ເອເຊກຽນ 21:1-32
21 ພະເຢໂຫວາເວົ້າກັບຂ້ອຍອີກວ່າ:
2 “ລູກມະນຸດ ໃຫ້ເຈົ້າປິ່ນໜ້າໄປທາງເມືອງເຢຣູຊາເລັມແລະປະກາດຄຳຕັດສິນຕໍ່ບ່ອນບໍລິສຸດຕ່າງໆ ແລະໃຫ້ພະຍາກອນກ່ຽວກັບແຜ່ນດິນອິດສະຣາເອນ.
3 ໃຫ້ບອກແຜ່ນດິນອິດສະຣາເອນຈັ່ງຊີ້ ‘ພະເຢໂຫວາເວົ້າວ່າ “ເຮົາຈະເປັນສັດຕູກັບເຈົ້າ. ເຮົາຈະຖອດດາບຂອງເຮົາອອກຈາກຝັກ+ແລະຈະຂ້າທັງຄົນດີແລະຄົນຊົ່ວ.
4 ເຮົາຈະຖອດດາບຂອງເຮົາອອກຈາກຝັກແລະຈະຂ້າທຸກຄົນຕັ້ງແຕ່ເໜືອຮອດໃຕ້ ເພື່ອຈະກຳຈັດຄົນດີແລະຄົນຊົ່ວໃຫ້ໝົດໄປຈາກເຈົ້າ.
5 ທຸກຄົນຈະຮູ້ວ່າເຮົາເຢໂຫວາໄດ້ຖອດດາບອອກຈາກຝັກແລ້ວ ແລະເຮົາຈະບໍ່ເອົາດາບໃສ່ຝັກຄືນອີກ.”’+
6 ລູກມະນຸດ ໃຫ້ເຈົ້າຖອນຫາຍໃຈດ້ວຍຄວາມຢ້ານ ແລະຖອນຫາຍໃຈດ້ວຍຄວາມໂສກເສົ້າຕໍ່ໜ້າເຂົາເຈົ້າ.+
7 ຖ້າເຂົາເຈົ້າຖາມວ່າ ‘ເປັນຫຍັງເຈົ້າຈຶ່ງຖອນຫາຍໃຈ?’ ໃຫ້ຕອບວ່າ ‘ຍ້ອນຂ່າວກ່ຽວກັບເລື່ອງທີ່ກຳລັງຈະເກີດຂຶ້ນ.’ ມັນຈະເກີດຂຶ້ນແທ້ໆແລະທຸກຄົນຈະຢ້ານຫຼາຍ. ແຂນຂອງທຸກຄົນຈະລ່ອຍ. ທຸກຄົນຈະໝົດກຳລັງໃຈແລະຫົວເຂົ່າຂອງທຸກຄົນຈະປຽກ.*+ ‘ຖ້າເບິ່ງເດີ້! ມັນຈະເກີດຂຶ້ນແທ້ໆ! ມັນຈະເກີດຂຶ້ນແນ່ນອນ.’ ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າແບບນີ້.”
8 ພະເຢໂຫວາເວົ້າກັບຂ້ອຍອີກວ່າ:
9 “ລູກມະນຸດ ໃຫ້ເຈົ້າພະຍາກອນແບບນີ້ ‘ພະເຢໂຫວາບອກວ່າ “ເບິ່ງດາບແມ້! ດາບດວງນັ້ນ+ຝົນແລ້ວໆແລະຂັດຈົນເຫຼື້ອມແລ້ວ.
10 ມັນ*ຖືກຝົນໄວ້ເພື່ອໃຊ້ຂ້າຄົນໃຫ້ຕາຍຫຼາຍແທ້ຫຼາຍວ່າ ແລະຖືກຂັດຈົນເຫຼື້ອມຄືກັບຟ້າແມບ.”’”
“ພວກເຮົາຄວນຈະດີໃຈແມ່ນບໍ?”
“‘ມັນຈະບໍ່ຍອມຮັບຄ້ອນຂອງກະສັດຂອງລູກຊາຍເຮົາ+ ຄືກັບທີ່ມັນປະຕິເສດຕົ້ນໄມ້ທຸກຕົ້ນບໍ?
11 ເຮົາເອົາດາບໃຫ້ຄົນໄປຂັດຈົນເຫຼື້ອມ. ເມື່ອຖືກຝົນແລະຂັດແລ້ວໆ ເຮົາຈະເອົາມັນໃຫ້ຄົນທີ່ຈະລົງໂທດຖືໄວ້.+
12 ລູກມະນຸດ ໃຫ້ເຈົ້າຮ້ອງໄຫ້ເສຍໃຈໂລດ+ ຍ້ອນດາບດວງນັ້ນຂ້າປະຊາຊົນຂອງເຮົາແລ້ວ. ມັນຂ້າພວກຫົວໜ້າທຸກຄົນຂອງອິດສະຣາເອນ.+ ເຂົາເຈົ້າຖືກຂ້າດ້ວຍດາບນຳກັນກັບປະຊາຊົນຂອງເຮົາ. ຍ້ອນແນວນີ້ ໃຫ້ເຈົ້າຕີກົກຂາຂອງໂຕເອງດ້ວຍຄວາມໂສກເສົ້າເສຍໃຈ.
13 ປະຊາຊົນຂອງເຮົາຖືກກວດສອບແລ້ວ.+ ແຕ່ຈະເກີດຫຍັງຂຶ້ນຖ້າດາບບໍ່ຍອມຮັບຄ້ອນຂອງກະສັດ? ຄ້ອນຂອງກະສັດກໍຈະດັບສູນໄປ.’+ ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າແບບນີ້.
14 ລູກມະນຸດ ໃຫ້ເຈົ້າພະຍາກອນແລະຕົບມື* ແລະເວົ້າວ່າ ‘ເບິ່ງດາບແມ້!’ 3 ເທື່ອ. ມັນແມ່ນດາບທີ່ຂ້າຄົນ. ມັນແມ່ນດາບທີ່ຂ້າຄົນຕາຍຫຼາຍແທ້ຫຼາຍວ່າ. ມັນອ້ອມເຂົາເຈົ້າໄວ້.+
15 ເຂົາເຈົ້າຈະຢ້ານຫຼາຍ+ ແລະຫຼາຍຄົນຈະຕາຍຢູ່ປະຕູເມືອງ. ເຮົາຈະໃຊ້ດາບດວງນັ້ນຂ້າເຂົາເຈົ້າ. ມັນເຫຼື້ອມຄືກັບຟ້າແມບແລະຂັດຈົນເປັນເງົາເພື່ອໃຊ້ຂ້າຄົນ.
16 ໃຫ້ຟັນໄປເບື້ອງຂວາ ແລ້ວກໍຟັນໄປເບື້ອງຊ້າຍ. ຄົມດາບຂອງເຈົ້າປິ່ນໄປເບື້ອງໃດກໍໃຫ້ຟັນໄປເບື້ອງນັ້ນ.
17 ເຮົາຈະຕົບມືໄປນຳແລະຈະປ່ອຍຄວາມໃຈຮ້າຍຂອງເຮົາຈົນເຮົາພໍໃຈ.+ ເຮົາເຢໂຫວາໄດ້ເວົ້າໄວ້ແລ້ວ.”
18 ພະເຢໂຫວາເວົ້າກັບຂ້ອຍອີກວ່າ:
19 “ລູກມະນຸດ ໃຫ້ເຈົ້າແຕ້ມຮູບເສັ້ນທາງທີ່ອອກມາຈາກປະເທດໜຶ່ງ. ມີຈຸດໜຶ່ງທີ່ທາງເສັ້ນນັ້ນຈະແຍກອອກເປັນ 2 ເສັ້ນ ແລະໃຫ້ມີປ້າຍຢູ່ທາງແຍກນັ້ນທີ່ບອກວ່າເສັ້ນໃດຈະໄປເມືອງໃດ. ຢູ່ຫັ້ນ ກະສັດຂອງບາບີໂລນທີ່ຖືດາບຢູ່ຕ້ອງຕັດສິນໃຈວ່າຈະໄປທາງໃດ.
20 ຖ້າລາວໄປເສັ້ນໜຶ່ງ ລາວຈະໂຈມຕີເມືອງຣັບບາ+ຂອງພວກອຳໂມນ ແລະຖ້າລາວໄປອີກເສັ້ນໜຶ່ງ ລາວຈະໂຈມຕີເມືອງເຢຣູຊາເລັມຂອງຢູດາເຊິ່ງເປັນເມືອງທີ່ມີປ້ອມ.+
21 ຢູ່ທາງແຍກນັ້ນ ກະສັດບາບີໂລນຈະໃຊ້ການທຳນາຍເພື່ອເລືອກວ່າຈະໄປທາງໃດ. ລາວຈະສັ່ນລູກທະນູ ຖາມຮູບບູຊາ* ແລະເບິ່ງຕັບສັດ.
22 ແນວສ່ຽງທາຍທີ່ຢູ່ມືເບື້ອງຂວາຂອງລາວຊີ້ບອກວ່າເຂົາເຈົ້າຕ້ອງໄປເມືອງເຢຣູຊາເລັມ. ເຂົາເຈົ້າຈະຕ້ອງຕັ້ງເຄື່ອງຈັກທີ່ທຳລາຍກຳແພງ ອອກຄຳສັ່ງໃຫ້ຂ້າຄົນ ໃຫ້ສັນຍານອອກໄປຕໍ່ສູ້ ຕັ້ງເຄື່ອງຈັກເພື່ອທຳລາຍປະຕູເມືອງ ເຮັດໂນນ ແລະເຮັດກຳແພງອ້ອມເມືອງ.+
23 ແຕ່ພວກ*ທີ່ໄດ້ສາບານກັບເຂົາເຈົ້າ*ຈະຄິດວ່າຄຳທຳນາຍນັ້ນບໍ່ແມ່ນແທ້.+ ເຖິງວ່າຈະເປັນແນວນັ້ນ ລາວກໍຈະບໍ່ລືມຄວາມຜິດຂອງເຂົາເຈົ້າ ແລະຈະຈັບເຂົາເຈົ້າໄປເປັນຊະເລີຍ.+
24 ດັ່ງນັ້ນ ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດຈຶ່ງເວົ້າວ່າ ‘ພວກເຈົ້າເຮັດໃຫ້ຄົນອື່ນຈື່ຄວາມຜິດຂອງພວກເຈົ້າ ຍ້ອນພວກເຈົ້າເປີດໂປງຄວາມຜິດຂອງໂຕເອງ ແລະເຮັດໃຫ້ຄົນອື່ນເຫັນຄວາມຜິດທຸກຢ່າງທີ່ພວກເຈົ້າເຮັດ. ຕອນນີ້ຈະບໍ່ມີໃຜລືມພວກເຈົ້າ. ພວກເຈົ້າຈະຖືກຈັບໄປເປັນຊະເລີຍ.’
25 ຫົວໜ້າຂອງພວກອິດສະຣາເອນທີ່ຊົ່ວຫຼາຍເຊິ່ງບາດເຈັບຈົນໃກ້ຊິຕາຍ+ ເວລາທີ່ເຈົ້າຈະຖືກລົງໂທດຂັ້ນສຸດທ້າຍມາຮອດແລ້ວ.
26 ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ ‘ໃຫ້ແກ້ຜ້າຄຽນຫົວແລະປົດມົງກຸດອອກ.+ ທຸກຢ່າງຈະບໍ່ຄືເກົ່າ.+ ຄົນຕ່ຳຕ້ອຍຈະຖືກຍົກໃຫ້ສູງຂຶ້ນ+ແລະຄົນສຳຄັນຈະຖືກກົດໃຫ້ຕ່ຳລົງ.+
27 ເຮົາຈະທຳລາຍ ທຳລາຍ ທຳລາຍມັນ*ແທ້ໆ. ມັນຈະບໍ່ຕົກເປັນຂອງຜູ້ໃດຈົນກວ່າຜູ້ມີສິດຕາມກົດໝາຍຈະມາ+ແລະເຮົາຈະເອົາໃຫ້ລາວ.’+
28 ລູກມະນຸດ ໃຫ້ເຈົ້າພະຍາກອນວ່າ ‘ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າເຖິງພວກອຳໂມນແລະຄຳເວົ້າທີ່ດູຖູກຂອງເຂົາເຈົ້າ.’ ໃຫ້ເວົ້າວ່າ ‘ດາບ ດາບດວງໜຶ່ງຖືກຖອດອອກມາເພື່ອໃຊ້ຂ້າຄົນ. ມັນຖືກຂັດຈົນເຫຼື້ອມເພື່ອຂ້າຄົນແລະມັນເຫຼື້ອມຄືກັບຟ້າແມບ.
29 ເຖິງວ່າຈະມີນິມິດຕົວະແລະຄຳທຳນາຍທີ່ຫຼອກລວງກ່ຽວກັບພວກເຈົ້າ ແຕ່ພວກເຈົ້າຈະຖືກກອງໄວ້ນຳກັນກັບຄົນທີ່ຖືກຂ້າ. ເຂົາເຈົ້າແມ່ນພວກຄົນຊົ່ວທີ່ຖືກລົງໂທດ.
30 ໃຫ້ເອົາດາບໃສ່ຝັກໄວ້. ເຮົາຈະຕັດສິນພວກເຈົ້າໃນບ່ອນທີ່ພວກເຈົ້າເກີດ*ເຊິ່ງແມ່ນບ້ານເກີດເມືອງນອນຂອງພວກເຈົ້າ.
31 ເຮົາຈະປ່ອຍຄວາມໃຈຮ້າຍຂອງເຮົາໃສ່ພວກເຈົ້າ. ເຮົາຈະເປົ່າຄວາມໃຈຮ້າຍຂອງເຮົາທີ່ເປັນຄືກັບໄຟໃສ່ພວກເຈົ້າ ແລະເຮົາຈະເຮັດໃຫ້ພວກເຈົ້າຕົກຢູ່ໃນມືຂອງຄົນທີ່ໂຫດຮ້າຍທີ່ມັກຂ້າຄົນ.+
32 ພວກເຈົ້າຈະເປັນແນວອ່ອຍໄຟ.+ ເລືອດຂອງພວກເຈົ້າຈະໄຫຼເຕັມແຜ່ນດິນນີ້ ແລະຈະບໍ່ມີໃຜຈື່ພວກເຈົ້າອີກຕໍ່ໄປ. ເຮົາເຢໂຫວາໄດ້ເວົ້າໄວ້ແລ້ວ.’”
ຂໍ ຄວາມ ໄຂ ເງື່ອນ
^ ໝາຍເຖິງຢ້ານຈົນຍ່ຽວເຮ່ຍ
^ ໝາຍເຖິງດາບຂອງພະເຢໂຫວາ
^ ສະແດງເຖິງຄວາມໃຈຮ້າຍ
^ ແປຕາມໂຕວ່າ “ຮູບພະເທຣາຟີມ”
^ ໝາຍເຖິງຄົນທີ່ຢູ່ເມືອງເຢຣູຊາເລັມ
^ ອາດໝາຍເຖິງພວກບາບີໂລນ
^ ຫຼື “ມົງກຸດ.” ໝາຍເຖິງການປົກຄອງ.
^ ແປຕາມໂຕວ່າ “ຖືກສ້າງ”