ກະສັດ​ສະບັບ​ທີ​ໜຶ່ງ 17:1-24

  • ຜູ້ພະຍາກອນ​ເອລີຢາ​ບອກ​ລ່ວງ​ໜ້າ​ວ່າ​ຈະ​ເກີດ​ຄວາມ​ແຫ້ງແລ້ງ (1)

  • ກາ​ເອົາ​ຂອງກິນ​ມາ​ໃຫ້​ເອລີຢາ (2-​7)

  • ເອລີຢາ​ໄປ​ຫາ​ແມ່​ໝ້າຍ​ຢູ່​ເມືອງ​ຊາເຣຟັດ (8-​16)

  • ລູກ​ຊາຍ​ຂອງ​ແມ່​ໝ້າຍ​ຕາຍ​ແລະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ (17-​24)

17  ເອລີຢາ*+ຄົນ​ຕີຊະເບ​ທີ່​ຢູ່​ເມືອງ​ກິລຽດ+ໄດ້​ບອກ​ອາຮາບ​ວ່າ: “ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ຜູ້​ມີ​ຊີວິດ​ຢູ່​ແລະ​ເປັນ​ຜູ້​ທີ່​ຂ້ອຍ​ຮັບ​ໃຊ້​ວ່າ ຈະ​ບໍ່​ມີ​ໝອກ​ບໍ່​ມີ​ຝົນ​ເປັນ​ເວລາ​ຫຼາຍ​ປີ​ຈົນ​ກວ່າ​ຂ້ອຍ​ຈະ​ບອກ.”+  ພະ​ເຢໂຫວາ​ບອກ​ເອລີຢາ​ວ່າ:  “ໃຫ້​ອອກ​ຈາກ​ບ່ອນ​ນີ້​ແລ້ວ​ໄປ​ທາງ​ທິດ​ຕາເວັນ​ອອກ ໄປ​ລີ້​ຢູ່​ຮ່ອມພູ*ເກຣິດ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍແດນ.  ໃຫ້​ເຈົ້າ​ກິນ​ນ້ຳ​ຢູ່​ຫ້ວຍ​ນັ້ນ ແລະ​ເຮົາ​ຈະ​ໃຫ້​ກາ​ເອົາ​ຂອງກິນ​ໄປ​ໃຫ້​ເຈົ້າ​ຢູ່​ຫັ້ນ.”+  ເອລີຢາ​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ບອກ​ທັນທີ. ລາວ​ໄປ​ຢູ່​ຮ່ອມພູ*ເກຣິດ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍແດນ.  ກາ​ເອົາ​ເຂົ້າຈີ່​ກັບ​ຊີ້ນ​ມາ​ໃຫ້​ລາວ​ຕອນ​ເຊົ້າ​ກັບ​ຕອນ​ແລງ ແລະ​ລາວ​ກໍ​ກິນ​ນ້ຳ​ຢູ່​ຫ້ວຍ​ນັ້ນ.+  ເມື່ອ​ຜ່ານ​ໄປ​ໄລຍະ​ໜຶ່ງ ນ້ຳ​ຫ້ວຍ​ກໍ​ແຫ້ງ​+ຍ້ອນ​ວ່າ​ຝົນ​ບໍ່​ຕົກ​ໃນ​ແຜ່ນດິນ​ນັ້ນ.  ພະ​ເຢໂຫວາ​ຈຶ່ງ​ບອກ​ເອລີຢາ​ວ່າ:  “ໃຫ້​ເຈົ້າ​ໄປ​ເມືອງ​ຊາເຣຟັດ​ໃນ​ເຂດ​ຂອງ​ພວກ​ຊີໂດນ​ແລະ​ຢູ່​ຫັ້ນ. ເຮົາ​ຈະ​ໃຫ້​ແມ່​ໝ້າຍ​ຜູ້​ໜຶ່ງ​ຢູ່​ເມືອງ​ນັ້ນ​ລ້ຽງ​ເຈົ້າ.”+ 10  ແລ້ວ​ເອລີຢາ​ກໍ​ໄປ​ເມືອງ​ຊາເຣຟັດ. ເມື່ອ​ລາວ​ໄປ​ຮອດ​ປະຕູ​ທາງເຂົ້າ​ເມືອງ ມີ​ແມ່​ໝ້າຍ​ຄົນ​ໜຶ່ງ​ກຳລັງ​ເກັບ​ຟືນ​ຢູ່ ເອລີຢາ​ຈຶ່ງ​ຮ້ອງ​ບອກ​ລາວ​ວ່າ: “ຂ້ອຍ​ຂໍ​ກິນ​ນ້ຳ​ແດ່​ໜ້ອຍ​ໜຶ່ງ.”+ 11  ຕອນ​ທີ່​ລາວ​ໄປເອົານ້ຳ ເອລີຢາ​ກໍ​ຮ້ອງ​ບອກ​ລາວ​ວ່າ: “ຂ້ອຍ​ຂໍ​ເຂົ້າຈີ່​ນຳ​ແດ່​ປ່ຽງ​ໜຶ່ງ.” 12  ລາວ​ຈຶ່ງ​ບອກ​ວ່າ: “ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຜູ້​ມີ​ຊີວິດ​ຢູ່​ວ່າ ຂ້ອຍ​ບໍ່​ມີ​ເຂົ້າຈີ່​ຈັກ​ໜ້ອຍ​ເລີຍ. ຂ້ອຍ​ມີ​ແຕ່​ແປ້ງ​ກຳ​ດຽວ​ຢູ່​ໃນ​ໄຫ​ໃຫຍ່​ແລະ​ມີ​ນ້ຳມັນ​ໜ້ອຍ​ໜຶ່ງ​ຢູ່​ໃນ​ໄຫ​ນ້ອຍ​ເທົ່າ​ນັ້ນ.+ ຂ້ອຍ​ກຳລັງ​ເກັບ​ຟືນ​ສອງ​ສາມ​ດົ້ນ​ເມືອ​ເຮືອນ ຂ້ອຍ​ຄິດ​ວ່າ​ຈະ​ເຮັດ​ເຂົ້າຈີ່​ກິນ​ກັບ​ລູກ​ຊາຍ. ນີ້​ແມ່ນຂອງກິນຄາບ​ສຸດທ້າຍຂອງ​ພວກ​ເຮົາ ແລ້ວ​ພວກ​ເຮົາ​ກໍ​ຈະ​ຫິວ​ຕາຍ.” 13  ເອລີຢາ​ຈຶ່ງ​ບອກ​ແມ່​ໝ້າຍ​ວ່າ: “ບໍ່​ຕ້ອງ​ຢ້ານ. ໃຫ້​ໄປ​ເຮັດ​ຕາມ​ທີ່​ເຈົ້າ​ເວົ້າ​ໂລດ ແຕ່​ຂໍ​ໃຫ້​ເຈົ້າ​ເຮັດ​ເຂົ້າຈີ່​ກ້ອນ​ນ້ອຍ​ໆ​ມົນ​ໆ​ມາ​ໃຫ້​ຂ້ອຍ​ກ່ອນ ແລ້ວ​ຈຶ່ງ​ເຮັດ​ໃຫ້​ເຈົ້າ​ກັບ​ລູກ. 14  ຍ້ອນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ວ່າ ‘ແປ້ງທີ່ຢູ່​ໃນ​ໄຫ​ໃຫຍ່​ແລະ​ນ້ຳມັນທີ່ຢູ່​ໃນ​ໄຫ​ນ້ອຍ​ຈະ​ບໍ່​ໝົດ​ຈັກ​ເທື່ອ​ຈົນ​ກວ່າ​ຈະ​ຮອດ​ມື້​ທີ່​ພະ​ເຢໂຫວາ​ເຮັດ​ໃຫ້​ຝົນ​ຕົກ​ໃສ່​ດິນ.’”+ 15  ລາວ​ຈຶ່ງ​ເຮັດ​ຕາມ​ທີ່​ເອລີຢາ​ບອກ. ແມ່​ໝ້າຍ​ຜູ້​ນີ້​ກັບ​ລູກ​ຂອງ​ລາວ​ແລະ​ເອລີຢາ​ກໍ​ມີ​ຂອງກິນ​ໄປ​ອີກ​ດົນ​ເຕີບ.+ 16  ແປ້ງ​ທີ່​ຢູ່​ໃນ​ໄຫ​ໃຫຍ່​ແລະ​ນ້ຳມັນ​ທີ່​ຢູ່​ໃນ​ໄຫ​ນ້ອຍ​ກໍ​ບໍ່​ໝົດ​ຈັກ​ເທື່ອ ເຊິ່ງ​ເປັນ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ບອກ​ຜ່ານ​ທາງ​ເອລີຢາ. 17  ຫຼັງ​ຈາກ​ນັ້ນ ລູກ​ຊາຍ​ຂອງ​ແມ່​ໝ້າຍ​ຜູ້​ນີ້​ທີ່​ເອລີຢາ​ພັກ​ຢູ່​ນຳ​ກໍບໍ່​ສະບາຍ​ແຮງ ແລະ​ຕໍ່ມາ​ລາວ​ກໍ​ຕາຍ.+ 18  ແມ່​ໝ້າຍ​ເວົ້າ​ກັບ​ເອລີຢາ​ວ່າ: “ຄົນ​ຂອງ​ພະເຈົ້າ​ທ່ຽງແທ້​ເອີ້ຍ ຂ້ອຍ​ເຮັດ​ຫຍັງ​ໃຫ້ເຈົ້າ ເຈົ້າ​ຈຶ່ງ​ມາ​ນີ້​ເພື່ອລົງໂທດຂ້ອຍ​ສຳລັບ​ຄວາມ​ຜິດ​ທີ່​ຂ້ອຍ​ເຄີຍ​ເຮັດ ແລະ​ເຮັດ​ໃຫ້​ລູກ​ຊາຍ​ຂອງ​ຂ້ອຍ​ຕາຍ?”+ 19  ແຕ່​ເອລີຢາ​ບອກ​ລາວ​ວ່າ: “ເອົາ​ລູກ​ເຈົ້າ​ມາ​ໃຫ້​ຂ້ອຍ.” ເອລີຢາ​ອູ້ມ​ເດັກ​ນ້ອຍ​ນັ້ນ​ຂຶ້ນ​ໄປ​ຫ້ອງ​ທີ່​ຢູ່​ເທິງ​ດາດ​ຟ້າ​ເຊິ່ງ​ເປັນ​ຫ້ອງ​ທີ່​ລາວ​ພັກ​ຢູ່ ແລ້ວ​ວາງເດັກ​ນ້ອຍ​ຄົນ​ນັ້ນຢູ່​ເທິງ​ຕຽງ.+ 20  ຈາກ​ນັ້ນ ລາວ​ອະທິດຖານ​ຫາ​ພະ​ເຢໂຫວາ​ດ້ວຍສຽງ​ດັງວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ຂ້ອຍ+ ພະອົງ​ທຳ​ຮ້າຍ​ແມ່​ໝ້າຍ​ທີ່​ຂ້ອຍ​ພັກ​ຢູ່​ນຳ​ໂດຍ​ເຮັດ​ໃຫ້​ລູກ​ຊາຍ​ຂອງ​ລາວ​ຕາຍ​ບໍ?” 21  ແລ້ວ​ເອລີຢາ​ກໍ​ນອນ​ເຕັງ​ເດັກ​ນ້ອຍ​ຄົນ​ນັ້ນ 3 ເທື່ອ ແລະ​ອະທິດຖານ​ຫາ​ພະ​ເຢໂຫວາ​ດ້ວຍ​ສຽງ​ດັງ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ຂ້ອຍ ຂໍ​ພະອົງ​ເຮັດ​ໃຫ້​ເດັກ​ນ້ອຍ​ຄົນ​ນີ້​ກັບ​ມາ​ມີ​ຊີວິດ​ອີກ.” 22  ພະ​ເຢໂຫວາ​ຟັງ​ສິ່ງ​ທີ່​ເອລີຢາ​ຂໍ+ ແລ້ວ​ເດັກ​ນ້ອຍ​ຄົນ​ນັ້ນ​ກໍ​ກັບ​ມາມີ​ຊີວິດ.+ 23  ເອລີຢາ​ພາ​ລາວ​ລົງ​ມາ​ຈາກ​ຫ້ອງ​ທີ່​ຢູ່​ເທິງ​ດາດ​ຟ້າ​ແລະ​ພາ​ໄປ​ຫາ​ແມ່​ທີ່​ຢູ່​ໃນ​ເຮືອນ ແລ້ວ​ເວົ້າ​ວ່າ: “ເບິ່ງ​ແມ້ ລູກ​ຂອງ​ເຈົ້າ​ຟື້ນ​ແລ້ວ.”+ 24  ແມ່​ໝ້າຍ​ກໍ​ເວົ້າ​ກັບ​ເອລີຢາ​ວ່າ: “ຕອນ​ນີ້​ຂ້ອຍ​ຮູ້​ແລ້ວ​ວ່າ​ເຈົ້າ​ເປັນ​ຄົນ​ຂອງ​ພະເຈົ້າ​ແທ້​ໆ​+ ແລະ​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ​ຜ່ານ​ທາງ​ເຈົ້າ​ກໍ​ເປັນ​ຄວາມ​ຈິງ.”

ຂໍຄວາມໄຂເງື່ອນ

ແປວ່າ “ພະເຈົ້າຂອງຂ້ອຍແມ່ນພະ​ເຢໂຫວາ”
ຫຼື “ວາດີ.” ເບິ່ງສ່ວນ​ອະທິບາຍ​ຄຳສັບ.
ຫຼື “ວາດີ.” ເບິ່ງສ່ວນ​ອະທິບາຍ​ຄຳສັບ.