ເອັດສະເທີ 8:1-17

  • ມໍເດກາຍ​ຖືກ​ເລື່ອນ​ຕຳແໜ່ງ (1, 2)

  • ເອັດສະເທີ​ອ້ອນວອນ​ກະສັດ (3-​6)

  • ຄຳ​ສັ່ງ​ໃໝ່​ຂອງ​ກະສັດ (7-​14)

  • ຄົນ​ຢິວ​ຮູ້ສຶກ​ດີ​ໃຈ​ແລະ​ມີ​ຄວາມສຸກ​ຫຼາຍ (15-​17)

8  ມື້​ນັ້ນ​ກະສັດ​ອາຫະສຸເອຣັດ​ໄດ້​ຍົກ​ເຮືອນແລະ​ທຸກສິ່ງ​ທຸກຢ່າງ​ທີ່​ເປັນ​ຂອງ​ຮາມານ+​ທີ່​ເປັນ​ສັດຕູ​ຂອງ​ຄົນຢິວ+​ໃຫ້​ລາຊີນີ​ເອັດສະເທີ. ແລ້ວ​ມໍເດກາຍ​ໄດ້​ເຂົ້າ​ພົບ​ກະສັດ ຍ້ອນ​ເອັດສະເທີ​ບອກ​ກະສັດ​ໃຫ້​ຮູ້​ວ່າ​ມໍເດກາຍ​ເປັນ​ພີ່ນ້ອງ​ຂອງ​ລາວ.+  ກະສັດ​ຖອດ​ແຫວນ*​ຈາກ​ມື​ຂອງ​ລາວ+​ທີ່​ເອົາ​ຄືນ​ມາ​ຈາກ​ຮາມານ ແລ້ວ​ເອົາ​ໃຫ້​ມໍເດກາຍ. ເອັດສະເທີ​ໃຫ້​ມໍເດກາຍ​ເບິ່ງແຍງ​ເຮືອນ​ແລະ​ທຸກສິ່ງ​ທຸກຢ່າງ​ທີ່​ເປັນ​ຂອງ​ຮາມານ.+  ເອັດສະເທີ​ເຂົ້າ​ໄປ​ຫາ​ກະສັດ​ອີກ​ເທື່ອ​ໜຶ່ງ. ລາວ​ໝູບ​ຢູ່​ຕີນ​ຂອງ​ກະສັດ ຮ້ອງໄຫ້ ແລະ​ອ້ອນວອນ​ກະສັດ​ໃຫ້​ຢຸດ​ແຜນການ​ຊົ່ວ​ຮ້າຍ​ຂອງ​ຮາມານ​ຄົນ​ອາກັກ​ທີ່​ຈະ​ທຳລາຍ​ຄົນ​ຢິວ​ທັງໝົດ.+  ກະສັດ​ກໍ​ເດ່​ຄ້ອນ​ຄຳ​ໄປ​ຫາ​ເອັດສະເທີ+ ເອັດສະເທີ​ຈຶ່ງ​ລຸກ​ຂຶ້ນ​ຢືນ​ຢູ່​ຕໍ່​ໜ້າ​ກະສັດ.  ເອັດສະເທີ​ເວົ້າ​ວ່າ: “ຖ້າ​ທ່ານ​ມັກ​ແລະ​ພໍ​ໃຈ​ນ້ອງ​ແລະ​ເຫັນ​ວ່າ​ເໝາະສົມ ຂໍ​ໃຫ້​ທ່ານອອກ​ກົດໝາຍ​ຍົກ​ເລີກ​ຈົດໝາຍ​ຂອງ​ຮາມານ+​ລູກຊາຍ​ຂອງ​ຮຳເມດາທາ​ຄົນ​ອາກັກ+​ເພື່ອ​ຢຸດ​ແຜນການ​ຊົ່ວ​ຮ້າຍ​ຂອງ​ລາວ​ທີ່​ຈະ​ຂ້າ​ຄົນ​ຢິວ​ທັງໝົດ​ໃນ​ທຸກ​ແຂວງ​ທີ່​ທ່ານ​ປົກຄອງ.  ຄົນ​ຊາດ​ດຽວ​ກັນ​ກັບ​ນ້ອງ​ຈະ​ເຈິ​ຄວາມ​ຈິບຫາຍ​ແລະ​ພີ່ນ້ອງ​ຂອງ​ນ້ອງ​ຈະ​ຖືກ​ທຳລາຍ ທ່ານ​ຈະ​ໃຫ້​ນ້ອງ​ທົນ​ເບິ່ງ​ໄດ້​ແນວໃດ?”  ກະສັດ​ອາຫະສຸເອຣັດ​ຈຶ່ງ​ເວົ້າ​ກັບ​ລາຊີນີ​ເອັດສະເທີ​ແລະ​ມໍເດກາຍ​ທີ່​ເປັນ​ຄົນ​ຢິວ​ວ່າ: “ຂ້ອຍ​ໄດ້​ເອົາ​ຮາມານ​ໄປ​ແຂວນ​ໄວ້​ເທິງ​ເສົາ​ແລ້ວ+ ຍ້ອນ​ລາວ​ວາງ​ແຜນ​ຈະ​ກຳຈັດ*​ຄົນ​ຢິວ ແລະ​ຂ້ອຍ​ໄດ້​ເອົາ​ເຮືອນ​ແລະ​ທຸກສິ່ງ​ທຸກຢ່າງ​ທີ່​ເປັນ​ຂອງ​ຮາມານ​ໃຫ້​ເອັດສະເທີ​ແລ້ວ.+  ຕອນ​ນີ້​ຖ້າ​ພວກ​ເຈົ້າ​ເຫັນ​ວ່າ​ມີ​ຫຍັງ​ທີ່​ຈະ​ຊ່ວຍ​ຄົນ​ຢິວ​ໄດ້​ກໍ​ໃຫ້​ຂຽນ​ອອກ​ມາ​ໃນ​ນາມ​ຂອງ​ຂ້ອຍ​ແລະ​ເອົາ​ແຫວນ​ຂອງ​ຂ້ອຍ​ຈ້ຳ​ກາ​ໃສ່ ເພາະ​ກົດໝາຍ​ທີ່​ຂຽນ​ອອກ​ມາ​ໃນ​ນາມ​ຂອງ​ກະສັດ​ແລະຈ້ຳ​ກາ​ດ້ວຍ​ແຫວນ​ຂອງ​ກະສັດ​ແລ້ວຍົກ​ເລີກ​ບໍ່​ໄດ້.”+  ພວກ​ເລຂາ​ຂອງ​ກະສັດ​ຖືກ​ເອີ້ນ​ມາ​ໃນ​ວັນ​ທີ 23 ຂອງ​ເດືອນ​ທີ 3 ເຊິ່ງ​ແມ່ນ​ເດືອນ​ຊີວານ.* ເຂົາເຈົ້າ​ຂຽນ​ຄຳສັ່ງ​ທຸກຢ່າງ​ຂອງ​ມໍເດກາຍ​ແລ້ວ​ສົ່ງ​ໄປ​ໃຫ້​ຄົນ​ຢິວ ພວກ​ຂ້າລາຊະການ​ລະດັບ​ສູງ ພວກ​ເຈົ້ານາຍ+ ແລະ​ພວກ​ເຈົ້າແຂວງ+​ຕັ້ງ​ແຕ່​ອິນເດຍ​ຈົນຮອດ​ເອທິໂອເປຍ ລວມ​ທັງໝົດ 127 ແຂວງ. ຄຳສັ່ງ​ນັ້ນ​ຂຽນ​ເປັນ​ໂຕ​ໜັງສື​ແລະ​ພາສາ​ທີ່​ຄົນ​ໃນ​ແຕ່​ລະ​ແຂວງ​ໃຊ້ ແລະ​ຂຽນ​ເຖິງ​ຄົນ​ຢິວ​ເປັນ​ໂຕ​ໜັງສື​ແລະ​ພາສາ​ທີ່​ເຂົາເຈົ້າ​ໃຊ້. 10  ລາວ​ຂຽນກົດໝາຍ​ໃນ​ນາມ​ຂອງ​ກະສັດ​ອາຫະສຸເອຣັດ​ແລະ​ເອົາ​ແຫວນ​ຂອງ​ກະສັດ+​ຈ້ຳ​ກາ​ໃສ່. ຫຼັງຈາກນັ້ນ ພວກ​ຜູ້​ສົ່ງ​ຂ່າວ​ກໍ​ຂີ່ມ້າ​ທີ່​ແລ່ນ​ໄວ​ໆ​ເຊິ່ງ​ໃຊ້​ສຳລັບ​ວຽກ​ຂອງ​ກະສັດໄປ​ສົ່ງ​ຈົດ​ໝາຍ​ເຫຼົ່ານັ້ນ. 11  ຄຳສັ່ງ​ໃນ​ຈົດ​ໝາຍ​ອະນຸຍາດ​ໃຫ້​ຄົນ​ຢິວ​ທີ່​ຢູ່​ຕາມ​ເມືອງ​ຕ່າງ​ໆ​ລວມ​ກຸ່ມ​ກັນ​ເພື່ອ​ປົກປ້ອງ​ຊີວິດ​ຂອງ​ໂຕເອງ. ຖ້າ​ມີ​ຄົນ​ຈາກ​ຊາດ​ໃດ​ຫຼື​ແຂວງ​ໃດ​ມາ​ໂຈມຕີ​ເຂົາເຈົ້າ​ກໍ​ໃຫ້​ເຂົາເຈົ້າ​ກວາດລ້າງ ກຳຈັດ ແລະ​ຂ້າ​ຄົນ​ເຫຼົ່ານັ້ນ ບໍ່​ວ່າ​ຈະ​ເປັນ​ຜູ້​ຍິງ​ຫຼື​ເດັກ​ນ້ອຍ​ແລະ​ໃຫ້​ເຂົາເຈົ້າ​ຍຶດ​ເອົາ​ເຄື່ອງ​ຂອງ​ທັງໝົດ​ຂອງ​ຄົນ​ເຫຼົ່ານັ້ນ.+ 12  ຄົນ​ຢິວ​ໃນ​ທຸກ​ແຂວງ​ທີ່​ກະສັດ​ອາຫະສຸເອຣັດ​ປົກຄອງ​ຈະ​ເຮັດ​ແບບ​ນີ້​ໄດ້​ພາຍ​ໃນ​ມື້​ດຽວ​ເທົ່ານັ້ນ​ຄື​ວັນ​ທີ 13 ເດືອນ​ທີ 12 ເຊິ່ງ​ແມ່ນ​ເດືອນ​ອາດາ.*+ 13  ສິ່ງ​ທີ່​ຂຽນ​ໃນ​ຈົດ​ໝາຍ​ນີ້​ຈະ​ອອກ​ເປັນ​ກົດໝາຍ​ສຳລັບ​ທຸກ​ແຂວງ ແລະ​ປະກາດ​ໃຫ້​ຄົນ​ທຸກ​ຊາດ​ຮູ້​ເພື່ອ​ທີ່​ຄົນ​ຢິວ​ຈະ​ກຽມ​ໂຕປົກປ້ອງ​ໂຕເອງ​ຈາກ​ສັດຕູ​ໃນ​ມື້​ນັ້ນ.+ 14  ພວກ​ຜູ້​ສົ່ງ​ຂ່າວ​ກໍ​ຟ້າວ​ຂີ່​ມ້າ​ທີ່​ໃຊ້​ສຳລັບ​ວຽກ​ຂອງ​ກະສັດ​ອອກ​ໄປ​ສົ່ງ​ຂ່າວ​ຕາມ​ຄຳສັ່ງ​ຂອງ​ກະສັດ. ກົດໝາຍ​ນີ້​ຍັງ​ໄດ້​ປະກາດ​ໃຊ້​ຢູ່​ວັງ​ໃນ​ເມືອງ​ຊູຊາ​ນຳ.+ 15  ຕອນ​ທີ່​ມໍເດກາຍ​ອອກ​ມາ​ຈາກ​ວັງ​ຂອງ​ກະສັດ ລາວ​ໃສ່​ເຄື່ອງ​ນຸ່ງ​ຊຸດ​ໜຶ່ງ​ຂອງ​ກະສັດ​ທີ່​ເປັນ​ສີຟ້າ​ກັບ​ສີຂາວ ໃສ່​ມົງກຸດ​ຄຳ​ທີ່ງາມ​ໆ​ ແລະ​ໃສ່​ເສື້ອ​ຄຸມ​ທີ່​ເປັນ​ຜ້າ​ເນື້ອ​ດີ​ເຊິ່ງ​ເຮັດ​ຈາກ​ດ້າຍ​ຂົນແກະ​ທີ່​ຍ້ອມ​ສີມ່ວງ.+ ຄົນ​ທີ່​ຢູ່​ເມືອງ​ຊູຊາ​ພາກັນ​ຮ້ອງ​ດ້ວຍ​ຄວາມ​ດີ​ໃຈ. 16  ຄົນ​ຢິວໄດ້ຮັບ​ການ​ຊ່ວຍ​ຊີວິດ. ເຂົາເຈົ້າ​ຈຶ່ງ​ດີ​ໃຈ​ຫຼາຍ ມີ​ຄວາມສຸກ​ຫຼາຍ ແລະຄົນອື່ນ​ກໍ​ນັບຖື​ເຂົາເຈົ້າ. 17  ຄົນ​ຢິວ​ໃນ​ທຸກ​ເມືອງ​ແລະ​ທຸກ​ແຂວງ​ທີ່​ໄດ້​ຮັບ​ກົດໝາຍ​ຂອງ​ກະສັດ​ກໍ​ມີ​ຄວາມສຸກ​ແລະ​ດີ​ໃຈ​ຫຼາຍ. ເຂົາເຈົ້າ​ໄດ້​ພາກັນ​ຈັດ​ງານ​ສະຫຼອງ. ຄົນ​ຊາດ​ອື່ນ​ຫຼາຍ​ຄົນ​ກໍບອກວ່າ​ໂຕເອງປ່ຽນ​ມາ​ເປັນ​ຄົນ​ຢິວ*​ແລ້ວ+ ຍ້ອນ​ເຂົາເຈົ້າ​ຢ້ານ​ຄົນ​ຢິວ​ຫຼາຍ.

ຂໍຄວາມໄຂເງື່ອນ

ໝາຍເຖິງ​ແຫວນ​ຈ້ຳກາ​ຂອງ​ຜູ້​ປົກຄອງ​ຫຼື​ຂອງ​ຄົນ​ສຳຄັນ
ແປ​ຕາມ​ໂຕ​ວ່າ “ຍ້ອນ​ລາວ​ເດ່​ມື​ອອກ​ໄປ​ຕໍ່ສູ້”
ຫຼື “ປ່ຽນ​ມາ​ເຊື່ອຖື​ຄື​ກັບ​ຄົນ​ຢິວ”