ອົບພະຍົບ 7:1-25
7 ແລ້ວພະເຢໂຫວາກໍເວົ້າກັບໂມເຊວ່າ: “ເຮົາຈະໃຫ້ເຈົ້າມີອຳນາດຄືກັບພະເຈົ້າ ແລະຈະໃຫ້ເຈົ້າມີອຳນາດເໜືອຟາໂຣ.* ສ່ວນອາໂຣນອ້າຍຂອງເຈົ້າຈະເປັນຜູ້ເວົ້າແທນເຈົ້າ.+
2 ໃຫ້ເຈົ້າບອກອາໂຣນທຸກເລື່ອງຕາມທີ່ເຮົາສັ່ງເຈົ້າ ແລ້ວອາໂຣນອ້າຍຂອງເຈົ້າຈະເປັນຄົນເວົ້າກັບຟາໂຣ ແລະຟາໂຣຈະປ່ອຍພວກອິດສະຣາເອນໄປຈາກແຜ່ນດິນຂອງລາວ.
3 ສ່ວນເຮົາ ເຮົາຊິປ່ອຍໃຫ້ຟາໂຣເປັນຄົນຫົວແຂງຕໍ່ໄປ.+ ເຮົາຊິເຮັດການອັດສະຈັນຫຼາຍຢ່າງໃນແຜ່ນດິນເອຢິບ.+
4 ແຕ່ຟາໂຣຈະບໍ່ຟັງເຈົ້າ. ເຮົາຈະໃຊ້ລິດເດດຂອງເຮົາຈັດການ*ແລະຕັດສິນເອຢິບຄັ້ງໃຫຍ່ ແລ້ວເຮົາຊິພາພວກອິດສະຣາເອນຄົນຂອງເຮົາທີ່ມີຈຳນວນຫຼາຍນີ້ອອກຈາກແຜ່ນດິນເອຢິບ.+
5 ພວກເອຢິບຈະຮູ້ເລີຍວ່າເຮົາແມ່ນເຢໂຫວາ+ ເມື່ອເຮົາໃຊ້ລິດເດດຈັດການພວກເຂົາແລະຊ່ວຍພວກອິດສະຣາເອນອອກຈາກເອຢິບ.”
6 ໂມເຊກັບອາໂຣນກໍໄດ້ເຮັດຕາມທີ່ພະເຢໂຫວາສັ່ງເຂົາເຈົ້າທຸກຢ່າງ.
7 ຕອນທີ່ເຂົາເຈົ້າໄປເວົ້າກັບຟາໂຣນັ້ນ ໂມເຊມີອາຍຸ 80 ປີ ແລະອາໂຣນມີອາຍຸ 83 ປີ.+
8 ພະເຢໂຫວາເວົ້າກັບໂມເຊແລະອາໂຣນວ່າ:
9 “ຖ້າຟາໂຣບອກພວກເຈົ້າວ່າ ‘ເຮັດການອັດສະຈັນອັນໃດອັນໜຶ່ງໃຫ້ຂ້ອຍເບິ່ງກ່ອນແມ້.’ ໃຫ້ອາໂຣນຖິ້ມໄມ້ຄ້ອນເທົ້າລົງຕໍ່ໜ້າຟາໂຣ ແລ້ວໄມ້ຄ້ອນເທົ້ານັ້ນຊິກາຍເປັນງູໃຫຍ່.”+
10 ດັ່ງນັ້ນ ໂມເຊກັບອາໂຣນຈຶ່ງໄປຫາຟາໂຣແລະເຮັດທຸກຢ່າງຕາມທີ່ພະເຢໂຫວາສັ່ງ. ອາໂຣນຖິ້ມໄມ້ຄ້ອນເທົ້າລົງຕໍ່ໜ້າຟາໂຣກັບພວກຜູ້ຮັບໃຊ້ຂອງລາວ ແລະໄມ້ນັ້ນກໍກາຍເປັນງູໃຫຍ່.
11 ຟາໂຣຈຶ່ງເອີ້ນພວກຜູ້ໃຫ້ຄຳປຶກສາກັບພວກໝໍຄາຖາອາຄົມມາຫາ ແລະພວກປະໂລຫິດຂອງເອຢິບ+ກໍໃຊ້ຄາຖາອາຄົມເຮັດແບບດຽວກັນ.+
12 ພວກເຂົາຖິ້ມໄມ້ຄ້ອນເທົ້າຂອງໂຕເອງລົງພື້ນແລະມັນກໍກາຍເປັນງູໃຫຍ່ ແຕ່ໄມ້ຄ້ອນເທົ້າຂອງອາໂຣນກືນກິນໄມ້ຄ້ອນເທົ້າຂອງພວກເຂົາ.
13 ຟາໂຣເປັນຄົນຫົວແຂງຕໍ່ໄປ+ ແລະລາວບໍ່ຟັງໂມເຊກັບອາໂຣນຄືກັບທີ່ພະເຢໂຫວາບອກໄວ້.
14 ຈາກນັ້ນ ພະເຢໂຫວາເວົ້າກັບໂມເຊວ່າ: “ໃຈຂອງຟາໂຣດ້ານຫຼາຍ.+ ລາວບໍ່ຍອມປ່ອຍຄົນຂອງເຮົາໄປ.
15 ມື້ອື່ນເຊົ້າໃຫ້ເຈົ້າໄປຫາຟາໂຣອີກ. ຕອນນັ້ນລາວຊິໄປແມ່ນ້ຳນິນ ໃຫ້ເຈົ້າໄປຖ້າລາວຢູ່ຫັ້ນ ແລະໃຫ້ຈັບໄມ້ຄ້ອນເທົ້າທີ່ເຄີຍກາຍເປັນງູນັ້ນໄປນຳ.+
16 ເຈົ້າຕ້ອງບອກຟາໂຣແນວນີ້. ‘ພະເຢໂຫວາພະເຈົ້າຂອງພວກເຮັບເຣີໄດ້ສົ່ງຂ້ອຍມາຫາເຈົ້າ+ ແລະເພິ່ນບອກເຈົ້າໃຫ້ປ່ອຍຄົນຂອງເພິ່ນໄປນະມັດສະການ*ເພິ່ນຢູ່ບ່ອນກັນດານ. ແຕ່ຮອດຕອນນີ້ເຈົ້າກະຍັງບໍ່ປ່ອຍຄົນຂອງເພິ່ນໄປ.
17 ພະເຢໂຫວາບອກວ່າ “ຍ້ອນສິ່ງທີ່ເຮົາຊິເຮັດຕໍ່ໄປນີ້ ເຈົ້າຊິໄດ້ຮູ້ວ່າເຮົາແມ່ນເຢໂຫວາ.+ ເຮົາຊິເອົາໄມ້ຄ້ອນເທົ້າຟາດລົງແມ່ນ້ຳນິນ ແລ້ວແມ່ນ້ຳກໍຊິກາຍເປັນເລືອດ.
18 ປາໃນແມ່ນ້ຳນິນຈະຕາຍແລະນ້ຳກໍຈະເນົ່າເໝັນ ແລ້ວຄົນເອຢິບຈະກິນນ້ຳຈາກແມ່ນ້ຳນິນບໍ່ໄດ້.”’”
19 ແລ້ວພະເຢໂຫວາບອກໂມເຊວ່າ: “ໃຫ້ບອກອາໂຣນວ່າ ‘ເອົາໄມ້ຄ້ອນເທົ້າໄປຊີ້ໃສ່ນ້ຳໃນແຜ່ນດິນເອຢິບ+ ເພື່ອແມ່ນ້ຳ ຫ້ວຍ ໜອງ ຄອງ ບຶງ+ ແລະນ້ຳຕ່າງໆທີ່ເຂົາເຈົ້າຕັກມາໄວ້ໃຊ້ຈະກາຍເປັນເລືອດ.’ ນ້ຳໃນທົ່ວແຜ່ນດິນເອຢິບ ແມ່ນແຕ່ນ້ຳຢູ່ໃນໄຫແລະຢູ່ໃນອ່າງໄມ້ຈະກາຍເປັນເລືອດ.”
20 ໂມເຊກັບອາໂຣນກໍເຮັດຕາມທີ່ພະເຢໂຫວາສັ່ງທັນທີ. ອາໂຣນຍົກໄມ້ຄ້ອນເທົ້າຂຶ້ນແລ້ວຟາດລົງໃສ່ແມ່ນ້ຳນິນຕໍ່ໜ້າຟາໂຣແລະຄົນຮັບໃຊ້ຂອງລາວ ແລ້ວນ້ຳໃນແມ່ນ້ຳທັງໝົດກໍກາຍເປັນເລືອດ.+
21 ປາໃນແມ່ນ້ຳກໍຕາຍ+ ນ້ຳກໍເລີ່ມເນົ່າເໝັນ ແລະຄົນເອຢິບກໍກິນນ້ຳຈາກແມ່ນ້ຳນິນບໍ່ໄດ້.+ ນ້ຳຢູ່ທົ່ວແຜ່ນດິນເອຢິບກາຍເປັນເລືອດໝົດ.
22 ແຕ່ພວກໝໍຄາຖາອາຄົມຂອງເອຢິບກໍເຮັດການອັດສະຈັນແບບນັ້ນໄດ້ຄືກັນ.+ ດັ່ງນັ້ນ ຟາໂຣກໍຍັງເປັນຄົນຫົວແຂງຕໍ່ໄປ ແລະລາວບໍ່ຟັງໂມເຊກັບອາໂຣນຄືກັບທີ່ພະເຢໂຫວາບອກໄວ້.+
23 ຈາກນັ້ນ ຟາໂຣກໍກັບເມືອວັງ ແລະບໍ່ໄດ້ສົນໃຈເລື່ອງທີ່ເກີດຂຶ້ນເລີຍ.
24 ຄົນເອຢິບທຸກຄົນໄດ້ຂຸດດິນຢູ່ໃກ້ແມ່ນ້ຳນິນ ເພາະພວກເຂົາກິນນ້ຳຈາກແມ່ນ້ຳນິນບໍ່ໄດ້ເລີຍ.
25 ພະເຢໂຫວາໃຫ້ນ້ຳນິນກາຍເປັນເລືອດ 7 ມື້.
ຂໍ ຄວາມ ໄຂ ເງື່ອນ
^ ແປຕາມໂຕວ່າ “ເຮົາເຮັດໃຫ້ເຈົ້າເປັນພະເຈົ້າສຳລັບຟາໂຣ”
^ ແປຕາມໂຕວ່າ “ລົງມືຈັດການເອຢິບ”
^ ແປຕາມໂຕວ່າ “ຮັບໃຊ້”