ກະສັດສະບັບທີສອງ 22:1-20
22 ໂຢສີຢາ+ເປັນກະສັດຕອນອາຍຸ 8 ປີ ແລະລາວປົກຄອງຢູ່ເມືອງເຢຣູຊາເລັມ 31 ປີ.+ ແມ່ຂອງລາວຊື່ເຢດີດາ ເປັນລູກສາວຂອງອາດາຢາຄົນເມືອງໂບຊະກາດ.+
2 ໂຢສີຢາເຮັດສິ່ງທີ່ພະເຢໂຫວາເບິ່ງວ່າຖືກຕ້ອງແລະໃຊ້ຊີວິດຄືກັບດາວິດປູ່ຍ່າຕານາຍຂອງລາວທຸກຢ່າງ.+ ລາວຢູ່ໃນແນວທາງທີ່ຖືກຕ້ອງສະເໝີ.
3 ໃນປີທີ 18 ທີ່ກະສັດໂຢສີຢາປົກຄອງ ໂຢສີຢາໄດ້ໃຫ້ຊາຟານເລຂາຂອງລາວທີ່ເປັນລູກຂອງອາຊາລີຢາແລະເປັນຫຼານຂອງເມຊຸນລຳໄປວິຫານຂອງພະເຢໂຫວາ.+ ໂຢສີຢາສັ່ງຊາຟານວ່າ:
4 “ໄປຫາປະໂລຫິດໃຫຍ່ຮິນກີຢາ+ ໃຫ້ລາວລວບລວມເງິນທັງໝົດທີ່ຢູ່ໃນວິຫານຂອງພະເຢໂຫວາ+ທີ່ຄົນຍາມປະຕູໄດ້ມາຈາກປະຊາຊົນ+
5 ແລະເອົາເງິນນັ້ນໄປໃຫ້ພວກທີ່ຮັບຜິດຊອບເບິ່ງແຍງວຽກແປງວິຫານຂອງພະເຢໂຫວາ. ເຂົາເຈົ້າຈະເອົາເງິນໄປຈ່າຍໃຫ້ພວກຊ່າງທີ່ແປງວິຫານຂອງພະເຢໂຫວາບ່ອນທີ່ເພ.*+
6 ພວກຊ່າງໄມ້ ຊ່າງກໍ່ ແລະຊ່າງກໍ່ຫີນຈະເອົາເງິນນັ້ນໄປຊື້ຫີນທີ່ຕັດເປັນກ້ອນແລ້ວກັບຊື້ໄມ້ເພື່ອເອົາໄປແປງວິຫານ.+
7 ແຕ່ເງິນທີ່ເອົາໃຫ້ເຂົາເຈົ້າບໍ່ຕ້ອງຈົດວ່າໄດ້ເອົາໄປໃຊ້ຈ່າຍຫຍັງແດ່ ເພາະວ່າເຂົາເຈົ້າເຊື່ອໃຈໄດ້.”+
8 ຕໍ່ມາ ປະໂລຫິດໃຫຍ່ຮິນກີຢາໄດ້ບອກຊາຟານທີ່ເປັນເລຂາວ່າ:+ “ຂ້ອຍເຫັນປຶ້ມກົດໝາຍ+ນີ້ຢູ່ໃນວິຫານຂອງພະເຢໂຫວາ.” ຮິນກີຢາຈຶ່ງເອົາປຶ້ມກົດໝາຍນັ້ນໃຫ້ຊາຟານ ແລ້ວຊາຟານກໍອ່ານ.+
9 ຈາກນັ້ນ ຊາຟານທີ່ເປັນເລຂາກໍໄປຫາກະສັດແລະບອກວ່າ: “ພວກຄົນຮັບໃຊ້ຂອງທ່ານໄດ້ຖອກເງິນອອກຈາກກ່ອງທີ່ຢູ່ວິຫານ ແລະເອົາໄປໃຫ້ພວກທີ່ຮັບຜິດຊອບເບິ່ງແຍງວຽກແປງວິຫານຂອງພະເຢໂຫວາແລ້ວ.”+
10 ຊາຟານທີ່ເປັນເລຂາຍັງບອກກະສັດອີກວ່າ: “ປະໂລຫິດຮິນກີຢາໄດ້ເອົາປຶ້ມນີ້+ໃຫ້ຂ້ອຍ.” ແລ້ວຊາຟານກໍອ່ານໃຫ້ກະສັດຟັງ.
11 ເມື່ອກະສັດໄດ້ຟັງສິ່ງທີ່ຂຽນໄວ້ໃນປຶ້ມກົດໝາຍນັ້ນ ລາວກໍຈີກເສື້ອຂອງໂຕເອງ.+
12 ຈາກນັ້ນ ກະສັດໄດ້ສັ່ງປະໂລຫິດຮິນກີຢາ ອາຮີກາມ+ລູກຊາຍຂອງຊາຟານ ອັກໂບ*ລູກຊາຍຂອງມີກາຢາ* ຊາຟານທີ່ເປັນເລຂາ ແລະອາສາຢາທີ່ເປັນຄົນຮັບໃຊ້ຂອງກະສັດວ່າ:
13 “ໃຫ້ພວກເຈົ້າໄປຖາມພະເຢໂຫວາແທນຂ້ອຍ ແທນປະຊາຊົນ ແລະແທນພວກຢູດາທຸກຄົນກ່ຽວກັບສິ່ງທີ່ຂຽນໄວ້ໃນປຶ້ມນີ້. ພະເຢໂຫວາໃຈຮ້າຍໃຫ້ພວກເຮົາຫຼາຍ+ ຍ້ອນປູ່ຍ່າຕານາຍຂອງພວກເຮົາບໍ່ເຊື່ອຟັງແລະບໍ່ໄດ້ເຮັດຕາມທຸກຢ່າງທີ່ຂຽນໄວ້ໃນປຶ້ມນີ້.”
14 ປະໂລຫິດຮິນກີຢາ ອາຮີກາມ ອັກໂບ ຊາຟານ ແລະອາສາຢາຈຶ່ງໄປຫາຜູ້ພະຍາກອນຍິງ+ທີ່ຊື່ຮຸນດາ. ຮຸນດາເປັນເມຍຂອງຊາລຶມທີ່ເປັນຄົນເບິ່ງແຍງເຄື່ອງນຸ່ງ.* ຊາລຶມເປັນລູກຊາຍຂອງຕິກວາແລະເປັນຫຼານຂອງຮາຮັດ. ຮຸນດາຢູ່ເຂດເມືອງໃໝ່ຂອງເຢຣູຊາເລັມ ເຂົາເຈົ້າຈຶ່ງໄປຫາລາວຢູ່ຫັ້ນ.+
15 ຮຸນດາບອກເຂົາເຈົ້າວ່າ: “ພະເຢໂຫວາພະເຈົ້າຂອງອິດສະຣາເອນເວົ້າຈັ່ງຊີ້ ‘ໄປບອກຜູ້ທີ່ສົ່ງພວກເຈົ້າມາຫາຂ້ອຍວ່າ
16 “ພະເຢໂຫວາບອກວ່າ ‘ເຮົາຈະເຮັດໃຫ້ປະເທດນີ້ເຈິຄວາມຈິບຫາຍແລະຈະລົງໂທດປະຊາຊົນ. ທຸກສິ່ງທີ່ຂຽນໄວ້ໃນປຶ້ມທີ່ກະສັດຢູດາອ່ານຈະເກີດຂຶ້ນແທ້.+
17 ເຂົາເຈົ້າໄດ້ປະຖິ້ມເຮົາ ໄປເຜົາເຄື່ອງບູຊາໃຫ້ພະເຈົ້າອື່ນ+ ແລະເຮັດທຸກສິ່ງທຸກຢ່າງເພື່ອໃຫ້ເຮົາໃຈຮ້າຍ.+ ຍ້ອນແນວນີ້ ເຮົາຈະລົງໂທດປະເທດນີ້ແລະບໍ່ມີຫຍັງຈະເຮັດໃຫ້ເຮົາເຊົາໃຈຮ້າຍໄດ້.’”+
18 ສຳລັບກະສັດຢູດາທີ່ສົ່ງພວກເຈົ້າມາຖາມພະເຢໂຫວາ ໃຫ້ໄປບອກລາວວ່າ: “ພະເຢໂຫວາພະເຈົ້າຂອງອິດສະຣາເອນເວົ້າກ່ຽວກັບສິ່ງທີ່ເຈົ້າໄດ້ຍິນນັ້ນວ່າ
19 ‘ເຮົາຈະສາບແຊ່ງປະເທດນີ້ກັບປະຊາຊົນທີ່ຢູ່ນີ້ ແລະຄົນອື່ນຈະພາກັນຢ້ານເຂົາເຈົ້າ. ແຕ່ເມື່ອເຈົ້າຮູ້ເລື່ອງນີ້ ເຈົ້າຕັ້ງໃຈຟັງ ຮູ້ສຶກເສຍໃຈແລະຖ່ອມໂຕ+ຕໍ່ໜ້າພະເຢໂຫວາ ໄດ້ຈີກເສື້ອຂອງໂຕເອງ+ ແລະຮ້ອງໄຫ້ຕໍ່ໜ້າເຮົາ. ດັ່ງນັ້ນ ພະເຢໂຫວາບອກວ່າ ເຮົາໄດ້ຍິນຄຳອະທິດຖານຂອງເຈົ້າແລ້ວ.
20 ເຮົາຈະໃຫ້ເຈົ້າໄດ້ຢູ່ກັບປູ່ຍ່າຕານາຍຂອງເຈົ້າ*ແລະຖືກຝັງຢ່າງສະຫງົບສຸກ. ເຈົ້າຈະບໍ່ເຫັນຄວາມຈິບຫາຍທີ່ເຮົາຈະເຮັດກັບປະເທດນີ້.’”’” ເຂົາເຈົ້າຈຶ່ງໄປບອກກະສັດຕາມນັ້ນ.
ຂໍ ຄວາມ ໄຂ ເງື່ອນ
^ ຫຼື “ແຕກ”
^ ເບິ່ງຄືວ່າເປັນເຄື່ອງນຸ່ງຂອງກະສັດຫຼືພວກປະໂລຫິດ
^ ເປັນສຳນວນບົດກອນທີ່ໝາຍເຖິງຕາຍ