ເອັດສະເທີ 2:1-23
2 ຕໍ່ມາ ເມື່ອກະສັດອາຫະສຸເອຣັດ+ເຊົາໃຈຮ້າຍແລ້ວ ກະສັດກໍຄິດເຖິງສິ່ງທີ່ວາຊາຕີໄດ້ເຮັດ+ແລະຄິດເຖິງການລົງໂທດລາວໃນເທື່ອນັ້ນ.+
2 ຄົນທີ່ຮັບໃຊ້ກະສັດບອກກະສັດວ່າ: “ກະສັດໜ້າຈະໃຫ້ຄົນໄປຊອກຜູ້ສາວບໍລິສຸດທີ່ງາມໆມາໃຫ້ທ່ານ.
3 ຂໍໃຫ້ກະສັດເລືອກຄົນຈາກທຸກແຂວງທີ່ທ່ານປົກຄອງ+ເພື່ອເຮັດໜ້າທີ່ຊອກຫາຜູ້ສາວບໍລິສຸດທີ່ງາມໆມາໄວ້ຢູ່ເຮືອນພັກຂອງພວກຜູ້ຍິງ*ຢູ່ວັງໃນເມືອງຊູຊາ ແລະໃຫ້ເຮກາຍ+ທີ່ເປັນຂັນທີ*ເບິ່ງແຍງແລະບຳລຸງຄວາມງາມໃຫ້ເຂົາເຈົ້າ.
4 ຜູ້ຍິງຄົນໃດທີ່ກະສັດມັກຫຼາຍທີ່ສຸດກໍຈະໄດ້ເປັນລາຊີນີແທນວາຊາຕີ.”+ ກະສັດມັກຂໍ້ສະເໜີນີ້ຫຼາຍແລະໄດ້ອອກຄຳສັ່ງຕາມນັ້ນ.
5 ຢູ່ວັງໃນເມືອງຊູຊາ+ມີຜູ້ຊາຍຄົນຢິວຄົນໜຶ່ງຊື່ມໍເດກາຍ.+ ລາວເປັນລູກຊາຍຂອງຢາອີເປັນຫຼານຂອງຊິເມອີແລະເປັນເຫຼນຂອງກີເຊຄົນເບັນຢາມິນ.+
6 ຕອນທີ່ເນບູກາດເນັດຊາກະສັດຂອງບາບີໂລນຈັບເຢໂກນີຢາ*+ກະສັດຂອງຢູດາແລະພວກປະຊາຊົນຈາກເມືອງເຢຣູຊາເລັມມາເປັນຊະເລີຍ ມໍເດກາຍກໍຖືກຈັບມານຳ.
7 ມໍເດກາຍໄດ້ເອົາຮາດາສາ*ເຊິ່ງມີອີກຊື່ໜຶ່ງວ່າເອັດສະເທີທີ່ເປັນລູກສາວຂອງລຸງມາລ້ຽງ+ ຍ້ອນວ່າລາວເປັນລູກກຳພ້າ. ເອັດສະເທີເປັນຄົນງາມຫຼາຍ. ຫຼັງຈາກທີ່ພໍ່ແມ່ລາວຕາຍ ມໍເດກາຍກໍເອົາລາວມາລ້ຽງ.
8 ຕອນທີ່ຄຳສັ່ງແລະກົດໝາຍຂອງກະສັດຖືກປະກາດອອກໄປ ມີຜູ້ສາວຫຼາຍແທ້ຫຼາຍວ່າຖືກພາມາວັງໃນເມືອງຊູຊາແລະເຮກາຍເປັນຜູ້ເບິ່ງແຍງເຂົາເຈົ້າ.+ ເອັດສະເທີກໍຖືກພາມາວັງຂອງກະສັດແລະເຮກາຍທີ່ເບິ່ງແຍງພວກຜູ້ຍິງກໍເບິ່ງແຍງເອັດສະເທີຄືກັນ.
9 ເຮກາຍມັກແລະຖືກໃຈເອັດສະເທີຫຼາຍ* ລາວຈຶ່ງຟ້າວກຽມເຄື່ອງບຳລຸງຄວາມງາມ+ແລະຂອງກິນໃຫ້ເອັດສະເທີເປັນພິເສດ. ລາວໄດ້ເລືອກຜູ້ຍິງ 7 ຄົນຈາກວັງຂອງກະສັດໃຫ້ມາຮັບໃຊ້ເອັດສະເທີ. ເຮກາຍຍັງໄດ້ຍ້າຍເອັດສະເທີກັບຄົນຮັບໃຊ້ຂອງລາວໄປຢູ່ບ່ອນທີ່ດີທີ່ສຸດໃນເຮືອນພັກຂອງພວກຜູ້ຍິງ.
10 ເອັດສະເທີບໍ່ໄດ້ບອກໃຫ້ໃຜຮູ້ວ່າລາວເປັນຄົນຊາດໃດ+ແລະພີ່ນ້ອງຂອງລາວແມ່ນໃຜ ຍ້ອນມໍເດກາຍ+ບໍ່ໃຫ້ລາວບອກ.+
11 ທຸກໆມື້ມໍເດກາຍຈະໄປໜ້າເດີ່ນເຮືອນພັກຂອງພວກຜູ້ຍິງແລະຍ່າງໄປຍ່າງມາຢູ່ແຖວນັ້ນ ເພື່ອຈະຮູ້ວ່າເອັດສະເທີເປັນແນວໃດແລະສະບາຍດີບໍ່.
12 ຫຼັງຈາກບຳລຸງຄວາມງາມຈົນຄົບ 12 ເດືອນແລ້ວ ຈະມີມື້ກຳນົດໄວ້ສຳລັບຜູ້ສາວແຕ່ລະຄົນວ່າລາວຈະໄດ້ເຂົ້າພົບກະສັດອາຫະສຸເອຣັດມື້ໃດ. ໃນ 1 ປີທີ່ເຂົາເຈົ້າບຳລຸງຄວາມງາມ* ເຂົາເຈົ້າໃຊ້ນ້ຳມັນມົດຍອບ*+ 6 ເດືອນແລະໃຊ້ນ້ຳມັນຫອມທີ່ສະກັດຈາກພືດ+ແລະນ້ຳມັນຊະນິດອື່ນໆອີກ 6 ເດືອນ.
13 ຈາກນັ້ນ ຜູ້ສາວແຕ່ລະຄົນກໍພ້ອມທີ່ຈະເຂົ້າພົບກະສັດ. ຕອນທີ່ເຂົາເຈົ້າອອກຈາກເຮືອນພັກຂອງພວກຜູ້ຍິງໄປວັງຂອງກະສັດ ເຂົາເຈົ້າຈະຂໍຫຍັງກໍໄດ້.
14 ຜູ້ສາວແຕ່ລະຄົນຈະເຂົ້າພົບກະສັດໃນຕອນແລງ ແລະໃນຕອນເຊົ້າເຂົາເຈົ້າຈະຕ້ອງໄປຢູ່ເຮືອນພັກຂອງພວກຜູ້ຍິງຫຼັງທີ 2. ຊາອັດຊະກັດທີ່ເປັນຂັນທີ+ເຊິ່ງເບິ່ງແຍງພວກເມຍນ້ອຍ*ຈະເປັນຜູ້ເບິ່ງແຍງພວກຜູ້ສາວເຫຼົ່ານີ້. ຖ້າກະສັດບໍ່ຖືກໃຈເຂົາເຈົ້າແລະບໍ່ໄດ້ເອີ້ນໃຫ້ກັບໄປຫາ ເຂົາເຈົ້າກໍຈະບໍ່ໄດ້ໄປພົບກະສັດອີກ.+
15 ເອັດສະເທີທີ່ເປັນລູກສາວຂອງອາບີຮາຍລຸງຂອງມໍເດກາຍ ເຊິ່ງມໍເດກາຍໄດ້ເອົາລາວມາລ້ຽງເປັນລູກ+ກໍຕ້ອງໄດ້ເຮັດຄືກັບຜູ້ສາວຄົນອື່ນໆຄືກັນ. ໃນມື້ທີ່ເອັດສະເທີເຂົ້າໄປພົບກະສັດ ລາວບໍ່ໄດ້ຂໍຫຍັງຕື່ມ. ເຮກາຍທີ່ເປັນຂັນທີຂອງກະສັດແລະເປັນຜູ້ເບິ່ງແຍງພວກຜູ້ຍິງຈັດຫຍັງໃຫ້ເອັດສະເທີ ລາວກໍໃຊ້ແຕ່ເທົ່ານັ້ນ. ໃນໄລຍະນັ້ນ ທຸກຄົນທີ່ເຫັນເອັດສະເທີກໍຖືກໃຈໂລດ.
16 ເອັດສະເທີຖືກພາໄປຫາກະສັດອາຫະສຸເອຣັດຢູ່ວັງໃນເດືອນທີ 10 ເຊິ່ງເປັນເດືອນເຕເບັດ* ໃນປີທີ 7 +ທີ່ກະສັດປົກຄອງ.
17 ກະສັດຮັກເອັດສະເທີຫຼາຍກວ່າເມຍທຸກຄົນຂອງລາວ ແລະກະສັດຍັງມັກແລະຖືກໃຈເອັດສະເທີ*ຫຼາຍກວ່າພວກຜູ້ສາວບໍລິສຸດທັງໝົດ. ກະສັດຈຶ່ງເອົາຜ້າຄຽນຫົວສຳລັບລາຊີນີມາສຸບໃສ່ຫົວຂອງເອັດສະເທີແລະແຕ່ງຕັ້ງລາວໃຫ້ເປັນລາຊີນີ+ແທນວາຊາຕີ.+
18 ຈາກນັ້ນ ກະສັດກໍຈັດງານລ້ຽງໃຫຍ່ໃຫ້ເອັດສະເທີແລະໄດ້ເຊີນພວກເຈົ້າແຂວງແລະພວກຂ້າລາຊະການທຸກຄົນໃຫ້ມາຮ່ວມງານ. ຕໍ່ມາລາວຍັງໄດ້ປະກາດໃຫ້ມີການປົດປ່ອຍ*ຢູ່ທຸກແຂວງແລະແຈກຂອງຂວັນຫຼາຍແທ້ຫຼາຍວ່າ.
19 ຕອນທີ່ມີການລວບລວມຜູ້ສາວບໍລິສຸດ+ເທື່ອທີ 2 ມໍເດກາຍເປັນຂ້າລາຊະການຢູ່ປະຕູວັງຂອງກະສັດ.
20 ເອັດສະເທີບໍ່ໄດ້ບອກໃຫ້ໃຜຮູ້ວ່າພີ່ນ້ອງຂອງລາວແມ່ນໃຜແລະລາວເປັນຄົນຊາດໃດ+ຕາມທີ່ມໍເດກາຍເຄີຍບອກໄວ້. ເອັດສະເທີຍັງເຊື່ອຟັງມໍເດກາຍຄືກັບຕອນທີ່ລາວຢູ່ນຳມໍເດກາຍ.+
21 ໃນໄລຍະທີ່ມໍເດກາຍເປັນຂ້າລາຊະການຢູ່ປະຕູວັງຂອງກະສັດ ບິກທານແລະເຕເຣັດທີ່ເປັນຂ້າລາຊະການຍາມປະຕູຫ້ອງຂອງກະສັດໄດ້ຄຽດແຄ້ນໃຫ້ກະສັດອາຫະສຸເອຣັດຫຼາຍ ເຂົາເຈົ້າຈຶ່ງພະຍາຍາມວາງແຜນຂ້າກະສັດ.
22 ແຕ່ມໍເດກາຍບັງເອີນຮູ້ເລື່ອງນີ້ ລາວຈຶ່ງຟ້າວໄປບອກລາຊີນີເອັດສະເທີ ແລ້ວເອັດສະເທີກໍເອົາເລື່ອງນີ້ໄປບອກກະສັດແທນມໍເດກາຍ.
23 ເມື່ອມີການສືບສວນເລື່ອງນີ້ກໍເຫັນວ່າເປັນຄວາມຈິງ ຂ້າລາຊະການ 2 ຄົນນັ້ນຈຶ່ງຖືກແຂວນໄວ້ເທິງເສົາ. ເລື່ອງນີ້ຖືກຂຽນໄວ້ໃນປຶ້ມບັນທຶກເຫດການໃນສະໄໝນັ້ນເຊິ່ງຂຽນຢູ່ຕໍ່ໜ້າກະສັດ.+
ຂໍ ຄວາມ ໄຂ ເງື່ອນ
^ ຫຼື “ຮາເຣັມ”
^ ເບິ່ງສ່ວນອະທິບາຍຄຳສັບ
^ ຮາດາສາແມ່ນຊື່ພາສາເຮັບເຣີຂອງເອັດສະເທີເຊິ່ງແປວ່າ “ຕົ້ນໄມ້ຫອມ”
^ ຫຼື “ແລະສະແດງຄວາມຮັກທີ່ໝັ້ນຄົງຕໍ່ເອັດສະເທີ”
^ ຫຼື “ນວດບຳລຸງຜິວ”
^ ເບິ່ງສ່ວນອະທິບາຍຄຳສັບ
^ ເບິ່ງສ່ວນອະທິບາຍຄຳສັບ
^ ເບິ່ງພາກຜະໜວກ ຂ15
^ ຫຼື “ແລະສະແດງຄວາມຮັກທີ່ໝັ້ນຄົງຕໍ່ເອັດສະເທີ”
^ ນີ້ອາດໝາຍເຖິງການຍົກເວັ້ນການເສຍສ່ວຍ ການຍົກເວັ້ນຈາກການເປັນທະຫານ ຫຼືການປ່ອຍນັກໂທດອອກຈາກຄຸກ