ໂຢບ 30:1-31
30 “ຕອນນີ້ ຄົນທີ່ອາຍຸນ້ອຍກວ່າຂ້ອຍພາກັນຫົວຂວັນໃສ່ຂ້ອຍ+ແມ່ນແຕ່ພໍ່ຂອງເຂົາເຈົ້າຂ້ອຍກໍບໍ່ເຄີຍໃຫ້ໄປເບິ່ງແຍງໝາຕ້ອນແກະຂອງຂ້ອຍ.
2 ພວກຄົນໜຸ່ມພວກນັ້ນບໍ່ໄດ້ໃຊ້ເຫື່ອແຮງຊ່ວຍຂ້ອຍ.
ເຂົາເຈົ້າບໍ່ມີກຳລັງແລ້ວ.
3 ເຂົາເຈົ້າບໍ່ມີເຫື່ອບໍ່ມີແຮງຍ້ອນອຶດຢາກ.ເຂົາເຈົ້າແຫ້ນດິນທີ່ແຫ້ງໆຢູ່ບ່ອນທີ່ຖືກປ່ອຍປະໃຫ້ຮ້າງມາດົນແລ້ວ.
4 ເຂົາເຈົ້າເກັບໃບໄມ້ທີ່ເຄັມໆຈາກຟຸ່ມໄມ້ແລະເອົາຮາກໄມ້ທີ່ຂົມໆມາກິນ.
5 ເຂົາເຈົ້າຖືກຂັບໄລ່ອອກມາຈາກຊຸມຊົນ+ແລະຖືກຄົນຮ້ອງໃສ່ຄືກັບເຂົາເຈົ້າເປັນຂີ້ລັກ.
6 ເຂົາເຈົ້າຕ້ອງໄປອາໄສຢູ່ຕາມຮ່ອມພູ*ຕາມໂຜ້ງດິນແລະຕາມໂກນຫີນ.
7 ເຂົາເຈົ້າຮ້ອງອອກມາຈາກຟຸ່ມໄມ້ແລະໄປແຫຍ້ກັນຢູ່ໃນປ່າຫຍ້າ.
8 ຍ້ອນເຂົາເຈົ້າເປັນລູກຂອງຄົນໂງ່ຈ້າແລະເປັນຄົນຊັ້ນຕ່ຳເຂົາເຈົ້າຈຶ່ງຖືກໄລ່ໜີໄປຈາກແຜ່ນດິນ.
9 ແຕ່ຕອນນີ້ ເຂົາເຈົ້າຮ້ອງເພງເຍາະເຍີ້ຍ+ແລະເວົ້າດູຖູກຂ້ອຍ.+
10 ເຂົາເຈົ້າຊັງຂ້ອຍແລະບໍ່ຢາກເຂົ້າໃກ້ຂ້ອຍ.+ເຂົາເຈົ້າຍັງຖົ່ມນ້ຳລາຍໃສ່ຂ້ອຍນຳ.+
11 ຍ້ອນພະເຈົ້າເຮັດໃຫ້ຂ້ອຍບໍ່ມີທາງສູ້ແລະຕົກຕ່ຳເຂົາເຈົ້າຈຶ່ງເຮັດກັບຂ້ອຍແບບບໍ່ອີ່ຕົນຂ້ອຍເລີຍ.
12 ເຂົາເຈົ້າຫຸ້ມມາໃສ່ຂ້ອຍທາງເບື້ອງຂວາ.ເຂົາເຈົ້າບັງຄັບໃຫ້ຂ້ອຍແລ່ນໜີແລ້ວກໍເອົາແນວມາຂວາງທາງຂ້ອຍໄວ້ເພື່ອທຳຮ້າຍຂ້ອຍ.
13 ເຂົາເຈົ້າທຳລາຍທາງທີ່ຂ້ອຍທຽວເຮັດໃຫ້ຂ້ອຍລຳບາກຕື່ມ+ແລະບໍ່ມີໃຜຫ້າມເຂົາເຈົ້າ.*
14 ເຂົາເຈົ້າເຂົ້າມາຫາຂ້ອຍຄືກັບເຂົ້າມາທາງກຳແພງທີ່ຖືກເຈາະເປັນປ່ອງບັກໃຫຍ່.ເຂົາເຈົ້າມາໂຈມຕີຂ້ອຍຕອນທີ່ຂ້ອຍໝົດແຮງຢູ່.
15 ຂ້ອຍຢ້ານຫຼາຍ.ສັກສີຂອງຂ້ອຍຫາຍໄປຄືກັບລົມຄວາມຫວັງຂອງຂ້ອຍທີ່ຈະລອດຫາຍໄປຄືກັບຂີ້ເຝື້ອ.
16 ຊີວິດຂ້ອຍກໍເຫຼືອແຕ່ໜ້ອຍດຽວ.+ແຕ່ລະມື້ ຂ້ອຍມີແຕ່ຄວາມທຸກ.+
17 ໃນຕອນກາງຄືນ ຂ້ອຍເຈັບໄປຮອດກະດູກກະດ້ຽວ.+ຄວາມເຈັບປວດນັ້ນບໍ່ເຊົາຈັກເທື່ອ.+
18 ມັນເປັນຄືກັບວ່າເຄື່ອງນຸ່ງ*ຂອງຂ້ອຍຖືກບິດແຮງໆ*ແລະເປັນຄືກັບຄໍເສື້ອທີ່ຮັດຄໍຂ້ອຍຈົນຫາຍໃຈບໍ່ອອກ.
19 ພະເຈົ້າຖິ້ມຂ້ອຍລົງຂີ້ຕົມ.ຂ້ອຍເປັນຄືກັບຂີ້ດິນແລະຂີ້ເທົ່າ.
20 ພະເຈົ້າເອີ້ຍ ລູກຮ້ອງຂໍໃຫ້ພະອົງຊ່ວຍ ແຕ່ພະອົງກໍບໍ່ຕອບລູກ.+ລູກລຸກຂຶ້ນອ້ອນວອນພະອົງ ແຕ່ພະອົງກໍເບິ່ງຊື່ໆ.
21 ພະອົງຫັນມາໂຈມຕີລູກແບບບໍ່ອີ່ຕົນລູກເລີຍ.+ພະອົງທຳຮ້າຍລູກເຕັມແຮງຂອງພະອົງ.
22 ຄືກັບພະອົງໃຊ້ລົມຫອບລູກໄປແລະໃຫ້ລູກຖືກພາຍຸພັດໄປພັດມາ.
23 ລູກຮູ້ວ່າພະອົງຈະເຮັດໃຫ້ລູກຕາຍແລະໃຫ້ລູກໄປໃນບ່ອນທີ່ສຸດທ້າຍແລ້ວທຸກຄົນກໍຕ້ອງໄປ.
24 ເມື່ອຄົນທີ່ຈົນຕາແຈຮ້ອງຂໍຄວາມຊ່ວຍເຫຼືອຕອນທີ່ລຳບາກຈະບໍ່ມີໃຜຕີລາວດອກ.+
25 ຕອນທີ່ຄົນອື່ນມີບັນຫາໜັກ ລູກກໍຮ້ອງໄຫ້ນຳຕົ໋ວ.
ຕອນທີ່ເຫັນຄົນທຸກ ລູກກໍທຸກໃຈນຳບໍ່ແມ່ນບໍ?+
26 ລູກຢາກເຈິແຕ່ເລື່ອງດີໆ ແຕ່ເລື່ອງບໍ່ດີພັດເຂົ້າມາ.ລູກຢາກເຫັນແສງສະຫວ່າງ ແຕ່ພັດເຫັນແຕ່ຄວາມມືດ.
27 ລູກອຸກໃຈບໍ່ເຊົາແລະເຈິຄວາມທຸກຕະຫຼອດ.
28 ລູກຍ່າງດ້ວຍຄວາມໂສກເສົ້າ+ແລະໝົດຫວັງ.*
ຕອນທີ່ຄົນຢູ່ນຳກັນຫຼາຍໆ ລູກກໍຮ້ອງຂໍໃຫ້ຄົນຊ່ວຍ.
29 ຄືກັບລູກກາຍເປັນອ້າຍນ້ອງກັບໝາໄນແລະເປັນໝູ່ກັບນົກກະຈອກເທດ.+
30 ຜິວໜັງຂອງລູກດຳແລະລອກອອກ.+ພະຍາດທີ່ລູກເປັນເຮັດໃຫ້ກະດູກລູກຮ້ອນ.*
31 ພິນທີ່ລູກດີດມີແຕ່ເພງເສົ້າໆແລະຂຸ່ຍທີ່ລູກເປົ່າກໍມີແຕ່ເພງໂສກເສົ້າ.”
ຂໍ ຄວາມ ໄຂ ເງື່ອນ
^ ຫຼື “ວາດີ.” ເບິ່ງສ່ວນອະທິບາຍຄຳສັບ.
^ ຫຼືອາດແປວ່າ “ບໍ່ມີໃຜຊ່ວຍເຂົາເຈົ້າ”
^ ອາດໝາຍເຖິງຜິວໜັງຂອງລາວ
^ ຫຼືອາດແປວ່າ “ຄວາມເຈັບປ່ວຍຮ້າຍແຮງເຮັດໃຫ້ຂ້ອຍຂີ້ຮ້າຍ”
^ ຫຼື “ບໍ່ເຫັນແສງແດດ”
^ ຫຼືອາດແປວ່າ “ເປັນໄຂ້”