ຊາມູເອນສະບັບທີສອງ 12:1-31
12 ພະເຢໂຫວາຈຶ່ງສົ່ງນາທານ+ໄປຫາດາວິດ.+ ນາທານເວົ້າກັບດາວິດວ່າ: “ໃນເມືອງໜຶ່ງມີຜູ້ຊາຍ 2 ຄົນ ຄົນໜຶ່ງຮັ່ງ ແລະອີກຄົນໜຶ່ງທຸກ.
2 ຄົນຮັ່ງນັ້ນມີແກະແລະງົວບັກຫຼາຍໆ+
3 ແຕ່ຄົນທຸກມີແຕ່ແກະນ້ອຍໂຕແມ່ໂຕດຽວທີ່ລາວຊື້ມາ.+ ລາວລ້ຽງມັນແລະມັນກໍໃຫຍ່ຂຶ້ນມາພ້ອມກັບພວກລູກຊາຍຂອງລາວ. ເຖິງວ່າມີອາຫານໜ້ອຍ ແຕ່ລາວກໍແບ່ງໃຫ້ມັນກິນ. ລາວໃຫ້ມັນກິນນ້ຳຈອກດຽວກັບລາວ ແລະອູ້ມມັນນອນ. ມັນເປັນຄືກັບລູກສາວຂອງລາວ.
4 ຕໍ່ມາ ມີແຂກມາຢາມຄົນທີ່ຮັ່ງ ແຕ່ລາວບໍ່ຢາກຂ້າແກະແລະງົວຂອງໂຕເອງເພື່ອເຮັດອາຫານໃຫ້ແຂກກິນ ລາວຈຶ່ງໄປເອົາແກະໂຕດຽວຂອງຄົນທຸກມາຂ້າເພື່ອເຮັດອາຫານໃຫ້ແຂກກິນ.”+
5 ເມື່ອດາວິດໄດ້ຍິນແນວນັ້ນກໍໃຈຮ້າຍຫຼາຍໃຫ້ຜູ້ຊາຍທີ່ຮັ່ງນັ້ນ ແລະເວົ້າກັບນາທານວ່າ: “ຂ້ອຍຂໍສາບານຕໍ່ໜ້າພະເຢໂຫວາພະເຈົ້າຜູ້ມີຊີວິດຢູ່+ວ່າ ຜູ້ຊາຍຄົນນີ້ຕ້ອງຕາຍ!
6 ລາວຕ້ອງຈ່າຍໃຫ້ເຈົ້າຂອງແກະ 4 ເທົ່າ+ ຍ້ອນສິ່ງທີ່ລາວເຮັດໂຫດຮ້າຍໂພດ.”
7 ນາທານຈຶ່ງບອກດາວິດວ່າ: “ຜູ້ຊາຍທີ່ຮັ່ງແມ່ນທ່ານຫັ້ນແຫຼະ! ພະເຢໂຫວາພະເຈົ້າຂອງອິດສະຣາເອນບອກວ່າ ‘ເຮົາໄດ້ເລືອກເຈົ້າໃຫ້ເປັນກະສັດປົກຄອງພວກອິດສະຣາເອນ+ ແລະຊ່ວຍເຈົ້າໃຫ້ພົ້ນຈາກຊາອູນ.+
8 ເຮົາເຕັມໃຈຍົກທຸກສິ່ງທຸກຢ່າງທີ່ເປັນຂອງນາຍເຈົ້າ+ລວມທັງເມຍຂອງລາວ+ໃຫ້ເຈົ້າ ແລະໃຫ້ເຈົ້າປົກຄອງພວກອິດສະຣາເອນແລະພວກຢູດາ.+ ບໍ່ແມ່ນແຕ່ສ່ຳນັ້ນ ເຮົາຍັງຢາກເຮັດໃຫ້ເຈົ້າຫຼາຍກວ່ານັ້ນອີກ.+
9 ເປັນຫຍັງເຈົ້າບໍ່ເຊື່ອຟັງຄຳສັ່ງຂອງພະເຢໂຫວາແລະເຮັດສິ່ງທີ່ເພິ່ນເບິ່ງວ່າຊົ່ວ? ເຈົ້າຂ້າອູຣີຢາຄົນເຮດ.+ ເຈົ້າສົ່ງລາວໄປໃຫ້ພວກອຳໂມນຂ້າ+ ແລ້ວເອົາເມຍຂອງລາວມາເປັນເມຍຂອງເຈົ້າ.+
10 ຕັ້ງແຕ່ນີ້ເປັນຕົ້ນໄປ ຄົນໃນຄອບຄົວຂອງເຈົ້າຈະຕ້ອງຖືກຂ້າຕາຍຢ່າງໂຫດຫ້ຽມ*+ ຍ້ອນເຈົ້າບໍ່ເຊື່ອຟັງເຮົາໂດຍເອົາເມຍຂອງອູຣີຢາຄົນເຮດມາເປັນເມຍຂອງເຈົ້າ.’
11 ພະເຢໂຫວາບອກວ່າ ‘ເຮົາຈະໃຫ້ຄອບຄົວຂອງເຈົ້າເຈິຄວາມຫຍຸ້ງຍາກລຳບາກ+ ແລະເຈົ້າຈະເຫັນເລື່ອງນີ້ກັບຕາໂຕເອງ. ເຮົາຈະເອົາພວກເມຍຂອງເຈົ້າໄປໃຫ້ຜູ້ຊາຍຄົນອື່ນ+ ແລະລາວຈະນອນກັບພວກເມຍຂອງເຈົ້າຕໍ່ໜ້າຄົນອື່ນ.+
12 ເຖິງວ່າເຈົ້າໄດ້ເຮັດຜິດແບບລັບໆ+ ແຕ່ເຮົາຈະເຮັດໃຫ້ເລື່ອງນີ້ເກີດຂຶ້ນຕໍ່ໜ້າພວກອິດສະຣາເອນທຸກຄົນ.’”
13 ດາວິດບອກນາທານວ່າ: “ຂ້ອຍເຮັດຜິດຕໍ່ພະເຢໂຫວາແລ້ວ.”+ ນາທານຕອບດາວິດວ່າ: “ພະເຢໂຫວາໃຫ້ອະໄພທ່ານແລ້ວ.+ ທ່ານຈະບໍ່ຕາຍ.+
14 ແຕ່ຍ້ອນທ່ານບໍ່ໄດ້ຄິດເຖິງພະເຢໂຫວາເລີຍ ລູກຊາຍຂອງທ່ານທີ່ຫາກໍເກີດຈະຕ້ອງຕາຍແນ່ນອນ.”
15 ຫຼັງຈາກນັ້ນ ນາທານກໍກັບເມືອເຮືອນຂອງລາວ.
ພະເຢໂຫວາເຮັດໃຫ້ລູກຂອງດາວິດທີ່ໄດ້ກັບເມຍຂອງອູຣີຢາບໍ່ສະບາຍແຮງ.
16 ດາວິດຈຶ່ງອ້ອນວອນພະເຈົ້າທ່ຽງແທ້ໃຫ້ຊ່ວຍລູກຊາຍຂອງລາວ. ດາວິດບໍ່ຍອມກິນເຂົ້າເລີຍ. ລາວເຂົ້າໄປໃນຫ້ອງແລະນອນຢູ່ພື້ນໝົດຄືນ.+
17 ພວກຜູ້ເຖົ້າທີ່ເຮັດວຽກຢູ່ໃນວັງໄດ້ມາຢືນໃກ້ໆດາວິດແລະພະຍາຍາມໃຫ້ລາວລຸກຂຶ້ນ. ແຕ່ດາວິດບໍ່ຍອມລຸກແລະບໍ່ຍອມກິນຫຍັງນຳເຂົາເຈົ້າເລີຍ.
18 ໃນມື້ທີ 7 ເດັກນ້ອຍຄົນນັ້ນກໍຕາຍ ແຕ່ຄົນຂອງດາວິດບໍ່ກ້າບອກລາວ. ເຂົາເຈົ້າລົມກັນວ່າ: “ຕອນທີ່ລູກລາວບໍ່ທັນຕາຍ ພວກເຮົາເວົ້າຫຍັງລາວກໍຍັງບໍ່ຟັງ. ເຮົາຊິກ້າບອກບໍວ່າລູກລາວຕາຍແລ້ວ? ລາວອາດຈະເຮັດແນວທີ່ບໍ່ດີກະໄດ້.”
19 ເມື່ອດາວິດເຫັນເຂົາເຈົ້າຊິ່ມກັນ ລາວກໍຮູ້ເລີຍວ່າລູກຕາຍແລ້ວ. ດາວິດຈຶ່ງຖາມວ່າ: “ລູກຂ້ອຍຕາຍແລ້ວແມ່ນບໍ່?” ເຂົາເຈົ້າຕອບວ່າ: “ແມ່ນແລ້ວ.”
20 ຈາກນັ້ນ ດາວິດກໍລຸກຂຶ້ນ ໄປອາບນ້ຳ ເອົານ້ຳມັນທາໂຕ+ ປ່ຽນເຄື່ອງນຸ່ງ ແລ້ວໄປເຕັ້ນສັກສິດ+ຂອງພະເຢໂຫວາແລະນະມັດສະການເພິ່ນ. ຫຼັງຈາກນັ້ນ ດາວິດກັບໄປວັງແລະບອກໃຫ້ຄົນເອົາເຂົ້າມາໃຫ້ລາວກິນ.
21 ຄົນຂອງດາວິດຖາມວ່າ: “ເປັນຫຍັງຕອນທີ່ລູກຂອງທ່ານຍັງບໍ່ຕາຍ ທ່ານຄືອົດເຂົ້າແລະໂສກເສົ້າເສຍໃຈບໍ່ເຊົາ ແຕ່ເມື່ອລູກຕາຍ ທ່ານພັດລຸກຂຶ້ນມາກິນເຂົ້າ?”
22 ດາວິດຕອບວ່າ: “ຕອນທີ່ລູກຍັງບໍ່ຕາຍ ຂ້ອຍອົດເຂົ້າ+ແລະຮ້ອງໄຫ້ບໍ່ເຊົາ ຍ້ອນຄິດວ່າພະເຢໂຫວາອາດຈະອີ່ຕົນຂ້ອຍແລະຊ່ວຍລູກຂອງຂ້ອຍບໍ່ໃຫ້ຕາຍ.+
23 ແຕ່ຕອນນີ້ລາວຕາຍແລ້ວ ຂ້ອຍຊິອົດເຂົ້າເຮັດຫຍັງ? ຂ້ອຍເຮັດໃຫ້ລາວມີຊີວິດອີກໄດ້ບໍ?+ ມື້ໜຶ່ງຂ້ອຍກໍຕ້ອງຕາຍຄືກັນ+ ແຕ່ລາວຈະບໍ່ກັບມາຫາຂ້ອຍແລ້ວ.”+
24 ຈາກນັ້ນ ດາວິດກໍປອບໃຈບັດເຊບາເມຍຂອງລາວ.+ ດາວິດນອນນຳບັດເຊບາ ແລ້ວບັດເຊບາກໍໄດ້ລູກຊາຍຜູ້ໜຶ່ງຊື່ໂຊໂລໂມນ.*+ ພະເຢໂຫວາຮັກໂຊໂລໂມນຫຼາຍ+
25 ເພິ່ນຈຶ່ງສົ່ງຂ່າວມາທາງຜູ້ພະຍາກອນນາທານ+ໃຫ້ຕັ້ງຊື່ເດັກນ້ອຍຄົນນີ້ວ່າເຢດີດີຢາ* ຍ້ອນພະເຢໂຫວາຮັກລາວຫຼາຍ.
26 ຕອນນັ້ນ ໂຢອາບຍັງຕໍ່ສູ້ຢູ່ເມືອງຣັບບາ+ຂອງພວກອຳໂມນ+ ແລະໄດ້ຍຶດສ່ວນໜຶ່ງຂອງເມືອງນັ້ນທີ່ກະສັດຢູ່.+
27 ໂຢອາບຈຶ່ງສົ່ງຄົນໄປບອກດາວິດວ່າ: “ຂ້ອຍຕໍ່ສູ້ກັບເມືອງຣັບບາ+ຢູ່ແລະຍຶດແຫຼ່ງນ້ຳຂອງເມືອງ*ໄດ້ແລ້ວ.
28 ຕອນນີ້ໃຫ້ທ່ານເອົາທະຫານມາລ້ອມແລະຍຶດເອົາເມືອງນີ້ ເພາະຖ້າທ່ານບໍ່ມາ ຂ້ອຍຈະຕ້ອງຍຶດເມືອງນີ້ເອງແລະຄົນອື່ນຈະພາກັນຍ້ອງຂ້ອຍ.”*
29 ດາວິດຈຶ່ງພາທະຫານທັງໝົດໄປຕໍ່ສູ້ຢູ່ເມືອງຣັບບາແລະຍຶດເມືອງນັ້ນໄດ້.
30 ດາວິດປົດມົງກຸດອອກຈາກຫົວຂອງຮູບພະມັນກາມ* ແລ້ວເອົາມາສຸບໃສ່ຫົວໂຕເອງ. ມົງກຸດນັ້ນເຮັດດ້ວຍຄຳໜັກ 1 ຕະລັນ*ແລະປະດັບດ້ວຍເພັດນິນຈິນດາຫຼາຍ. ດາວິດກັບພວກທະຫານໄດ້ຍຶດເອົາເຄື່ອງຫຼາຍແທ້ຫຼາຍວ່າ+ຈາກເມືອງນັ້ນ.+
31 ດາວິດໃຫ້ຄົນໃນເມືອງນັ້ນມາເຮັດວຽກໃຫ້ລາວ. ລາວໃຫ້ເຂົາເຈົ້າເອົາເລື່ອຍຕັດຫີນ ໃຫ້ເຮັດວຽກໂດຍໃຊ້ພ້າກັບຂວານ ແລະເຮັດດິນຈີ່. ລາວເຮັດແບບນີ້ກັບທຸກເມືອງຂອງພວກອຳໂມນ. ໃນທີ່ສຸດ ດາວິດກັບພວກທະຫານທັງໝົດກໍກັບເມືອເມືອງເຢຣູຊາເລັມ.
ຂໍ ຄວາມ ໄຂ ເງື່ອນ
^ ແປຕາມໂຕວ່າ “ດາບຈະບໍ່ອອກໄປຈາກເຮືອນຂອງເຈົ້າ”
^ ມາຈາກຄຳພາສາເຮັບເຣີທີ່ແປວ່າ “ສະຫງົບສຸກ”
^ ແປວ່າ “ເປັນທີ່ຮັກຂອງພະເຢໂຫວາ.” ໃນພາສາຕົ້ນສະບັບໃຊ້ຊື່ຫຍໍ້ຂອງພະເຈົ້າວ່າ “ຢາ.”
^ ແປຕາມໂຕວ່າ “ເມືອງແຫ່ງນ້ຳ”
^ ແປຕາມໂຕວ່າ “ເມືອງນັ້ນຈະຖືກເອີ້ນຕາມຊື່ຂ້ອຍ”
^ ອາດເປັນຮູບພະຂອງພວກອຳໂມນ. ຢູ່ຂໍ້ອື່ນເອີ້ນວ່າພະໂມເລັກຫຼືພະມີເລກອມ.
^ 34,2 ກິໂລກຣາມ. ເບິ່ງພາກຜະໜວກ ຂ14.