ເອຊາຢາ 19:1-25
19 ຕໍ່ໄປນີ້ ແມ່ນຄຳຕັດສິນຕໍ່ເອຢິບ.+
ພະເຢໂຫວາກຳລັງນັ່ງຢູ່ເທິງຂີ້ເຝື້ອທີ່ລອຍໄວໆແລະກຳລັງມາເອຢິບ.
ພະເຈົ້າຕ່າງໆທີ່ບໍ່ມີຄ່າຫຍັງຂອງເອຢິບຈະຢ້ານເພິ່ນຈົນໂຕສັ່ນ+ແລະພວກເອຢິບກໍຈະຢ້ານຫຼາຍຄືກັນຈົນໃຈສັ່ນ.
2 “ເຮົາຈະກະຕຸ້ນພວກເອຢິບໃຫ້ຕໍ່ສູ້ກັນແລະເຂົາເຈົ້າຈະຕໍ່ສູ້ກັນເອງ.ອ້າຍນ້ອງຈະຕໍ່ສູ້ກັນ ເພື່ອນບ້ານຈະຕໍ່ສູ້ເພື່ອນບ້ານເມືອງຈະຕໍ່ສູ້ເມືອງແລະກະສັດຈະຕໍ່ສູ້ກະສັດ.
3 ພວກເອຢິບຈະພາກັນງົງແລະເຮົາຈະເຮັດໃຫ້ແຜນການຂອງເຂົາເຈົ້າສັບສົນ.+
ເຂົາເຈົ້າຈະໄປປຶກສາພະເຈົ້າຕ່າງໆທີ່ບໍ່ມີຄ່າຫຍັງແລະໄປປຶກສາພວກໝໍຄາຖາອາຄົມ ໝໍຜີ ແລະໝໍດູເລື້ອຍໆ.+
4 ເຮົາຈະມອບເອຢິບໄວ້ໃນມືຂອງເຈົ້ານາຍທີ່ໂຫດຫ້ຽມແລະກະສັດທີ່ໂຫດຮ້າຍຈະປົກຄອງເຂົາເຈົ້າ.”+ ພະເຢໂຫວາຜູ້ບັນຊາການກອງທັບ ຜູ້ເປັນນາຍອົງສູງສຸດບອກແນວນີ້.
5 ນ້ຳໃນທະເລຈະບໍ່ມີແລະນ້ຳໃນແມ່ນ້ຳຈະແຫ້ງໝົດ.+
6 ແມ່ນ້ຳຕ່າງໆຈະເໝັນ.ນ້ຳໃນຄອງຕ່າງໆຂອງແມ່ນ້ຳນິນໃນເອຢິບຈະຫຼຸດລົງແລະແຫ້ງຈົນດິນແຕກແຫງ.
ຕົ້ນອໍ້ກັບຕົ້ນຜືກໍຈະເປື່ອຍເນົ່າ.+
7 ພືດຕ່າງໆທີ່ຢູ່ແຄມແມ່ນ້ຳນິນກັບຢູ່ປາກແມ່ນ້ຳນິນແລະເມັດພືດທີ່ຫວ່ານຢູ່ດິນທຸກບ່ອນຕາມແຄມແມ່ນ້ຳນິນ+ຈະຫ່ຽວແຫ້ງໝົດ.+
ມັນຈະຖືກລົມພັດໄປຈົນບໍ່ເຫຼືອຫຍັງ.
8 ຄົນຫາປາຈະໂສກເສົ້າ.ຄົນທີ່ແກວ່ງເບັດລົງແມ່ນ້ຳນິນຈະທຸກໃຈແລະຄົນທີ່ຫວ່ານແຫລົງນ້ຳກໍຈະທໍ້ໃຈ.
9 ຄົນທີ່ເຮັດຜ້າລີນິນ+ແລະຄົນທີ່ຕ່ຳຜ້າສີຂາວຈະຕ້ອງອັບອາຍ.
10 ຄົນເອຢິບທີ່ຕ່ຳຜ້າຈະເຈັບປວດໃຈແລະທຸກຄົນທີ່ເຮັດວຽກຮັບຈ້າງຈະທຸກໃຈ.
11 ພວກເຈົ້ານາຍຂອງໂຊອານ+ເປັນຄົນໂງ່.
ພວກທີ່ປຶກສາທີ່ສະຫຼາດທີ່ສຸດຂອງຟາໂຣ*ກໍໃຫ້ຄຳແນະນຳທີ່ບໍ່ໄດ້ເລື່ອງ.+
ພວກເຈົ້າຊິໄປເວົ້າກັບຟາໂຣໄດ້ແນວໃດວ່າ:
“ຂ້ອຍເປັນລູກຫຼານຂອງຄົນທີ່ສະຫຼາດແລະເປັນລູກຫຼານຂອງກະສັດສະໄໝແຕ່ກີ້”?
12 ຄົນສະຫຼາດຂອງພວກເຈົ້າໄປໃສໝົດ?+
ຖ້າເຂົາເຈົ້າຮູ້ ໃຫ້ເຂົາເຈົ້າບອກພວກເຈົ້າແມ້ວ່າພະເຢໂຫວາຜູ້ບັນຊາການກອງທັບໄດ້ຕັດສິນໃຈວ່າຈະເຮັດຫຍັງກັບເອຢິບ.
13 ພວກເຈົ້ານາຍຂອງໂຊອານເຮັດແບບໂງ່ໆຕະຫຼອດ.ພວກເຈົ້ານາຍຂອງເມືອງໂໜບ*+ໄດ້ຕົວະໂຕເອງແລະພວກຜູ້ນຳຂອງເອຢິບກໍພາເອຢິບໄປຜິດທາງ.
14 ພະເຢໂຫວາໄດ້ເຮັດໃຫ້ເອຢິບສັບສົນ+ແລະພວກຜູ້ນຳໄດ້ພາເອຢິບຫຼົງທາງບໍ່ວ່າປະເທດນີ້ຈະເຮັດຫຍັງກໍຕາມ.ເອຢິບສັບສົນຄືກັບຄົນເມົາເຫຼົ້າທີ່ຍ່າງເຊຊ້າຍເຊຂວາແລະຮາກໄປນຳ.
15 ເອຢິບເຮັດຫຍັງກໍຈະບໍ່ສຳເລັດບໍ່ວ່າຈະເປັນຫົວຫຼືຫາງ ໜໍ່ຫຼືຕົ້ນຜື*ຂອງເອຢິບກໍຈະຊ່ວຍປະເທດຂອງໂຕເອງບໍ່ໄດ້ເລີຍ.
16 ໃນຕອນນັ້ນ ພວກເອຢິບຈະເປັນຄືກັບຜູ້ຍິງທີ່ຢ້ານຈົນໂຕສັ່ນ ຍ້ອນພະເຢໂຫວາຜູ້ບັນຊາການກອງທັບໄດ້ຍົກກຳປັ້ນ*ໃສ່ເຂົາເຈົ້າ.+
17 ເອຢິບຈະຢ້ານແຜ່ນດິນຢູດາ. ເຂົາເຈົ້າຈະຢ້ານຫຼາຍເມື່ອເວົ້າເຖິງຢູດາ ຍ້ອນຮູ້ວ່າພະເຢໂຫວາຜູ້ບັນຊາການກອງທັບໄດ້ວາງແຜນໄວ້ແລ້ວວ່າຈະເຮັດແນວໃດກັບເຂົາເຈົ້າ.+
18 ໃນຕອນນັ້ນຈະມີ 5 ເມືອງໃນເອຢິບເວົ້າພາສາທີ່ໃຊ້ໃນການາອານ*+ ແລະສາບານວ່າຈະສັດຊື່ຕໍ່ພະເຢໂຫວາຜູ້ບັນຊາການກອງທັບ. ໃນ 5 ເມືອງນີ້ ເມືອງໜຶ່ງຈະຖືກເອີ້ນວ່າເມືອງຂອງການທຳລາຍ.
19 ໃນຕອນນັ້ນຈະມີແທ່ນບູຊາແທ່ນໜຶ່ງສຳລັບພະເຢໂຫວາຕັ້ງຢູ່ກາງແຜ່ນດິນເອຢິບ ແລະຈະມີເສົາຕົ້ນໜຶ່ງຕັ້ງໄວ້ຢູ່ຊາຍແດນຂອງເອຢິບເພື່ອໃຫ້ກຽດພະເຢໂຫວາ.
20 ສິ່ງເຫຼົ່ານີ້ຈະເປັນເຄື່ອງໝາຍແລະເປັນສິ່ງຢືນຢັນທີ່ຊ່ວຍໃຫ້ຄົນໃນເອຢິບຈື່ພະເຢໂຫວາຜູ້ບັນຊາການກອງທັບ. ເມື່ອເຂົາເຈົ້າຮ້ອງຂໍໃຫ້ພະເຢໂຫວາຊ່ວຍຍ້ອນຖືກຂົ່ມເຫງ ເພິ່ນກໍຈະສົ່ງຜູ້ຊ່ວຍໃຫ້ລອດທີ່ຍິ່ງໃຫຍ່ຜູ້ໜຶ່ງມາຊ່ວຍເຂົາເຈົ້າ.
21 ພະເຢໂຫວາຈະເຮັດໃຫ້ພວກເອຢິບຮູ້ຈັກເພິ່ນ ແລະໃນຕອນນັ້ນພວກເອຢິບຈະຮູ້ຈັກເພິ່ນ. ເຂົາເຈົ້າຈະເອົາເຄື່ອງບູຊາແລະຂອງຂວັນຕ່າງໆມາໃຫ້ພະເຢໂຫວາ. ເຂົາເຈົ້າຈະສາບານຕໍ່ພະເຢໂຫວາແລະຈະເຮັດຕາມທີ່ສາບານໄວ້.
22 ພະເຢໂຫວາຈະລົງໂທດເອຢິບ.+ ເພິ່ນຈະເອົາໄມ້ແສ້ຟາດເຂົາເຈົ້າແລະປົວເຂົາເຈົ້າ. ເຂົາເຈົ້າຈະກັບມາຫາພະເຢໂຫວາ. ເພິ່ນຈະຟັງຄຳອ້ອນວອນຂອງເຂົາເຈົ້າແລະປົວເຂົາເຈົ້າໃຫ້ເຊົາ.
23 ໃນຕອນນັ້ນຈະມີເສັ້ນທາງຫຼັກ+ຈາກເອຢິບໄປອັດຊີເຣຍ ແລະຄົນອັດຊີເຣຍກັບຄົນເອຢິບຈະໄປມາຫາສູ່ກັນໄດ້. ສອງຊາດນີ້ຈະຮັບໃຊ້ພະເຈົ້ານຳກັນ.
24 ໃນຕອນນັ້ນ ອິດສະຣາເອນຈະມາຮ່ວມກັບເອຢິບແລະອັດຊີເຣຍ+ ແລະຈະເຮັດໃຫ້ໂລກໄດ້ຮັບພອນ.
25 ພະເຢໂຫວາຈະອວຍພອນເຂົາເຈົ້າວ່າ: “ຂໍໃຫ້ເອຢິບປະຊາຊົນຂອງເຮົາ ອັດຊີເຣຍທີ່ເປັນຜົນງານຈາກມືຂອງເຮົາ ແລະອິດສະຣາເອນທີ່ເປັນຊັບສົມບັດ*ຂອງເຮົາໄດ້ຮັບພອນ.”+
ຂໍ ຄວາມ ໄຂ ເງື່ອນ
^ ນີ້ແມ່ນຕຳແໜ່ງກະສັດຂອງເອຢິບ
^ ຫຼື “ເມມຟິດ”
^ ຫຼືອາດແປວ່າ “ກ້ານປາມຫຼືຕົ້ນອໍ້”
^ ແປຕາມໂຕວ່າ “ມື”
^ ໝາຍເຖິງພາສາເຮັບເຣີ
^ ແປຕາມໂຕວ່າ “ມໍລະດົກ”