ເອັດສະເທີ 3:1-15

  • ກະສັດ​ເລື່ອນ​ຕຳແໜ່ງ​ຮາມານ (1-​4)

  • ຮາມານ​ວາງ​ແຜນ​ຂ້າ​ຄົນ​ຢິວ (5-​15)

3  ກະສັດ​ອາຫະສຸເອຣັດ​ເລື່ອນ​ຕຳແໜ່ງ​ຮາມານ+​ລູກຊາຍ​ຂອງ​ຮຳເມດາທາ​ຄົນ​ອາກັກ+​ໃຫ້​ສູງ​ກວ່າ​ເຈົ້າ​ນາຍ​ທຸກ​ຄົນ​ທີ່​ເຮັດ​ວຽກ​ນຳຮາມານ.+  ພວກ​ຂ້າລາຊະການ​ທຸກ​ຄົນ​ທີ່​ຢູ່​ປະຕູ​ວັງ​ຂອງ​ກະສັດ​ຕ້ອງ​ໝູບ​ໜ້າ​ລົງ​ພື້ນ​ເພື່ອ​ສະແດງ​ຄວາມ​ນັບ​ຖື​ຮາມານ ຍ້ອນ​ກະສັດ​ສັ່ງ​ໃຫ້​ເຮັດ​ແບບ​ນັ້ນ ແຕ່​ມໍເດກາຍ​ບໍ່​ຍອມ​ກົ້ມ​ຫົວ​ລົງ​ຫຼື​ໝູບ​ໜ້າ​ລົງ.  ພວກ​ຂ້າລາຊະການ​ທີ່​ຢູ່​ປະຕູ​ວັງ​ຂອງ​ກະສັດ​ຈຶ່ງ​ຖາມ​ມໍເດກາຍ​ວ່າ: “ເປັນ​ຫຍັງ​ເຈົ້າ​ບໍ່​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ກະສັດ?”  ເຂົາ​ເຈົ້າ​ຖາມ​ມໍເດກາຍ​ທຸກ​ໆ​ມື້ ແຕ່​ມໍເດກາຍ​ບໍ່​ສົນ​ໃຈ​ຟັງ​ສິ່ງ​ທີ່​ເຂົາ​ເຈົ້າ​ເວົ້າ ແລະ​ບອກ​ເຂົາ​ເຈົ້າ​ວ່າ​ລາວ​ເປັນ​ຄົນ​ຢິວ.+ ເຂົາ​ເຈົ້າ​ຈຶ່ງ​ໄປ​ບອກ​ຮາມານ​ແລະ​ຖາມ​ວ່າ​ສິ່ງ​ທີ່​ມໍເດກາຍ​ເຮັດ​ເໝາະສົມ​ຫຼື​ບໍ່.+  ເມື່ອ​ຮາມານ​ເຫັນ​ວ່າ​ມໍເດກາຍ​ບໍ່​ຍອມ​ກົ້ມ​ຫົວ​ລົງ​ຫຼື​ໝູບ​ໜ້າ​ລົງ​ເພື່ອ​ສະແດງ​ຄວາມ​ນັບ​ຖື​ລາວ ລາວ​ກໍ​ໃຈ​ຮ້າຍ​ຫຼາຍ.+  ແຕ່​ຮາມານ​ຄິດ​ວ່າ​ຖ້າ​ຂ້າ​ແຕ່​ມໍເດກາຍ​ຜູ້​ດຽວ​ກໍ​ຍັງ​ບໍ່​ສະໃຈແລະ​ລາວ​ໄດ້​ຮູ້​ມາ​ວ່າ​ມໍເດກາຍ​ເປັນ​ຄົນ​ຊາດ​ໃດ ລາວ​ຈຶ່ງ​ວາງ​ແຜນທີ່​ຈະ​ຂ້າ​ຄົນ​ຢິວ​ທັງ​ໝົດ​ໃນ​ທຸກ​ແຂວງ​ທີ່​ກະສັດ​ອາຫະສຸເອຣັດ​ປົກຄອງ. ຮາມານ​ຢາກ​ຂ້າ​ທຸກຄົນ​ທີ່​ເປັນ​ຄົນ​ຊາດ​ດຽວ​ກັບມໍເດກາຍ.  ໃນ​ເດືອນ​ທີ 1 ເຊິ່ງ​ແມ່ນ​ເດືອນ​ນີຊານ​ຂອງ​ປີ​ທີ 12 +​ທີ່​ກະສັດ​ອາຫະສຸເອຣັດ​ປົກຄອງ ເຂົາ​ເຈົ້າ​ໄດ້​ຈົກ​ສະຫຼາກ*+​ຕໍ່​ໜ້າ​ຮາມານ​ເພື່ອ​ກຳນົດ​ມື້​ແລະ​ເດືອນ.* ເຂົາ​ເຈົ້າ​ຈົກ​ສະຫຼາກຖືກ​ເດືອນ​ທີ 12 ເຊິ່ງ​ແມ່ນ​ເດືອນ​ອາດາ.+  ຈາກ​ນັ້ນ ຮາມານ​ກໍ​ໄປ​ເວົ້າ​ກັບ​ກະສັດ​ອາຫະສຸເອຣັດ​ວ່າ: “ມີ​ຄົນ​ຊາດ​ໜຶ່ງຢາຍ​ກັນ​ຢູ່​ກັບ​ຄົນ​ຊາດ​ອື່ນ​ໆ​+​ໃນ​ທຸກ​ແຂວງ​ທີ່​ທ່ານ​ປົກ​ຄອງ.+ ກົດ​ໝາຍ​ຂອງ​ເຂົາເຈົ້າ​ບໍ່​ຄື​ກັບ​ກົດ​ໝາຍ​ຂອງ​ຄົນ​ຊາດ​ອື່ນ​ແລະ​ເຂົາ​ເຈົ້າ​ກໍ​ບໍ່​ໄດ້​ເຊື່ອຟັງ​ກົດ​ໝາຍ​ຂອງ​ກະສັດ​ຊ້ຳ. ເຖິງ​ວ່າ​ກະສັດ​ຈະ​ເອົາ​ເຂົາ​ເຈົ້າ​ໄວ້​ກໍບໍ່​ມີ​ປະໂຫຍດ​ຫຍັງ.  ຖ້າ​ກະສັດ​ເຫັນ​ດີ ຂໍ​ໃຫ້​ກະສັດ​ອອກ​ກົດໝາຍ​ແລະ​ຂຽນ​ໄວ້​ວ່າ​ໃຫ້​ກຳຈັດ​ຄົນ​ຢິວ. ຂ້ອຍ​ຈະ​ເອົາ​ເງິນ​ໜັກ 10.000 ຕະລັນ*​ໃຫ້​ຂ້າລາຊະການ​ຂອງ​ທ່ານ​ເອົາ​ໄປ​ໄວ້​ໃນ​ຄັງ​ຊັບ​ສິນ​ຂອງ​ທ່ານ.”* 10  ເມື່ອ​ໄດ້​ຍິນ​ແນວ​ນັ້ນ​ກະສັດ​ກໍ​ຖອດ​ແຫວນ*​ອອກ​ຈາກ​ມື+ ແລ້ວ​ເອົາ​ໃຫ້​ຮາມານ+​ລູກຊາຍ​ຂອງ​ຮຳເມດາທາ​ຄົນ​ອາກັກ+​ທີ່​ເປັນ​ສັດຕູ​ຂອງ​ຄົນ​ຢິວ. 11  ກະສັດ​ບອກ​ຮາມານ​ວ່າ: “ຂ້ອຍ​ຍົກ​ຄົນ​ຊາດ​ນັ້ນ​ແລະ​ເງິນ​ຂອງ​ເຂົາ​ເຈົ້າ​ໃຫ້​ເຈົ້າ​ຈັດ​ການ. ເຈົ້າ​ຢາກ​ເຮັດ​ຫຍັງ​ກັບ​ເຂົາ​ເຈົ້າ​ກໍ​ເຮັດ​ໂລດ.” 12  ພວກ​ເລຂາ​ຂອງ​ກະສັດ+​ຖືກ​ເອີ້ນ​ມາ​ໃນ​ວັນ​ທີ 13 ຂອງ​ເດືອນ​ທີ 1. ເຂົາເຈົ້າ​ຂຽນ+​ຄຳສັ່ງ​ທັງ​ໝົດ​ຂອງ​ຮາມານ​ແລ້ວ​ສົ່ງ​ໄປ​ໃຫ້ພວກ​ຂ້າລາຊະການ​ລະ​ດັບ​ສູງ​ຂອງ​ກະສັດ ພວກ​ເຈົ້າ​ແຂວງ ແລະ​ພວກ​ເຈົ້ານາຍ​ຂອງ​ຊາດ​ຕ່າງ​ໆ​. ເຂົາ​ເຈົ້າ​ສົ່ງ​ຄຳ​ສັ່ງ​ນັ້ນ​ໄປ​ທຸກ​ແຂວງ​ໂດຍ​ຂຽນ​ເປັນ​ໂຕ​ໜັງສື​ແລະ​ພາສາ​ທີ່​ຄົນ​ໃນ​ແຕ່​ລະ​ແຂວງ​ໃຊ້. ຄຳ​ສັ່ງ​ນັ້ນ​ຂຽນ​ໃນ​ນາມ​ຂອງ​ກະສັດ​ອາຫະສຸເອຣັດ​ແລະຈ້ຳ​ກາ​ດ້ວຍ​ແຫວນ​ຂອງ​ກະສັດ.+ 13  ຜູ້​ສົ່ງ​ຂ່າວໄດ້​ເອົາ​ຈົດ​ໝາຍ​ໄປ​ສົ່ງ​ໃຫ້​ທຸກ​ແຂວງ​ທີ່​ກະສັດ​ປົກຄອງ. ໃນ​ຈົດ​ໝາຍ​ໄດ້​ສັ່ງ​ໃຫ້​ກວາດລ້າງ ກຳຈັດ ແລະ​ຂ້າ​ຄົນ​ຢິວ​ທຸກ​ຄົນ ທັງ​ຄົນ​ໜຸ່ມ ຜູ້​ເຖົ້າ ຜູ້​ຍິງ​ແລະ​ເດັກ​ນ້ອຍ​ພາຍ​ໃນ​ມື້​ດຽວ​ເທົ່າ​ນັ້ນ​ຄື​ໃນ​ວັນ​ທີ 13 ເດືອນ​ທີ 12 ເຊິ່ງ​ແມ່ນ​ເດືອນ​ອາດາ+​ແລະ​ໃຫ້​ຍຶດ​ເອົາ​ເຄື່ອງ​ຂອງ​ທັງໝົດ​ຂອງ​ເຂົາ​ເຈົ້າ.+ 14  ມີ​ການ​ຄັດ​ລອກສິ່ງ​ທີ່​ຂຽນ​ໄວ້​ໃນ​ຈົດ​ໝາຍ​ແລະ​ອອກ​ເປັນ​ກົດ​ໝາຍ​ຂອງ​ແຕ່​ລະ​ແຂວງ ແລ້ວ​ປະກາດ​ໃຫ້​ຄົນ​ທຸກ​ຊາດ​ຮູ້​ເພື່ອ​ເຂົາ​ເຈົ້າ​ຈະ​ໄດ້​ກຽມ​ໂຕ​ສຳລັບ​ມື້​ນັ້ນ. 15  ຜູ້​ສົ່ງ​ຂ່າວ​ກໍ​ຟ້າວ​ອອກ​ໄປ+​ເຮັດ​ຕາມ​ຄຳສັ່ງ​ຂອງ​ກະສັດ. ມີການ​ອອກ​ກົດໝາຍ​ນີ້​ຢູ່​ວັງ​ໃນ​ເມືອງ​ຊູຊາ+​ນຳ. ຈາກ​ນັ້ນ ກະສັດ​ກັບ​ຮາມານ​ກໍ​ນັ່ງ​ກິນ​ເຫຼົ້າແວງ​ນຳ​ກັນ ແຕ່​ເມືອງ​ຊູຊາ​ເກີດ​ຄວາມ​ສັບ​ສົນ​ວຸ່ນ​ວາຍ​ຫຼາຍ.

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ປູເຣ.” ເບິ່ງ​ຄຳ​ວ່າ “ປູຣິມ” ໃນ​ສ່ວນ​ອະທິບາຍ​ຄຳສັບ.
ໝາຍເຖິງ​ກຳນົດ​ມື້​ແລະ​ເດືອນ​ເພື່ອ​ເຮັດ​ຕາມ​ແຜນການ​ຂອງ​ຮາມານ
342.000 ກິໂລກຣາມ. ເບິ່ງ​ພາກ​ຜະໜວກ ຂ14.
ຫຼື​ອາດ​ແປ​ວ່າ “ຂ້ອຍ​ຈະ​ເອົາ​ເງິນ​ໜັກ 10.000 ຕະລັນ​ໃຫ້​ຄັງ​ຊັບສິນ​ຂອງ​ທ່ານ​ເພື່ອ​ຈ່າຍ​ໃຫ້​ຄົນ​ທີ່​ເຮັດ​ວຽກ​ນີ້”
ໝາຍເຖິງ​ແຫວນ​ຈ້ຳກາ​ຂອງ​ຜູ້​ປົກຄອງ​ຫຼື​ຂອງ​ຄົນ​ສຳຄັນ