ຊາມູເອນ​ສະບັບ​ທີ​ໜຶ່ງ 30:1-31

  • ພວກ​ອາມາເລັກ​ບຸກ​ໂຈມຕີ​ແລະ​ເຜົາ​ເມືອງ​ຊິກລັກ (1-​6)

    • ດາວິດ​ໄດ້​ຮັບ​ກຳລັງ​ຈາກ​ພະເຈົ້າ (6)

  • ດາວິດ​ຕໍ່ສູ້​ຊະນະ​ພວກ​ອາມາເລັກ (7-​31)

    • ດາວິດ​ຊ່ວຍ​ຄົນ​ທີ່​ຖືກ​ຈັບ​ໄປ​ກັບ​ມາ​ໄດ້ (18, 19)

    • ດາວິດ​ຕັ້ງ​ກົດ​ສຳລັບ​ເຄື່ອງ​ຂອງ​ທີ່​ຍຶດ​ມາ​ໄດ້ (23, 24)

30  ດາວິດ​ກັບ​ພວກ​ທະຫານ​ຂອງ​ລາວ​ໃຊ້​ເວລາ 3 ມື້​ເພື່ອ​ເດີນ​ທາງ​ມາ​ເມືອງ​ຊິກລັກ+ ພວກ​ອາມາເລັກ​+ໄດ້​ມາ​ບຸກ​ໂຈມຕີ​ທາງ​ໃຕ້*ແລະ​ເມືອງ​ຊິກລັກ ແລ້ວ​ເຂົາ​ເຈົ້າ​ກໍ​ເຜົາ​ເມືອງ​ຊິກລັກ.  ເຂົາ​ເຈົ້າ​ຈັບ​ພວກ​ຜູ້​ຍິງ​+ແລະ​ທຸກ​ຄົນ​ທີ່​ຢູ່​ໃນ​ເມືອງ​ນັ້ນ ທັງ​ເດັກ​ນ້ອຍ​ແລະ​ຜູ້​ໃຫຍ່. ເຂົາ​ເຈົ້າ​ບໍ່​ໄດ້​ຂ້າ​ໃຜ ມີ​ແຕ່​ຈັບ​ໄປ​ຊື່​ໆ​.  ເມື່ອ​ດາວິດ​ກັບ​ພວກ​ທະຫານ​ມາ​ຮອດ​ເມືອງ​ກໍ​ເຫັນ​ວ່າ​ເມືອງ​ຖືກ​ເຜົາ​ແລ້ວ ແລະ​ລູກ​ເມຍ​ຂອງ​ເຂົາ​ເຈົ້າ​ກໍ​ຖືກ​ຈັບ​ໄປ​ແລ້ວ.  ດາວິດ​ກັບ​ພວກ​ທະຫານ​ກໍ​ຮ້ອງ​ໄຫ້​ສຽງ​ດັງ​ຈົນ​ບໍ່​ມີ​ແຮງ​ຊິ​ໄຫ້​ຕໍ່​ໄປ​ອີກ.  ເມຍ 2 ຄົນ​ຂອງ​ດາວິດ ເຊິ່ງ​ກໍ​ຄື​ອາຮີໂນອາມ​ຄົນ​ເຢດຊະເຣເອນ​ແລະ​ອາບີກາຍ​ຄົນ​ກາເມນ​ທີ່​ເຄີຍ​ເປັນ​ເມຍ​ຂອງ​ນາບານ​ກໍ​ຖືກ​ຈັບ​ໄປ​ຄື​ກັນ.+  ດາວິດ​ທຸກໃຈ​ຫຼາຍ​ຍ້ອນ​ພວກ​ທະຫານ​ຂອງ​ລາວ​ລົມ​ກັນ​ວ່າ​ຈະ​ເອົາ​ກ້ອນ​ຫີນ​ດຶກ​ໃສ່​ລາວ​ໃຫ້​ຕາຍ. ເຂົາ​ເຈົ້າ​ຢາກ​ເຮັດ​ແບບ​ນີ້​ກໍ​ຍ້ອນ​ວ່າ​ຄຽດ​ແຄ້ນ​ຫຼາຍ​ທີ່​ເສຍ​ລູກ​ໄປ. ແຕ່​ດາວິດ​ໄດ້​ຮັບ​ກຳລັງ​ຈາກ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ລາວ.+  ດາວິດ​ຈຶ່ງ​ບອກ​ປະໂລຫິດ​ອາບີອາທາ+ລູກ​ຊາຍ​ຂອງ​ອາຮີເມເລັກ​ວ່າ: “ເອົາ​ເອໂຟດ*ມາ​ໃຫ້​ຂ້ອຍ​ໄດ້​ບໍ່?”+ ອາບີອາທາ​ກໍ​ເອົາ​ເອໂຟດ​ມາ​ໃຫ້​ດາວິດ.  ດາວິດ​ຖາມ​ພະ​ເຢໂຫວາ​ວ່າ:+ “ລູກ​ຄວນ​ໄລ່​ຕິດ​ຕາມ​ພວກ​ກຸ່ມໂຈນ​ບໍ? ລູກ​ຈະ​ໄລ່​ທັນ​ບໍ່?” ພະເຈົ້າ​ຕອບ​ດາວິດ​ວ່າ: “ໄປ​ໂລດ ເຈົ້າ​ຈະ​ນຳ​ທັນ​ແນ່ນອນ​ແລະ​ຈະ​ຊ່ວຍ​ທຸກ​ຄົນ​ໃຫ້​ປອດໄພ.”+  ດາວິດ​ກໍ​ຟ້າວ​ອອກ​ໄປ​ທັນທີ​ພ້ອມ​ກັບ​ທະຫານ 600 ຄົນ+ທີ່​ຢູ່​ນຳ​ລາວ. ເມື່ອ​ໄປ​ຮອດ​ຫ້ວຍ*ເບໂສເຣ ທະຫານ​ບາງຄົນ​ກໍ​ບໍ່​ໄດ້​ຂ້າມ​ໄປ. 10  ດາວິດ​ກັບ​ທະຫານ 400 ຄົນ​ໄລ່​ນຳ​ກຸ່ມໂຈນ​ຕໍ່​ໄປ ແຕ່​ທະຫານ 200 ຄົນ​ເມື່ອຍ​ໂພດ​ຈຶ່ງ​ບໍ່​ໄດ້​ຂ້າມ​ຫ້ວຍ​ເບໂສເຣ ແລະ​ເຂົາ​ເຈົ້າ​ຖ້າ​ຢູ່​ຫັ້ນ.+ 11  ພວກ​ທະຫານ​ເຫັນ​ຜູ້​ຊາຍ​ເອຢິບ​ຄົນ​ໜຶ່ງ​ຢູ່​ທົ່ງ​ຫຍ້າ​ຈຶ່ງ​ພາ​ມາຫາດາວິດ ແລ້ວ​ກໍ​ເອົາ​ເຂົ້າ​ເອົາ​ນ້ຳ​ໃຫ້​ລາວ​ກິນ 12  ພ້ອມ​ທັງ​ເອົາ​ເຂົ້າໜົມ​ປ່ຽງ​ໜຶ່ງ​ທີ່​ເຮັດ​ຈາກ​ໝາກເດື່ອ​ແຫ້ງ ແລະ​ເຂົ້າໜົມ 2 ກ້ອນ​ທີ່​ເຮັດ​ຈາກ​ໝາກ​ລະແຊັງ​ແຫ້ງ​ໃຫ້​ລາວ​ກິນ​ນຳ. ຫຼັງ​ຈາກ​ກິນ​ແລ້ວ ລາວ​ກໍ​ມີ​ແຮງ​ເພາະ​ບໍ່​ໄດ້​ກິນ​ເຂົ້າ​ກິນ​ນ້ຳ 3 ມື້ 3 ຄືນ​ແລ້ວ. 13  ດາວິດ​ຖາມ​ລາວ​ວ່າ: “ເຈົ້າ​ເປັນ​ຄົນ​ຂອງ​ໃຜ​ແລະ​ມາ​ແຕ່​ໃສ?” ລາວ​ຕອບ​ວ່າ: “ຂ້ອຍ​ເປັນ​ຄົນ​ເອຢິບ​ແລະ​ເປັນ​ທາດ​ຮັບ​ໃຊ້​ຂອງ​ຄົນ​ອາມາເລັກ. ແຕ່ 3 ມື້​ກ່ອນ​ຂ້ອຍ​ບໍ່​ສະບາຍ ນາຍ​ກໍ​ເລີຍ​ຖິ້ມ​ຂ້ອຍ. 14  ພວກ​ເຮົາ​ຫາ​ກໍ​ໄປ​ໂຈມຕີ​ທາງ​ໃຕ້​ໃນ​ເຂດ​ຂອງ​ພວກ​ເກເຣັດ+ແລະ​ໃນ​ເຂດ​ຂອງ​ພວກ​ຢູດາ ແລະ​ທາງ​ໃຕ້ໃນ​ເຂດ​ທີ່​ກາເລັບ+ໄດ້​ເປັນ​ມູນ​ມໍລະດົກ ແລ້ວ​ກໍ​ເຜົາ​ເມືອງ​ຊິກລັກ.” 15  ດາວິດ​ບອກ​ລາວ​ວ່າ: “ເຈົ້າ​ພາ​ຂ້ອຍ​ໄປ​ຫາ​ກຸ່ມ​ໂຈນ​ນີ້​ໄດ້​ບໍ?” ລາວ​ຕອບ​ວ່າ: “ຖ້າ​ເຈົ້າ​ສາບານ​ຕໍ່​ພະເຈົ້າ​ວ່າ​ຈະ​ບໍ່​ຂ້າ​ຂ້ອຍ​ແລະ​ບໍ່​ສົ່ງ​ຂ້ອຍ​ຄືນ​ໃຫ້​ນາຍ​ຂອງ​ຂ້ອຍ ຂ້ອຍ​ຈະ​ພາ​ເຈົ້າ​ໄປ​ຫາ​ພວກ​ນີ້.” 16  ແລ້ວ​ລາວ​ກໍ​ພາ​ດາວິດ​ໄປ​ບ່ອນ​ທີ່​ພວກ​ໂຈນ​ຢາຍ​ກັນ​ຢູ່​ແຖວ​ນັ້ນ. ເຂົາ​ເຈົ້າ​ກຳລັງ​ກິນ​ດື່ມ​ແລະ​ສະຫຼອງ​ຢ່າງ​ມ່ວນ​ຊື່ນ​ຍ້ອນ​ໄດ້​ຍຶດ​ເອົາ​ເຄື່ອງ​ຂອງ​ຫຼາຍ​ຢ່າງ​ຈາກ​ພວກ​ຟີລິດສະຕີນ​ແລະ​ພວກ​ຢູດາ. 17  ດາວິດ​ນຳ​ຂ້າ​ພວກ​ນັ້ນ​ຕັ້ງ​ແຕ່​ເຊົ້າ​ຈົນ​ຮອດຄ່ຳ.* ບໍ່​ມີ​ໃຜ​ລອດ​ຊີວິດ​ເລີຍ+ ນອກ​ຈາກ 400 ຄົນ​ທີ່​ຂີ່​ອູດ​ໜີ​ໄປ​ໄດ້. 18  ເຄື່ອງ​ຂອງ​ທຸກ​ຢ່າງ​ທີ່​ພວກ​ອາມາເລັກ​ເອົາ​ໄປ ດາວິດ​ເອົາ​ກັບ​ຄືນ​ມາ​ໄດ້+ ແລະ​ຍັງ​ຊ່ວຍ​ເມຍ 2 ຄົນ​ຂອງ​ລາວ​ໃຫ້​ກັບ​ມາ​ຢ່າງ​ປອດໄພ. 19  ຄົນ​ຂອງ​ດາວິດ​ບໍ່​ມີ​ໃຜ​ເສຍ​ເລີຍ​ທັງ​ຜູ້​ນ້ອຍ​ແລະ​ຜູ້​ໃຫຍ່. ເຂົາ​ເຈົ້າ​ໄດ້​ລູກ​ຊາຍ​ລູກສາວ​ລວມ​ທັງ​ເຄື່ອງ​ຂອງ​ຕ່າງ​ໆ​ຄືນ​ມາ.+ ດາວິດ​ໄດ້​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຖືກ​ຍຶດ​ໄປ​ກັບ​ຄືນ​ມາ. 20  ພວກ​ທະຫານ​ຂອງ​ດາວິດ​ເວົ້າ​ວ່າ: “ນີ້​ແມ່ນ​ເຄື່ອງ​ຂອງ​ທີ່​ດາວິດ​ຍຶດ​ມາ​ໄດ້.” 21  ດາວິດ​ກັບ​ມາ​ຫາ​ທະຫານ 200 ຄົນ​ທີ່​ຖ້າ​ຢູ່​ຫ້ວຍ​ເບໂສເຣ​+ເພາະ​ບໍ່​ໄດ້​ຂ້າມ​ໄປ​ຍ້ອນ​ວ່າ​ຕອນ​ນັ້ນ​ເຂົາເຈົ້າ​ເມື່ອຍ​ໂພດ. ເຂົາ​ເຈົ້າ​ອອກ​ມາ​ຫາ​ດາວິດ​ກັບ​ພວກ​ທະຫານ. ເມື່ອ​ດາວິດ​ເຂົ້າ​ມາ​ໃກ້ ລາວ​ຖາມ​ເຂົາ​ເຈົ້າ​ວ່າ​ເປັນ​ແນວ​ໃດ. 22  ແຕ່​ພວກ​ທະຫານ​ທີ່​ໄປ​ຕໍ່ສູ້​ກັບ​ດາວິດ​ມີ​ບາງຄົນ​ໃຈ​ແຄບ​ແລະ​ບໍ່​ພໍ​ໃຈ​ໃຫ້​ພວກ​ທະຫານ​ທີ່​ຖ້າ​ຢູ່. ເຂົາເຈົ້າ​ເວົ້າ​ວ່າ: “ພວກ​ນີ້​ບໍ່​ໄດ້​ໄປ​ຕໍ່ສູ້​ນຳ​ພວກ​ເຮົາ ເຮົາ​ຈະ​ບໍ່​ແບ່ງ​ເຄື່ອງ​ຂອງ​ທີ່​ຍຶດ​ມາ​ໄດ້​ໃຫ້​ເຂົາ​ເຈົ້າ. ສົ່ງ​ແຕ່​ເມຍ​ກັບ​ລູກ​ຄືນ​ໃຫ້​ເຂົາ​ເຈົ້າ​ກໍ​ພໍ​ແລ້ວ.” 23  ແຕ່​ດາວິດ​ເວົ້າ​ວ່າ: “ພີ່ນ້ອງ​ເອີ້ຍ ຢ່າ​ເຮັດ​ແບບ​ນີ້​ກັບ​ເຄື່ອງ​ຂອງ​ທີ່​ພະ​ເຢໂຫວາ​ມອບ​ໃຫ້​ເຮົາ. ເພິ່ນ​ປົກ​ປ້ອງ​ເຮົາ​ແລະ​ຊ່ວຍ​ເຮົາ​ໃຫ້​ຊະນະ​ກຸ່ມ​ໂຈນ​ທີ່​ມາ​ບຸກ​ໂຈມຕີ.+ 24  ຄັນ​ພວກ​ເຈົ້າ​ເວົ້າ​ແນວ​ນີ້​ບໍ່​ມີ​ໃຜ​ເຫັນ​ດີ​ນຳ​ດອກ ທັງ​ຜູ້​ທີ່​ອອກ​ໄປ​ຕໍ່ສູ້​ແລະ​ຜູ້​ທີ່​ເຝົ້າ​ເຄື່ອງ+ຢູ່​ນີ້​ຈະ​ໄດ້​ສ່ວນ​ແບ່ງ​ເທົ່າກັນ.”+ 25  ແລ້ວ​ດາວິດ​ກໍ​ໄດ້​ຕັ້ງ​ກົດ​ນີ້​ໄວ້​ໃຫ້​ເປັນ​ກົດ​ໝາຍ​ຂອງ​ພວກ​ອິດສະຣາເອນ​ຕັ້ງ​ແຕ່​ມື້​ນັ້ນ​ຈົນ​ຮອດ​ທຸກ​ມື້​ນີ້. 26  ເມື່ອ​ດາວິດ​ກັບ​ມາ​ຮອດ​ເມືອງ​ຊິກລັກ ລາວ​ສົ່ງ​ເຄື່ອງ​ຂອງ​ບາງ​ສ່ວນ​ທີ່ຍຶດມາ​ໄດ້​ໄປ​ໃຫ້​ພວກ​ໝູ່​ຂອງ​ລາວ​ທີ່​ເປັນ​ຜູ້​ນຳ​ຂອງ​ຢູດາ ແລະ​ບອກ​ວ່າ: “ນີ້​ແມ່ນ​ຂອງຂວັນ​ສຳລັບ​ພວກ​ເຈົ້າ​ທີ່​ຂ້ອຍ​ຍຶດ​ມາ​ໄດ້​ຈາກ​ພວກ​ສັດຕູ​ຂອງ​ພະ​ເຢໂຫວາ.” 27  ລາວ​ສົ່ງ​ເຄື່ອງ​ຂອງ​ເຫຼົ່າ​ນັ້ນ​ໄປ​ໃຫ້​ພວກ​ຜູ້​ນຳ​ທີ່​ຢູ່​ເມືອງ​ເບເທນ+ ພວກ​ຜູ້​ນຳ​ຂອງ​ເມືອງ​ຣາໂມດ​ທີ່​ຢູ່​ໃນ​ເນເກັບ* ພວກ​ຜູ້​ນຳ​ທີ່​ຢູ່​ເມືອງ​ຢັດຕີ+ 28  ພວກ​ຜູ້​ນຳ​ທີ່​ຢູ່​ເມືອງ​ອາໂຣເອ ພວກ​ຜູ້​ນຳ​ທີ່​ຢູ່​ເມືອງ​ສີຟາໂມດ ພວກ​ຜູ້​ນຳ​ທີ່​ຢູ່​ເມືອງ​ເອຊະເຕມົວ+ 29  ພວກ​ຜູ້​ນຳ​ທີ່​ຢູ່ເມືອງ​ຣາການ ພວກ​ຜູ້​ນຳ​ທີ່​ຢູ່​ເມືອງ​ຕ່າງ​ໆ​ຂອງ​ພວກ​ເຢຣາເມເອນ+ ພວກ​ຜູ້​ນຳ​ທີ່​ຢູ່​ເມືອງ​ຕ່າງ​ໆ​ຂອງ​ພວກ​ເກນີ+ 30  ພວກ​ຜູ້​ນຳ​ທີ່​ຢູ່​ເມືອງ​ໂຮມາ+ ພວກ​ຜູ້​ນຳ​ທີ່​ຢູ່​ເມືອງ​ໂບອາຊານ ພວກ​ຜູ້​ນຳ​ທີ່​ຢູ່​ເມືອງ​ອາທາກ 31  ພວກ​ຜູ້​ນຳ​ທີ່​ຢູ່​ເມືອງ​ເຮັບໂຣນ+ ແລະ​ທຸກ​ບ່ອນ​ທີ່​ດາວິດ​ກັບ​ພວກ​ທະຫານ​ຂອງ​ລາວ​ເຄີຍ​ໄປ.

ຂໍຄວາມໄຂເງື່ອນ

ຫຼື “ເນເກັບ”
ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ຫຼື “ຈົນ​ຮອດ​ຕອນ​ຄ່ຳ​ຂອງ​ມື້​ຕໍ່ໄປ”
ຫຼື “ທາງ​ໃຕ້”