ໂຢບ 41:1-34

  • ພະເຈົ້າ​ອະທິບາຍ​ວ່າ​ໂຕ​ເລວີອາທານ​ໜ້າ​ງຶດງໍ້​ສ່ຳ​ໃດ (1-34)

41  “ເຈົ້າ​ຈະ​ໃສ່​ເບັດ​ເອົາ​ໂຕ​ເລວີ​ອາ​ທານ*+​ໄດ້​ບໍ?ຫຼື​ເຈົ້າ​ຈະ​ເອົາ​ເຊືອກ​ມັດ​ລີ້ນ​ຂອງ​ມັນ​ໄດ້​ບໍ?   ເຈົ້າ​ຈະ​ເອົາ​ເຊືອກ​ສອດ​ໃສ່​ດັງ​ມັນ​ແລະ​ມັດ​ໄວ້​ໄດ້​ບໍ?ຫຼື​ເຈົ້າ​ຈະ​ເອົາ​ຂໍ​ເກາະ​ມາ​ເກາະ​ຄາງ​ກະ​ໄຕ​ມັນ​ໄດ້​ບໍ?   ມັນ​ຈະ​ອ້ອນວອນ​ໃຫ້​ເຈົ້າ​ອີ່ຕົນ​ມັນ​ບໍ?ຫຼື​ມັນ​ຈະ​ເວົ້າ​ກັບ​ເຈົ້າ​ແບບ​ນຸ້ມ​ນວນ​ບໍ?   ມັນ​ຈະ​ຍອມ​ເຮັດ​ສັນຍາ​ກັບ​ເຈົ້າເພື່ອ​ເປັນ​ທາດ​ຂອງ​ເຈົ້າ​ຕະຫຼອດ​ຊີວິດ​ບໍ?   ເຈົ້າ​ຈະ​ຫຼິ້ນ​ກັບ​ມັນ​ຄື​ກັບ​ຫຼິ້ນ​ກັບ​ນົກ​ໄດ້​ບໍ?ຫຼື​ເຈົ້າ​ຈະ​ມັດ​ມັນ​ໄວ້​ໃຫ້​ລູກສາວ​ຫຼິ້ນ​ກັບ​ມັນ​ໄດ້​ບໍ?   ຄົນ​ຫາ​ປາ​ຈະ​ເອົາ​ມັນ​ໄປ​ຂາຍ​ບໍ? ຫຼື​ພວກ​ພໍ່​ຄ້າ​ຈະ​ເອົາ​ມັນ​ໄປ​ແບ່ງ​ກັນ​ບໍ?   ເຈົ້າ​ຈະ​ເອົາ​ແນວ​ແຫຼມ​ໆ​ແທງ​ໜັງ​ຂອງ​ມັນ+ຫຼື​ເອົາ​ຫອກ​ແທງ​ຫົວ​ມັນ​ໄດ້​ບໍ?   ຖ້າ​ເຈົ້າ​ລອງ​ຈັບ​ມັນ​ຈັກ​ບາດ​ໜຶ່ງເຈົ້າ​ຈະ​ບໍ່​ລືມ​ວ່າ​ມັນ​ສູ້​ເຈົ້າ​ແນວ​ໃດ ແລ້ວ​ເຈົ້າ​ຈະ​ຫຼາບ​ເລີຍ!   ຢ່າ​ຫວັງ​ວ່າ​ເຈົ້າ​ຈະ​ສູ້​ມັນ​ໄດ້. ວ່າ​ແຕ່​ເຈົ້າ​ເຫັນ​ມັນ ເຈົ້າ​ກໍ​ເປີດ​ອາດຫຼາດ*​ແລ້ວ. 10  ຂະໜາດ​ວ່າ​ມັນ​ກໍ​ຍັງ​ບໍ່​ມີ​ໃຜ​ກ້າ​ກວນ ແລ້ວ​ຜູ້​ໃດ​ຈະ​ກ້າ​ມາ​ສູ້​ກັບ​ເຮົາ?+ 11  ມີ​ຜູ້​ໃດ​ເອົາ​ຫຍັງ​ໃຫ້​ເຮົາ​ກ່ອນ​ບໍ ເຮົາ​ຈຶ່ງ​ຈະ​ຕ້ອງ​ມາ​ຕອບ​ແທນ​ຄືນ?+ ທຸກ​ຢ່າງ​ທີ່​ຢູ່​ໃຕ້​ຟ້າ​ກໍ​ເປັນ​ຂອງ​ເຮົາ​ຢູ່​ແລ້ວ.+ 12  ເຮົາ​ຈະ​ເວົ້າ​ຕໍ່​ເລື່ອງ​ຂາ​ຂອງ​ມັນແລະ​ເຫື່ອ​ແຮງ​ກັບ​ໂຕ​ຂອງ​ມັນ​ທີ່​ເປັນ​ຕາ​ໜ້າ​ງຶດງໍ້. 13  ໃຜ​ຈະ​ຖອດ​ເກາະ​ທີ່​ຫຸ້ມ​ໂຕ​ຂອງ​ມັນ​ອອກ​ໄດ້? ໃຜ​ຈະ​ກ້າ​ເຂົ້າ​ໄປ​ໃກ້​ປາກ​ຂອງ​ມັນ? 14  ໃຜ​ຈະ​ກ້າ​ອ້າ​ປາກ​ຂອງ​ມັນ? ມັນ​ມີ​ແຂ້ວ​ເປັນ​ຕາ​ຢ້ານ​ເຕັມ​ປາກ. 15  ຫຼັງ​ຂອງ​ມັນ​ມີ​ເກັດ*​ເປັນ​ແຖວ​ໆ​ແລະ​ລຽນ​ຕິດ​ໆ​ກັນ. 16  ເກັດ​ຂອງ​ມັນ​ຕິດ​ກັນ​ຫຼາຍຈົນ​ອາກາດ​ເຂົ້າ​ໄປ​ບໍ່​ໄດ້. 17  ເກັດ​ຂອງ​ມັນ​ຕິດ​ກັນ​ແໜ້ນ​ຫຼາຍຈົນ​ແກະ​ອອກ​ຈາກ​ກັນ​ບໍ່​ໄດ້. 18  ຕອນ​ທີ່​ມັນ​ທັ່ງ​ລົມ​ອອກ​ຈາກ​ດັງ ແສງ​ກໍ​ອອກ​ມາ.ແລະ​ຕາ​ຂອງ​ມັນ​ກໍ​ຄື​ກັບ​ແສງ​ແດດ​ໃນ​ຕອນ​ເຊົ້າ. 19  ມີ​ແສງ​ແມບ​ໆ​ອອກ​ມາ​ຈາກ​ປາກ​ຂອງ​ມັນແລະ​ກໍ​ມີ​ໝັດ​ໄຟ​ອອກ​ມາ​ນຳ. 20  ມີ​ຄວັນ​ອອກ​ຈາກ​ດັງ​ມັນຄື​ກັບ​ຄວັນ​ທີ່​ອອກ​ມາ​ຈາກ​ເຕົາ​ໄຟ​ທີ່​ຖືກ​ສຸມ​ຟືນ​ໃສ່. 21  ລົມ​ຫາຍ​ໃຈ​ຂອງ​ມັນ​ເຮັດ​ໃຫ້​ຖ່ານ​ລຸກ​ເປັນ​ໄຟ​ໄດ້ແລະ​ມີ​ແປວ​ໄຟ​ອອກ​ມາ​ຈາກ​ປາກ​ຂອງ​ມັນ. 22  ຄໍ​ຂອງ​ມັນ​ແຂງແຮງ​ຫຼາຍ.ຜູ້​ໃດ​ເຫັນ​ມັນ​ກໍ​ຢ້ານ​ອີ່ຫຼີ. 23  ໜັງ​ທ້ອງ​ຂອງ​ມັນ​ຕິດ​ກັນ​ບັກ​ແໜ້ນ​ໆ​ແລະ​ເປັນ​ຄື​ກັບ​ເຫຼັກ​ທີ່​ເອົາ​ອອກ​ບໍ່​ໄດ້. 24  ຫົວໃຈ​ຂອງ​ມັນ​ແຂງ​ຄື​ກັບ​ຫີນແລະ​ແຂງ​ຄື​ກັບ​ຫີນ​ໂມ້​ໂຕ​ທາງ​ລຸ່ມ. 25  ຕອນ​ທີ່​ມັນລຸກ​ຂຶ້ນ ແມ່ນ​ແຕ່​ຄົນ​ທີ່​ມີ​ແຮງ​ຫຼາຍ​ກໍ​ຍັງ​ຢ້ານ.ຕອນ​ທີ່​ມັນ​ຟາດ​ຫາງ​ແຮງ​ໆ​ແມ່ນ​ໃຜ​ກໍ​ຢ້ານ. 26  ບໍ່​ມີ​ຫຍັງ​ຈັດ​ການ​ມັນ​ໄດ້ບໍ່​ວ່າ​ຈະ​ເປັນ​ຫອກ ລູກ​ດອກ ຫຼື​ລູກ​ທະນູ ແມ່ນ​ແຕ່​ດາບ​ກໍ​ແທງ​ມັນ​ບໍ່​ເຂົ້າ.+ 27  ສຳລັບ​ມັນ​ແລ້ວ ເຫຼັກ​ກໍ​ສ່ຳ​ກັບ​ເຟືອງແລະ​ທອງແດງ​ກໍ​ສ່ຳ​ກັບ​ໄມ້. 28  ລູກທະນູ​ກໍ​ໄລ່​ມັນ​ໜີ​ບໍ່​ໄດ້.ເອົາ​ກ້ອນ​ຫີນ​ໃສ່​ເຊືອກ​ແກວ່ງ​ໃສ່​ມັນ​ກໍ​ສ່ຳ​ກັບ​ດຶກ​ຂີ້​ແກບ​ໃສ່. 29  ສຳລັບ​ມັນ​ແລ້ວ ໄມ້ຄ້ອນ​ກໍ​ສ່ຳ​ກັບ​ຕໍ​ເຟືອງແລະ​ມັນ​ກໍ​ຫົວຂວັນ​ໃສ່​ຫອກ. 30  ພື້ນ​ທ້ອງ​ຂອງ​ມັນ​ຄົມ​ຄື​ກັບ​ເສດ​ປ່ຽງ​ຂອງ​ຈານ​ແຕກ.ມັນ​ເຮັດ​ໃຫ້​ຂີ້​ຕົມ​ເປັນ​ຮອຍ​ຄື​ກັບ​ຕອນ​ທີ່​ແປ້ນ​ໄມ້*​ຖືກ​ລາກ​ຢູ່​ລານ​ຟາດ​ເຂົ້າ.+ 31  ມັນ​ເຮັດ​ໃຫ້​ນ້ຳ​ເລິກ​ຟົດ​ຄື​ກັບ​ນ້ຳ​ຢູ່​ໃນ​ໝໍ້​ຕົ້ມແລະ​ມັນ​ເຮັດ​ໃຫ້​ທະເລ​ເຟືອດ​ຄື​ກັບ​ນ້ຳມັນ​ຟົດ​ຢູ່​ໃນ​ໝໍ້. 32  ຕອນ​ທີ່​ລອຍ​ນ້ຳ ມັນ​ເຮັດ​ໃຫ້​ນ້ຳ​ທີ່​ຢູ່​ທາງ​ຫຼັງ​ເປັນ​ຟອງ ຈົນ​ເຮັດ​ໃຫ້​ບາງຄົນ​ຄິດ​ວ່າ​ນ້ຳ​ເລິກ​ມີ​ຜົມ​ຂາວ. 33  ຢູ່​ເທິງ​ໂລກ​ບໍ່​ມີ​ອີ່ຫຍັງ​ຄື​ກັບ​ມັນ​ເລີຍ.ພະເຈົ້າ​ສ້າງ​ມັນ​ບໍ່​ໃຫ້​ຢ້ານ​ອີ່ຫຍັງ. 34  ມັນ​ເບິ່ງ​ສັດ​ທຸກ​ໂຕ​ທີ່​ຈອງຫອງ​ແບບ​ບໍ່​ຢ້ານ. ມັນ​ເປັນ​ລາຊາ​ຂອງ​ສັດ​ປ່າ​ທັງ​ໝົດ​ທີ່​ເປັນ​ຕາ​ຢ້ານ.”

ຂໍຄວາມໄຂເງື່ອນ

ເຂົ້າໃຈ​ວ່າ​ອາດ​ໝາຍເຖິງ​ໂຕ​ແຂ້​ຫຼື​ສັດ​ທີ່​ແຂງແຮງ​ຊະນິດ​ອື່ນ​ໆ​
ຫຼື “ລົ້ມ​ລົງ”
ຫຼື​ອາດ​ແປ​ວ່າ “ມັນ​ພູມໃຈ​ທີ່​ມີ​ເກັດ”
ແປ້ນ​ໄມ້​ທີ່​ໃຊ້​ງົວ​ລາກ​ເພື່ອ​ໃຫ້​ເມັດ​ເຂົ້າ​ຫຼົ່ນ​ອອກ​ຈາກ​ຮວງ