ໂຢບ 39:1-30

  • ສັດ​ທີ່​ພະເຈົ້າ​ສ້າງ​ເຮັດ​ໃຫ້​ຮູ້​ວ່າ​ມະນຸດ​ໂງ່ (1-30)

    • ແບ້​ປ່າ​ແລະ​ກວາງ (1-4)

    • ລາ​ປ່າ (5-8)

    • ງົວ​ປ່າ (9-12)

    • ນົກ​ກະຈອກເທດ (13-18)

    • ມ້າ (19-25)

    • ແຫຼວ​ແລະ​ນົກ​ອິນຊີ (26-30)

39  “ເຈົ້າ​ຮູ້​ບໍ​ວ່າ​ແບ້​ປ່າ​ມັນ​ອອກ​ລູກ​ຕອນ​ໃດ+ ແລະ​ເຈົ້າ​ເຄີຍ​ເຫັນ​ກວາງ​ອອກ​ລູກ​ບໍ?+   ເຈົ້າ​ຮູ້​ບໍ​ວ່າ​ພວກ​ມັນ​ຖືພາ​ຈັກ​ເດືອນ ແລະ​ຕອນ​ໃດ​ພວກ​ມັນ​ຈຶ່ງ​ຈະ​ອອກ​ລູກ?   ຕອນ​ທີ່​ພວກ​ມັນ​ອອກ​ລູກ ພວກ​ມັນ​ໝູບ​ລົງ.ເມື່ອ​ລູກ​ຂອງ​ພວກ​ມັນ​ອອກ​ມາ​ແລ້ວ ພວກ​ມັນ​ກໍ​ບໍ່​ເຈັບ.   ລູກ​ຂອງ​ພວກ​ມັນ​ແຂງແຮງ​ແລະ​ໃຫຍ່​ຂຶ້ນ​ຢູ່​ໃນ​ປ່າແລ້ວ​ພວກ​ມັນ​ກໍ​ອອກ​ຈາກ​ບ່ອນ​ນັ້ນ​ແລະ​ບໍ່​ກັບ​ມາ​ຫາ​ແມ່​ມັນ​ອີກ​ເລີຍ.   ໃຜ​ປ່ອຍ​ລາ​ປ່າ​ໃຫ້​ເປັນ​ອິດ​ສະຫຼະ+ແລະ​ໃຜ​ແກ້​ເຊືອກ​ໃຫ້​ມັນ?   ເຮົາ​ໃຫ້​ບ່ອນ​ກັນດານ​ເປັນ​ເຮືອນ​ຂອງ​ມັນແລະ​ໃຫ້​ດິນ​ທີ່​ມີ​ເກືອ​ເປັນ​ບ່ອນ​ຢູ່​ຂອງ​ມັນ.   ມັນ​ຫຼີກ​ໜີ​ຈາກ​ເມືອງ​ທີ່​ມີ​ສຽງ​ຟົດ​ແຊວແລະ​ບໍ່​ໄດ້​ຍິນ​ສຽງ​ຄົນ​ສັ່ງ​ສັດ​ໃຫ້​ເຮັດ​ວຽກ.   ມັນ​ໄປ​ຕາມ​ພູ​ຕ່າງ​ໆ​ເພື່ອ​ຊອກ​ຫາ​ທົ່ງ​ຫຍ້າແລະ​ຊອກ​ກິນ​ໃບ​ໄມ້​ຂຽວ​ໆ​.   ງົວ​ປ່າ*​ຈະ​ຍອມ​ໃຫ້​ເຈົ້າ​ໃຊ້​ມັນ​ບໍ+ ແລະ​ໃນ​ຕອນ​ກາງຄືນ​ມັນ​ຈະ​ນອນ​ຢູ່​ໃນ​ຄອກ​ສັດ*​ຂອງ​ເຈົ້າ​ບໍ? 10  ເຈົ້າ​ຈະ​ມັດ​ງົວ​ປ່າ​ແລະ​ໃຫ້​ມັນ​ມາ​ໄຖ​ນາ​ໃຫ້​ເຈົ້າ​ໄດ້​ບໍ?ເຈົ້າ​ຈະ​ສັ່ງ​ມັນ​ໃຫ້​ໄປ​ໄຖ​ດິນ​ຢູ່​ຮ່ອມພູ​ໄດ້​ບໍ? 11  ເຈົ້າ​ຈະ​ໄວ້ໃຈ​ເຫື່ອ​ແຮງ​ຫຼາຍ​ໆ​ຂອງ​ມັນ​ໄດ້​ບໍແລະ​ເຈົ້າ​ຈະ​ໃຊ້​ມັນ​ໃຫ້​ເຮັດ​ວຽກ​ໜັກ​ໃຫ້​ເຈົ້າ​ໄດ້​ບໍ? 12  ເຈົ້າ​ຈະ​ໃຊ້​ມັນ​ຂົນ​ຜົນລະປູກ​ມາ​ໃຫ້​ເຈົ້າ​ໄດ້​ບໍແລະ​ຈະ​ໃຊ້​ມັນ​ໃຫ້​ຂົນ​ເຂົ້າ​ໄປ​ທີ່​ລານ​ຟາດ​ເຂົ້າ​ໃຫ້​ເຈົ້າ​ໄດ້​ບໍ? 13  ນົກ​ກະຈອກເທດ​ຕົບ​ປີກ​ຢ່າງ​ມີ​ຄວາມ​ສຸກ.ແຕ່​ປີກ​ຂອງ​ມັນ​ທຽບ​ບໍ່​ໄດ້​ເລີຍ​ກັບ​ປີກ​ຂອງ​ນົກ​ກະສາ.+ 14  ມັນ​ໄຂ່​ໃສ່​ດິນແລະ​ປະ​ໄຂ່​ໄວ້​ຢູ່​ດິນ​ອຸ່ນ​ໆ​ 15  ແຕ່​ມັນ​ກໍ​ບໍ່​ໄດ້​ຄິດ​ຊ້ຳ​ວ່າ​ຈະ​ມີ​ຕີນ​ມາ​ຢຽບ​ໄຂ່​ຂອງ​ມັນຫຼື​ຈະ​ມີ​ສັດ​ປ່າ​ມາ​ຢຽບ​ໄຂ່​ມັນ​ແຕກ. 16  ມັນ​ບໍ່​ຮູ້ຈັກ​ແພງ​ລູກ​ແລະ​ເຮັດ​ຄື​ກັບ​ວ່າ​ບໍ່​ແມ່ນ​ລູກ​ຂອງ​ມັນ.+ມັນ​ບໍ່​ສົນ​ໃຈ​ວ່າ​ລູກ​ຈະ​ເປັນ​ຫຼື​ຈະ​ຕາຍ 17  ເພາະ​ພະເຈົ້າ​ບໍ່​ໄດ້​ໃຫ້​ມັນ​ມີ​ສະຕິປັນຍາແລະ​ບໍ່​ໄດ້​ໃຫ້​ມັນ​ມີ​ຄວາມ​ເຂົ້າໃຈ. 18  ບາດ​ເທື່ອ​ມັນ​ຕົບ​ປີກ​ກຽມ​ຈະ​ແລ່ນມັນ​ກໍ​ຫົວຂວັນ​ໃສ່​ມ້າ​ກັບ​ຄົນ​ຂີ່​ມ້າ. 19  ເຈົ້າ​ເປັນ​ຜູ້​ເອົາ​ແຮງ​ໃຫ້​ມ້າ​ບໍ+ ແລະ​ເຈົ້າ​ເປັນ​ຜູ້​ເຮັດ​ໃຫ້​ສັນ​ຄໍ​ຂອງ​ມັນ​ມີ​ຂົນ​ຍາວ​ໆ​ງາມ​ໆ​ບໍ? 20  ເຈົ້າ​ໃຫ້​ມັນ​ໂດດ​ຄື​ກັບ​ຕັກກະແຕນ​ໄດ້​ບໍ? ສຽງ​ຫາຍ​ໃຈ​ຂອງ​ມັນ​ກໍ​ເປັນ​ຕາ​ຢ້ານ.+ 21  ມັນ​ຄ​ວັດ​ດິນ​ຢູ່​ຮ່ອມພູ​ແລະ​ຍົກ​ຂາ​ໜ້າ​ຂຶ້ນ​ຢ່າງ​ກ້າຫານ+ກ່ອນ​ທີ່​ຈະ​ອອກ​ໄປ​ສະໜາມ​ຮົບ.+ 22  ມັນ​ຫົວຂວັນ​ໃສ່​ຄວາມ​ຢ້ານ​ແລະ​ມັນ​ກໍ​ບໍ່​ຢ້ານ​ອີ່ຫຍັງ​ເລີຍ.+ ແມ່ນ​ແຕ່​ຕອນ​ທີ່​ເຫັນ​ດາບ​ມັນ​ກໍ​ບໍ່​ຖອຍ. 23  ບັ້ງ​ໃສ່​ລູກທະນູ​ຂອງ​ຄົນ​ຂີ່​ກໍ​ຕຳ​ໃສ່​ມັນ.ເມື່ອ​ມັນ​ແລ່ນ​ໄປ ຫອກ​ແລະ​ຫຼາວ​ກໍ​ເຫຼື້ອມ​ມາບ​ໆ​. 24  ຕອນ​ທີ່​ກຳລັງ​ຈະ​ອອກ​ໄປ​ມັນ​ຕື່ນ​ເຕັ້ນ​ແລະ​ດີ້ນ​ໄປ​ດີ້ນ​ມາ.ເມື່ອ​ໄດ້​ຍິນ​ສຽງ​ແກ ມັນ​ກໍ​ຢູ່​ຊື່​ໆ​ບໍ່​ເປັນ.* 25  ເມື່ອ​ສຽງ​ແກ​ດັງ​ຂຶ້ນ ມັນ​ກໍ​ຮ້ອງ​ບັກ​ດັງ​ໆ​. ມັນ​ໄດ້​ກິ່ນ​ຂອງ​ສົງຄາມ​ຕັ້ງ​ແຕ່​ໄກ​ໆ​ແລະ​ມັນ​ໄດ້​ຍິນ​ສຽງ​ຂອງ​ຫົວ​ໜ້າ​ທະຫານ​ຮ້ອງ​ໃຫ້​ບຸກ.+ 26  ເຈົ້າ​ສອນ​ແຫຼວ​ໃຫ້​ຮູ້ຈັກ​ບິນ​ບໍ?ເຈົ້າ​ສອນ​ມັນ​ໃຫ້​ບິນ​ໄປ​ທາງ​ໃຕ້​ບໍ? 27  ເຈົ້າ​ສັ່ງ​ນົກ​ອິນ​ຊີ​ໃຫ້​ບິນ​ຂຶ້ນ​ໄປ+ແລະ​ເຮັດ​ຮັງ​ຢູ່​ບ່ອນ​ສູງ​ໆ​ບໍ?+ 28  ມັນ​ໄປ​ນອນ​ຢູ່​ເທິງ​ໜ້າ​ຜາແລະ​ຢູ່​ຕາມ​ຫຼືບ​ຫີນ​ທີ່​ຢູ່​ສູງ​ໆ​. 29  ມັນ​ແນມ​ຫາ​ເຫຍື່ອ​ຈາກ​ບ່ອນ​ນັ້ນ+ແລະ​ແນມ​ເຫັນ​ເຫຍື່ອ​ຕັ້ງ​ແຕ່​ຢູ່​ໄກ​ໆ​. 30  ລູກ​ຂອງ​ມັນ​ກິນ​ເລືອດ​ຂອງ​ເຫຍື່ອ.ຊາກ​ສົບ​ຢູ່​ບ່ອນ​ໃດ ພວກ​ມັນ​ກໍ​ໄປ​ບ່ອນ​ນັ້ນ.”+

ຂໍຄວາມໄຂເງື່ອນ

ອາດ​ໝາຍເຖິງ​ສັດ​ທີ່​ມີ​ຮູບ​ຮ່າ​ງ​ຄ້າຍຄື​ໂຕ​ຄວາຍ
ຫຼື “ຮາງ​ຫຍ້າ”
ຫຼື​ອາດ​ແປ​ວ່າ “ມັນ​ກໍ​ບໍ່​ຍອມ​ເຊື່ອ”