ເພງສັນລະເສີນ 52:1-9
ເຖິງຜູ້ຄວບຄຸມດົນຕີ. ມັດຄິວ*ຂອງດາວິດ. ຕອນທີ່ໂດເອັກຄົນເອໂດມໄປບອກຊາອູນວ່າດາວິດໄປຫາອາຮີເມເລັກຢູ່ເຮືອນ.+
52 ຄົນໂຫດຫ້ຽມເອີ້ຍ ເປັນຫຍັງເຈົ້າຈຶ່ງອວດວ່າເຈົ້າເຮັດຊົ່ວຫຍັງແດ່?+
ຄວາມຮັກທີ່ໝັ້ນຄົງຂອງພະເຈົ້າຈະບໍ່ມີມື້ໝົດດອກ.+
2 ລີ້ນຂອງເຈົ້າຄົມຄືກັບມີດແຖ.+ມັນວາງແຜນຮ້າຍແລະຫຼອກລວງຄົນອື່ນ.+
3 ເຈົ້າມັກຄວາມຊົ່ວຫຼາຍກວ່າຄວາມດີແລະມັກເວົ້າຕົວະຫຼາຍກວ່າເວົ້າຄວາມຈິງ. (ເຊລາ)*
4 ຄົນຂີ້ຕົວະເອີ້ຍເປັນຫຍັງເຈົ້າມັກເວົ້າແນວເຈັບໆໃສ່ຄົນອື່ນ?
5 ຍ້ອນແນວນີ້ແຫຼະ ພະເຈົ້າຈະຟັນເຈົ້າໃຫ້ລົ້ມລົງແລະກຳຈັດເຈົ້າບໍ່ໃຫ້ເຫຼືອ.+ເພິ່ນຈະຈັບເຈົ້າແລະລາກເຈົ້າອອກຈາກເຕັ້ນ.+ເພິ່ນຈະຫຼົກເຈົ້າຖິ້ມອອກຈາກໂລກນີ້.+ (ເຊລາ)
6 ເມື່ອຄົນດີເຫັນ ເຂົາເຈົ້າຈະຮູ້ສຶກງຶດຫຼາຍ.+ເຂົາເຈົ້າຈະຫົວເຍາະເຍີ້ຍເຈົ້າ+ແລະເວົ້າວ່າ:
7 “ນີ້ແຫຼະຄົນທີ່ບໍ່ຢາກໃຫ້ພະເຈົ້າເປັນບ່ອນລີ້ໄພ.*+ລາວໄວ້ໃຈໃນຄວາມລວຍຂອງໂຕເອງ+ແລະໝັ້ນໃຈໃນແຜນຊົ່ວທີ່ໂຕເອງຄິດຂຶ້ນມາ.”
8 ແຕ່ຂ້ອຍຈະເປັນຄືກັບຕົ້ນໝາກກອກທີ່ງາມໆຢູ່ວິຫານຂອງພະເຈົ້າ.ຂ້ອຍໝັ້ນໃຈວ່າພະເຈົ້າຈະຮັກຂ້ອຍຢ່າງໝັ້ນຄົງ+ຕະຫຼອດໄປ.
9 ພະເຈົ້າເອີ້ຍ ລູກຈະສັນລະເສີນພະອົງຕະຫຼອດໄປຍ້ອນສິ່ງທີ່ພະອົງເຮັດ.+ລູກຈະໄວ້ໃຈຊື່ຂອງພະອົງ+ຕໍ່ໜ້າຄົນທີ່ສັດຊື່ຕໍ່ພະອົງຍ້ອນວ່າຊື່ຂອງພະອົງດີແທ້ໆ.