ເອເຊກຽນ 39:1-29

  • ໂຄກ​ກັບ​ກອງທັບ​ຂອງ​ລາວ​ຖືກ​ທຳລາຍ (1-​10)

  • ຖືກ​ຝັງ​ຢູ່​ຮ່ອມພູ​ຮາໂມນໂຄກ (11-​20)

  • ການ​ຟື້ນຟູ​ອິດສະຣາເອນ (21-​29)

    • ພະເຈົ້າ​ເອົາ​ພະລັງ​ບໍລິສຸດ​ໃຫ້​ອິດສະຣາເອນ (29)

39  “ລູກ​ມະນຸດ ໃຫ້​ເຈົ້າ​ພະຍາກອນ​ກ່ຽວກັບ​ໂຄກ+​ແລະ​ບອກ​ລາວ​ແບບ​ນີ້ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ “ໂຄກ ເຈົ້າ​ທີ່​ເປັນ​ຫົວໜ້າ​ຂອງ​ຫົວໜ້າ​ເມເຊກ​ກັບ​ຕູບານ+ ເຮົາ​ຈະ​ເປັນ​ສັດຕູ​ກັບ​ເຈົ້າ.  ເຮົາ​ຈະ​ພາ​ເຈົ້າ​ໄປ​ອີກ​ທາງ​ໜຶ່ງ. ເຮົາ​ຈະ​ພາ​ເຈົ້າ​ມາ​ຈາກ​ທາງ​ເໜືອ​ສຸດ+​ແລະ​ໄປ​ພູ​ຂອງ​ອິດສະຣາເອນ.  ເຮົາ​ຈະ​ຕີ​ຄັນ​ທະນູ​ໃຫ້​ຫຼຸດ​ຈາກ​ມື​ຊ້າຍ​ຂອງ​ເຈົ້າ ແລະ​ເຮົາ​ຈະ​ເຮັດ​ໃຫ້​ລູກ​ທະນູ​ຕົກ​ຈາກ​ມື​ຂວາ​ຂອງ​ເຈົ້າ.  ເຈົ້າ​ກັບ​ກອງ​ທະຫານ​ທັງໝົດ​ຂອງ​ເຈົ້າ​ແລະ​ຫຼາຍ​ໆ​ຊາດ​ທີ່​ຢູ່​ນຳ​ເຈົ້າ​ຈະ​ຕາຍ​ຢູ່​ເທິງ​ພູ​ຂອງ​ອິດສະຣາເອນ.+ ເຮົາ​ຈະ​ໃຫ້​ນົກ​ທີ່​ກິນ​ຊີ້ນ​ແລະ​ສັດ​ປ່າ​ທີ່​ຢູ່​ທົ່ງ​ຫຍ້າ​ກິນ​ສົບ​ເຈົ້າ.”’+  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ເຈົ້າ​ຈະ​ຕາຍ​ຢູ່​ທົ່ງ​ຫຍ້າ+​ຍ້ອນ​ເຮົາ​ໄດ້​ເວົ້າ​ໄວ້​ແລ້ວ.  ເຮົາ​ຈະ​ສົ່ງ​ໄຟ​ໄປ​ຈູດ​ມາໂຄກ​ແລະ​ຄົນ​ທີ່​ອາໄສ​ຢູ່​ຢ່າງ​ປອດ​ໄພ​ຕາມ​ເກາະ​ຕ່າງ​ໆ​+ ແລ້ວ​ເຂົາເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.  ເຮົາ​ຈະ​ເຮັດ​ໃຫ້​ພວກ​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ​ຮູ້ຈັກ​ຊື່​ທີ່​ບໍລິສຸດ​ຂອງ​ເຮົາ ແລະ​ເຮົາ​ຈະ​ບໍ່​ຍອມ​ໃຫ້​ຊື່​ທີ່​ບໍລິສຸດ​ຂອງ​ເຮົາ​ຖືກ​ດູຖູກ​ອີກ​ຕໍ່ໄປ. ແລ້ວ​ຊາດ​ຕ່າງ​ໆ​ຈະ​ຮູ້​ວ່າ ເຮົາ​ເຢໂຫວາ+​ເປັນ​ພະເຈົ້າ​ອົງ​ບໍລິສຸດ​ຂອງ​ອິດສະຣາເອນ.’+  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ເລື່ອງ​ທີ່​ພະຍາກອນ​ໄວ້​ຈະ​ເກີດ​ຂຶ້ນ​ແທ້.  ຄົນ​ທີ່​ຢູ່​ຕາມ​ເມືອງ​ຕ່າງ​ໆ​ຂອງ​ອິດສະຣາເອນ​ຈະ​ອອກ​ໄປ​ເກັບ​ໂລ້​ນ້ອຍ* ໂລ້​ໃຫຍ່ ລູກທະນູ ຄັນ​ທະນູ ໄມ້​ຄ້ອນ* ແລະ​ຫອກ. ເຂົາເຈົ້າ​ຈະ​ໃຊ້​ອາວຸດ​ເຫຼົ່າ​ນັ້ນ​ເປັນ​ຟືນ​ດັງ​ໄຟ+​ເປັນ​ເວລາ 7 ປີ. 10  ເຂົາເຈົ້າ​ຈະ​ບໍ່​ຕ້ອງ​ໄປ​ເກັບ​ໄມ້​ຢູ່​ທົ່ງ​ຫຼື​ຫາ​ຟືນ​ຢູ່​ປ່າ ຍ້ອນ​ເຂົາເຈົ້າ​ຈະ​ໃຊ້​ອາວຸດ​ເຫຼົ່າ​ນັ້ນ​ເພື່ອ​ດັງ​ໄຟ.’ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ເຂົາເຈົ້າ​ຈະ​ປຸ້ນ​ເອົາ​ເຄື່ອງ​ຈາກ​ຄົນ​ທີ່​ເຄີຍ​ປຸ້ນ​ເຂົາເຈົ້າ ແລະ​ຈະ​ຍຶດ​ເອົາ​ຊັບ​ສົມບັດ​ຈາກ​ຄົນ​ທີ່​ເຄີຍ​ຍຶດ​ເອົາ​ຊັບ​ສົມບັດ​ຂອງ​ເຂົາເຈົ້າ.’ 11  ‘ໃນ​ມື້​ນັ້ນ ເຮົາ​ຈະ​ໃຫ້​ໂຄກ+​ມີ​ບ່ອນ​ຝັງ​ສົບ​ໃນ​ອິດສະຣາເອນ​ຢູ່​ຮ່ອມພູ​ທີ່​ຄົນ​ເດີນທາງ​ໄປ​ທິດ​ຕາເວັນ​ອອກ​ຂອງ​ທະເລ ແລະ​ບ່ອນ​ຝັງ​ສົບ​ນັ້ນ​ຈະ​ຂວາງ​ທາງ​ຄົນ​ທີ່​ກາຍ​ໄປ​ກາຍ​ມາ. ເຂົາເຈົ້າ​ຈະ​ຝັງ​ໂຄກ​ກັບ​ພວກ​ທະຫານ​ຂອງ​ລາວ​ຢູ່​ຫັ້ນ ແລະ​ເຂົາເຈົ້າ​ຈະ​ເອີ້ນ​ບ່ອນ​ນັ້ນ​ວ່າ​ຮ່ອມພູ​ຮາໂມນໂຄກ.*+ 12  ພວກ​ອິດສະຣາເອນ​ຈະ​ໃຊ້​ເວລາ 7 ເດືອນ​ຝັງ​ສົບ​ພວກ​ນີ້​ເພື່ອ​ເຮັດ​ໃຫ້​ແຜ່ນດິນ​ສະອາດ.+ 13  ທຸກ​ຄົນ​ໃນ​ແຜ່ນດິນ​ຈະ​ຝັງ​ສົບ​ພວກ​ນີ້ ແລະ​ເລື່ອງ​ນີ້​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ມີ​ຊື່ສຽງ​ໃນ​ມື້​ທີ່​ເຮົາ​ເຮັດ​ໃຫ້​ໂຕເອງ​ໄດ້​ຮັບ​ກຽດ.’+ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ແບບ​ນີ້. 14  ‘ຈະ​ມີ​ບາງຄົນ​ຖືກ​ມອບໝາຍ​ໃຫ້​ໄປ​ທົ່ວ​ແຜ່ນດິນ​ເພື່ອ​ຝັງ​ສົບ​ທີ່​ຍັງ​ເຫຼືອ​ຢູ່​ເທິງ​ໂລກ​ແລະ​ເຮັດ​ໃຫ້​ແຜ່ນດິນ​ສະອາດ. ເຂົາເຈົ້າ​ຈະ​ຊອກຫາ​ສົບ​ເປັນ​ເວລາ 7 ເດືອນ. 15  ຈະ​ມີ​ກຸ່ມ​ໜຶ່ງ​ໃນ​ພວກ​ນັ້ນ​ອອກ​ໄປ​ຊອກຫາ​ກະດູກ​ຄົນ ແລະ​ເມື່ອ​ເຂົາເຈົ້າ​ເຫັນ​ກໍ​ຈະ​ເຮັດ​ເຄື່ອງ​ໝາຍ​ໄວ້​ທາງ​ຂ້າງ​ກະດູກ​ນັ້ນ. ແລ້ວ​ຈະ​ມີ​ອີກ​ກຸ່ມ​ໜຶ່ງ​ເອົາ​ກະດູກ​ນັ້ນ​ໄປ​ຝັງ​ຢູ່​ຮ່ອມພູ​ຮາໂມນໂຄກ.+ 16  ໃນ​ແຜ່ນດິນ​ນັ້ນ​ຈະ​ມີ​ເມືອງ​ໜຶ່ງ​ທີ່​ຊື່​ວ່າ​ຮາໂມນາ.* ເຂົາເຈົ້າ​ຈະ​ເຮັດ​ແນວ​ນີ້​ເພື່ອ​ໃຫ້​ແຜ່ນດິນ​ສະອາດ.’+ 17  ລູກ​ມະນຸດ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ໃຫ້​ເຈົ້າ​ບອກ​ນົກ​ທຸກ​ຊະນິດ​ແລະ​ສັດ​ປ່າ​ທຸກ​ໂຕ​ໃນ​ທົ່ງ​ວ່າ “ໃຫ້​ພວກເຈົ້າ​ມາ​ລວມ​ກັນ. ເຮົາ​ກຳລັງ​ຈັດ​ງານ​ລ້ຽງ​ໃຫຍ່​ໃຫ້​ພວກເຈົ້າ​ຢູ່​ເທິງ​ພູ​ຂອງ​ອິດສະຣາເອນ.+ 18  ພວກເຈົ້າ​ຈະ​ກິນ​ຊີ້ນ​ຂອງ​ພວກ​ທະຫານ​ທີ່​ເກັ່ງ​ໆ​ແລະ​ກິນ​ເລືອດ​ຂອງ​ພວກ​ຫົວໜ້າ​ໃນ​ໂລກ. ເຂົາເຈົ້າ​ເປັນ​ແກະ​ໂຕ​ຜູ້ ແກະ​ນ້ອຍ ແບ້ ແລະ​ງົວ​ໂຕ​ຜູ້ ເຊິ່ງ​ເປັນ​ສັດ​ທີ່​ຕຸ້ຍ​ພີ​ຈາກ​ບາຊານ. 19  ພວກ​ເຈົ້າ​ຈະ​ກິນ​ນ້ຳມັນ​ຈົນ​ແໜ້ນ​ທ້ອງ​ແລະ​ກິນ​ເລືອດ​ຈົນ​ເມົາ​ໃນ​ງານ​ລ້ຽງ​ໃຫຍ່​ທີ່​ເຮົາ​ຈັດ​ໃຫ້​ພວກ​ເຈົ້າ.”’ 20  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ຢູ່​ໂຕະ​ຂອງ​ເຮົາ ພວກ​ເຈົ້າ​ຈະ​ກິນ​ມ້າ ທະຫານ​ມ້າ ພວກ​ທະຫານ​ທີ່​ເກັ່ງ​ໆ​ ແລະ​ທະຫານ​ຄົນອື່ນ​ໆ​ທັງ​ໝົດ​ຈົນ​ອີ່ມ.+ 21  ເຮົາ​ຈະ​ໃຫ້​ຊາດ​ຕ່າງ​ໆ​ເຫັນ​ຄວາມ​ຍິ່ງໃຫຍ່​ຂອງ​ເຮົາ. ທຸກ​ຊາດ​ຈະ​ເຫັນ​ເຮົາ​ຕັດສິນ​ລົງໂທດ​ແລະ​ເຫັນ​ລິດເດດ*​ຂອງ​ເຮົາ.+ 22  ນັບ​ຕັ້ງແຕ່​ມື້​ນັ້ນ ພວກ​ອິດສະຣາເອນ​ຈະ​ຮູ້​ວ່າ ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາເຈົ້າ. 23  ແລ້ວ​ຊາດ​ຕ່າງ​ໆ​ຈະ​ຮູ້​ວ່າ​ພວກ​ອິດສະຣາເອນ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ກໍ​ຍ້ອນ​ເຂົາເຈົ້າ​ເຮັດ​ຜິດ​ແລະ​ບໍ່​ສັດຊື່​ຕໍ່​ເຮົາ.+ ເຮົາ​ໄດ້​ປິ່ນ​ໜ້າ​ໜີ+ ປ່ອຍ​ໃຫ້​ສັດຕູ​ມາ​ໂຈມຕີ​ເຂົາເຈົ້າ+ ແລະ​ໃຫ້​ເຂົາເຈົ້າ​ຖືກ​ຂ້າ​ດ້ວຍ​ດາບ. 24  ເຮົາ​ເຮັດ​ກັບ​ເຂົາເຈົ້າ​ຕາມ​ທີ່​ເຂົາເຈົ້າ​ສົມຄວນ​ໄດ້​ຮັບ ຍ້ອນ​ເຂົາເຈົ້າ​ເຮັດ​ຜິດ​ແລະ​ເຮັດ​ສິ່ງ​ທີ່​ບໍ່​ສະອາດ. ເຮົາ​ປິ່ນ​ໜ້າ​ໜີ​ກໍ​ຍ້ອນ​ເຂົາເຈົ້າ​ເຮັດ​ແບບ​ນີ້.’ 25  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ເຮົາ​ຈະ​ພາ​ລູກ​ຫຼານ​ຂອງ​ຢາໂຄບ​ທີ່​ເປັນ​ຊະເລີຍ​ກັບ​ມາ​ແຜ່ນດິນ​ຂອງ​ເຂົາເຈົ້າ.+ ເຮົາ​ຈະ​ອີ່ຕົນ​ພວກ​ອິດສະຣາເອນ​ທັງໝົດ+ ແລະ​ເຮົາ​ຈະ​ປົກປ້ອງ​ຊື່​ທີ່​ບໍລິສຸດ​ຂອງ​ເຮົາ​ຢ່າງ​ເຕັມທີ.+ 26  ຫຼັງ​ຈາກ​ທີ່​ເຂົາເຈົ້າ​ຖືກ​ເຮັດ​ໃຫ້​ອັບ​ອາຍ​ຍ້ອນ​ບໍ່​ສັດຊື່​ຕໍ່​ເຮົາ+ ເຂົາເຈົ້າ​ຈະ​ໄດ້​ຢູ່​ຢ່າງ​ປອດ​ໄພ​ໃນ​ແຜ່ນດິນ​ຂອງ​ໂຕເອງ ແລະ​ຈະ​ບໍ່​ມີ​ໃຜ​ເຮັດ​ໃຫ້​ເຂົາເຈົ້າ​ຢ້ານ.+ 27  ເມື່ອ​ເຮົາ​ພາ​ເຂົາເຈົ້າ​ກັບ​ມາ​ຈາກ​ຊາດ​ຕ່າງ​ໆ​ ແລະ​ລວບລວມ​ເຂົາເຈົ້າ​ອອກ​ມາ​ຈາກ​ແຜ່ນດິນ​ຂອງ​ພວກ​ສັດຕູ+ ເຮົາ​ຈະ​ເຮັດ​ໃຫ້​ທຸກ​ຊາດ​ເຫັນ​ວ່າ​ເຮົາ​ເປັນ​ພະເຈົ້າ​ອົງ​ບໍລິສຸດ.’+ 28  ‘ເຂົາເຈົ້າ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຢູ່​ຊາດ​ຕ່າງ​ໆ​ ແລ້ວ​ເຮົາ​ກໍ​ຈະ​ລວບລວມ​ເຂົາເຈົ້າ​ກັບ​ມາ​ຢູ່​ແຜ່ນດິນ​ຂອງ​ໂຕເອງ. ເຮົາ​ຈະ​ບໍ່​ປະ​ເຂົາເຈົ້າ​ໄວ້​ຈັກ​ຄົນ​ເລີຍ.+ ເມື່ອ​ເຮົາ​ເຮັດ​ແນວ​ນີ້ ເຂົາເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາເຈົ້າ. 29  ເຮົາ​ຈະ​ບໍ່​ປິ່ນ​ໜ້າ​ໜີ​ຈາກ​ພວກ​ອິດສະຣາເອນ​ອີກ​ຕໍ່ໄປ+ ແລະ​ເຮົາ​ຈະ​ເອົາ​ພະລັງບໍລິສຸດ​ຂອງ​ເຮົາ​ໃຫ້​ເຂົາເຈົ້າ.’+ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ແບບ​ນີ້.”

ຂໍຄວາມໄຂເງື່ອນ

ສ່ວນ​ຫຼາຍ​ແລ້ວ​ແມ່ນ​ທະຫານ​ຍິງ​ທະນູ​ມັກ​ໃຊ້
ອາດ​ໝາຍເຖິງ​ໄມ້​ຄ້ອນ​ທີ່​ມີ​ປາຍ​ແຫຼມ​ເຊິ່ງ​ໃຊ້​ເປັນ​ອາວຸດ
ຫຼື “ຮ່ອມພູ​ຂອງ​ຄົນ​ກຸ່ມ​ໃຫຍ່​ຂອງ​ໂຄກ”
ແປ​ວ່າ “ຄົນ​ກຸ່ມ​ໃຫຍ່”
ແປ​ຕາມ​ໂຕ​ວ່າ “ມື”