານຂອງພວກຜູ້ບໍລິສຸດ.)+
9 ແລ້ວເຂົາເຈົ້າກໍຮ້ອງເພງໃໝ່ເພງໜຶ່ງ+ວ່າ: “ທ່ານເປັນຜູ້ທີ່ເໝາະສົມທີ່ຈະຮັບເອົາມ້ວນໜັງສືແລະແກະກາຈ້ຳອອກ ຍ້ອນທ່ານເຄີຍຖືກຂ້າແລະໃຊ້ເລືອດຂອງທ່ານຊື້ຄົນ+ຈາກທຸກຕະກູນ ທຸກພາສາ ທຸກຊາດ ແລະທຸກປະເທດເພື່ອມອບໃຫ້ພະເຈົ້າ+
10 ແລະທ່ານໄດ້ເຮັດໃຫ້ເຂົາເຈົ້າເປັນກະສັດ+ແລະເປັນປະໂລຫິດຂອງພະເຈົ້າຂອງພວກເຮົາ+ ແລະເຂົາເຈົ້າຈະເປັນກະສັດປົກຄອງໂລກ.”+
11 ແລ້ວຂ້ອຍກໍເຫັນແລະໄດ້ຍິນສຽງທູດສະຫວັນບັກຫຼາຍໆຢູ່ອ້ອມບັນລັງນັ້ນແລະຢູ່ອ້ອມສິ່ງທີ່ມີຊີວິດທັງສີ່ກັບພວກຜູ້ປົກຄອງ. ທູດສະຫວັນເຫຼົ່ານັ້ນມີຫຼາຍໝື່ນຄູນຫຼາຍໝື່ນແລະຫຼາຍພັນຄູນຫຼາຍພັນ.+
12 ເຂົາເຈົ້າເວົ້າສຽງດັງວ່າ: “ແກະນ້ອຍຂອງພະເຈົ້າທີ່ເຄີຍຖືກຂ້າ+ສົມຄວນຈະໄດ້ຮັບອຳນາດ ຊັບສົມບັດ ສະຕິປັນຍາ ກຳລັງ ຄວາມນັບຖື ສະຫງ່າລາສີ ແລະຄຳສັນລະເສີນ.”+
13 ແລ້ວຂ້ອຍກໍໄດ້ຍິນສິ່ງທີ່ມີຊີວິດທຸກຢ່າງໃນສະຫວັນ ໃນໂລກ ໃຕ້ພື້ນດິນ+ ໃນທະເລ ແລະທຸກສິ່ງໃນບ່ອນເຫຼົ່ານັ້ນເວົ້າວ່າ: “ຂໍໃຫ້ຜູ້ທີ່ນັ່ງຢູ່ເທິງບັນລັງ+ແລະແກະນ້ອຍ+ຂອງເພິ່ນໄດ້ຮັບຄຳສັນລະເສີນ ຄວາມນັບຖື+ ສະຫງ່າລາສີ ແລະລິດເດດຕະຫຼອດໄປ.+
14 ແລ້ວສິ່ງທີ່ມີຊີວິດທັງສີ່ນັ້ນກໍເວົ້າວ່າ: “ອາແມນ!”* ແລະພວກຜູ້ປົກຄອງກໍໝູບລົງນະມັດສະການພະເຈົ້າ.”