ເອັດສະເທີ 1:1-22
1 ເລື່ອງນີ້ເກີດຂຶ້ນໃນສະໄໝຂອງອາຫະສຸເອຣັດ.* ອາຫະສຸເອຣັດຜູ້ນີ້ປົກຄອງ 127 ແຂວງ+ຕັ້ງແຕ່ອິນເດຍຈົນຮອດເອທິໂອເປຍ.*
2 ລາວປົກຄອງຢູ່ວັງໃນເມືອງຊູຊາ.+
3 ໃນປີທີ 3 ທີ່ລາວປົກຄອງ ລາວໄດ້ຈັດງານລ້ຽງໃຫຍ່ໃຫ້ພວກເຈົ້ານາຍແລະພວກຂ້າລາຊະການຂອງລາວ. ພວກຫົວໜ້າກອງທັບເປີເຊຍ+ແລະເມເດຍ+ ພວກຜູ້ນຳ ແລະພວກເຈົ້າແຂວງທັງໝົດໄດ້ມາງານລ້ຽງນີ້.
4 ເປັນເວລາ 180 ມື້ທີ່ລາວໄດ້ໃຫ້ເຂົາເຈົ້າເຫັນຄວາມຮັ່ງມີໃນປະເທດຂອງລາວທີ່ຈະເລີນຮຸ່ງເຮືອງແລະເຫັນຄວາມຍິ່ງໃຫຍ່ແລະກຽດຕິຍົດຂອງລາວ.
5 ຫຼັງຈາກນັ້ນ ກະສັດອາຫະສຸເອຣັດໄດ້ຈັດງານລ້ຽງໃຫຍ່ 7 ມື້ໃຫ້ທຸກຄົນທີ່ຢູ່ວັງໃນເມືອງຊູຊາໃນຕອນນັ້ນ ເຊິ່ງມີທັງຜູ້ທີ່ມີຕຳແໜ່ງນ້ອຍແລະຕຳແໜ່ງໃຫຍ່. ງານລ້ຽງນີ້ຈັດຢູ່ເດີ່ນທີ່ຢູ່ສວນໃນວັງຂອງກະສັດ.
6 ເຂົາເຈົ້າຕົກແຕ່ງເດີ່ນນັ້ນດ້ວຍຜ້າກັ້ງສີຂາວກັບສີຟ້າທີ່ມັດດ້ວຍດ້າຍຂົນແກະທີ່ຍ້ອມສີມ່ວງກັບເຊືອກທີ່ເຮັດຈາກຜ້າສີຂາວ. ເຂົາເຈົ້າເອົາຜ້າກັ້ງນີ້ຫ້ອຍໃສ່ຕ່ອງມົນໆທີ່ເປັນເງິນແລ້ວມັດໃສ່ເສົາຫີນອ່ອນ ແລະເອົາຕັ່ງຍາວທີ່ເປັນເງິນເປັນຄຳຫຼາຍໆໜ່ວຍໄປຕັ້ງໄວ້ຢູ່ພື້ນທີ່ປູດ້ວຍຫີນພໍເຟີຣີ* ຫີນອ່ອນສີຂາວ ຫີນທີ່ເປັນຄືກັບມຸກ ແລະຫີນອ່ອນສີດຳ.
7 ໃນງານລ້ຽງນັ້ນມີການເສີບເຫຼົ້າແວງດ້ວຍຈອກຄຳ ເຊິ່ງຈອກແຕ່ລະໜ່ວຍກໍງາມບໍ່ຄືກັນ. ກະສັດມີເຫຼົ້າແວງໃຫ້ກິນແບບບໍ່ອັ້ນຍ້ອນວ່າລາວຮັ່ງຫຼາຍ.
8 ກະສັດບອກຫົວໜ້າພວກຄົນຮັບໃຊ້ໃນວັງວ່າໃຜຢາກກິນເຫຼົ້າແວງຫຼາຍສ່ຳໃດກໍໄດ້ຕາມໃຈມັກ. ຄົນທີ່ຢູ່ໃນງານລ້ຽງຈຶ່ງກິນເຫຼົ້າແວງຕາມໃຈໂດຍບໍ່ມີໃຜຫ້າມ.
9 ໃນວັງຂອງກະສັດອາຫະສຸເອຣັດ ລາຊີນີວາຊາຕີ+ກໍຈັດງານລ້ຽງສຳລັບພວກຜູ້ຍິງຄືກັນ.
10 ໃນມື້ທີ 7 ຕອນທີ່ກະສັດອາຫະສຸເອຣັດກຳລັງກິນເຫຼົ້າແວງຢ່າງມີຄວາມສຸກ ລາວໄດ້ເອີ້ນຂ້າລາຊະການ 7 ຄົນທີ່ເຮັດວຽກໃກ້ຊິດກັບລາວໃຫ້ມາຫາ ເຊິ່ງມີເມຮຸມານ ບິດຊະທາ ຮາໂບນາ+ ບິກທາ ອາບັກທາ ເຊທາ ແລະກາກັດ.
11 ແລ້ວກະສັດກໍບອກເຂົາເຈົ້າໄປເຊີນລາຊີນີວາຊາຕີໃຫ້ມາຫາແລະໃຫ້ລາວໃສ່ຜ້າຄຽນຫົວສຳລັບລາຊີນີມານຳ ເພື່ອພວກເຈົ້າແຂວງກັບຄົນອື່ນໆຈະໄດ້ເຫັນຄວາມງາມຂອງລາວຍ້ອນວ່າລາວເປັນຄົນງາມຫຼາຍ.
12 ເຖິງວ່າພວກຂ້າລາຊະການຈະເວົ້າແນວໃດ ລາຊີນີວາຊາຕີກໍບໍ່ຍອມມາຕາມທີ່ກະສັດສັ່ງ ກະສັດຈຶ່ງໃຈຮ້າຍຫຼາຍ.
13 ກະສັດໄດ້ເວົ້າກັບຄົນທີ່ຮູ້ດີກ່ຽວກັບເລື່ອງກົດໝາຍໃນສະໄໝນັ້ນ. (ເປັນເລື່ອງປົກກະຕິທີ່ກະສັດຈະປຶກສາກັບຄົນທີ່ຮູ້ດີກ່ຽວກັບເລື່ອງກົດໝາຍ
14 ແລະປຶກສາກັບພວກຂ້າລາຊະການ 7 ຄົນທີ່ໃກ້ຊິດກັບລາວທີ່ສຸດ ເຊິ່ງມີກາເຊນາ ເຊດຖາ ອັດມາທາ ຕາຊິດ ເມເຣັດ ມາເສນາ ແລະເມມູການ. ທັງ 7 ຄົນນີ້ເປັນຂ້າລາຊະການ+ຂອງເປີເຊຍແລະເມເດຍທີ່ມີຕຳແໜ່ງສູງທີ່ສຸດໃນແຜ່ນດິນແລະສາມາດເຂົ້າໄປລົມນຳກະສັດໄດ້ຕະຫຼອດ.)
15 ກະສັດຖາມເຂົາເຈົ້າວ່າ: “ລາຊີນີວາຊາຕີບໍ່ເຮັດຕາມຄຳສັ່ງຂອງຂ້ອຍທີ່ບອກຜ່ານທາງພວກຂ້າລາຊະການ ຕາມກົດໝາຍແລ້ວຂ້ອຍຄວນເຮັດແນວໃດກັບລາວ?”
16 ເມມູການຕອບກະສັດແລະພວກຂ້າລາຊະການວ່າ: “ລາຊີນີວາຊາຕີບໍ່ໄດ້ເຮັດຜິດຕໍ່ກະສັດອາຫະສຸເອຣັດເທົ່ານັ້ນ+ ແຕ່ລາວຍັງໄດ້ເຮັດຜິດຕໍ່ພວກຂ້າລາຊະການແລະຕໍ່ທຸກຄົນທີ່ຢູ່ໃນແຂວງຕ່າງໆທີ່ກະສັດປົກຄອງນຳອີກ.
17 ຖ້າພວກເມຍທັງຫຼາຍຮູ້ສິ່ງທີ່ລາຊີນີເຮັດ ເຂົາເຈົ້າກໍຈະບໍ່ຟັງຜົວແລະເວົ້າວ່າ ‘ຂະໜາດກະສັດອາຫະສຸເອຣັດສັ່ງໃຫ້ລາຊີນີວາຊາຕີໄປຫາ ລາວກໍຍັງບໍ່ຍອມໄປ.’
18 ພວກເມຍຂອງພວກຂ້າລາຊະການເປີເຊຍແລະເມເດຍທີ່ຮູ້ວ່າລາຊີນີໄດ້ເຮັດຫຍັງກໍຈະເອົາເລື່ອງນີ້ໄປເລົ່າໃຫ້ຜົວຂອງເຂົາເຈົ້າຟັງໃນມື້ນີ້ ເຊິ່ງຈະເຮັດໃຫ້ເຂົາເຈົ້າບໍ່ນັບຖືກັນແລະຜິດຖຽງກັນຫຼາຍ.
19 ຖ້າກະສັດເຫັນດີ ຂໍໃຫ້ກະສັດອອກຄຳສັ່ງແລະຂຽນໄວ້ໃນກົດໝາຍຂອງເປີເຊຍແລະເມເດຍທີ່ຍົກເລີກບໍ່ໄດ້+ວ່າ ຫ້າມບໍ່ໃຫ້ນາງວາຊາຕີເຂົ້າມາຫາກະສັດອາຫະສຸເອຣັດອີກ. ຂໍໃຫ້ກະສັດຍົກຕຳແໜ່ງຂອງລາວໃຫ້ຜູ້ຍິງຄົນອື່ນທີ່ດີກວ່າລາວ.
20 ເມື່ອຄຳສັ່ງນີ້ຖືກປະກາດອອກໄປທົ່ວທຸກແຂວງທີ່ກະສັດປົກຄອງ ຜູ້ເປັນເມຍທຸກຄົນກໍຈະໃຫ້ກຽດຜົວ ບໍ່ວ່າຜົວຂອງລາວຈະເປັນຄົນສຳຄັນຫຼືຄົນທຳມະດາ.”
21 ກະສັດກັບພວກຂ້າລາຊະການເຫັນດີກັບຂໍ້ສະເໜີນີ້ ກະສັດຈຶ່ງເຮັດຕາມທີ່ເມມູການບອກ.
22 ກະສັດສົ່ງຈົດໝາຍໄປທົ່ວທຸກແຂວງທີ່ລາວປົກຄອງ.+ ຈົດໝາຍນັ້ນຂຽນເປັນໂຕໜັງສືແລະພາສາທີ່ຄົນໃນແຕ່ລະແຂວງໃຊ້. ຈົດໝາຍນັ້ນຂຽນວ່າ ຜົວເປັນຫົວໜ້າຄອບຄົວແລະທຸກຄົນໃນຄອບຄົວຕ້ອງໃຊ້ພາສາທີ່ລາວເວົ້າ.
ຂໍ ຄວາມ ໄຂ ເງື່ອນ
^ ເຂົ້າໃຈວ່າເປັນເຊີຊິດທີ 1 ເຊິ່ງເປັນລູກຊາຍຂອງດາຣິອຸດຜູ້ຍິ່ງໃຫຍ່ (ດາຣິອຸດ ຮິດສ໌ຕາພິດສ໌)
^ ຫຼື “ກູເຊ”
^ ເປັນຫີນທີ່ແຂງຫຼາຍ ເປັນສີແດງຊ້ຳຈຸດສີຂາວແລະມີລາຄາແພງຫຼາຍ