ຈົດໝາຍເຖິງຄລິດສະຕຽນໃນເມືອງໂຣມ 14:1-23

  • ຢ່າ​ຕັດສິນ​ກັນ (1-12)

  • ຢ່າ​ເປັນ​ຕົ້ນເຫດ​ພາ​ໃຫ້​ຄົນ​ອື່ນ​ຖິ້ມ​ຄວາມ​ເຊື່ອ (13-18)

  • ສ້າງ​ສັນຕິສຸກ​ແລະ​ຄວາມ​ເປັນ​ອັນໜຶ່ງ​ອັນດຽວ​ກັນ (19-23)

14  ຂໍ​ໃຫ້​ຕ້ອນຮັບ​ຄົນ​ທີ່​ຄວາມ​ເຊື່ອ​ຍັງ​ບໍ່​ເຂັ້ມແຂງ+ ແລະ​ຢ່າ​ຕັດສິນ​ລາວ​ໃນ​ເລື່ອງ​ຄວາມ​ເຫັນ​ສ່ວນ​ໂຕ.*  ບາງ​ຄົນ​ເຊື່ອ​ວ່າ​ກິນ​ໄດ້​ທຸກ​ຢ່າງ ແຕ່​ຄົນ​ທີ່​ຄວາມ​ເຊື່ອ​ຍັງ​ບໍ່​ເຂັ້ມແຂງ​ກິນ​ແຕ່​ຜັກ​ເທົ່າ​ນັ້ນ.  ຄົນ​ທີ່​ກິນ​ໄດ້​ທຸກ​ຢ່າງ​ກໍ​ຢ່າ​ດູຖູກ​ຄົນ​ທີ່​ບໍ່​ກິນ ແລະ​ຄົນ​ທີ່​ບໍ່​ກິນ​ກໍ​ຢ່າ​ຕັດສິນ​ຄົນ​ທີ່​ກິນ+ ຍ້ອນ​ພະເຈົ້າ​ຍອມຮັບ​ລາວ​ແລ້ວ.  ພວກ​ເຈົ້າ​ແມ່ນ​ໃຜ​ຈຶ່ງ​ຕັດສິນ​ຄົນ​ຮັບໃຊ້​ຂອງ​ຜູ້​ອື່ນ?+ ນາຍ​ຂອງ​ລາວ​ຈະ​ຕັດສິນ​ເອງ​ວ່າ​ລາວ​ເຮັດ​ຖືກ​ຫຼື​ເຮັດ​ຜິດ.+ ທີ່ຈິງ ລາວ​ຈະ​ເປັນ​ຄົນ​ທີ່​ພະ​ເຢໂຫວາ*​ພໍໃຈ​ໄດ້​ຍ້ອນ​ເພິ່ນ​ຈະ​ຊ່ວຍ​ລາວ.  ບາງ​ຄົນ​ຄິດ​ວ່າ​ບາງ​ມື້​ສຳຄັນ​ກວ່າ​ມື້​ອື່ນ​ໆ​+ ສ່ວນ​ບາງ​ຄົນ​ກໍ​ຄິດ​ວ່າ​ທຸກ​ມື້​ສຳຄັນ​ຄື​ກັນ​ໝົດ.+ ໃຫ້​ແຕ່​ລະ​ຄົນ​ໝັ້ນໃຈ​ໃນ​ສິ່ງ​ທີ່​ໂຕເອງ​ເຊື່ອ.  ຄົນ​ທີ່​ຖື​ມື້​ຖື​ວັນ​ກໍ​ຖື​ເພື່ອ​ຍົກຍ້ອງ​ພະ​ເຢໂຫວາ.* ຄົນ​ທີ່​ກິນ​ໄດ້​ທຸກ​ຢ່າງ​ກໍ​ຍົກຍ້ອງ​ພະ​ເຢໂຫວາ​ເມື່ອ​ລາວ​ຂອບໃຈ​ເພິ່ນ.+ ຄົນ​ທີ່​ກິນ​ແຕ່​ຜັກ​ກໍ​ຍົກຍ້ອງ​ພະ​ເຢໂຫວາ​ຄື​ກັນ​ເມື່ອ​ລາວ​ຂອບໃຈ​ເພິ່ນ.+  ທີ່ຈິງ ພວກ​ເຮົາ​ບໍ່​ໄດ້​ຢູ່​ເພື່ອ​ໂຕເອງ​ເທົ່າ​ນັ້ນ+ ແລະ​ພວກ​ເຮົາ​ກໍ​ບໍ່​ໄດ້​ຕາຍ​ເພື່ອ​ໂຕເອງ​ເທົ່າ​ນັ້ນ.  ຖ້າ​ພວກ​ເຮົາ​ຢູ່ ພວກ​ເຮົາ​ກໍ​ຢູ່​ເພື່ອ​ພະ​ເຢໂຫວາ*+ ແລະ​ຖ້າ​ພວກ​ເຮົາ​ຕາຍ ພວກ​ເຮົາ​ກໍ​ຕາຍ​ເພື່ອ​ພະ​ເຢໂຫວາ. ດັ່ງນັ້ນ ບໍ່​ວ່າ​ພວກ​ເຮົາ​ຈະ​ຢູ່​ຫຼື​ຕາຍ ພວກ​ເຮົາ​ກໍ​ເປັນ​ຄົນ​ຂອງ​ພະ​ເຢໂຫວາ.*+  ເຫດຜົນ​ທີ່​ພະຄລິດ​ຍອມ​ຕາຍ​ແລະ​ຄືນ​ມາ​ມີ​ຊີວິດ​ອີກ​ກໍ​ເພື່ອ​ເພິ່ນ​ຈະ​ໄດ້​ເປັນ​ນາຍ​ຂອງ​ທັງ​ຄົນ​ເປັນ​ແລະ​ຄົນ​ຕາ​ຍ.+ 10  ແລ້ວ​ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ຕັດສິນ​ພີ່ນ້ອງ​ຂອງ​ໂຕເອງ?+ ເປັນ​ຫຍັງ​ພວກ​ເຈົ້າ​ດູຖູກ​ພີ່ນ້ອງ ໃນ​ເມື່ອ​ພວກ​ເຮົາ​ທຸກ​ຄົນ​ຈະ​ຕ້ອງ​ຢືນ​ຢູ່​ຕໍ່​ໜ້າ​ບັນລັງ​ຂອງ​ພະເຈົ້າ​ແລະ​ໃຫ້​ເພິ່ນ​ຕັດສິນ​ພວກ​ເຮົາ?+ 11  ພະຄຳພີ​ບອກ​ໄວ້​ຈັ່ງ​ຊີ້: “ພະ​ເຢໂຫວາ*​ເວົ້າ​ວ່າ ‘ເຮົາ​ສາບານ​ວ່າ​ຕາບ​ໃດ​ທີ່​ເຮົາ​ຍັງ​ມີ​ຊີວິດ​ຢູ່+ ທຸກ​ຄົນ​ຈະ​ມາ​ຄູ້ເຂົ່າ​ລົງ​ຕໍ່​ໜ້າ​ເຮົາ ແລະ​ທຸກ​ຄົນ​ຈະ​ເວົ້າ​ຢ່າງ​ເປີດເຜີຍ​ວ່າ​ຍອມຮັບ​ເຮົາ​ເປັນ​ພະເຈົ້າ.’”+ 12  ດັ່ງນັ້ນ ພະເຈົ້າ​ຈະ​ເປັນ​ຜູ້​ຕັດສິນ​ພວກ​ເຮົາ​ແຕ່​ລະ​ຄົນ​ຕາມ​ການ​ກະທຳ​ຂອງ​ພວກ​ເຮົາ.+ 13  ຢ່າ​ໃຫ້​ພວກ​ເຮົາ​ຕັດສິນ​ກັນ​ອີກ​ເລີຍ+ ແຕ່​ໃຫ້​ພວກ​ເຮົາ​ຕັ້ງໃຈ​ວ່າ​ຈະ​ບໍ່​ເຮັດ​ຫຍັງ​ທີ່​ເປັນ​ຕົ້ນເຫດ​ພາ​ໃຫ້​ພີ່ນ້ອງ​ຫຼົງ​ເຮັດ​ຜິດ​ຫຼື​ຖິ້ມ​ຄວາມ​ເຊື່ອ.+ 14  ຂ້ອຍ​ເປັນ​ລູກສິດ​ຂອງ​ພະ​ເຢຊູ​ຜູ້​ເປັນ​ນາຍ ຂ້ອຍ​ແນ່​ໃຈ​ວ່າ​ບໍ່​ມີ​ສິ່ງ​ໜຶ່ງ​ສິ່ງ​ໃດ​ໃນ​ໂຕ​ມັນ​ເອງ​ທີ່​ບໍ່​ສະອາດ.+ ແຕ່​ຖ້າ​ຄົນ​ໜຶ່ງ​ຖື​ວ່າ​ບາງ​ສິ່ງ​ບໍ່​ສະອາດ ລາວ​ກໍ​ຈະ​ຄິດ​ວ່າ​ຖ້າ​ກິນ​ສິ່ງ​ນັ້ນ​ມັນ​ກໍ​ຜິດ. 15  ຖ້າ​ພວກ​ເຈົ້າ​ເຮັດ​ໃຫ້​ພີ່ນ້ອງ​ຮູ້ສຶກ​ບໍ່​ດີ​ຍ້ອນ​ອາຫານ​ທີ່​ພວກ​ເຈົ້າ​ກິນ ພວກ​ເຈົ້າ​ກໍ​ບໍ່​ໄດ້​ສະແດງ​ຄວາມ​ຮັກ​ຕໍ່​ລາວ​ອີກ​ຕໍ່​ໄປ.+ ດັ່ງນັ້ນ ຢ່າ​ທຳລາຍ​ຄວາມ​ເຊື່ອ​ຂອງ​ພີ່ນ້ອງ​ຍ້ອນ​ອາຫານ​ທີ່​ພວກ​ເຈົ້າ​ກິນ ເພາະ​ພະຄລິດ​ຍອມ​ຕາຍ​ເພື່ອ​ລາວ.+ 16  ຢ່າ​ເຮັດ​ສິ່ງ​ທີ່​ພວກ​ເຈົ້າ​ຄິດ​ວ່າ​ດີ ຖ້າ​ມັນ​ຈະ​ເຮັດ​ໃຫ້​ຄົນ​ອື່ນ​ຕຳໜິ​ພວກ​ເຈົ້າ. 17  ຄົນ​ທີ່​ຈະ​ມີ​ສ່ວນ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ ບໍ່​ໄດ້​ຂຶ້ນ​ກັບ​ວ່າ​ລາວ​ກິນ​ຫຍັງ​ຫຼື​ດື່ມ​ຫຍັງ+ ແຕ່​ລາວ​ຕ້ອງ​ເປັນ​ຄົນ​ທີ່​ພະເຈົ້າ​ຍອມຮັບ ຕ້ອງ​ມີ​ສັນຕິສຸກ​ແລະ​ມີ​ຄວາມ​ຍິນດີ​ທີ່​ເກີດ​ຈາກ​ພະລັງ​ບໍລິສຸດ. 18  ຖ້າ​ລາວ​ເປັນ​ຄົນ​ແບບ​ນີ້​ແລະ​ເປັນ​ທາດ​ຮັບໃຊ້​ພະຄລິດ ລາວ​ກໍ​ຈະ​ເຮັດ​ໃຫ້​ພະເຈົ້າ​ແລະ​ມະນຸດ​ພໍໃຈ. 19  ດັ່ງນັ້ນ ໃຫ້​ພວກ​ເຮົາ​ຕັ້ງໃຈ​ເຮັດ​ສິ່ງ​ທີ່​ສ້າງ​ສັນຕິສຸກ+​ແລະ​ສິ່ງ​ທີ່​ສົ່ງເສີມ​ກັນ​ໃຫ້​ເຂັ້ມແຂງ​ຂຶ້ນ.+ 20  ເຊົາ​ທຳລາຍ​ຜົນ​ງານ​ຂອງ​ພະເຈົ້າ​ຍ້ອນ​ເຫັນ​ແກ່​ອາຫານ.+ ແມ່ນ​ຢູ່ ອາຫານ​ທຸກ​ຢ່າງ​ສະອາດ ແຕ່​ຖ້າ​ຜູ້​ໃດ​ກິນ​ແລ້ວ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ຄົນ​ອື່ນ​ອ່ອນ​ລົງ ມັນ​ກໍ​ຜິດ.*+ 21  ດັ່ງນັ້ນ ຖ້າ​ເຈົ້າ​ກິນ​ຊີ້ນ ຫຼື​ກິນ​ເຫຼົ້າແວງ ຫຼື​ເຮັດ​ແນວ​ອື່ນ ແລະ​ມັນ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ພີ່ນ້ອງ​ອ່ອນ​ລົງ ພວກ​ເຈົ້າ​ບໍ່​ເຮັດ​ກໍ​ດີ​ກວ່າ.+ 22  ພວກ​ເຈົ້າ​ເຊື່ອ​ແນວ​ໃດ​ກໍ​ໃຫ້​ເປັນ​ເລື່ອງ​ລະຫວ່າງ​ພວກ​ເຈົ້າ​ກັບ​ພະເຈົ້າ. ຄົນ​ທີ່​ບໍ່​ເຮັດ​ໃນ​ສິ່ງ​ທີ່​ໂຕເອງ​ຮູ້ສຶກ​ວ່າ​ຜິດ​ກໍ​ມີ​ຄວາມ​ສຸກ. 23  ແຕ່​ຖ້າ​ລາວ​ສົງໄສ​ແລ້ວ​ຍັງ​ກິນ ລາວ​ກໍ​ມີ​ຄວາມ​ຜິດ​ຍ້ອນ​ລາວ​ບໍ່​ໄດ້​ກິນ​ຕາມ​ທີ່​ໂຕເອງ​ເຊື່ອ. ທີ່ຈິງ ຜູ້​ໃດ​ທີ່​ບໍ່​ໄດ້​ເຮັດ​ຕາມ​ທີ່​ໂຕເອງ​ເຊື່ອ​ກໍ​ສ່ຳ​ກັບ​ວ່າ​ຜູ້​ນັ້ນ​ເຮັດ​ຜິດ.

ຂໍຄວາມໄຂເງື່ອນ

ຫຼື​ອາດ​ແປ​ວ່າ “ຂໍ້​ສົງໄສ​ຂອງ​ລາວ”
ຫຼື “ມັນ​ກໍ​ສ້າງ​ຄວາມ​ເສຍຫາຍ”