ຈົດໝາຍສະບັບທຳອິດເຖິງຄລິດສະຕຽນໃນເມືອງໂກຣິນໂທ 11:1-34
11 ຂໍໃຫ້ຮຽນແບບຂ້ອຍຄືກັບທີ່ຂ້ອຍຮຽນແບບພະຄລິດ.+
2 ຂ້ອຍຂໍຊົມເຊີຍພວກເຈົ້າທີ່ຄິດຮອດຂ້ອຍສະເໝີໃນທຸກເລື່ອງແລະເຮັດຕາມຄຳແນະນຳ*ທີ່ຂ້ອຍເຄີຍບອກ.
3 ແຕ່ຂ້ອຍຢາກໃຫ້ພວກເຈົ້າຮູ້ວ່າ ພະຄລິດເປັນຜູ້ນຳ*ຂອງຜູ້ຊາຍທຸກຄົນ+ ຜູ້ຊາຍເປັນຜູ້ນຳຂອງຜູ້ຍິງ+ ແລະພະເຈົ້າເປັນຜູ້ນຳຂອງພະຄລິດ.+
4 ຜູ້ຊາຍທີ່ອະທິດຖານຫຼືພະຍາກອນທັງໆທີ່ປົກຫົວຢູ່ກໍເຮັດໃຫ້ຜູ້ນຳຂອງລາວອັບອາຍ.
5 ສ່ວນຜູ້ຍິງທີ່ອະທິດຖານຫຼືພະຍາກອນ+ແລະບໍ່ມີຫຍັງປົກຫົວກໍເຮັດໃຫ້ຜູ້ນຳຂອງລາວອັບອາຍ ສ່ຳກັບວ່າລາວແຖຫົວແລ້ວ.
6 ຖ້າຜູ້ຍິງບໍ່ປົກຫົວກໍໃຫ້ລາວຕັດຜົມສັ້ນໆເລີຍ. ແຕ່ຖ້າຜູ້ຍິງຈະຕັດຜົມສັ້ນໆຫຼືແຖຫົວແລ້ວເປັນເລື່ອງໜ້າອາຍ ກໍໃຫ້ລາວປົກຫົວດີກວ່າ.
7 ຜູ້ຊາຍບໍ່ຄວນປົກຫົວ ຍ້ອນຜູ້ຊາຍຖືກສ້າງຕາມແບບພະເຈົ້າ+ແລະເຮັດໃຫ້ເພິ່ນໄດ້ຮັບກຽດ ແຕ່ຜູ້ຍິງເຮັດໃຫ້ຜູ້ຊາຍໄດ້ຮັບກຽດ.
8 ຜູ້ຊາຍບໍ່ໄດ້ມາຈາກຜູ້ຍິງ ແຕ່ຜູ້ຍິງມາຈາກຜູ້ຊາຍ.+
9 ຜູ້ຊາຍບໍ່ໄດ້ຖືກສ້າງສຳລັບຜູ້ຍິງ ແຕ່ຜູ້ຍິງຖືກສ້າງສຳລັບຜູ້ຊາຍ.+
10 ຍ້ອນເຫດຜົນທັງໝົດນີ້ ຜູ້ຍິງຈຶ່ງຄວນປົກຫົວເພື່ອສະແດງວ່າຍອມຢູ່ໃຕ້ອຳນາດ ແລະເພື່ອເຫັນແກ່ພວກທູດສະຫວັນ.+
11 ແຕ່ສຳລັບພວກລູກສິດຂອງຜູ້ເປັນນາຍ ຜູ້ຍິງບໍ່ຕ່າງຈາກຜູ້ຊາຍແລະຜູ້ຊາຍກໍບໍ່ຕ່າງຈາກຜູ້ຍິງ.
12 ແມ່ນຢູ່ວ່າຜູ້ຍິງເກີດມາຈາກຜູ້ຊາຍ+ ແຕ່ຜູ້ຊາຍກໍເກີດມາຈາກຜູ້ຍິງຄືກັນ ແລະທຸກສິ່ງເກີດມາຈາກພະເຈົ້າ.+
13 ພວກເຈົ້າຄິດວ່າເໝາະສົມບໍຖ້າຜູ້ຍິງຈະອະທິດຖານເຖິງພະເຈົ້າໂດຍບໍ່ປົກຫົວ?
14 ພວກເຈົ້າກໍຮູ້ແມ່ນບໍວ່າ ຕາມທຳມະຊາດແລ້ວຜູ້ຊາຍທີ່ຈົ່ງຜົມຍາວກໍເຮັດໃຫ້ໂຕເອງບໍ່ມີກຽດ.
15 ແຕ່ຖ້າຜູ້ຍິງຈົ່ງຜົມຍາວກໍເຮັດໃຫ້ລາວມີກຽດ ຍ້ອນເສັ້ນຜົມຂອງລາວມີໄວ້ເພື່ອປົກຫົວແທນຜ້າ.
16 ເຖິງວ່າຜູ້ໃດຢາກຈະຖຽງກ່ຽວກັບເລື່ອງນີ້ ພວກເຮົາແລະປະຊາຄົມຕ່າງໆຂອງພະເຈົ້າກໍຈະບໍ່ເຮັດຕາມທຳນຽມອື່ນ.
17 ແຕ່ເມື່ອແນະນຳເລື່ອງເຫຼົ່ານີ້ ຂ້ອຍຊົມເຊີຍພວກເຈົ້າບໍ່ໄດ້ ຍ້ອນຕອນພວກເຈົ້າມາປະຊຸມກັນ ແທນທີ່ຈະໄດ້ຮັບປະໂຫຍດ ພວກເຈົ້າພັດໄດ້ຮັບຜົນເສຍຫຼາຍກວ່າ.
18 ເລື່ອງທຳອິດ ຂ້ອຍໄດ້ຍິນວ່າຕອນພວກເຈົ້າມາປະຊຸມ ພວກເຈົ້າແຕກແຍກກັນ. ຂ້ອຍເຊື່ອວ່າເລື່ອງນີ້ຄືຊິມີຄວາມຈິງຢູ່ແດ່.
19 ໃນພວກເຈົ້າຄືຊິແບ່ງເປັນນິກາຍຕ່າງໆແນ່ນອນ+ ເຊິ່ງເຮັດໃຫ້ເຫັນເລີຍວ່າຜູ້ໃດເປັນຄົນທີ່ພະເຈົ້າພໍໃຈ.
20 ຕອນທີ່ພວກເຈົ້າມາປະຊຸມກັນ ພວກເຈົ້າບໍ່ໄດ້ຕັ້ງໃຈແທ້ໆທີ່ຈະມາກິນອາຫານແລງຂອງພະຄລິດ.*+
21 ເມື່ອຮອດເວລາທີ່ຈະກິນອາຫານແລງຂອງພະຄລິດ ພວກເຈົ້າບາງຄົນກໍກິນເຂົ້າມາກ່ອນແລ້ວ ບາງຄົນກໍຫິວເຂົ້າ ແລະບາງຄົນກໍເມົາເຫຼົ້າ.
22 ພວກເຈົ້າບໍ່ມີເຮືອນບໍ່ມີຊານຊິກິນເຂົ້າກິນນ້ຳຫວະ? ພວກເຈົ້າບໍ່ນັບຖືປະຊາຄົມຂອງພະເຈົ້າແລະຢາກເຮັດໃຫ້ຄົນທຸກອັບອາຍບໍ? ຖ້າເປັນແນວນີ້ຊິໃຫ້ຂ້ອຍເວົ້າແນວໃດ? ຊິໃຫ້ຂ້ອຍຊົມເຊີຍບໍ? ໃນເລື່ອງນີ້ ຂ້ອຍບໍ່ມີຫຍັງຊິຊົມເຊີຍພວກເຈົ້າດອກ.
23 ເລື່ອງທີ່ຂ້ອຍຮູ້ຈາກຜູ້ເປັນນາຍ ຂ້ອຍກໍບອກພວກເຈົ້າໝົດແລ້ວ. ເລື່ອງນັ້ນແມ່ນ ໃນຄືນທີ່ພະເຢຊູຜູ້ເປັນນາຍຈະຖືກຈັບ+ ເພິ່ນໄດ້ຈັບເອົາເຂົ້າຈີ່ແຜ່ນໜຶ່ງ.
24 ຫຼັງຈາກອະທິດຖານຂອບໃຈພະເຈົ້າແລ້ວ ເພິ່ນກໍຫັກເຂົ້າຈີ່ແລະເວົ້າວ່າ: “ນີ້ໝາຍເຖິງຮ່າງກາຍຂອງຂ້ອຍ+ທີ່ຈະຕ້ອງສະລະເພື່ອພວກເຈົ້າທຸກຄົນ. ໃຫ້ພວກເຈົ້າເຮັດແບບນີ້ຕໍ່ໆໄປເພື່ອຄິດເຖິງຂ້ອຍ.”+
25 ເມື່ອກິນເຂົ້າແລງແລ້ວ ເພິ່ນກໍຈັບເອົາຈອກເຫຼົ້າແວງແລະເຮັດຄືເກົ່າ+ ແລ້ວເວົ້າວ່າ: “ຈອກນີ້ໝາຍເຖິງສັນຍາໃໝ່+ທີ່ຈະເລີ່ມມີຜົນບັງຄັບໃຊ້ເມື່ອຂ້ອຍສະລະເລືອດຂອງຂ້ອຍ.+ ໃຫ້ພວກເຈົ້າເຮັດແບບນີ້ຕໍ່ໆໄປ ແລະທຸກເທື່ອທີ່ພວກເຈົ້າດື່ມແບບນີ້ກໍໃຫ້ຄິດເຖິງຂ້ອຍ.”+
26 ທຸກເທື່ອທີ່ພວກເຈົ້າກິນເຂົ້າຈີ່ແລະດື່ມຈາກຈອກນັ້ນ ພວກເຈົ້າກໍປະກາດການຕາຍຂອງຜູ້ເປັນນາຍຈົນກວ່າເພິ່ນຈະມາ.
27 ດັ່ງນັ້ນ ຄົນທີ່ກິນເຂົ້າຈີ່ແລະດື່ມຈາກຈອກຂອງຜູ້ເປັນນາຍແບບບໍ່ເໝາະສົມ ກໍເຮັດຜິດຕໍ່ຮ່າງກາຍແລະເລືອດຂອງຜູ້ເປັນນາຍ.
28 ທຸກຄົນຈຶ່ງຕ້ອງກວດເບິ່ງໃຫ້ຄັກໆກ່ອນວ່າ+ ໂຕເອງເໝາະສົມທີ່ຈະກິນເຂົ້າຈີ່ແລະດື່ມຈາກຈອກນັ້ນຫຼືບໍ່.
29 ຄົນທີ່ກິນແລະດື່ມ ຖ້າລາວບໍ່ໄດ້ຄິດເຖິງຄວາມໝາຍຂອງຮ່າງກາຍນັ້ນ ການກິນການດື່ມຂອງລາວກໍເຮັດໃຫ້ໂຕເອງຖືກຕັດສິນລົງໂທດ.
30 ຍ້ອນແນວນັ້ນແຫຼະ ພວກເຈົ້າຫຼາຍຄົນຈຶ່ງອ່ອນແອ ເຈັບປ່ວຍ ແລະບາງຄົນກໍຕາຍແລ້ວ.*+
31 ແຕ່ຖ້າພວກເຮົາກວດເບິ່ງໂຕເອງກ່ອນ ພວກເຮົາກໍຈະບໍ່ຖືກຕັດສິນລົງໂທດ.
32 ແຕ່ເມື່ອພວກເຮົາຖືກລົງໂທດ ພະເຢໂຫວາ*ກໍສັ່ງສອນພວກເຮົາ+ ເພື່ອພວກເຮົາຈະບໍ່ຖືກທຳລາຍໄປພ້ອມກັບໂລກ.+
33 ດັ່ງນັ້ນ ພີ່ນ້ອງເອີ້ຍ ເມື່ອພວກເຈົ້າມາປະຊຸມກັນເພື່ອກິນອາຫານຄາບນັ້ນ ໃຫ້ລໍຖ້າຈົນທຸກຄົນມາຄົບກ່ອນ.
34 ແຕ່ຖ້າຜູ້ໃດຫິວເຂົ້າກໍໃຫ້ກິນຢູ່ເຮືອນກ່ອນ ລາວຈຶ່ງຈະບໍ່ຖືກຕັດສິນລົງໂທດຍ້ອນການປະຊຸມນັ້ນ.+ ສ່ວນເລື່ອງອື່ນໆ ຂ້ອຍຈະຈັດການໃຫ້ຮຽບຮ້ອຍເມື່ອຂ້ອຍໄປຮອດ.
ຂໍ ຄວາມ ໄຂ ເງື່ອນ
^ ຫຼື “ທຳນຽມ”
^ ແປຕາມໂຕວ່າ “ຫົວ”
^ ແປຕາມໂຕວ່າ “ຜູ້ເປັນນາຍ”
^ ອາດໝາຍເຖິງເຂົາເຈົ້າສູນເສຍສາຍສຳພັນກັບພະເຈົ້າ
^ ເບິ່ງພາກຜະໜວກ ກ5