ເພງສັນລະເສີນ 144:1-15
ເພງຂອງດາວິດ.
144 ຂໍໃຫ້ພະເຢໂຫວາຜູ້ເປັນຫີນຜາຂອງຂ້ອຍ+ໄດ້ຮັບການສັນລະເສີນ.ພະອົງເປັນຜູ້ທີ່ຝຶກມືຂອງຂ້ອຍໃຫ້ເຮັດສົງຄາມແລະຝຶກນິ້ວມືຂອງຂ້ອຍໃຫ້ສູ້ຮົບເປັນ.+
2 ເພິ່ນເປັນຄວາມຮັກທີ່ໝັ້ນຄົງແລະເປັນປ້ອມທີ່ແຂງແຮງຂອງຂ້ອຍ.ເພິ່ນເປັນບ່ອນລີ້ທີ່ປອດໄພ*ແລະເປັນຜູ້ຊ່ວຍຂ້ອຍໃຫ້ລອດ.ເພິ່ນເປັນໂລ້ແລະເປັນຜູ້ທີ່ປົກປ້ອງຂ້ອຍ.+ເພິ່ນເປັນຜູ້ທີ່ປາບຊາດຕ່າງໆໃຫ້ຢູ່ພາຍໃຕ້ອຳນາດຂອງຂ້ອຍ.+
3 ພະເຢໂຫວາເອີ້ຍ ມະນຸດແມ່ນໃຜທີ່ພະອົງຈະຕ້ອງໃສ່ໃຈ?ລູກຂອງມະນຸດແມ່ນໃຜທີ່ພະອົງຈະຕ້ອງສົນໃຈ?+
4 ມະນຸດເປັນຄືກັບລົມຫາຍໃຈບາດດຽວ.+ຊີວິດຂອງລາວເປັນຄືກັບເງົາທີ່ຜ່ານໄປ.+
5 ພະເຢໂຫວາເອີ້ຍ ຂໍພະອົງເຮັດໃຫ້ສະຫວັນຕ່ຳລົງມາ*ແລະຂໍພະອົງລົງມາ.+ຂໍພະອົງບາຍພູຕ່າງໆແລະເຮັດໃຫ້ພວກມັນມີຄວັນອອກມາ.+
6 ຂໍພະອົງເຮັດໃຫ້ມີແສງຟ້າແມບແລະເຮັດໃຫ້ສັດຕູກະຈັດກະຈາຍໄປ.+ຂໍພະອົງຍິງທະນູອອກໄປແລະເຮັດໃຫ້ເຂົາເຈົ້າສັບສົນວຸ່ນວາຍ.+
7 ຂໍພະອົງເດ່ມືມາຈາກທາງເທິງ.ຂໍພະອົງຊ່ວຍລູກໃຫ້ລອດຈາກນ້ຳທີ່ໄຫຼຊັດແຮງໆແລະຈາກກຳມືຂອງພວກຕ່າງປະເທດ.+
8 ພວກນັ້ນມັກເວົ້າຕົວະແລະຍົກມືຂວາຂຶ້ນສາບານຕົວະ.
9 ພະເຈົ້າເອີ້ຍ ລູກຈະຮ້ອງເພງໃໝ່ໃຫ້ພະອົງ.+
ລູກຈະຫຼິ້ນເຄື່ອງດົນຕີທີ່ມີ 10 ສາຍແລະຮ້ອງເພງ*ສັນລະເສີນພະອົງ.
10 ຍ້ອນພະອົງເປັນຜູ້ທີ່ເຮັດໃຫ້ກະສັດໄດ້ໄຊຊະນະ*+ແລະພະອົງເປັນຜູ້ທີ່ຊ່ວຍດາວິດຜູ້ຮັບໃຊ້ຂອງພະອົງບໍ່ໃຫ້ຖືກຂ້າດ້ວຍດາບ.+
11 ຂໍພະອົງຊ່ວຍລູກໃຫ້ລອດຈາກກຳມືຂອງພວກຕ່າງປະເທດ.ພວກນັ້ນມັກເວົ້າຕົວະແລະຍົກມືຂວາຂຶ້ນສາບານຕົວະ.
12 ລູກຊາຍຂອງພວກເຮົາຈະເປັນຄືກັບເບ້ຍໄມ້ທີ່ໃຫຍ່ຂຶ້ນໄວໆ.ລູກສາວຂອງພວກເຮົາຈະເປັນຄືກັບເສົາແກະສະຫຼັກທີ່ຢູ່ແຈຂອງວັງ.
13 ພວກເຮົາຈະມີຜົນລະປູກທຸກຊະນິດຈົນລົ້ນສາງ.ຝູງສັດໃນທົ່ງຫຍ້າຂອງພວກເຮົາຈະມີຫຼາຍຂຶ້ນເປັນຫຼາຍພັນຫຼາຍໝື່ນ.
14 ຝູງງົວຂອງພວກເຮົາທີ່ຖືພາທ້ອງແກ່ຈະບໍ່ບາດເຈັບຫຼືຫຼຸລູກ.ຈະບໍ່ມີສຽງຮ້ອງໄຫ້ເສຍໃຈຢູ່ຕາມເດີ່ນເມືອງຂອງພວກເຮົາ.
15 ຄົນທີ່ໄດ້ຮັບພອນເຫຼົ່ານີ້ທັງໝົດກໍມີຄວາມສຸກ.
ຄົນທີ່ມີພະເຢໂຫວາເປັນພະເຈົ້າກໍມີຄວາມສຸກ.+
ຂໍ ຄວາມ ໄຂ ເງື່ອນ
^ ຫຼື “ບ່ອນສູງທີ່ປອດໄພ”
^ ຫຼື “ງໍສະຫວັນລົງມາ”
^ ຫຼື “ຫຼິ້ນດົນຕີ”
^ ຫຼື “ຊ່ວຍກະສັດໃຫ້ລອດ”