ຂ່າວດີທີ່ຂຽນໂດຍໂຢຮັນ 11:1-57

  • ລາຊະໂຣ​ຕາຍ (1-16)

  • ພະ​ເຢຊູ​ປອບ​ໃຈ​ມາທາ​ກັບ​ມາຣີອາ (17-37)

  • ພະ​ເຢຊູ​ປຸກ​ລາຊະໂຣ​ໃຫ້​ຄືນ​ມາ​ຈາກ​ຕາຍ (38-44)

  • ພວກ​ຢິວ​ວາງ​ແຜນ​ຂ້າ​ພະ​ເຢຊູ (45-57)

11  ຕອນ​ນັ້ນ ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ບໍ່​ສະບາຍ​ແຮງ. ລາວ​ຊື່​ລາຊະໂຣ​ຢູ່​ບ້ານ​ເບັດທານີ. ມາຣິອາ​ກັບ​ມາທາ​ທີ່​ເປັນ​ເອື້ອຍ​ນ້ອງ​ກັນ​ກໍ​ຢູ່​ບ້ານ​ນີ້.+  ມາຣິອາ​ຄົນ​ນີ້​ແມ່ນ​ຜູ້​ຍິງ​ທີ່​ເອົາ​ນ້ຳມັນ​ຫອມ​ເທ​ໃສ່​ຜູ້​ເປັນ​ນາຍ​ແລະ​ເອົາ​ຜົມ​ເຊັດ​ຕີນ​ເພິ່ນ.+ ລາຊະໂຣ​ທີ່​ບໍ່​ສະບາຍ​ເປັນ​ນ້ອງ​ຊາຍ*​ຂອງ​ລາວ.  ມາຣິອາ​ກັບ​ມາທາ​ຈຶ່ງ​ໃຊ້​ຄົນ​ໄປ​ບອກ​ພະ​ເຢຊູ​ວ່າ: “ນາຍ​ເອີ້ຍ! ໝູ່​ຮັກ​ຂອງ​ທ່ານ​ບໍ່​ສະບາຍ​ແຮງ.”  ເມື່ອ​ພະ​ເຢຊູ​ໄດ້​ຍິນ​ແບບ​ນັ້ນ​ກໍ​ເວົ້າ​ວ່າ: “ລາວ​ບໍ່​ສະບາຍ​ເທື່ອ​ນີ້​ບໍ່​ແມ່ນ​ເພື່ອ​ໃຫ້​ຕາຍ ແຕ່​ເພື່ອ​ເຮັດ​ໃຫ້​ພະເຈົ້າ​ໄດ້​ຮັບ​ການ​ຍົກຍ້ອງ+ ແລະ​ລູກ​ຂອງ​ພະເຈົ້າ​ຈະ​ໄດ້​ຮັບ​ການ​ຍົກຍ້ອງ​ຍ້ອນ​ເຫດການ​ນີ້.”  ພະ​ເຢຊູ​ຮັກ​ມາທາ​ກັບ​ມາຣິອາ​ລວມ​ທັງ​ລາຊະໂຣ​ນຳ.  ແຕ່​ຫຼັງ​ຈາກ​ໄດ້​ຍິນ​ວ່າ​ລາຊະໂຣ​ບໍ່​ສະບາຍ​ແຮງ ເພິ່ນ​ກໍ​ຍັງ​ຢູ່​ບ່ອນ​ເກົ່າ​ອີກ 2 ມື້.  ແລ້ວ​ເພິ່ນ​ເວົ້າ​ກັບ​ພວກ​ລູກສິດ​ວ່າ: “ໄປ໋ ກັບ​ໄປ​ແຂວງ​ຢູດາຍ​ອີກ​ເທື່ອ​ໜຶ່ງ.”  ພວກ​ລູກສິດ​ບອກ​ເພິ່ນ​ວ່າ: “ອາຈານ+ ບໍ່​ດົນ​ມາ​ນີ້​ພວກ​ຢິວ​ຢູ່​ຫັ້ນ​ພະຍາຍາມ​ຊິ​ເອົາ​ກ້ອນ​ຫີນ​ດຶກ​ໃສ່​ທ່ານ​ໃຫ້​ຕາຍ+ ທ່ານ​ຍັງ​ຊິ​ກັບ​ໄປ​ອີກ​ບໍ?”  ພະ​ເຢຊູ​ຕອບ​ວ່າ: “ກາງເວັນ​ມີ 12 ຊົ່ວໂມງ​ບໍ່​ແມ່ນ​ບໍ?+ ຖ້າ​ຜູ້​ໃດ​ຍ່າງ​ຕອນ​ກາງເວັນ ລາວ​ຈະ​ບໍ່​ສະດຸດ​ໄປ​ຕຳ​ຫຍັງ​ເລີຍ ຍ້ອນ​ລາວ​ເຫັນ​ແສງ​ສະຫວ່າງ​ຂອງ​ໂລກ​ນີ້. 10  ແຕ່​ຖ້າ​ຜູ້​ໃດ​ຍ່າງ​ຕອນ​ກາງຄືນ​ລາວ​ຈະ​ສະດຸດ ຍ້ອນ​ລາວ​ບໍ່​ມີ​ແສງ​ສະຫວ່າງ​ໃນ​ໂຕ.” 11  ເມື່ອ​ເວົ້າ​ແບບ​ນັ້ນ​ແລ້ວ ພະ​ເຢຊູ​ກໍ​ບອກ​ເຂົາເຈົ້າ​ວ່າ: “ລາຊະໂຣ​ໝູ່​ຂອງ​ພວກ​ເຮົາ​ນອນ​ຫຼັບ​ຢູ່+ ແຕ່​ຂ້ອຍ​ຈະ​ໄປ​ປຸກ​ລາວ.” 12  ພວກ​ລູກສິດ​ເວົ້າ​ກັບ​ເພິ່ນ​ວ່າ: “ນາຍ​ເອີ້ຍ ຖ້າ​ລາວ​ນອນ​ຫຼັບ​ຢູ່ ລາວ​ກໍ​ຈະ​ດີ​ຂຶ້ນ.” 13  ທີ່ຈິງ ພະ​ເຢຊູ​ໝາຍ​ຄວາມ​ວ່າ​ລາຊະໂຣ​ຕາຍ​ແລ້ວ ແຕ່​ເຂົາເຈົ້າ​ຄິດ​ວ່າ​ເພິ່ນ​ເວົ້າ​ເຖິງ​ການ​ນອນ​ຫຼັບ​ພັກຜ່ອນ. 14  ພະ​ເຢຊູ​ຈຶ່ງ​ບອກ​ເຂົາເຈົ້າ​ກົງ​ໆ​ວ່າ: “ລາຊະໂຣ​ຕາຍ​ແລ້ວ+ 15  ແລະ​ກໍ​ດີ​ທີ່​ຂ້ອຍ​ບໍ່​ໄດ້​ຢູ່​ຫັ້ນ ຍ້ອນ​ສິ່ງ​ທີ່​ຂ້ອຍ​ຈະ​ໄປ​ເຮັດ​ນີ້​ຈະ​ເສີມ​ຄວາມ​ເຊື່ອ​ຂອງ​ພວກ​ເຈົ້າ. ໄປ໋ ພວກ​ເຮົາ​ໄປ.” 16  ໂທ​ມາ​ທີ່​ຄົນ​ເອີ້ນ​ວ່າ​ຝາແຝດ*​ເວົ້າ​ກັບ​ພວກ​ໝູ່​ທີ່​ເປັນ​ລູກສິດ​ວ່າ: “ໄປ໋ ພວກ​ເຮົາ​ໄປ​ຕາຍ​ນຳ​ອາຈານ.”+ 17  ເມື່ອ​ພະ​ເຢຊູ​ໄປ​ຮອດ​ຫັ້ນ ກໍ​ເຫັນ​ວ່າ​ເຂົາເຈົ້າ​ເອົາ​ສົບ​ຂອງ​ລາຊະໂຣ​ໄປ​ໄວ້​ໃນ​ບ່ອນ​ຝັງ​ສົບ​ໄດ້ 4 ມື້​ແລ້ວ. 18  ບ້ານ​ເບັດທານີ​ຢູ່​ໃກ້​ເມືອງ​ເຢຣູຊາເລັມ​ປະມານ 3 ກິໂລແມັດ.* 19  ມີ​ຄົນ​ຢິວ​ຫຼາຍ​ຄົນ​ມາ​ປອບ​ໃຈ​ມາທາ​ກັບ​ມາຣິອາ​ທີ່​ສູນ​ເສຍ​ນ້ອງ​ຊາຍ. 20  ເມື່ອ​ມາທາ​ໄດ້​ຍິນ​ວ່າ​ພະ​ເຢຊູ​ກຳລັງ​ມາ ລາວ​ຈຶ່ງ​ອອກ​ໄປ​ຫາ​ເພິ່ນ ແຕ່​ມາຣິອາ+​ຍັງ​ຢູ່​ເຮືອນ. 21  ມາທາ​ບອກ​ພະ​ເຢຊູ​ວ່າ: “ນາຍ​ເອີ້ຍ ຖ້າ​ທ່ານ​ຢູ່​ນີ້ ລາວ​ຄື​ຊິ​ບໍ່​ຕາ​ຍ. 22  ແຕ່​ຂ້ອຍ​ກໍ​ຍັງ​ເຊື່ອ​ວ່າ​ພະເຈົ້າ​ຈະ​ໃຫ້​ທຸກ​ຢ່າງ​ຕາມ​ທີ່​ທ່ານ​ຂໍ.” 23  ພະ​ເຢຊູ​ບອກ​ມາທາ​ວ່າ: “ລາວ​ຈະ​ຟື້ນ​ຄືນ​ມາ​ຈາກ​ຕາ​ຍ.” 24  ມາທາ​ບອກ​ເພິ່ນ​ວ່າ: “ຂ້ອຍ​ເຊື່ອ​ວ່າ​ລາວ​ຈະ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ+​ໃນ​ວັນ​ສຸດທ້າຍ.” 25  ພະ​ເຢຊູ​ບອກ​ລາວ​ວ່າ: “ຂ້ອຍ​ແມ່ນ​ຜູ້​ທີ່​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ແລະ​ໃຫ້​ເຂົາເຈົ້າ​ມີ​ຊີວິດ.+ ຜູ້​ທີ່​ສະແດງ​ຄວາມ​ເຊື່ອ​ໃນ​ຂ້ອຍ ເຖິງ​ວ່າ​ລາວ​ຕາຍ​ກໍ​ຈະ​ມີ​ຊີວິດ​ອີກ 26  ແລະ​ທຸກ​ຄົນ​ທີ່​ຍັງ​ມີ​ຊີວິດ​ຢູ່​ແລະ​ສະແດງ​ຄວາມ​ເຊື່ອ​ໃນ​ຂ້ອຍ ເຂົາເຈົ້າ​ຈະ​ບໍ່​ຕາຍ​ເລີຍ.+ ເຈົ້າ​ເຊື່ອ​ບໍ?” 27  ລາວ​ຕອບ​ວ່າ: “ນາຍ​ເອີ້ຍ ຂ້ອຍ​ເຊື່ອ. ຂ້ອຍ​ເຊື່ອ​ວ່າ​ທ່ານ​ເປັນ​ພະຄລິດ​ລູກ​ຂອງ​ພະເຈົ້າ ແລະ​ເປັນ​ຜູ້​ທີ່​ຕ້ອງ​ມາ​ໃນ​ໂລກ​ນີ້.” 28  ເມື່ອ​ເວົ້າ​ຈົບ ລາວ​ກໍ​ໄປ​ເອີ້ນ​ມາຣິອາ​ຜູ້​ເປັນ​ນ້ອງ​ສາວ. ລາວ​ຊິ່ມ​ວ່າ: “ອາຈານ+​ມາ​ແລ້ວ ເພິ່ນ​ບອກ​ໃຫ້​ເຈົ້າ​ໄປ​ຫາ.” 29  ເມື່ອ​ມາຣິອາ​ໄດ້​ຍິນ​ແບບ​ນັ້ນ​ກໍ​ຟ້າວ​ໄປ​ຫາ​ພະ​ເຢຊູ. 30  ພະ​ເຢຊູ​ຍັງ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ບ້ານ​ເທື່ອ ເພິ່ນ​ຍັງ​ຢູ່​ບ່ອນ​ທີ່​ມາທາ​ໄປ​ຫາ. 31  ເມື່ອ​ຄົນ​ຢິວ​ທີ່​ປອບ​ໃຈ​ມາຣິອາ​ຢູ່​ໃນ​ເຮືອນ​ເຫັນ​ລາວ​ຟ້າວ​ອອກ​ໄປ ເຂົາເຈົ້າ​ກໍ​ນຳ​ຫຼັງ​ລາວ​ໄປ ຍ້ອນ​ຄິດ​ວ່າ​ລາວ​ຈະ​ໄປ​ຮ້ອງໄຫ້​ຢູ່​ບ່ອນ​ຝັງ​ສົບ.+ 32  ເມື່ອ​ມາຣິອາ​ເຫັນ​ພະ​ເຢຊູ ລາວ​ກໍ​ໝູບ​ລົງ​ຢູ່​ຕີນ​ເພິ່ນ​ແລ້ວ​ເວົ້າ​ວ່າ: “ນາຍ​ເອີ້ຍ ຖ້າ​ທ່ານ​ຢູ່​ນີ້ ລາວ​ຄື​ຊິ​ບໍ່​ຕາ​ຍ.” 33  ເມື່ອ​ພະ​ເຢຊູ​ເຫັນ​ມາຣິອາ​ຮ້ອງໄຫ້ ແລະ​ພວກ​ຢິວ​ທີ່​ມາ​ນຳ​ລາວ​ກໍ​ຮ້ອງໄຫ້​ຄື​ກັນ ເພິ່ນ​ກໍ​ໂສກເສົ້າ​ແລະ​ສະເທືອນ​ໃຈ. 34  ເພິ່ນ​ຖາມ​ວ່າ: “ພວກ​ເຈົ້າ​ເອົາ​ສົບ​ລາວ​ໄວ້​ໃສ?” ເຂົາເຈົ້າ​ຕອບ​ວ່າ: “ນາຍ​ເອີ້ຍ ມາ​ເບິ່ງ​ແມ້.” 35  ແລ້ວ​ພະ​ເຢຊູ​ກໍ​ຮ້ອງໄຫ້.+ 36  ເມື່ອ​ພວກ​ຢິວ​ເຫັນ​ແບບ​ນັ້ນ​ກໍ​ພາກັນ​ເວົ້າ​ວ່າ: “ເບິ່ງ​ແມ້ ລາວ​ຮັກ​ລາຊະໂຣ​ຫຼາຍ​ແທ້​ໆ​!” 37  ແຕ່​ມີ​ບາງ​ຄົນ​ເວົ້າ​ວ່າ: “ຜູ້​ຊາຍ​ຄົນ​ນີ້​ເຄີຍ​ເຮັດ​ໃຫ້​ຄົນ​ຕາບອດ​ເຫັນ​ຮຸ່ງ.+ ລາວ​ໜ້າ​ຈະ​ເຮັດ​ບາງ​ຢ່າງ​ເພື່ອ​ບໍ່​ໃຫ້​ລາຊະໂຣ​ຕາຍ.” 38  ເມື່ອ​ໃກ້​ຊິ​ຮອດ​ບ່ອນ​ຝັງ​ສົບ ພະ​ເຢຊູ​ກໍ​ຮູ້ສຶກ​ສະເທືອນ​ໃຈ​ອີກ. ບ່ອນ​ຝັງ​ສົບ​ນັ້ນ​ເປັນ​ຖ້ຳ​ແລະ​ມີ​ຫີນ​ອັດ​ທາງເຂົ້າ​ໄວ້. 39  ພະ​ເຢຊູ​ສັ່ງ​ວ່າ: “ກິ້ງ​ຫີນ​ອອກ.” ມາທາ​ທີ່​ເປັນ​ເອື້ອຍ​ນ້ອງ​ຂອງ​ຜູ້​ຕາຍ​ບອກ​ເພິ່ນ​ວ່າ: “ນາຍ​ເອີ້ຍ ປານ​ນີ້​ສົບ​ຄື​ຊິ​ເໝັນ ຍ້ອນ​ລາວ​ຕາຍ​ໄດ້ 4 ມື້​ແລ້ວ.” 40  ພະ​ເຢຊູ​ບອກ​ລາວ​ວ່າ: “ຂ້ອຍ​ເຄີຍ​ບອກ​ເຈົ້າ​ແລ້ວ​ບໍ່​ແມ່ນ​ບໍ​ວ່າ ຖ້າ​ເຈົ້າ​ເຊື່ອ ເຈົ້າ​ຈະ​ໄດ້​ເຫັນ​ລິດເດດ​ຂອງ​ພະເຈົ້າ?”+ 41  ເຂົາເຈົ້າ​ຈຶ່ງ​ກິ້ງ​ຫີນ​ທີ່​ອັດ​ທາງເຂົ້າ​ບ່ອນ​ຝັງ​ສົບ​ອອກ ແລ້ວ​ພະ​ເຢຊູ​ກໍ​ເງີຍ​ໜ້າ​ຂຶ້ນ​ຟ້າ+​ແລະ​ເວົ້າ​ວ່າ: “ພໍ່​ເອີ້ຍ ລູກ​ຂອບໃຈ​ທີ່​ພໍ່​ຟັງ​ຄຳ​ຂໍຮ້ອງ​ຂອງ​ລູກ. 42  ລູກ​ຮູ້​ຢູ່​ແລ້ວ​ວ່າ​ພໍ່​ຟັງ​ລູກ​ສະເໝີ ແຕ່​ລູກ​ຂໍ​ເທື່ອ​ນີ້​ກໍ​ເພື່ອ​ຄົນ​ທີ່​ຢືນ​ຢູ່​ອ້ອມ​ນີ້​ຈະ​ເຊື່ອ​ວ່າ​ພໍ່​ໃຊ້​ລູກ​ມາ.”+ 43  ເມື່ອ​ເວົ້າ​ຈົບ​ແລ້ວ ເພິ່ນ​ກໍ​ເອີ້ນ​ສຽງ​ດັງ​ໆ​ວ່າ: “ລາຊະໂຣ​ເອີ້ຍ ອອກ​ມາ!”+ 44  ລາຊະໂຣ​ທີ່​ຕາຍ​ໄປ​ແລ້ວ​ກໍ​ຍ່າງ​ອອກ​ມາ​ທັງ​ໆ​ທີ່​ຍັງ​ມີ​ຜ້າ​ພັນ​ມື​ພັນ​ຕີນ​ຢູ່ ແລະ​ມີ​ຜ້າ​ພັນ​ໜ້າ​ຄື​ກັນ. ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ: “ເອົາ​ຜ້າ​ທີ່​ພັນ​ຢູ່​ນັ້ນ​ອອກ​ໃຫ້​ລາວ​ແດ່ ລາວ​ຈຶ່ງ​ຊິ​ຍ່າງ​ໄດ້.” 45  ຄົນ​ຢິວ​ຫຼາຍ​ຄົນ​ທີ່​ມາ​ຫາ​ມາຣິອາ​ແລະ​ໄດ້​ເຫັນ​ສິ່ງ​ທີ່​ພະ​ເຢຊູ​ເຮັດ​ກໍ​ເຊື່ອ​ໃນ​ເພິ່ນ.+ 46  ແຕ່​ມີ​ບາງ​ຄົນ​ໄປ​ເລົ່າ​ເລື່ອງ​ທີ່​ພະ​ເຢຊູ​ເຮັດ​ໃຫ້​ພວກ​ຟາຣີຊາຍ​ຟັງ. 47  ພວກ​ຫົວໜ້າ​ປະໂລຫິດ​ກັບ​ພວກ​ຟາຣີຊາຍ​ຈຶ່ງ​ເອີ້ນ​ປະຊຸມ​ສານ​ຊັນເຮດຣິນ​ແລະ​ເວົ້າ​ວ່າ: “ພວກ​ເຮົາ​ຊິ​ເຮັດ​ແນວ​ໃດ ຜູ້​ຊາຍ​ຄົນ​ນັ້ນ​ເຮັດ​ການ​ອັດສະຈັນ​ຫຼາຍ​ຢ່າງ?+ 48  ຖ້າ​ຍັງ​ປ່ອຍ​ໄວ້​ແບບ​ນີ້ ຄົນ​ຈະ​ແຫ່​ກັນ​ໄປ​ເຊື່ອ​ລາວ​ໝົດ ແລ້ວ​ພວກ​ໂຣມ​ກໍ​ຈະ​ມາ​ຍຶດ​ທັງ​ວິຫານ​ແລະ​ປະເທດ​ຂອງ​ເຮົາ​ນຳ.” 49  ຜູ້​ໜຶ່ງ​ຊື່​ກາຢະຟາ+​ທີ່​ເປັນ​ປະໂລຫິດ​ໃຫຍ່​ໃນ​ປີ​ນັ້ນ​ເວົ້າ​ຂຶ້ນ​ມາ​ວ່າ: “ພວກ​ເຈົ້າ​ບໍ່​ຮູ້​ຫຍັງ​ເລີຍ. 50  ພວກ​ເຈົ້າ​ບໍ່​ເຂົ້າ​ໃຈ​ບໍ​ວ່າ ເພື່ອ​ປະໂຫຍດ​ຂອງ​ພວກ​ເຈົ້າ​ເອງ ໃຫ້​ຄົນ​ໜຶ່ງ​ຕາຍ​ແທນ​ປະຊາຊົນ​ກໍ​ດີ​ກວ່າ​ໃຫ້​ຄົນ​ໝົດ​ຊາດ​ຕ້ອງ​ຕາຍ?” 51  ລາວ​ບໍ່​ໄດ້​ເວົ້າ​ແບບ​ນີ້​ຈາກ​ຄວາມ​ຄິດ​ຂອງ​ໂຕເອງ ແຕ່​ຍ້ອນ​ລາວ​ເປັນ​ປະໂລຫິດ​ໃຫຍ່​ໃນ​ປີ​ນັ້ນ ລາວ​ຈຶ່ງ​ພະຍາກອນ​ວ່າ​ພະ​ເຢຊູ​ຈະ​ຕ້ອງ​ຕາຍ​ເພື່ອ​ຄົນ​ຊາດດຽວກັນ 52  ແລະ​ບໍ່​ແມ່ນ​ເພື່ອ​ຄົນ​ຊາດ​ດຽວ​ກັນ​ເທົ່າ​ນັ້ນ ແຕ່​ເພື່ອ​ລວບລວມ​ພວກ​ລູກ​ຂອງ​ພະເຈົ້າ​ທີ່​ກະຈັດ​ກະຈາຍ​ກັນ​ຢູ່​ໃຫ້​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ນຳ​ອີກ. 53  ຕັ້ງແຕ່​ມື້​ນັ້ນ ເຂົາເຈົ້າ​ຈຶ່ງ​ຫາ​ທາງ​ຈະ​ຂ້າ​ພະ​ເຢຊູ. 54  ດັ່ງນັ້ນ ພະ​ເຢຊູ​ຈຶ່ງ​ບໍ່​ໄປ​ຫັ້ນ​ມາ​ນີ້​ແບບ​ເປີດເຜີຍ​ອີກ​ຕໍ່​ໄປ​ໃນ​ບ່ອນ​ທີ່​ມີ​ຄົນ​ຢິວ ແຕ່​ເພິ່ນ​ອອກ​ຈາກ​ບ່ອນ​ນັ້ນ​ໄປ​ເມືອງ​ໜຶ່ງ​ຊື່​ເອຟຣາຢິມ+​ທີ່​ຢູ່​ໃກ້​ບ່ອນ​ກັນດານ ແລະ​ຢູ່​ຫັ້ນ​ກັບ​ພວກ​ລູກສິດ. 55  ເມື່ອ​ໃກ້​ຊິ​ຮອດ​ເທດສະການ​ປັດສະຄາ+​ຂອງ​ຄົນ​ຢິວ ມີ​ຄົນ​ຈາກ​ນອກ​ເມືອງ​ບັກ​ຫຼາຍ​ໆ​ເຂົ້າ​ມາ​ໃນ​ເມືອງ​ເຢຣູຊາເລັມ​ກ່ອນ​ເທດສະການ​ຈະ​ເລີ່ມ​ເພື່ອ​ເຮັດ​ໃຫ້ໂຕເອງ​ສະອາດ​ຕາມ​ພິທີກຳ. 56  ເຂົາເຈົ້າ​ຊອກ​ຫາ​ພະ​ເຢຊູ ແລະ​ຕອນ​ທີ່​ຢູ່​ບໍລິເວນ​ວິຫານ​ເຂົາເຈົ້າ​ພາກັນ​ເວົ້າ​ວ່າ: “ພວກ​ເຈົ້າ​ຄິດ​ແນວ​ໃດ? ລາວ​ຊິ​ມາ​ເທດສະການ​ນີ້​ຫຼື​ບໍ່?” 57  ພວກ​ຫົວໜ້າ​ປະໂລຫິດ​ກັບ​ພວກ​ຟາຣີຊາຍ​ສັ່ງ​ໄວ້​ວ່າ ຖ້າ​ຜູ້​ໃດ​ຮູ້​ວ່າ​ພະ​ເຢຊູ​ຢູ່​ໃສ​ກໍ​ໃຫ້​ມາ​ບອກ ແລ້ວ​ເຂົາເຈົ້າ​ຈະ​ໄປ​ຈັບ​ເພິ່ນ.

ຂໍຄວາມໄຂເງື່ອນ

ຫຼື “ອ້າຍ”
ຫຼື “ດິດຸໂມດສ໌”
ແປ​ຕາມ​ໂຕ​ວ່າ “15 ຊະທາດິອອນ.” ເບິ່ງ​ພາກ​ຜະໜວກ ຂ14.