ເຢເຣມີຢາ 36:1-32
36 ໃນປີທີ 4 ທີ່ເຢໂຮຢາກີມ+ລູກຊາຍຂອງໂຢສີຢາເປັນກະສັດປົກຄອງຢູດາ ພະເຢໂຫວາໄດ້ເວົ້າກັບເຢເຣມີຢາວ່າ:
2 “ໃຫ້ເຈົ້າເອົາມ້ວນໜັງສືມາມ້ວນໜຶ່ງແລະຂຽນຄຳເວົ້າທັງໝົດຂອງເຮົາທີ່ເຮົາໄດ້ເວົ້າກັບເຈົ້າກ່ຽວກັບອິດສະຣາເອນ ຢູດາ+ ແລະຊາດທັງໝົດ.+ ໃຫ້ເຈົ້າຂຽນຄຳເວົ້າທີ່ເຮົາເວົ້າກັບເຈົ້າຕັ້ງແຕ່ສະໄໝທີ່ໂຢສີຢາເປັນກະສັດຈົນຮອດຕອນນີ້.+
3 ເມື່ອຄົນຢູດາໄດ້ຍິນເລື່ອງຄວາມຈິບຫາຍທີ່ເຮົາຕັ້ງໃຈຈະເຮັດໃຫ້ເກີດຂຶ້ນກັບເຂົາເຈົ້າ ບາງເທື່ອເຂົາເຈົ້າອາດຈະກັບໃຈແລະເຊົາເຮັດຊົ່ວ ແລ້ວເຮົາກໍຈະໄດ້ຍົກໂທດຄວາມຜິດແລະບາບຂອງເຂົາເຈົ້າ.”+
4 ເຢເຣມີຢາຈຶ່ງເອີ້ນບາຣຸກ+ລູກຊາຍຂອງເນຣີຢາໃຫ້ມາຫາ. ເຢເຣມີຢາບອກທຸກສິ່ງທີ່ພະເຢໂຫວາເວົ້າກັບລາວໃຫ້ບາຣຸກຟັງແລະບາຣຸກກໍຂຽນຄຳເວົ້າເຫຼົ່ານັ້ນໃສ່ມ້ວນໜັງສື.+
5 ຈາກນັ້ນ ເຢເຣມີຢາກໍສັ່ງບາຣຸກວ່າ: “ຂ້ອຍຖືກກັກໂຕແລະໄປວິຫານຂອງພະເຢໂຫວາບໍ່ໄດ້.
6 ຄັນຊັ້ນ ໃຫ້ເຈົ້າເປັນຄົນໄປແລະອ່ານຄຳເວົ້າຂອງພະເຢໂຫວາຈາກມ້ວນໜັງສືທີ່ເຈົ້າຂຽນຕາມທີ່ຂ້ອຍບອກເຈົ້າໃຫ້ທຸກຄົນຟັງ. ເຈົ້າຕ້ອງອ່ານມ້ວນໜັງສືນີ້ໃຫ້ທຸກຄົນທີ່ຢູ່ໃນວິຫານຂອງພະເຢໂຫວາຟັງ ລວມທັງຄົນຢູດາທີ່ມາຈາກເມືອງອື່ນໆນຳໃນມື້ທີ່ມີການອົດອາຫານ.
7 ພະເຢໂຫວາໄດ້ປະກາດໄວ້ແລ້ວວ່າເພິ່ນຈະລົງໂທດຄົນຊາດນີ້ດ້ວຍຄວາມໃຈຮ້າຍຫຼາຍ ແຕ່ບາງເທື່ອເຂົາເຈົ້າອາດຈະອ້ອນວອນພະເຢໂຫວາ ກັບໃຈ ແລະເຊົາເຮັດຊົ່ວ.”
8 ບາຣຸກລູກຊາຍຂອງເນຣີຢາໄດ້ເຮັດຕາມທຸກຢ່າງທີ່ຜູ້ພະຍາກອນເຢເຣມີຢາສັ່ງ. ລາວໄປວິຫານຂອງພະເຢໂຫວາແລະອ່ານຄຳເວົ້າຂອງພະເຢໂຫວາຈາກມ້ວນໜັງສືໃຫ້ທຸກຄົນຟັງ.+
9 ໃນເດືອນທີ 9 ຂອງປີທີ 5 ທີ່ເຢໂຮຢາກີມ+ລູກຊາຍຂອງໂຢສີຢາເປັນກະສັດປົກຄອງຢູດາ ທຸກຄົນທີ່ຢູ່ໃນເມືອງເຢຣູຊາເລັມແລະທຸກຄົນຈາກເມືອງຕ່າງໆຂອງຢູດາທີ່ມາເມືອງເຢຣູຊາເລັມໄດ້ເລີ່ມອົດອາຫານຕໍ່ໜ້າພະເຢໂຫວາ.+
10 ແລ້ວບາຣຸກກໍອ່ານມ້ວນໜັງສືທີ່ເຢເຣມີຢາບອກໃຫ້ລາວຂຽນນັ້ນຢູ່ວິຫານຂອງພະເຢໂຫວາໃນຫ້ອງ*ຂອງເກມາຣີຢາ+ລູກຊາຍຂອງຊາຟານ+ທີ່ເປັນຜູ້ຄັດລອກ ເຊິ່ງຢູ່ເດີ່ນທາງເທິງໃກ້ກັບທາງເຂົ້າປະຕູໃໝ່ຂອງວິຫານຂອງພະເຢໂຫວາ.+ ລາວອ່ານມ້ວນໜັງສືນັ້ນໃຫ້ທຸກຄົນຟັງ.
11 ເມື່ອມີກາຢາລູກຊາຍຂອງເກມາຣີຢາຫຼານຊາຍຂອງຊາຟານໄດ້ຍິນຄຳເວົ້າທັງໝົດຂອງພະເຢໂຫວາຈາກມ້ວນໜັງສືນັ້ນ
12 ລາວກໍໄປຫ້ອງຂອງເລຂາທີ່ຢູ່ໃນວັງຂອງກະສັດ. ພວກເຈົ້ານາຍ*ທີ່ຢູ່ຫັ້ນມີ ເອລີຊາມາ+ທີ່ເປັນເລຂາ ເດລາຢາລູກຊາຍຂອງເຊມາຢາ ເອນນາທານ+ລູກຊາຍຂອງອັກໂບ+ ເກມາຣີຢາລູກຊາຍຂອງຊາຟານ ເຊເດກີຢາລູກຊາຍຂອງຮານານີຢາ ແລະພວກເຈົ້ານາຍຄົນອື່ນໆທັງໝົດ.
13 ມີກາຢາກໍບອກເຂົາເຈົ້າທຸກຢ່າງທີ່ລາວໄດ້ຍິນຕອນທີ່ບາຣຸກອ່ານຈາກມ້ວນໜັງສືນັ້ນໃຫ້ປະຊາຊົນຟັງ.
14 ຈາກນັ້ນ ພວກເຈົ້ານາຍກໍສົ່ງເຢຮູດີລູກຊາຍຂອງເນທານີອາຫຼານຂອງເຊເລມີຢາເຫຼນຂອງກູຊີໄປຫາບາຣຸກແລະບອກລາວວ່າ: “ໃຫ້ເຈົ້າມາຫາພວກເຮົາແລະເອົາມ້ວນໜັງສືທີ່ເຈົ້າອ່ານໃຫ້ປະຊາຊົນຟັງມານຳ.” ບາຣຸກລູກຊາຍຂອງເນຣີຢາກໍເອົາມ້ວນໜັງສືນັ້ນໄປຫາເຂົາເຈົ້າ.
15 ເຂົາເຈົ້າເວົ້າກັບບາຣຸກວ່າ: “ເຊີນນັ່ງລົງແລະອ່ານໃຫ້ພວກເຮົາຟັງແດ່.” ແລ້ວບາຣຸກກໍອ່ານມ້ວນໜັງສືນັ້ນໃຫ້ເຂົາເຈົ້າຟັງ.
16 ຫຼັງຈາກທີ່ເຂົາເຈົ້າໄດ້ຍິນຄຳເວົ້າທັງໝົດ ເຂົາເຈົ້າກໍເບິ່ງໜ້າກັນດ້ວຍຄວາມຢ້ານແລະເວົ້າກັບບາຣຸກວ່າ: “ພວກເຮົາຕ້ອງເອົາເລື່ອງທັງໝົດນີ້ໄປບອກກະສັດ.”
17 ເຂົາເຈົ້າຖາມບາຣຸກອີກວ່າ: “ບອກພວກເຮົາແດ່ ເຈົ້າຂຽນຄຳເວົ້າທັງໝົດນີ້ແນວໃດ? ເຈົ້າຂຽນຕາມທີ່ເຢເຣມີຢາບອກແມ່ນບໍ?”
18 ບາຣຸກຕອບເຂົາເຈົ້າວ່າ: “ລາວເປັນຜູ້ເວົ້າໃຫ້ຂ້ອຍຟັງ ແລ້ວຂ້ອຍກໍໃຊ້ນ້ຳມຶກຂຽນຄຳເວົ້າທັງໝົດນີ້ໃນມ້ວນໜັງສື.”
19 ພວກເຈົ້ານາຍບອກບາຣຸກວ່າ: “ໃຫ້ເຈົ້າໜີໄປລີ້ເດີ້ ທັງເຈົ້າກັບເຢເຣມີຢາ ແລະຢ່າໃຫ້ໃຜຮູ້ວ່າພວກເຈົ້າຢູ່ໃສ.”+
20 ຈາກນັ້ນ ເຂົາເຈົ້າກໍເອົາມ້ວນໜັງສືໄວ້ຢູ່ຫ້ອງຂອງເອລີຊາມາທີ່ເປັນເລຂາ. ແລ້ວເຂົາເຈົ້າກໍເຂົ້າໄປຫາກະສັດຢູ່ເດີ່ນຂອງວັງແລະບອກທຸກສິ່ງທີ່ເຂົາເຈົ້າໄດ້ຍິນໃຫ້ກະສັດຟັງ.
21 ກະສັດຈຶ່ງສົ່ງເຢຮູດີ+ໄປເອົາມ້ວນໜັງສືນັ້ນມາ. ເຢຮູດີກໍໄປເອົາມ້ວນໜັງສືນັ້ນຢູ່ຫ້ອງຂອງເອລີຊາມາທີ່ເປັນເລຂາ. ແລ້ວເຢຮູດີກໍເລີ່ມອ່ານມ້ວນໜັງສືນັ້ນໃຫ້ກະສັດກັບພວກເຈົ້ານາຍທຸກຄົນທີ່ຢືນຢູ່ຂ້າງກະສັດຟັງ.
22 ຕອນນັ້ນເປັນເດືອນທີ 9* ກະສັດນັ່ງຝີງໄຟຢູ່ໜ້າເຕົາໄຟໃນວັງລະດູໜາວຂອງລາວ.
23 ທຸກເທື່ອທີ່ເຢຮູດີອ່ານຜ່ານໄປສາມຫາສີ່ຫຍໍ້ໜ້າ ກະສັດກໍເອົາມີດຂອງເລຂາມາຕັດມ້ວນໜັງສືສ່ວນທີ່ລາວອ່ານໄປແລ້ວນັ້ນແລະໂຍນເຂົ້າເຕົາໄຟ. ໃນທີ່ສຸດ ມ້ວນໜັງສືນັ້ນກໍຖືກຈູດຖິ້ມໝົດໃນເຕົາໄຟ.
24 ກະສັດແລະຄົນຮັບໃຊ້ທັງໝົດຂອງລາວທີ່ໄດ້ຍິນຄຳເວົ້າໃນມ້ວນໜັງສືນັ້ນ ບໍ່ມີໃຜຈັກຄົນຈີກເຄື່ອງນຸ່ງຂອງໂຕເອງ ເຂົາເຈົ້າບໍ່ໄດ້ຮູ້ສຶກຢ້ານຫຍັງເລີຍ.
25 ເຖິງວ່າເອນນາທານ+ ເດລາຢາ+ ແລະເກມາຣີຢາ+ຈະຂໍຮ້ອງກະສັດບໍ່ໃຫ້ຈູດມ້ວນໜັງສືນັ້ນ ແຕ່ກະສັດກໍບໍ່ຟັງ.
26 ນອກຈາກນັ້ນ ກະສັດຍັງສັ່ງໃຫ້ເຢຣາເມເອນລູກຊາຍຂອງກະສັດກັບເສຣາຢາລູກຊາຍຂອງອັດຊະຣີເອນ ແລະເຊເລມີຢາລູກຊາຍຂອງອັບເດເອນໄປຈັບໂຕຜູ້ພະຍາກອນເຢເຣມີຢາແລະບາຣຸກທີ່ເປັນເລຂາຂອງລາວ ແຕ່ພະເຢໂຫວາໄດ້ເຊື່ອງເຂົາເຈົ້າໄວ້.+
27 ຫຼັງຈາກກະສັດຈູດມ້ວນໜັງສືທີ່ບາຣຸກຂຽນຕາມຄຳທີ່ເຢເຣມີຢາບອກ ພະເຢໂຫວາກໍເວົ້າກັບເຢເຣມີຢາອີກ+ວ່າ:
28 “ໃຫ້ເອົາມ້ວນໜັງສືມາອີກມ້ວນໜຶ່ງ ແລ້ວຂຽນຄຳເວົ້າທັງໝົດໃຫ້ຄືກັບມ້ວນທຳອິດທີ່ເຢໂຮຢາກີມກະສັດຂອງຢູດາໄດ້ຈູດຖິ້ມໄປແລ້ວ.+
29 ເຈົ້າຕ້ອງບອກເຢໂຮຢາກີມກະສັດຂອງຢູດາວ່າ ‘ພະເຢໂຫວາໄດ້ເວົ້າແນວນີ້ “ຍ້ອນເຈົ້າໄດ້ຈູດມ້ວນໜັງສືແລະເວົ້າວ່າ ‘ເປັນຫຍັງເຈົ້າຈຶ່ງຂຽນໃນມ້ວນໜັງສືວ່າກະສັດບາບີໂລນຈະມາທຳລາຍແຜ່ນດິນນີ້ ແລະເຮັດໃຫ້ບໍ່ມີຄົນແລະສັດອາໄສຢູ່?’+
30 ພະເຢໂຫວາຈຶ່ງເວົ້າກ່ຽວກັບເຢໂຮຢາກີມກະສັດຂອງຢູດາວ່າ ‘ຈະບໍ່ມີລູກຫຼານຂອງລາວຄົນໃດໄດ້ນັ່ງເທິງບັນລັງຂອງດາວິດອີກເລີຍ.+ ສົບຂອງລາວຈະຖືກຖິ້ມຢູ່ທາງນອກໃຫ້ຕາກຄວາມຮ້ອນໃນຕອນກາງເວັນແລະຕາກຄວາມເຢັນໃນຕອນກາງຄືນ.+
31 ເຮົາຈະໃຫ້ລາວກັບລູກຫຼານແລະຄົນຮັບໃຊ້ຂອງລາວຮັບຜິດຊອບຕໍ່ຄວາມຜິດທີ່ເຂົາເຈົ້າໄດ້ເຮັດ. ເຮົາຈະໃຫ້ຄວາມຈິບຫາຍທີ່ເຮົາເຄີຍໄດ້ເວົ້າໄວ້ເກີດຂຶ້ນກັບເຂົາເຈົ້າ ແລະກັບຄົນໃນເມືອງເຢຣູຊາເລັມແລະຄົນຢູດາ+ ຍ້ອນເຂົາເຈົ້າບໍ່ຟັງເຮົາ.’”’”+
32 ແລ້ວເຢເຣມີຢາກໍເອົາມ້ວນໜັງສືອີກມ້ວນໜຶ່ງມາໃຫ້ບາຣຸກລູກຊາຍຂອງເນຣີຢາທີ່ເປັນເລຂາຂອງລາວ.+ ບາຣຸກກໍຂຽນຕາມທີ່ເຢເຣມີຢາບອກທຸກຄຳໃຫ້ຄືກັບມ້ວນໜັງສືທີ່ເຢໂຮຢາກີມກະສັດຂອງຢູດາໄດ້ຈູດຖິ້ມ+ ແລະລາວຍັງໄດ້ຂຽນຄຳເວົ້າອື່ນໆຈາກພະເຈົ້າໃສ່ໃນມ້ວນໜັງສືໃໝ່ນີ້ນຳ.
ຂໍ ຄວາມ ໄຂ ເງື່ອນ
^ ຫຼື “ຫ້ອງກິນເຂົ້າ”
^ ຫຼື “ພວກຂ້າລາຊະການ”
^ ກົງກັບກາງເດືອນພະຈິກຫາກາງເດືອນທັນວາ. ເບິ່ງພາກຜະໜວກ ຂ15.