ກະສັດສະບັບທີສອງ 10:1-36
10 ອາຮາບ+ມີລູກຊາຍ 70 ຄົນຢູ່ເມືອງຊາມາເຣຍ. ເຢຮູຈຶ່ງຂຽນຈົດໝາຍສົ່ງໄປເມືອງຊາມາເຣຍໃຫ້ພວກເຈົ້າເມືອງຂອງເຢດຊະເຣເອນ ພວກຜູ້ນຳ+ ແລະພວກທີ່ເບິ່ງແຍງລູກຂອງອາຮາບ.* ໃນຈົດໝາຍຂຽນວ່າ:
2 “ເມື່ອພວກເຈົ້າໄດ້ຮັບຈົດໝາຍສະບັບນີ້ ພວກເຈົ້າຈະຢູ່ນຳພວກລູກຊາຍຂອງເຈົ້ານາຍພວກເຈົ້າ ແລະພວກເຈົ້າຍັງມີລົດຮົບ ມ້າ ອາວຸດ ແລະຢູ່ໃນເມືອງທີ່ມີກຳແພງອ້ອມ.
3 ໃຫ້ເລືອກລູກຊາຍຜູ້ໜຶ່ງຂອງເຈົ້ານາຍພວກເຈົ້າທີ່ດີກ່ອນໝູ່ແລະເໝາະສົມ*ທີ່ສຸດ ແລະຕັ້ງລາວໃຫ້ເປັນກະສັດແທນພໍ່. ແລ້ວໃຫ້ພວກເຈົ້າຕໍ່ສູ້ເພື່ອປົກປ້ອງຕະກູນຂອງເຈົ້ານາຍພວກເຈົ້າ.”
4 ແຕ່ເຂົາເຈົ້າຢ້ານຫຼາຍແລະເວົ້າວ່າ: “ຂະໜາດກະສັດ 2 ອົງຍັງສູ້ລາວບໍ່ໄດ້+ ແລ້ວພວກເຮົາຈະສູ້ລາວໄດ້ບໍ?”
5 ຜູ້ທີ່ເບິ່ງແຍງວັງ ເຈົ້າເມືອງ ພວກຜູ້ນຳ ແລະພວກທີ່ເບິ່ງແຍງລູກຂອງອາຮາບຈຶ່ງສົ່ງຂ່າວໄປຫາເຢຮູວ່າ: “ພວກເຮົາເປັນຜູ້ຮັບໃຊ້ຂອງທ່ານ ພວກເຮົາຈະເຮັດທຸກສິ່ງຕາມທີ່ທ່ານບອກ. ພວກເຮົາຈະບໍ່ຕັ້ງໃຜໃຫ້ເປັນກະສັດ. ໃຫ້ທ່ານເຮັດຕາມທີ່ທ່ານຕ້ອງການໂລດ.”
6 ເຢຮູຈຶ່ງຂຽນຈົດໝາຍສະບັບທີ 2 ໄປຫາເຂົາເຈົ້າວ່າ: “ຖ້າພວກເຈົ້າຢູ່ຝ່າຍຂ້ອຍແລະພ້ອມທີ່ຈະເຮັດຕາມສິ່ງທີ່ຂ້ອຍບອກ. ໃຫ້ພວກເຈົ້າຕັດຫົວພວກລູກຊາຍຂອງເຈົ້ານາຍພວກເຈົ້າ ແລ້ວເອົາມາໃຫ້ຂ້ອຍມື້ອື່ນໃນໂມງນີ້ຢູ່ເມືອງເຢດຊະເຣເອນ.”
ຕອນນັ້ນ ລູກຊາຍ 70 ຄົນຂອງກະສັດຢູ່ນຳພວກຄົນສຳຄັນໃນເມືອງທີ່ລ້ຽງເຂົາເຈົ້າ.
7 ເມື່ອໄດ້ຮັບຈົດໝາຍ ເຂົາເຈົ້າກໍຂ້າລູກຊາຍ 70 ຄົນຂອງກະສັດ+ ແລ້ວເອົາຫົວໃສ່ກະຕ່າສົ່ງໄປໃຫ້ເຢຮູຢູ່ເມືອງເຢດຊະເຣເອນ.
8 ຜູ້ສົ່ງຂ່າວເຂົ້າໄປບອກເຢຮູວ່າ: “ເຂົາເຈົ້າເອົາຫົວຂອງພວກລູກຊາຍກະສັດມາແລ້ວ.” ເຢຮູຈຶ່ງບອກວ່າ: “ເອົາໄປກອງໄວ້ເປັນ 2 ກອງຢູ່ປະຕູທາງເຂົ້າເມືອງຈົນຮອດມື້ອື່ນເຊົ້າ.”
9 ເມື່ອເຢຮູອອກໄປຕອນເຊົ້າ ລາວໄປຢືນຢູ່ຕໍ່ໜ້າປະຊາຊົນແລະເວົ້າວ່າ: “ພວກເຈົ້າບໍ່ມີຄວາມຜິດ.* ຂ້ອຍພີ້ທີ່ເປັນຄົນວາງແຜນແລະຂ້າເຈົ້ານາຍຂອງຂ້ອຍ.+ ແຕ່ແມ່ນໃຜທີ່ຂ້າຄົນເຫຼົ່ານີ້?
10 ຂໍໃຫ້ຮູ້ວ່າຄຳເວົ້າຂອງພະເຢໂຫວາທີ່ພະເຢໂຫວາເວົ້າກ່ຽວກັບຄອບຄົວຂອງອາຮາບຈະເກີດຂຶ້ນແທ້.+ ພະເຢໂຫວາໄດ້ເຮັດຕາມສິ່ງທີ່ເພິ່ນເວົ້າຜ່ານທາງເອລີຢາຜູ້ຮັບໃຊ້ຂອງເພິ່ນ.”+
11 ເຢຮູຍັງໄດ້ຂ້າທຸກຄົນໃນຕະກູນຂອງອາຮາບທີ່ຍັງເຫຼືອຢູ່ເມືອງເຢດຊະເຣເອນ ລວມທັງພວກຄົນສຳຄັນ ໝູ່ ແລະພວກປະໂລຫິດ+ຂອງອາຮາບ. ລາວບໍ່ໃຫ້ໃຜລອດຈັກຄົນ.+
12 ຈາກນັ້ນ ເຢຮູກໍໄປເມືອງຊາມາເຣຍ ແລະທາງທີ່ລາວໄປນັ້ນມີບ່ອນຕັດຂົນແກະ.
13 ຢູ່ຫັ້ນເຢຮູໄດ້ເຈິກັບພີ່ນ້ອງຂອງອາຮາຊີຢາ+ກະສັດຂອງຢູດາ. ເຢຮູຖາມເຂົາເຈົ້າວ່າ: “ພວກເຈົ້າແມ່ນໃຜ?” ເຂົາເຈົ້າຕອບວ່າ: “ພວກເຮົາເປັນພີ່ນ້ອງຂອງອາຮາຊີຢາ. ພວກເຮົາກຳລັງຈະໄປຢາມພວກລູກຊາຍຂອງກະສັດແລະພວກລູກຊາຍຂອງລາຊີນີ.”*
14 ເຢຮູຈຶ່ງສັ່ງທັນທີວ່າ: “ຈັບເຂົາເຈົ້າ!” ແລ້ວຄົນຂອງລາວກໍຈັບ 42 ຄົນນັ້ນ ແລະເອົາໄປຂ້າຢູ່ນ້ຳສ້າງຂອງບ່ອນທີ່ຕັດຂົນແກະ. ເຢຮູບໍ່ໃຫ້ເຂົາເຈົ້າລອດຈັກຄົນ.+
15 ເມື່ອອອກຈາກຫັ້ນ ເຢຮູເຈິກັບເຢໂຮນາດາບ+ລູກຊາຍຂອງເຣກາບ+ທີ່ມາຫາລາວ. ເຢຮູທັກທາຍ*ລາວ ແລ້ວກໍຖາມວ່າ: “ໃຈເຈົ້າພັກດີຕໍ່ຂ້ອຍ ຄືກັບທີ່ໃຈຂ້ອຍພັກດີຕໍ່ເຈົ້າບໍ?”
ເຢໂຮນາດາບຕອບວ່າ: “ແມ່ນແລ້ວ.”
ເຢຮູບອກວ່າ: “ຄັນຊັ້ນເດ່ມືມາ.”
ເຢໂຮນາດາບເດ່ມືໄປ ແລ້ວເຢຮູກໍດຶງລາວຂຶ້ນລົດມ້າ.
16 ເຢຮູເວົ້າວ່າ: “ໄປນຳຂ້ອຍ. ຂ້ອຍຈະໃຫ້ເຈົ້າເຫັນວ່າຂ້ອຍຈະບໍ່ຍອມໃຫ້ໃຜເປັນຄູ່ແຂ່ງຂອງ*ພະເຢໂຫວາ.”+ ເຢໂຮນາດາບຈຶ່ງຂີ່ລົດມ້າໄປກັບເຂົາເຈົ້າ.
17 ຈາກນັ້ນ ເຢຮູກໍໄປເມືອງຊາມາເຣຍ. ລາວຂ້າທຸກຄົນໃນຕະກູນຂອງອາຮາບທີ່ຍັງເຫຼືອຢູ່ໃນເມືອງຊາມາເຣຍ ລວມທັງຄົນທີ່ສະໜັບສະໜູນອາຮາບ.+ ສິ່ງເຫຼົ່ານີ້ເກີດຂຶ້ນຕາມທີ່ພະເຢໂຫວາບອກຜ່ານທາງເອລີຢາ.+
18 ເຢຮູໄດ້ລວບລວມປະຊາຊົນແລະເວົ້າກັບເຂົາເຈົ້າວ່າ: “ອາຮາບນະມັດສະການພະບາອານໜ້ອຍດຽວ+ ແຕ່ຂ້ອຍຈະນະມັດສະການພະບາອານຫຼາຍກວ່າອີກ.
19 ດັ່ງນັ້ນ ໃຫ້ໄປເອີ້ນພວກຜູ້ພະຍາກອນ+ ຜູ້ທີ່ນະມັດສະການພະບາອານ ແລະພວກປະໂລຫິດຂອງພະບາອານທັງໝົດ+ມາຫາຂ້ອຍ. ໃຫ້ເຂົາເຈົ້າມາໝົດທຸກຄົນ ເພາະຂ້ອຍຈະເຜົາເຄື່ອງບູຊາຄັ້ງໃຫຍ່ໃຫ້ພະບາອານ. ຖ້າໃຜບໍ່ມາ ຜູ້ນັ້ນຕ້ອງຕາຍ.” ແຕ່ທີ່ຈິງແລ້ວ ເຢຮູວາງແຜນຂ້າຜູ້ນະມັດສະການພະບາອານທັງໝົດ.
20 ເຢຮູເວົ້າຕໍ່ວ່າ: “ໃຫ້ປະກາດວ່າຈະມີການຊຸມນຸມໃຫຍ່ເພື່ອເຜົາເຄື່ອງບູຊາໃຫ້ພະບາອານ.” ເຂົາເຈົ້າຈຶ່ງປະກາດຕາມນັ້ນ.
21 ຫຼັງຈາກນັ້ນ ເຢຮູກໍສົ່ງຂ່າວໄປທົ່ວອິດສະຣາເອນ ແລະຜູ້ນະມັດສະການພະບາອານທຸກຄົນກໍມາ. ບໍ່ມີຈັກຄົນທີ່ບໍ່ມາ. ເຂົາເຈົ້າເຂົ້າໄປໃນວິຫານຂອງພະບາອານ+ຈົນເຕັມ.
22 ເຢຮູຈຶ່ງບອກຄົນທີ່ເບິ່ງແຍງຫ້ອງມ້ຽນເຄື່ອງນຸ່ງວ່າ: “ເອົາເຄື່ອງນຸ່ງມາໃຫ້ຜູ້ນະມັດສະການພະບາອານທຸກຄົນ.” ລາວກໍເອົາເຄື່ອງນຸ່ງໄປໃຫ້ເຂົາເຈົ້າ.
23 ແລ້ວເຢຮູກັບເຢໂຮນາດາບ+ລູກຊາຍຂອງເຣກາບກໍເຂົ້າໄປໃນວິຫານຂອງພະບາອານ. ເຢຮູເວົ້າກັບຜູ້ນະມັດສະການພະບາອານວ່າ: “ກວດເບິ່ງຄັກໆເດີ້. ຢ່າໃຫ້ມີຜູ້ນະມັດສະການຂອງພະເຢໂຫວາຢູ່ນີ້ ໃຫ້ມີແຕ່ຜູ້ນະມັດສະການພະບາອານເທົ່ານັ້ນ.”
24 ໃນທີ່ສຸດ ເຂົາເຈົ້າກໍເຂົ້າໄປເຜົາເຄື່ອງບູຊາ. ເຢຮູໃຫ້ຄົນຂອງລາວ 80 ຄົນຍາມຢູ່ທາງນອກແລະສັ່ງວ່າ: “ຖ້າພວກເຈົ້າປ່ອຍໃຫ້ຜູ້ໃດໜີໄປໄດ້ ພວກເຈົ້າຕ້ອງຕາຍແທນຜູ້ນັ້ນ.”
25 ທັນທີທີ່ເຢຮູເຜົາເຄື່ອງບູຊາແລ້ວໆ ລາວກໍສັ່ງພວກທະຫານປ້ອງກັນໂຕກະສັດກັບຫົວໜ້າທະຫານວ່າ: “ເຂົ້າມາຂ້າພວກນີ້! ຢ່າໃຫ້ໃຜໜີລອດໄປໄດ້!”+ ພວກທະຫານກັບພວກຫົວໜ້າທະຫານກໍຂ້າພວກນັ້ນ ແລ້ວໂຍນສົບອອກມາທາງນອກ. ເຂົາເຈົ້າໄລ່ຂ້າພວກນັ້ນຈົນຮອດຫ້ອງທາງໃນວິຫານ*ຂອງພະບາອານ.
26 ເຂົາເຈົ້າເອົາເສົາໄມ້ສັກສິດ*+ທັງໝົດໃນວິຫານຂອງພະບາອານອອກໄປຈູດຖິ້ມ.+
27 ເຂົາເຈົ້າໄດ້ທຳລາຍເສົາຫີນສັກສິດ+ຂອງພະບາອານແລະທຸບວິຫານຂອງພະບາອານ+ ແລ້ວເຮັດເປັນຫ້ອງນ້ຳສາທາລະນະຈົນຮອດທຸກມື້ນີ້.
28 ເຢຮູໄດ້ກວາດລ້າງການນະມັດສະການພະບາອານໃຫ້ໝົດໄປຈາກອິດສະຣາເອນ.
29 ແຕ່ເຢຮູບໍ່ໄດ້ທຳລາຍຮູບງົວນ້ອຍທີ່ເປັນຄຳຢູ່ເມືອງເບເທນແລະເມືອງດານ ຍ້ອນແນວນີ້ລາວຈຶ່ງເຮັດຜິດຄືກັບເຢໂຣໂບອາມລູກຊາຍຂອງເນບັດທີ່ເປັນຕົ້ນເຫດພາໃຫ້ພວກອິດສະຣາເອນເຮັດຜິດ.+
30 ພະເຢໂຫວາເວົ້າກັບເຢຮູວ່າ: “ຍ້ອນເຈົ້າເຮັດດີແລະເຮັດສິ່ງທີ່ເຮົາເບິ່ງວ່າຖືກຕ້ອງໂດຍກວາດລ້າງຕະກູນຂອງອາຮາບຕາມທີ່ເຮົາຕ້ອງການ+ ລູກຫຼານຂອງເຈົ້າ 4 ລຸ້ນຈະໄດ້ເປັນກະສັດປົກຄອງອິດສະຣາເອນ.”+
31 ແຕ່ເຢຮູບໍ່ໄດ້ເຮັດຕາມກົດໝາຍຂອງພະເຢໂຫວາພະເຈົ້າຂອງອິດສະຣາເອນສຸດຫົວໃຈ.+ ລາວບໍ່ເຊົາເຮັດຜິດຄືກັບເຢໂຣໂບອາມທີ່ເປັນຕົ້ນເຫດພາໃຫ້ພວກອິດສະຣາເອນເຮັດຜິດ.+
32 ໃນຕອນນັ້ນ ພະເຢໂຫວາປ່ອຍໃຫ້ອິດສະຣາເອນສູນເສຍດິນແດນໄປເທື່ອລະໜ້ອຍ. ຮາຊາເອນໄດ້ໂຈມຕີເຂດຕ່າງໆຂອງອິດສະຣາເອນເລື້ອຍໆ.+
33 ລາວໂຈມຕີແຜ່ນດິນກິລຽດທີ່ຢູ່ທາງທິດຕາເວັນອອກຂອງແມ່ນ້ຳຈໍແດນ ເຊິ່ງລວມເຖິງເຂດຂອງຕະກູນຄາດ ຕະກູນຣູເບັນ ຕະກູນມານາເຊ+ ຕັ້ງແຕ່ເມືອງອາໂຣເອທີ່ຢູ່ໃກ້ຮ່ອມພູ*ອາໂນນຈົນຮອດກິລຽດແລະບາຊານ.+
34 ເລື່ອງຕ່າງໆຂອງເຢຮູ ທຸກສິ່ງທີ່ລາວເຮັດ ແລະຄວາມສຳເລັດຕ່າງໆຂອງລາວກໍຂຽນໄວ້ໃນປຶ້ມປະຫວັດຂອງພວກກະສັດອິດສະຣາເອນ.
35 ເມື່ອເຢຮູຕາຍ ເຂົາເຈົ້າໄດ້ຝັງລາວໄວ້ຢູ່ເມືອງຊາມາເຣຍ. ເຢໂຮອາຮາດ+ລູກຊາຍຂອງລາວກໍເປັນກະສັດແທນ.
36 ເຢຮູປົກຄອງອິດສະຣາເອນຢູ່ເມືອງຊາມາເຣຍ 28 ປີ.
ຂໍ ຄວາມ ໄຂ ເງື່ອນ
^ ແປຕາມໂຕວ່າ “ພວກທີ່ເບິ່ງແຍງອາຮາບ”
^ ຫຼື “ສັດຊື່”
^ ຫຼື “ເປັນຄົນດີ”
^ ໝາຍເຖິງລາຊີນີເຢເຊເບນ ແມ່ຂອງກະສັດເຢໂຮຣາມ
^ ຫຼື “ອວຍພອນ”
^ ຫຼື “ຂ້ອຍຈະໃຫ້ເຈົ້າເຫັນຄວາມກະຕືລືລົ້ນຂອງຂ້ອຍເພື່ອ”
^ ແປຕາມໂຕວ່າ “ເມືອງ.” ອາດມີລັກສະນະຄ້າຍຄືກັບປ້ອມ.
^ ຫຼື “ເສົາຫີນສັກສິດ.” ເບິ່ງຄຳວ່າ “ເສົາໄມ້ສັກສິດ” ໃນສ່ວນອະທິບາຍຄຳສັບ.
^ ຫຼື “ວາດີ.” ເບິ່ງສ່ວນອະທິບາຍຄຳສັບ.