ຈົດໝາຍເຖິງຄລິດສະຕຽນໃນເມືອງໂຣມ 4:1-25
4 ແລ້ວອັບຣາຮາມທີ່ເປັນປູ່ຍ່າຕານາຍຂອງພວກເຮົາເດ?
2 ຖ້າພະເຈົ້າຍອມຮັບອັບຣາຮາມຍ້ອນການກະທຳຂອງລາວ ລາວກໍມີເຫດຜົນທີ່ຈະອວດໄດ້ ແຕ່ບໍ່ແມ່ນອວດກັບພະເຈົ້າ.
3 ພະຄຳພີບອກໄວ້ແມ່ນບໍວ່າ: “ອັບຣາຮາມເຊື່ອໃນພະເຢໂຫວາ* ແລະເພິ່ນກໍຖືວ່າລາວເຮັດສິ່ງທີ່ດີ”?+
4 ຄົນທີ່ເຮັດວຽກແລະໄດ້ຄ່າຈ້າງ ບໍ່ໄດ້ຖືວ່າຄ່າຈ້າງເປັນຂອງຂວັນ* ແຕ່ເປັນສິ່ງທີ່ລາວມີສິດຈະໄດ້ຢູ່ແລ້ວ.
5 ແຕ່ຖ້າຄົນທີ່ບໍ່ໄດ້ເຮັດຫຍັງມີຄວາມເຊື່ອ ພະເຈົ້າຈະຍອມຮັບຄົນຊົ່ວຜູ້ນັ້ນແລະຖືວ່າຄວາມເຊື່ອຂອງລາວເປັນສິ່ງທີ່ດີ.+
6 ດາວິດເຄີຍເວົ້າກ່ຽວກັບຄວາມສຸກຂອງຄົນທີ່ພະເຈົ້າຍອມຮັບທັງໆທີ່ຜູ້ນັ້ນເຮັດຕາມກົດໝາຍບໍ່ໄດ້ທັງໝົດ. ດາວິດເວົ້າວ່າ:
7 “ຄົນທີ່ໄດ້ຮັບການໃຫ້ອະໄພແລະໄດ້ຮັບການຍົກໂທດຄວາມຜິດກໍມີຄວາມສຸກ.
8 ຄົນທີ່ພະເຢໂຫວາ*ຖືວ່າບໍ່ມີຄວາມຜິດກໍມີຄວາມສຸກ.”+
9 ຊັ້ນຜູ້ໃດຈະມີຄວາມສຸກແບບນີ້ໄດ້? ມີແຕ່ຄົນທີ່ຮັບສິນຕັດ*ເທົ່ານັ້ນບໍ ຫຼືຄົນທີ່ບໍ່ໄດ້ຮັບສິນຕັດນຳ?+ ພວກເຮົາບອກແລ້ວວ່າ: “ພະເຈົ້າຍອມຮັບອັບຣາຮາມຍ້ອນລາວມີຄວາມເຊື່ອ.”+
10 ພະເຈົ້າຍອມຮັບອັບຣາຮາມຕັ້ງແຕ່ຕອນໃດ ຕອນທີ່ລາວຮັບສິນຕັດແລ້ວຫຼືຕອນທີ່ລາວຍັງບໍ່ໄດ້ຮັບ? ຕັ້ງແຕ່ຕອນທີ່ລາວຍັງບໍ່ໄດ້ຮັບສິນຕັດຊ້ຳ.
11 ພະເຈົ້າໃຫ້ອັບຣາຮາມຮັບສິນຕັດເຊິ່ງເປັນເຄື່ອງໝາຍ+ທີ່ຮັບຮອງວ່າ*ເພິ່ນຍອມຮັບລາວ ຍ້ອນລາວມີຄວາມເຊື່ອຢູ່ແລ້ວຕັ້ງແຕ່ກ່ອນຮັບສິນຕັດ. ແລ້ວລາວກໍໄດ້ເປັນພໍ່ຂອງທຸກຄົນທີ່ມີຄວາມເຊື່ອ+ຕັ້ງແຕ່ຕອນທີ່ຄົນເຫຼົ່ານັ້ນຍັງບໍ່ໄດ້ຮັບສິນຕັດເພື່ອພະເຈົ້າຈະຍອມຮັບເຂົາເຈົ້າ.
12 ອັບຣາຮາມຍັງເປັນພໍ່ຂອງຄົນທີ່ຮັບສິນຕັດນຳ. ລາວບໍ່ໄດ້ເປັນແຕ່ພໍ່ຂອງຄົນທີ່ຮັບສິນຕັດເທົ່ານັ້ນ ແຕ່ຍັງເປັນພໍ່ຂອງຄົນທີ່ໃຊ້ຊີວິດຕາມຄວາມເຊື່ອແບບລາວ. ທີ່ຈິງ ອັບຣາຮາມພໍ່ຂອງພວກເຮົາ+ມີຄວາມເຊື່ອແບບນັ້ນຕັ້ງແຕ່ລາວຍັງບໍ່ໄດ້ຮັບສິນຕັດຊ້ຳ.
13 ອັບຣາຮາມແລະລູກຫຼານໄດ້ຮັບຄຳສັນຍາວ່າຈະໄດ້ຮັບໂລກເປັນມໍລະດົກ+ ບໍ່ແມ່ນຍ້ອນເຂົາເຈົ້າເຮັດຕາມກົດໝາຍ ແຕ່ຍ້ອນເຂົາເຈົ້າມີຄວາມເຊື່ອທີ່ເຮັດໃຫ້ພະເຈົ້າຍອມຮັບເຂົາເຈົ້າ.+
14 ຖ້າຄົນເຮົາໄດ້ຮັບມໍລະດົກຍ້ອນເຮັດຕາມກົດໝາຍ ຄວາມເຊື່ອກໍບໍ່ມີປະໂຫຍດຫຍັງແລະຄຳສັນຍານັ້ນກໍບໍ່ມີຄວາມໝາຍ.
15 ທີ່ຈິງ ກົດໝາຍຂອງໂມເຊເຮັດໃຫ້ມີການລົງໂທດ+ ແຕ່ຖ້າບໍ່ມີກົດໝາຍກໍບໍ່ມີການເຮັດຜິດກົດໝາຍ.+
16 ດັ່ງນັ້ນ ພວກເຮົາໄດ້ຮັບຄຳສັນຍານັ້ນຍ້ອນພວກເຮົາມີຄວາມເຊື່ອທີ່ອາໄສຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຈົ້າ.+ ຄຳສັນຍານັ້ນຈະເກີດຂຶ້ນແທ້ກັບລູກຫຼານຂອງອັບຣາຮາມທຸກຄົນ+ ບໍ່ແມ່ນແຕ່ຄົນທີ່ເຮັດຕາມກົດໝາຍຂອງໂມເຊເທົ່ານັ້ນ ແຕ່ລວມເຖິງຄົນທີ່ມີຄວາມເຊື່ອຄືກັບອັບຣາຮາມຜູ້ທີ່ເປັນພໍ່ຂອງພວກເຮົາທຸກຄົນ.+
17 (ຄືກັບທີ່ພະຄຳພີບອກໄວ້ວ່າ: “ເຮົາຊິເຮັດໃຫ້ເຈົ້າເປັນພໍ່ຂອງຄົນຫຼາຍຊາດ.”)+ ອັບຣາຮາມເຊື່ອວ່າຄຳສັນຍາຂອງພະເຈົ້າຈະເກີດຂຶ້ນແທ້ ຍ້ອນເພິ່ນເປັນຜູ້ທີ່ເຮັດໃຫ້ຄົນຕາຍມີຊີວິດໄດ້ອີກ ແລະເພິ່ນເວົ້າເຖິງສິ່ງທີ່ຍັງບໍ່ມີຄືກັບວ່າມີຢູ່ແລ້ວ.*
18 ເຖິງຈະເບິ່ງຄືວ່າເປັນໄປບໍ່ໄດ້ ແຕ່ອັບຣາຮາມກໍຫວັງແລະເຊື່ອວ່າລາວຈະໄດ້ເປັນພໍ່ຂອງຄົນຫຼາຍຊາດແທ້ໆຕາມທີ່ພະເຈົ້າບອກໄວ້ວ່າ: “ລູກຫຼານຂອງເຈົ້າຈະຫຼາຍຄືກັບດາວຢູ່ເທິງຟ້າ.”+
19 ຄວາມເຊື່ອຂອງອັບຣາຮາມບໍ່ໄດ້ໜ້ອຍລົງເລີຍ ທັງໆທີ່ລາວຮູ້ວ່າຮ່າງກາຍຂອງໂຕເອງໝົດສະພາບຄືກັບຕາຍແລ້ວ (ຍ້ອນຕອນນັ້ນ ລາວອາຍຸປະມານ 100 ປີ)+ ແລະຊາຣາກໍເປັນໝັນ.+
20 ແຕ່ອັບຣາຮາມບໍ່ເຄີຍສົງໄສຄຳສັນຍາຂອງພະເຈົ້າເລີຍ. ລາວມີກຳລັງຫຼາຍຂຶ້ນຍ້ອນມີຄວາມເຊື່ອ ແລະລາວໄດ້ສັນລະເສີນພະເຈົ້າ.
21 ລາວໝັ້ນໃຈວ່າເພິ່ນຈະເຮັດຕາມຄຳສັນຍາໄດ້ແທ້ໆ.+
22 ດັ່ງນັ້ນ “ພະເຈົ້າຖືວ່າອັບຣາຮາມເຮັດສິ່ງທີ່ດີ.”+
23 ແຕ່ຄຳເວົ້າທີ່ວ່າ “ພະເຈົ້າຖືວ່າອັບຣາຮາມເຮັດສິ່ງທີ່ດີ” ບໍ່ໄດ້ຂຽນໄວ້ສຳລັບລາວເທົ່ານັ້ນ+
24 ແຕ່ຂຽນໄວ້ສຳລັບພວກເຮົາຄືກັນ. ພະເຈົ້າຈະຍອມຮັບພວກເຮົາໄດ້ຄືກັນ ຍ້ອນພວກເຮົາເຊື່ອໃນຜູ້ທີ່ປຸກພະເຢຊູຜູ້ເປັນນາຍຂອງພວກເຮົາໃຫ້ຄືນມາຈາກຕາຍ.+
25 ພະເຈົ້າຍອມໃຫ້ພະເຢຊູຕາຍຍ້ອນບາບຂອງພວກເຮົາ+ ແລະພະເຈົ້າປຸກເພິ່ນໃຫ້ຟື້ນຄືນມາເພື່ອຈະຍອມຮັບພວກເຮົາໄດ້.+
ຂໍ ຄວາມ ໄຂ ເງື່ອນ
^ ເບິ່ງພາກຜະໜວກ ກ5
^ ຫຼື “ການຕອບແທນບຸນຄຸນ”
^ ເບິ່ງພາກຜະໜວກ ກ5
^ ຕັດໜັງຫຸ້ມປາຍອະໄວຍະວະເພດຊາຍ
^ ຫຼື “ເປັນກາຈ້ຳຮັບຮອງວ່າ”
^ ຫຼືອາດແປວ່າ “ເພິ່ນເຮັດໃຫ້ສິ່ງທີ່ຍັງບໍ່ເຄີຍມີມາກ່ອນເກີດຂຶ້ນ”