ເພງສັນລະເສີນ 8:1-9

  • ກຽດ​ຂອງ​ພະເຈົ້າ​ກັບ​ກຽດ​ຂອງ​ມະນຸດ

    • “ຊື່​ຂອງ​ພະອົງ​ຍິ່ງໃຫຍ່​ທີ່ສຸດ” (1, 9)

    • ‘ມະນຸດ​ມີຄ່າ​ຫຍັງ?’ (4)

    • ມະນຸດ​ໄດ້​ຮັບ​ກຽດ​ແລະ​ຄວາມ​ນັບຖື (5)

ເຖິງ​ຜູ້​ຄວບຄຸມ​ດົນຕີ ເພງ​ນີ້​ຮ້ອງ​ແບບ​ກິດ​ທິດ.* ເພງ​ຂອງ​ດາວິດ. 8  ພະ​ເຢໂຫວາ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ​ເອີ້ຍ ທຸກ​ສິ່ງ​ທີ່​ຢູ່​ໃນ​ໂລກ​ນີ້​ພິສູດ​ໃຫ້​ເຫັນ​ວ່າ​ຊື່​ຂອງ​ພະອົງ​ຍິ່ງໃຫຍ່​ທີ່ສຸດ*ແລະ​ກຽດ​ທີ່​ພະອົງ​ໄດ້​ຮັບ​ກໍ​ສູງ​ກວ່າ​ທ້ອງຟ້າ.+   ພະອົງ​ໄດ້​ໃຊ້​ຄຳ​ສັນລະເສີນ​ທີ່​ມາ​ຈາກ​ເດັກນ້ອຍ​ແລະ​ແອນ້ອຍ+ເພື່ອ​ສະແດງ​ລິດເດດ​ຂອງ​ພະອົງ​ໃຫ້​ສັດຕູ​ເຫັນແລະ​ເຮັດ​ໃຫ້​ເຂົາເຈົ້າ​ເວົ້າ​ຫຍັງ​ບໍ່​ອອກ.   ເມື່ອ​ລູກ​ແນມ​ເບິ່ງ​ທຸກ​ສິ່ງ​ທີ່​ພະອົງ​ສ້າງ*​ຢູ່​ເທິງ​ທ້ອງຟ້າແລະ​ເບິ່ງ​ເດືອນ​ກັບ​ດາວ​ທີ່​ພະອົງ​ສ້າງ​ໄວ້ ລູກ​ກໍ​ຄິດ​ໃນ​ໃຈ​ວ່າ+   ເປັນຫຍັງ​ພະອົງ​ຈຶ່ງ​ສົນໃຈ​ມະນຸດ​ທີ່​ບໍ່​ມີຄ່າແລະ​ເປັນຫຍັງ​ພະອົງ​ຈຶ່ງ​ຢາກ​ເບິ່ງແຍງ​ມະນຸດ​ເຫຼົ່ານີ້?+   ພະອົງ​ໃຫ້​ເຂົາເຈົ້າ​ມີ​ຕຳແໜ່ງ​ຕ່ຳ​ກວ່າ​ທູດສະຫວັນ*​ແຕ່​ໜ້ອຍ​ດຽວແລະ​ພະອົງ​ໃຫ້​ເຂົາເຈົ້າ​ມີ​ກຽດ​ແລະ​ໄດ້​ຮັບ​ຄວາມ​ນັບຖື.   ພະອົງ​ໃຫ້​ເຂົາເຈົ້າ​ເບິ່ງແຍງ​ທຸກ​ສິ່ງ​ທີ່​ພະອົງ​ສ້າງ+ແລະ​ໃຫ້​ເຂົາເຈົ້າ​ຄຸ້ມຄອງ​ສິ່ງ​ເຫຼົ່າ​ນັ້ນ   ບໍ່​ວ່າ​ຈະ​ເປັນ​ຝູງ​ແກະ ຝູງ​ແບ້ ຝູງ​ງົວຫຼື​ສັດ​ປ່າ​ທັງໝົດ+   ລວມ​ທັງ​ນົກ​ທີ່​ບິນ​ຢູ່​ເທິງ​ຟ້າ ປາ​ທີ່​ຢູ່​ໃນ​ນ້ຳແລະ​ສິ່ງ​ອື່ນ​ໆ​ທັງໝົດ​ທີ່​ຢູ່​ໃນ​ທະເລ.   ພະ​ເຢໂຫວາ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ​ເອີ້ຍ ທຸກ​ສິ່ງ​ທີ່​ຢູ່​ໃນ​ໂລກ​ນີ້​ພິສູດ​ໃຫ້​ເຫັນ​ວ່າ​ຊື່​ຂອງ​ພະອົງ​ຍິ່ງໃຫຍ່​ທີ່ສຸດ.

ຂໍຄວາມໄຂເງື່ອນ

ຫຼື​ອາດ​ແປ​ວ່າ “ມີການ​ເວົ້າ​ຊ້ຳ​ຄືນ​ເຖິງ​ກຽດ​ຂອງ​ພະອົງ​ຢູ່​ເທິງ​ສະຫວັນ”
ແປ​ຕາມ​ໂຕ​ວ່າ “ຜົນ​ງານ​ຈາກ​ນິ້ວ​ມື​ຂອງ​ພະອົງ”
ຫຼື “ຜູ້​ທີ່​ເປັນ​ຄື​ກັບ​ພະເຈົ້າ”