ໂຢບ 4:1-21
4 ເອລີຟັດ+ຄົນເຕມານເລີ່ມເວົ້າຂຶ້ນວ່າ:
2 “ຖ້າມີຄົນພະຍາຍາມມາເຕືອນເຈົ້າ ເຈົ້າຊິຮັບໄດ້ບໍ?
ແຕ່ຂ້ອຍມິດຢູ່ຕໍ່ໄປບໍ່ໄດ້ແລ້ວ.
3 ຂ້ອຍຮູ້ວ່າເຈົ້າເຄີຍສອນຫຼາຍຄົນແລະເຄີຍໃຫ້ກຳລັງໃຈຄົນທີ່ທໍ້ໃຈ.
4 ຄຳເວົ້າຂອງເຈົ້າຊ່ວຍຄົນທີ່ສະດຸດລົ້ມໃຫ້ລຸກຂຶ້ນມາໄດ້ແລະເຈົ້າມັກຊ່ວຍຄົນທີ່ຢືນດ້ວຍໂຕເອງບໍ່ໄຫວ*ໃຫ້ມີກຳລັງຂຶ້ນ.
5 ແຕ່ຕອນນີ້ ເມື່ອມີເລື່ອງບໍ່ດີເກີດຂຶ້ນກັບເຈົ້າ ເຈົ້າພັດບໍ່ຮູ້ວ່າຊິເຮັດແນວໃດ.ເມື່ອເຈົ້າມີບັນຫາ ເຈົ້າກໍໝົດກຳລັງໃຈ.
6 ການທີ່ເຈົ້າຢ້ານຢຳພະເຈົ້າ ບໍ່ໄດ້ຊ່ວຍເຈົ້າໃຫ້ໝັ້ນໃຈເລີຍບໍ?
ການທີ່ເຈົ້າໃຊ້ຊີວິດຢ່າງສັດຊື່+ ບໍ່ໄດ້ຊ່ວຍເຈົ້າໃຫ້ມີຄວາມຫວັງເລີຍບໍ?
7 ເຈົ້າບໍ່ເຄີຍໄດ້ຍິນແມ່ນບໍວ່າ ຄົນທີ່ບໍ່ໄດ້ເຮັດຜິດ ຕ້ອງມາຕາຍກ່ອນໄວ?
ແລະກໍບໍ່ເຄີຍໄດ້ຍິນເລີຍແມ່ນບໍວ່າ ຄົນທີ່ເຮັດສິ່ງທີ່ຖືກຕ້ອງ ຕ້ອງຖືກທຳລາຍ?
8 ຂ້ອຍເຄີຍເຫັນວ່າຄົນທີ່ຄິດວາງແຜນບໍ່ດີແລະຄົນທີ່ຫວ່ານບັນຫາກໍຈະຕ້ອງເກັບກ່ຽວສິ່ງນັ້ນ.
9 ເຂົາເຈົ້າຕາຍຍ້ອນລົມຫາຍໃຈຂອງພະເຈົ້າແລະເຈິຈຸດຈົບຍ້ອນເພິ່ນໃຈຮ້າຍ.
10 ໂຕສິງໃຫຍ່ສິງນ້ອຍພາກັນຮ້ອງແຜດສຽງແຕ່ສິງທີ່ແຂງແຮງກໍຍັງແຂ້ວຫັກໄດ້.
11 ໂຕສິງຕາຍຍ້ອນບໍ່ມີເຫຍື່ອໃຫ້ມັນກິນແລະສິງນ້ອຍກໍກະຈັດກະຈາຍກັນໄປ.
12 ຢູ່ຊື່ໆກໍມີຜູ້ໜຶ່ງມາເວົ້າກັບຂ້ອຍແລະມາຊິ່ມໃສ່ຫູຂ້ອຍ.
13 ໃນຕອນກາງຄືນ ຕອນທີ່ຄົນອື່ນນອນຫຼັບສະໜິດຂ້ອຍໄດ້ເຫັນນິມິດທີ່ເຮັດໃຫ້ຂ້ອຍອຸກໃຈ.
14 ຂ້ອຍຢ້ານຫຼາຍຈົນໂຕສັ່ນແລະຮູ້ສຶກຢ້ານຈົນເຂົ້າໄປຮອດກະດູກ.
15 ມີບາງຢ່າງ*ກາຍໜ້າຂ້ອຍໄປແລະຂົນໜາວຂອງຂ້ອຍກໍແຕກ.
16 ແລ້ວມັນກໍຢືນຢູ່ຊື່ໆແຕ່ຂ້ອຍບໍ່ຮູ້ວ່າມັນມີຮູບຮ່າງແນວໃດ.
ມັນຢູ່ຕໍ່ໜ້າຕໍ່ຕາຂ້ອຍ.ຫຼັງຈາກນັ້ນກໍມີຄວາມງຽບແລະຂ້ອຍໄດ້ຍິນສຽງເວົ້າວ່າ
17 ‘ມະນຸດທີ່ຕາຍໄດ້ຈະມີຄວາມຖືກຕ້ອງຫຼາຍກວ່າພະເຈົ້າໄດ້ບໍ?
ລາວຈະເຮັດດີຫຼາຍກວ່າຜູ້ທີ່ສ້າງລາວໄດ້ບໍ?’
18 ພະເຈົ້າບໍ່ເຊື່ອໃຈຜູ້ຮັບໃຊ້ຂອງເພິ່ນແມ່ນແຕ່ທູດສະຫວັນ* ເພິ່ນກໍຍັງຈັບຜິດ.
19 ສະນັ້ນ ມະນຸດເຊິ່ງມີຮ່າງກາຍທີ່ເຮັດຈາກດິນດາກຖືກສ້າງຈາກຂີ້ດິນ*+ແລະຖືກບີ້ໄດ້ງ່າຍໆຄືກັບແມງກະເບື້ອກາງຄືນກໍແຮ່ງຮ້າຍກວ່ານັ້ນອີກ!
20 ເຂົາເຈົ້າມີຊີວິດຢູ່ຕອນເຊົ້າ ແຕ່ເມື່ອຮອດຕອນແລງກໍຖືກບີ້ຈົນບໍ່ເຫຼືອ.ເຂົາເຈົ້າດັບສູນໄປຕະຫຼອດການແລະບໍ່ມີຜູ້ໃດສົນໃຈ.
21 ເຂົາເຈົ້າເປັນຄືກັບເຕັ້ນທີ່ຖືກດຶງເຊືອກອອກ.
ເຂົາເຈົ້າຕາຍແບບບໍ່ຮູ້ອີ່ຫຍັງ.”
ຂໍ ຄວາມ ໄຂ ເງື່ອນ
^ ແປຕາມໂຕວ່າ “ຄົນທີ່ເຂົ່າລ່ອຍ”
^ ຫຼື “ພະລັງທີ່ເບິ່ງບໍ່ເຫັນ”
^ ຫຼື “ຜູ້ສົ່ງຂ່າວ”
^ ແປຕາມໂຕວ່າ “ທີ່ຢູ່ໃນເຮືອນທີ່ເຮັດຈາກດິນດາກທີ່ຕັ້ງຢູ່ເທິງຂີ້ດິນ”