ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສ່ວນອະທິບາຍຄຳສັບໃນຄຳພີໄບເບິນ

ຫຼ ຫວ 1

  • ກະຕັກ.

    ໄມ້​ຍາວ​ທີ່​ມີ​ປາຍ​ເປັນ​ເຫຼັກ​ແຫຼມ​ໃຊ້​ແທງ​ສັດ. ມີ​ການ​ປຽບທຽບ​ກະຕັກ​ວ່າ​ເປັນ​ຄື​ກັບ​ຄຳສອນ​ຂອງ​ຄົນ​ທີ່​ມີ​ສະຕິ​ປັນຍາ​ທີ່​ຊ່ວຍ​ກະຕຸ້ນ​ຄົນ​ຟັງ​ໃຫ້​ເຮັດ​ຕາມ. ສຳນວນ “ເຕະ​ກະຕັກ” ໃນ​ພະຄຳພີ​ໄດ້​ມາ​ຈາກ​ທ່າທາງ​ຂອງ​ງົວ​ທີ່​ຂັດຂືນ​ເມື່ອ​ມີ​ກະຕັກ​ມາ​ແທງ​ມັນ​ເຊິ່ງ​ການ​ເຕະ​ແບບ​ນັ້ນ​ມີ​ແຕ່​ຈະ​ເຮັດ​ໃຫ້​ມັນ​ເຈັບ​ກວ່າ​ເກົ່າ.​—ຜຕສ 3:31; ກຈກ 26:14

  • ກາ​ຈ້ຳ.

    ສິ່ງ​ທີ່​ໃຊ້​ຈ້ຳກາ (ເທິງ​ດິນ​ດາກ​ຫຼື​ຂີ້​ເຜີ້ງ) ເພື່ອ​ສະແດງ​ຄວາມ​ເປັນ​ເຈົ້າ​ຂອງ ຢືນຢັນ​ວ່າ​ເປັນ​ຂອງ​ແທ້ ຫຼື​ສະແດງ​ວ່າ​ຕົກ​ລົງ​ກັນ​ແລ້ວ. ກາ​ຈ້ຳ​ໃນ​ສະໄໝ​ບູຮານ​ອາດ​ເປັນ​ຫີນ ງາ​ຊ້າງ ຫຼື​ໄມ້ ເຊິ່ງ​ມີ​ໂຕ​ອັກສອນ​ຫຼື​ລວດລາຍ​ທີ່​ສະຫຼັກ​ປີ້ນ​ດ້ານ. ຄຳ​ວ່າ “ກາ​ຈ້ຳ” ຍັງ​ໃຊ້​ເປັນ​ພາບ​ປຽບທຽບ​ວ່າ​ສິ່ງ​ທີ່​ຖືກ​ຈ້ຳກາ​ເປັນ​ຂອງ​ແທ້ ມີ​ເຈົ້າ​ຂອງ​ແລ້ວ ຫຼື​ເປັນ​ສິ່ງ​ທີ່​ຖືກ​ປິດ​ເຊື່ອງ​ໄວ້​ຫຼື​ເປັນ​ຄວາມ​ລັບ.​—ອພຍ 28:11; ນຮຢ 9:38; ພນມ 5:1; 9:4

  • ການາອານ.

    ຫຼານ​ຊາຍ​ຂອງ​ໂນອາ​ແລະ​ເປັນ​ລູກ​ຊາຍ​ຄົນ​ທີ 4 ຂອງ​ຮາມ. ຕໍ່​ມາ​ລູກ​ຫຼານ​ຂອງ​ການາອານ 11 ຕະກູນ​ກໍ​ອາໄສ​ຢູ່​ທາງ​ຟາກ​ຕາເວັນ​ອອກ​ຂອງ​ທະເລ​ເມດີແຕຣາເນ ເຊິ່ງ​ຢູ່​ລະຫວ່າງ​ເອຢິບ​ກັບ​ຊີເຣຍ. ເຂດ​ເຫຼົ່າ​ນີ້​ເອີ້ນ​ວ່າ “ແຜ່ນດິນ​ການາອານ.” (ປຖກ 9:18; ລລວ 18:3; ກຈກ 13:19)​—ເບິ່ງ​ພາກ​ຜະໜວກ ຂ4

  • ກິລຽດ.

    ແທ້​ໆ​ແລ້ວ​ໝາຍເຖິງ​ພື້ນ​ທີ່​ທີ່​ອຸດົມ​ສົມບູນ​ຢູ່​ທາງ​ຟາກ​ຕາເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍແດນ​ລວມ​ເອົາ​ທາງ​ເໜືອ​ແລະ​ທາງ​ໃຕ້​ຂອງ​ຮ່ອມພູ​ຢັບໂບກ. ແຕ່​ບາງ​ເທື່ອ​ມີ​ການ​ໃຊ້​ຄຳ​ນີ້​ເພື່ອ​ໝາຍເຖິງ​ເຂດ​ແດນ​ທັງໝົດ​ຂອງ​ອິດສະຣາເອນ​ທາງ​ຟາກ​ຕາເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍແດນ ເຊິ່ງ​ເປັນ​ບ່ອນ​ຢູ່​ຂອງ​ຕະກູນ​ຣູເບັນ ຄາດ ແລະ​ເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊ. (ຈຊບ 32:1; ຢຊ 12:2; 2ກສ 10:33)​—ເບິ່ງ​ພາກ​ຜະໜວກ ຂ4

  • ກີ່ຕ່ຳຫູກ.

    ອຸປະກອນ​ທີ່​ໃຊ້​ຕ່ຳ​ຜ້າ​ຫຼື​ຕ່ຳ​ດ້າຍ​ໃຫ້​ເປັນ​ຜ້າ.​—1ຊມ 17:7

  • ເກລາ.

    ຫົວ​ໜ່ວຍ​ນ້ຳ​ໜັກ​ເທົ່າ​ກັບ 0,57 ກຣາມ ເຊິ່ງ​ທຽບ​ເທົ່າ​ກັບ 1 ສ່ວນ 20 ເຊເກນ. (ລລວ 27:25)​—ເບິ່ງ​ພາກ​ຜະໜວກ ຂ14

  • ເກເຮັນນາ.

    ຊື່​ພາສາ​ກຣີກ​ຂອງ​ຮ່ອມພູ​ຮິນໂນມ ເຊິ່ງ​ຢູ່​ທາງ​ຕາເວັນ​ຕົກ​ສ່ຽງ​ໃຕ້​ຂອງ​ເມືອງ​ເຢຣູຊາເລັມ​ບູຮານ. (ຢຣມ 7:31) ມີ​ການ​ພະຍາກອນ​ໄວ້​ວ່າ​ບ່ອນ​ນັ້ນ​ຈະ​ກາຍ​ເປັນ​ບ່ອນ​ຖິ້ມ​ສົບ. (ຢຣມ 7:32; 19:6) ບໍ່​ມີ​ຫຼັກຖານ​ວ່າ​ສັດ​ຫຼື​ມະນຸດ​ທີ່​ຖືກ​ຖິ້ມ​ໃນ​ເກເຮັນນາ​ຖືກ​ເຜົາ​ທັງ​ໆ​ທີ່​ມີ​ຊີວິດ​ຢູ່​ຫຼື​ຖືກ​ທໍລະມານ. ດັ່ງນັ້ນ ສະຖານ​ທີ່​ນີ້​ຈຶ່ງ​ບໍ່​ໄດ້​ເປັນ​ສັນຍະລັກ​ຂອງ​ບ່ອນ​ທີ່​ເອົາ​ໄວ້​ທໍລະມານ​ວິນຍານ​ມະນຸດ​ດ້ວຍ​ໄຟ​ຕະຫຼອດ​ໄປ. ພະ​ເຢຊູ​ແລະ​ພວກ​ລູກສິດ​ຂອງ​ເພິ່ນ​ໃຊ້​ຄຳ​ວ່າ​ເກເຮັນນາ​ເປັນ​ສັນຍະລັກ​ຂອງ​ການ​ລົງໂທດ​ຕະຫຼອດ​ໄປ​ເຊິ່ງ​ກໍ​ຄື “ຄວາມ​ຕາຍ​ປະເພດ​ທີ​ສອງ” ທີ່​ໝາຍເຖິງ​ການ​ທຳລາຍ​ຈົນ​ບໍ່​ເຫຼືອ​ຫຍັງ.​—ມທ 5:22; 10:28; ພນມ 20:14

  • ແກ.

    ເຄື່ອງ​ເປົ່າ​ເຮັດ​ດ້ວຍ​ໂລຫະ. ໃຊ້​ເປົ່າ​ໃຫ້​ສັນຍານ​ແລະ​ເປົ່າ​ເປັນ​ສຽງ​ດົນຕີ. ໃນ​ຈົດເຊັນ​ບັນຊີ 10:2 ບອກ​ວ່າ​ພະ​ເຢໂຫວາ​ສັ່ງ​ໃຫ້​ເຮັດ​ແກ​ເງິນ 2 ອັນ​ສຳລັບ​ເປົ່າ​ເພື່ອ​ເອີ້ນ​ໃຫ້​ມາ​ປະຊຸມ​ກັນ ເພື່ອ​ໃຫ້​ສັນຍານ​ຍ້າຍ​ຄ້າຍ​ພັກ ຫຼື​ເພື່ອ​ປະກາດ​ສົງຄາມ. ແກ​ແບບ​ນີ້​ຄື​ຊິ​ມີ​ຮູບ​ຮ່າງ​ຊື່ ບໍ່​ໂຄ້ງ​ງໍ​ຄື​ກັບ​ແກ​ເຂົາ​ສັດ. ແກ​ເປັນ​ເຄື່ອງ​ດົນຕີ​ຢ່າງ​ໜຶ່ງ​ທີ່​ໃຊ້​ໃນ​ວິຫານ​ນຳ ແຕ່​ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ລັກສະນະ​ຂອງ​ແກ​ເຫຼົ່າ​ນີ້. ສ່ວນ​ຫຼາຍ​ແລ້ວ ສຽງ​ແກ​ຈະ​ຄວບ​ຄູ່​ໄປ​ກັບ​ການ​ປະກາດ​ຄຳ​ຕັດສິນ​ລົງໂທດ​ຈາກ​ພະ​ເຢໂຫວາ​ຫຼື​ເຫດການ​ສຳຄັນ​ອື່ນ​ໆ​ທີ່​ມາ​ຈາກ​ພະເຈົ້າ.​—2ຂຄ 29:26; ອຊຣ 3:10; 1ກຣ 15:52; ພນມ 8:7–11:15

  • ກຳຍານ.

    ຢາງ​ໄມ້​ທີ່​ແຫ້ງ​ແລ້ວ​ເຊິ່ງ​ໄດ້​ຈາກ​ຕົ້ນໄມ້​ຫຼື​ພືດ​ບາງ​ຊະນິດ​ໃນ​ຕະກູນ Boswellia. ເມື່ອ​ເຜົາ​ແລ້ວ​ມັນ​ຈະ​ມີ​ກິ່ນ​ຫອມ. ມັນ​ເປັນ​ສ່ວນ​ປະສົມ​ໃນ​ເຄື່ອງຫອມ​ທີ່​ໃຊ້​ໃນ​ເຕັ້ນ​ສັກສິດ​ແລະ​ວິຫານ ແລະ​ມັກ​ຈະ​ວາງ​ເທິງ​ແຕ່​ລະ​ແຖວ​ຂອງ​ເຂົ້າຈີ່​ທີ່​ຕັ້ງ​ໄວ້ ເຊິ່ງ​ຢູ່​ໃນ​ຫ້ອງ​ບໍລິສຸດ​ແລະ​ເຜົາ​ພ້ອມ​ກັບ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ.​—ອພຍ 30:34-36; ລລວ 2:1; 24:7; ມທ 2:11

  • ກາຍຊາ.

    ນາມ​ສະກຸນ​ໜຶ່ງ​ຂອງ​ຄົນ​ໂຣມ​ເຊິ່ງ​ຕໍ່​ມາ​ກາຍ​ເປັນ​ຊື່​ຕຳແໜ່ງ​ຂອງ​ຈັກກະພັດ​ໂຣມ. ຄຳພີ​ໄບເບິນ​ເວົ້າ​ເຖິງ​ຊື່​ກາຍຊາ​ບາງ​ອົງ ເຊັ່ນ: ໂອຄຸດໂຕ ຕີເບຣີໂອ ແລະ​ກະໂລດີໂອ ແລະ​ຍັງ​ເວົ້າ​ເຖິງ​ເນໂຣ​ນຳ​ອີກ​ເຖິງ​ວ່າ​ບໍ່​ໄດ້​ເວົ້າ​ຊື່​ຂອງ​ລາວ​ໂດຍ​ກົງ. ໃນ​ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ກຣີກ ຄຳ​ວ່າ “ກາຍຊາ” ຍັງ​ໝາຍເຖິງ​ເຈົ້າ​ໜ້າທີ່​ບ້ານ​ເມືອງ​ຫຼື​ອຳນາດ​ລັດ​ນຳ.​—ມຣກ 12:17; ກຈກ 25:12

  • ກິດສະເລັບ.

    ຫຼັງ​ຈາກ​ຄົນ​ອິດສະຣາເອນ​ກັບ​ມາ​ຈາກ​ການ​ເປັນ​ຊະເລີຍ​ຢູ່​ບາບີໂລນ ເດືອນ​ນີ້​ແມ່ນ​ຊື່​ຂອງ​ເດືອນ​ທີ 9 ຕາມ​ປະຕິທິນ​ສາສະໜາ​ຢິວ​ແລະ​ແມ່ນ​ຊື່​ຂອງ​ເດືອນ​ທີ 3 ຕາມ​ປະຕິທິນ​ກະສິກຳ. ເດືອນ​ນີ້​ເລີ່ມ​ຕົ້ນ​ຈາກ​ກາງ​ເດືອນ​ພະຈິກ​ຫາ​ກາງ​ເດືອນ​ທັນວາ. (ນຮຢ 1:1; ຊຄຢ 7:1)​—ເບິ່ງ​ພາກ​ຜະໜວກ ຂ15

  • ກິດທິດ.

    ຄຳສັບ​ທາງ​ດົນຕີ​ແຕ່​ບໍ່​ຮູ້​ຄວາມ​ໝາຍ​ທີ່​ແນ່ນອນ. ເບິ່ງ​ຄື​ມີ​ເຄົ້າ​ສັບ​ມາ​ຈາກ​ຄຳ​ວ່າ ກັດ ໃນ​ພາສາ​ເຮັບເຣີ. ບາງ​ຄົນ​ເຊື່ອ​ວ່າ​ອາດ​ເປັນ​ທຳນອງ​ຂອງ​ເພງ​ທີ່​ຮ້ອງ​ຕອນ​ເຮັດ​ເຫຼົ້າແວງ ຍ້ອນ​ຄຳ​ວ່າ ກັດ ໝາຍເຖິງ​ອ່າງ​ຢຽບ​ໝາກ​ລະແຊັງ.​—ພສ 81:ຫົວ​ບົດ

  • ກົດໝາຍ.

    ໝາຍເຖິງ​ກົດໝາຍ​ຂອງ​ໂມເຊ​ທັງໝົດ ຫຼື​ປຶ້ມ 5 ຫົວ​ທຳອິດ​ຂອງ​ຄຳພີ​ໄບເບິນ ແລະ​ຍັງ​ໝາຍເຖິງ​ຂໍ້​ກົດໝາຍ​ແຕ່​ລະ​ຂໍ້​ໃນ​ກົດໝາຍ​ຂອງ​ໂມເຊ​ຫຼື​ຫຼັກການ​ຂອງ​ກົດໝາຍ​ນຳ​ອີກ.​—ຈຊບ 15:16; ພບຍ 4:8; ມທ 7:12; ຄລຕ 3:24

  • ກົດໝາຍ​ຂອງ​ໂມເຊ.

    ກົດໝາຍ​ທີ່​ພະ​ເຢໂຫວາ​ໃຫ້​ກັບ​ພວກ​ອິດສະຣາເອນ​ຜ່ານ​ທາງ​ໂມເຊ​ໃນ​ບ່ອນ​ກັນດານ​ຊີນາຍ​ໃນ​ປີ 1513 ກ່ອນ ຄ.ສ. ສ່ວນ​ຫຼາຍ​ມີ​ການ​ເອີ້ນ​ປຶ້ມ 5 ຫົວ​ທຳອິດ​ຂອງ​ຄຳພີ​ໄບເບິນ​ວ່າ​ກົດໝາຍ​ຂອງ​ໂມເຊ.​—ຢຊ 23:6; ລກ 24:44

  • ການເດອາ; ພວກ​ການເດອາ.

    ແຕ່​ກີ້​ຄຳ​ນີ້​ໝາຍເຖິງ​ແຜ່ນດິນ​ແລະ​ຄົນ​ທີ່​ອາໄສ​ຢູ່​ເຂດ​ສາມ​ຫຼ່ຽມ​ແມ່​ນ້ຳ​ຕິກຣິດ​ແລະ​ແມ່​ນ້ຳ​ເອິຟາຣາດ. ຕໍ່​ມາ ຄຳ​ນີ້​ໝາຍເຖິງ​ແຜ່ນດິນ​ບາບີໂລນ​ທັງໝົດ​ແລະ​ໝາຍເຖິງ​ຄົນ​ທີ່​ຢູ່​ຫັ້ນ​ນຳ. ຄຳ​ວ່າ “ພວກ​ການເດອາ” ຍັງ​ໝາຍເຖິງ​ກຸ່ມ​ຄົນ​ທີ່​ມີ​ການ​ສຶກສາ​ສູງ​ກ່ຽວກັບ​ວິທະຍາສາດ ປະຫວັດສາດ ພາສາ ແລະ​ດາລາສາດ. ແຕ່​ກໍ​ຍັງ​ໃຊ້​ຄາຖາອາຄົມ​ແລະ​ໂຫລາສາດ​ນຳ.​—ອຊຣ 5:12; ດນອ 4:7; ກຈກ 7:4

  • ການ​ປະຊຸມ.

    ກຸ່ມ​ຄົນ​ທີ່​ມາ​ລວມ​ໂຕ​ກັນ​ຕາມ​ທີ່​ໄດ້​ນັດ​ກັນ​ໄວ້. ໃນ​ພະຄຳພີ​ພາກ​ພາສາ​ເຮັບເຣີ ຄຳ​ນີ້​ໝາຍເຖິງ​ການ​ລວມ​ໂຕ​ກັນ​ຂອງ​ຄົນ​ອິດສະຣາເອນ​ໃນ​ເທດສະການ​ທາງ​ສາສະໜາ​ຫຼື​ເຫດການ​ທີ່​ສຳຄັນ​ໆ​ຂອງ​ຊາ​ດ.​—ພບຍ 16:8; 1ກສ 8:5

  • ການ​ປົກຄອງ​ຂອງ​ພະເຈົ້າ.

    ໝາຍເຖິງ​ອຳນາດ​ການ​ປົກຄອງ​ສູງ​ສຸດ​ຂອງ​ພະເຈົ້າ ເຊິ່ງ​ເພິ່ນ​ສະແດງ​ຜ່ານ​ທາງ​ລັດຖະບານ​ທີ່​ມີ​ພະຄລິດ​ເຢຊູ​ລູກ​ຂອງ​ເພິ່ນ​ເປັນ​ກະສັດ.​—ມທ 12:28; ລກ 4:43; 1ກຣ 15:50

  • ການ​ມາ.

    ໃນ​ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ກຣີກ ຄຳ​ນີ້​ໝາຍເຖິງ​ການ​ມາ​ຂອງ​ພະ​ເຢຊູ​ຄລິດ​ໃນ​ຖານະ​ກະສັດ​ເມຊີອາ ເຊິ່ງ​ເລີ່ມ​ຕົ້ນ​ຕອນ​ທີ່​ເພິ່ນ​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ກະສັດ​ຢູ່​ສະຫວັນ​ໃນ​ສະໄໝ​ສຸດທ້າຍ​ຂອງ​ໂລກ​ນີ້. ການ​ມາ​ຂອງ​ພະຄລິດ​ບໍ່​ໄດ້​ໝາຍເຖິງ​ການ​ມາ​ຮອດ​ແລ້ວ​ກໍ​ຈາກ​ໄປ​ຢ່າງ​ໄວ​ວາ ແຕ່​ກ່ຽວ​ຂ້ອງ​ກັບ​ເວລາ​ໄລຍະ​ໜຶ່ງ​ຕາມ​ທີ່​ກຳນົດ​ໄວ້.​—ມທ 24:3

  • ການ​ເອົາ​ເມຍ​ຂອງ​ອ້າຍ​ຫຼື​ນ້ອງ​ທີ່​ຕາຍ​ໄປ​ມາ​ເປັນ​ເມຍ.

    ທຳນຽມ​ທີ່​ມີ​ດົນ​ນານ​ມາ​ແລ້ວ​ທີ່​ຜູ້​ຊາຍ​ຈະ​ຕ້ອງ​ເອົາ​ເມຍ​ຂອງ​ອ້າຍ​ຫຼື​ນ້ອງ​ທີ່​ຕາຍ​ໄປ​ແລະ​ຍັງ​ບໍ່​ມີ​ລູກ​ມາ​ເປັນ​ເມຍ​ຂອງ​ໂຕເອງ ເພື່ອ​ຈະ​ມີ​ລູກ​ໄວ້​ສືບ​ຕະກູນ​ໃຫ້​ກັບ​ຜູ້​ທີ່​ຕາຍ​ໄປ. ຕໍ່​ມາ​ກໍ​ມີ​ທຳນຽມ​ນີ້​ໃນ​ກົດໝາຍ​ຂອງ​ໂມເຊ.​—ປຖກ 38:8; ພບຍ 25:5

  • ກັບໃຈ.

    ໃນ​ຄຳພີ​ໄບເບິນ​ໝາຍເຖິງ​ການ​ປ່ຽນ​ຄວາມ​ຄິດ​ພ້ອມ​ທັງ​ຮູ້ສຶກ​ເສຍໃຈ​ແທ້​ໆ​ກັບ​ຮູບແບບ​ຊີວິດ​ເກົ່າ ເສຍໃຈ​ທີ່​ເຮັດ​ຜິດ ຫຼື​ເສຍໃຈ​ທີ່​ບໍ່​ໄດ້​ເຮັດ​ສິ່ງ​ທີ່​ຄວນ​ເຮັດ. ການ​ກັບໃຈ​ແທ້​ໆ​ຕ້ອງ​ສະແດງ​ອອກ​ດ້ວຍ​ການ​ກະທຳ​ໂດຍ​ປ່ຽນແປງ​ຊີວິດ​ໃໝ່.​—ມທ 3:8; ກຈກ 3:19; 2ປຕ 3:9

  • ເກັບ​ເຂົ້າ​ເຮ່ຍ.

    ການ​ເກັບ​ຮວງ​ເຂົ້າ​ໃນ​ທົ່ງ​ນາ​ທີ່​ຄົນ​ກ່ຽວ​ເຮັດ​ເຮ່ຍ​ໂດຍ​ຕັ້ງໃຈ​ຫຼື​ບໍ່​ຕັ້ງໃຈ. ກົດໝາຍ​ຂອງ​ໂມເຊ​ຫ້າມ​ບໍ່​ໃຫ້​ກ່ຽວ​ເຂົ້າ​ແຄມ​ຄັນ​ນາ​ຈົນ​ໝົດ ແລະ​ບໍ່​ໃຫ້​ເກັບ​ໝາກ​ກອກ​ຫຼື​ໝາກ​ລະແຊັງ​ຈົນ​ໝົດ​ຕົ້ນ. ພະເຈົ້າ​ໃຫ້​ຄົນ​ທຸກຍາກ ຄົນ​ຕ່າງ​ຊາດ ລູກ​ກຳພ້າ​ພໍ່ ແລະ​ແມ່​ໝ້າຍ​ມີ​ສິດ​ເກັບ​ເຂົ້າ​ເຮ່ຍ​ຫຼັງ​ຈາກ​ທີ່​ມີ​ການ​ເກັບ​ກ່ຽວ​ແລ້ວ.​—ນຣ 2:7

  • ກຣີກ.

    ພາສາ​ທີ່​ຄົນ​ໃນ​ປະເທດ​ກຣີກ​ໃຊ້​ແລະ​ເປັນ​ຄຳ​ເອີ້ນ​ຄົນ​ທີ່​ເກີດ​ໃນ​ກຣີກ​ຫຼື​ຄົນ​ທີ່​ມີ​ຄອບຄົວ​ມາ​ຈາກ​ກຣີກ. ໃນ​ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ກຣີກ​ໃຊ້​ຄຳ​ນີ້​ໃນ​ຄວາມ​ໝາຍ​ທີ່​ກວ້າງ​ກວ່າ​ນັ້ນ​ຄື ໝາຍເຖິງ​ຄົນ​ທີ່​ບໍ່​ແມ່ນ​ຄົນ​ຢິວ ຫຼື​ຄົນ​ທີ່​ໄດ້​ຮັບ​ອິດທິພົນ​ຈາກ​ພາສາ​ແລະ​ວັດທະນະທຳ​ກຣີກ.​—ຢອ 3:6; ຢຮ 12:20

  • ຂ້າລາຊະການ; ເຈົ້າ​ເມືອ​ງ.

    ເຈົ້າ​ໜ້າທີ່​ທີ່​ມີ​ຕຳແໜ່ງ​ຕ່ຳ​ກວ່າ​ເຈົ້າແຂວງ​ໃນ​ເຂດ​ການ​ປົກຄອງ​ຂອງ​ບາບີໂລນ. ໃນ​ຄຳພີ​ໄບເບິນ ຕຳແໜ່ງ​ນີ້​ເປັນ​ຕຳແໜ່ງ​ທີ່​ມີ​ອຳນາດ​ເໜືອ​ກວ່າ​ພວກ​ທີ່​ປຶກສາ​ໃນ​ວັງ​ບາບີໂລນ. ມີ​ການ​ເວົ້າ​ເຖິງ​ຕຳແໜ່ງ​ນີ້​ໃນ​ໄລຍະ​ການ​ປົກຄອງ​ຂອງ​ດາຣິອຸດ​ກະສັດ​ເມເດຍ​ນຳ.​—ດນອ 2:48; 6:7

  • ຂີ້​ແກບ.

    ເປືອກ​ເຂົ້າ​ທີ່​ແຍກ​ອອກ​ຈາກ​ເມັດ​ເຂົ້າ​ຕອນ​ທີ່​ຟາດ​ແລະ​ຝັດ​ເຂົ້າ. ຂີ້​ແກບ​ຖືກ​ໃຊ້​ເປັນ​ພາບ​ປຽບທຽບ​ເຖິງ​ສິ່ງ​ທີ່​ບໍ່​ມີ​ຄ່າ​ແລະ​ສິ່ງ​ທີ່​ບໍ່​ເປັນ​ຕາ​ເອົາ.​—ພສ 1:4; ມທ 3:12

  • ຂີ້ທູດ.

    ພະຍາດ​ຜິວ​ໜັງ​ຮ້າຍ​ແຮງ​ຊະນິດ​ໜຶ່ງ. ໃນ​ຄຳພີ​ໄບເບິນ ຄຳ​ວ່າ​ຂີ້ທູດ​ມີ​ຄວາມ​ໝາຍ​ກວ້າງ​ກວ່າ​ຂີ້ທູດ​ທີ່​ຮູ້​ຈັກ​ກັນ​ໃນ​ປັດຈຸບັນ ເພາະ​ອາດ​ເກີດ​ກັບ​ຄົນ ເຄື່ອງນຸ່ງ ຫຼື​ເຮືອນ​ກໍ​ໄດ້.​—ລລວ 14:54, 55; ລກ 5:12

  • ຂື່.

    ເຄື່ອງມື​ທີ່​ໃຊ້​ລົງໂທດ. ບາງ​ຊະນິດ​ຈະ​ຄຶງ​ແຕ່​ຕີນ ບາງ​ຊະນິດ​ຈະ​ຄຶງ​ທັງ​ຕີນ​ທັງ​ມື​ແລະ​ຄໍ ເຊິ່ງ​ເຮັດ​ໃຫ້​ນັກໂທດ​ໂຕ​ຄົດ​ໂຕ​ບ້ຽວ.​—ຢຣມ 20:2; ກຈກ 16:24

  • ເຂົາ​ສັດ.

    ເອົາ​ມາ​ໃຊ້​ເປັນ​ແນວ​ໃສ່​ເຄື່ອງ​ດື່ມ ນ້ຳມັນ ນ້ຳ​ໝຶກ ແລະ​ເຄື່ອງ​ສຳອາງ. ນອກ​ຈາກນັ້ນ​ຍັງ​ໃຊ້​ເປັນ​ເຄື່ອງ​ດົນຕີ​ຫຼື​ໃຊ້​ເປົ່າ​ເພື່ອ​ສົ່ງ​ສັນຍານ. (1ຊມ 16:1, 13; 1ກສ 1:39; ອຊກ 9:2) ຄຳ​ວ່າ “ເຂົາ​ສັດ” ມັກ​ໃຊ້​ເປັນ​ສັນຍະລັກ​ຂອງ​ກຳລັງ​ແລະ​ໄຊ​ຊະນະ.​—ພບຍ 33:17; ມກ 4:13; ຊຄຢ 1:19

  • ເຂົ້າຈີ່​ທີ່​ຕັ້ງ​ໄວ້.

    ເຂົ້າຈີ່ 12 ອັນ​ທີ່​ຢອງ​ຊ້ອນກັນ​ເປັນ 2 ແຖວ ແຖວ​ລະ 6 ອັນ​ຢູ່​ເທິງ​ໂຕະ​ໃນ​ຫ້ອງ​ບໍລິສຸດ​ຂອງ​ເຕັ້ນ​ສັດ​ສິດ​ແລະ​ວິຫານ. ບາງ​ຄັ້ງ​ເອີ້ນ​ວ່າ “ເຂົ້າຈີ່​ທີ່​ຢອງ​ຊ້ອນ​ກັນ.” ມີ​ການ​ປ່ຽນ​ເຂົ້າຈີ່​ໃໝ່​ທຸກ​ວັນ​ຊະບາໂຕ. ຕາມ​ປົກກະຕິ​ແລ້ວ​ມີ​ພຽງ​ແຕ່​ປະໂລຫິດ​ເທົ່າ​ນັ້ນ​ທີ່​ມີ​ສິດ​ກິນ​ເຂົ້າຈີ່​ເຊິ່ງ​ຖືກ​ປ່ຽນ​ອອກ​ໄປ. (ອພຍ 25:30; ລລວ 24:5-9; 2ຂຄ 2:4; ມທ 12:4; ຮຣ 9:2)​—ເບິ່ງ​ພາກ​ຜະໜວກ ຂ5

  • ເຂົ້າສະເປວ.

    ເຂົ້າ​ວີດ​ຊະນິດ​ໜຶ່ງ (Triticum spelta) ບໍ່​ແມ່ນ​ເຂົ້າ​ທີ່​ຄຸນນະພາບ​ດີ​ແລະ​ເປັນ​ເຂົ້າ​ທີ່​ເອົາ​ເປືອກ​ອອກ​ຍາກ.​—ອພຍ 9:32

  • ຂັນທີ.

    ຄວາມ​ໝາຍ​ຕາມ​ໂຕ​ແມ່ນ​ຜູ້​ຊາຍ​ທີ່​ຖືກ​ຕອນ. ສ່ວນ​ຫຼາຍ​ຜູ້​ຊາຍ​ເຫຼົ່າ​ນີ້​ໄດ້​ຮັບ​ມອບໝາຍ​ໃຫ້​ເຮັດ​ວຽກ​ໃນ​ວັງ ເປັນ​ຄົນ​ຮັບໃຊ້​ຫຼື​ຄົນ​ເບິ່ງແຍງ​ລາຊີນີ​ແລະ​ເມຍ​ນ້ອຍ. ຄຳ​ນີ້​ຍັງ​ໝາຍເຖິງ​ຜູ້​ຊາຍ​ທີ່​ບໍ່​ໄດ້​ຖືກ​ຕອນ​ແຕ່​ເຮັດ​ວຽກ​ເປັນ​ຂ້າລາຊະການ​ໃນ​ວັງ​ຂອງ​ກະສັດ​ນຳ. ສຳນວນ​ທີ່​ວ່າ ‘ເປັນ​ຂັນທີ​ເພື່ອ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ’ ໝາຍເຖິງ​ຄົນ​ທີ່​ຄວບຄຸມ​ຕົວເອງ​ເພື່ອ​ຈະ​ເຮັດ​ວຽກ​ຮັບໃຊ້​ພະເຈົ້າ​ໄດ້​ຢ່າງ​ເຕັມທີ.​—ມທ 19:12; ອສທ 2:15; ກຈກ 8:27

  • ຂາບ.

    ຫົວ​ໜ່ວຍ​ແນວ​ຜອງ​ຂອງ​ແຫ້ງ. 1 ຂາບ​ເທົ່າ​ກັບ 1,22 ລິດ​ເຊິ່ງ​ຄິດ​ໄລ່​ຈາກ​ຫົວ​ໜ່ວຍ​ບັດ. (2ກສ 6:25)​—ເບິ່ງ​ພາກ​ຜະໜວກ ຂ14

  • ຂ່າວດີ.

    ໃນ​ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ກຣີກ​ໝາຍເຖິງ​ຂ່າວດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ແລະ​ເລື່ອງ​ການ​ໄດ້​ຮັບ​ຄວາມ​ລອດ​ໂດຍ​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢຊູ​ຄລິດ.​—ລກ 4:18, 43; ກຈກ 5:42; ພນມ 14:6

  • ຄາຖາອາຄົມ.

    ຄຳ​ນີ້​ໃນ​ພະຄຳພີ​ໝາຍເຖິງ​ການ​ໃຊ້​ພະລັງ​ອຳນາດ​ທີ່​ມາ​ຈາກ​ພວກ​ປີສາດ.​—2ຂຄ 33:6

  • ຄ່າໄຖ່.

    ລາຄາ​ທີ່​ຈ່າຍ​ເພື່ອ​ປົດ​ປ່ອຍ​ຈາກ​ການ​ຖືກ​ກັກ​ຂັງ​ຫຼື​ກັກ​ໂຕ ຈາກ​ການ​ລົງໂທດ ການ​ທົນທຸກ ບາບ ຫຼື​ຂໍ້​ຜູກ​ມັດ​ບາງ​ຢ່າ​ງ. ຄ່າໄຖ່​ບໍ່​ຈຳເປັນ​ຕ້ອງ​ເປັນ​ເງິນ​ສະເໝີ​ໄປ. (ອຊຢ 43:3) ມີ​ຫຼາຍ​ສະຖານະການ​ທີ່​ກຳນົດ​ໄວ້​ວ່າ​ຕ້ອງ​ຈ່າຍ​ຄ່າໄຖ່. ຕົວຢ່າງ​ເຊັ່ນ: ພະ​ເຢໂຫວາ​ຖື​ວ່າ​ລູກ​ຊາຍ​ຜູ້​ທຳອິດ​ທຸກ​ຄົນ​ແລະ​ລູກ​ສັດ​ໂຕ​ຜູ້​ໂຕ​ທຳອິດ​ທຸກ​ໂຕ​ເປັນ​ຂອງ​ເພິ່ນ ພວກ​ອິດສະຣາເອນ​ຈຶ່ງ​ຕ້ອງ​ຈ່າຍ​ຄ່າໄຖ່​ສຳລັບ​ລູກ​ຊາຍ​ຜູ້​ທຳອິດ​ເພື່ອ​ໄຖ່​ລາວ​ຈາກ​ໜ້າທີ່​ໃນ​ວຽກ​ຮັບໃຊ້​ພະ​ເຢໂຫວາ​ແລະ​ຕ້ອງ​ຈ່າຍ​ຄ່າໄຖ່​ສຳລັບ​ສັດ​ໂຕ​ຜູ້​ໂຕ​ທຳອິດ​ແທນ​ທີ່​ຈະ​ເອົາ​ໃຫ້​ເພິ່ນ. (ຈຊບ 3:45, 46; 18:15, 16) ຖ້າ​ງົວ​ທີ່​ມີ​ນິດໄສ​ມັກ​ຊົນ​ຄົນ ແຕ່​ບໍ່​ໄດ້​ຖືກ​ຂັງ​ໄວ້ ແລ້ວ​ມັນ​ໄປ​ຊົນ​ຜູ້​ໃດ​ຜູ້​ໜຶ່ງ​ຕາຍ ເຈົ້າ​ຂອງ​ງົວ​ຈະ​ຕ້ອງ​ຈ່າຍ​ຄ່າໄຖ່​ສຳລັບ​ໂຕເອງ ລາວ​ຈຶ່ງ​ຈະ​ພົ້ນ​ໂທດ​ປະຫານ​ຊີວິດ. (ອພຍ 21:29, 30) ແຕ່​ຈະ​ຈ່າຍ​ຄ່າໄຖ່​ສຳລັບ​ຄົນ​ທີ່​ຕັ້ງໃຈ​ຂ້າ​ຄົນ​ບໍ່​ໄດ້. (ຈຊບ 35:31) ສຳຄັນ​ທີ່​ສຸດ ຄຳພີ​ໄບເບິນ​ໄດ້​ເນັ້ນ​ຄ່າໄຖ່​ຂອງ​ພະຄລິດ​ທີ່​ສະລະ​ຊີວິດ​ຂອງ​ເພິ່ນ​ເພື່ອ​ປົດ​ປ່ອຍ​ມະນຸດ​ທີ່​ເຊື່ອຟັງ​ໃຫ້​ພົ້ນ​ຈາກ​ບາບ​ແລະ​ຄວາມ​ຕາ​ຍ.​—ພສ 49:7, 8; ມທ 20:28; ອຟຊ 1:7

  • ຄູ​ສອນ​ສາສະໜາ.

    ໃນ​ພະຄຳພີ​ພາກ​ພາສາ​ເຮັບເຣີ​ເອີ້ນ​ວ່າ​ຜູ້​ຄັດລອກ. ໃນ​ສະໄໝ​ທີ່​ພະ​ເຢຊູ​ມາ​ໂລກ​ນີ້ ຄູ​ສອນ​ສາສະໜາ​ຄື​ກຸ່ມ​ຄົນ​ທີ່​ຊ່ຽວຊານ​ກົດໝາຍ​ຂອງ​ໂມເຊ​ແລະ​ເປັນ​ພວກ​ທີ່​ຕໍ່ຕ້ານ​ພະ​ເຢຊູ.​—ອຊຣ 7:6; ມຣກ 12:38, 39; 14:1

  • ເຄມົດ.

    ພະເຈົ້າ​ສູງ​ສຸດ​ຂອງ​ຄົນ​ໂມອາບ.​—1ກສ 11:33

  • ເຄຣູບ.

    ທູດສະຫວັນ​ທີ່​ມີ​ຕຳແໜ່ງ​ສູງ​ແລະ​ມີ​ໜ້າທີ່​ພິເສດ. ບໍ່​ແມ່ນ​ກຸ່ມ​ດຽວ​ກັບ​ເຊຣາຟີມ.​—ປຖກ 3:24; ອພຍ 25:20; ອຊຢ 37:16; ຮຣ 9:5

  • ໂຄເຣ.

    ຫົວ​ໜ່ວຍ​ແນວ​ຜອງ​ຂອງ​ແຫ້ງ​ແລະ​ແນວ​ຜອງ​ທີ່​ເປັນ​ນ້ຳ. 1 ໂຄເຣ​ເທົ່າ​ກັບ 220 ລິດ​ເຊິ່ງ​ຄິດ​ໄລ່​ຈາກ​ຫົວ​ໜ່ວຍ​ບັດ. (1ກສ 5:11)​—ເບິ່ງ​ພາກ​ຜະໜວກ ຂ14

  • ຄຳ​ພະຍາກອນ.

    ຂ່າວ​ສານ​ທີ່​ໄດ້​ຮັບ​ການ​ດົນໃຈ​ຈາກ​ພະເຈົ້າ. ອາດ​ເປັນ​ການ​ເປີດເຜີຍ​ຫຼື​ປະກາດ​ໃຫ້​ຮູ້​ຄວາມ​ຕ້ອງການ​ຂອງ​ເພິ່ນ. ຄຳ​ພະຍາກອນ​ອາດ​ເປັນ​ຄຳສອນ ຄຳ​ສັ່ງ ຫຼື​ຄຳ​ຕັດສິນ​ຂອງ​ພະເຈົ້າ ຫຼື​ເປັນ​ການ​ປະກາດ​ໃຫ້​ຮູ້​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ໃນ​ອະນາຄົດ.​—ອຊກ 37:9, 10; ດນອ 9:24; ມທ 13:14; 2ປຕ 1:20, 21

  • ເຄື່ອງ​ບູຊາ.

    ສິ່ງ​ທີ່​ເອົາ​ມາ​ໃຫ້​ພະເຈົ້າ​ເພື່ອ​ສະແດງ​ຄວາມ​ຂອບໃຈ ເພື່ອ​ສະແດງ​ວ່າ​ຍອມຮັບ​ຜິດ ແລະ​ເພື່ອ​ຈະ​ມີ​ສາຍສຳພັນ​ທີ່​ດີ​ກັບ​ພະເຈົ້າ​ອີກ​ເທື່ອ​ໜຶ່ງ. ຕັ້ງແຕ່​ອາເບັນ​ເປັນ​ຕົ້ນ​ມາ ມະນຸດ​ໄດ້​ໃຫ້​ຫຼາຍ​ສິ່ງ​ເປັນ​ເຄື່ອງ​ບູຊາ​ທີ່​ໃຫ້​ດ້ວຍ​ຄວາມ​ສະໝັກ​ໃຈ ເຊັ່ນ: ສັດ​ຕ່າງ​ໆ​. ແຕ່​ເມື່ອ​ມີ​ກົດໝາຍ​ຂອງ​ໂມເຊ ການ​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ກໍ​ກາຍ​ເປັນ​ຂໍ້​ຮຽກ​ຮ້ອງ. ຫຼັງ​ຈາກ​ພະ​ເຢຊູ​ສະລະ​ຊີວິດ​ຂອງ​ເພິ່ນ​ເປັນ​ເຄື່ອງ​ບູຊາ​ທີ່​ສົມບູນ​ແລ້ວ ເຄື່ອງ​ບູຊາ​ທີ່​ເປັນ​ສັດ​ກໍ​ບໍ່​ຈຳເປັນ​ອີກ​ຕໍ່​ໄປ. ທຸກ​ມື້​ນີ້​ຄລິດສະຕຽນ​ກໍ​ຍັງ​ເອົາ​ເຄື່ອງ​ບູຊາ​ໃຫ້​ພະເຈົ້າ​ຢູ່ ແຕ່​ເປັນ​ໃນ​ຮູບແບບ​ອື່ນ ເຊັ່ນ: ຄຳເວົ້າ​ແລະ​ການ​ກະທຳ​ທີ່​ເຮັດ​ໃຫ້​ພະເຈົ້າ​ພໍໃຈ.​—ປຖກ 4:4; ຮຣ 13:15, 16; 1ຢຮ 4:10

  • ເຄື່ອງ​ບູຊາ​ສະແດງ​ຄວາມ​ຂອບໃຈ.

    ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບສຸກ​ແບບ​ໜຶ່ງ​ທີ່​ເອົາ​ມາ​ໃຫ້​ເພື່ອ​ຍົກຍ້ອງ​ສັນລະເສີນ​ພະເຈົ້າ​ເພາະ​ເພິ່ນ​ໃຫ້​ສິ່ງ​ດີ​ໆ​ແລະ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ. ຈະ​ມີ​ການ​ກິນ​ຊີ້ນ​ສັດ​ທີ່​ເປັນ​ເຄື່ອງ​ບູຊາ​ກັບ​ເຂົ້າຈີ່​ທີ່​ມີ​ເຊື້ອ​ແລະ​ບໍ່​ມີ​ເຊື້ອ ແລະ​ຈະ​ຕ້ອງ​ກິນ​ຊີ້ນ​ສັດ​ນັ້ນ​ໃນ​ມື້​ດຽວ​ກັບ​ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້.​—2ຂຄ 29:31

  • ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບສຸກ.

    ເຄື່ອງ​ບູຊາ​ທີ່​ເອົາ​ໃຫ້​ພະ​ເຢໂຫວາ​ເພື່ອ​ຈະ​ມີ​ສາຍສຳພັນ​ທີ່​ດີ​ກັບ​ເພິ່ນ. ຄົນ​ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ແລະ​ຄົນ​ໃນ​ເຮືອນ​ຂອງ​ລາວ ລວມ​ທັງ​ປະໂລຫິດ​ທີ່​ເຮັດ​ໜ້າທີ່​ເຜົາ​ເຄື່ອງ​ບູຊາ​ຈະ​ກິນ​ສ່ວນ​ໜຶ່ງ​ຂອງ​ເຄື່ອງ​ບູຊາ​ນັ້ນ. ສ່ວນ​ເລືອດ​ທີ່​ໝາຍເຖິງ​ຊີວິດ​ແລະ​ກິ່ນ​ຫອມ​ຈາກ​ການ​ເຜົາ​ນ້ຳມັນ​ສັດ​ທີ່​ເປັນ​ເຄື່ອງ​ບູຊາ​ຈະ​ເອົາ​ໃຫ້​ພະ​ເຢໂຫວາ. ດັ່ງນັ້ນ ມັນ​ຈະ​ເປັນ​ຄື​ກັບ​ວ່າ​ປະໂລຫິດ​ແລະ​ຄົນ​ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ໄດ້​ນັ່ງ​ກິນ​ອາຫານ​ຮ່ວມ​ກັບ​ພະ​ເຢໂຫວາ​ເຊິ່ງ​ສະແດງ​ເຖິງ​ສາຍສຳພັນ​ທີ່​ດີ​ຕໍ່​ກັນ.​—ລລວ 7:29, 32; ພບຍ 27:7

  • ເຄື່ອງ​ບູຊາ​ຊູ​ໄປ​ມາ.

    ເຄື່ອງ​ບູຊາ​ແບບ​ໜຶ່ງ​ເຊິ່ງ​ເບິ່ງ​ຄື​ວ່າ​ປະໂລຫິດ​ໃຫຍ່​ຈະ​ເອົາ​ມື​ຮອງ​ກ້ອງ​ມື​ຂອງ​ຄົນ​ທີ່​ກຳລັງ​ເອົາ​ເຄື່ອງ​ບູຊາ​ໃຫ້​ແລະ​ຊູ​ໄປ​ຊູມາ​ນຳ​ກັນ ຫຼື​ປະໂລຫິດ​ອາດຈະ​ເອົາ​ເຄື່ອງ​ບູຊາ​ນັ້ນ​ຊູ​ໄປ​ຊູມາ​ຄົນ​ດຽວ. ການ​ເຮັດ​ແບບ​ນີ້​ສະແດງ​ວ່າ​ລາວ​ກຳລັງ​ມອບ​ເຄື່ອງ​ບູຊາ​ນີ້​ໃຫ້​ພະ​ເຢໂຫວາ.​—ລລວ 7:30

  • ເຄື່ອງ​ບູຊາ​ດື່ມ.

    ເຄື່ອງ​ບູຊາ​ທີ່​ເປັນ​ເຫຼົ້າແວງ​ເຊິ່ງ​ເທ​ລົງ​ເທິງ​ແທ່ນ​ບູຊາ​ແລະ​ສ່ວນ​ຫຼາຍ​ຈະ​ເອົາ​ໃຫ້​ພ້ອມ​ກັບ​ເຄື່ອງ​ບູຊາ​ອື່ນ​ໆ​. ໂປໂລ​ໃຊ້​ຄຳ​ນີ້​ເປັນ​ພາບ​ປຽບທຽບ​ເຖິງ​ຄວາມ​ເຕັມໃຈ​ຂອງ​ລາວ​ທີ່​ຈະ​ຮັບໃຊ້​ໝູ່​ຄລິດສະຕຽນ.​—ຈຊບ 15:5, 7; ຟລປ 2:17

  • ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິ​ດ.

    ເຄື່ອງ​ບູຊາ​ສຳລັບ​ຄວາມ​ຜິດ​ທີ່​ແຕ່​ລະ​ຄົນ​ໄດ້​ເຮັດ. ແຕກຕ່າງ​ຈາກ​ເຄື່ອງ​ບູຊາ​ໄຖ່​ບາບ​ອື່ນ​ໆ​ໜ້ອຍ​ໜຶ່ງ​ໃນ​ແງ່​ທີ່​ວ່າ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ​ນີ້​ຊ່ວຍ​ໃຫ້​ຄົນ​ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ໄດ້​ສິດ​ບາງ​ຢ່າງ​ກັບຄືນມາ ເຊິ່ງ​ເປັນ​ສິດ​ຕາມ​ກົດໝາຍ​ຂອງ​ໂມເຊ​ທີ່​ລາວ​ສູນ​ເສຍ​ໄປ​ເພາະ​ເຮັດ​ຜິດ ແລະ​ເພື່ອ​ລາວ​ຈະ​ໄດ້​ຮັບ​ການ​ຍົກໂທດ​ຈາກ​ຄວາມ​ຜິດ​ທີ່​ລາວ​ໄດ້​ເຮັດ.​—ລລວ 7:37; 19:22; ອຊຢ 53:10

  • ເຄື່ອງ​ບູຊາ​ໄຖ່​ບາບ.

    ເຄື່ອງ​ບູຊາ​ສຳລັບ​ໄຖ່​ຄວາມ​ຜິດ​ທີ່​ເຮັດ​ໄປ​ໂດຍ​ບໍ່​ໄດ້​ຕັ້ງໃຈ​ຍ້ອນ​ຄວາມ​ອ່ອນແອ​ແລະ​ຄວາມ​ບໍ່​ສົມບູນແບບ. ສັດ​ທີ່​ເອົາ​ມາ​ໃຫ້​ເປັນ​ເຄື່ອງ​ບູຊາ​ມີ​ຫຼາຍ​ຊະນິດ ເຊັ່ນ: ງົວ​ຫຼື​ນົກ​ກາງແກ ຂຶ້ນ​ຢູ່​ກັບ​ຖານະ​ຕຳແໜ່ງ​ແລະ​ສະພາບການ​ຂອງ​ຄົນ​ທີ່​ຕ້ອງ​ການ​ໄຖ່​ຄວາມ​ຜິດ.​—ລລວ 4:27, 29; ຮຣ 10:8

  • ເຄື່ອງ​ບູຊາ​ທີ່​ໃຫ້​ຕາມ​ທີ່​ໄດ້​ສາບານ​ໄວ້.

    ເຄື່ອງ​ບູຊາ​ທີ່​ໃຫ້​ດ້ວຍ​ຄວາມ​ສະໝັກ​ໃຈ​ແລະ​ໃຫ້​ຕອນ​ທີ່​ສາບານ.​—ລລວ 23:38; 1ຊມ 1:21

  • ເຄື່ອງ​ບູຊາ​ເຜົາ.

    ເຄື່ອງ​ບູຊາ​ທີ່​ເປັນ​ສັດ​ເຊິ່ງ​ເຜົາ​ໝົດ​ໂຕ​ເທິງ​ແທ່ນ​ບູຊາ​ເພື່ອ​ເອົາ​ໃຫ້​ພະເຈົ້າ​ທັງໝົດ. ບໍ່​ມີ​ສ່ວນ​ໃດ​ຂອງ​ສັດ (ງົວ ແກະ​ໂຕ​ຜູ້ ແບ້​ໂຕ​ຜູ້ ນົກ​ເຂົາ ຫຼື​ນົກ​ກາງແກ) ທີ່​ຜູ້​ເອົາ​ມາ​ໃຫ້​ແບ່ງ​ເກັບ​ໄວ້.​—ອພຍ 29:18; ລລວ 6:9

  • ເຄື່ອງ​ທີ່​ເອົາ​ມາ​ຈຳ.

    ເຄື່ອງ​ສ່ວນ​ໂຕ​ທີ່​ລູກ​ໜີ້​ເອົາ​ມາ​ໃຫ້​ເຈົ້າ​ໜີ້​ເພື່ອ​ຮັບປະກັນ​ວ່າ​ຈະ​ຈ່າຍ​ເງິນ​ທີ່​ຢືມ​ມາ. ກົດໝາຍ​ຂອງ​ໂມເຊ​ມີ​ຂໍ້​ກຳນົດ​ຫຼາຍ​ຂໍ້​ກ່ຽວກັບ​ເຄື່ອງ​ທີ່​ເອົາ​ມາ​ຈຳ ເພື່ອ​ປົກປ້ອງ​ຜົນ​ປະໂຫຍດ​ຂອງ​ປະຊາຊົນ​ທີ່​ທຸກຍາກ​ແລະ​ບໍ່​ສາມາດ​ປົກປ້ອງ​ໂຕເອງ​ໄດ້.​—ອພຍ 22:26; ອຊກ 18:7

  • ເຄື່ອງຫອມ.

    ສ່ວນ​ປະສົມ​ຂອງ​ຢາງ​ໄມ້​ຫອມ​ກັບ​ນ້ຳມັນ​ຫອມ ເຊິ່ງ​ຈະ​ໄໝ້​ຊ້າ​ໆ​ແລະ​ໃຫ້​ກິ່ນ​ຫອມ. ມີ​ເຄື່ອງຫອມ​ຊະນິດ​ໜຶ່ງ​ເຊິ່ງ​ປຸງ​ພິເສດ​ດ້ວຍ​ສ່ວນ​ປະສົມ 4 ຢ່າງ​ສຳລັບ​ໃຊ້​ຢູ່​ເຕັ້ນ​ສັກສິດ​ແລະ​ຢູ່​ວິຫານ. ມີ​ການ​ເຜົາ​ເຄື່ອງຫອມ​ໃນ​ຕອນ​ເຊົ້າ​ແລະ​ຕອນ​ກາງຄືນ​ເທິງ​ແທ່ນ​ເຜົາ​ເຄື່ອງຫອມ​ໃນ​ຫ້ອງ​ບໍລິສຸດ ແຕ່​ໃນ​ວັນ​ໄຖ່​ຄວາມ​ຜິດ​ຈະ​ມີ​ການ​ເຜົາ​ເຄື່ອງຫອມ​ໃນ​ຫ້ອງ​ບໍລິສຸດ​ທີ່​ສຸດ. ເຄື່ອງຫອມ​ເປັນ​ພາບ​ສະແດງ​ເຖິງ​ຄຳ​ອະທິດຖານ​ຂອງ​ຜູ້​ຮັບໃຊ້​ທີ່​ສັດຊື່​ເຊິ່ງ​ເປັນ​ຄຳ​ອະທິດຖານ​ທີ່​ພະເຈົ້າ​ຍອມຮັບ. ການ​ໃຊ້​ເຄື່ອງຫອມ​ບໍ່​ແມ່ນ​ຂໍ້​ຮຽກ​ຮ້ອງ​ສຳລັບ​ຄລິດສະຕຽນ.​—ອພຍ 30:34, 35; ລລວ 16:13; ພນມ 5:8

  • ເຄື່ອງ​ໝາຍ​ບໍລິສຸດ​ທີ່​ສະແດງ​ເຖິງ​ການ​ອຸທິດ​ໂຕ.

    ແຜ່ນ​ເຫຼື້ອມ​ງາມ​ທີ່​ເຮັດ​ຈາກ​ຄຳ​ແທ້​ເຊິ່ງ​ສະຫຼັກ​ຄຳເວົ້າ​ເປັນ​ພາສາ​ເຮັບເຣີ​ທີ່​ແປ​ວ່າ “ພະ​ເຢໂຫວາ​ບໍລິສຸດ.” ແຜ່ນ​ນີ້​ຕິດ​ກັບ​ຜ້າ​ຄຽນ​ຫົວ​ຂອງ​ປະໂລຫິດ​ໃຫຍ່. (ອພຍ 39:30)​—ເບິ່ງ​ພາກ​ຜະໜວກ ຂ5

  • ແຄັດເຊຍ.

    ເປືອກ​ໄມ້​ຂອງ​ຕົ້ນ​ແຄັດເຊຍ (Cin​na​mo​mum cassia) ເປັນ​ຕະກູນ​ດຽວ​ກັນ​ກັບ​ອົບເຊີຍ. ໃຊ້​ເປັນ​ເຄື່ອງ​ປຸງ​ນ້ຳ​ຫອມ​ແລະ​ເປັນ​ສ່ວນ​ປະສົມ​ຂອງ​ນ້ຳມັນ​ບໍລິສຸດ​ທີ່​ໃຊ້​ເພື່ອ​ແຕ່ງຕັ້ງ.​—ອພຍ 30:24; ພສ 45:8; ອຊກ 27:19

  • ຄືນດີ.​—

    ເບິ່ງ​ຄຳ​ວ່າ “ໄຖ່​ຄວາມ​ຜິດ

  • ຄົນກາງ.

    ຜູ້​ເຮັດ​ໜ້າທີ່​ໄກ່ເກ່ຍ​ໃຫ້ 2 ຝ່າຍ​ຄືນດີ​ກັນ. ໃນ​ພະຄຳພີ ໂມເຊ​ເປັນ​ຄົນ​ກາງ​ຂອງ​ສັນຍາ​ກ່ຽວກັບ​ກົດໝາຍ​ແລະ​ພະ​ເຢຊູ​ເປັນ​ຄົນ​ກາງ​ຂອງ​ສັນຍາ​ໃໝ່.​—ຄລຕ 3:19; 1ຕມ 2:5

  • ຄົນ​ຊາມາເຣຍ.

    ຕອນ​ທຳອິດ​ໝາຍເຖິງ​ຄົນ​ອິດສະຣາເອນ​ທີ່​ຢູ່​ໃນ​ອານາຈັກ 10 ຕະກູນ​ທາງ​ເໜືອ ແຕ່​ຫຼັງ​ຈາກ​ຄົນ​ອັດຊີເຣຍ​ຍຶດ​ຄອງ​ຊາມາເຣຍ​ໃນ​ປີ 740 ກ່ອນ ຄ.ສ ຄຳ​ວ່າ “ຄົນ​ຊາມາເຣຍ” ກໍ​ລວມ​ເອົາ​ຄົນ​ຕ່າງ​ຊາດ​ທີ່​ຄົນ​ອັດຊີເຣຍ​ພາ​ມາ​ຢູ່​ຊາມາເຣຍ​ນຳ. ໃນ​ສະໄໝ​ຂອງ​ພະ​ເຢຊູ ຄຳ​ນີ້​ບໍ່​ໄດ້​ກ່ຽວ​ຂ້ອງ​ກັບ​ເຊື້ອ​ຊາດ​ຫຼື​ເຂດ​ການ​ປົກຄອງ ແຕ່​ສ່ວນ​ຫຼາຍ​ຈະ​ໝາຍເຖິງ​ສະມາຊິກ​ຂອງ​ນິກາຍ​ໜຶ່ງ​ເຊິ່ງ​ຢູ່​ໃນ​ເຂດ​ເມືອງ​ເຊເຄັມ​ບູຮານ​ແລະ​ຊາມາເຣຍ. ຄົນ​ທີ່​ນັບຖື​ນິກາຍ​ນີ້​ມີ​ຄວາມ​ເຊື່ອ​ຕ່າງ​ກັນ​ຫຼາຍ​ກັບ​ຄົນ​ໃນ​ສາສະໜາ​ຢິວ.​—ຢຮ 8:48

  • ຄົນ​ຍາມ.

    ຄົນ​ທີ່​ເຝົ້າ​ລະວັງ​ແລະ​ຮັກສາ​ຄວາມ​ປອດໄພ​ໃຫ້​ກັບ​ຄົນ​ຫຼື​ສະຖານ​ທີ່​ໂດຍ​ສະເພາະ​ໃນ​ຕອນ​ກາງ​ຄືນ ແລະ​ຈະ​ສົ່ງ​ສັນຍານ​ເຕືອນ​ເມື່ອ​ເຫັນ​ວ່າ​ກຳລັງ​ມີ​ໄພ. ສ່ວນ​ຫຼາຍ​ຄົນ​ຍາມ​ຈະ​ຢູ່​ເທິງ​ກຳແພງ​ເມືອງ​ແລະ​ປ້ອມ​ເພື່ອ​ສັງເກດ​ເບິ່ງ​ຄົນ​ທີ່​ກຳລັງ​ເຂົ້າ​ມາ​ໃກ້​ເມືອ​ງ. ຄົນ​ຍາມ​ໃນ​ກອງທັບ​ເອີ້ນ​ວ່າ​ທະຫານ​ຍາມ. ພວກ​ຜູ້​ພະຍາກອນ​ເຮັດ​ໜ້າທີ່​ຄື​ກັບ​ຄົນ​ຍາມ​ໃຫ້​ກັບ​ຊາດ​ອິດສະຣາເອນ​ເພື່ອ​ເຕືອນ​ວ່າ​ເຂົາເຈົ້າ​ຈະ​ຖືກ​ທຳລາຍ.​—2ກສ 9:20; ອຊກ 3:17

  • ຄົນ​ທີ່​ມີ​ອິດສະຫຼະ; ຄົນ​ທີ່​ໄດ້​ຮັບ​ອິດສະຫຼະ.

    ໃນ​ສະໄໝ​ທີ່​ຈັກກະວັດ​ໂຣມ​ປົກຄອງ “ຄົນ​ທີ່​ມີ​ອິດສະຫຼະ” ໝາຍເຖິງ​ຄົນ​ທີ່​ມີ​ອິດສະຫຼະ​ມາ​ຕັ້ງແຕ່​ເກີດ​ແລະ​ມີ​ສິດທິ​ພົນລະເມືອງ​ຢ່າງ​ຄົບ​ຖ້ວນ. ສ່ວນ “ຄົນ​ທີ່​ໄດ້​ຮັບ​ອິດສະຫຼະ” ໝາຍເຖິງ​ຄົນ​ທີ່​ໄດ້​ຮັບ​ການ​ປົດ​ປ່ອຍ​ຈາກ​ການ​ເປັນ​ທາ​ດ. ຄົນ​ທີ່​ໄດ້​ຮັບ​ອິດສະຫຼະ​ຢ່າງ​ເປັນ​ທາງ​ການ​ຈະ​ໄດ້​ຮັບ​ສິດ​ເປັນ​ພົນລະເມືອງ​ໂຣມ ແຕ່​ບໍ່​ສາມາດ​ມີ​ຕຳແໜ່ງ​ທາງ​ການເມືອງ​ໄດ້. ສ່ວນ​ຄົນ​ທີ່​ໄດ້​ຮັບ​ອິດສະຫຼະ​ຢ່າງ​ບໍ່​ເປັນ​ທາງ​ການ​ຈະ​ໄດ້​ພົ້ນ​ຈາກ​ການ​ເປັນ​ທາດ ແຕ່​ບໍ່​ໄດ້​ຮັບ​ສິດທິ​ພົນລະເມືອງ​ຢ່າງ​ຄົບ​ຖ້ວນ.​—1ກຣ 7:22

  • ຄົນ​ນາຊາເຣັດ.

    ຊື່​ເອີ້ນ​ພະ​ເຢຊູ​ເຊິ່ງ​ມາ​ຈາກ​ເມືອງ​ນາຊາເຣັດ. ຄຳ​ນີ້​ອາດ​ກ່ຽວ​ຂ້ອງ​ກັບ​ພາສາ​ເຮັບເຣີ​ທີ່​ແປ​ວ່າ “ໜໍ່” ຫຼື “ກິ່ງ” ໃນ​ເອຊາຢາ 11:1. ຕໍ່​ມາ​ມີ​ການ​ໃຊ້​ຄຳ​ນີ້​ກັບ​ລູກສິດ​ຂອງ​ພະ​ເຢຊູ​ນຳ​ອີກ.​—ມທ 2:23; ກຈກ 24:5

  • ຄ້ອນ​ຂອງ​ກະສັດ.

    ໄມ້​ຄ້ອນ​ທີ່​ຜູ້​ມີ​ອຳນາດ​ປົກຄອງ​ຖື​ເຊິ່ງ​ເປັນ​ສັນຍະລັກ​ຂອງ​ອຳນາດ​ກະສັດ.​—ປຖກ 49:10; ຮຣ 1:8

  • ຄືບ.

    ຫົວ​ໜ່ວຍ​ວັດແທກ​ຄວາມ​ຍາວ ມີ​ຄວາມ​ຍາວ​ປະມານ​ເທົ່າ​ກັບ​ໄລຍະ​ຈາກ​ປາຍ​ນິ້ວ​ໂປ້​ຮອດ​ປາຍ​ນິ້ວ​ກ້ອຍ​ເມື່ອ​ກາງ​ມື​ອອກ​ເຕັມທີ. ເມື່ອ​ຄິດ​ໄລ່​ຈາກ​ຫົວ​ໜ່ວຍ​ສອກ​ເຊິ່ງ​ຍາວ 44,5 ຊັງຕີແມັດ 1 ຄືບ​ຈະ​ຍາວ 22,2 ຊັງຕີແມັດ. (ອພຍ 28:16; 1ຊມ 17:4)​—ເບິ່ງ​ພາກ​ຜະໜວກ ຂ14

  • ຄລິດສະຕຽນ.

    ພະເຈົ້າ​ໃຫ້​ຊື່​ນີ້​ກັບ​ພວກ​ລູກສິດ​ຂອງ​ພະ​ເຢຊູ​ຄລິດ.​—ກຈກ 11:26; 26:28

  • ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່.

    ມາ​ຈາກ​ຄຳ​ພາສາ​ກຣີກ​ທີ່​ຖ່າຍ​ທອດ​ແນວ​ຄິດ​ກ່ຽວກັບ​ສິ່ງ​ທີ່​ໜ້າ​ພໍໃຈ​ແລະ​ດຶງດູດ​ໃຈ. ສ່ວນ​ຫຼາຍ​ມີ​ການ​ໃຊ້​ຄຳ​ນີ້​ເພື່ອ​ໝາຍເຖິງ​ຂອງຂວັນ​ທີ່​ໃຫ້​ດ້ວຍ​ຄວາມ​ກະລຸນາ​ແລະ​ເມດຕາ. ດັ່ງນັ້ນ ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ​ຈຶ່ງ​ໝາຍເຖິງ​ຂອງຂວັນ​ທີ່​ພະເຈົ້າ​ໃຫ້​ຢ່າງ​ໃຈ​ກວ້າງ​ໂດຍ​ບໍ່​ຫວັງ​ສິ່ງ​ຕອບ​ແທນ ເຊິ່ງ​ສະແດງ​ວ່າ​ພະອົງ​ມີ​ນ້ຳໃຈ​ເອື້ອເຟື້ອ​ແລະ​ມີ​ຄວາມ​ຮັກ​ແລະ​ຄວາມ​ກະລຸນາ​ຕໍ່​ມະນຸດ​ຢ່າງ​ລົ້ນ​ເຫຼືອ. ບາງ​ເທື່ອ​ມີ​ການ​ແປ​ຄຳ​ນີ້​ໃນ​ພາສາ​ກຣີກ​ວ່າ “ຄວາມ​ມັກ” ແລະ “ຂອງຂວັນ.” ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ນີ້​ເກີດ​ຈາກ​ຄວາມ​ເອື້ອເຟື້ອ​ຂອງ​ຜູ້​ໃຫ້ ບໍ່​ແມ່ນ​ການ​ໃຫ້​ເພື່ອ​ຕອບ​ແທນ​ບຸນ​ຄຸນ​ຫຼື​ຕອບ​ແທນ​ຄວາມ​ດີ​ຂອງ​ຜູ້​ຮັບ.​—2ກຣ 6:1; ອຟຊ 1:7

  • ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່.

    ຄຳ​ພາສາ​ກຣີກ​ທີ່​ແປ​ວ່າ “ຄວາມ​ທຸກ​ລຳບາກ” ຖ່າຍ​ທອດ​ແນວ​ຄິດ​ຂອງ​ຄວາມ​ທຸກ​ຫຼື​ຄວາມ​ເຈັບ​ປວດ​ທີ່​ເກີດ​ຈາກ​ການ​ຖືກ​ກົດ​ດັນ​ໃນ​ສະພາບການ​ຕ່າງ​ໆ​. ພະ​ເຢຊູ​ເວົ້າ​ເຖິງ “ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່” ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ເຊິ່ງ​ຈະ​ເກີດ​ຂຶ້ນ​ກັບ​ເມືອງ​ເຢຣູຊາເລັມ ແລະ​ທີ່​ສຳຄັນ​ຈະ​ເກີດ​ຂຶ້ນ​ກັບ​ມະນຸດ​ທົ່ວ​ໂລກ​ໃນ​ອະນາຄົດ​ເມື່ອ​ເພິ່ນ ‘ມາ​ດ້ວຍ​ແສງ​ລັດສະໝີ​ທີ່​ເຈີດຈ້າ.’ (ມທ 24:21, 29-31) ໂປໂລ​ບອກ​ວ່າ​ຄວາມ​ທຸກ​ລຳບາກ​ນີ້​ເປັນ​ການ​ກະທຳ​ທີ່​ຍຸຕິທຳ​ຂອງ​ພະເຈົ້າ​ເພື່ອ​ລົງໂທດ “ຄົນ​ທີ່​ບໍ່​ຮູ້​ຈັກ​ພະເຈົ້າ​ແລະ​ຄົນ​ທີ່​ບໍ່​ເຊື່ອຟັງ​ຂ່າວດີ” ເລື່ອງ​ພະ​ເຢຊູ​ຄລິດ. ໃນ​ປຶ້ມ​ພະ​ນິມິດ​ບົດ 19 ບອກ​ວ່າ​ພະ​ເຢຊູ​ຈະ​ນຳ​ພາ​ກອງທັບ​ສະຫວັນ​ມາ​ຕໍ່ສູ້​ກັບ “ສັດ​ຮ້າຍ​ນັ້ນ​ກັບ​ພວກ​ກະສັດ​ໃນ​ໂລກ​ແລະ​ກອງທັບ​ຂອງ​ເຂົາເຈົ້າ.” (2ທຊ 1:6-8; ພນມ 19:11-21) ແຕ່​ຈະ​ມີ “ຄົນ​ຝູງ​ໃຫຍ່” ລອດ​ຜ່ານ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່. (ພນມ 7:9, 14)​—ເບິ່ງ​ຄຳ​ວ່າ “ອາມາເຄໂດນ

  • ຄວາມ​ລັບ​ສັກສິດ.

    ເລື່ອງ​ທີ່​ກ່ຽວ​ຂ້ອງ​ກັບ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ​ເຊິ່ງ​ຖືກ​ປົກ​ປິດ​ໄວ້​ບໍ່​ໃຫ້​ໃຜ​ຮູ້​ຈົນ​ກວ່າ​ຈະ​ເຖິງ​ເວລາ​ທີ່​ເພິ່ນ​ກຳນົດ​ໄວ້ ແລະ​ເພິ່ນ​ເປີດເຜີຍ​ຄວາມ​ລັບ​ນີ້​ກັບ​ຄົນ​ທີ່​ເພິ່ນ​ເລືອກ​ເທົ່າ​ນັ້ນ.​—ມຣກ 4:11; ກລຊ 1:26

  • ຄວາມ​ຮັກ​ທີ່​ໝັ້ນຄົງ.

    ສ່ວນ​ຫຼາຍ​ແປ​ມາ​ຈາກ​ຄຳ​ພາສາ​ເຮັບເຣີ ເຄເຊດ ເຊິ່ງ​ໝາຍເຖິງ​ຄວາມ​ຮັກ​ທີ່​ເກີດ​ຈາກ​ຄວາມ​ສັດຊື່ ຄວາມ​ພັກດີ ແລະ​ຄວາມ​ຜູກພັນ​ຢ່າງ​ເລິກ​ເຊິ່ງ. ຄຳ​ນີ້​ມັກ​ໃຊ້​ເມື່ອ​ເວົ້າ​ເຖິງ​ຄວາມ​ຮັກ​ທີ່​ພະເຈົ້າ​ມີ​ຕໍ່​ມະນຸດ ແຕ່​ກໍ​ເປັນ​ຄວາມ​ຮັກ​ທີ່​ມະນຸດ​ມີ​ຕໍ່​ກັນ​ໄດ້​ນຳ.​—ອພຍ 34:6; ນຣ 3:10

  • ເຈົ້າແຂວງ.

    ຜູ້​ປົກຄອງ​ຄົນ​ສຳຄັນ​ຂອງ​ແຂວງ​ທີ່​ສະພາ​ສູງ​ຂອງ​ໂຣມ​ເບິ່ງແຍງ​ຢູ່. ລາວ​ມີ​ອຳນາດ​ທາງ​ຕຸລາການ​ແລະ​ການ​ທະຫານ. ເຖິງ​ວ່າ​ສະພາ​ສູງ​ສາມາດ​ກວດ​ສອບ​ການ​ບໍລິຫານ​ງານ​ຂອງ​ລາວ​ໄດ້ ແຕ່​ລາວ​ກໍ​ມີ​ອຳນາດ​ສູງ​ສຸດ​ໃນ​ແຂວງ​ທີ່​ລາວ​ປົກຄອງ.​—ກຈກ 13:7; 18:12

  • ຈັບ​ໄປ​ເປັນ​ຊະເລີຍ.

    ການ​ບັງຄັບ​ໃຫ້​ອອກ​ຈາກ​ແຜ່ນດິນ​ຫຼື​ບ້ານ​ເກີດ. ສ່ວນ​ຫຼາຍ​ຈະ​ເປັນ​ການ​ໄລ່​ໜີ​ຕາມ​ຄຳ​ສັ່ງ​ຂອງ​ຄົນ​ທີ່​ມາ​ຍຶດ​ເອົາ​ແຜ່ນດິນ. ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ແປ​ວ່າ “ການ​ອອກ​ໄປ.” ມີ 2 ເທື່ອ​ທີ່​ຄົນ​ອິດສະຣາເອນ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ. ເທື່ອ​ທຳອິດ​ແມ່ນ​ຕອນ​ທີ່​ອານາຈັກ 10 ຕະກູນ​ທາງ​ເໜືອ​ຖືກ​ຄົນ​ອັດຊີເຣຍ​ຈັບ​ໄປ​ເປັນ​ຊະເລີຍ ແລະ​ເທື່ອ​ທີ​ສອງ​ແມ່ນ​ຕອນ​ທີ່​ອານາຈັກ 2 ຕະກູນ​ທາງ​ໃຕ້​ຖືກ​ຄົນ​ບາບີໂລນ​ຈັບ​ໄປ​ເປັນ​ຊະເລີຍ. ຄົນ​ທີ່​ຍັງ​ມີ​ຊີວິດ​ຢູ່​ຫຼັງ​ຈາກ​ການ​ໄປ​ເປັນ​ຊະເລີຍ​ທັງ​ສອງ​ເທື່ອ​ໄດ້​ກັບ​ມາ​ແຜ່ນດິນ​ຂອງ​ໂຕເອງ​ຕາມ​ຄຳ​ສັ່ງ​ຂອງ​ໄຊຣັດ​ຜູ້​ປົກຄອງ​ຄົນ​ເປີເຊຍ.​—2ກສ 17:6; 24:16; ອຊຣ 6:21

  • ສະໄໝ​ສຸດທ້າຍ.

    ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ​ໃຊ້​ຄຳ​ນີ້​ເມື່ອ​ເວົ້າ​ເຖິງ​ໄລຍະ​ເວລາ​ທີ່​ຈະ​ເກີດ​ເຫດການ​ທີ່​ສຳຄັນ​ໆ​ເຊິ່ງ​ນຳ​ໄປ​ສູ່​ຈຸດຈົບ. (ອຊກ 38:16; ດນອ 10:14; ກຈກ 2:17) ໄລຍະ​ເວລາ​ນີ້​ອາດຈະ​ດົນ​ພຽງ​ແຕ່​ບໍ່​ເທົ່າ​ໃດ​ປີ​ຫຼື​ດົນ​ກວ່າ​ນັ້ນ ຂຶ້ນ​ຢູ່​ກັບ​ວ່າ​ເປັນ​ຄຳ​ພະຍາກອນ​ເລື່ອງ​ຫຍັງ. ສ່ວນ​ຫຼາຍ​ແລ້ວ​ຄຳພີ​ໄບເບິນ​ໃຊ້​ຄຳ​ນີ້​ເມື່ອ​ເວົ້າ​ເຖິງ “ສະໄໝ​ສຸດທ້າຍ” ຂອງ​ໂລກ​ປັດຈຸບັນ​ໃນ​ໄລຍະ​ການ​ກັບ​ມາ​ຂອງ​ພະ​ເຢຊູ​ທີ່​ມະນຸດ​ເບິ່ງ​ບໍ່​ເຫັນ.​—2ຕມ 3:1; ຢກບ 5:3; 2ປຕ 3:3

  • ສະໄໝ​ສຸດທ້າຍ​ຂອງ​ໂລກ​ນີ້.

    ໄລຍະ​ເວລາ​ທີ່​ພາ​ໄປ​ສູ່​ຈຸດຈົບ​ຂອງ​ໂລກ​ນີ້​ຫຼື​ລະບົບ​ທີ່​ຊາຕານ​ຄວບຄຸມ. ໄລຍະ​ເວລາ​ນີ້​ເກີດຂຶ້ນ​ພ້ອມ​ກັບ​ການມາ​ຂອງ​ພະຄລິດ. ພາຍ​ໃຕ້​ການ​ຊີ້ນຳ​ຂອງ​ພະ​ເຢຊູ ພວກ​ທູດສະຫວັນ​ຈະ “ແຍກ​ຄົນ​ຊົ່ວ​ອອກ​ຈາກ​ຄົນ​ດີ” ແລະ​ຈະ​ທຳລາຍ​ເຂົາເຈົ້າ. (ມທ 13:40-42, 49) ພວກ​ລູກສິດ​ຂອງ​ພະ​ເຢຊູ​ສົນໃຈ​ວ່າ “ສະໄໝ​ສຸດທ້າຍ” ຈະ​ເກີດຂຶ້ນ​ເມື່ອ​ໃດ. (ມທ 24:3) ກ່ອນ​ທີ່​ເພິ່ນ​ຈະ​ກັບ​ໄປ​ສະຫວັນ ເພິ່ນ​ສັນຍາ​ກັບ​ພວກ​ລູກສິດ​ວ່າ​ຈະ​ຢູ່​ກັບ​ເຂົາເຈົ້າ​ຈົນ​ຮອດ​ສະໄໝ​ສຸດທ້າຍ​ຂອງ​ໂລກ​ນີ້.​—ມທ 28:20

  • ສະຫຼາກ.

    ອາດ​ເປັນ​ກ້ອນ​ຫີນ​ຫຼື​ໄມ້​ນ້ອຍ​ໆ​ທີ່​ເອົາ​ມາ​ໃຊ້​ໃນ​ການ​ຕັດສິນ. ມີ​ການ​ໃສ່​ສະຫຼາກ​ຢູ່​ໃນ​ພົກ​ເສື້ອ​ຫຼື​ພາຊະນະ​ແບບ​ໃດ​ແບບ​ໜຶ່ງ​ແລ້ວ​ກໍ​ສັ່ນ. ສະຫຼາກ​ທີ່​ຕົກ​ອອກ​ມາ​ຫຼື​ຖືກ​ຈັບ​ອອກ​ມາ​ຈະ​ເປັນ​ສະຫຼາກ​ທີ່​ຖືກ​ເລືອກ. ສ່ວນ​ຫຼາຍ​ແລ້ວ​ຈະ​ຈັບ​ສະຫຼາກ​ພ້ອມ​ກັບ​ອະທິດຖານ. ຄຳ​ວ່າ “ສະຫຼາກ” ຍັງ​ຖືກ​ໃຊ້​ຕາມ​ໂຕ​ອັກສອນ​ແລະ​ໃຊ້​ເປັນ​ການ​ສົມທຽບ​ທີ່​ໝາຍເຖິງ “ສ່ວນ​ແບ່ງ.”​—ຢຊ 14:2; ພສ 16:5, ໄຂເງື່ອນ; ສພສ 16:33; ມທ 27:35

  • ສະອາດ.

    ໃນ​ຄຳພີ​ໄບເບິນ ຄຳ​ນີ້​ບໍ່​ໄດ້​ໝາຍເຖິງ​ຄວາມ​ສະອາດ​ພາຍ​ນອກ​ເທົ່າ​ນັ້ນ ແຕ່​ຍັງ​ໝາຍເຖິງ​ສະພາບ​ທີ່​ບໍ່​ມີ​ຕຳໜິ​ຫຼື​ການ​ກັບ​ຄືນ​ສູ່​ສະພາບ​ທີ່​ບໍ່​ມີ​ຕຳໜິ ບໍ່​ມີ​ຫຍັງ​ເປິ​ເປື້ອນ ມີ​ສິນລະທຳ​ທີ່​ດີ​ແລະ​ມີ​ສາຍສຳພັນ​ທີ່​ດີ​ກັບ​ພະເຈົ້າ. ນອກ​ຈາກນັ້ນ ພາຍ​ໃຕ້​ກົດໝາຍ​ຂອງ​ໂມເຊ ຄຳ​ນີ້​ຍັງ​ໝາຍເຖິງ​ການ​ຢູ່​ໃນ​ສະພາບ​ທີ່​ສະອາດ​ຕາມ​ພິທີກຳ​ນຳ.​—ລລວ 10:10; ພສ 51:7; ມທ 8:2; 1ກຣ 6:11

  • ສາບານ.

    ແມ່ນ​ການ​ເວົ້າ​ຢືນຢັນ​ວ່າ​ເລື່ອງ​ໃດ​ເລື່ອງ​ໜຶ່ງ​ເປັນ​ຄວາມ​ຈິງ ຫຼື​ສັນຍາ​ຢ່າງ​ໜັກແໜ້ນ​ວ່າ​ຈະ​ເຮັດ​ຫຼື​ບໍ່​ເຮັດ​ບາງ​ຢ່າ​ງ. ສ່ວນ​ຫຼາຍ​ຈະ​ສາບານ​ຕໍ່​ຜູ້​ທີ່​ເໜືອ​ກວ່າ ເຊັ່ນ: ພະເຈົ້າ. ແມ່ນ​ແຕ່​ພະ​ເຢໂຫວາ​ກໍ​ສາບານ​ເພື່ອ​ຢືນຢັນ​ສັນຍາ​ທີ່​ພະອົງ​ເຮັດ​ກັບ​ອັບຣາຮາມ.​—ປຖກ 14:22; ຮຣ 6:16, 17

  • ສຸພາສິດ.

    ຄຳເວົ້າ​ຫຼື​ເລື່ອງ​ເລົ່າ​ສັ້ນ​ໆ​ທີ່​ໃຫ້​ຂໍ້​ຄິດ​ຫຼື​ສອນ​ຄວາມ​ຈິງ​ທີ່​ເລິກ​ເຊິ່ງ​ດ້ວຍ​ຄຳເວົ້າ​ພຽງ​ບໍ່​ເທົ່າ​ໃດ​ຄຳ. ສຸພາສິດ​ໃນ​ຄຳພີ​ໄບເບິນ​ອາດ​ເປັນ​ຄຳເວົ້າ​ທີ່​ກະຕຸ້ນ​ຄວາມ​ຄິດ​ຫຼື​ເປັນ​ປິດສະໜາ. ສຸພາສິດ​ອະທິບາຍ​ຄວາມ​ຈິງ​ດ້ວຍ​ພາສາ​ທີ່​ເຮັດ​ໃຫ້​ເຫັນ​ພາບ​ຈະ​ແຈ້ງ​ແລະ​ມັກ​ໃຊ້​ຄຳ​ປຽບທຽບ. ບາງ​ສຳນວນ​ກາຍ​ເປັນ​ຄຳເວົ້າ​ທີ່​ຄົນ​ມັກ​ໃຊ້​ເພື່ອ​ເຍາະເຍີ້ຍ​ຫຼື​ດູຖູກ​ຄົນ​ອື່ນ.​—ປຍຈ 12:9; 2ປຕ 2:22

  • ໂສເພນີ.

    ຄົນ​ທີ່​ມີ​ເພດ​ສຳພັນ​ກັບ​ຄົນ​ທີ່​ບໍ່​ແມ່ນ​ຜົວ​ຫຼື​ເມຍ​ຂອງ​ໂຕເອງ​ເຊິ່ງ​ເຮັດ​ເພື່ອ​ເງິນ​ໂດຍ​ສະເພາະ. (ຄຳ​ນີ້​ໃນ​ພາສາ​ກຣີກ​ແມ່ນ ພໍເນ ມາ​ຈາກ​ເຄົ້າ​ສັບ​ທີ່​ແປ​ວ່າ “ຂາຍ”) ຄຳ​ນີ້​ມັກ​ໃຊ້​ກັບ​ຜູ້​ຍິງ ແຕ່​ຄຳພີ​ໄບເບິນ​ກໍ​ເວົ້າ​ເຖິງ​ຜູ້​ຊາຍ​ທີ່​ຂາຍ​ໂຕ​ນຳ​ຄື​ກັນ. ການ​ເປັນ​ໂສເພນີ​ເປັນ​ສິ່ງ​ທີ່​ຜິດ​ກົດໝາຍ​ຂອງ​ໂມເຊ ແລະ​ເງິນ​ຄ່າ​ໂຕ​ຂອງ​ໂສເພນີ​ຈະ​ເອົາ​ມາ​ບໍລິຈາກ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ບໍ່​ໄດ້ ເຊິ່ງ​ກົງ​ກັນ​ຂ້າມ​ກັບ​ພວກ​ທີ່​ບໍ່​ນະມັດສະການ​ພະ​ເຢໂຫວາ​ທີ່​ໃຊ້​ໂສເພນີ​ປະຈຳ​ວິຫານ​ເປັນ​ຊ່ອງ​ທາງ​ຫາ​ເງິນ. (ພບຍ 23:17, 18; 1ກສ 14:24) ຄຳພີ​ໄບເບິນ​ຍັງ​ໃຊ້​ຄຳ​ນີ້​ເປັນ​ພາບ​ປຽບທຽບ​ໝາຍເຖິງ​ຄົນ ຊົນຊາດ ຫຼື​ອົງການ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ຂາບ​ໄຫວ້​ຮູບ​ບູຊາ​ບາງ​ຮູບແບບ​ທັງ​ໆ​ທີ່​ອ້າງ​ວ່າ​ນະມັດສະການ​ພະເຈົ້າ. ຕົວຢ່າງ​ເຊັ່ນ: ໃນ​ປຶ້ມ​ພະ​ນິມິດ ກຸ່ມ​ສາສະໜາ​ທີ່​ຊື່ “ບາບີໂລນ​ໃຫຍ່” ຖືກ​ເອີ້ນ​ວ່າ​ໂສເພນີ ຍ້ອນ​ລາວ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ກັບ​ຜູ້​ມີ​ອຳນາດ​ປົກຄອງ​ໂລກ​ນີ້​ໂດຍ​ຫວັງ​ຈະ​ໄດ້​ອຳນາດ​ແລະ​ຄວາມ​ຮັ່ງມີ.​—1ຂຄ 5:25; ພນມ 17:1-5; 18:3

  • ໄສຍະສາດ.

    ຄວາມ​ເຊື່ອ​ທີ່​ວ່າ​ວິນຍານ​ຂອງ​ຄົນ​ທີ່​ຕາຍ​ແລ້ວ​ອອກ​ຈາກ​ຮ່າງ​ແລະ​ສາມາດ​ຕິດຕໍ່​ກັບ​ຄົນ​ເປັນ​ໂດຍ​ຜ່ານ​ທາງ​ໝໍ​ຜີ. ຄຳ​ພາສາ​ກຣີກ​ທີ່​ແປ​ວ່າ “ການ​ຫຼິ້ນ​ໄສຍະສາດ” ມາ​ຈາກ​ຄຳ​ວ່າ ຟາມາເກຍ ເຊິ່ງ​ໝາຍເຖິງ “ການ​ໃຊ້​ຢາ​ຫຼື​ຢາເສບຕິດ.” ຄຳ​ນີ້​ຖືກ​ເຊື່ອມ​ໂຍງ​ກັບ​ໄສຍະສາດ ເພາະ​ໃນ​ສະໄໝ​ບູຮານ​ມີ​ການ​ໃຊ້​ຢາ​ຫຼື​ຢາເສບຕິດ​ເມື່ອ​ປຸກ​ອຳນາດ​ຂອງ​ພວກ​ປີສາດ​ເພື່ອ​ຈະ​ໃຊ້​ວິຊາ​ອາຄົມ.​—ຄລຕ 5:20; ພນມ 21:8

  • ເສົາ.

    (1) ອາດ​ເປັນ​ເສົາ​ຫຼັກ​ຮອງ​ຮັບ​ໂຄງ​ສ້າງ​ຫຼື​ເສົາ​ຄ້ຳ. ບາງ​ເທື່ອ​ມີ​ການ​ຕັ້ງ​ເສົາ​ໄວ້​ເພື່ອ​ລະນຶກ​ເຖິງ​ເຫດການ​ໃນ​ປະຫວັດສາດ. ມີ​ການ​ໃຊ້​ເສົາ​ຫຼັກ​ເພື່ອ​ຮອງ​ຮັບ​ໂຄງ​ສ້າງ​ຂອງ​ວິຫານ​ແລະ​ວັງ​ທີ່​ໂຊໂລໂມນ​ສ້າງ​ຂຶ້ນ. (ຜຕສ 16:29; 1ກສ 7:21)​—ເບິ່ງ​ຄຳ​ວ່າ “ບົວ​ຫົວ​ເສົາ.” (2) ໄມ້​ທີ່​ຕັ້ງ​ຊື່​ທ່ອນ​ໜຶ່ງ​ເຊິ່ງ​ເອົາ​ໄວ້​ຄຶງ​ນັກໂທດ. ບາງ​ຊາດ​ເຄີຍ​ໃຊ້​ເສົາ​ເພື່ອ​ປະຫານ​ຊີວິດ​ແລະ​ໃຊ້​ແຂວນ​ສົບ​ເພື່ອ​ປະຈານ​ຫຼື​ເຕືອນ​ຄົນ​ອື່ນ​ບໍ່​ໃຫ້​ເຮັດ​ຄື​ລາວ. ຄົນ​ອັດຊີເຣຍ​ເຊິ່ງ​ໄດ້​ຊື່​ວ່າ​ເປັນ​ຊາດ​ທີ່​ເຮັດ​ສົງຄາມ​ຢ່າງ​ໂຫດຫ້ຽມ​ຈະ​ໃຊ້​ເສົາ​ປາຍ​ແຫຼມ​ແທງ​ໜ້າ​ທ້ອງ​ຂອງ​ຊະເລີຍ​ໃຫ້​ຊອດ​ລຳ​ໂຕ​ຂຶ້ນ​ໄປ​ຮອດ​ເອິກ ແລ້ວ​ປ່ອຍ​ໃຫ້​ຮ່າງ​ສຽບ​ຄາ​ຢູ່​ເທິງ​ເສົາ​ແບບ​ນັ້ນ. ແຕ່​ຕາມ​ກົດໝາຍ​ຂອງ​ຄົນ​ຢິວ ຄົນ​ທີ່​ເຮັດ​ຜິດ​ຮ້າຍ​ແຮງ ເຊັ່ນ: ໝິ່ນ​ປະໝາດ​ພະເຈົ້າ​ຫຼື​ຂາບ​ໄຫວ້​ຮູບ​ບູຊາ​ຈະ​ຖືກ​ຂ້າ​ໂດຍ​ດຶກ​ກ້ອນ​ຫີນ​ໃສ່​ຫຼື​ເຮັດ​ໃຫ້​ຕາຍ​ດ້ວຍ​ວິທີ​ອື່ນ​ກ່ອນ ແລ້ວ​ຈຶ່ງ​ແຂວນ​ສົບ​ໄວ້​ເທິງ​ເສົາ​ຫຼື​ຕົ້ນໄມ້​ເພື່ອ​ເຕືອນ​ຄົນ​ອື່ນ​ບໍ່​ໃຫ້​ເຮັດ​ຄື​ລາວ. (ພບຍ 21:22, 23; 2ຊມ 21:6, 9) ບາງ​ເທື່ອ​ຄົນ​ໂຣມ​ກໍ​ມັດ​ນັກໂທດ​ໄວ້​ກັບ​ເສົາ ເຊິ່ງ​ນັກໂທດ​ອາດ​ມີ​ຊີວິດ​ຢູ່​ຫຼາຍ​ມື້ ແຕ່​ຕ້ອງ​ຕາກ​ແດດ ອົດ​ເຂົ້າ​ອົດ​ນ້ຳ ແລະ​ເຈັບ​ປວດ​ທໍລະມານ​ຈົນ​ຕາ​ຍ. ບາງ​ເທື່ອ​ເຂົາເຈົ້າ​ກໍ​ໃຊ້​ຕະປູ​ຕອກ​ມື​ຕອກ​ຕີນ​ນັກໂທດ​ຕິດ​ກັບ​ເສົາ ເຊັ່ນ: ຕອນ​ທີ່​ຂ້າ​ພະ​ເຢຊູ. (ລກ 24:20; ຢຮ 19:14-16; 20:25; ກຈກ 2:23, 36)​—ເບິ່ງ​ຄຳ​ວ່າ “ເສົາ​ທໍລະມານ

  • ເສົາ​ທໍລະມານ.

    ແປ​ຈາກ​ຄຳ​ພາສາ​ກຣີກ ສະເຕົາໂຣສ໌ ເຊິ່ງ​ໝາຍເຖິງ​ໄມ້​ຫຼື​ເສົາ​ທີ່​ຕັ້ງ​ຊື່​ທ່ອນ​ໜຶ່ງ ເຊັ່ນ: ເສົາ​ທີ່​ໃຊ້​ປະຫານ​ພະ​ເຢຊູ. ບໍ່​ມີ​ຫຼັກຖານ​ເລີຍ​ວ່າ​ຄຳ​ພາສາ​ກຣີກ​ຄຳ​ນີ້​ໝາຍເຖິງ​ໄມ້​ກາງເຂນ​ຄື​ກັບ​ທີ່​ກຸ່ມ​ຄົນ​ທີ່​ບໍ່​ນະມັດສະການ​ພະ​ເຢໂຫວາ​ໃຊ້​ເປັນ​ສັນຍະລັກ​ທາງ​ສາສະໜາ​ເປັນ​ເວລາ​ຫຼາຍ​ສະຕະວັດ​ກ່ອນ​ພະຄລິດ​ເກີດ. ຄຳ​ວ່າ “ເສົາ​ທໍລະມານ” ຖ່າຍ​ທອດ​ຄວາມ​ໝາຍ​ທີ່​ຄົບ​ຖ້ວນ​ຂອງ​ຄຳ​ນີ້​ໃນ​ພາສາ​ເດີມ ເຮົາ​ຮູ້​ເລື່ອງ​ນີ້​ໄດ້​ຍ້ອນ​ມີ​ການ​ໃຊ້​ຄຳ​ສະເຕົາໂຣສ໌ ເພື່ອ​ບອກ​ໃຫ້​ຮູ້​ວ່າ​ພວກ​ລູກສິດ​ຂອງ​ພະ​ເຢຊູ​ຈະ​ຕ້ອງ​ເຈິ​ການ​ທໍລະມານ ຄວາມ​ທຸກ​ລຳບາກ ແລະ​ຄວາມ​ອັບອາຍ. (ມທ 16:24; ຮຣ 12:2)​—ເບິ່ງ​ຄຳ​ວ່າ “ເສົາ

  • ເສົາ​ໄມ້​ສັກສິດ.

    ຄຳ​ພາສາ​ເຮັບເຣີ (ອະເຊຣາ) ໝາຍເຖິງ (1) ເສົາ​ໄມ້​ສັກສິດ​ທີ່​ໃຊ້​ແທນ​ອັດເຊຣາ​ເຊິ່ງ​ເປັນ​ເທບ​ພະເຈົ້າ​ແຫ່ງ​ການ​ອອກ​ແມ່​ແພ່​ລູກ​ຂອງ​ຄົນ​ການາອານ ຫຼື (2) ຮູບ​ບູຊາ​ຂອງ​ເທບ​ທິດາ​ອັດເຊຣາ. ເສົາ​ນີ້​ເບິ່ງ​ຄື​ເປັນ​ເສົາ​ທີ່​ຕັ້ງ​ຊື່​ແລະ​ບາງ​ສ່ວນ​ຂອງ​ເສົາ​ຢ່າງ​ໜ້ອຍ​ເຮັດ​ຈາກ​ໄມ້. ອາດຈະ​ເປັນ​ເສົາ​ທີ່​ບໍ່​ໄດ້​ແກະ​ສະຫຼັກ​ຫຼື​ເປັນ​ຕົ້ນໄມ້​ກໍ​ໄດ້.​—ພບຍ 16:21; ຜຕສ 6:26; 1ກສ 15:13

  • ເສົາ​ຫີນ​ສັກສິດ.

    ປົກກະຕິ​ແລ້ວ​ແມ່ນ​ເປັນ​ເສົາ​ທີ່​ຕັ້ງ​ຊື່​ແລະ​ເຮັດ​ຈາກ​ຫີນ ແລະ​ອາດ​ເປັນ​ສັນຍະລັກ​ຂອງ​ອະໄວ​ຍະວະ​ເພດ​ຊາຍ​ທີ່​ໃຊ້​ແທນ​ພະ​ບາອານ​ຫຼື​ພະເຈົ້າ​ປອມ​ອື່ນ​ໆ​.​—ອພຍ 23:24

  • ສອກ.

    ຫົວ​ໜ່ວຍ​ວັດແທກ​ຄວາມ​ຍາວ​ທີ່​ຍາວ​ປະມານ​ແຂນ​ສອກ​ຮອດ​ປາຍ​ນິ້ວ​ກາງ. ໂດຍ​ທົ່ວໄປ​ຄົນ​ອິດສະຣາເອນ​ຄິດ​ໄລ່ 1 ສອກ ຍາວ​ປະມານ 44,5 ຊັງຕີແມັດ ແຕ່​ບາງ​ຄັ້ງ​ກໍ​ໃຊ້​ສອກ​ພິເສດ​ທີ່​ຍາວ​ກວ່າ​ອີກ 1 ຝາ​ມື ຄື​ຍາວ​ປະມານ 51,8 ຊັງຕີແມັດ. (ປຖກ 6:15; ລກ 12:25)​—ເບິ່ງ​ພາກ​ຜະໜວກ ຂ14

  • ສິ່ງ​ທີ່​ຖືກຕ້ອງ.

    ໃນ​ພະຄຳພີ​ມີ​ຫຼາຍ​ເທື່ອ​ທີ່​ໃຊ້​ຄຳ​ນີ້​ເພື່ອ​ໝາຍເຖິງ​ສິ່ງ​ທີ່​ຖືກຕ້ອງ​ຕາມ​ມາດຕະຖານ​ຂອງ​ພະເຈົ້າ. ໃນ​ບາງ​ແວດ​ບົດ​ຄຳ​ພາສາ​ເຮັບເຣີ​ແລະ​ພາສາ​ກຣີກ​ອາດ​ແປ​ວ່າ​ສິ່ງ​ທີ່​ດີ ສິ່ງ​ທີ່​ພະເຈົ້າ​ຍອມຮັບ ຫຼື​ສິ່ງ​ຍຸຕິທຳ.​—ປຖກ 15:6; ພບຍ 6:25; ພສ 9:8; ສພສ 11:4; ອຊຢ 56:1; ຊຟຢ 2:3; ມທ 6:33; ຣມ 3:25

  • ເສຍສ່ວຍ.

    ສິ່ງ​ທີ່​ເມືອງ​ໜຶ່ງ​ຫຼື​ກະສັດ​ອົງ​ໜຶ່ງ​ຈ່າຍ​ໃຫ້​ກັບ​ອີກ​ເມືອງ​ໜຶ່ງ​ຫຼື​ກະສັດ​ອີກ​ອົງ​ໜຶ່ງ​ເພື່ອ​ສະແດງ​ວ່າ​ຍອມ​ຢູ່​ໃຕ້​ອຳນາດ ແລະ​ເພື່ອ​ຮັກສາ​ສາຍສຳພັນ​ທີ່​ດີ​ຕໍ່​ກັນ​ຫຼື​ເພື່ອ​ຂໍ​ການ​ຄຸ້ມຄອງ. (2ກສ 3:4; 18:14-16; 2ຂຄ 17:11) ໃນ​ພາສາ​ເຮັບເຣີ ຄຳ​ນີ້​ອາດ​ໝາຍເຖິງ​ພາສີ​ຫຼື​ອາກອນ​ທີ່​ເກັບ​ຈາກ​ປະຊາຊົນ​ນຳ.​—ນຮຢ 5:4; ຣມ 13:7

  • ສັນຍະລັກ; ສັນຍານ.

    ໃນ​ພະຄຳພີ ຄຳ​ເຫຼົ່າ​ນີ້​ໝາຍເຖິງ​ສິ່ງ​ຂອງ ການ​ກະທຳ ເຫດການ ຫຼື​ສິ່ງ​ທີ່​ແປກ​ໆ​ທີ່​ຊີ້​ເຖິງ​ບາງ​ຢ່າງ​ໃນ​ປັດຈຸບັນ​ຫຼື​ອະນາຄົດ.​—ປຖກ 9:12, 13; 2ກສ 20:9; ມທ 24:3; ພນມ 1:1

  • ສັນຍາ.

    ຂໍ້​ຕົກ​ລົງ​ທີ່​ເປັນ​ທາງ​ການ​ລະຫວ່າງ​ພະເຈົ້າ​ກັບ​ມະນຸດ ຫຼື​ລະຫວ່າງ​ມະນຸດ​ນຳ​ກັນ​ວ່າ​ຈະ​ເຮັດ​ຫຼື​ບໍ່​ເຮັດ​ບາງ​ຢ່າງ. ບາງ​ຄັ້ງ​ອາດ​ມີ​ພຽງ​ແຕ່​ຝ່າຍ​ດຽວ​ທີ່​ຕ້ອງ​ເຮັດ​ຕາມ​ຂໍ້​ຕົກ​ລົງ ເຊິ່ງ​ເປັນ​ຄື​ກັບ​ການ​ຮັບ​ປາກ. ແຕ່​ບາງ​ຄັ້ງ​ທັງ​ສອງ​ຝ່າຍ​ຕ້ອງ​ເຮັດ​ຕາມ​ທີ່​ເຂົາເຈົ້າ​ຕົກ​ລົງ​ກັນ. ນອກ​ຈາກ​ສັນຍາ​ທີ່​ພະເຈົ້າ​ເຮັດ​ກັບ​ມະນຸດ​ແລ້ວ ຄຳພີ​ໄບເບິນ​ຍັງ​ເວົ້າ​ເຖິງ​ສັນຍາ​ລະຫວ່າງ​ມະນຸດ​ນຳ​ກັນ ລະຫວ່າງ​ຕະກູນ ລະຫວ່າງ​ຊາດ ຫຼື​ກຸ່ມ​ຄົນ. ສັນຍາ​ທີ່​ມີ​ຜົນ​ກວ້າງ​ໄກ​ກໍ​ຄື ສັນຍາ​ຕ່າງ​ໆ​ທີ່​ພະເຈົ້າ​ເຮັດ​ກັບ​ອັບຣາຮາມ ດາວິດ ຊາດ​ອິດສະຣາເອນ (ສັນຍາ​ກ່ຽວກັບ​ກົດໝາຍ) ແລະ​ອິດສະຣາເອນ​ຂອງ​ພະເຈົ້າ (ສັນຍາ​ໃໝ່).​—ປຖກ 9:11; 15:18; 21:27; ອພຍ 24:7; 2ຂຄ 21:7

  • ສິນຕັດ.

    ການ​ຕັດ​ໜັງ​ຫຸ້ມ​ປາຍ​ອະໄວຍະວະ​ເພດ​ຊາ​ຍ. ອັບຣາຮາມ​ກັບ​ລູກ​ຫຼານ​ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ຮັບ​ສິນຕັດ ແຕ່​ນີ້​ບໍ່​ແມ່ນ​ຂໍ້​ຮຽກ​ຮ້ອງ​ສຳລັບ​ຄລິດສະຕຽນ. ໃນ​ບາງ​ແວດ​ບົດ​ກໍ​ໃຊ້​ເປັນ​ຄຳ​ປຽບທຽບ.​—ປຖກ 17:10; 1ກຣ 7:19; ຟລປ 3:3

  • ສາບແຊ່ງ.

    ການ​ເວົ້າ​ມຸ່ງ​ຮ້າຍ​ໃຫ້​ເປັນ​ອັນຕະລາຍ​ຮ້າຍ​ແຮງ​ທັງ​ຕໍ່​ບາງ​ຄົນ​ຫຼື​ບາງ​ສິ່ງ. ການ​ສາບແຊ່ງ​ບໍ່​ແມ່ນ​ການ​ໝິ່ນ​ປະໝາດ​ຫຼື​ຄວາມ​ໃຈ​ຮ້າຍ​ທີ່​ຮຸນແຮງ. ສ່ວນ​ຫຼາຍ​ແລ້ວ​ການ​ສາບແຊ່ງ​ເປັນ​ການ​ປະກາດ​ຄຳ​ຕັດສິນ​ຫຼື​ການ​ບອກ​ລ່ວງ​ໜ້າ​ວ່າ​ຈະ​ມີ​ເລື່ອງ​ທີ່​ບໍ່​ດີ​ເກີດຂຶ້ນ. ໃນ​ກໍລະນີ​ທີ່​ພະເຈົ້າ​ຫຼື​ຄົນ​ທີ່​ໄດ້​ຮັບ​ອຳນາດ​ຈາກ​ພະເຈົ້າ​ເປັນ​ຜູ້​ສາບແຊ່ງ ການ​ສາບແຊ່ງ​ນັ້ນ​ຈະ​ເປັນ​ຄື​ຄຳ​ພະຍາກອນ​ທີ່​ຈະ​ຕ້ອງ​ເກີດຂຶ້ນ​ຢ່າງ​ແນ່ນອນ.​—ປຖກ 12:3; ຈຊບ 22:12; ຄລຕ 3:10

  • ຊະໂຕອິກ.

    ກຸ່ມ​ນັກ​ປັດຊະຍາ​ຄົນ​ກຣີກ​ທີ່​ເຊື່ອ​ວ່າ​ຄວາມ​ສຸກ​ເກີດ​ຈາກ​ການ​ໃຊ້​ຊີວິດ​ສອດ​ຄ່ອງ​ກັບ​ເຫດຜົນ​ແລະ​ທຳມະຊາດ. ເຂົາເຈົ້າ​ເຊື່ອ​ວ່າ​ຄົນ​ທີ່​ມີ​ປັນຍາ​ຢ່າງ​ແທ້​ຈິງ​ຈະ​ບໍ່​ສົນໃຈ​ຕໍ່​ຄວາມ​ຮູ້ສຶກ​ເຈັບ​ປວດ​ຫຼື​ຄວາມ​ມ່ວນ​ຊື່ນ​ເພີດເພີນ.​—ກຈກ 17:18

  • ຊະບາໂຕ.

    ມາ​ຈາກ​ຄຳ​ພາສາ​ເຮັບເຣີ​ທີ່​ແປ​ວ່າ “ພັກຜ່ອນ” ຫຼື “ຢຸດ​ພັກ.” ເປັນ​ມື້​ທີ 7 ຂອງ​ອາທິດ​ຂອງ​ຄົນ​ຢິວ (ຕັ້ງແຕ່​ຕາເວັນ​ຕົກ​ດິນ​ຂອງ​ວັນ​ສຸກ​ຈົນ​ຮອດ​ຕາເວັນ​ຕົກ​ດິນ​ຂອງ​ວັນ​ເສົາ). ວັນ​ເທດສະການ​ບາງ​ວັນ ລວມ​ທັງ​ປີ​ທີ 7 ແລະ​ປີ​ທີ 50 ກໍ​ເອີ້ນ​ວ່າ​ຊະບາໂຕ​ຄື​ກັນ. ໃນ​ວັນ​ຊະບາໂຕ​ຈະ​ຕ້ອງ​ບໍ່​ມີ​ຜູ້​ໃດ​ເຮັດ​ວຽກ ຍົກເວັ້ນ​ປະໂລຫິດ​ທີ່​ເຮັດ​ວຽກ​ໃນ​ບ່ອນ​ສັກສິດ. ສ່ວນ​ໃນ​ປີ​ຊະບາໂຕ ດິນ​ຈະ​ຕ້ອງ​ບໍ່​ມີ​ການ​ໄຖ​ການ​ຫວ່ານ ແລະ​ບໍ່​ໃຫ້​ຄົນ​ເຮັບເຣີ​ທີ່​ເປັນ​ເຈົ້າ​ໜີ້​ທວງ​ໜີ້​ຈາກ​ເພື່ອນ​ຮ່ວມ​ຊາດ. ກົດໝາຍ​ຂອງ​ໂມເຊ​ກຳນົດ​ຂໍ້​ຫ້າມ​ໃນ​ວັນ​ຊະບາໂຕ​ໄວ້​ຢ່າງ​ສົມເຫດ​ສົມຜົນ ແຕ່​ພວກ​ຜູ້​ນຳ​ສາສະໜາ​ຄ່ອຍ​ໆ​ເພີ່ມ​ກົດ​ອື່ນ​ເຂົ້າ​ໄປ. ເມື່ອ​ຮອດ​ສະໄໝ​ຂອງ​ພະ​ເຢຊູ ປະຊາຊົນ​ຈຶ່ງ​ຮູ້ສຶກ​ວ່າ​ຂໍ້​ກຳນົດ​ໃນ​ວັນ​ຊະບາໂຕ​ເຮັດ​ຕາມ​ໄດ້​ຍາກ​ຫຼາຍ.​—ອພຍ 20:8; ລລວ 25:4; ລກ 13:14-16; ກລຊ 2:16

  • ຊາດູກາຍ.

    ນິກາຍ​ໃຫຍ່​ນິກາຍ​ໜຶ່ງ​ຂອງ​ສາສະໜາ​ຢິວ ປະກອບ​ດ້ວຍ​ພວກ​ຊົນ​ຊັ້ນ​ສູງ​ທີ່​ຮັ່ງມີ​ແລະ​ພວກ​ປະໂລຫິດ​ທີ່​ມີ​ອຳນາດ​ຄວບຄຸມ​ກິດຈະກຳ​ໃນ​ວິຫານ. ພວກ​ຊາດູກາຍ​ບໍ່​ເຮັດ​ຕາມ​ທຳນຽມ​ຫຼາຍ​ຢ່າງ​ທີ່​ເວົ້າ​ຕໍ່​ກັນ​ມາ​ຄື​ກັບ​ທີ່​ພວກ​ຟາຣີຊາຍ​ເຮັດ ແລະ​ປະຕິເສດ​ຄວາມ​ເຊື່ອ​ອື່ນ​ໆ​ຂອງ​ພວກ​ຟາຣີຊາຍ. ພວກ​ຊາດູກາຍ​ບໍ່​ເຊື່ອ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ ບໍ່​ເຊື່ອ​ວ່າ​ມີ​ທູດສະຫວັນ ແລະ​ຕໍ່ຕ້ານ​ພະ​ເຢຊູ.​—ມທ 16:1; ກຈກ 23:8

  • ຊາຕານ.

    ຄຳ​ພາສາ​ເຮັບເຣີ​ແປ​ວ່າ “ຜູ້​ຕໍ່ຕ້ານ.” ໄວ​ຍາ​ກອນ​ຂອງ​ພາສາ​ເດີມ​ບອກ​ໃຫ້​ຮູ້​ວ່າ​ບາງ​ຄັ້ງ​ຄຳ​ນີ້​ໝາຍເຖິງ​ຊາຕານ​ແລະ​ມານ​ຮ້າຍ. ມັນ​ເປັນ​ສັດຕູ​ໂຕ​ສຳຄັນ​ຂອງ​ພະເຈົ້າ.​—ໂຢບ 1:6; ມທ 4:10; ພນມ 12:9

  • ຊາມາເຣຍ.

    ເມືອງ​ຫຼວງ​ຂອງ​ອານາຈັກ​ອິດສະຣາເອນ 10 ຕະກູນ​ທາງ​ເໜືອ. ຊາມາເຣຍ​ເປັນ​ເມືອງ​ຫຼວງ​ປະມານ 200 ປີ​ແລະ​ເປັນ​ຊື່​ເອີ້ນ​ເຂດ​ແດນ​ທັງໝົດ​ຂອງ​ອານາຈັກ​ນີ້. ເມືອງ​ນີ້​ສ້າງ​ຂຶ້ນ​ຢູ່​ເທິງ​ພູ​ຊາມາເຣຍ. ໃນ​ສະໄໝ​ພະ​ເຢຊູ ຊາມາເຣຍ​ເປັນ​ຊື່​ຂອງ​ແຂວງ​ໜຶ່ງ​ທີ່​ຢູ່​ທາງ​ເໜືອ​ຕິດ​ກັບ​ແຂວງ​ຄາລີເລ​ແລະ​ທາງ​ໃຕ້​ຕິດ​ກັບ​ແຂວງ​ຢູດາຍ. ຕາມ​ປົກກະຕິ ພະ​ເຢຊູ​ຈະ​ບໍ່​ປະກາດ​ເລື່ອງ​ຂອງ​ພະເຈົ້າ​ເມື່ອ​ເດີນທາງ​ໃນ​ເຂດ​ນີ້ ແຕ່​ບາງ​ເທື່ອ​ເພິ່ນ​ກໍ​ຜ່ານ​ເຂົ້າ​ໄປ​ໃນ​ເຂດ​ຊາມາເຣຍ​ແລະ​ເວົ້າ​ກັບ​ຄົນ​ຊາມາເຣຍ. ເປໂຕ​ໃຊ້​ລູກ​ກະແຈ​ຂອງ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ​ລູກ​ທີ 2 ຕອນ​ທີ່​ຄົນ​ຊາມາເຣຍ​ໄດ້​ຮັບ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ. (1ກສ 16:24; ຢຮ 4:7; ກຈກ 8:14)​—ເບິ່ງ​ພາກ​ພະ​ໜວກ ຂ10

  • ຊີ.

    ຫົວ​ໜ່ວຍ​ຜອງ​ຂອງ​ແຫ້ງ. 1 ຊີ​ເທົ່າ​ກັບ 7,3 ລິດ​ເຊິ່ງ​ຄິດ​ໄລ່​ຈາກ​ຫົວ​ໜ່ວຍ​ບັດ. (2ກສ 7:1)​—ເບິ່ງ​ພາກ​ພະ​ໜວກ ຂ14

  • ຊີຣະຕີ.

    ອ່າວ​ນ້ຳ​ຕື້ນ​ຂະໜາດ​ໃຫຍ່ 2 ບ່ອນ​ຢູ່​ແຄມ​ຝັ່ງ​ຂອງ​ປະເທດ​ລີເບຍ​ທີ່​ຢູ່​ທາງ​ເໜືອ​ຂອງ​ທະວີບ​ອາຝຼິກກາ. ນັກ​ແລ່ນ​ເຮືອ​ໃນ​ສະໄໝ​ບູຮານ​ຢ້ານ​ສອງ​ອ່າວ​ນີ້​ຫຼາຍ​ເພາະ​ເຕັມ​ແຕ່​ໂນນ​ຊາຍ​ທີ່​ອັນຕະລາຍ​ເຊິ່ງ​ປ່ຽນແປງ​ຕະຫຼອດ​ເວລາ​ຕາມ​ກະແສ​ນ້ຳ​ຂຶ້ນ​ນ້ຳ​ລົງ. (ກຈກ 27:17)​—ເບິ່ງ​ພາກ​ຜະໜວກ ຂ13

  • ຊີເຣຍ.​—

    ເບິ່ງ​ຄຳ​ວ່າ “ອາຣາມ; ຄົນ​ອາຣາມ

  • ຊີວານ.

    ຫຼັງ​ຈາກ​ຄົນ​ຢິວ​ເປັນ​ຊະເລີຍ​ໃນ​ບາບີໂລນ ຊີວານ​ແມ່ນ​ຊື່​ຂອງ​ເດືອນ​ທີ 3 ຕາມ​ປະຕິທິນ​ສາສະໜາ​ຢິວ​ແລະ​ແມ່ນ​ຊື່​ຂອງ​ເດືອນ​ທີ 9 ຕາມ​ປະຕິທິນ​ກະສິກຳ. ເດືອນ​ນີ້​ເລີ່ມ​ຕົ້ນ​ຈາກ​ກາງ​ເດືອນ​ພຶດສະພາ​ຫາ​ກາງ​ເດືອນ​ມິຖຸນາ. (ອສທ 8:9)​—ເບິ່ງ​ພາກ​ຜະໜວກ ຂ15

  • ຊີໂອນ; ພູ​ຊີໂອນ.

    ຊື່​ເອີ້ນ​ເມືອງ​ທີ່​ມີ​ປ້ອມ​ຂອງ​ຄົນ​ເຢບຸດ​ເຊິ່ງ​ຕັ້ງ​ຢູ່​ເທິງ​ໂນນ​ພູ​ທາງ​ຕາເວັນ​ອອກ​ສ່ຽງ​ໃຕ້​ຂອງ​ເມືອງ​ເຢຣູຊາເລັມ. ເມືອງ​ນີ້​ເຄີຍ​ມີ​ຊື່​ວ່າ​ເຢບຸດ. ຫຼັງ​ຈາກ​ດາວິດ​ຍຶດ​ເມືອງ​ນີ້​ໄດ້ ລາວ​ສ້າງ​ວັງ​ຂອງ​ໂຕເອງ​ຢູ່​ຫັ້ນ​ແລະ​ຕໍ່​ມາ​ກໍ​ເອີ້ນ​ເມືອງ​ນີ້​ວ່າ “ເມືອງ​ຂອງ​ດາວິດ.” (2ຊມ 5:7, 9) ຊີໂອນ​ຍັງ​ເປັນ​ຊື່​ຂອງ​ພູ​ນຳ​ອີກ ແລະ​ເປັນ​ພູ​ທີ່​ບໍລິສຸດ​ເປັນ​ພິເສດ​ສຳລັບ​ພະ​ເຢໂຫວາ​ຕັ້ງແຕ່​ດາວິດ​ສັ່ງ​ໃຫ້​ຍ້າຍ​ຫີບ​ສັນຍາ​ໄປ​ບ່ອນ​ນັ້ນ. ຕໍ່​ມາ ຊື່​ຊີໂອນ​ຍັງ​ລວມ​ເຖິງ​ບໍລິເວນ​ທີ່​ຕັ້ງ​ຂອງ​ວິຫານ​ເທິງ​ພູ​ໂມຣີຢາ​ນຳ​ອີກ ແລະ​ບາງ​ຄັ້ງ​ກໍ​ໝາຍເຖິງ​ເມືອງ​ເຢຣູຊາເລັມ​ທັງໝົດ. ສ່ວນ​ຫຼາຍ​ຄຳ​ວ່າ​ຊີໂອນ​ໃນ​ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ກຣີກ​ບໍ່​ໄດ້​ມີ​ຄວາມ​ໝາຍ​ຕາມ​ໂຕ​ອັກສອນ.​—ພສ 2:6; 1ປຕ 2:6; ພນມ 14:1

  • ເຊເກນ.

    ຫົວ​ໜ່ວຍ​ນ້ຳ​ໜັກ​ແລະ​ຫົວ​ໜ່ວຍ​ເງິນ​ຕາ​ຂອງ​ຄົນ​ເຮັບເຣີ ເຊິ່ງ​ເທົ່າ​ກັບ 11,4 ກຣາມ. ຄຳ​ວ່າ “ເຊເກນ​ທີ່​ໃຊ້​ໃນ​ບ່ອນ​ບໍລິສຸດ” ອາດ​ເປັນ​ຄຳ​ທີ່​ໃຊ້​ເນັ້ນ​ວ່າ​ນ້ຳ​ໜັກ​ທີ່​ຊັ່ງ​ຕ້ອງ​ຖືກຕ້ອງ​ຫຼື​ຕ້ອງ​ເທົ່າ​ກັບ​ຕຸ້ມ​ນ້ຳ​ໜັກ​ມາດຕະຖານ​ທີ່​ເກັບ​ໄວ້​ໃນ​ເຕັ້ນ​ສັກສິດ. ອາດ​ມີ​ເຊເກນ​ທີ່​ໃຊ້​ໃນ​ວັງ (ຕ່າງ​ຈາກ​ເຊເກນ​ທົ່ວໄປ) ຫຼື​ຕຸ້ມ​ນ້ຳ​ໜັກ​ມາດຕະຖານ​ທີ່​ເກັບ​ໄວ້​ໃນ​ວັງ.​—ອພຍ 30:13

  • ເຊບັດ.

    ຫຼັງ​ຈາກ​ຄົນ​ຢິວ​ເປັນ​ຊະເລີຍ​ໃນ​ບາບີໂລນ ເຊ​ບັດ​ແມ່ນ​ຊື່​ຂອງ​ເດືອນ​ທີ 11 ຕາມ​ປະຕິທິນ​ສາສະໜາ​ຢິວ​ແລະ​ແມ່ນ​ຊື່​ຂອງ​ເດືອນ​ທີ 5 ຕາມ​ປະຕິທິນ​ກະສິກຳ. ເດືອນ​ນີ້​ເລີ່ມ​ຕົ້ນ​ຈາກ​ກາງ​ເດືອນ​ມັງກອນ​ຫາ​ກາງ​ເດືອນ​ກຸມພາ. (ຊຄຢ 1:7)​—ເບິ່ງ​ພາກ​ຜະໜວກ ຂ15

  • ເຊມີນິດ.

    ຄຳສັບ​ທາງ​ດົນຕີ​ທີ່​ມີ​ຄວາມ​ໝາຍ​ຕາມ​ໂຕ​ວ່າ “ຄູ່ແປດ” ເຊິ່ງ​ອາດ​ໝາຍເຖິງ​ຊ່ວງ​ສຽງ​ຕ່ຳ​ຂອງ​ດົນຕີ. ຄຳ​ນີ້​ອາດ​ໝາຍເຖິງ​ເຄື່ອງ​ດົນຕີ​ທີ່​ໃຫ້​ສຽງ​ເບດ​ໃນ​ຂັ້ນໄດ​ສຽງ ຫຼື​ອາດ​ໝາຍເຖິງ​ສຽງ​ດົນຕີ​ປະກອບ​ແລະ​ສຽງ​ຮ້ອງ​ໃນ​ຊ່ວງ​ສຽງ​ຕ່ຳ.​—1ຂຄ 15:21; ພສ 6:ຫົວບົດ; 12:ຫົວບົດ

  • ເຊລາ.

    ຄຳ​ທີ່​ໃຊ້​ໃນ​ບົດ​ເພງ​ຫຼື​ບົດ​ທ່ອງ​ເຊິ່ງ​ຢູ່​ໃນ​ປຶ້ມ​ເພງ​ສັນລະເສີນ​ແລະ​ຮາບາກຸກ. ຄຳ​ນີ້​ອາດ​ເປັນ​ການ​ບອກ​ໃຫ້​ຢຸດ​ຮ້ອງ​ເພງ ຢຸດ​ຫຼິ້ນ​ດົນຕີ​ບຶດ​ໜຶ່ງ ຢຸດ​ຄິດ​ງຽບ​ໆ​ຫຼື​ເປັນ​ຄຳ​ທີ່​ໃສ່​ໄວ້​ເພື່ອ​ເນັ້ນ​ອາລົມ​ຂອງ​ເພງ. ສະບັບ​ເຊັບຕົວຈິນ ພາສາ​ກຣີກ​ແປ​ຄຳ​ນີ້​ວ່າ​ດິອັບຊັນມາ ເຊິ່ງ​ໝາຍ​ຄວາມ​ວ່າ “ດົນຕີ​ຂັ້ນ​ລາຍການ.”​—ພສ 3:4; ຮບກ 3:3

  • ເຊຣາຟີມ.

    ທູດສະຫວັນ​ທີ່​ຢູ່​ອ້ອມ​ບັນລັງ​ຂອງ​ພະ​ເຢໂຫວາ​ໃນ​ສະຫວັນ. ຄຳ​ພາສາ​ເຮັບເຣີ​ເຊຣາຟີມ ແປ​ຕາມ​ໂຕ​ວ່າ “ຜູ້​ທີ່​ໄຟ​ລຸກ​ໄໝ້​ຢູ່.”​—ອຊຢ 6:2, 6

  • ເຊື້ອ.

    ສິ່ງ​ທີ່​ໃສ່​ໃນ​ແປ້ງ​ຫຼື​ຂອງ​ແຫຼວ​ເພື່ອ​ໃຫ້​ເກີດ​ການ​ໝັກ. ສ່ວນ​ຫຼາຍ​ເປັນ​ແປ້ງ​ທີ່​ໝັກ​ແລ້ວ​ເຊິ່ງ​ເກັບ​ໄວ້​ຈາກ​ເທື່ອ​ກ່ອນ. ໃນ​ຄຳພີ​ໄບເບິນ​ມັກ​ໃຊ້​ຄຳ​ນີ້​ເປັນ​ພາບ​ສະແດງ​ເຖິງ​ບາບ​ແລະ​ຄວາມ​ເສື່ອມ​ເສຍ ແລະ​ຍັງ​ໝາຍເຖິງ​ການ​ເຕີບໃຫຍ່​ຢ່າງ​ຕໍ່​ເນື່ອງ​ໂດຍ​ບໍ່​ມີ​ໃຜ​ສັງເກດ.​—ອພຍ 12:20; ມທ 13:33; ຄລຕ 5:9

  • ເຊືອກ​ແກວ່ງ​ກ້ອນ​ຫີນ.

    ເຊືອກ​ທີ່​ເຮັດ​ຈາກ​ໜັງ​ຫຼື​ຖັກ​ຈາກ​ເອັນ​ສັດ ໃຍ​ພືດ ຫຼື​ຂົນ​ສັດ. ທາງ​ກາງ​ຂອງ​ເຊືອກ​ຈະ​ກວ້າງ​ຂຶ້ນ​ເພື່ອ​ເອົາ​ໄວ້​ໃສ່​ກ້ອນ​ຫີນ. ປາຍ​ເຊືອກ​ຂ້າງ​ໜຶ່ງ​ຈະ​ພັນ​ໄວ້​ກັບ​ມື​ຫຼື​ຂໍ້​ມື ປາຍ​ອີກ​ຂ້າງ​ໜຶ່ງ​ຖື​ໄວ້​ໃນ​ມື​ແລະ​ຈະ​ປ່ອຍ​ອອກ​ໄປ​ເມື່ອ​ແກວ່ງ​ກ້ອນ​ຫີນ. ຊາດ​ຕ່າງ​ໆ​ໃນ​ສະໄໝ​ບູຮານ​ມີ​ທະຫານ​ທີ່​ໃຊ້​ເຊືອກ​ແກວ່ງ​ກ້ອນ​ຫີນ​ຢູ່​ໃນ​ກອງທັບ.​—ຜຕສ 20:16; 1ຊມ 17:50

  • ຊ່າງ​ປັ້ນ​ໝໍ້.

    ຄົນ​ທີ່​ເຮັດ​ໝໍ້ ຈານ ແລະ​ພາຊະນະ​ອື່ນ​ໆ​ຈາກ​ດິນດາກ. ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ແປ​ຕາມ​ໂຕ​ວ່າ “ຜູ້​ເຮັດ​ໃຫ້​ເປັນ​ຮູບ​ເປັນ​ຮ່າງ.” ການ​ທີ່​ຊ່າງ​ປັ້ນ​ໝໍ້​ຈະ​ເຮັດ​ຫຍັງ​ກັບ​ດິນດາກ​ກໍ​ໄດ້​ນັ້ນ ມັກ​ເປັນ​ພາບ​ປຽບທຽບ​ເຖິງ​ອຳນາດ​ຍິ່ງໃຫຍ່​ສູງ​ສຸດ​ຂອງ​ພະ​ເຢໂຫວາ​ທີ່​ຢູ່​ເໜືອ​ມະນຸດ​ຫຼື​ຊາດ​ຕ່າງ​ໆ​.​—ອຊຢ 64:8; ຣມ 9:21

  • ຊ່ວຍ​ເຫຼືອ​ຄົນ​ທຸກ.

    ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຄົນ​ທີ່​ຂັດສົນ. ໃນ​ພະຄຳພີ​ພາກ​ພາສາ​ເຮັບເຣີ​ບໍ່​ໄດ້​ເວົ້າ​ເຖິງ​ເລື່ອງ​ນີ້​ກົງ​ໆ​ແຕ່​ກົດໝາຍ​ຂອງ​ໂມເຊ​ກຳນົດ​ໄວ້​ວ່າ​ຄົນ​ອິດສະຣາເອນ​ມີ​ໜ້າທີ່​ຕ້ອງ​ຊ່ວຍ​ເຫຼືອ​ຄົນ​ທຸກ.​—ມທ 6:2

  • ຊຸດ​ຮົບ.

    ຊຸດ​ທີ່​ທະຫານ​ໃສ່​ເພື່ອ​ປົກປ້ອງ​ໂຕເອງ ມີ​ທັງ​ໝວກ​ເກາະ ເສື້ອ​ເກາະ ສາຍ​ແອວ ກັນ​ແຂ່ງ ແລະ​ໂລ້.​—1ຊມ 31:9; ອຟຊ 6:13-17

  • ຊູດ.

    ເທບ​ພະເຈົ້າ​ອົງ​ສູງ​ສຸດ​ໃນ​ບັນດາ​ເທບ​ພະເຈົ້າ​ຫຼາຍ​ອົງ​ຂອງ​ຄົນ​ກຣີກ. ຄົນ​ໃນ​ເມືອງ​ລີຊະທາ​ເຄີຍ​ເຂົ້າ​ໃຈ​ຜິດ​ວ່າ​ບາຣະນາບາ​ເປັນ​ເທບ​ພະເຈົ້າ​ຊູດ. ຄຳ​ທີ່​ຂຽນ​ໄວ້​ແຕ່​ບູຮານ​ທີ່​ຄົ້ນ​ພົບ​ໃກ້​ເມືອງ​ລີຊະທາ​ກໍ​ເວົ້າ​ເຖິງ “ປະໂລຫິດ​ຂອງ​ເທບ​ພະເຈົ້າ​ຊູດ” ແລະ “ຊູດ​ເທບ​ພະເຈົ້າ​ແຫ່ງ​ດວງ​ຕາເວັນ.” ເຮືອ​ທີ່​ໂປໂລ​ໃຊ້​ເດີນທາງ​ຈາກ​ເກາະ​ເມລີເຕ​ມີ​ສັນຍະລັກ​ຢູ່​ຫົວ​ເຮືອ​ເປັນ “ລູກ​ຊາຍ​ຝາແຝດ​ຂອງ​ເທບ​ພະເຈົ້າ​ຊູດ” ເຊິ່ງ​ແມ່ນ​ແຄັດ​ສະ​ເຕີ​ແລະ​ໂພລັກສ໌.​—ກຈກ 14:12; 28:11

  • ຊັນເຮດຣິນ.

    ສານ​ສູງ​ຂອງ​ຄົນ​ຢິວ​ໃນ​ເມືອງ​ເຢຣູຊາເລັມ. ໃນ​ສະໄໝ​ພະ​ເຢຊູ ສານ​ນີ້​ມີ​ສະມາຊິກ 71 ຄົນ​ເຊິ່ງ​ປະກອບ​ດ້ວຍ​ປະໂລຫິດ​ໃຫຍ່​ກັບ​ຄົນ​ທີ່​ເຄີຍ​ເປັນ​ປະໂລຫິດ​ໃຫຍ່ ລວມ​ທັງ​ສະມາຊິກ​ໃນ​ຄອບຄົວ​ຂອງ​ປະໂລຫິດ​ໃຫຍ່ ຜູ້​ນຳ​ຄົນ​ຢິວ ຫົວໜ້າ​ຕະກູນ​ກັບ​ຫົວໜ້າ​ຄອບຄົວ ແລະ​ຄູ​ສອນ​ສາສະໜາ.​—ມຣກ 15:1; ກຈກ 5:34; 23:1, 6

  • ຊິບ.

    ແມ່ນ​ຊື່​ເກົ່າ​ຂອງ​ເດືອນ​ທີ 2 ຕາມ​ປະຕິທິນ​ສາສະໜາ​ຢິວ​ແລະ​ແມ່ນ​ຊື່​ຂອງ​ເດືອນ​ທີ 8 ຕາມ​ປະຕິທິນ​ກະສິກຳ. ເດືອນ​ນີ້​ເລີ່ມ​ຕົ້ນ​ຈາກ​ກາງ​ເດືອນ​ເມສາ​ຫາ​ກາງ​ເດືອນ​ພຶດສະພາ. ເດືອນ​ນີ້​ເອີ້ນ​ວ່າ​ເດືອນ​ອີຢາ​ໃນ​ຄຳພີ​ທາ​ມຸດ​ຂອງ​ຄົນ​ຢິວ​ແລະ​ໃນ​ງານ​ຂຽນ​ຕ່າງ​ໆ​ຫຼັງ​ຈາກ​ທີ່​ຄົນ​ຢິວ​ໄປ​ເປັນ​ຊະເລີຍ​ໃນ​ບາບີໂລນ. (1ກສ 6:37)​—ເບິ່ງ​ພາກ​ຜະໜວກ ຂ15

  • ຍຸກ.

    ຄຳ​ນີ້​ແປ​ມາ​ຈາກ​ຄຳ​ພາສາ​ກຣີກ ເອໂອນ ໝາຍເຖິງ​ສະພາບການ​ຫຼື​ລັກສະນະ​ເດັ່ນ​ຂອງ​ໂລກ​ຫຼື​ບາງ​ສ່ວນ​ຂອງ​ໂລກ​ໃນ​ໄລຍະ​ເວລາ​ໜຶ່ງ​ຫຼື​ສະໄໝ​ໜຶ່ງ ເຊັ່ນ: ພະຄຳພີ​ເວົ້າ​ເຖິງ “ໂລກ​ນີ້ [ຫຼື “ຍຸກ​ນີ້” ໃນ​ໄຂເງື່ອນ]” ເຊິ່ງ​ໝາຍເຖິງ​ສະພາບການ​ໂດຍ​ລວມ​ໃນ​ໂລກ​ນີ້​ແລະ​ຮູບແບບ​ຊີວິດ​ຂອງ​ຄົນ​ໃນ​ໂລກ. (2ຕມ 4:10) ເມື່ອ​ພະເຈົ້າ​ເຮັດ​ສັນຍາ​ກ່ຽວກັບ​ກົດໝາຍ​ຂອງ​ໂມເຊ ນັ້ນ​ເປັນ​ການ​ເລີ່ມ​ຕົ້ນ​ຍຸກ​ໜຶ່ງ​ທີ່​ອາດ​ເອີ້ນ​ໄດ້​ວ່າ​ເປັນ​ຍຸກ​ອິດສະຣາເອນ​ຫຼື​ຍຸກ​ຢິວ. ຕໍ່​ມາ ຫຼັງ​ຈາກ​ພະ​ເຢຊູ​ຄລິດ​ສະລະ​ຊີວິດ​ເປັນ​ເຄື່ອງ​ບູຊາ​ໄຖ່​ແລ້ວ ພະເຈົ້າ​ໃຊ້​ພະ​ເຢຊູ​ໃຫ້​ເລີ່ມ​ຕົ້ນ​ຍຸກ​ໃໝ່​ເຊິ່ງ​ມີ​ຈຸດ​ສູນ​ລວມ​ຢູ່​ທີ່​ປະຊາຄົມ​ຂອງ​ຄລິດສະຕຽນ​ຜູ້​ຖືກ​ເລືອກ. ສັນຍາ​ກ່ຽວກັບ​ກົດໝາຍ​ຂອງ​ໂມເຊ​ເປັນ​ພາບ​ຕົວຢ່າງ​ຂອງ​ຫຼາຍ​ສິ່ງ​ທີ່​ມີ​ໃນ​ຍຸກ​ໃໝ່​ນີ້.​—ມທ 24:3; ມຣກ 4:19; ຣມ 12:2; 1ກຣ 10:11

  • ດາໂກນ.

    ພະເຈົ້າ​ຂອງ​ພວກ​ຟີລິດສະຕີນ. ຄຳ​ນີ້​ບໍ່​ຮູ້​ທີ່​ມາ​ທີ່​ແນ່ນອນ ແຕ່​ນັກ​ວິຊາການ​ບາງ​ຄົນ​ບອກ​ວ່າ​ຄຳ​ນີ້​ມາ​ຈາກ​ຄຳ​ວ່າ ດ໊າກ (ປາ) ໃນ​ພາສາ​ເຮັບເຣີ.​—ຜຕສ 16:23; 1ຊມ 5:4

  • ດາຣິກ.

    ຫຼຽນ​ຄຳ​ຂອງ​ເປີເຊຍ ມີ​ນ້ຳ​ໜັກ 8,4 ກຣາມ. (1ຂຄ 29:7)​—ເບິ່ງ​ພາກ​ຜະໜວກ ຂ14

  • ເດກາໂປລີ.

    ຊື່​ທີ່​ໃຊ້​ເອີ້ນ​ກຸ່ມ​ເມືອງ​ກຸ່ມ​ໜຶ່ງ​ຂອງ​ຄົນ​ກຣີກ. ຕອນ​ທຳອິດ​ມີ 10 ເມືອງ. (ມາ​ຈາກ​ຄຳ​ພາສາ​ກຣີກ ເດກາ ແປ​ວ່າ “ສິບ” ກັບ ໂປລິສ໌ ແປ​ວ່າ “ເມືອງ”) ຊື່​ນີ້​ຍັງ​ເປັນ​ຊື່​ຂອງ​ເຂດ​ທີ່​ຢູ່​ທາງ​ຕາເວັນ​ອອກ​ຂອງ​ທະເລ​ຄາລີເລ​ແລະ​ແມ່​ນ້ຳ​ຈໍແດນ​ເຊິ່ງ​ເປັນ​ບໍລິເວນ​ທີ່​ເມືອງ​ເຫຼົ່າ​ນີ້​ສ່ວນ​ໃຫຍ່​ຕັ້ງ​ຢູ່. ເມືອງ​ເຫຼົ່າ​ນີ້​ເປັນ​ສູນ​ກາງ​ທາງ​ວັດທະນະທຳ​ແລະ​ການ​ຄ້າ​ຂອງ​ກຣີກ. ພະ​ເຢຊູ​ເຄີຍ​ເດີນທາງ​ຜ່ານ​ເຂດ​ນີ້ ແຕ່​ບໍ່​ມີ​ບັນທຶກ​ວ່າ​ເພິ່ນ​ແວ່​ເມືອງ​ໃດ​ເມືອງ​ໜຶ່ງ​ຂອງ​ເຂດ​ນີ້. (ມທ 4:25; ມຣກ 5:20)​—ເບິ່ງ​ພາກ​ຜະໜວກ ກ7 ແລະ ຂ10

  • ເດນາຣິອົນ.

    ຫຼຽນ​ເງິນ​ຂອງ​ໂຣມ ໜັກ​ປະມານ 3,85 ກຣາມ ແລະ​ມີ​ຮູບ​ຂອງ​ກາຍຊາ​ຢູ່​ເບື້ອງ​ໜຶ່ງ. ເດນາຣິອົນ​ເປັນ​ຄ່າ​ແຮງງານ​ສຳລັບ​ມື້​ໜຶ່ງ​ແລະ​ເປັນ​ຫຼຽນ​ທີ່​ໃຊ້​ເສຍ​ພາສີ (ພາສີ​ຕໍ່​ຫົວ​ຄົນ) ທີ່​ຄົນ​ໂຣມ​ເກັບ​ຈາກ​ຄົນ​ຢິວ. (ມທ 22:17; ລກ 20:24)​—ເບິ່ງ​ພາກ​ຜະໜວກ ຂ14

  • ດັກມາ.

    ຄຳ​ນີ້​ໃນ​ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ກຣີກ​ໝາຍເຖິງ​ຫຼຽນ​ເງິນ​ຂອງ​ກຣີກ ເຊິ່ງ​ໃນ​ສະໄໝ​ນັ້ນ​ໜັກ 3,4 ກຣາມ. ສ່ວນ​ໃນ​ພະຄຳພີ​ພາກ​ພາສາ​ເຮັບເຣີ ມີ​ການ​ເວົ້າ​ເຖິງ​ຫຼຽນ​ດັກມາ​ທີ່​ເປັນ​ຄຳ​ໃນ​ສະໄໝ​ຂອງ​ເປີເຊຍ​ເຊິ່ງ​ມີ​ຄ່າ​ເທົ່າ​ກັບ​ຫຼຽນ​ດາຣິກ. (ນຮຢ 7:70; ມທ 17:24)​—ເບິ່ງ​ພາກ​ຜະໜວກ ຂ14

  • ເດີ່ນ.

    ບ່ອນ​ໂລ່ງ​ອ້ອມ​ເຕັ້ນ​ສັກສິດ​ເຊິ່ງ​ມີ​ຜ້າ​ຂັ້ນ​ອ້ອມ​ໄວ້. ໃນ​ສະໄໝ​ຕໍ່​ມາ​ໝາຍເຖິງ​ເດີ່ນ​ອ້ອມ​ວິຫານ​ເຊິ່ງ​ມີ​ກຳແພງ​ອ້ອມ​ຮອບ. ແທ່ນ​ບູຊາ​ສຳລັບ​ເຄື່ອງ​ບູຊາ​ເຜົາ​ຕັ້ງ​ຢູ່​ໃນ​ເດີ່ນ​ຂອງ​ເຕັ້ນ​ສັກສິດ​ແລະ​ໃນ​ເດີ່ນ​ທາງ​ໃນ​ຂອງ​ວິຫານ. (ເບິ່ງ​ພາກ​ຜະໜວກ ຂ5 ຂ8 ຂ11) ຄຳພີ​ໄບເບິນ​ຍັງ​ເວົ້າ​ເຖິງ​ເດີ່ນ​ບ້ານ​ຫຼື​ເດີ່ນ​ໃນ​ວັງ​ຂອງ​ກະສັດ​ນຳ​ອີກ.​—ອພຍ 8:13; 27:9; 1ກສ 7:12; ອສທ 4:11; ມທ 26:3

  • ດາວ​ຮຸ່ງ.

    ດາວ​ທີ່​ເຫັນ​ໃນ​ຕອນ​ເຊົ້າ​ໆ​ແລະ​ເປັນ​ດາວ​ດວງ​ສຸດທ້າຍ​ເຊິ່ງ​ຂຶ້ນ​ທາງ​ຂອບ​ຟ້າ​ເບື້ອງ​ຕາເວັນ​ອອກ​ກ່ອນ​ທີ່​ຕາເວັນ​ຈະ​ຂຶ້ນ ເຊິ່ງ​ບອກ​ໃຫ້​ຮູ້​ວ່າ​ໃກ້​ຈະ​ເຊົ້າ​ແລ້ວ.​—2ປຕ 1:19; ພນມ 22:16

  • ຕະລັນ.

    ຫົວ​ໜ່ວຍ​ນ້ຳ​ໜັກ​ທີ່​ໜັກ​ທີ່​ສຸດ​ແລະ​ຫົວ​ໜ່ວຍ​ເງິນ​ຕາ​ທີ່​ມີ​ມູນຄ່າ​ສູງ​ສຸດ​ຂອງ​ຄົນ​ເຮັບເຣີ ເຊິ່ງ​ໜັກ 34,2 ກິໂລກຣາມ. ຕະລັນ​ຂອງ​ກຣີກ​ມີ​ນ້ຳ​ໜັກ​ໜ້ອຍ​ກວ່າ ເຊິ່ງ​ໜັກ​ປະມານ 20,4 ກິໂລກຣາມ. (1ຂຄ 22:14; ມທ 18:24)​—ເບິ່ງ​ພາກ​ຜະໜວກ ຂ14

  • ເຕເບັດ.

    ຫຼັງ​ຈາກ​ຄົນ​ຢິວ​ເປັນ​ຊະເລີຍ​ໃນ​ບາບີໂລນ ເຕເບັດ​ແມ່ນ​ຊື່​ຂອງ​ເດືອນ​ທີ 10 ຕາມ​ປະຕິທິນ​ສາສະໜາ​ຢິວ​ແລະ​ແມ່ນ​ຊື່​ຂອງ​ເດືອນ​ທີ 4 ຕາມ​ປະຕິທິນ​ກະສິກຳ. ເດືອນ​ນີ້​ເລີ່ມ​ຕົ້ນ​ຈາກ​ກາງ​ເດືອນ​ທັນວາ​ຫາ​ກາງ​ເດືອນ​ມັງກອນ. ເດືອນ​ນີ້​ມັກ​ຖືກ​ເອີ້ນ​ວ່າ “ເດືອນ​ທີ 10.” (ອສທ 2:16)​—ເບິ່ງ​ພາກ​ຜະໜວກ ຂ15

  • ໂຕ​ຊົ່ວ​ຮ້າຍ.

    ອີກ​ຊື່​ໜຶ່ງ​ຂອງ​ຊາຕານ​ແລະ​ມານ​ຮ້າຍ ເຊິ່ງ​ເປັນ​ຜູ້​ຕໍ່ຕ້ານ​ພະເຈົ້າ​ແລະ​ມາດຕະຖານ​ທີ່​ຖືກຕ້ອງ​ຂອງ​ເພິ່ນ.​—ມທ 6:13; 1ຢຮ 5:19

  • ຕົວແທນ​ຂອງ​ກະສັດ.

    ເຈົ້າແຂວງ​ຫຼື​ຂ້າລາຊະການ​ລະດັບ​ສູງ​ໃນ​ຈັກກະວັດ​ບາບີໂລນ​ແລະ​ເປີເຊຍ​ເຊິ່ງ​ໄດ້​ຮັບ​ການ​ແຕ່ງຕັ້ງ​ຈາກ​ກະສັດ​ໃຫ້​ມີ​ອຳນາດ​ປົກຄອງ.​—ອຊຣ 8:36; ດນອ 6:1

  • ເຕົາ​ໄຟ.

    ເຕົາ​ສຳລັບ​ຫຼອມ​ແຮ່​ຫຼື​ໂລຫະ ແລະ​ໃຊ້​ເຜົາ​ເຄື່ອງ​ປັ້ນ​ດິນ​ເຜົາ​ລວມ​ທັງ​ເຄື່ອງ​ເຄືອບ​ອື່ນ​ໆ​ນຳ. ເຕົາ​ໄຟ​ໃນ​ສະໄໝ​ພະຄຳພີ​ກໍ່​ດ້ວຍ​ດິນ​ຈີ່​ຫຼື​ຫີນ. ບາງ​ຄັ້ງ​ເຕົາ​ໄຟ​ທີ່​ໃຊ້​ເຜົາ​ເຄື່ອງ​ປັ້ນ​ດິນ​ເຜົາ​ແລະ​ເຄື່ອງ​ເຄືອບ​ຫຼື​ປູນ​ຂາວ​ຖືກ​ເອີ້ນ​ວ່າ​ເຕົາ​ເຜົາ​ນຳ.​—ປຖກ 15:17; ດນອ 3:17; ພນມ 9:2

  • ຕຳມຸດ.

    (1) ຊື່​ເທບ​ພະເຈົ້າ​ອົງ​ໜຶ່ງ. ພວກ​ຜູ້​ຍິງ​ຄົນ​ເຮັບເຣີ​ໃນ​ເມືອງ​ເຢຣູຊາເລັມ​ທີ່​ຖິ້ມ​ພະເຈົ້າ​ເຄີຍ​ຮ້ອງໄຫ້​ໃຫ້​ເທບ​ພະເຈົ້າ​ອົງ​ນີ້. ເຊື່ອ​ກັນ​ວ່າ​ພະ​ຕຳມຸດ​ເປັນ​ກະສັດ​ອົງ​ໜຶ່ງ​ເຊິ່ງ​ຖືກ​ຍົກ​ຂຶ້ນ​ໃຫ້​ເປັນ​ເທບ​ພະເຈົ້າ​ຫຼັງ​ຈາກ​ຕາຍ​ໄປ​ແລ້ວ. ໃນ​ຂໍ້​ຄວາມ​ທີ່​ບັນທຶກ​ໄວ້​ຂອງ​ຄົນ​ຊູເມລຽນ ພະ​ຕຳມຸດ​ມີ​ອີກ​ຊື່​ໜຶ່ງ​ວ່າ​ດູມູຊີ ແລະ​ເປັນ​ຜົວ​ຫຼື​ຄົນ​ຮັກ​ຂອງ​ເທບທິດາ​ອິນັນນາ​ເຊິ່ງ​ເປັນ​ເທບ​ພະເຈົ້າ​ແຫ່ງ​ການ​ອອກ​ແມ່​ແພ່​ລູກ. (ອຊກ 8:14) (2) ຊື່​ຂອງ​ເດືອນ​ທີ 4 ຕາມ​ປະຕິທິນ​ສາສະໜາ​ຢິວ​ຫຼັງ​ຈາກ​ການ​ເປັນ​ຊະເລີຍ​ໃນ​ບາບີໂລນ​ແລະ​ແມ່ນ​ຊື່​ຂອງ​ເດືອນ​ທີ 10 ຕາມ​ປະຕິທິນ​ກະສິກຳ. ເດືອນ​ນີ້​ເລີ່ມ​ຕົ້ນ​ຈາກ​ກາງ​ເດືອນ​ມິຖຸນາ​ຫາ​ກາງ​ເດືອນ​ກໍລະກົດ.​—ເບິ່ງ​ພາກ​ຜະໜວກ ຂ15

  • ຕັກກະແຕນ.

    ແມງ​ໄມ້​ທີ່​ອົບພະຍົບ​ຍ້າຍ​ຖິ່ນ​ເປັນ​ຝູງ​ໃຫຍ່. ຕາມ​ກົດໝາຍ​ຂອງ​ໂມເຊ ຕັກກະແຕນ​ເປັນ​ແມງ​ໄມ້​ທີ່​ສະອາດ​ເຊິ່ງ​ກິນ​ເປັນ​ອາຫານ​ໄດ້. ຕອນ​ທີ່​ຕັກກະແຕນ​ຝູງ​ໃຫຍ່​ອົບພະຍົບ ພວກ​ມັນ​ຈະ​ກັດ​ກິນ​ທຸກ​ຢ່າງ​ຕາມ​ທາງ​ທີ່​ມັນ​ຜ່ານ​ແລະ​ເຮັດ​ໃຫ້​ເກີດ​ຄວາມ​ເສຍຫາຍ​ຫຼາຍ ເຊິ່ງ​ຖື​ເປັນ​ໄພພິບັດ​ຢ່າງ​ໜຶ່ງ.​—ອພຍ 10:14; ມທ 3:4

  • ແຕ່ງຕັ້ງ; ເລືອກ.

    ໃນ​ພາສາ​ເຮັບເຣີ​ໝາຍ​ຄວາມ​ວ່າ “ທາ​ດ້ວຍ​ຂອງ​ແຫຼວ” ເຊິ່ງ​ເປັນ​ການ​ໃຊ້​ນ້ຳມັນ​ເທ​ໃສ່​ຄົນ​ຫຼື​ວັດຖຸ​ສິ່ງ​ຂອງ​ເພື່ອ​ສະແດງ​ເຖິງ​ການ​ອຸທິດ​ສຳລັບ​ວຽກ​ພິເສດ. ໃນ​ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ກຣີກ​ຍັງ​ໃຊ້​ຄຳ​ນີ້​ເພື່ອ​ໝາຍເຖິງ​ການ​ເທ​ພະລັງ​ບໍລິສຸດ​ລົງ​ໃສ່​ຄົນ​ທີ່​ຖືກ​ເລືອກ​ໃຫ້​ມີ​ຄວາມ​ຫວັງ​ທີ່​ຈະ​ໄປ​ສະຫວັນ.​—ອພຍ 28:41; 1ຊມ 16:13; 2ກຣ 1:21

  • ເຕັ້ນ​ຂໍ​ການ​ຊີ້ນຳ.

    ຄຳ​ນີ້​ໝາຍເຖິງ​ເຕັ້ນ​ຂອງ​ໂມເຊ​ເອງ​ແລະ​ເຕັ້ນ​ສັກສິດ​ທີ່​ສ້າງ​ຂຶ້ນ​ເທື່ອ​ທຳອິດ​ໃນ​ບ່ອນ​ການ​ດານ.​—ອພຍ 33:7; 39:32

  • ເຕັ້ນ​ສັກສິດ.

    ເຕັ້ນ​ທີ່​ເຄື່ອນ​ຍ້າຍ​ໄດ້​ທີ່​ຄົນ​ອິດສະຣາເອນ​ໃຊ້​ນະມັດສະການ​ພະເຈົ້າ​ຫຼັງ​ຈາກ​ອົບພະຍົບ​ອອກ​ຈາກ​ເອຢິບ. ເຕັ້ນ​ສັກສິດ​ເປັນ​ບ່ອນ​ເກັບ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ເຊິ່ງ​ເປັນ​ສັນຍະລັກ​ສະແດງ​ວ່າ​ພະເຈົ້າ​ຢູ່​ກັບ​ເຂົາເຈົ້າ ແລະ​ໃຊ້​ເປັນ​ບ່ອນ​ສຳລັບ​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ແລະ​ນະມັດສະການ​ພະເຈົ້າ. ບາງ​ເທື່ອ​ເອີ້ນ​ວ່າ “ເຕັ້ນ​ຂໍ​ການ​ຊີ້ນຳ.” ໂຄງ​ສ້າງ​ຂອງ​ເຕັ້ນ​ມີ​ແຜ່ນ​ໄມ້​ຫຼາຍ​ແຜ່ນ​ເປັນ​ໂຄງ​ຝາ​ປະກອບ​ເຂົ້າ​ກັນ​ແລະ​ປົກ​ດ້ວຍ​ຜ້າ​ລິ​ນິນ​ທີ່​ປັກ​ຮູບ​ເຄຣູບ. ແບ່ງ​ເປັນ 2 ຫ້ອງ ຫ້ອງ​ທຳອິດ​ເອີ້ນ​ວ່າ​ຫ້ອງ​ບໍລິສຸດ ຫ້ອງ​ທີ​ສອງ​ເອີ້ນ​ວ່າ​ຫ້ອງ​ບໍລິສຸດ​ທີ່​ສຸດ. (ຢຊ 18:1; ອພຍ 25:9)​—ເບິ່ງ​ພາກ​ຜະໜວກ ຂ5

  • ຕົ້ນໄມ້​ຂົມ.

    ພືດ​ທີ່​ມີ​ລົດ​ຂົມ​ຫຼາຍ​ແລະ​ຂິວ. ໃນ​ຄຳພີ​ໄບເບິນ​ໃຊ້​ຕົ້ນໄມ້​ຂົມ​ເປັນ​ພາບ​ປຽບທຽບ​ເພື່ອ​ອະທິບາຍ​ເຖິງ​ຜົນ​ຕາມ​ມາ​ທີ່​ຂົມຂື່ນ​ເຊິ່ງ​ເກີດ​ຈາກ​ການ​ເຮັດ​ຜິດ​ສິນລະທຳ ການ​ເປັນ​ທາດ ຄວາມ​ບໍ່​ຍຸຕິທຳ ແລະ​ການ​ທໍລະຍົດ​ພະເຈົ້າ. ໃນ​ພະ​ນິມິດ 8:11 ໃຊ້​ຄຳ​ວ່າ “ເຄືອເຂົາຮໍ” ແທນ ເຊິ່ງ​ໝາຍເຖິງ​ສານ​ທີ່​ມີ​ພິດ​ແລະ​ຂົມ.​—ພບຍ 29:18; ສພສ 5:4; ຢຣມ 9:15; ອມ 5:7

  • ຕົ້ນໄມ້​ທີ່​ໃຫ້​ຊີວິດ.

    ຕົ້ນໄມ້​ຕົ້ນ​ໜຶ່ງ​ໃນ​ສວນ​ເອເດັນ. ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ວ່າ​ຕົ້ນໄມ້​ນີ້​ມີ​ໝາກ​ທີ່​ຊ່ວຍ​ໃຫ້​ຄົນ​ທີ່​ກິນ​ມີ​ຊີວິດ​ຍືນ​ຍາວ ແຕ່​ຕົ້ນໄມ້​ນີ້​ເປັນ​ສັນຍະລັກ​ແທນ​ຄຳ​ຮັບຮອງ​ຂອງ​ພະເຈົ້າ​ວ່າ​ຈະ​ໃຫ້​ຊີວິດ​ຕະຫຼອດ​ໄປ​ກັບ​ຄົນ​ທີ່​ພະອົງ​ອະນຸຍາດ​ໃຫ້​ກິນ​ໝາກ​ຂອງ​ມັນ.​—ປຖກ 2:9; 3:22

  • ຕົ້ນໄມ້​ທີ່​ໃຫ້​ຮູ້​ຄວາມ​ດີ​ຄວາມ​ຊົ່ວ.

    ຕົ້ນໄມ້​ຕົ້ນ​ໜຶ່ງ​ໃນ​ສວນ​ເອເດັນ ເຊິ່ງ​ພະເຈົ້າ​ໃຊ້​ເປັນ​ສັນຍະລັກ​ສະແດງ​ເຖິງ​ສິດທິ​ຂອງ​ເພິ່ນ​ທີ່​ຈະ​ຕັ້ງ​ມາດຕະຖານ​ສຳລັບ​ມະນຸດ​ວ່າ​ອັນ​ໃດ “ດີ” ອັນ​ໃດ “ຊົ່ວ.”​—ປຖກ 2:9, 17

  • ໄຖ່​ຄວາມ​ຜິດ.

    ໃນ​ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ເຮັບເຣີ ການ​ໄຖ່​ຄວາມ​ຜິດ​ກ່ຽວ​ຂ້ອງ​ກັບ​ການ​ເອົາ​ເຄື່ອງ​ບູຊາ​ໃຫ້​ເພື່ອ​ໃຫ້​ປະຊາຊົນ​ໄດ້​ໃກ້ຊິດ​ພະເຈົ້າ​ແລະ​ນະມັດສະການ​ເພິ່ນ. ກົດໝາຍ​ຂອງ​ໂມເຊ​ກຳນົດ​ໃຫ້​ມີ​ການ​ເຜົາ​ເຄື່ອງ​ບູຊາ​ໂດຍ​ສະເພາະ​ແມ່ນ​ໃນ​ມື້​ໄຖ່​ຄວາມ​ຜິດ​ເພື່ອ​ຈະ​ຄືນດີ​ກັບ​ພະເຈົ້າ​ໄດ້​ເຖິງ​ວ່າ​ປະຊາຊົນ​ແຕ່​ລະ​ຄົນ​ແລະ​ຄົນ​ໝົດ​ຊາດ​ຈະ​ຍັງ​ມີ​ບາບ​ຢູ່. ເຄື່ອງ​ບູຊາ​ເຫຼົ່າ​ນີ້​ເປັນ​ພາບ​ສະແດງ​ເຖິງ​ເຄື່ອງ​ບູຊາ​ຂອງ​ພະ​ເຢຊູ​ເຊິ່ງ​ໄຖ່​ຄວາມ​ຜິດ​ໃຫ້​ມະນຸດ​ໄດ້​ຢ່າງ​ຄົບ​ຖ້ວນ​ເທື່ອ​ດຽວ​ແລະ​ເຮັດ​ໃຫ້​ມະນຸດ​ມີ​ໂອກາດ​ຄືນດີ​ກັບ​ພະ​ເຢໂຫວາ.​—ລລວ 5:10; 23:28; ກລຊ 1:20; ຮຣ 9:12

  • ຖົງໜັງ.

    ຖົງ​ທີ່​ເຮັດ​ຈາກ​ໜັງ​ສັດ​ໝົດ​ໂຕ ເຊັ່ນ: ແບ້​ຫຼື​ແກະ ເພື່ອ​ເອົາ​ໄວ້​ໃສ່​ເຫຼົ້າແວງ. ສ່ວນ​ຫຼາຍ​ແລ້ວ​ຈະ​ເອົາ​ເຫຼົ້າແວງ​ໃສ່​ໃນ​ຖົງໜັງ​ໃໝ່ ເພາະ​ເຫຼົ້າແວງ​ທີ່​ຖືກ​ໝັກ​ຈະ​ຜະລິດ​ອາຍ​ກາກ​ໂບ​ນິກ​ອອກ​ມາ​ເຊິ່ງ​ເຮັດ​ໃຫ້​ເກີດ​ຄວາມ​ດັນ. ຖົງໜັງ​ໃໝ່​ຈະ​ຂະຫຍາຍ​ໂຕ ສ່ວນ​ຖົງໜັງ​ເກົ່າ​ທີ່​ບໍ່​ຫົດ​ບໍ່​ຍືດ​ແລ້ວ​ກໍ​ຈະ​ແຕກ​ເມື່ອ​ມີ​ຄວາມ​ດັນ.​—ຢຊ 9:4; ມທ 9:17

  • ທະຫານ​ປ້ອງກັນ​ໂຕ​ຈັກກະພັດ.

    ກອງ​ທະຫານ​ໂຣມ​ທີ່​ຕັ້ງ​ຂຶ້ນ​ເພື່ອ​ປົກປ້ອງ​ຈັກກະພັດ​ໂຣມ. ເຂົາເຈົ້າ​ມີ​ອິດທິພົນ​ທາງ​ການເມືອງ​ຫຼາຍ​ເຖິງຂັ້ນ​ວ່າ​ຈະ​ສະໜັບ​ສະໜູນ​ຫຼື​ໂຄ່ນ​ລົ້ມ​ຈັກກະພັດ​ກໍ​ໄດ້.​—ຟລປ 1:13

  • ທາທາຣັດ.

    ໃນ​ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ກຣີກ ໝາຍເຖິງ​ສະພາບ​ທີ່​ຕົກ​ຕ່ຳ​ຂອງ​ພວກ​ທູດສະຫວັນ​ທີ່​ບໍ່​ເຊື່ອຟັງ​ໃນ​ສະໄໝ​ໂນອາ​ຄື​ກັບ​ຖືກ​ຂັງ​ຄຸກ​ໄວ້. ຢູ່ 2 ເປໂຕ 2:4 ມີ​ການ​ໃຊ້​ຄຳ​ກຳມະ ຕາຕາໂຣ (“ໂຍນ​ລົງ​ໃນ​ທາທາຣັດ”) ແຕ່​ຄຳ​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ “ພວກ​ທູດສະຫວັນ​ທີ່​ເຮັດ​ບາບ” ຖືກ​ໂຍນ​ລົງ​ໄປ​ໃນ​ທາທາຣັດ​ຄື​ກັບ​ໃນ​ເທບ​ນິຍາຍ (ນັ້ນ​ຄື ຄຸກ​ໃຕ້​ດິນ​ແລະ​ບ່ອນ​ມືດ​ສຳລັບ​ເທບ​ພະເຈົ້າ​ຊັ້ນ​ຕ່ຳ) ແຕ່​ໝາຍ​ຄວາມ​ວ່າ​ພະເຈົ້າ​ໃຫ້​ພວກ​ມັນ​ຢູ່​ໃນ​ສະພາບ​ທີ່​ຕົກ​ຕ່ຳ ບໍ່​ມີ​ຕຳແໜ່ງ​ຫຼື​ສິດທິ​ພິເສດ​ທີ່​ພວກ​ມັນ​ເຄີຍ​ມີ​ໃນ​ສະຫວັນ​ອີກ​ຕໍ່​ໄປ. ເພິ່ນ​ເຮັດ​ໃຫ້​ພວກ​ມັນ​ຕົກ​ຢູ່​ໃນ​ສະພາບ​ທີ່​ເປັນ​ຄື​ກັບ​ຕາບອດ ເພາະ​ບໍ່​ຮູ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ກ່ຽວກັບ​ອະນາຄົດ. ທູດສະຫວັນ​ພວກ​ນີ້​ມີ​ອະນາຄົດ​ທີ່​ມືດມົນ​ເພາະ​ຄຳພີ​ໄບເບິນ​ບອກ​ວ່າ​ພວກ​ມັນ​ຈະ​ຖືກ​ທຳລາຍ​ຕະຫຼອດ​ໄປ​ພ້ອມ​ກັບ​ມານ​ຮ້າຍ​ແລະ​ຊາຕານ​ທີ່​ປົກຄອງ​ພວກ​ມັນ. ດັ່ງນັ້ນ ທາທາຣັດ​ຈຶ່ງ​ໝາຍເຖິງ​ສະພາບ​ທີ່​ຕົກຕ່ຳ​ຂອງ​ທູດສະຫວັນ​ທີ່​ກະບົດ ແຕ່​ບໍ່​ແມ່ນ “ເຫວ​ເລິກ” ທີ່​ເວົ້າ​ຢູ່​ໃນ​ພະ​ນິມິດ 20:1-3.

  • ເທຣາຟີມ.

    ເທບ​ພະເຈົ້າ​ຫຼື​ຮູບ​ບູຊາ​ປະຈຳ​ຄອບຄົວ ບາງ​ເທື່ອ​ມີ​ການ​ໃຊ້​ເທຣາຟີມ​ເພື່ອ​ຊອກ​ຫາ​ລາງ​ບອກ​ເຫດ. (ອຊກ 21:21) ເທຣາຟີມ​ອາດ​ມີ​ຮູບຮ່າງ​ຄື​ກັບ​ຄົນ​ແລະ​ຂະໜາດ​ສ່ຳ​ກັບ​ຄົນ​ແທ້​ໆ​ແຕ່​ບາງ​ເທື່ອ​ກໍ​ເປັນ​ຮູບ​ປັ້ນ​ນ້ອຍ​ໆ​. (ປຖກ 31:34; 1ຊມ 19:13, 16) ການ​ຄົ້ນພົບ​ທາງ​ບູຮານ​ຄະດີ​ໃນ​ເມໂຊໂປຕາເມຍ​ສະແດງ​ໃຫ້​ເຫັນ​ວ່າ​ຄົນ​ທີ່​ມີ​ຮູບ​ພະ​ເທຣາຟີມ​ຈະ​ເປັນ​ຄົນ​ທີ່​ໄດ້​ຮັບ​ມໍລະດົກ​ຂອງ​ຄອບຄົວ (ນີ້​ອາດ​ເປັນ​ເຫດຜົນ​ທີ່​ຣາເຄນ​ເອົາ​ຮູບ​ພະ​ເທຣາຟີມ​ຂອງ​ພໍ່​ໄປ). ເບິ່ງ​ຄື​ວ່າ​ບໍ່​ໄດ້​ມີ​ທຳນຽມ​ແບບ​ນີ້​ໃນ​ອິດສະຣາເອນ ແຕ່​ໃນ​ສະໄໝ​ຂອງ​ພວກ​ຜູ້​ຕັດສິນ​ແລະ​ກະສັດ​ກໍ​ຍັງ​ມີ​ການ​ໃຊ້​ຮູບ​ພະ​ເທຣາຟີມ ແລະ​ເທຣາຟີມ​ເປັນ​ສິ່ງ​ໜຶ່ງ​ທີ່​ກະສັດ​ໂຢສີຢາ​ຜູ້​ທີ່​ສັດຊື່​ພະຍາຍາມ​ກຳຈັດ​ໃຫ້​ໝົດ​ໄປ.​—ຜຕສ 17:5; 2ກສ 23:24; ຮຊອ 3:4

  • ທໍລະຍົດ.

    ຄຳ​ນີ້​ໃນ​ພາສາ​ກຣີກ (ອະໂປສະຕາເຊຍ) ມາ​ຈາກ​ຄຳ​ກຳມະ​ທີ່​ແປ​ຕາມ​ໂຕ​ວ່າ “ຢືນ​ຢູ່​ໄກ​ໆ​.” ເມື່ອ​ເປັນ​ຄຳ​ນາມ​ໝາຍເຖິງ “ການ​ປະຖິ້ມ” ຫຼື “ການ​ກະບົດ.” ໃນ​ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ກຣີກ ຄຳ​ວ່າ “ທໍລະຍົດ” ແມ່ນ​ໃຊ້​ກັບ​ຄົນ​ທີ່​ທໍລະຍົດ​ຕໍ່​ການ​ນະມັດສະການ​ແທ້.​—ສພສ 11:9; ກຈກ 21:21; 2ທຊ 2:3

  • ທາງ​ຍ່າງ​ທີ່​ມີ​ເສົາ​ລຽນ​ກັນ​ເຊິ່ງ​ໂຊໂລໂມນ​ສ້າງ.

    ທາງ​ຍ່າງ​ທີ່​ມີ​ຫຼັງ​ຄາ​ໃນ​ວິຫານ​ສະໄໝ​ພະ​ເຢຊູ ເຊິ່ງ​ຢູ່​ທາງ​ຕາເວັນ​ອອກ​ຂອງ​ເດີ່ນ​ທາງ​ນອກ ເຊື່ອ​ກັນ​ວ່າ​ເປັນ​ສ່ວນ​ທີ່​ເຫຼືອ​ຈາກ​ວິຫານ​ຂອງ​ໂຊໂລໂມນ. ພະ​ເຢຊູ​ຍ່າງ​ຢູ່​ຫັ້ນ​ຕອນ “ຍາມ​ໜາວ” ແລະ​ຄລິດສະຕຽນ​ລຸ້ນ​ທຳອິດ​ມາ​ພົບ​ກັນ​ຢູ່​ບ່ອນ​ນັ້ນ​ເພື່ອ​ນະມັດສະການ​ພະເຈົ້າ. (ຢຮ 10:22, 23; ກຈກ 5:12)​—ເບິ່ງ​ພາກ​ຜະໜວກ ຂ11

  • ທາງ; ແນວ​ທາງ.

    ເປັນ​ສຳນວນ​ທີ່​ໃຊ້​ໃນ​ພະຄຳພີ​ໝາຍເຖິງ​ຮູບແບບ​ການ​ໃຊ້​ຊີວິດ​ຫຼື​ການ​ກະທຳ​ທີ່​ພະ​ເຢໂຫວາ​ອາດຈະ​ຍອມຮັບ​ຫຼື​ບໍ່​ຍອມຮັບ​ກໍ​ໄດ້. ມີ​ການ​ເວົ້າ​ເຖິງ​ພວກ​ລູກສິດ​ຂອງ​ພະ​ເຢຊູ​ຄລິດ​ວ່າ​ຢູ່​ໃນ “ທາງ​ນັ້ນ” ເຊິ່ງ​ໝາຍ​ຄວາມ​ວ່າ​ເຂົາເຈົ້າ​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ​ທີ່​ມີ​ໃນ​ພະ​ເຢຊູ​ຄລິດ​ແລະ​ຮຽນ​ແບບ​ເພິ່ນ.​—ກຈກ 19:9

  • ທິດຊະຣີ.​—

    ເບິ່ງ​ຄຳ​ວ່າ “ເອທານິມ” ແລະ​ພາກ​ຜະໜວກ ເບິ່ງ​ຂ15

  • ທູດສະຫວັນ.

    ຄຳ​ນີ້​ມາ​ຈາກ​ຄຳ​ພາສາ​ເຮັບເຣີ ມາລາກ ແລະ​ຄຳ​ພາສາ​ກຣີກ ອັງເກໂລສ໌ ທັງ​ສອງ​ຄຳ​ນີ້​ແປ​ຕາມ​ໂຕ​ວ່າ “ຜູ້​ສົ່ງ​ຂ່າວ” ແຕ່​ມີ​ການ​ແປ​ວ່າ “ທູດສະຫວັນ” ເມື່ອ​ເວົ້າ​ເຖິງ​ຜູ້​ສົ່ງ​ຂ່າວ​ຂອງ​ພະເຈົ້າ​ທີ່​ມາ​ຈາກ​ສະຫວັນ. (ປຖກ 16:7; 32:3; ຢກບ 2:25; ພນມ 22:8) ທູດສະຫວັນ​ມີ​ລິດເດດ​ແລະ​ເປັນ​ຜູ້​ທີ່​ພະເຈົ້າ​ສ້າງ. ພະເຈົ້າ​ສ້າງ​ເຂົາເຈົ້າ​ເປັນ​ເວລາ​ດົນ​ນານ​ກ່ອນ​ທີ່​ຈະ​ສ້າງ​ມະນຸດ. ບາງ​ຄັ້ງ​ໃນ​ຄຳພີ​ໄບເບິນ​ກໍ​ເອີ້ນ​ເຂົາເຈົ້າ​ວ່າ ‘ຜູ້​ບໍລິສຸດ​ເປັນ​ໝື່ນ​ເປັນ​ແສນ’ “ພວກ​ລູກ​ຂອງ​ພະເຈົ້າ” ຫຼື “ດາວ​ໃນ​ຕອນ​ເຊົ້າ.” (ໂຢບ 1:6; 38:7, ໄຂເງື່ອນ; ຢູດາ 14) ພະເຈົ້າ​ບໍ່​ໄດ້​ສ້າງ​ທູດສະຫວັນ​ໃຫ້​ສາມາດ​ທີ່​ຈະ​ມີ​ລູກ​ໄດ້ ແຕ່​ພະອົງ​ສ້າງ​ເຂົາເຈົ້າ​ເປັນ​ແຕ່​ລະ​ອົງ. ທູດສະຫວັນ​ມີ​ຈຳນວນ​ຫຼາຍ​ກວ່າ​ໜຶ່ງ​ຮ້ອຍ​ລ້ານ​ອົງ. (ດນອ 7:10) ຄຳພີ​ໄບເບິນ​ຊ່ວຍ​ໃຫ້​ຮູ້​ວ່າ​ທູດສະຫວັນ​ແຕ່​ລະ​ອົງ​ມີ​ຊື່​ແລະ​ນິດໄສ​ສະເພາະ​ໂຕ ແຕ່​ເຂົາເຈົ້າ​ກໍ​ຖ່ອມ​ໂຕ​ແລະ​ບໍ່​ຍອມ​ໃຫ້​ມະນຸດ​ມາ​ຂາບ​ໄຫວ້​ນະມັດສະການ. ທູດສະຫວັນ​ສ່ວນ​ຫຼາຍ​ບໍ່​ຍອມ​ເປີດເຜີຍ​ຊື່​ໃຫ້​ຮູ້​ຊ້ຳ. (ປຖກ 32:29; ລກ 1:26; ພນມ 22:8, 9) ທູດສະຫວັນ​ມີ​ຕຳແໜ່ງ​ແລະ​ໜ້າທີ່​ແຕກຕ່າງ​ກັນ ເຊັ່ນ: ຮັບໃຊ້​ຢູ່​ໜ້າ​ບັນລັງ​ຂອງ​ພະ​ເຢໂຫວາ ເປັນ​ຜູ້​ສົ່ງ​ຂ່າວ​ຂອງ​ເພິ່ນ ຊ່ວຍ​ເຫຼືອ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ໃນ​ໂລກ ເຮັດ​ໜ້າທີ່​ລົງໂທດ​ຕາມ​ຄຳ​ຕັດສິນ​ຂອງ​ພະເຈົ້າ ຫຼື​ສະໜັບ​ສະໜູນ​ວຽກ​ປະກາດ​ຂ່າວດີ. (2ກສ 19:35; ພສ 34:7; ລກ 1:30, 31; ພນມ 5:11; 14:6) ໃນ​ອະນາຄົດ ທູດສະຫວັນ​ຈະ​ຊ່ວຍ​ພະ​ເຢຊູ​ຕໍ່ສູ້​ໃນ​ສົງຄາມ​ອາມາເຄໂດນ.​—ພນມ 19:14, 15

  • ເທດສະການ​ເກັບ​ກ່ຽວ; ເທດສະການ​ສະຫຼອງ​ຫຼັງ​ຄົບ 7 ອາທິດ.​—

    ເບິ່ງ​ຄຳ​ວ່າ “ເພັນເຕກອດ

  • ເທດສະການ​ເຂົ້າຈີ່​ບໍ່​ມີ​ເຊື້ອ.

    ເທດສະການ​ທຳອິດ​ໃນ 3 ເທດສະການ​ປະຈຳ​ປີ​ຂອງ​ຄົນ​ອິດສະຣາເອນ. ເລີ່ມ​ໃນ​ວັນ​ທີ 15 ເດືອນ​ນີຊານ​ຕໍ່​ຈາກ​ວັນ​ປັດສະຄາ​ແລະ​ສະຫຼອງ​ດົນ​ເຖິງ 7 ມື້. ໃນ​ໄລຍະ​ເທດສະການ​ຈະ​ກິນ​ແຕ່​ເຂົ້າຈີ່​ບໍ່​ມີ​ເຊື້ອ​ເພື່ອ​ລະນຶກ​ເຖິງ​ຕອນ​ທີ່​ອົບພະຍົບ​ອອກ​ຈາກ​ເອຢິບ.​—ອພຍ 23:15; ມຣກ 14:1

  • ເທດສະການ​ສະຫຼອງ​ການ​ອຸທິດ​ວິຫານ.

    ວັນ​ລະນຶກ​ເຖິງ​ການ​ເຮັດ​ໃຫ້​ວິຫານ​ສະອາດ​ຫຼັງ​ຈາກ​ທີ່​ກະສັດ​ອັນທິໂອກຸດສ໌ ເອພິຟາເນສ໌​ໄດ້​ເຮັດ​ໃຫ້​ວິຫານ​ບໍ່​ສະອາດ. ມີ​ການ​ສະຫຼອງ​ເທດສະການ​ນີ້​ທຸກ​ປີ​ໂດຍ​ເລີ່ມ​ໃນ​ວັນ​ທີ 25 ເດືອນ​ກິດສະເລັບ​ແລະ​ສະຫຼອງ​ດົນ​ເຖິງ 8 ມື້.​—ຢຮ 10:22

  • ເທດສະການ​ປຸກຕູບ.

    ບາງ​ຄັ້ງ​ເອີ້ນ​ວ່າ​ເທດສະການ​ເຕັ້ນ​ສັກສິດ​ຫຼື​ເທດສະການ​ເກັບ​ກ່ຽວ​ຜົນລະປູກ. ເທດສະການ​ນີ້​ຈັດ​ຂຶ້ນ​ໃນ​ວັນ​ທີ 15-21 ເດືອນ​ເອທານິມ​ເພື່ອ​ສະຫຼອງ​ການ​ເກັບ​ກ່ຽວ​ຕອນ​ທ້າຍ​ປີ​ຂອງ​ການ​ປູກ​ຝັງ​ຂອງ​ຄົນ​ອິດສະຣາເອນ ເຊິ່ງ​ເປັນ​ເວລາ​ທີ່​ຈະ​ມ່ວນ​ຊື່ນ​ແລະ​ຂອບໃຈ​ພະ​ເຢໂຫວາ​ທີ່​ອວຍພອນ​ໃຫ້​ຜົນລະປູກ​ງອກ​ງາມ. ໃນ​ໄລຍະ​ເທດສະການ​ນີ້ ປະຊາຊົນ​ຈະ​ຢູ່​ໃນ​ຕູບ​ເພື່ອ​ລະນຶກ​ເຖິງ​ຕອນ​ທີ່​ເຂົາເຈົ້າ​ອົບພະຍົບ​ອອກ​ຈາກ​ເອຢິບ. ເທດສະການ​ນີ້​ເປັນ 1 ໃນ 3 ເທດສະການ​ທີ່​ພວກ​ຜູ້​ຊາຍ​ຕ້ອງ​ໄປ​ສະຫຼອງ​ຢູ່​ເມືອງ​ເຢຣູຊາເລັມ.​—ລລວ 23:34; ອຊຣ 3:4

  • ແທ່ນ​ບູຊາ.

    ແທ່ນ​ສຳລັບ​ເຜົາ​ເຄື່ອງ​ບູຊາ​ຫຼື​ເຄື່ອງຫອມ. ແທ່ນ​ແບບ​ນີ້​ເຮັດ​ໂດຍ​ເອົາ​ດິນ​ຫຼື​ຫີນ​ມາ​ກໍ່​ໃຫ້​ສູງ ຫຼື​ເຮັດ​ຈາກ​ຫີນ​ໝົດ​ກ້ອນ ຫຼື​ເຮັດ​ຈາກ​ໄມ້​ແລ້ວ​ຫຸ້ມ​ດ້ວຍ​ໂລຫະ​ກໍ​ໄດ້. ໃນ​ຫ້ອງ​ທຳອິດ​ຂອງ​ເຕັ້ນ​ສັກສິດ​ແລະ​ຂອງ​ວິຫານ​ຈະ​ມີ​ແທ່ນ​ບູຊາ​ຄຳ​ຂະໜາດ​ນ້ອຍ​ສຳລັບ​ເຜົາ​ເຄື່ອງຫອມ ເຊິ່ງ​ເຮັດ​ດ້ວຍ​ໄມ້​ຫຸ້ມ​ດ້ວຍ​ຄຳ. ນອກ​ຈາກນັ້ນ ຍັງ​ມີ​ແທ່ນ​ບູຊາ​ທອງແດງ​ທີ່​ມີ​ຂະໜາດ​ໃຫຍ່​ກວ່າ​ສຳລັບ​ເຄື່ອງ​ບູຊາ​ເຜົາ​ເຊິ່ງ​ຕັ້ງ​ຢູ່​ເດີ່ນ​ທາງ​ນອກ​ຂອງ​ເຕັ້ນ​ສັກສິດ. (ປຖກ 8:20; ອພຍ 27:1; 39:38, 39; 1ກສ 6:20; 2ຂຄ 4:1; ລກ 1:11)​—ເບິ່ງ​ພາກ​ຜະໜວກ ຂ5 ແລະ ຂ8

  • ນາຣະດາ.

    ນ້ຳມັນ​ຫອມ​ລາຄາ​ແພງ ມີ​ສີ​ແດງ​ອ່ອນ​ໄດ້​ມາ​ຈາກ​ພືດ​ຊະນິດ​ໜຶ່ງ (Nardostachys jatamansi). ເນື່ອງ​ຈາກ​ນ້ຳມັນ​ນີ້​ລາຄາ​ແພງ​ຈຶ່ງ​ມັກ​ເອົາ​ນ້ຳມັນ​ທີ່​ຄຸນນະພາບ​ຕ່ຳ​ກວ່າ​ມາ​ປະສົມ ແລະ​ບາງ​ຄັ້ງ​ມີ​ການ​ປອມ​ແປງ. ແຕ່​ໜ້າ​ສັງເກດ ທັງ​ມາຣະໂກ​ກັບ​ໂຢຮັນ​ບອກ​ວ່າ​ນ້ຳມັນ​ຫອມ​ທີ່​ໃຊ້​ກັບ​ພະ​ເຢຊູ​ເປັນ “ນ້ຳມັນ​ຫອມ​ນາຣະດາ​ແທ້​ໆ​.”​—ມຣກ 14:3; ຢຮ 12:3

  • ນິກາຍ.

    ກຸ່ມ​ຄົນ​ທີ່​ຍຶດ​ຖື​ຫຼັກ​ຄຳສອນ​ບາງ​ຢ່າງ​ຫຼື​ຕິດຕາມ​ຜູ້​ນຳ​ຄົນ​ໜຶ່ງ ແລະ​ເຮັດ​ຕາມ​ຄວາມ​ເຊື່ອ​ຂອງ​ກຸ່ມ​ນັ້ນ. ໃນ​ພະຄຳພີ​ໃຊ້​ຄຳ​ນີ້​ກັບ 2 ນິກາຍ​ໃຫຍ່​ໆ​ຂອງ​ສາສະໜາ​ຢິວ​ຄື ຟາຣີຊາຍ​ກັບ​ຊາດູກາຍ. ຄົນ​ທີ່​ບໍ່​ແມ່ນ​ຄລິດສະຕຽນ​ກໍ​ເອີ້ນ​ສາສະໜາ​ຄລິດ​ວ່າ “ນິກາຍ” ຫຼື “ນິກາຍ​ຄົນ​ນາຊາເຣັດ.” ເຂົາເຈົ້າ​ອາດ​ເບິ່ງ​ວ່າ​ສາສະໜາ​ຄລິດ​ແຕກ​ອອກ​ມາ​ຈາກ​ສາສະໜາ​ຢິວ. ຕໍ່​ມາ ນິກາຍ​ຕ່າງ​ໆ​ເກີດຂຶ້ນ​ໃນ​ປະຊາຄົມ​ຄລິດສະຕຽນ ມີ​ການ​ເວົ້າ​ເຈາະຈົງ​ເຖິງ “ນິກາຍ​ນີໂກລາຍເຕ” ໃນ​ປຶ້ມ​ພະ​ນິມິດ.​—ກຈກ 5:17; 15:5; 24:5; 28:22; 2ປຕ 2:1; ພນມ 2:6

  • ນິມິດ.

    ເປັນ​ພາບ​ເຫດການ​ທີ່​ພະເຈົ້າ​ໃຫ້​ເຫັນ​ໃນ​ຫົວ​ໂດຍ​ການ​ອັດສະຈັນ. ຜູ້​ນັ້ນ​ອາດ​ຈະ​ເຫັນ​ນິມິດ​ຕອນ​ທີ່​ຍັງ​ນອນ​ຫຼັບ​ຢູ່​ຫຼື​ຕອນ​ທີ່​ຍັງ​ຕື່ນ​ຢູ່​ກໍ​ໄດ້. ປຖກ 46:2; ດນອ 8:2; ກຈກ 10:3; 11:5; 16:9

  • ນີຊານ.

    ຊື່​ໃໝ່​ຂອງ​ເດືອນ​ອາບິບ ຫຼັງ​ຈາກ​ຄົນ​ຢິວ​ເປັນ​ຊະເລີຍ​ໃນ​ບາບີໂລນ. ນີຊານ​ແມ່ນ​ຊື່​ຂອງ​ເດືອນ​ທີ 1 ຕາມ​ປະຕິທິນ​ສາສະໜາ​ຢິວ​ແລະ​ແມ່ນ​ຊື່​ຂອງ​ເດືອນ​ທີ 7 ຕາມ​ປະຕິທິນ​ກະສິກຳ. ເດືອນ​ນີ້​ເລີ່ມ​ຕົ້ນ​ຈາກ​ກາງ​ເດືອນ​ມີນາ​ຫາ​ກາງ​ເດືອນ​ເມສາ. (ນຮຢ 2:1)​—ເບິ່ງ​ພາກ​ຜະໜວກ ຂ15

  • ນາຊີຣີ.

    ມາ​ຈາກ​ຄຳ​ພາສາ​ເຮັບເຣີ​ທີ່​ແປ​ວ່າ “ຄົນ​ທີ່​ຖືກ​ເລືອກ” ຫຼື “ຄົນ​ທີ່​ອຸທິດ​ໂຕ​ໃຫ້” ຫຼື “ຄົນ​ທີ່​ຖືກ​ແຍກ​ໄວ້.” ນາຊີຣີ​ມີ​ຢູ່ 2 ປະເພດ​ຄື: ຄົນ​ທີ່​ສະໝັກ​ໃຈ​ເປັນ​ນາຊີຣີ​ແລະ​ຄົນ​ທີ່​ພະເຈົ້າ​ແຕ່ງຕັ້ງ​ໃຫ້​ເປັນ​ນາຊີຣີ. ຖ້າ​ຜູ້​ຊາຍ​ຫຼື​ຜູ້​ຍິງ​ຢາກ​ສາບານ​ພິເສດ​ວ່າ​ຈະ​ຢູ່​ແບບ​ນາຊີຣີ​ໄລຍະ​ໜຶ່ງ​ເພື່ອ​ພະ​ເຢໂຫວາ​ກໍ​ເຮັດ​ໄດ້. ມີ​ຂໍ້​ຫ້າມ​ຫຼັກ​ໆ​ 3 ຢ່າງ​ສຳລັບ​ຄົນ​ທີ່​ສະໝັກ​ໃຈ​ສາບານ​ພິເສດ​ວ່າ​ຈະ​ເປັນ​ນາຊີຣີ​ຄື: ຫ້າມ​ດື່ມ​ເຄື່ອງ​ດື່ມ​ມຶນເມົາ​ຫຼື​ກິນ​ຫຍັງ​ກໍ​ຕາມ​ທີ່​ມາ​ຈາກ​ຕົ້ນ​ໝາກ​ລະແຊັງ ຫ້າມ​ຕັດ​ຜົມ ແລະ​ຫ້າມ​ໄປ​ຖືກ​ຫຼື​ໄປ​ບາຍ​ສົບ​ຄົນ​ຕາຍ. ຄົນ​ທີ່​ພະເຈົ້າ​ແຕ່ງຕັ້ງ​ໃຫ້​ເປັນ​ນາຊີຣີ​ຈະ​ເປັນ​ນາຊີຣີ​ໄປ​ຕະຫຼອດ​ຊີວິດ ແລະ​ພະ​ເຢໂຫວາ​ຈະ​ກຳນົດ​ວ່າ​ລາວ​ຕ້ອງ​ເຮັດ​ຫຍັງ​ແດ່.​—ຈຊບ 6:2-7; ຜຕສ 13:5

  • ເນທິນິມ.

    ຄົນ​ທີ່​ເຮັດ​ວຽກ​ຮັບໃຊ້​ໃນ​ວິຫານ​ເຊິ່ງ​ບໍ່​ແມ່ນ​ຄົນ​ອິດສະຣາເອນ. ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ແປ​ຕາມ​ໂຕ​ວ່າ “ຜູ້​ທີ່​ຖືກ​ມອບ​ໄວ້” ເຊິ່ງ​ໝາຍ​ຄວາມ​ວ່າ​ເຂົາເຈົ້າ​ຖືກ​ມອບ​ໄວ້​ໃຫ້​ເຮັດ​ວຽກ​ຮັບໃຊ້​ໃນ​ວິຫານ. ເບິ່ງ​ຄື​ວ່າ​ເນທິນິມ​ຫຼາຍ​ຄົນ​ເປັນ​ລູກ​ຫຼານ​ຂອງ​ຄົນ​ເມືອງ​ກິເບໂອນ​ເຊິ່ງ​ໂຢຊວຍ​ເຄີຍ​ໃຫ້​ເຮັດ​ວຽກ​ເປັນ “ຄົນ​ຫາ​ຟືນ​ແລະ​ຕັກ​ນ້ຳ​ສຳລັບ​ພວກ​ອິດສະຣາເອນ​ແລະ​ສຳລັບ​ແທ່ນ​ບູຊາ​ຂອງ​ພະ​ເຢໂຫວາ.”​—ຢຊ 9:23, 27; 1ຂຄ 9:2; ອຊຣ 8:17

  • ເນຟິນ.

    ພວກ​ຜູ້​ຊາຍ​ທີ່​ເປັນ​ລູກ​ເຄິ່ງ​ທູດສະຫວັນ​ກັບ​ມະນຸດ (ແມ່​ເປັນ​ມະນຸດ ແຕ່​ພໍ່​ເປັນ​ທູດສະຫວັນ​ທີ່​ແປງ​ກາຍ​ເປັນ​ມະນຸດ) ເຂົາເຈົ້າ​ມັກ​ຄວາມ​ຮຸນແຮງ​ແລະ​ມີ​ຊີວິດ​ໃນ​ໄລຍະ​ກ່ອນ​ນ້ຳຖ້ວມ​ໂລກ.​—ປຖກ 6:4

  • ເນຮິໂລດ.

    ຄຳ​ທີ່​ບໍ່​ຮູ້​ຄວາມ​ໝາຍ​ທີ່​ແນ່ນອນ ເຊິ່ງ​ຢູ່​ໃນ​ຫົວ​ບົດ​ຂອງ​ເພງ​ສັນລະເສີນ​ບົດ 5. ບາງ​ຄົນ​ເຊື່ອ​ວ່າ​ໝາຍເຖິງ​ເຄື່ອງ​ເປົ່າ​ຊະນິດ​ໜຶ່ງ ໂດຍ​ເຊື່ອມ​ໂຍງ​ກັບ​ເຄົ້າ​ສັບ​ພາສາ​ເຮັບເຣີ​ທີ່​ກ່ຽວ​ຂ້ອງ​ກັບ​ຄຳ​ວ່າ ຊາລິວ (ຂຸ່ຍ). ແຕ່​ຄຳ​ນີ້​ອາດ​ໃຊ້​ເພື່ອ​ບອກ​ໃຫ້​ຮູ້​ທຳນອງ​ເພງ​ກໍ​ໄດ້.

  • ນັກ​ປັດຊະຍາ​ທີ່​ເປັນ​ພວກ​ເອປີກູຣຽວ.

    ກຸ່ມ​ຜູ້​ຕິດຕາມ​ນັກ​ປັດຊະຍາ​ຄົນ​ກຣີກ​ທີ່​ຊື່​ເອປີກູຣັດສ໌ (ປີ 341-270 ກ່ອນ ຄ.ສ). ປັດຊະຍາ​ຂອງ​ເຂົາເຈົ້າ​ມີ​ແນວ​ຄິດ​ຫຼັກ​ທີ່​ວ່າ ເປົ້າໝາຍ​ສູງ​ສຸດ​ໃນ​ຊີວິດ​ຂອງ​ມະນຸດ​ແມ່ນ​ການ​ມີ​ຄວາມ​ມ່ວນ​ຊື່ນ.​—ກຈກ 17:18

  • ໂນນ.

    ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ແມ່ນ “ມິໂລ” ມີ​ເຄົ້າ​ສັບ​ມາ​ຈາກ​ຄຳ​ທີ່​ແປ​ວ່າ “ຖົມ​ໃຫ້​ເຕັມ.” ສະບັບ​ເຊັບຕົວຈິນ ແປ​ຄຳ​ນີ້​ວ່າ “ປ້ອມ.” ມັນ​ໜ້າ​ຈະ​ເປັນ​ສິ່ງ​ທີ່​ເກີດຂຶ້ນ​ຕາມ​ທຳມະຊາດ​ຫຼື​ຖືກ​ສ້າງ​ຂຶ້ນ​ໃນ​ເມືອງ​ຂອງ​ດາວິດ ແຕ່​ແທ້​ໆ​ແລ້ວ​ມີ​ລັກສະນະ​ເປັນ​ແນວ​ໃດ​ກໍ​ຍັງ​ບໍ່​ມີ​ໃຜ​ຮູ້​ຊັດເຈນ.​—2ຊມ 5:9; 1ກສ 11:27

  • ແນວ​ໃສ່​ຖ່ານ​ໄຟ; ແນວ​ໃສ່​ຂີ້​ໄສ້​ຕະກຽງ.

    ເຮັດ​ຈາກ​ຄຳ ເງິນ ຫຼື​ທອງແດງ​ເຊິ່ງ​ໃຊ້​ສຳລັບ​ເອົາ​ຖ່ານ​ໄຟ​ອອກ​ຈາກ​ແທ່ນ​ບູຊາ​ແລະ​ສຳລັບ​ເຜົາ​ເຄື່ອງຫອມ ຫຼື​ເອົາ​ໄສ້​ຕະກຽງ​ທີ່​ໄໝ້​ແລ້ວ​ອອກ​ຈາກ​ຂາ​ຕະກຽງ​ຄຳ​ຢູ່​ເຕັ້ນ​ສັກສິດ​ແລະ​ວິຫານ. ບາງ​ຄັ້ງ​ເອີ້ນ​ວ່າ​ແນວ​ເຜົາ​ເຄື່ອງຫອມ.​—ອພຍ 37:23; 2ຂຄ 26:19; ຮຣ 9:4

  • ແນວ​ໜີບ​ໄສ້​ຕະກຽງ.

    ເຄື່ອງມື​ທີ່​ເຮັດ​ຈາກ​ຄຳ ອາດ​ຄ້າຍຄື​ກັນ​ກັບ​ເຫຼັກ​ຄີບ​ເຊິ່ງ​ໃຊ້​ໃນ​ເຕັ້ນ​ສັກສິດ​ແລະ​ວິຫານ​ເພື່ອ​ດັບ​ໄຟ​ຂອງ​ຕະກຽງ.​—ອພຍ 37:23

  • ບາອານ.

    ພະເຈົ້າ​ຂອງ​ຄົນ​ການາອານ​ເຊິ່ງ​ເຊື່ອຖື​ກັນ​ວ່າ​ເປັນ​ເຈົ້າ​ຂອງ​ທ້ອງຟ້າ ເປັນ​ຜູ້​ໃຫ້​ຝົນ ແລະ​ໃຫ້​ມີ​ຄວາມ​ອຸດົມ​ສົມບູນ. ຄຳ​ວ່າ “ບາອານ” ຍັງ​ໃຊ້​ເອີ້ນ​ເປັນ​ພະເຈົ້າ​ຂອງ​ແຕ່​ລະ​ທ້ອງຖິ່ນ​ນຳ. ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ແປ​ວ່າ “ເຈົ້າ​ຂອງ” ຫຼື “ເຈົ້າ​ນາຍ.”​—1ກສ 18:21; ຣມ 11:4

  • ບູເຣ.

    ຊື່​ຂອງ​ເດືອນ​ທີ 8 ຕາມ​ປະຕິທິນ​ສາສະໜາ​ຢິວ​ແລະ​ແມ່ນ​ຊື່​ຂອງ​ເດືອນ​ທີ 2 ຕາມ​ປະຕິທິນ​ກະສິກຳ. ຄຳ​ນີ້​ມາ​ຈາກ​ຄຳສັບ​ທີ່​ແປ​ວ່າ “ຜົນລະປູກ; ຜົນ​ຜະລິດ.” ເດືອນ​ນີ້​ເລີ່ມ​ຕົ້ນ​ຈາກ​ກາງ​ເດືອນ​ຕຸລາ​ຫາ​ກາງ​ເດືອນ​ພະຈິກ. (1ກສ 6:38)​—ເບິ່ງ​ພາກ​ຜະໜວກ ຂ15

  • ເບເອນເຊບູນ.

    ຊື່​ໜຶ່ງ​ທີ່​ໃຊ້​ເອີ້ນ​ຊາຕານ​ເຊິ່ງ​ເປັນ​ຫົວໜ້າ​ແລະ​ປົກຄອງ​ພວກ​ປີສາດ. ຄຳ​ນີ້​ອາດ​ພ້ຽນ​ມາ​ຈາກ​ຄຳ​ວ່າ “ບາອານເຊບູນ” ເຊິ່ງ​ເປັນ​ພະ​ບາອານ​ທີ່​ຄົນ​ຟີລິດສະຕີນ​ໃນ​ເມືອງ​ເອັກໂຣນ​ນະມັດສະການ.​—2ກສ 1:3; ມທ 12:24

  • ບໍລິສຸດ.

    ຄຸນລັກສະນະ​ປະຈຳ​ໂຕ​ຂອງ​ພະ​ເຢໂຫວາ ເປັນ​ສະພາບ​ທີ່​ບໍລິສຸດ​ທາງ​ສິນລະທຳ​ແລະ​ມີ​ຄວາມ​ສັກສິດ​ໃນ​ທຸກ​ດ້ານ. (ອພຍ 28:36; 1ຊມ 2:2; ສພສ 9:10; ອຊຢ 6:3) ເມື່ອ​ໃຊ້​ກັບ​ມະນຸດ (ອພຍ 19:6) ສັດ (ຈຊບ 18:17) ສິ່ງ​ຂອງ (ອພຍ 28:38; 30:25; ລລວ 27:14) ສະຖານ​ທີ່ (ອພຍ 3:5; ອຊຢ 27:13) ໄລຍະ​ເວລາ (ອພຍ 16:23; ລລວ 25:12) ແລະ​ກິດຈະກຳ​ຕ່າງ​ໆ​ (ອພຍ 36:4) ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ດັ້ງເດີມ​ຖ່າຍ​ທອດ​ແນວ​ຄິດ​ກ່ຽວກັບ​ການ​ແຍກ​ຫຼື​ກັນ​ໄວ້​ຕ່າງ​ຫາກ ຫຼື​ການ​ເຮັດ​ໃຫ້​ບໍລິສຸດ​ສຳລັບ​ພະເຈົ້າ ແລະ​ເປັນ​ສິ່ງ​ທີ່​ແຍກ​ໄວ້​ສຳລັບ​ການ​ຮັບໃຊ້​ພະເຈົ້າ. ໃນ​ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ກຣີກ ຄຳ​ທີ່​ແປ​ວ່າ “ບໍລິສຸດ” ແລະ “ຄວາມ​ບໍລິສຸດ” ໝາຍເຖິງ​ການ​ແຍກ​ໄວ້​ສຳລັບ​ພະເຈົ້າ​ແລະ​ຍັງ​ໝາຍເຖິງ​ການ​ກະທຳ​ທີ່​ບໍລິສຸດ​ນຳ​ອີກ.​—ມຣກ 6:20; 2ກຣ 7:1; 1ປຕ 1:15, 16

  • ບໍ່​ສະອາດ.

    ອາດ​ໝາຍເຖິງ​ສະພາບ​ຮ່າງກາຍ​ທີ່​ເປິເປື້ອນ​ຫຼື​ການ​ເຮັດ​ຜິດ​ຫຼັກ​ສິນລະທຳ. ແຕ່​ໃນ​ຄຳພີ​ໄບເບິນ ຄຳ​ນີ້​ສ່ວນ​ຫຼາຍ​ໝາຍເຖິງ​ສິ່ງ​ທີ່​ຍອມຮັບ​ບໍ່​ໄດ້​ຫຼື​ບໍ່​ສະອາດ​ຕາມ​ກົດໝາຍ​ຂອງ​ໂມເຊ. (ລລວ 5:2; 13:45; ມທ 10:1; ກຈກ 10:14; ອຟຊ 5:5)​—ເບິ່ງ​ຄຳ​ວ່າ “ສະອາດ

  • ບົວ​ຫົວ​ເສົາ.

    ສ່ວນ​ທີ່​ຢູ່​ເທິງ​ສຸດ​ຂອງ​ເສົາ​ເພື່ອ​ຕົກ​ແຕ່ງ​ເສົາ. ຢູ່​ໜ້າ​ວິຫານ​ຂອງ​ໂຊໂລໂມນ​ມີ​ເສົາ​ຄູ່​ໜຶ່ງ​ຊື່​ຢາກິນ​ກັບ​ໂບອາດ ແລະ​ຢູ່​ເທິງ​ຫົວ​ເສົາ​ມີ​ບົວ​ທີ່​ໃຫຍ່​ຫຼາຍ. (1ກສ 7:16)​—ເບິ່ງ​ພາກ​ຜະໜວກ ຂ8

  • ບຶງໄຟ.

    ບໍ່​ແມ່ນ​ສະຖານ​ທີ່​ແທ້​ໆ​ແຕ່​ເປັນ​ພາບ​ປຽບທຽບ. “ບຶງໄຟ​ທີ່​ລຸກ​ໄໝ້​ດ້ວຍ​ມາດ” ມີ​ຄວາມ​ໝາຍ​ຄື​ກັບ​ຄຳ​ວ່າ “ຄວາມ​ຕາຍ​ປະເພດ​ທີ​ສອງ.” ຄົນ​ທີ່​ເຮັດ​ບາບ​ແລ້ວ​ບໍ່​ກັບໃຈ ມານ​ຮ້າຍ ແລະ​ແມ່ນ​ແຕ່​ຄວາມ​ຕາຍ​ກັບ​ບ່ອນ​ຝັງ​ສົບ (ຮາເດສ໌) ກໍ​ຈະ​ຖືກ​ໂຍນ​ລົງ​ໃນ​ບຶງ​ໄຟ. ບຶງ​ໄຟ​ເປັນ​ພຽງ​ແຕ່​ພາບ​ປຽບທຽບ​ທີ່​ໝາຍເຖິງ​ການ​ທຳລາຍ​ໃຫ້​ສາບ​ສູນ​ຕະຫຼອດ​ໄປ ບໍ່​ແມ່ນ​ການ​ທໍລະມານ​ຕະຫຼອດ​ໄປ ເພາະ​ທັງ​ມານ​ຮ້າຍ ຄວາມ​ຕາຍ ແລະ​ບ່ອນ​ຝັງ​ສົບ​ຖືກ​ໄຟ​ເຜົາ​ບໍ່​ໄດ້.​—ພນມ 19:20; 20:14, 15; 21:8

  • ບັດ.

    ຫົວ​ໜ່ວຍ​ແນວ​ຜອງ​ທີ່​ເປັນ​ນ້ຳ. 1 ບັດ​ເທົ່າ​ກັບ​ປະມານ 22 ລິດ​ເຊິ່ງ​ຄິດ​ໄລ່​ຈາກ​ເສດ​ໄຫ​ທີ່​ນັກ​ບູຮານຄະດີ​ໄດ້​ຄົ້ນພົບ. ເສດ​ໄຫ​ເຫຼົ່າ​ນັ້ນ​ມີ​ຄຳ​ວ່າ​ບັດ​ຢູ່​ນຳ. ຫົວ​ໜ່ວຍ​ອື່ນ​ໆ​ທີ່​ເປັນ​ແນວ​ຜອງ​ຂອງ​ແຫ້ງ​ແລະ​ແນວ​ຜອງ​ທີ່​ເປັນ​ນ້ຳ​ໃນ​ຄຳພີ​ໄບເບິນ ສ່ວນ​ຫຼາຍ​ກໍ​ໄດ້​ຄິດ​ໄລ່​ຈາກ​ຫົວ​ໜ່ວຍ​ບັດ​ນີ້. (1ກສ 7:38; ອຊກ 45:14)​—ເບິ່ງ​ພາກ​ຜະໜວກ ຂ14

  • ບັນລັງ​ຕັດສິນ.

    ສ່ວນ​ຫຼາຍ​ຈະ​ໝາຍເຖິງ​ເວທີ​ກາງ​ແຈ້ງ​ທີ່​ເຮັດ​ສູງ​ຂຶ້ນ​ຈາກ​ພື້ນ​ແລະ​ມີ​ຂັ້ນໄດ​ຂຶ້ນ​ລົງ. ເຈົ້າ​ໜ້າທີ່​ຈະ​ນັ່ງ​ເທິງ​ບັນລັງ​ນີ້​ເພື່ອ​ເວົ້າ​ກັບ​ປະຊາຊົນ​ແລະ​ປະກາດ​ຄຳ​ຕັດສິນ. ຄຳ​ວ່າ “ບັນລັງ​ຕັດສິນ​ຂອງ​ພະເຈົ້າ” ແລະ “ບັນລັງ​ຕັດສິນ​ຂອງ​ພະຄລິດ” ໝາຍເຖິງ​ການ​ຕັດສິນ​ຂອງ​ພະ​ເຢໂຫວາ​ທີ່​ຈະ​ເກີດ​ກັບ​ມະນຸດ​ທົ່ວ​ໂລກ.​—ຢຮ 19:13; ຣມ 14:10; 2ກຣ 5:10

  • ບ່ອນ​ສັກສິດ.

    ສະຖານ​ທີ່​ບໍລິສຸດ​ເຊິ່ງ​ກຳນົດ​ໄວ້​ໃຫ້​ເປັນ​ບ່ອນ​ສຳລັບ​ນະມັດສະການ ແຕ່​ສ່ວນ​ຫຼາຍ​ແລ້ວ​ໝາຍເຖິງ​ເຕັ້ນ​ສັກສິດ​ຫຼື​ວິຫານ​ໃນ​ເມືອງ​ເຢຣູຊາເລັມ. ຄຳ​ນີ້​ຍັງ​ໝາຍເຖິງ​ບ່ອນ​ຢູ່​ຂອງ​ພະເຈົ້າ​ໃນ​ສະຫວັນ​ນຳ​ອີກ.​—ອພຍ 25:8, 9; 2ກສ 10:25; 1ຂຄ 28:10; ພນມ 11:19

  • ບ່ອນ​ນະມັດສະການ.

    ສະຖານ​ທີ່​ສຳລັບ​ການ​ນະມັດສະການ​ເຊິ່ງ​ປົກກະຕິ​ຈະ​ຢູ່​ເທິງ​ຈອມພູ ເທິງ​ພູ ຫຼື​ເທິງ​ແທ່ນ​ທີ່​ມະນຸດ​ສ້າງ​ຂຶ້ນ. ເຖິງ​ວ່າ​ບາງ​ເທື່ອ​ບ່ອນ​ນະມັດສະການ​ອາດ​ໃຊ້​ສຳລັບ​ນະມັດສະການ​ພະເຈົ້າ ແຕ່​ສ່ວນ​ຫຼາຍ​ກ່ຽວ​ຂ້ອງ​ກັບ​ການ​ນະມັດສະການ​ພະ​ປອມ.​—ຈຊບ 33:52; 1ກສ 3:2; ຢຣມ 19:5

  • ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ.

    ມາ​ຈາກ​ຄຳ​ທີ່​ແປ​ວ່າ “ການ​ລວມ​ໂຕ​ກັນ” ຫຼື “ການ​ຊຸມນຸມ​ກັນ” ແຕ່​ໃນ​ຂໍ້​ພະຄຳພີ​ສ່ວນ​ຫຼາຍ​ໝາຍເຖິງ​ອາຄານ​ຫຼື​ບ່ອນ​ທີ່​ຄົນ​ຢິວ​ມາ​ລວມ​ໂຕ​ກັນ​ເພື່ອ​ອ່ານ​ພະຄຳພີ ສອນ ປະກາດ ແລະ​ອະທິດຖານ. ໃນ​ສະໄໝ​ພະ​ເຢຊູ ເມືອງ​ທີ່​ໃຫຍ່​ໆ​ທຸກ​ເມືອງ​ໃນ​ອິດສະຣາເອນ​ມີ​ບ່ອນ​ປະຊຸມ​ແບບ​ນີ້​ໜຶ່ງ​ບ່ອນ ແຕ່​ຖ້າ​ເມືອງ​ໃດ​ໃຫຍ່​ຫຼາຍ​ກໍ​ຈະ​ມີ​ຫຼາຍ​ກວ່າ​ໜຶ່ງ​ບ່ອນ.​—ລກ 4:16; ກຈກ 13:14, 15

  • ບ່ອນ​ຝັງ​ສົບ; ຂຸມ​ຝັງ​ສົບ.

    ໝາຍເຖິງ​ບ່ອນ​ຝັງ​ສົບ​ແທ້​ໆ​ຂອງ​ມະນຸດ ແຕ່​ສ່ວນ​ຫຼາຍ​ແລ້ວ ໃນ​ຄຳພີ​ໄບເບິນ​ໃຊ້​ຄຳ​ນີ້​ເພື່ອ​ເປັນ​ພາບ​ປຽບທຽບ​ເຖິງ​ສະພາບ​ຂອງ​ມະນຸດ​ທີ່​ຕາຍ​ແລ້ວ. ຄຳ​ວ່າ “ບ່ອນ​ຝັງ​ສົບ” ແປ​ມາ​ຈາກ​ຄຳ​ພາສາ​ເຮັບເຣີ “ເຊໂອນ” ແລະ​ຄຳ​ພາສາ​ກຣີກ “ຮາເດສ໌.” ຄຳ​ນີ້​ໃນ​ຄຳພີ​ໄບເບິນ​ໝາຍເຖິງ​ສະຖານ​ທີ່​ໂດຍ​ໄນ​ຫຼື​ສະພາບ​ທີ່​ບໍ່​ມີ​ວຽກ​ງານ​ແລະ​ບໍ່​ມີ​ຄວາມ​ຮູ້ສຶກ​ນຶກ​ຄິດ​ຫຍັງ​ເລີຍ. (ປຖກ 47:30; ປຍຈ 9:10; ກຈກ 2:31) ມີ​ການ​ແປ​ຄຳ​ພາສາ​ກຣີກ ມະນີມີໂອນ ເປັນ​ບ່ອນ​ຝັງ​ສົບ​ນຳ. ສ່ວນ​ໜຶ່ງ​ຂອງ​ຄຳ​ນີ້​ມີ​ຄວາມ​ໝາຍ​ວ່າ “ລະນຶກ​ເຖິງ” ເຊິ່ງ​ສະແດງ​ວ່າ​ມະນຸດ​ມັກ​ຄິດ​ຮອດ​ຄົນ​ທີ່​ຕາຍ​ໄປ.​—ຢຮ 5:28, 29

  • ບັບເຕມາ.

    ຄຳ​ນີ້​ມີ​ຄວາມ​ໝາຍ​ວ່າ “ຈຸ່ມ” ຫຼື​ຈຸ່ມ​ໃຫ້​ຫຼິບ​ນ້ຳ. ພະ​ເຢຊູ​ກຳນົດ​ວ່າ​ຄົນ​ທີ່​ຈະ​ມາ​ເປັນ​ລູກສິດ​ຂອງ​ເພິ່ນ​ຕ້ອງ​ຮັບ​ບັບເຕມາ. ຄຳພີ​ໄບເບິນ​ຍັງ​ເວົ້າ​ເຖິງ​ບັບເຕມາ​ຂອງ​ໂຢຮັນ ການ​ບັບເຕມາ​ດ້ວຍ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ ການ​ບັບເຕມາ​ດ້ວຍ​ໄຟ ແລະ​ການ​ບັບເຕມາ​ໃນ​ແບບ​ອື່ນ​ໆ​ນຳ.​—ມທ 3:11, 16; 28:19; ຢຮ 3:23; 1ປຕ 3:21

  • ປະກາລັງ.

    ສິ່ງ​ທີ່​ສັດ​ທະເລ​ໂຕ​ນ້ອຍ​ໆ​ສ້າງ​ຂຶ້ນ​ມາ​ມີ​ລັກສະນະ​ຄ້າຍຄື​ກັບ​ຫີນ​ແຂງ​ໆ​. ໃນ​ມະຫາ​ສະ​ມຸດ​ສາມາດ​ພົບ​ເຫັນ​ໄດ້​ຫຼາຍ​ສີ ເຊັ່ນ: ສີ​ແດງ ສີ​ຂາວ ແລະ​ສີ​ດຳ. ປະກາລັງ​ພົບ​ເຫັນ​ໄດ້​ຫຼາຍ​ໃນ​ທະເລ​ແດງ. ໃນ​ສະໄໝ​ຄຳພີ​ໄບເບິນ​ປະກາລັງສີ​ແດງ​ເປັນ​ສິ່ງ​ທີ່​ມີ​ຄ່າ​ຫຼາຍ. ນິຍົມ​ເອົາ​ມາ​ເຮັດ​ເປັນ​ໝາກ​ຕຸ້ມ​ແລະ​ເຄື່ອງ​ປະດັບ​ອື່ນ​ໆ​.​—ສພສ 8:11

  • ປະຊາຄົມ.

    ກຸ່ມ​ຄົນ​ທີ່​ມາ​ລວມ​ໂຕ​ກັນ​ເພື່ອ​ຈຸດປະສົງ​ສະເພາະ​ຫຼື​ເພື່ອ​ເຮັດ​ກິດຈະກຳ​ບາງ​ຢ່າງ. ໃນ​ພະຄຳພີ​ພາກ​ພາສາ​ເຮັບເຣີ ໂດຍ​ທົ່ວໄປ​ຄຳ​ນີ້​ໝາຍເຖິງ​ຊາດ​ອິດສະຣາເອນ. ໃນ​ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ກຣີກ ບາງ​ຄັ້ງ​ຄຳ​ນີ້​ໝາຍເຖິງ​ປະຊາຄົມ​ຄລິດສະຕຽນ​ແຕ່​ລະ​ບ່ອນ ແຕ່​ສ່ວນ​ຫຼາຍ​ແລ້ວ​ໝາຍເຖິງ​ປະຊາຄົມ​ຄລິດສະຕຽນ​ໂດຍ​ລວມ.​—1ກສ 8:22; ກຈກ 9:31; ຣມ 16:5

  • ປະຕິຍານ; ສາບານ.

    ສັນຍາ​ທີ່​ໃຫ້​ກັບ​ພະເຈົ້າ​ວ່າ​ຈະ​ເຮັດ​ບາງ​ຢ່າງ ຈະ​ເອົາ​ບາງ​ຢ່າງ​ໃຫ້ ຈະ​ເຮັດ​ວຽກ​ເພື່ອ​ເພິ່ນ ຫຼື​ຈະ​ງົດ​ເວັ້ນ​ບາງ​ສິ່ງ​ເຊິ່ງ​ແທ້​ໆ​ແລ້ວ​ບໍ່​ຜິດ​ກົດໝາຍ​ຂອງ​ພະເຈົ້າ. ຄຳ​ສາບານ​ຖື​ເປັນ​ເລື່ອງ​ຈິງ​ຈັງ.​—ຈຊບ 6:2; ປຍຈ 5:4; ມທ 5:33

  • ປະໂລຫິດ.

    ຄົນ​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ໃຫ້​ເຮັດ​ໜ້າທີ່​ເປັນ​ຕົວແທນ​ຂອງ​ພະເຈົ້າ. ເຂົາເຈົ້າ​ຈະ​ສັ່ງ​ສອນ​ປະຊາຊົນ​ໃຫ້​ຮູ້​ເລື່ອງ​ຂອງ​ພະເຈົ້າ​ແລະ​ກົດໝາຍ​ຂອງ​ເພິ່ນ. ປະໂລຫິດ​ຍັງ​ເຮັດ​ໜ້າທີ່​ເປັນ​ຕົວແທນ​ປະຊາຊົນ​ເມື່ອ​ຢູ່​ຕໍ່​ໜ້າ​ພະເຈົ້າ. ເຂົາເຈົ້າ​ຈະ​ເອົາ​ເຄື່ອງ​ບູຊາ​ໃຫ້​ແລະ​ອະທິດຖານ​ອ້ອນວອນ​ເພື່ອ​ປະຊາຊົນ. ໃນ​ສະໄໝ​ທີ່​ຍັງ​ບໍ່​ມີ​ກົດໝາຍ​ຂອງ​ໂມເຊ ຫົວໜ້າ​ຄອບຄົວ​ຈະ​ເຮັດ​ໜ້າທີ່​ເປັນ​ປະໂລຫິດ​ໃຫ້​ຄອບຄົວ​ຂອງ​ລາວ. ແຕ່​ເມື່ອ​ມີ​ກົດໝາຍ​ຂອງ​ໂມເຊ​ແລ້ວ ຜູ້​ຊາຍ​ທີ່​ເປັນ​ລູກ​ຫຼານ​ຂອງ​ອາໂຣນ​ເຊິ່ງ​ຢູ່​ໃນ​ຕະກູນ​ເລວີ​ກໍ​ເຮັດ​ໜ້າທີ່​ເປັນ​ປະໂລຫິດ. ສ່ວນ​ຜູ້​ຊາຍ​ຄົນ​ອື່ນ​ໆ​ທີ່​ເຫຼືອ​ໃນ​ຕະກູນ​ເລວີ​ເປັນ​ຜູ້​ຊ່ວຍ​ຂອງ​ປະໂລຫິດ. ເມື່ອ​ມີ​ສັນຍາ​ໃໝ່ ອິດສະຣາເອນ​ຂອງ​ພະເຈົ້າ​ກາຍ​ເປັນ​ຊາດ​ທີ່​ມີ​ປະໂລຫິດ​ປົກຄອງ​ໂດຍ​ມີ​ພະ​ເຢຊູ​ຄລິດ​ເປັນ​ປະໂລຫິດ​ໃຫຍ່.​—ອພຍ 28:41; ຮຣ 9:24; ພນມ 5:10

  • ປະໂລຫິດ​ໃຫຍ່.

    ຕຳແໜ່ງ​ປະໂລຫິດ​ສູງ​ສຸດ​ຕາມ​ທີ່​ກຳນົດ​ໄວ້​ໃນ​ກົດໝາຍ​ຂອງ​ໂມເຊ. ລາວ​ເປັນ​ຕົວແທນ​ຂອງ​ປະຊາຊົນ​ເມື່ອ​ຢູ່​ຕໍ່​ໜ້າ​ພະເຈົ້າ​ແລະ​ເປັນ​ຜູ້​ເບິ່ງແຍງ​ປະໂລຫິດ​ຄົນ​ອື່ນ​ໆ​. ລາວ​ເປັນ​ຄົນ​ດຽວ​ທີ່​ມີ​ສິດ​ເຂົ້າ​ໄປ​ໃນ​ຫ້ອງ​ບໍລິສຸດ​ທີ່​ສຸດ ເຊິ່ງ​ເປັນ​ຫ້ອງ​ທີ່​ຢູ່​ທາງ​ໃນ​ຂອງ​ເຕັ້ນ​ສັກສິດ​ແລະ​ວິຫານ. ລາວ​ຈະ​ເຂົ້າ​ໄປ​ໃນ​ຫ້ອງ​ນີ້​ສະເພາະ​ໃນ​ວັນ​ໄຖ່​ບາບ​ປະຈຳ​ປີ. ຄຳ​ວ່າ “ປະໂລຫິດ​ໃຫຍ່” ຍັງ​ໃຊ້​ກັບ​ພະ​ເຢຊູ​ຄລິດ​ນຳ.​—ລລວ 16:2, 17; 21:10; ມທ 26:3; ຮຣ 4:14

  • ປີສາດ.

    ພວກ​ຊົ່ວ​ຮ້າຍ​ທີ່​ຄົນ​ເຮົາ​ເບິ່ງ​ບໍ່​ເຫັນ​ແລະ​ມີ​ອຳນາດ​ເໜືອ​ມະນຸດ. ໃນ​ປະຖົມມະການ 6:2 (ໄຂເງື່ອນ) ເອີ້ນ​ປີສາດ​ພວກ​ນີ້​ວ່າ “ລູກ​ຂອງ​ພະເຈົ້າ” ແລະ​ໃນ​ຢູດາ 6 ເອີ້ນ​ວ່າ “ພວກ​ທູດສະຫວັນ.” ສະແດງ​ວ່າ​ປີສາດ​ພວກ​ນີ້​ບໍ່​ໄດ້​ຖືກ​ສ້າງ​ໃຫ້​ຊົ່ວ​ຮ້າຍ ແຕ່​ເປັນ​ທູດສະຫວັນ​ທີ່​ຕັ້ງ​ໂຕ​ເປັນ​ສັດຕູ​ກັບ​ພະ​ເຢໂຫວາ​ໂດຍ​ບໍ່​ເຊື່ອຟັງ​ເພິ່ນ​ໃນ​ສະໄໝ​ໂນອາ​ແລະ​ຮ່ວມ​ມື​ກັບ​ຊາຕານ​ເພື່ອ​ກະບົດ​ຕໍ່​ເພິ່ນ.​—ພບຍ 32:17; ລກ 8:30; ກຈກ 16:16; ຢກບ 2:19

  • ປີ​ແຫ່ງ​ອິດສະຫຼະ; ປີ​ຈູບິລີ.

    ທຸກ​ໆ​ປີ​ທີ 50 ນັບ​ຈາກ​ທີ່​ຄົນ​ອິດສະຣາເອນ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ. ເມື່ອ​ຮອດ​ປີ​ແຫ່ງ​ອິດສະຫຼະ ແຜ່ນດິນ​ຈະ​ຕ້ອງ​ບໍ່​ມີ​ການ​ຫວ່ານ​ຫຼື​ເກັບ​ກ່ຽວ ແລະ​ຄົນ​ເຮັບເຣີ​ທີ່​ເປັນ​ທາດ​ຈະ​ຖືກ​ປົດ​ປ່ອຍ​ໃຫ້​ເປັນ​ອິດສະຫຼະ. ດິນ​ມູນ​ທີ່​ຖືກ​ຂາຍ​ໄປ​ຈະ​ໄດ້​ກັບຄືນມາ. ໃນ​ອີກ​ແງ່​ໜຶ່ງ ປີ​ແຫ່ງ​ອິດສະຫຼະ​ກໍ​ເປັນ​ຄື​ກັບ​ປີ​ທີ່​ມີ​ເທດສະການ​ໝົດ​ປີ ເປັນ​ປີ​ແຫ່ງ​ອິດສະຫຼະ​ພາບ​ທີ່​ເຮັດ​ໃຫ້​ໝົດ​ຊາດ​ກັບ​ຄືນ​ສູ່​ສະພາບ​ທີ່​ເຄີຍ​ເປັນ​ຄື​ກັບ​ຕອນ​ທີ່​ພະເຈົ້າ​ກໍ່​ຕັ້ງ​ຊາດ​ນີ້​ຂຶ້ນ​ເທື່ອ​ທຳອິດ.​—ລລວ 25:10

  • ປູຣິມ.

    ເທດສະການ​ປະຈຳ​ປີ​ເຊິ່ງ​ສະຫຼອງ​ໃນ​ວັນ​ທີ 14 ແລະ 15 ເດືອນ​ອາດາ. ມີ​ການ​ສະຫຼອງ​ເທດສະການ​ນີ້​ເພື່ອ​ລະນຶກ​ເຖິງ​ເຫດການ​ຕອນ​ທີ່​ຄົນ​ຢິວ​ຖືກ​ຊ່ວຍ​ໃຫ້​ລອດ​ຈາກ​ການ​ຖືກ​ທຳລາຍ​ລ້າງ​ໃນ​ສະໄໝ​ຂອງ​ລາຊີນີ​ເອັດສະເທີ. ຄຳ​ວ່າ ປູຣິມ ບໍ່​ແມ່ນ​ຄຳ​ພາສາ​ເຮັບເຣີ. ຄຳ​ນີ້​ແປ​ວ່າ “ສະຫຼາກ.” ເທດສະການ​ນີ້​ຖືກ​ເອີ້ນ​ວ່າ​ເທດສະການ​ປູຣິມ ຫຼື​ເທດສະການ​ຈົກ​ສະຫຼາກ​ກໍ​ຍ້ອນ​ຮາມານ​ໂຍນ​ປູເຣ (ສະຫຼາກ) ເພື່ອ​ກຳນົດ​ມື້​ທີ່​ຈະ​ກວາດ​ລ້າງ​ຄົນ​ຢິວ.​—ອສທ 3:7; 9:26

  • ເປີເຊຍ.

    ປະເທດ​ຫຼື​ຊົນຊາດ​ທີ່​ມັກ​ມີ​ການ​ເວົ້າ​ເຖິງ​ຄູ່​ກັບ​ເມເດຍ. ໃນ​ຊ່ວງ​ທຳອິດ ຄົນ​ເປີເຊຍ​ປົກຄອງ​ດິນແດນ​ສະເພາະ​ທາງ​ຕາເວັນ​ຕົກ​ສ່ຽງ​ໃຕ້​ຂອງ​ພູ​ພຽງ​ອີຣານ​ເທົ່າ​ນັ້ນ. ແຕ່​ເມື່ອ​ຮອດ​ສະໄໝ​ທີ່​ກະສັດ​ໄຊຣັດ​ຜູ້​ຍິ່ງໃຫຍ່​ປົກຄອງ (ນັກ​ປະຫວັດສາດ​ບາງ​ຄົນ​ໃນ​ສະໄໝ​ກ່ອນ​ບອກ​ວ່າ​ໄຊຣັດ​ມີ​ພໍ່​ເປັນ​ຄົນ​ເປີເຊຍ​ແລະ​ແມ່​ເປັນ​ຄົນ​ເມເດຍ) ຄົນ​ເປີເຊຍ​ກໍ​ເລີ່ມ​ມີ​ອຳນາດ​ເໜືອ​ຄົນ​ເມເດຍ ແຕ່​ສອງ​ອານາຈັກ​ນີ້​ກໍ​ຍັງ​ເປັນ​ອຳນາດ​ຄູ່​ກັນ​ຕໍ່​ໄປ. ໄຊຣັດ​ເອົາ​ຊະນະ​ຈັກກະວັດ​ບາບີໂລນ​ໃນ​ປີ 539 ກ່ອນ ຄ.ສ ແລະ​ອະນຸຍາດ​ໃຫ້​ຄົນ​ຢິວ​ທີ່​ເປັນ​ຊະເລີຍ​ກັບ​ບ້ານ​ເກີດ. ຈັກກະວັດ​ເປີເຊຍ​ແຜ່​ຂະຫຍາຍ​ດິນແດນ​ຕັ້ງແຕ່​ແມ່​ນ້ຳ​ສິນທຸ​ທາງ​ຕາເວັນ​ອອກ​ໄປ​ຈົນ​ຮອດ​ທະເລ​ອີຈຽນ​ທາງ​ຕາເວັນ​ຕົກ. ຄົນ​ຢິວ​ຢູ່​ໃຕ້​ການ​ປົກຄອງ​ຂອງ​ເປີເຊຍ​ຈົນ​ຮອດ​ອາເລັກຊັນເດີ​ຜູ້​ຍິ່ງໃຫຍ່​ເອົາ​ຊະນະ​ເປີເຊຍ​ໄດ້​ໃນ​ປີ 331 ກ່ອນ ຄ.ສ. ດານີເອນ​ເຫັນ​ຈັກກະວັດ​ເປີເຊຍ​ໃນ​ນິມິດ ແລະ​ໃນ​ປຶ້ມ​ເອັດຊະຣາ ເນເຮມີຢາ ແລະ​ເອັດສະເທີ​ກໍ​ເວົ້າ​ເຖິງ​ຈັກກະວັດ​ນີ້. (ອຊຣ 1:1; ດນອ 5:28; 8:20)​—ເບິ່ງ​ພາກ​ຜະໜວກ ຂ9

  • ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ; ຟື້ນ​ຄືນ​ມາ​ຈາກ​ຕາຍ.

    ຄຳ​ພາສາ​ກຣີກ ອະນາສະຕາຊິດສ໌ ແປ​ຕາມ​ໂຕ​ວ່າ “ເຮັດ​ໃຫ້​ລຸກ​ຂຶ້ນ” ຫຼື “ຢືນ​ຂຶ້ນ.” ໃນ​ຄຳພີ​ໄບເບິນ​ເວົ້າ​ເຖິງ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ຂອງ 9 ຄົນ ເຊິ່ງ​ລວມ​ເຖິງ​ຕອນ​ທີ່​ພະ​ເຢໂຫວາ​ປຸກ​ພະ​ເຢຊູ​ໃຫ້​ຄືນ​ມາ​ຈາກ​ຕາຍ​ນຳ. ການ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ຂອງ​ຄົນ​ອື່ນ​ໆ​ທີ່​ເຮັດ​ໂດຍ​ເອລີຢາ ເອລີຊາ ພະ​ເຢຊູ ເປໂຕ ແລະ​ໂປໂລ​ສະແດງ​ໃຫ້​ເຫັນ​ວ່າ​ເກີດ​ຈາກ​ລິດເດດ​ຂອງ​ພະເຈົ້າ. ການ​ປຸກ “ທັງ​ຄົນ​ດີ​ແລະ​ຄົນ​ຊົ່ວ” ໃຫ້​ຄືນ​ມາ​ຈາກ​ຕາຍ​ເພື່ອ​ຈະ​ຢູ່​ໃນ​ໂລກ​ເປັນ​ສ່ວນ​ສຳຄັນ​ໃນ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ. (ກຈກ 24:15) ຄຳພີ​ໄບເບິນ​ເວົ້າ​ເຖິງ​ການ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ເພື່ອ​ໄປ​ສະຫວັນ​ນຳ​ອີກ. ມີ​ການ​ໃຊ້​ສຳນວນ​ວ່າ “ກຸ່ມ​ທຳອິດ​ທີ່​ໄດ້​ຮັບ​ການ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ” ຫຼື “ການ​ຄືນ​ມາ​ຈາກ​ຕາຍ​ລຳດັບ​ທຳອິດ” ກັບ​ພວກ​ລູກສິດ​ຂອງ​ພະ​ເຢຊູ​ທີ່​ຖືກ​ເລືອກ​ດ້ວຍ​ພະລັງ​ບໍລິສຸດ.​—ຢຮ 5:28, 29; 11:25; ຟລປ 3:11; ພນມ 20:5, 6

  • ປັດສະຄາ.

    ເທດສະການ​ປະຈຳ​ປີ​ທີ່​ສະຫຼອງ​ໃນ​ວັນ​ທີ 14 ເດືອນ​ອາບິບ (ຕໍ່​ມາ​ເອີ້ນ​ວ່າ​ເດືອນ​ນີຊານ) ເພື່ອ​ລະນຶກ​ເຖິງ​ການ​ທີ່​ພະເຈົ້າ​ຊ່ວຍ​ຄົນ​ອິດສະຣາເອນ​ອອກ​ຈາກ​ເອຢິບ. ມີ​ການ​ສະຫຼອງ​ເທດສະການ​ນີ້​ໂດຍ​ຂ້າ​ລູກ​ແກະ (ຫຼື​ແບ້) ແລ້ວ​ປີ້ງ​ກິນ​ກັບ​ຜັກ​ທີ່​ມີ​ລົດ​ຊາດ​ຂົມ​ແລະ​ເຂົ້າຈີ່​ບໍ່​ມີ​ເຊື້ອ.​—ອພຍ 12:27; ຢຮ 6:4; 1ກຣ 5:7

  • ຜ້າກັ້ງ.

    ຜ້າ​ທີ່​ຕ່ຳ​ຢ່າງ​ສວຍ​ງາມ​ແລະ​ແສ່ວ​ເປັນ​ຮູບ​ເຄຣູບ. ໃຊ້​ສຳລັບ​ຂັ້ນ​ລະຫວ່າງ​ຫ້ອງ​ບໍລິສຸດ​ກັບ​ຫ້ອງ​ບໍລິສຸດ​ທີ່​ສຸດ​ທັງ​ໃນ​ເຕັ້ນ​ສັກສິດ​ແລະ​ໃນ​ວິຫານ. (ອພຍ 26:31; 2ຂຄ 3:14; ມທ 27:51; ຮຣ 9:3)​—ເບິ່ງ​ພາກ​ຜະໜວກ ຂ5

  • ຜ້າ​ຄຽນ​ຫົວ.

    ຜ້າ​ທີ່​ພັນ​ອ້ອມ​ຫົວ​ແລະ​ເປັນ​ເຄື່ອງ​ປະດັບ​ຫົວ​ຢ່າງ​ໜຶ່ງ. ປະໂລຫິດ​ໃຫຍ່​ໃສ່​ຜ້າ​ຄຽນ​ຫົວ​ທີ່​ເຮັດ​ຈາກ​ຜ້າ​ລີນິນ​ເນື້ອ​ດີ ແລະ​ມີ​ແຜ່ນ​ຄຳ​ຕິດ​ຢູ່​ທາງ​ໜ້າ​ມັດ​ດ້ວຍ​ເຊືອກ​ສີ​ຟ້າ. ກະສັດ​ກໍ​ໃສ່​ຜ້າ​ຄຽນ​ຫົວ​ໄວ້​ກ້ອງ​ມົງກຸດ​ນຳ. ໂຢບ​ກໍ​ເຄີຍ​ປຽບທຽບ​ຄວາມ​ຍຸຕິທຳ​ຂອງ​ລາວ​ເປັນ​ຄື​ກັບ​ຜ້າ​ຄຽນ​ຫົວ.​—ອພຍ 28:36, 37; ໂຢບ 29:14; ອຊກ 21:26

  • ຜ້າ​ເນື້ອ​ຫຍາບ.

    ໃຊ້​ເຮັດ​ເປົາ​ຫຼື​ຖົງ ເຊັ່ນ: ເປົາ​ໃສ່​ເຂົ້າ. ສ່ວນ​ຫຼາຍ​ຕ່ຳ​ຈາກ​ຂົນ​ແບ້​ສີ​ເຂັ້ມ​ແລະ​ເປັນ​ເຄື່ອງນຸ່ງ​ໃສ່​ຕອນ​ທີ່​ມີ​ຄວາມ​ທຸກ​ໂສກເສົ້າ.​—ປຖກ 37:34; ລກ 10:13

  • ຜູ້​ຄວບຄຸມ​ດົນຕີ.

    ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ຕາມ​ທີ່​ໃຊ້​ໃນ​ປຶ້ມ​ເພງ​ສັນລະເສີນ​ເບິ່ງ​ຄື​ວ່າ​ຈະ​ໝາຍເຖິງ​ຄົນ​ທີ່​ຮຽບ​ຮຽງ​ແລະ​ຄວບຄຸມ​ການ​ຮ້ອງ​ເພງ ຝຶກ​ຊ້ອມ​ແລະ​ຝຶກ​ສອນ​ນັກຮ້ອງ​ຄົນ​ເລວີ ລວມ​ທັງ​ເປັນ​ຜູ້​ນຳ​ການ​ສະແດງ​ໃນ​ພິທີ​ຕ່າງ​ໆ​.​—ພສ 4:ຫົວບົດ; 5:ຫົວບົດ

  • ຜູ້​ຊ່ວຍ​ວຽກ​ຮັບໃຊ້.

    ມາ​ຈາກ​ຄຳ​ພາສາ​ກຣີກ ດິອາໂຄໂນສ໌ ເຊິ່ງ​ມັກ​ແປ​ວ່າ “ຜູ້​ຮັບໃຊ້” ຫຼື “ຄົນ​ຮັບໃຊ້.” ຄຳ​ວ່າ “ຜູ້​ຊ່ວຍ​ວຽກ​ຮັບໃຊ້” ໝາຍເຖິງ​ຄົນ​ທີ່​ເປັນ​ຜູ້​ຊ່ວຍ​ຂອງ​ຄະນະ​ຜູ້​ເບິ່ງແຍງ​ໃນ​ປະຊາຄົມ. ລາວ​ຕ້ອງ​ມີ​ຄຸນສົມບັດ​ຕາມ​ທີ່​ຄຳພີ​ໄບເບິນ​ກຳນົດ​ໄວ້.​—1ຕມ 3:8-10, 12

  • ຜູ້​ຕໍ່ຕ້ານ​ພະຄລິດ.

    ຄຳ​ນີ້​ໃນ​ພາສາ​ກຣີກ​ມີ​ຄວາມ​ໝາຍ 2 ແງ່. ແງ່​ໜຶ່ງ​ໝາຍເຖິງ​ຜູ້​ໃດ​ຜູ້​ໜຶ່ງ​ຫຼື​ສິ່ງ​ໃດ​ກໍ​ຕາມ​ທີ່​ຕໍ່ຕ້ານ​ພະຄລິດ ແລະ​ອີກ​ແງ່​ໜຶ່ງ​ໝາຍເຖິງ​ພະຄລິດ​ປອມ​ຫຼື​ຜູ້​ທີ່​ສວມ​ຮອຍ​ເປັນ​ພະຄລິດ. ຄຳ​ນີ້​ໃຊ້​ໄດ້​ກັບ​ທັງ​ຄົນ​ຜູ້​ດຽວ ກຸ່ມ​ຄົນ ຫຼື​ອົງການ​ທີ່​ແອບ​ອ້າງ​ວ່າ​ເປັນ​ຕົວແທນ​ຂອງ​ພະຄລິດ ຫຼື​ອ້າງ​ວ່າ​ເປັນ​ເມຊີອາ ຫຼື​ຕໍ່ຕ້ານ​ພະຄລິດ​ກັບ​ພວກ​ລູກສິດ​ຂອງ​ເພິ່ນ.​—1ຢຮ 2:22

  • ຜູ້​ຕັດສິນ.

    ຄົນ​ທີ່​ພະ​ເຢໂຫວາ​ແຕ່ງຕັ້ງ​ເພື່ອ​ຊ່ວຍ​ເຫຼືອ​ປະຊາຊົນ​ຂອງ​ເພິ່ນ​ໃຫ້​ລອດ​ຈາກ​ສັດຕູ​ໃນ​ຊ່ວງ​ທີ່​ຄົນ​ອິດສະຣາເອນ​ຍັງ​ບໍ່​ມີ​ກະສັດ​ທີ່​ເປັນ​ມະນຸດ​ປົກຄອງ.​—ຜຕສ 2:16

  • ຜູ້ນຳ; ຜູ້ປົກຄອງ.

    ຜູ້​ຊາຍ​ທີ່​ມີ​ອຳນາດ​ແລະ​ຕຳແໜ່ງ​ໃນ​ກຸ່ມ​ຄົນ​ຫຼື​ໃນ​ປະເທດ. ໃນ​ປຶ້ມ​ພະ​ນິມິດ​ແປ​ຄຳ​ນີ້​ວ່າ “ຜູ້​ປົກຄອງ” ເມື່ອ​ໃຊ້​ກັບ​ບຸກຄົນ​ກຸ່ມ​ໜຶ່ງ​ໃນ​ສະຫວັນ.​—ອພຍ 4:29; ສພສ 31:23; ມທ 21:23; ພນມ 4:4

  • ຜູ້ນຳ​ຄົນ​ສຳຄັນ.

    ຄຳ​ເອີ້ນ​ທີ່​ສະແດງ​ເຖິງ​ບົດບາດ​ສຳຄັນ​ຂອງ​ພະ​ເຢຊູ​ຄລິດ​ໃນ​ການ​ຊ່ວຍ​ມະນຸດ​ທີ່​ສັດຊື່​ໃຫ້​ຫຼຸດ​ພົ້ນ​ຈາກ​ຜົນ​ກະທົບ​ຂອງ​ບາບ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ ແລະ​ພາ​ມະນຸດ​ໄປ​ສູ່​ຊີວິດ​ຕະຫຼອດ​ໄປ.​—ກຈກ 3:15; 5:31; ຮຣ 2:10; 12:2

  • ຜູ້ເບິ່ງແຍງ.

    ຜູ້​ຊາຍ​ທີ່​ມີ​ໜ້າທີ່​ເບິ່ງແຍງ​ປະຊາຄົມ​ຄື​ກັບ​ທີ່​ຜູ້​ລ້ຽງ​ແກະ​ເບິ່ງແຍງ​ແກະ. ຄຳ​ນີ້​ແປ​ຈາກ​ຄຳ​ພາສາ​ກຣີກ ເອພິສ໌ໂຄໂພສ໌ ເຊິ່ງ​ສະແດງ​ວ່າ​ໜ້າທີ່​ພື້ນຖານ​ຂອງ​ຜູ້​ເບິ່ງແຍງ​ແມ່ນ​ການ​ເບິ່ງແຍງ​ແລະ​ປົກປ້ອງ. ສ່ວນ​ຄຳ​ພາສາ​ກຣີກ​ອີກ​ຄຳ​ໜຶ່ງ​ທີ່​ບາງ​ຄັ້ງ​ແປ​ວ່າ​ຜູ້​ເບິ່ງແຍງ​ຄື​ກັນ​ແມ່ນ ເພຣສະບິເທໂຣສ໌ ເຊິ່ງ​ມີ​ຄວາມ​ໝາຍ​ຕາມ​ໂຕ​ວ່າ “ຜູ້​ທີ່​ມີ​ອາຍຸ​ຫຼາຍ.” ຄຳ​ນີ້​ສະແດງ​ເຖິງ​ຄວາມ​ເປັນ​ຜູ້​ໃຫຍ່​ຂອງ​ຄົນ​ທີ່​ເຮັດ​ໜ້າທີ່​ນີ້.​—ກຈກ 20:28; 1ຕມ 3:2-7; ຕຕ 1:5; 1ປຕ 5:1, 2

  • ຜູ້ພະຍາກອນ.

    ຄົນ​ທີ່​ບອກ​ໃຫ້​ຄົນ​ອື່ນ​ຮູ້​ຄວາມ​ຕ້ອງການ​ຂອງ​ພະເຈົ້າ. ຜູ້ພະຍາກອນ​ເຮັດ​ໜ້າທີ່​ເປັນ​ຜູ້​ເວົ້າ​ແທນ​ພະເຈົ້າ. ລາວ​ບໍ່​ພຽງ​ແຕ່​ທຳນາຍ​ເທົ່າ​ນັ້ນ ແຕ່​ຍັງ​ບອກ​ຄຳສອນ ຄຳ​ສັ່ງ ແລະ​ຄຳ​ຕັດສິນ​ຂອງ​ພະ​ເຢໂຫວາ​ນຳ.​—ອມ 3:7; 2ປຕ 1:21

  • ຜູ້ເຫັນນິມິດ.

    ຄົນ​ທີ່​ພະເຈົ້າ​ໃຫ້​ມີ​ຄວາມ​ສາມາດ​ທີ່​ຈະ​ເຂົ້າ​ໃຈ​ຄວາມ​ຕ້ອງການ​ຂອງ​ເພິ່ນ ເປັນ​ຄົນ​ທີ່​ສາມາດ​ເຫັນ​ຫຼື​ເຂົ້າ​ໃຈ​ສິ່ງ​ທີ່​ຄົນ​ທົ່ວໄປ​ເບິ່ງ​ບໍ່​ອອກ. ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ມີ​ເຄົ້າ​ສັບ​ມາ​ຈາກ​ຄຳ​ທີ່​ແປ​ວ່າ “ເຫັນ” ທັງ​ຕາມ​ໂຕ​ອັກສອນ​ຫຼື​ຄວາມ​ໝາຍ​ແຝງ. ຄົນ​ທີ່​ມີ​ບັນຫາ​ຫຼື​ຕ້ອງການ​ຄຳ​ແນະນຳ​ມັກ​ຈະ​ມາ​ຫາ​ຜູ້​ເຫັນ​ນິມິດ.​—1ຊມ 9:9

  • ຜິດ​ສິນລະທຳ​ທາງ​ເພດ.

    ມາ​ຈາກ​ຄຳ​ພາສາ​ກຣີກ ພໍເນຍ ໝາຍເຖິງ​ຄວາມ​ສຳພັນ​ທາງ​ເພດ​ທຸກ​ຊະນິດ​ທີ່​ຜິດ​ກົດໝາຍ​ຂອງ​ພະເຈົ້າ ເຊັ່ນ: ການ​ຫຼິ້ນຊູ້ ການ​ເປັນ​ໂສເພນີ ເພດ​ສຳພັນ​ລະຫວ່າງ​ຄົນ​ທີ່​ຍັງ​ບໍ່​ແຕ່ງດອງ ການ​ຮັກ​ເພດ​ດຽວ​ກັນ ແລະ​ເພດ​ສຳພັນ​ກັບ​ສັດ. ປຶ້ມ​ພະ​ນິມິດ​ໃຊ້​ຄຳ​ນີ້​ໃນ​ຄວາມ​ໝາຍ​ເປັນ​ໄນ​ເມື່ອ​ເວົ້າ​ເຖິງ​ສາສະໜາ​ຕ່າງ​ໆ​ທີ່​ເອີ້ນ​ວ່າ “ບາບີໂລນ​ໃຫຍ່” ໂດຍ​ໃຫ້​ພາບ​ວ່າ​ສາສະໜາ​ເຫຼົ່າ​ນີ້​ເປັນ​ໂສເພນີ​ທີ່​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ກັບ​ພວກ​ຜູ້​ປົກຄອງ​ໃນ​ໂລກ​ເພື່ອ​ຫວັງ​ຈະ​ໄດ້​ອຳນາດ​ແລະ​ຊັບ​ສົມບັດ. (ມທ 5:32; ກຈກ 15:29; ຄລຕ 5:19; ພນມ 14:8; 17:2; 18:3)​—ເບິ່ງ​ຄຳ​ວ່າ “ໂສເພນີ

  • ແຜ່ນ​ປົກ​ເອິກ.

    ແຜ່ນ​ທີ່​ຝັງ​ຫີນ​ແກ້ວ​ທີ່​ປະໂລຫິດ​ຂອງ​ຄົນ​ອິດສະຣາເອນ​ຕ້ອງ​ໃສ່​ປົກ​ເອິກ​ທຸກ​ເທື່ອ​ຕອນ​ທີ່​ເຂົ້າ​ໄປ​ໃນ​ບ່ອນ​ບໍລິສຸດ. ບາງ​ເທື່ອ​ກໍ​ເອີ້ນ​ວ່າ “ແຜ່ນ​ປົກ​ເອິກ​ທີ່​ໃຊ້​ເພື່ອ​ຕັດສິນ” ຍ້ອນ​ມີ​ອູຣີມ​ກັບ​ທູມມີມ​ໃສ່​ໄວ້​ໃນ​ແຜ່ນ​ປົກ​ເອິກ​ເພື່ອ​ຊ່ວຍ​ໃຫ້​ຮູ້​ຄຳ​ຕັດສິນ​ຂອງ​ພະ​ເຢໂຫວາ. (ອພຍ 28:15-30)​—ເບິ່ງ​ພາກ​ຜະໜວກ ຂ5

  • ແຜ່ນ​ຫີນ​ທີ່​ມີ​ກົດໝາຍ​ຂອງ​ພະເຈົ້າ.

    ຄຳ​ນີ້​ສ່ວນ​ຫຼາຍ​ໝາຍເຖິງ​ແຜ່ນ​ຫີນ 2 ແຜ່ນ​ທີ່​ພະເຈົ້າ​ໃຫ້​ກັບ​ໂມເຊ. ຢູ່​ແຜ່ນ​ຫີນ​ນັ້ນ​ມີ​ກົດໝາຍ 10 ຂໍ້​ຂຽນ​ໄວ້ ເຊິ່ງ​ເອີ້ນ​ອີກ​ຢ່າງ​ໜຶ່ງ​ວ່າ “ແຜ່ນ​ຫີນ​ທີ່​ເປັນ​ຄື​ກັບ​ພະຍານ.”​—ອພຍ 31:18

  • ຜົນລະປູກ​ຊຸດ​ທຳອິດ.

    ຜົນລະປູກ​ທີ່​ເກັບ​ກ່ຽວ​ໄດ້​ຮອບ​ທຳອິດ​ຂອງ​ລະດູ​ເກັບ​ກ່ຽວ ຫຼື​ຜົນລະປູກ​ຊຸດ​ທຳອິດ​ຂອງ​ສິ່ງ​ໃດ​ກໍ​ຕາມ. ພະ​ເຢໂຫວາ​ກຳນົດ​ວ່າ​ຊາດ​ອິດສະຣາເອນ​ຕ້ອງ​ເອົາ​ຜົນລະປູກ​ຊຸດ​ທຳອິດ​ຂອງ​ເຂົາເຈົ້າ​ມາ​ໃຫ້​ເພິ່ນ ບໍ່​ວ່າ​ຈະ​ເປັນ​ຄົນ ສັດ ຫຼື​ຜົນລະປູກ. ຄົນ​ອິດສະຣາເອນ​ໝົດ​ຊາດ​ເອົາ​ຜົນລະປູກ​ຊຸດ​ທຳອິດ​ມາ​ໃຫ້​ພະເຈົ້າ​ໃນ​ເທດສະການ​ເຂົ້າຈີ່​ບໍ່​ມີ​ເຊື້ອ​ແລະ​ເທດສະການ​ເພັນເຕກອດ. ຄຳ​ວ່າ “ຜົນລະປູກ​ຊຸດ​ທຳອິດ” ຍັງ​ໃຊ້​ເປັນ​ພາບ​ປຽບທຽບ​ເຖິງ​ພະຄລິດ​ແລະ​ລູກສິດ​ທີ່​ເພິ່ນ​ເລືອກ​ນຳ​ອີກ.​—ຈຊບ 15:21; ສພສ 3:9; 1ກຣ 15:23; ພນມ 14:4

  • ຝາຫີບ.

    ຝາ​ຂອງ​ຫີບ​ສັນຍາ ເຊິ່ງ​ປະໂລຫິດ​ໃຫຍ່​ຈະ​ເອົາ​ເລືອດ​ຂອງ​ເຄື່ອງ​ບູຊາ​ໄຖ່​ບາບ​ໄປ​ຊິດ​ໃສ່​ໜ້າ​ຫີບ​ໃນ​ວັນ​ໄຖ່​ຄວາມ​ຜິ​ດ. ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ມາ​ຈາກ​ຄຳ​ກຳມະ​ທີ່​ໝາຍເຖິງ “ປົກ​ຄຸມ (ຄວາມ​ຜິດ)” ຫຼື “ລົບລ້າງ (ຄວາມ​ຜິດ).” ທັງໝົດ​ຂອງ​ຝາ​ເຮັດ​ຈາກ​ຄຳ​ແລະ​ມີ​ຮູບ​ເຄຣູບ​ສອງ​ອົງ​ຢູ່​ສົ້ນ​ຝາ​ຂ້າງ​ລະ​ອົງ. (ອພຍ 25:17-22; 1ຂຄ 28:11; ຮຣ 9:5)​—ເບິ່ງ​ພາກ​ຜະໜວກ ຂ5

  • ພະຄຳພີ.

    ຂໍ້​ຄວາມ​ສັກສິດ​ທີ່​ເປັນ​ຄຳເວົ້າ​ຂອງ​ພະເຈົ້າ. ສ່ວນ​ຫຼາຍ​ແລ້ວ​ມີ​ການ​ໃຊ້​ຄຳ​ນີ້​ໃນ​ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ກຣີກ.​—ລກ 24:27; 2ຕມ 3:16

  • ພະຄລິດ.

    ຕຳແໜ່ງ​ຂອງ​ພະ​ເຢຊູ. ຄຳ​ນີ້​ມາ​ຈາກ​ຄຳ​ພາສາ​ກຣີກ ຄລິດສ໌ໂຕສ໌ ເຊິ່ງ​ກົງ​ກັບ​ຄຳ​ພາສາ​ເຮັບເຣີ​ທີ່​ແປ​ວ່າ “ເມຊີອາ” ຫຼື “ຜູ້​ຖືກ​ເລືອກ.”​—ມທ 1:16; ຢຮ 1:41

  • ພະເຈົ້າ​ທ່ຽງແທ້.

    ມາ​ຈາກ​ຄຳ​ພາສາ​ເຮັບເຣີ​ທີ່​ແປ​ຕາມ​ໂຕ​ວ່າ “ພະເຈົ້າ​ອົງ​ນັ້ນ.” ຄຳ​ນີ້​ເຮັດ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທ່ຽງແທ້​ອົງ​ດຽວ​ແລະ​ແຍກ​ເພິ່ນ​ອອກ​ຈາກ​ພະ​ປອມ​ຢ່າງ​ຈະ​ແຈ້ງ. ການ​ໃຊ້​ຄຳ​ວ່າ “ພະເຈົ້າ​ທ່ຽງແທ້” ຈຶ່ງ​ຊ່ວຍ​ຮັກສາ​ຄວາມ​ໝາຍ​ທີ່​ຄົບ​ຖ້ວນ​ຂອງ​ຄຳ​ພາສາ​ເຮັບເຣີ​ນັ້ນ​ໄວ້.​—ປຖກ 5:22, 24; 46:3; ພບຍ 4:39

  • ພະຍາດ​ທຳລາຍ​ຜົນລະປູກ.

    ພະຍາດ​ກາຝາກ​ຕ່າງ​ໆ​ທີ່​ເກີດ​ກັບ​ພືດ. ພະຍາດ​ນີ້​ທີ່​ເວົ້າ​ເຖິງ​ໃນ​ຄຳພີ​ໄບເບິນ​ອາດ​ແມ່ນ​ພະຍາດ​ເຊື້ອຣາ​ຂີ້ໝ້ຽງ (Puccinia graminis).​—1ກສ 8:37

  • ພະລັງ​ບໍລິສຸດ.

    ເປັນ​ພະລັງ​ທີ່​ເບິ່ງ​ບໍ່​ເຫັນ​ເຊິ່ງ​ພະເຈົ້າ​ໃຊ້​ເຮັດ​ສິ່ງ​ຕ່າງ​ໆ​ທີ່​ເພິ່ນ​ຕ້ອງການ. ພະລັງ​ນີ້​ບໍລິສຸດ ຍ້ອນ​ມາ​ຈາກ​ພະ​ເຢໂຫວາ​ເຊິ່ງ​ເປັນ​ພະເຈົ້າ​ທີ່​ບໍລິສຸດ​ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ສະເໝີ ແລະ​ຍ້ອນ​ເປັນ​ພະລັງ​ທີ່​ພະເຈົ້າ​ໃຊ້​ເພື່ອ​ເຮັດ​ສິ່ງ​ທີ່​ບໍລິສຸດ​ນຳ.​—ລກ 1:35; ກຈກ 1:8

  • ພາໄພຣັດ.

    ພືດ​ນ້ຳ​ຊະນິດ​ໜຶ່ງ​ທີ່​ຄ້າຍຄື​ກັບ​ຕົ້ນ​ຜື​ໃຊ້​ເຮັດ​ສິ່ງ​ຂອງ​ຕ່າງ​ໆ​ເຊັ່ນ: ກະຕ່າ ພາຊະນະ ແລະ​ເຮືອ. ມີ​ການ​ໃຊ້​ພາໄພຣັດ​ເຮັດ​ເຈ້ຍ​ແລະ​ເຮັດ​ມ້ວນ​ໜັງສື​ຈຳນວນ​ຫຼາຍ.​—ອພຍ 2:3

  • ພໍເນຍ.​—

    ເບິ່ງ​ຄຳ​ວ່າ “ຜິດ​ສິນລະທຳ​ທາງ​ເພດ

  • ພັກ​ພວກ​ຂອງ​ເຮໂຣ​ດ.

    ເຂົາເຈົ້າ​ຍັງ​ຖືກ​ເອີ້ນ​ວ່າ​ພວກ​ເຮໂຣດຽນ. ພວກ​ນີ້​ເປັນ​ກຸ່ມ​ຊາດ​ນິຍົມ​ທີ່​ສະໜັບສະໜູນ​ເປົ້າໝາຍ​ທາງ​ການເມືອງ​ຂອງ​ຄອບຄົວ​ເຮໂຣດ​ທີ່​ປົກຄອງ​ຢູ່​ໃຕ້​ອຳນາດ​ຂອງ​ຈັກກະວັດ​ໂຣມ. ພວກ​ຊາດູກາຍ​ບາງ​ຄົນ​ກໍ​ອາດ​ເປັນ​ສະມາຊິກ​ຂອງ​ກຸ່ມ​ນີ້. ພວກ​ເຮໂຣດຽນ​ຮ່ວມ​ມື​ກັບ​ພວກ​ຟາຣິຊາຍ​ໃນ​ການ​ຕໍ່ຕ້ານ​ພະ​ເຢຊູ.​—ມຣກ 3:6

  • ພວກ​ທີ່​ທຳນາຍ​ໂດຍ​ເບິ່ງ​ດວງ​ດາວ.

    ຄົນ​ທີ່​ສຶກສາ​ການ​ໂຄຈອນ​ຂອງ​ດວງ​ຕາເວັນ ດວງ​ເດືອນ ແລະ​ດວງ​ດາວ​ເພື່ອ​ທຳນາຍ​ອະນາຄົດ.​—ດນອ 2:27; ມທ 2:1

  • ເພງ​ສຳລັບ​ຍ່າງ​ຂຶ້ນ.

    ຫົວ​ບົດ​ຂອງ​ເພງ​ສັນລະເສີນ​ບົດ​ທີ 120-134. ເຖິງ​ວ່າ​ຈະ​ມີ​ຄວາມ​ຄິດ​ຫຼາກຫຼາຍ​ກ່ຽວກັບ​ຄວາມ​ໝາຍ​ຂອງ​ວະລີ​ນີ້ ແຕ່​ຫຼາຍ​ຄົນ​ເຊື່ອ​ວ່າ​ເພງ​ສັນລະເສີນ 15 ບົດ​ນີ້​ຈະ​ຮ້ອງ​ຕອນ​ທີ່​ຜູ້​ນະມັດສະການ​ຄົນ​ອິດສະຣາເອນ​ທີ່​ມີ​ຄວາມ​ສຸກ ‘ຍ່າງ​ຂຶ້ນ’ ໄປ​ເມືອງ​ເຢຣູຊາເລັມ​ເຊິ່ງ​ຢູ່​ເທິງ​ພູ​ຂອງ​ຢູດາ​ເພື່ອ​ເຂົ້າ​ຮ່ວມ​ເທດສະການ​ໃຫຍ່​ປະຈຳ​ປີ​ທີ່​ມີ 3 ເທື່ອ.

  • ເພງ​ສັນລະເສີນ.

    ເພງ​ສັນລະເສີນ​ພະເຈົ້າ. ເປັນ​ເພງ​ທີ່​ຜູ້​ນະມັດສະການ​ພະເຈົ້າ​ຮ້ອງ​ປະສານ​ກັບ​ສຽງ​ດົນຕີ. ມີ​ການ​ຮ້ອງ​ເພງ​ແບບ​ນີ້​ເມື່ອ​ນະມັດສະການ​ພະ​ເຢໂຫວາ​ພະເຈົ້າ​ຢູ່​ວິຫານ​ໃນ​ເມືອງ​ເຢຣູຊາເລັມ.​—ລກ 20:42; ກຈກ 13:33; ຢກບ 5:13

  • ເພງ​ໄວ້ອາໄລ.

    ບົດ​ເພງ​ຫຼື​ທຳນອງ​ເພງ​ທີ່​ສະແດງ​ຄວາມ​ໂສກເສົ້າ​ເສຍໃຈ​ຫຼາຍ ເຊັ່ນ: ເມື່ອ​ໝູ່​ຫຼື​ຄົນ​ທີ່​ຮັກ​ຕາຍ​ຈາກ​ໄປ. ນອກ​ຈາກ​ນີ້​ຍັງ​ເອີ້ນ​ວ່າ “ເພງ​ໄວ້ທຸກ” ນຳ.​—2ຊມ 1:17; ພສ 7:ຫົວບົດ

  • ເພັນເຕກອດ.

    ເທດສະການ​ທີ​ສອງ​ໃນ​ສາມ​ເທດສະການ​ສຳຄັນ​ທີ່​ຜູ້​ຊາຍ​ຄົນ​ຢິວ​ທຸກ​ຄົນ​ຕ້ອງ​ໄປ​ຮ່ວມ​ສະຫຼອງ​ໃນ​ເມືອງ​ເຢຣູຊາເລັມ. ຄຳ​ວ່າ “ເພັນເຕກອດ” ແປ​ວ່າ “(ວັນ) ທີ​ຫ້າ​ສິບ” ເປັນ​ຊື່​ທີ່​ໃຊ້​ໃນ​ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ກຣີກ ເພື່ອ​ເອີ້ນ​ເທດສະການ​ເກັບ​ກ່ຽວ​ຫຼື​ເທດສະການ​ສະຫຼອງ​ຫຼັງ​ຄົບ 7 ອາທິດ​ໃນ​ພະຄຳພີ​ພາກ​ພາສາ​ເຮັບເຣີ. ເທດສະການ​ນີ້​ສະຫຼອງ​ໃນ​ວັນ​ທີ 50 ໂດຍ​ເລີ່ມ​ນັບ​ຈາກ​ວັນ​ທີ 16 ເດືອນ​ນີຊານ.​—ອພຍ 23:16; 34:22; ກຈກ 2:1

  • ພິມ.

    ຫົວ​ໜ່ວຍ​ນ້ຳ​ໜັກ​ແລະ​ຄ່າ​ຝົນ​ເຄື່ອງມື​ໂລຫະ​ທີ່​ຄົນ​ຟີລິດສະຕີນ​ເກັບ​ຈາກ​ຄົນ​ອິດສະຣາເອນ. ນັກ​ບູຮານຄະດີ​ຄົ້ນພົບ​ຫີນ​ທີ່​ໃຊ້​ຊັ່ງ​ນ້ຳ​ໜັກ​ຫຼາຍ​ອັນ​ໃນ​ອິດສະຣາເອນ​ທີ່​ມີ​ຄຳ​ວ່າ “ພິມ” ໃນ​ພາສາ​ເຮັບເຣີ​ບູຮານ ຫີນ​ທີ່​ໃຊ້​ຊັ່ງ​ນ້ຳ​ໜັກ​ເຫຼົ່າ​ນີ້​ມີ​ນ້ຳ​ໜັກ​ໂດຍ​ສະເລ່ຍ 7,8 ກຣາມ ຫຼື​ປະມານ 2 ສ່ວນ 3 ເຊເກນ.​—1ຊມ 13:20, 21

  • ຟາທອມ.

    ຫົວ​ໜ່ວຍ​ວັດແທກ​ຄວາມ​ເລິກ​ຂອງ​ນ້ຳ ເຊິ່ງ​ເທົ່າ​ກັບ 1,8 ແມັດ. (ກຈກ 27:28)​—ເບິ່ງ​ພາກ​ຜະໜວກ ຂ14

  • ຟາຣີຊາຍ.

    ນິກາຍ​ໃຫຍ່​ນິກາຍ​ໜຶ່ງ​ຂອງ​ສາສະໜາ​ຢິວ​ໃນ​ສະຕະວັດ​ທຳອິດ. ຟາຣີຊາຍ​ບໍ່​ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ປະໂລຫິດ ແຕ່​ເປັນ​ພວກ​ທີ່​ເຮັດ​ຕາມ​ກົດໝາຍ​ຂອງ​ໂມເຊ​ຢ່າງ​ເຄັ່ງ​ຄັດ​ໃນ​ທຸກ​ລາຍລະອຽດ​ແມ່ນ​ແຕ່​ເລື່ອງ​ເລັກ​ໆ​ນ້ອຍ​ໆ​ແລະ​ຍົກຍ້ອງ​ຄຳສອນ​ສືບ​ປາກ​ທຽບ​ເທົ່າ​ກັບ​ກົດໝາຍ​ຂອງ​ໂມເຊ. (ມທ 23:23) ເຂົາເຈົ້າ​ຕໍ່ຕ້ານ​ອິດທິພົນ​ຂອງ​ວັດທະນະທຳ​ກຣີກ​ແລະ​ເຂົາເຈົ້າ​ຊ່ຽວຊານ​ເລື່ອງ​ກົດໝາຍ​ຂອງ​ໂມເຊ​ກັບ​ທຳນຽມ​ຕ່າງ​ໆ​ຂອງ​ຄົນ​ຢິວ ເຂົາເຈົ້າ​ຈຶ່ງ​ມີ​ອຳນາດ​ຫຼາຍ​ໃນ​ສັງຄົມ. (ມທ 23:2-6) ຟາຣີຊາຍ​ບາງ​ຄົນ​ເປັນ​ສະມາຊິກ​ຂອງ​ສານ​ຊັນເຮດຣິນ​ນຳ. ເຂົາເຈົ້າ​ມັກ​ຈັບ​ຜິດ​ພະ​ເຢຊູ​ກ່ຽວກັບ​ກົດ​ວັນ​ຊະບາໂຕ ກ່ຽວກັບ​ທຳນຽມ​ຕ່າງ​ໆ​ແລະ​ຕຳໜິ​ພະ​ເຢຊູ​ທີ່​ຄົບຫາ​ກັບ​ຄົນ​ບາບ​ແລະ​ຄົນ​ເກັບ​ພາສີ. ຟາຣີຊາຍ​ບາງ​ຄົນ​ກໍ​ເຂົ້າ​ມາ​ເປັນ​ຄລິດສະຕຽນ ເຊັ່ນ: ໂຊໂລ​ຈາກ​ເມືອງ​ຕາໂຊ.​—ມທ 9:11; 12:14; ມຣກ 7:5; ລກ 6:2; ກຈກ 26:5

  • ຟາໂຣ.

    ຕຳແໜ່ງ​ຂອງ​ກະສັດ​ເອຢິບ. ໃນ​ຄຳພີ​ໄບເບິນ​ເວົ້າ​ເຖິງ​ຊື່​ຂອງ​ຟາໂຣ 5 ອົງ (ຊີຊາກ ໂສ ຕີຮາກາ ເນໂກ ໂຮຟະຣາ) ແຕ່​ອົງ​ອື່ນ​ໆ​ນອກ​ຈາກ​ນີ້​ບໍ່​ມີ​ຊື່​ບອກ​ໄວ້ ລວມ​ທັງ​ຟາໂຣ​ທີ່​ເຄີຍ​ຕິດຕໍ່​ກ່ຽວ​ຂ້ອງ​ກັບ​ອັບຣາຮາມ ໂມເຊ ແລະ​ໂຢເຊັບ.​—ອພຍ 15:4; ຣມ 9:17

  • ຟີລິດສະຕີນ.

    ແຜ່ນດິນ​ທີ່​ຢູ່​ແຄມ​ຝັ່ງ​ທາງ​ໃຕ້​ຂອງ​ອິດສະຣາເອນ. ຄົນ​ທີ່​ອົບພະຍົບ​ຈາກ​ເກາະ​ກະເຣເຕ​ມາ​ຕັ້ງ​ຖິ່ນຖານ​ຢູ່​ຫັ້ນ​ເອີ້ນ​ວ່າ​ຄົນ​ຟີລິດສະຕີນ. ດາວິດ​ເຄີຍ​ເອົາ​ຊະນະ​ຊົນຊາດ​ນີ້​ໄດ້ ແຕ່​ພວກ​ຟີລິດສະຕີນ​ກໍ​ບໍ່​ເຄີຍ​ເປັນ​ເມືອງ​ຂຶ້ນ​ຂອງ​ໃຜ​ແລະ​ເປັນ​ສັດຕູ​ກັບ​ຄົນ​ອິດສະຣາເອນ​ສະເໝີ. (ອພຍ 13:17; 1ຊມ 17:4; ອມ 9:7)​—ເບິ່ງ​ພາກ​ຜະໜວກ ຂ4

  • ມາເກໂດເນຍ.

    ແຜ່ນດິນ​ທີ່​ຢູ່​ທາງ​ເໜືອ​ຂອງ​ກຣີກ ເຊິ່ງ​ມີ​ບົດບາດ​ສຳຄັນ​ໃນ​ໄລຍະ​ທີ່​ອາເລັກຊັນເດີ​ຜູ້​ຍິ່ງໃຫຍ່​ປົກຄອງ. ມາເກໂດເນຍ​ເປັນ​ແຜ່ນດິນ​ທີ່​ບໍ່​ຂຶ້ນ​ກັບ​ໃຜ​ຈົນ​ຮອດ​ຕອນ​ທີ່​ຈັກກະວັດ​ໂຣມ​ມາ​ຍຶດ​ເອົາ​ໄດ້. ຕອນ​ທີ່​ອັກຄະສາວົກ​ໂປໂລ​ໄປ​ເອີຣົບ​ຄັ້ງ​ທຳອິດ ມາເກໂດເນຍ​ເປັນ​ແຂວງ​ໜຶ່ງ​ຂອງ​ຈັກກະວັດ​ໂຣມ. ໂປໂລ​ເຄີຍ​ໄປ​ບ່ອນ​ນັ້ນ 3 ເທື່ອ. (ກຈກ 16:9)​—ເບິ່ງ​ພາກ​ຜະໜວກ ຂ13

  • ມານາ.

    ອາຫານ​ຫຼັກ​ຂອງ​ຄົນ​ອິດສະຣາເອນ​ໃນ​ໄລຍະ 40 ປີ​ໃນ​ບ່ອນ​ກັນດານ ເຊິ່ງ​ພະ​ເຢໂຫວາ​ຈັດ​ກຽມ​ໃຫ້​ໂດຍ​ການ​ອັດສະຈັນ. ທຸກ​ໆ​ເຊົ້າ​ຫຼັງ​ຈາກ​ນ້ຳ​ຄ້າງ​ເຫີຍ​ໝົດ​ແລ້ວ​ຈະ​ເຫັນ​ມານາ​ຢູ່​ເທິງ​ພື້ນ​ດິນ​ຍົກເວັ້ນ​ໃນ​ວັນ​ຊະບາໂຕ. ຕອນ​ທີ່​ຄົນ​ອິດສະຣາເອນ​ເຫັນ​ມານາ​ເທື່ອ​ທຳອິດ ເຂົາເຈົ້າ​ເວົ້າ​ວ່າ “ອັນ​ນີ້​ແມ່ນ​ຫຍັງ​ນິ?” ຫຼື​ໃນ​ພາສາ​ເຮັບເຣີ​ແມ່ນ “ມານຮູ?” (ອພຍ 16:13-15, 35) ໃນ​ຂໍ້​ຄຳພີ​ອື່ນ​ໆ​ເອີ້ນ​ມານາ​ວ່າ “ອາຫານ​ຈາກ​ສະຫວັນ” (ພສ 78:24) “ແນວ​ກິນ​ຕົກ​ລົງ​ມາ” (ພສ 105:40) ແລະ “ອາຫານ​ຂອງ​ພວກ​ທູດສະຫວັນ.” (ພສ 78:25) ພະ​ເຢຊູ​ກໍ​ເວົ້າ​ເຖິງ​ມານາ​ໃນ​ລັກສະນະ​ປຽບທຽບ​ຄື​ກັນ.​—ຢຮ 6:49, 50

  • ມາຮາລາດ.

    ເບິ່ງ​ຄື​ວ່າ​ຈະ​ເປັນ​ຄຳສັບ​ທາງ​ດົນຕີ​ທີ່​ຢູ່​ໃນ​ຫົວ​ບົດ​ຂອງ​ເພງ​ສັນລະເສີນ​ບົດ 53 ແລະ 88. ອາດ​ກ່ຽວ​ຂ້ອງ​ກັບ​ຄຳ​ກຳມະ​ພາສາ​ເຮັບເຣີ​ທີ່​ແປ​ວ່າ “ອ່ອນ​ແຮງ” ຫຼື “ປ່ວຍ” ຄຳ​ນີ້​ສະແດງ​ເຖິງ​ອາລົມ​ໂສກເສົ້າ ເຊິ່ງ​ກົງ​ກັບ​ເນື້ອ​ໃນ​ທີ່​ໂສກເສົ້າ​ຂອງ​ເພງ​ສັນລະເສີນ​ທັງ​ສອງ​ບົດ.

  • ມິນາ.

    ໃນ​ປຶ້ມ​ເອເຊກຽນ​ໃຊ້​ຄຳ​ວ່າ “ມາເນ.” ເປັນ​ທັງ​ຫົວ​ໜ່ວຍ​ນ້ຳ​ໜັກ​ແລະ​ຫົວ​ໜ່ວຍ​ເງິນ​ຕາ. ເມື່ອ​ເບິ່ງ​ຈາກ​ຫຼັກຖານ​ທາງ​ບູຮານຄະດີ 1 ມິນາ​ເທົ່າ​ກັບ 50 ເຊເກນ ແລະ 1 ເຊເກນ ໜັກ 11,4 ກຣາມ ມິນາ​ໃນ​ພະຄຳພີ​ພາກ​ພາສາ​ເຮັບເຣີ​ໜັກ 570 ກຣາມ. ອາດ​ມີ​ທັງ​ມິນາ​ທົ່ວໄປ​ແລະ​ມິນາ​ທີ່​ໃຊ້​ໃນ​ວັງ​ຄື​ກັບ​ໃນ​ກໍລະນີ​ຂອງ​ສອກ. ໃນ​ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ກຣີກ 1 ມິນາ​ເທົ່າ​ກັບ 100 ດັກມາ ເຊິ່ງ​ເທົ່າ​ກັບ 340 ກຣາມ ແລະ 60 ມິນາ​ເທົ່າ​ກັບ 1 ຕະລັນ. (ອຊຣ 2:69; ລກ 19:13)​—ເບິ່ງ​ພາກ​ຜະໜວກ ຂ14

  • ມີເລກອມ.

    ພະເຈົ້າ​ທີ່​ຄົນ​ອຳໂມນ​ນະມັດສະການ. ອາດ​ເປັນ​ອົງ​ດຽວ​ກັບ​ພະ​ໂມເລັກ. (1ກສ 11:5, 7) ໂຊໂລໂມນ​ສ້າງ​ບ່ອນ​ນະມັດສະການ​ໃຫ້​ພະ​ປອມ​ອົງ​ນີ້​ໃນ​ໄລຍະ​ທ້າຍ​ການ​ປົກຄອງ​ຂອງ​ລາວ.​—ເບິ່ງ​ຄຳ​ວ່າ “ໂມເລັກ

  • ມື້​ກຽມ.

    ມື້​ກ່ອນ​ວັນ​ຊະບາໂຕ ເປັນ​ມື້​ທີ່​ຄົນ​ຢິວ​ຈະ​ກຽມ​ທຸກ​ສິ່ງ​ໃຫ້​ພ້ອມ​ສຳລັບ​ວັນ​ຊະບາໂຕ. ມື້​ກະກຽມ​ສິ້ນ​ສຸດ​ລົງ​ຕອນ​ຕາເວັນ​ຕົກ​ດິນ​ຂອງ​ວັນ​ສຸກ​ຕາມ​ປະຕິທິນ​ສະໄໝ​ນີ້ ແລ້ວ​ວັນ​ຊະບາໂຕ​ກໍ​ເລີ່ມ​ຕົ້ນ. ມື້​ຂອງ​ຄົນ​ຢິວ​ເລີ່ມ​ນັບ​ຈາກ​ຕອນ​ແລງ​ໄປ​ຈົນ​ຮອດ​ຕອນ​ແລງ​ຂອງ​ມື້​ຕໍ່​ໄປ.​—ມຣກ 15:42; ລກ 23:54

  • ມື້​ເດືອນ​ອອກ​ໃໝ່.

    ມື້​ທຳອິດ​ຂອງ​ແຕ່​ລະ​ເດືອນ​ຕາມ​ປະຕິທິນ​ຂອງ​ຄົນ​ຢິວ​ເຊິ່ງ​ເປັນ​ມື້​ທີ່​ມີ​ການ​ມາ​ລວມ​ໂຕ​ກັນ ກິນ​ລ້ຽງ​ສະຫຼອງ ແລະ​ເອົາ​ເຄື່ອງ​ບູຊາ​ພິເສດ​ໃຫ້. ຕໍ່​ມາ ມື້​ນັ້ນ​ກາຍ​ເປັນ​ເທດສະການ​ສຳຄັນ​ຂອງ​ຊາດ​ແລະ​ປະຊາຊົນ​ຈະ​ບໍ່​ເຮັດ​ວຽກ​ໃນ​ມື້​ນັ້ນ.​—ຈຊບ 10:10; 2ຂຄ 8:13; ກລຊ 2:16

  • ມື້​ທີ່​ພະເຈົ້າ​ຕັດສິນ.

    ໄລຍະ​ເວລາ​ໜຶ່ງ​ທີ່​ພະເຈົ້າ​ຕັດສິນ​ກຸ່ມ​ຄົນ ຊົນຊາດ ຫຼື​ໝົດ​ທຸກ​ຄົນ​ໃນ​ໂລກ. ອາດ​ເປັນ​ໄລຍະ​ເວລາ​ທີ່​ມີ​ການ​ຕັດສິນ​ລົງໂທດ​ຄົນ​ທີ່​ສົມຄວນ​ຕາຍ ຫຼື​ເປັນ​ໂອກາດ​ທີ່​ບາງ​ຄົນ​ຈະ​ໄດ້​ການ​ຊ່ວຍ​ໃຫ້​ລອດ​ແລະ​ມີ​ຊີວິດ​ຕະຫຼອດ​ໄປ. ພະ​ເຢຊູ​ຄລິດ​ແລະ​ພວກ​ອັກຄະສາວົກ​ບອກ​ໃຫ້​ຮູ້​ວ່າ “ມື້​ທີ່​ພະເຈົ້າ​ຕັດສິນ” ທີ່​ຈະ​ເກີດຂຶ້ນ​ໃນ​ອະນາຄົດ​ຈະ​ກ່ຽວ​ຂ້ອງ​ກັບ​ທັງ​ຄົນ​ທີ່​ມີ​ຊີວິດ​ຢູ່​ແລະ​ຄົນ​ທີ່​ຕາຍ​ໄປ​ແລ້ວ.​—ມທ 12:36

  • ເມຊີອາ.

    ມາ​ຈາກ​ຄຳ​ພາສາ​ເຮັບເຣີ​ທີ່​ແປ​ວ່າ “ຖືກ​ເລືອກ” ຫຼື “ຜູ້​ຖືກ​ເລືອກ.” ມີ​ຄວາມ​ໝາຍ​ກົງ​ກັບ​ຄຳ​ວ່າ “ຄລິດ” ໃນ​ພາສາ​ກຣີກ.​—ດນອ 9:25; ຢຮ 1:41

  • ເມເດຍ.

    ຊົນຊາດ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ມາດາຍ​ລູກ​ຊາຍ​ຂອງ​ຢາເຟດ. ເຂົາເຈົ້າ​ອາໄສ​ຢູ່​ໃນ​ເຂດ​ພູ​ສູງ​ຂອງ​ທົ່ງພຽງ​ອີຣານ​ເຊິ່ງ​ກາຍ​ມາ​ເປັນ​ປະເທດ​ເມເດຍ. ຄົນ​ເມເດຍ​ຮ່ວມ​ມື​ກັບ​ບາບີໂລນ​ເພື່ອ​ຍຶດ​ອັດຊີເຣຍ. ຕອນ​ນັ້ນ​ເປີເຊຍ​ເປັນ​ແຂວງ​ໜຶ່ງ​ທີ່​ຢູ່​ໃຕ້​ອຳນາດ​ຂອງ​ເມເດຍ ແຕ່​ໄຊຣັດ​ກະສັດ​ເປີເຊຍ​ໄດ້​ກະບົດ. ເມເດຍ​ຈຶ່ງ​ຖືກ​ລວມ​ເຂົ້າ​ກັບ​ເປີເຊຍ​ແລະ​ກາຍ​ເປັນ​ຈັກກະວັດ​ເມເດຍ-ເປີເຊຍ​ເຊິ່ງ​ເອົາ​ຊະນະ​ຈັກກະວັດ​ບາບີໂລນ​ໃໝ່​ໄດ້​ໃນ​ປີ 539 ກ່ອນ ຄ.ສ. ມີ​ຄົນ​ເມເດຍ​ບາງ​ຄົນ​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ໃນ​ວັນ​ເພັນເຕກອດ​ປີ ຄ.ສ 33. (ດນອ 5:28, 31; ກຈກ 2:9)​—ເບິ່ງ​ພາກ​ຜະໜວກ ຂ9

  • ເມໂຣດັກ.

    ເທບ​ພະເຈົ້າ​ສູງ​ສຸດ​ຂອງ​ເມືອງ​ບາບີໂລນ. ຫຼັງ​ຈາກ​ຮຳມູຣາບີ​ເຊິ່ງ​ເປັນ​ກະສັດ​ແລະ​ເປັນ​ຜູ້​ອອກ​ກົດໝາຍ​ຂອງ​ບາບີໂລນ​ໄດ້​ຕັ້ງ​ເມືອງ​ບາບີໂລນ​ໃຫ້​ເປັນ​ເມືອງ​ຫຼວງ ເມໂຣດັກ (ຫຼື​ມາດຸກ) ກໍ​ມີ​ຄວາມ​ສຳຄັນ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​ຈົນ​ໃນ​ທີ່​ສຸດ​ກໍ​ມາ​ແທນ​ທີ່​ເທບ​ພະເຈົ້າ​ອົງ​ກ່ອນ​ໆ​ແລະ​ກາຍ​ເປັນ​ເທບ​ພະເຈົ້າ​ສູງ​ສຸດ​ທີ່​ຄົນ​ບາບີໂລນ​ນັບຖື. ໃນ​ສະໄໝ​ຕໍ່​ມາ ຊື່​ເມໂຣດັກ (ຫຼື​ມາດຸກ) ຖືກ​ແທນ​ທີ່​ດ້ວຍ​ຕຳແໜ່ງ “ເບລູ” (“ເຈົ້າ​ຂອງ”) ແລະ​ຄົນ​ທົ່ວໄປ​ເອີ້ນ​ເມໂຣດັກ​ວ່າ​ເບນ.​—ຢຣມ 50:2

  • ໂມລົກ.​—

    ເບິ່ງ​ຄຳ​ວ່າ “ໂມເລັກ

  • ໂມເລັກ.

    ພະເຈົ້າ​ຂອງ​ຄົນ​ອຳໂມນ ເຊິ່ງ​ອາດ​ເປັນ​ອົງ​ດຽວ​ກັບ​ພະ​ມັນກາມ ພະ​ມີເລກອມ ແລະ​ພະ​ໂມລົກ. ຄຳ​ນີ້​ອາດ​ເປັນ​ຕຳແໜ່ງ ບໍ່​ແມ່ນ​ຊື່​ຂອງ​ພະເຈົ້າ​ອົງ​ໃດ​ໂດຍ​ສະເພາະ. ກົດໝາຍ​ຂອງ​ໂມເຊ​ສັ່ງ​ໃຫ້​ປະຫານ​ຊີວິດ​ຄົນ​ທີ່​ເອົາ​ລູກ​ໄປ​ເຜົາ​ບູຊາ​ໃຫ້​ພະ​ໂມເລັກ.​—ລລວ 20:2; ຢຣມ 32:35; ກຈກ 7:43

  • ເມຍນ້ອຍ.

    ເມຍ​ຜູ້​ທີ 2 ເຊິ່ງ​ສ່ວນ​ຫຼາຍ​ແມ່ນ​ຜູ້​ຍິງ​ທີ່​ເປັນ​ທາ​ດ.​—ອພຍ 21:8; 2ຊມ 5:13; 1ກສ 11:3

  • ໄມ້ແທກ.

    ໄມ້​ສຳລັບ​ແທກ ຍາວ 6 ສອກ. ຖ້າ​ເປັນ​ສອກ​ທຳມະດາ ໄມ້​ແທກ​ຈະ​ຍາວ​ເທົ່າ​ກັບ 2,67 ແມັດ ແຕ່​ຖ້າ​ເປັນ​ສອກ​ຍາວ ໄມ້​ແທກ​ຈະ​ຍາວ​ເທົ່າ​ກັບ 3,11 ແມັດ. (ອຊກ 40:3, 5; ພນມ 11:1)​—ເບິ່ງ​ພາກ​ຜະໜວກ ຂ14

  • ໄມ້ອໍ້.

    ຄຳ​ນີ້​ໃຊ້​ກັບ​ຕົ້ນໄມ້​ຫຼາຍ​ຊະນິດ​ເຊິ່ງ​ມັກ​ເກີດ​ຢູ່​ບ່ອນ​ທີ່​ປຽກ​ຊຸ່ມ. ສ່ວນ​ຫຼາຍ​ແລ້ວ​ໜ້າ​ຈະ​ແມ່ນ​ຊະນິດ Arundo donax. (ໂຢບ 8:11; ອຊຢ 42:3; ມທ 27:29; ພນມ 11:1)​—ເບິ່ງ​ຄຳ​ວ່າ “ໄມ້​ແທກ

  • ມິກທາມ.

    ຄຳ​ພາສາ​ເຮັບເຣີ​ທີ່​ຢູ່​ໃນ​ຫົວ​ບົດ​ເພງ​ສັນລະເສີນ 6 ບົດ. (ພສ 16; 56-60) ຄຳ​ນີ້​ເປັນ​ຄຳສັບ​ສະເພາະ​ທີ່​ບໍ່​ຮູ້​ຄວາມ​ໝາຍ​ທີ່​ແນ່ນອນ ແຕ່​ອາດຈະ​ກ່ຽວ​ຂ້ອງ​ກັບ​ຄຳ​ວ່າ “ຂຽນ​ໄວ້.”

  • ເມືອງ​ຂອງ​ດາວິດ.

    ຊື່​ໃໝ່​ຂອງ​ເມືອງ​ເຢບຸດ​ຫຼັງ​ຈາກ​ດາວິດ​ຍຶດ​ເມືອງ​ນີ້​ໄດ້​ແລະ​ສ້າງ​ວັງ​ຂອງ​ລາວ​ໄວ້​ຢູ່​ຫັ້ນ. ເມືອງ​ນີ້​ຍັງ​ມີ​ອີກ​ຊື່​ໜຶ່ງ​ວ່າ​ຊີໂອນ ເຊິ່ງ​ເປັນ​ສ່ວນ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ສ່ຽງ​ໃຕ້​ຂອງ​ເມືອງ​ເຢຣູຊາເລັມ​ແລະ​ເປັນ​ສ່ວນ​ທີ່​ເກົ່າ​ແກ່​ທີ່​ສຸດ​ຂອງ​ເມືອງ.​—2ຊມ 5:7; 1ຂຄ 11:4, 5

  • ເມືອງ​ລີ້ໄພ.

    ເມືອງ​ຂອງ​ຄົນ​ຕະກູນ​ເລວີ ເຊິ່ງ​ຄົນ​ທີ່​ເຮັດ​ໃຫ້​ຄົນ​ອື່ນ​ຕາຍ​ໂດຍ​ບໍ່​ໄດ້​ຕັ້ງໃຈ​ຈະ​ໜີ​ໄປ​ຢູ່​ເມືອງ​ລີ້ໄພ​ເຫຼົ່າ​ນີ້​ໄດ້​ເພື່ອ​ລາວ​ຈະ​ບໍ່​ຖືກ​ຄົນ​ທີ່​ມີ​ສິດ​ແກ້ແຄ້ນ​ຂ້າ. ເມືອງ​ລີ້ໄພ​ມີ 6 ເມືອງ​ເຊິ່ງ​ຢາຍ​ກັນ​ຢູ່​ໃນ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ. ໂມເຊ​ເປັນ​ຜູ້​ເລືອກ​ເມືອງ​ເຫຼົ່າ​ນີ້​ໂດຍ​ການ​ຊີ້ນຳ​ຈາກ​ພະ​ເຢໂຫວາ​ແລະ​ຕໍ່​ມາ​ໂຢຊວຍ​ກໍ​ເຮັດ​ໜ້າທີ່​ນີ້​ຕໍ່. ເມື່ອ​ມາ​ຮອດ​ເມືອງ​ລີ້ໄພ ຄົນ​ທີ່​ໜີ​ມາ​ລີ້​ຕ້ອງ​ເລົ່າ​ເລື່ອງ​ທີ່​ເກີດຂຶ້ນ​ໃຫ້​ພວກ​ຜູ້​ນຳ​ຂອງ​ເມືອງ​ນັ້ນ​ຟັງ​ຢູ່​ປະຕູ​ເມືອງ​ກ່ອນ ລາວ​ຈຶ່ງ​ຈະ​ເຂົ້າ​ໄປ​ຢູ່​ໃນ​ເມືອງ​ນັ້ນ​ໄດ້. ເພື່ອ​ປ້ອງກັນ​ບໍ່​ໃຫ້​ຄົນ​ທີ່​ຕັ້ງໃຈ​ຂ້າ​ຄົນ​ສວຍ​ໂອກາດ​ໃຊ້​ປະໂຫຍດ​ຈາກ​ການ​ຈັດ​ກຽມ​ນີ້ ຄົນ​ທີ່​ໜີ​ມາ​ລີ້​ຈະ​ຕ້ອງ​ຖືກ​ພິຈາລະນາ​ຄະດີ​ໃນ​ເມືອງ​ທີ່​ລາວ​ເຮັດ​ໃຫ້​ຄົນ​ອື່ນ​ຕາຍ​ເພື່ອ​ພິສູດ​ວ່າ​ລາວ​ບໍ່​ມີ​ຄວາມ​ຜິດ​ແທ້. ຖ້າ​ລາວ​ບໍ່​ມີ​ຄວາມ​ຜິດ ລາວ​ຈະ​ໄປ​ຢູ່​ໃນ​ເມືອງ​ລີ້ໄພ​ໄດ້​ແລະ​ລາວ​ຈະ​ຕ້ອງ​ໄດ້​ຢູ່​ແຕ່​ໃນ​ເຂດ​ນັ້ນ​ຕະຫຼອດ​ຊີວິດ​ຫຼື​ຈົນ​ກວ່າ​ປະໂລຫິດ​ໃຫຍ່​ຈະ​ຕາຍ.​—ຈຊບ 35:6, 11-15, 22-29; ຢຊ 20:2-8

  • ມັດຄິວ.

    ຄຳ​ເຮັບເຣີ​ທີ່​ບໍ່​ຮູ້​ຄວາມ​ໝາຍ​ທີ່​ແນ່ນອນ ຢູ່​ໃນ​ຫົວ​ບົດ​ຂອງ​ເພງ​ສັນລະເສີນ 13 ບົດ. ຄຳ​ນີ້​ອາດ​ໝາຍເຖິງ “ບົດ​ກອນ​ຄິດ​ຕຶກຕອງ.” ບາງ​ຄົນ​ຄິດ​ວ່າ​ຄຳ​ນີ້​ໜ້າ​ຈະ​ມີ​ຄວາມ​ໝາຍ​ກ່ຽວ​ຂ້ອງ​ກັບ​ອີກ​ຄຳ​ໜຶ່ງ​ທີ່​ຂຽນ​ຄ້າຍ​ກັນ ເຊິ່ງ​ແປ​ວ່າ ‘ຮັບໃຊ້​ຢ່າງ​ຮອບຄອບ.’​—2ຂຄ 30:22; ພສ 32:ຫົວບົດ

  • ມີດ​ຕັດ​ສຳລັບ​ຕັດ​ໄສ້​ຕະກຽງ.

    ເຄື່ອງມື​ຊະນິດ​ໜຶ່ງ​ທີ່​ເຮັດ​ຈາກ​ຄຳ​ຫຼື​ທອງແດງ​ເຊິ່ງ​ໃຊ້​ຢູ່​ເຕັ້ນ​ສັກສິດ​ແລະ​ວິຫານ.​—2ກສ 25:14

  • ມຸດລັບເບນ.

    ຄຳ​ທີ່​ຢູ່​ໃນ​ຫົວ​ບົດ​ຂອງ​ເພງ​ສັນລະເສີນ​ບົດ 9. ຕາມ​ທີ່​ເວົ້າ​ຕໍ່​ໆ​ກັນ​ມາ ຄຳ​ນີ້​ແປ​ວ່າ “ກ່ຽວກັບ​ຄວາມ​ຕາຍ​ຂອງ​ລູກ​ຊາຍ.” ບາງ​ຄົນ​ຄິດ​ວ່າ​ຄຳ​ນີ້​ອາດ​ເປັນ​ຊື່​ເພງ​ຫຼື​ເປັນ​ຄຳ​ຂຶ້ນ​ຕົ້ນ​ຂອງ​ເພງ​ໜຶ່ງ​ທີ່​ມີ​ທຳນອງ​ຄຸ້ນ​ຫູ ເຊິ່ງ​ຈະ​ໃຊ້​ທຳນອງ​ຂອງ​ເພງ​ນັ້ນ​ໃນ​ການ​ຮ້ອງ​ເພງ​ສັນລະເສີນ​ບົດ​ນີ້.

  • ມົດຍອບ.

    ຢາງ​ໄມ້​ຊະນິດ​ໜຶ່ງ​ທີ່​ມີ​ກິ່ນ​ຫອມ ໄດ້​ຈາກ​ໄມ້​ຟຸ່ມ​ບາງ​ຊະນິດ​ທີ່​ມີ​ໜາມ​ຫຼື​ຕົ້ນໄມ້​ຂະໜາດ​ນ້ອຍ​ໃນ​ຕະກູນ Commiphora. ມົດຍອບ​ເປັນ​ສ່ວນ​ປະສົມ​ຢ່າງ​ໜຶ່ງ​ໃນ​ນ້ຳມັນ​ເຈີມ​ບໍລິສຸດ. ມີ​ການ​ໃຊ້​ມົດຍອບ​ເພື່ອ​ເຮັດ​ໃຫ້​ເຄື່ອງນຸ່ງ​ຫຼື​ຕຽງ​ນອນ​ມີ​ກິ່ນ​ຫອມ ໃຊ້​ປະສົມ​ໃນ​ນ້ຳມັນ​ສຳລັບ​ນວດ​ແລະ​ນ້ຳມັນ​ທາ​ຜິວ. ມົດຍອບ​ຍັງ​ຖືກ​ໃຊ້​ໃນ​ການ​ກຽມ​ສົບ​ກ່ອນ​ເອົາ​ໄປ​ຝັງ​ນຳ​ອີກ.​—ອພຍ 30:23; ສພສ 7:17; ຢຮ 19:39

  • ມັນກາມ.

    ອາດ​ເປັນ​ອົງ​ດຽວ​ກັບ​ພະ​ໂມເລັກ​ເຊິ່ງ​ເປັນ​ເທບ​ພະເຈົ້າ​ສູງ​ສຸດ​ຂອງ​ຄົນ​ອຳໂມນ. (ຊຟຢ 1:5)​—ເບິ່ງ​ຄຳ​ວ່າ “ໂມເລັກ

  • ມານຮ້າຍ.

    ຊື່​ທີ່​ເອີ້ນ​ຊາຕານ​ໃນ​ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ກຣີກ​ທີ່​ແປ​ວ່າ “ຜູ້​ໝິ່ນ​ປະໝາດ.” ຊາຕານ​ໄດ້​ຊື່​ວ່າ​ມານຮ້າຍ​ຍ້ອນ​ມັນ​ເປັນ​ໂຕ​ຫຼັກ​ທີ່​ໝິ່ນ​ປະໝາດ​ແລະ​ໃສ່​ຮ້າຍ​ພະ​ເຢໂຫວາ ແລະ​ເຮັດ​ໃຫ້​ຄຳສອນ​ແລະ​ຊື່​ທີ່​ບໍລິສຸດ​ຂອງ​ເພິ່ນ​ເສື່ອມ​ເສຍ.​—ມທ 4:1; ຢຮ 8:44; ພນມ 12:9

  • ມ້ວນ​ໜັງສື.

    ແຜ່ນ​ໜັງ​ສັດ​ຫຼື​ພາໄພຣັດ​ເປັນ​ແຜ່ນ​ຍາວ​ໆ​ທີ່​ມີ​ຂໍ້​ຄວາມ​ຂຽນ​ໄວ້​ດ້ານ​ໜຶ່ງ​ແລະ​ສ່ວນ​ຫຼາຍ​ຈະ​ມ້ວນ​ໃສ່​ໄມ້. ມີ​ການ​ຂຽນ​ແລະ​ຄັດລອກ​ພະຄຳພີ​ໄວ້​ໃນ​ມ້ວນ​ໜັງສື​ແບບ​ນີ້ ເຊິ່ງ​ໃຊ້​ກັນ​ຫຼາຍ​ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ.​—ຢຣມ 36:4, 18, 23; ລກ 4:17-20; 2ຕມ 4:13

  • ຢາໂຄບ.

    ລູກ​ຊາຍ​ຂອງ​ອີຊາກ​ກັບ​ເຣເບກາ. ຕໍ່​ມາ​ພະເຈົ້າ​ເອີ້ນ​ລາວ​ວ່າ​ອິດສະຣາເອນ ແລະ​ລາວ​ກໍ​ເປັນ​ຕົ້ນ​ຕະກູນ​ຂອງ​ຄົນ​ອິດສະຣາເອນ (ຕໍ່​ມາ​ເອີ້ນ​ວ່າ​ຄົນ​ຢິວ). ລາວ​ມີ​ລູກ​ຊາຍ 12 ຄົນ​ເຊິ່ງ​ເກີດ​ລູກ​ຫຼານ​ຈົນ​ກາຍ​ເປັນ 12 ຕະກູນ​ຂອງ​ຊາດ​ອິດສະຣາເອນ. ຊື່​ຢາໂຄບ​ຍັງ​ໃຊ້​ເອີ້ນ​ຊາດ​ອິດສະຣາເອນ​ຫຼື​ປະຊາຊົນ​ອິດສະຣາເອນ​ນຳ​ອີກ.​—ປຖກ 32:28; ມທ 22:32

  • ຢູດາ.

    ລູກ​ຊາຍ​ຜູ້​ທີ 4 ຂອງ​ຢາໂຄບ​ກັບ​ເລອາ. ຕອນ​ທີ່​ຢາໂຄບ​ໃກ້​ຈະ​ຕາຍ ລາວ​ບອກ​ລ່ວງ​ໜ້າ​ວ່າ​ຜູ້​ປົກຄອງ​ທີ່​ຍິ່ງໃຫຍ່​ຜູ້​ໜຶ່ງ​ເຊິ່ງ​ຈະ​ປົກຄອງ​ຕະຫຼອດ​ໄປ​ຈະ​ມາ​ຈາກ​ເຊື້ອສາຍ​ຂອງ​ຢູດາ. ຕອນ​ທີ່​ພະ​ເຢຊູ​ມາ​ເກີດ​ເປັນ​ມະນຸດ ເພິ່ນ​ກໍ​ເປັນ​ລູກ​ຫຼານ​ຄົນ​ໜຶ່ງ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຢູດາ. ຄຳ​ວ່າ​ຢູດາ​ຍັງ​ເປັນ​ຊື່​ຂອງ​ຕະກູນ​ແລະ​ຕໍ່​ມາ​ກໍ​ເປັນ​ຊື່​ຂອງ​ອານາຈັກ​ນຳ​ອີກ. ອານາຈັກ​ຢູດາ​ເປັນ​ອານາຈັກ​ທາງ​ໃຕ້​ເຊິ່ງ​ປະກອບ​ດ້ວຍ​ຕະກູນ​ຢູດາ ຕະກູນ​ເບັນຢາມິນ ລວມ​ທັງ​ພວກ​ປະໂລຫິດ​ແລະ​ຄົນ​ເລວີ. ອານາຈັກ​ນີ້​ກວມ​ເອົາ​ແຜ່ນດິນ​ທາງ​ໃຕ້​ຂອງ​ປະເທດ​ເຊິ່ງ​ມີ​ເມືອງ​ເຢຣູຊາເລັມ​ກັບ​ວິຫານ​ຢູ່​ນຳ.​—ປຖກ 29:35; 49:10; 1ກສ 4:20; ຮຣ 7:14

  • ເຢດູທູນ.

    ຄຳ​ທີ່​ບໍ່​ຮູ້​ຄວາມ​ໝາຍ​ທີ່​ແນ່ນອນ​ເຊິ່ງ​ຢູ່​ໃນ​ຫົວ​ບົດ​ຂອງ​ເພງ​ສັນລະເສີນ​ບົດ 39 62 ແລະ 77. ຫົວ​ບົດ​ເຫຼົ່າ​ນີ້​ເບິ່ງ​ຄື​ວ່າ​ຈະ​ເປັນ​ຄຳ​ສັ່ງ​ສຳລັບ​ການ​ສະແດງ. ອາດ​ເປັນ​ການ​ກຳນົດ​ຮູບແບບ​ການ​ຮ້ອງ​ຫຼື​ເຄື່ອງ​ດົນຕີ​ທີ່​ຈະ​ໃຊ້​ສຳລັບ​ເພງ​ສັນລະເສີນ​ບົດ​ນັ້ນ. ເນື່ອງ​ຈາກ​ມີ​ນັກ​ດົນຕີ​ຄົນ​ເລວີ​ຄົນ​ໜຶ່ງ​ຊື່​ເຢດູທູນ ດັ່ງນັ້ນ ການ​ສະແດງ​ຫຼື​ເຄື່ອງ​ດົນຕີ​ແບບ​ເຢດູທູນ​ອາດ​ກ່ຽວ​ຂ້ອງ​ກັບ​ນັກ​ດົນຕີ​ຄົນ​ນີ້​ຫຼື​ລູກ​ຫຼານ​ຂອງ​ລາວ​ກໍ​ໄດ້.

  • ເຢໂຫວາ.

    ຊື່​ຂອງ​ພະເຈົ້າ ເຊິ່ງ​ມາ​ຈາກ​ອັກສອນ​ເຮັບເຣີ 4 ໂຕ​ທີ່​ເອີ້ນ​ວ່າ​ເທຣາກຳມາທອນ. ການ​ອອກ​ສຽງ​ຊື່​ພະເຈົ້າ​ແບບ​ນີ້​ໃຊ້​ໃນ​ພະຄຳພີ​ລາວ​ສະບັບ​ແປ​ອື່ນ​ໆ​ແລະ​ຊື່​ນີ້​ມີ​ໃນ​ພະຄຳພີ​ສະບັບ​ແປ​ນີ້​ຫຼາຍ​ກວ່າ 7.000 ເທື່ອ.​—ເບິ່ງ​ພາກ​ຜະໜວກ ກ4 ແລະ ກ5

  • ຢ້ານຢຳ​ພະເຈົ້າ.

    ໃຫ້​ຄວາມ​ນັບຖື ນະມັດສະການ ແລະ​ຮັບໃຊ້​ພະ​ເຢໂຫວາ​ພະເຈົ້າ​ດ້ວຍ​ຄວາມ​ພັກດີ​ຕໍ່​ອຳນາດ​ການ​ປົກຄອງ​ສູງ​ສຸດ​ຂອງ​ເພິ່ນ.​—1ຕມ 4:8; 2ຕມ 3:12

  • ຢິວ.

    ຊື່​ທີ່​ໃຊ້​ເອີ້ນ​ຄົນ​ໃນ​ຕະກູນ​ຢູດາ​ຫຼັງ​ຈາກ​ອານາຈັກ​ອິດສະຣາເອນ 10 ຕະກູນ​ຫຼົ້ມ​ສະຫຼາຍ. (2ກສ 16:6) ຫຼັງ​ຈາກ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຢູ່​ບາບີໂລນ ຄຳ​ນີ້​ຍັງ​ໝາຍເຖິງ​ຄົນ​ອິດສະຣາເອນ​ຕະກູນ​ຕ່າງ​ໆ​ທີ່​ກັບ​ມາ​ແຜ່ນດິນ​ອິດສະຣາເອນ. (ອຊຣ 4:12) ຕໍ່​ມາ ທົ່ວ​ໂລກ​ມີ​ການ​ໃຊ້​ຄຳ​ນີ້​ເພື່ອ​ແຍກ​ຄົນ​ອິດສະຣາເອນ​ອອກ​ຈາກ​ຄົນ​ຊາດ​ອື່ນ. (ອສທ 3:6) ອັກຄະສາວົກ​ໂປໂລ​ໃຊ້​ຄຳ​ນີ້​ໃນ​ຄວາມ​ໝາຍ​ເປັນ​ໄນ​ເພື່ອ​ອະທິບາຍ​ວ່າ​ເຊື້ອ​ຊາດ​ບໍ່​ແມ່ນ​ສິ່ງ​ສຳຄັນ​ໃນ​ປະຊາຄົມ​ຄລິດສະຕຽນ.​—ຣມ 2:28, 29; ຄລຕ 3:28

  • ຣາຫັບ.

    ຊື່​ທີ່​ມີ​ໃນ​ປຶ້ມ​ໂຢບ ເພງ​ສັນລະເສີນ ແລະ​ເອຊາຢາ. ໃນ​ແວດ​ບົດ​ຂອງ​ປຶ້ມ​ໂຢບ​ຊ່ວຍ​ໃຫ້​ຮູ້​ວ່າ​ຣາຫັບ​ເປັນ​ສັດ​ທະເລ​ໂຕ​ໃຫຍ່ ແຕ່​ໃນ​ແວດ​ບົດ​ອື່ນ​ໆ​ສັດ​ທະເລ​ໂຕ​ໃຫຍ່​ນີ້​ເປັນ​ສັນຍະລັກ​ໝາຍເຖິງ​ເອຢິບ.​—ໂຢບ 9:13; ພສ 87:4; ອຊຢ 30:7; 51:9, 10

  • ລາຊີນີ​ແຫ່ງ​ສະຫວັນ.

    ຊື່​ຂອງ​ພະເຈົ້າ​ໜຶ່ງ​ທີ່​ຄົນ​ອິດສະຣາເອນ​ທີ່​ຖິ້ມ​ພະເຈົ້າ​ໄປ​ນະມັດສະການ​ໃນ​ສະໄໝ​ເຢເຣມີຢາ. ບາງ​ຄົນ​ຄິດ​ວ່າ​ລາຊີນີ​ແຫ່ງ​ສະຫວັນ​ແມ່ນ​ເທບ​ທິດາ​ອິດ​ສະ​ທາ (ແອດສະຕາເຕ) ຂອງ​ຄົນ​ບາບີໂລນ​ຫຼື​ເທບ​ທິດາ​ອິນັນນາ​ຂອງ​ຄົນ​ຊູເມລຽນ. ເທບ​ທິດາ​ອົງ​ນີ້​ຍັງ​ເປັນ​ເທບ​ພະເຈົ້າ​ແຫ່ງ​ການ​ອອກ​ແມ່​ແພ່​ລູກ. ໃນ​ຂໍ້​ຄວາມ​ທີ່​ຄົນ​ເອຢິບ​ແກະ​ສະຫຼັກ​ໄວ້ ເທບ​ທິດາ​ແອດສະຕາເຕຖືກ​ເອີ້ນ​ວ່າ “ເຈົ້າ​ຍິງ​ແຫ່ງ​ສະຫວັນ.”​—ຢຣມ 44:19

  • ເລບານອນ.

    ຊື່​ເຂດ​ພູ​ທີ່​ຢູ່​ທາງ​ຕາເວັນ​ຕົກ​ຂອງ​ປະເທດ​ເລບານອນ. ສ່ວນ​ເຂດ​ພູ​ທີ່​ຢູ່​ທາງ​ຕາເວັນ​ອອກ​ແມ່ນ​ເຂດ​ພູ​ແອນຕິ​ເລບານອນ. ຢູ່​ລະຫວ່າງ​ເຂດ​ພູ​ທັງ​ສອງ​ນີ້​ມີ​ຮ່ອມພູ​ທີ່​ອຸດົມ​ສົມບູນ​ເປັນ​ລວງ​ຍາວ. ເຂດ​ພູ​ເລບານອນ​ຢູ່​ໃກ້​ກັບ​ແຄມ​ຝັ່ງ​ທະເລ​ເມດີແຕຣາເນ ຈອມພູ​ສູງ​ໂດຍ​ສະເລ່ຍ 1.800 ແມັດ​ເຖິງ 2.100 ແມັດ. ໃນ​ສະໄໝ​ບູຮານ ເຂດ​ພູ​ເລບານອນ​ເຕັມ​ໄປ​ດ້ວຍ​ຕົ້ນ​ຊີດ້າ​ທີ່​ສູງ​ໃຫຍ່ ເຊິ່ງ​ເປັນ​ທີ່​ຕ້ອງການ​ຂອງ​ຊາດ​ທີ່​ຢູ່​ອ້ອມແອ້ມ. (ພບຍ 1:7; ພສ 29:6; 92:12)​—ເບິ່ງ​ພາກ​ຜະໜວກ ຂ7

  • ເລວີ.

    ລູກ​ຊາຍ​ຜູ້​ທີ 3 ຂອງ​ຢາໂຄບ​ກັບ​ເລອາ​ແລະ​ຍັງ​ເປັນ​ຊື່​ຕະກູນ​ນຳ. ລູກ​ຊາຍ 3 ຄົນ​ຂອງ​ເລວີ​ເປັນ​ຕົ້ນກຳເນີດ​ຂອງ​ຄົນ​ເລວີ 3 ກຸ່ມ​ທີ່​ເຮັດ​ໜ້າທີ່​ແຕກຕ່າງ​ກັນ. ຄຳ​ວ່າ “ພວກ​ເລວີ” ໝາຍເຖິງ​ຄົນ​ໃນ​ຕະກູນ​ນີ້​ທັງໝົດ ແຕ່​ບາງ​ເທື່ອ​ຈະ​ບໍ່​ລວມ​ຈຸ້ມເຈື້ອ​ຂອງ​ອາໂຣນ​ເຊິ່ງ​ເຮັດ​ວຽກ​ເປັນ​ປະໂລຫິດ. ຕະກູນ​ເລວີ​ບໍ່​ໄດ້​ຮັບ​ສ່ວນ​ແບ່ງ​ໃນ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ ແຕ່​ໄດ້ 48 ເມືອງ​ເຊິ່ງ​ຢູ່​ໃນ​ເຂດ​ຂອງ​ຕະກູນ​ອື່ນ​ໆ​.​—ພບຍ 10:8; 1ຂຄ 6:1; ຮຣ 7:11

  • ເລວີອາທານ.

    ສັດ​ຊະນິດ​ໜຶ່ງ​ທີ່​ມັກ​ມີ​ການ​ເວົ້າ​ເຖິງ​ວ່າ​ຢູ່​ໃນ​ນ້ຳ. ໃນ​ໂຢບ 3:8 ແລະ 41:1 ຄຳ​ນີ້​ອາດ​ໝາຍເຖິງ​ແຂ້​ຫຼື​ສັດ​ນ້ຳ​ທີ່​ມີ​ຂະໜາດ​ໃຫຍ່​ແລະ​ແຂງແຮງ. ແຕ່​ໃນ​ເພງ​ສັນລະເສີນ 104:26 ອາດ​ໝາຍເຖິງ​ປາວານ​ຊະນິດ​ໜຶ່ງ. ໃນ​ບ່ອນ​ອື່ນ​ໆ​ຄຳ​ນີ້​ມີ​ຄວາມ​ໝາຍ​ເປັນ​ໄນ​ແລະ​ຍັງ​ບໍ່​ສາມາດ​ບອກ​ໄດ້​ວ່າ​ເປັນ​ສັດ​ຊະນິດ​ໃດ.​—ພສ 74:14; ອຊຢ 27:1

  • ລູກກົກ.

    ໂດຍ​ທົ່ວໄປ​ແມ່ນ​ລູກ​ຊາຍ​ຜູ້​ທຳອິດ​ຂອງ​ຄອບຄົວ. ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ ລູກ​ຊາຍ​ຜູ້​ທຳອິດ​ມີ​ຕຳແໜ່ງ​ທີ່​ມີ​ກຽດ​ໃນ​ຄອບຄົວ​ແລະ​ຈະ​ເປັນ​ຜູ້​ນຳ​ຄອບຄົວ​ຫຼັງ​ຈາກ​ພໍ່​ຂອງ​ລາວ​ຕາຍ. ຄຳ​ນີ້​ຍັງ​ກ່ຽວ​ຂ້ອງ​ກັບ​ລູກ​ສັດ​ໂຕ​ຜູ້​ໂຕ​ທຳອິດ.​—ປຖກ 25:33; ອພຍ 11:5; 13:12; ກລຊ 1:15

  • ລູກ​ມະນຸດ.

    ຄຳ​ນີ້​ມີ​ປະມານ 80 ເທື່ອ​ໃນ​ປຶ້ມ​ຂ່າວດີ. ເປັນ​ຄຳ​ທີ່​ໃຊ້​ໝາຍເຖິງ​ພະ​ເຢຊູ​ຄລິດ​ແລະ​ສະແດງ​ວ່າ​ເພິ່ນ​ມາ​ເກີດ​ເປັນ​ມະນຸດ​ທີ່​ມີ​ເລືອດ​ມີ​ເນື້ອ​ແທ້​ໆ​ບໍ່​ແມ່ນ​ທູດສະຫວັນ​ທີ່​ແປງ​ກາຍ​ເປັນ​ມະນຸດ. ຄຳ​ນີ້​ຍັງ​ສະແດງ​ວ່າ​ພະ​ເຢຊູ​ເປັນ​ຜູ້​ທີ່​ຈະ​ເຮັດ​ໃຫ້​ຄຳ​ພະຍາກອນ​ໃນ​ດານີເອນ 7:13, 14 ເກີດຂຶ້ນ​ແທ້. ໃນ​ພະຄຳພີ​ພາກ​ພາສາ​ເຮັບເຣີ ມີ​ການ​ໃຊ້​ຄຳ​ນີ້​ກັບ​ເອເຊກຽນ​ແລະ​ດານີເອນ​ເພື່ອ​ເນັ້ນ​ວ່າ​ສອງ​ຄົນ​ນີ້​ເປັນ​ພຽງ​ມະນຸດ​ທີ່​ພະເຈົ້າ​ໃຊ້​ໃຫ້​ພະຍາກອນ ເຊິ່ງ​ທຽບ​ບໍ່​ໄດ້​ເລີຍ​ກັບ​ພະເຈົ້າ​ທີ່​ເປັນ​ຜູ້​ໃຫ້​ຂ່າວ​ສານ​ກັບ​ເຂົາເຈົ້າ.​—ອຊກ 3:17; ດນອ 8:17; ມທ 19:28; 20:28

  • ລູກ​ຫຼານ​ຂອງ​ດາວິດ.

    ຄຳ​ນີ້​ມັກ​ໃຊ້​ໝາຍເຖິງ​ພະ​ເຢຊູ ເພື່ອ​ເປັນ​ການ​ເນັ້ນ​ວ່າ​ເພິ່ນ​ເປັນ​ຜູ້​ທີ່​ມີ​ສິດ​ຕາມ​ຄຳ​ສັນຍາ​ເລື່ອງ​ການ​ປົກຄອງ ເພາະ​ຄົນ​ທີ່​ເຮັດ​ໃຫ້​ສັນຍາ​ນີ້​ເກີດຂຶ້ນ​ແທ້​ຕ້ອງ​ຢູ່​ໃນ​ເຊື້ອສາຍ​ຂອງ​ດາວິດ.​—ມທ 12:23; 21:9

  • ລູກ​ຫຼານ​ຂອງ​ອາໂຣນ.

    ຄົນ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ອາໂຣນ​ຫຼານ​ຊາຍ​ຂອງ​ເລວີ. ອາໂຣນ​ເປັນ​ຄົນ​ທຳອິດ​ທີ່​ຖືກ​ເລືອກ​ໃຫ້​ເປັນ​ປະໂລຫິດ​ໃຫຍ່​ຕາມ​ກົດໝາຍ​ຂອງ​ໂມເຊ. ລູກ​ຫຼານ​ຂອງ​ອາໂຣນ​ຈຶ່ງ​ເຮັດ​ໜ້າທີ່​ປະໂລຫິດ​ຢູ່​ເຕັ້ນ​ສັກສິດ​ແລະ​ວິຫານ.​—1ຂຄ 23:28

  • ໂລກລະບາດ.

    ພະຍາດ​ທີ່​ສາມາດ​ແຜ່​ກະຈາຍ​ໄດ້​ໄວ​ແລະ​ເຮັດ​ໃຫ້​ຕາຍ​ໄດ້. ໂລກລະບາດ​ມັກ​ກ່ຽວ​ຂ້ອງ​ກັບ​ການ​ຕັດສິນ​ລົງໂທດ​ຂອງ​ພະເຈົ້າ.​—ຈຊບ 14:12; ອຊກ 38:22, 23; ອມ 4:10

  • ລ໋ອກ.

    ຫົວ​ໜ່ວຍ​ແນວ​ຜອງ​ທີ່​ເປັນ​ນ້ຳ​ທີ່​ນ້ອຍ​ທີ່​ສຸດ​ທີ່​ຄຳພີ​ໄບເບິນ​ເວົ້າ​ເຖິງ. ຄຳພີ​ທາ​ມຸດ​ຂອງ​ຄົນ​ຢິວ​ເວົ້າ​ເຖິງ​ຫົວ​ໜ່ວຍ​ນີ້​ວ່າ​ເທົ່າ​ກັບ 1 ສ່ວນ 12 ຮິນ. ດັ່ງນັ້ນ ຖ້າ​ຄິດ​ໄລ່​ໂດຍ​ອາໄສ​ຂໍ້ມູນ​ນີ້ 1 ລ໋ອກ​ເທົ່າ​ກັບ 0,31 ລິດ. (ລລວ 14:10)​—ເບິ່ງ​ພາກ​ຜະໜວກ ຂ14

  • ລຽງ​ລຳດັບ​ຕາມ​ໂຕ​ອັກສອນ.

    ມີ​ການ​ລຽງ​ໂຕ​ອັກສອນ​ທຳອິດ​ຂອງ​ຂໍ້​ພະຄຳພີ​ຕາມ​ລຳດັບ​ຂອງ​ພາສາ​ເຮັບເຣີ. ໃຊ້​ກັບ​ບົດກອນ​ຫຼື​ເພງ​ໃນ​ຄຳພີ​ໄບເບິນ​ເພື່ອ​ປະຊາຊົນ​ຈະ​ຈື່​ຂໍ້​ພະຄຳພີ​ໄດ້​ງ່າຍ​ຂຶ້ນ. ໃນ​ສະບັບ​ນີ້​ມີ​ໂຕ​ໜັງສື​ເປັນ​ໂຕ​ອັກສອນ​ພາສາ​ເຮັບເຣີ​ແລະ​ມີ​ການ​ສະກົດ​ສຽງ​ນຳ. ເບິ່ງ​ເພງ​ສັນລະເສີນ 9, 10, 25, 34, 37, 111, 112, 119, 145; ສຸພາສິດ 31; ເພງ​ໂສກເສົ້າ 1-4

  • ລົດຮົບ; ລົດມ້າ.

    ລົດ 2 ລໍ້​ທີ່​ໃຊ້​ມ້າ​ແກ່​ໄປ. ສ່ວນ​ຫຼາຍ​ແລ້ວ​ໃຊ້​ໃນ​ການ​ສູ້ຮົບ.​—ອພຍ 14:23; ຜຕສ 4:13; ກຈກ 8:28

  • ລານຟາດເຂົ້າ.

    ສະຖານ​ທີ່​ສຳລັບ​ຟາດ​ເຂົ້າ​ເພື່ອ​ໃຫ້​ເມັດ​ເຂົ້າ​ຫຼຸດ​ອອກ​ຈາກ​ຮວງ​ແລະ​ເປືອກ. ການ​ຟາດ​ເຂົ້າ​ອາດ​ເຮັດ​ໂດຍ​ໃຊ້​ໄມ້​ຟາດ. ຖ້າ​ມີ​ເຂົ້າ​ຈຳນວນ​ຫຼາຍ​ກໍ​ຈະ​ໃຊ້​ເຄື່ອງມື​ພິເສດ ເຊັ່ນ: ລູກກິ້ງ​ຫຼື​ແຜ່ນ​ໄມ້​ທີ່​ມີ​ສັດ​ລາກ. ເຄື່ອງມື​ນີ້​ຈະ​ບົດ​ເມັດ​ເຂົ້າ​ທີ່​ຢູ່​ເທິງ​ລານ​ຟາດ​ເຂົ້າ ເຊິ່ງ​ເປັນ​ລານ​ວົງມົນ​ທີ່​ມີ​ພື້ນ​ລຽບ​ແລະ​ສ່ວນ​ຫຼາຍ​ແລ້ວ​ຈະ​ຢູ່​ເທິງ​ບ່ອນ​ສູງ​ທີ່​ມີ​ລົມ​ພັດ​ຜ່ານ.​—ເລວີ 26:5; ເອຊາ 41:15; ມທ 3:12

  • ເລັບຕັນ.

    ໃນ​ສະໄໝ​ທີ່​ມີ​ການ​ຂຽນ​ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ກຣີກ ເລັບຕັນ​ເປັນ​ຫຼຽນ​ທອງແດງ​ທີ່​ນ້ອຍ​ທີ່​ສຸດ​ຂອງ​ຄົນ​ຢິວ. (ມຣກ 12:42; ລກ 21:2, ໄຂເງື່ອນ)​—ເບິ່ງ​ພາກ​ຜະໜວກ ຂ14

  • ວາດີ.

    ອາດ​ໝາຍເຖິງ​ນ້ຳ​ຫ້ວຍ​ຫຼື​ແມ່​ນ້ຳ​ໂດຍ​ທົ່ວໄປ ຫຼື​ຮ່ອມພູ​ທີ່​ປົກກະຕິ​ແລ້ວ​ຈະ​ແຫ້ງ​ແຕ່​ຈະ​ກາຍ​ເປັນ​ຫ້ວຍ​ໃນ​ລະດູ​ຝົນ. ວາດີ​ໃນ​ບາງ​ແວດ​ບົດ​ແປ​ວ່າ “ຮ່ອມພູ.”​—ປຖກ 26:19; ຈຊບ 34:5; ພບຍ 8:7; 1ກສ 18:5; ໂຢບ 6:15

  • ວິຫານ.

    ອາຄານ​ຖາວອນ​ໃນ​ເມືອງ​ເຢຣູຊາເລັມ​ເຊິ່ງ​ໃຊ້​ເປັນ​ສູນກາງ​ການ​ນະມັດສະການ​ຂອງ​ຄົນ​ອິດສະຣາເອນ​ແທນ​ເຕັ້ນ​ສັກສິດ​ທີ່​ເຄື່ອນ​ຍ້າຍ​ໄດ້. ວິຫານ​ຫຼັງ​ທຳອິດ​ສ້າງ​ໂດຍ​ໂຊໂລໂມນ​ແລະ​ຖືກ​ຄົນ​ບາບີໂລນ​ທຳລາຍ. ວິຫານ​ຫຼັງ​ທີ​ສອງ​ສ້າງ​ໂດຍ​ເຊຣູບາເບນ​ພາຍ​ຫຼັງ​ກັບ​ມາ​ຈາກ​ການ​ເປັນ​ຊະເລີຍ​ຢູ່​ບາບີໂລນ​ແລະ​ສ້າງ​ຂຶ້ນ​ໃໝ່​ອີກ​ເທື່ອ​ໜຶ່ງ​ໂດຍ​ເຮໂຣດ​ຜູ້​ຍິ່ງໃຫຍ່. ໃນ​ຄຳພີ​ໄບເບິນ​ມັກ​ຈະ​ເອີ້ນ​ວິຫານ​ນີ້​ວ່າ “ວິຫານ​ຂອງ​ພະ​ເຢໂຫວາ.” (1ຂຄ 29:1; 2ຂຄ 2:4; ອຊຣ 1:3; 6:14, 15; ມທ 24:1)​—ເບິ່ງ​ພາກ​ຜະໜວກ ຂ8 ແລະ ຂ11

  • ໄວ້ທຸກ; ຮ້ອງໄຫ້​ເສຍໃຈ.

    ການ​ສະແດງ​ຄວາມ​ໂສກເສົ້າ​ເມື່ອ​ມີ​ຄົນ​ຕາຍ​ຫຼື​ເກີດ​ເລື່ອງ​ຊົ່ວ​ຮ້າຍ. ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ ເປັນ​ທຳນຽມ​ທີ່​ຈະ​ໂສກເສົ້າ​ໄລຍະ​ໜຶ່ງ. ນອກ​ຈາກ​ຮ້ອງໄຫ້​ສຽງ​ດັງ​ແລ້ວ ຄົນ​ທີ່​ໂສກເສົ້າ​ຍັງ​ນຸ່ງ​ເຄື່ອງ​ໄວ້ທຸກ ໂຮຍ​ຂີ້ເທົ່າ​ໃສ່​ຫົວ ຈີກ​ເຄື່ອງນຸ່ງ​ທີ່​ໃສ່​ຢູ່ ແລະ​ຕີ​ເອິກ​ໂຕເອງ. ບາງ​ຄັ້ງ​ມີ​ການ​ຈ້າງ​ຄົນ​ມາ​ສະແດງ​ຄວາມ​ໂສກເສົ້າ​ໃນ​ງານ​ສົບ​ນຳ​ອີກ.​—ປຖກ 23:2; ອສທ 4:3; ພນມ 21:4

  • ວຽກ​ຮັບໃຊ້​ທີ່​ສັກສິດ.

    ວຽກ​ຮັບໃຊ້​ຫຼື​ວຽກ​ທີ່​ກ່ຽວ​ຂ້ອງ​ໂດຍ​ກົງ​ກັບ​ການ​ນະມັດສະການ​ພະເຈົ້າ.​—ຣມ 12:1; ພນມ 7:15

  • ວາງມື.

    ການ​ວາງມື​ເທິງ​ຜູ້​ໃດ​ຜູ້​ໜຶ່ງ​ເປັນ​ການ​ແຕ່ງຕັ້ງ​ຜູ້​ນັ້ນ​ໃຫ້​ເຮັດ​ວຽກ​ພິເສດ​ຫຼື​ອວຍພອນ​ລາວ ຫຼື​ປິ່ນປົວ​ພະຍາດ ຫຼື​ໃຫ້​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ. ບາງ​ເທື່ອ​ມີ​ການ​ວາງ​ມື​ເທິງ​ຫົວ​ສັດ​ກ່ອນ​ຈະ​ຂ້າ​ເປັນ​ເຄື່ອງ​ບູຊາ.​—ອພຍ 29:15; ຈຊບ 27:18; ກຈກ 19:6; 1ຕມ 5:22

  • ວັນ​ໄຖ່​ຄວາມ​ຜິ​ດ.

    ວັນ​ສັກສິດ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ຄົນ​ອິດສະຣາເອນ. ບາງ​ຄັ້ງ​ມີ​ການ​ເອີ້ນ​ວັນ​ນີ້​ວ່າ ຍົມຄິບປູຣ໌ (ມາ​ຈາກ​ຄຳ​ພາສາ​ເຮັບເຣີ ຍົມຮັດຄິບປູຣິມ “ວັນ​ຂອງ​ການ​ປົກ​ປິດ”) ກົງ​ກັບ​ວັນ​ທີ 10 ເດືອນ​ເອທານິມ. ວັນ​ໄຖ່​ຄວາມ​ຜິດ​ນີ້​ເປັນ​ມື້​ດຽວ​ທີ່​ປະໂລຫິດ​ໃຫຍ່​ຈະ​ເຂົ້າ​ໄປ​ໃນ​ບ່ອນ​ບໍລິສຸດ​ທີ່​ສຸດ​ໃນ​ເຕັ້ນ​ສັກສິດ​ເຊິ່ງ​ຕໍ່​ມາ​ກໍ​ຄື​ວິຫານ ເພື່ອ​ເອົາ​ເລືອດ​ຈາກ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ​ໃຫ້​ຕົວເອງ ໄຖ່​ຄວາມ​ຜິດ​ໃຫ້​ຄົນ​ເລວີ​ຄົນ​ອື່ນ​ໆ​ແລະ​ໄຖ່​ຄວາມ​ຜິດ​ໃຫ້​ປະຊາຊົນ. ເຄື່ອງ​ບູຊາ​ເຫຼົ່າ​ນີ້​ເປັນ​ພາບ​ສະແດງ​ເຖິງ​ເຄື່ອງ​ບູຊາ​ຂອງ​ພະ​ເຢຊູ​ທີ່​ເອົາ​ໃຫ້​ພະ​ເຢໂຫວາ​ພຽງ​ເທື່ອ​ດຽວ ແຕ່​ໄຖ່​ຄວາມ​ຜິດ​ຂອງ​ມະນຸດ​ໄດ້​ຕະຫຼອດ​ໄປ​ແລະ​ຍັງ​ເປີດ​ໂອກາດ​ໃຫ້​ຄົນ​ເຮົາ​ໄດ້​ຄືນດີ​ກັບ​ພະ​ເຢໂຫວາ. ວັນ​ນີ້​ເປັນ​ມື້​ທີ່​ທຸກ​ຄົນ​ຕ້ອງ​ປະຊຸມ​ກັນ​ເພື່ອ​ນະມັດສະການ​ພະເຈົ້າ​ແລະ​ອົດ​ອາຫານ ແລະ​ຖື​ວ່າ​ເປັນ​ວັນ​ຊະບາໂຕ​ເຊິ່ງ​ທຸກ​ຄົນ​ຕ້ອງ​ບໍ່​ເຮັດ​ວຽກ.​—ລລວ 23:27, 28

  • ຫູສົບ.

    ພືດ​ທີ່​ມີ​ກ້ານ​ແລະ​ໃບ​ຂະໜາດ​ນ້ອຍ ໃຊ້​ເພື່ອ​ຊິດ​ເລືອດ​ຫຼື​ນ້ຳ​ໃນ​ພິທີ​ເຮັດ​ໃຫ້​ສິ່ງ​ຕ່າງ​ໆ​ສະອາດ. ຫູສົບ​ອາດຈະ​ເປັນ​ມາຈໍຣຳ (Origanum maru; Origanum syriacum). ຫູ​ສົບ​ທີ່​ໂຢຮັນ 19:29 ເວົ້າ​ເຖິງ ອາດ​ເປັນ​ມາຈໍຣຳ​ທີ່​ມັດ​ຕິດ​ກັບ​ລຳ​ຂອງ​ຕົ້ນ​ເຂົ້າຝ້າງ (Sorghum vulgare) ເພາະ​ພືດ​ຊະນິດ​ນີ້​ມີ​ລຳ​ຍາວ​ພໍ​ທີ່​ຈະ​ສຽບ​ຟອງ​ນ້ຳ​ຈຸບ​ເຫຼົ້າແວງ​ສົ້ມ​ເພື່ອ​ຍົກ​ຂຶ້ນ​ໃຫ້​ຮອດ​ປາກ​ຂອງ​ພະ​ເຢຊູ​ໄດ້.​—ອພຍ 12:22; ພສ 51:7

  • ຫົວບົດ.

    ຂໍ້​ຄວາມ​ທີ່​ຢູ່​ຕອນ​ຕົ້ນ​ຂອງ​ປຶ້ມ​ເພງ​ສັນລະເສີນ​ບາງ​ບົດ ເຊິ່ງ​ບອກ​ໃຫ້​ຮູ້​ວ່າ​ໃຜ​ເປັນ​ຄົນ​ແຕ່ງ ບອກ​ຂໍ້ມູນ​ພູມຫຼັງ ເປັນ​ຄຳ​ສັ່ງ​ໃນ​ການ​ຮ້ອງ​ຫຼື​ຫຼິ້ນ​ດົນຕີ ຫຼື​ບອກ​ຈຸດປະສົງ​ຂອງ​ເພງ​ບົດ​ນັ້ນ.​—ເບິ່ງ​ຫົວບົດ​ຂອງ​ເພງ​ສັນລະເສີນ​ບົດ 3; 4; 5; 6; 7; 30; 38; 60; 92102

  • ຫົວໜ້າ​ທູດສະຫວັນ.

    ໃນ​ຄຳພີ​ໄບເບິນ​ບໍ່​ເຄີຍ​ໃຊ້​ຄຳ​ນີ້​ກັບ​ທູດສະຫວັນ​ແບບ​ເປັນ​ກຸ່ມ ແຕ່​ໃຊ້​ກັບ​ຜູ້​ດຽວ​ເທົ່າ​ນັ້ນ. ຄຳພີ​ໄບເບິນ​ບອກ​ອີກ​ວ່າ​ຫົວໜ້າ​ທູດສະຫວັນ​ມີ​ຊື່​ວ່າ​ມີກາເອນ.​—ດນອ 12:1; ຢດ 9; ພນມ 12:7

  • ຫົວໜ້າ​ປະໂລຫິດ.

    ໃນ​ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ກຣີກ ຄຳ​ວ່າ “ຫົວໜ້າ​ປະໂລຫິດ” ອາດຈະ​ໝາຍເຖິງ​ຄົນ​ທີ່​ສຳຄັນ​ໃນ​ຄະນະ​ປະໂລຫິດ ເຊິ່ງ​ອາດ​ລວມ​ເຖິງ​ປະໂລຫິດ​ໃຫຍ່​ທີ່​ອອກ​ຈາກ​ຕຳແໜ່ງ​ໄປ​ແລ້ວ​ແລະ​ຫົວໜ້າ​ຂອງ​ກຸ່ມ​ປະໂລຫິດ 24 ກຸ່ມ​ນຳ​ອີກ.​—ມທ 2:4; ມຣກ 8:31

  • ຫ້ອງ​ບໍລິສຸດ.

    ຫ້ອງ​ທຳອິດ​ຂອງ​ເຕັ້ນ​ສັກສິດ​ຫຼື​ຂອງ​ວິຫານ ເປັນ​ຫ້ອງ​ທີ່​ໃຫຍ່​ກວ່າ​ຫ້ອງ​ບໍລິສຸດ​ທີ່​ສຸດ​ເຊິ່ງ​ຢູ່​ທາງ​ໃນ​ສຸ​ດ. ສະໄໝ​ທີ່​ມີ​ເຕັ້ນ​ສັກສິດ ຫ້ອງ​ບໍລິສຸດ​ຈະ​ມີ​ຂາ​ຕະກຽງ​ທີ່​ເປັນ​ຄຳ ແທ່ນ​ບູຊາ​ທີ່​ເປັນ​ຄຳ​ສຳລັບ​ເຜົາ​ເຄື່ອງຫອມ ໂຕະ​ສຳລັບ​ວາງ​ເຂົ້າຈີ່​ທີ່​ຕັ້ງ​ໄວ້ ແລະ​ເຄື່ອງ​ໃຊ້​ທີ່​ເຮັດ​ຈາກ​ຄຳ. ສະໄໝ​ທີ່​ມີ​ວິຫານ ຫ້ອງ​ບໍລິສຸດ​ຈະ​ມີ​ແທ່ນ​ບູຊາ​ທີ່​ເປັນ​ຄຳ ຂາ​ຕະກຽງ​ຄຳ 10 ອັນ ແລະ​ໂຕະ 10 ໜ່ວຍ​ສຳລັບ​ວາງ​ເຂົ້າຈີ່​ທີ່​ຕັ້ງ​ໄວ້. (ອພຍ 26:33; ຮຣ 9:2)​—ເບິ່ງ​ພາກ​ຜະໜວກ ຂ5 ແລະ ຂ8

  • ຫ້ອງ​ບໍລິສຸດ​ທີ່​ສຸ​ດ.

    ຫ້ອງ​ທີ່​ຢູ່​ທາງ​ໃນ​ສຸດ​ຂອງ​ເຕັ້ນ​ສັກສິດ​ແລະ​ວິຫານ ເຊິ່ງ​ເປັນ​ບ່ອນ​ມ້ຽນ​ຫີບ​ສັນຍາ. ອີງ​ຕາມ​ກົດໝາຍ​ຂອງ​ໂມເຊ ຄົນ​ທີ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ໄປ​ໃນ​ຫ້ອງ​ບໍລິສຸດ​ທີ່​ສຸດ​ໄດ້​ມີ​ແຕ່​ປະໂລຫິດ​ໃຫຍ່ ເຊິ່ງ​ລາວ​ຈະ​ເຂົ້າ​ໄດ້​ສະເພາະ​ໃນ​ວັນ​ໄຖ່​ຄວາມ​ຜິດ​ປະຈຳ​ປີ​ເທົ່າ​ນັ້ນ.​—ອພຍ 26:33; ລລວ 16:2, 17; 1ກສ 6:16; ຮຣ 9:3

  • ຫີນ​ໂມ້.

    ເຄື່ອງ​ບົດ​ຊະນິດ​ໜຶ່ງ​ເຮັດ​ຈາກ​ແຜ່ນ​ຫີນ​ກົມ​ໆ​ 2 ແຜ່ນ​ວາງ​ຊ້ອນກັນ ໃຊ້​ບົດ​ເມັດ​ເຂົ້າ​ໃຫ້​ເປັນ​ແປ້ງ. ໃນ​ປ່ອງ​ທາງ​ກາງ​ຂອງ​ຫີນ​ແຜ່ນ​ທາງ​ລຸ່ມ​ມີ​ແກນ​ເພື່ອ​ໃຫ້​ຫີນ​ແຜ່ນ​ທາງ​ເທິງ​ໝູນ​ໄດ້. ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ ຕາມ​ບ້ານ​ເຮືອນ​ສ່ວນ​ຫຼາຍ​ພວກ​ຜູ້​ຍິງ​ຈະ​ໃຊ້​ຫີນ​ໂມ້​ທີ່​ໝູນ​ດ້ວຍ​ມື. ກົດໝາຍ​ຂອງ​ໂມເຊ​ຫ້າມ​ບໍ່​ໃຫ້​ຄົນ​ອິດສະຣາເອນ​ຍຶດ​ຫີນ​ໂມ້​ຫຼື​ຫີນ​ແຜ່ນ​ທາງ​ເທິງ​ໄວ້​ເປັນ​ເຄື່ອງ​ຄ້ຳ​ປະກັນ​ເພາະ​ແຕ່​ລະ​ຄອບຄົວ​ຕ້ອງ​ໃຊ້​ຫີນ​ໂມ້​ເພື່ອ​ເຮັດ​ອາຫານ​ທຸກ​ມື້. ຖ້າ​ເປັນ​ຫີນ​ໂມ້​ຂະໜາດ​ໃຫຍ່​ກໍ​ຈະ​ໃຊ້​ສັດ​ໝູນ.​—ພບຍ 24:6; ມຣກ 9:42

  • ຫີນຫົວແຈ.

    ຫີນ​ທີ່​ຢູ່​ແຈ​ຂອງ​ອາຄານ​ເຊິ່ງ​ຝາ​ຫຼື​ກຳແພງ​ສອງ​ເບື້ອງ​ມາ​ຈຸ​ກັນ. ເປັນ​ຫີນ​ກ້ອນ​ສຳຄັນ​ທີ່​ຕໍ່​ຝາ​ສອງ​ເບື້ອງ​ເຂົ້າ​ກັນ. ຫີນຫົວແຈ​ຫຼັກ​ແມ່ນ​ຫີນຫົວແຈ​ທີ່​ຢູ່​ຮາກ​ຖານ. ສ່ວນ​ຫຼາຍ​ຈະ​ມີ​ການ​ເລືອກ​ຫີນ​ທີ່​ແຂງ​ເປັນ​ພິເສດ​ເພື່ອ​ເຮັດ​ຫີນຫົວແຈ​ຂອງ​ອາຄານ​ສາທາລະນະ​ແລະ​ກຳແພງ​ເມືອງ. ມີ​ການ​ໃຊ້​ຄຳ​ນີ້​ເມື່ອ​ເວົ້າ​ເຖິງ​ການ​ສ້າງ​ໂລກ ແລະ​ພະ​ເຢຊູ​ກໍ​ຖືກ​ເອີ້ນ​ວ່າ “ຫີນຫົວແຈ​ຂອງ​ຮາກຖານ” ສຳລັບ​ປະຊາຄົມ​ຄລິດສະຕຽນ​ເຊິ່ງ​ທຽບ​ໄດ້​ກັບ​ວິຫານ​ຂອງ​ພະເຈົ້າ.​—ໂຢບ 38:6; ອຟຊ 2:20

  • ຫີນໂອນິກ.

    ຫີນ​ທີ່​ມີ​ຄ່າ ມີ​ລາຍ​ເປັນ​ຊັ້ນ​ໆ​ສີ​ຂາວ​ສະຫຼັບ​ກັບ​ສີ​ດຳ ນ້ຳ​ຕານ ແດງ ເທົາ ຫຼື​ຂຽວ. ອາດ​ເປັນ​ຫີນ​ອະເກດ​ທີ່​ມີ​ຄວາມ​ແຂງ ຫຼື​ບໍ່​ກໍ​ເປັນ​ຫີນ​ແຄວເຊໂດນີ​ຊະນິດ​ທີ່​ມີ​ລາຍ​ເປັນ​ຊັ້ນ​ໆ​. ຢູ່​ຊຸດ​ຂອງ​ປະໂລຫິດ​ໃຫຍ່​ກໍ​ມີ​ຫີນໂອນິກ.​—ອພຍ 28:9, 12; 1ຂຄ 29:2; ໂຢບ 28:16

  • ຫີບ​ສັນຍາ.

    ຫີບ​ທີ່​ເຮັດ​ຈາກ​ໄມ້​ອະຄາເຊຍ​ຫຸ້ມ​ດ້ວຍ​ຄຳ ເຊິ່ງ​ມ້ຽນ​ໄວ້​ໃນ​ຫ້ອງ​ບໍລິສຸດ​ທີ່​ສຸດ​ຂອງ​ເຕັ້ນ​ສັກສິດ ແລະ​ຕໍ່​ມາ​ກໍ​ມ້ຽນ​ໄວ້​ໃນ​ຫ້ອງ​ບໍລິສຸດ​ທີ່​ສຸດ​ຂອງ​ວິຫານ​ທີ່​ໂຊໂລໂມນ​ສ້າງ. ຝາ​ຫີບ​ເຮັດ​ດ້ວຍ​ຄຳ ມີ​ຮູບ​ເຄຣູບ 2 ອົງ​ປິ່ນ​ໜ້າ​ເຂົ້າ​ຫາ​ກັນ​ຢູ່​ເທິງ​ຝາ​ຫີບ ແລະ​ມີ​ແຜ່ນ​ຫີນ 2 ແຜ່ນ​ທີ່​ມີ​ກົດໝາຍ 10 ຂໍ້​ມ້ຽນ​ໄວ້​ຢູ່​ທາງ​ໃນ​ຫີບ. (ພບຍ 31:26; 1ກສ 6:19; ຮຣ 9:4)​—ເບິ່ງ​ພາກ​ຜະໜວກ ຂ5 ແລະ ຂ8

  • ເຫວເລິກ.

    ມາ​ຈາກ​ຄຳ​ພາສາ​ກຣີກ ອາບີໂຊສ໌ ເຊິ່ງ​ໝາຍເຖິງ “ເລິກ​ຫຼາຍ” ຫຼື “ເລິກ​ຈົນ​ຢັ່ງ​ບໍ່​ເຖິງ; ບໍ່​ມີ​ຂອບເຂດ.” ມີ​ການ​ໃຊ້​ຄຳ​ນີ້​ໃນ​ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ກຣີກ​ເມື່ອ​ເວົ້າ​ເຖິງ​ສະຖານ​ທີ່​ສຳລັບ​ກັກ​ຂັງ​ຫຼື​ສະພາບ​ທີ່​ຖືກ​ກັກ​ຂັງ​ເຊິ່ງ​ລວມ​ເຖິງ​ຂຸມ​ຝັງ​ສົບ ແຕ່​ກໍ​ຍັງ​ໝາຍເຖິງ​ສິ່ງ​ອື່ນ​ໆ​ນຳ​ອີກ.​—ລກ 8:31; ຣມ 10:7; ພນມ 20:3

  • ໜັງສັດ.

    ໜັງ​ແກະ ໜັງ​ແບ້ ຫຼື​ໜັງ​ງົວ​ນ້ອຍ​ເຊິ່ງ​ເຮັດ​ເປັນ​ວັດສະດຸ​ທີ່​ໃຊ້​ສຳລັບ​ຈົດ​ບັນທຶກ. ໜັງສັດ​ທົນ​ກວ່າ​ພາໄພຣັດ​ແລະ​ມີ​ການ​ໃຊ້​ໜັງສັດ​ເຮັດ​ມ້ວນ​ໜັງສື​ຄຳພີ​ໄບເບິນ. ໂປໂລ​ເຄີຍ​ຂໍ​ໃຫ້​ຕີໂມທຽວ​ເອົາ​ມ້ວນ​ໜັງສື​ທີ່​ເຮັດ​ຈາກ​ໜັງ​ສັດ​ມາ​ໃຫ້​ເຊິ່ງ​ອາດ​ເປັນ​ບາງ​ສ່ວນ​ຂອງ​ພະຄຳພີ​ພາກ​ພາສາ​ເຮັບເຣີ. ມ້ວນ​ໜັງສື​ທະເລ​ຕາຍ​ບາງ​ມ້ວນ​ກໍ​ເປັນ​ໜັງສັດ​ຄື​ກັນ.​—2ຕມ 4:13

  • ໝໍດູ.

    ຄົນ​ທີ່​ອ້າງ​ວ່າ​ສາມາດ​ທຳນາຍ​ອະນາຄົດ​ໄດ້. ໃນ​ຄຳພີ​ໄບເບິນ ພວກ​ໝໍ​ຄາຖາ​ອາຄົມ ຜູ້​ທຳນາຍ ຫຼື​ພວກ​ທີ່​ທຳນາຍ​ໂດຍ​ເບິ່ງ​ດວງ​ດາວ​ກໍ​ຢູ່​ໃນ​ກຸ່ມ​ດຽວ​ກັບ​ໝໍດູ.​—ລລວ 19:31; ພບຍ 18:11; ກຈກ 16:16

  • ໝໍຜີ.

    ບາງ​ເທື່ອ​ເອີ້ນ​ວ່າ​ຄົນຊົງ. ໝາຍເຖິງ​ຄົນ​ທີ່​ອ້າງ​ວ່າ​ເວົ້າ​ກັບ​ຄົນ​ຕາຍ​ໄດ້.​—ພບຍ 18:10-12; ລລວ 20:27; 2ກສ 21:6

  • ໝາກ​ພິລາ.

    ໝາກ​ໄມ້​ຊະນິດ​ໜຶ່ງ​ມີ​ຮູບ​ຮ່າງ​ຄ້າຍຄື​ໝາກ​ແອັບເປິ້ນ. ທາງ​ເທິງ​ຂອງ​ໝາກ​ເປັນ​ຄື​ກັບ​ຮູບ​ມົງກຸດ​ແລະ​ກີບ​ກຸຫຼາບ ສ່ວນ​ທາງ​ໃນ​ຂອງ​ໝາກ​ພິລາ​ຈະ​ເປັນ​ເມັດ​ນ້ອຍ​ໆ​ສີ​ບົວ​ຫຼື​ສີ​ແດງ​ເຊິ່ງ​ມີ​ນ້ຳ​ຢູ່. ມີ​ການ​ເຮັດ​ຮູບ​ໝາກ​ພິລາ​ຫ້ອຍ​ຕົກແຕ່ງ​ຕີນ​ເສື້ອ​ແຂນ​ກິ້ນ​ຂອງ​ປະໂລຫິດ​ໃຫຍ່. ເທິງ​ບົວ​ຫົວ​ເສົາ​ທີ່​ຊື່​ຢາກິນ​ກັບ​ໂບອາດ​ເຊິ່ງ​ຢູ່​ໜ້າ​ວິຫານ​ກໍ​ຕົກແຕ່ງ​ດ້ວຍ​ຮູບ​ໝາກ​ພິລາ​ຄື​ກັນ.​—ອພຍ 28:34; ຈຊບ 13:23; 1ກສ 7:18

ຫຼ

  • ຫຼິ້ນຊູ້.

    ການ​ມີ​ເພດ​ສຳພັນ​ລະຫວ່າງ​ຄົນ​ທີ່​ແຕ່ງດອງ​ແລ້ວ​ກັບ​ຄົນ​ທີ່​ບໍ່​ແມ່ນ​ຜົວ​ຫຼື​ເມຍ​ຂອງ​ໂຕເອງ ເຊິ່ງ​ທັງ​ສອງ​ຄົນ​ເຕັມໃຈ​ເຮັດ​ນຳ​ກັນ.​—ອພຍ 20:14; ມທ 5:27; 19:9

ຫວ

  • ແຫວນ​ຈ້ຳກາ.

    ກາ​ຈ້ຳ​ຊະນິດ​ໜຶ່ງ​ທີ່​ໃສ່​ໄວ້​ຢູ່​ນິ້ວ​ມື​ຫຼື​ອາດ​ຫ້ອຍ​ໄວ້​ຢູ່​ຄໍ. ເປັນ​ສັນຍະລັກ​ສະແດງ​ເຖິງ​ອຳນາດ​ຂອງ​ຜູ້​ປົກຄອງ​ບ້ານ​ເມືອງ​ຫຼື​ຂອງ​ເຈົ້າ​ໜ້າທີ່. (ປຖກ 41:42)​—ເບິ່ງ​ຄຳ​ວ່າ “ກາຈ້ຳ

  • ອະຂາຢາ.

    ໃນ​ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ກຣີກ ເປັນ​ແຂວງ​ໜຶ່ງ​ຂອງ​ອານາຈັກ​ໂຣມ. ເມືອງ​ຫຼວງ​ຂອງ​ອະຂາຢາ​ແມ່ນ​ໂກຣິນໂທ. ອະຂາຢາ​ກວມ​ເອົາ​ເນື້ອ​ທີ່​ສ່ວນ​ກາງ​ຂອງ​ປະເທດ​ກຣີກ​ທີ່​ຢູ່​ແຜ່ນດິນ​ໃຫຍ່​ລົງ​ໄປ​ທາງ​ພາກ​ໃຕ້​ຈົນ​ຮອດ​ແຜ່ນດິນ​ທີ່​ຕິດ​ກັບ​ທະເລ (ເພໂລພອນນິດ). (ກຈກ 18:2)​—ເບິ່ງ​ພາກ​ຜະໜວກ ຂ13

  • ອະລາບັດເຕີ.

    ຊື່​ເອີ້ນ​ຂວດ​ນ້ຳ​ຫອມ​ຂະໜາດ​ນ້ອຍ​ເຊິ່ງ​ໃນ​ຍຸກ​ທຳອິດ​ເຮັດ​ມາ​ຈາກ​ຫີນ​ທີ່​ພົບ​ຢູ່​ແຖວ​ອະລາບັດຕຣອນ​ໃນ​ປະເທດ​ເອຢິບ. ສ່ວນ​ຫຼາຍ​ຂວດ​ແບບ​ນີ້​ຈະ​ມີ​ຄໍ​ກິ່ວ​ແລະ​ອັດ​ແໜ້ນ​ໄດ້​ເພື່ອ​ບໍ່​ໃຫ້​ນ້ຳຫອມ​ທີ່​ມີ​ລາຄາ​ແພງ​ຮົ່ວ​ຊຶມ​ອອກ​ມາ. ໃນ​ສະໄໝ​ຕໍ່​ມາ ອະລາບັດເຕີ​ຍັງ​ເປັນ​ຊື່​ເອີ້ນ​ຂອງ​ຫີນ​ຊະນິດ​ທີ່​ໃຊ້​ເຮັດ​ຂວດ​ປະເພດ​ນີ້.​—ມຣກ 14:3

  • ອາຊາເຊນ.

    ຊື່​ພາສາ​ເຮັບເຣີ​ທີ່​ອາດ​ແປ​ວ່າ “ແບ້​ໂຕ​ທີ່​ເສຍ​ໄປ.” ໃນ​ມື້​ໄຖ່​ຄວາມ​ຜິດ ແບ້​ໂຕ​ທີ່​ຖືກ​ເລືອກ​ເປັນ​ຂອງ​ອາຊາເຊນ​ຈະ​ຖືກ​ເອົາ​ໄປ​ປ່ອຍ​ໃນ​ບ່ອນ​ກັນດານ ເຊິ່ງ​ເປັນ​ສັນຍະລັກ​ສະແດງ​ເຖິງ​ການ​ເອົາ​ຄວາມ​ຜິດ​ທີ່​ປະຊາຊົນ​ໄດ້​ເຮັດ​ໃນ​ປີ​ທີ່​ຜ່ານ​ມາ​ນັ້ນ​ໄປ.​—ລລວ 16:8, 10

  • ອາຊີ.

    ໃນ​ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ກຣີກ​ນີ້​ແມ່ນ​ຊື່​ຂອງ​ແຂວງ​ໜຶ່ງ​ໃນ​ຈັກກະວັດ​ໂຣມ​ມີ​ເຂດ​ກວມ​ເນື້ອ​ທີ່​ທາງ​ທິດ​ຕາເວັນ​ຕົກ​ຂອງ​ປະເທດ​ຕວກກີ​ໃນ​ປັດຈຸບັນ ລວມ​ທັງ​ເກາະ​ບາງ​ເກາະ​ຕາມ​ຕາຝັ່ງ ເຊັ່ນ: ເກາະ​ຊາໂມ​ແລະ​ເກາະ​ປັດໂມ. ເມືອງ​ຫຼວງ​ຂອງ​ແຂວງ​ນີ້​ແມ່ນ​ເອເຟໂຊ. (ກຈກ 20:16; ພນມ 1:4)​—ເບິ່ງ​ພາກ​ຜະໜວກ ຂ13

  • ອາດາ.

    ຫຼັງ​ຈາກ​ທີ່​ຄົນ​ອິດສະຣາເອນ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຢູ່​ບາບີໂລນ ອາດາ​ແມ່ນ​ຊື່​ຂອງ​ເດືອນ​ທີ 12 ຕາມ​ປະຕິທິນ​ສາສະໜາ​ຢິວ​ແລະ​ແມ່ນ​ຊື່​ຂອງ​ເດືອນ​ທີ 6 ຕາມ​ປະຕິທິນ​ກະສິກຳ. ເດືອນ​ນີ້​ເລີ່ມ​ຕົ້ນ​ຈາກ​ກາງ​ເດືອນ​ກຸມພາ​ຫາ​ກາງ​ເດືອນ​ມີນາ. (ອສທ 3:7)​—ເບິ່ງ​ພາກ​ຜະໜວກ ຂ15

  • ອາບິບ.

    ຊື່​ເກົ່າ​ຂອງ​ເດືອນ​ທີ 1 ຕາມ​ປະຕິທິນ​ສາສະໜາ​ຢິວ​ແລະ​ແມ່ນ​ຊື່​ຂອງ​ເດືອນ​ທີ 7 ຕາມ​ປະຕິທິນ​ກະສິກຳ. ຄຳ​ນີ້​ແປ​ວ່າ “ຮວງ​ເຂົ້າ​ໃໝ່.” ເດືອນ​ນີ້​ເລີ່ມ​ຕົ້ນ​ຈາກ​ກາງ​ເດືອນ​ມີນາ​ຫາ​ກາງ​ເດືອນ​ເມສາ. ແຕ່​ຫຼັງ​ຈາກ​ຄົນ​ອິດສະຣາເອນ​ກັບ​ມາ​ຈາກ​ການ​ເປັນ​ຊະເລີຍ​ຢູ່​ບາບີໂລນ ເດືອນ​ນີ້​ກໍ​ຖືກ​ເອີ້ນ​ເປັນ​ເດືອນ​ນີຊານ. (ພບຍ 16:1)​—ເບິ່ງ​ພາກ​ຜະໜວກ ຂ15

  • ອາມາເຄໂດນ.

    ຄຳ​ນີ້​ມາ​ຈາກ​ຄຳ​ພາສາ​ເຮັບເຣີ ຮາຣ໌ເມກິດໂດນ ເຊິ່ງ​ແປ​ວ່າ “ພູ​ເມກິດໂດ.” ຄຳ​ນີ້​ກ່ຽວ​ຂ້ອງ​ກັບ “ສົງຄາມ​ໃນ​ວັນ​ໃຫຍ່​ຂອງ​ພະເຈົ້າ​ຜູ້​ມີ​ລິດເດດ​ສູງ​ສຸດ” ຕອນ​ທີ່ “ກະສັດ​ທົ່ວ​ໂລກ” ມາ​ລວມ​ໂຕ​ກັນ​ເພື່ອ​ເຮັດ​ສົງຄາມ​ກັບ​ພະ​ເຢໂຫວາ. (ພນມ 16:14, 16; 19:11-21)​—ເບິ່ງ​ຄຳ​ວ່າ “ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່

  • ອາແມນ.

    “ຂໍ​ໃຫ້​ເປັນ​ແນວ​ນັ້ນ” ຫຼື “ແນ່ນອນ.” ຄຳ​ນີ້​ມາ​ຈາກ​ເຄົ້າ​ສັບ​ພາສາ​ເຮັບເຣີ ອາມັນ ເຊິ່ງ​ແປ​ວ່າ “ສັດຊື່” “ວາງໃຈ​ໄດ້.” ຄຳ​ວ່າ “ອາແມນ” ໃຊ້​ເວົ້າ​ເມື່ອ​ເຫັນດີ​ກັບ​ຄຳ​ສາບານ ຄຳ​ອະທິດຖານ ຫຼື​ຄຳເວົ້າ​ຂອງ​ຜູ້​ໃດ​ຜູ້​ໜຶ່ງ. ໃນ​ປຶ້ມ​ພະ​ນິມິດ​ຄຳ​ນີ້​ເປັນ​ຕຳແໜ່ງ​ໃຊ້​ເອີ້ນ​ພະ​ເຢຊູ.​—ພບຍ 27:26; 1ຂຄ 16:36; ພນມ 3:14

  • ອາລາໂມດ.

    ຄຳສັບ​ທາງ​ດົນຕີ​ທີ່​ມີ​ຄວາມ​ໝາຍ​ວ່າ “ຜູ້​ຍິງ” ເຊິ່ງ​ອາດ​ເຮັດ​ໃຫ້​ຄິດ​ເຖິງ​ສຽງ​ສູງ​ຂອງ​ຜູ້​ຍິງ. ຄຳ​ນີ້​ອາດ​ໃຊ້​ເພື່ອ​ກຳນົດ​ໃຫ້​ຫຼິ້ນ​ດົນຕີ​ຫຼື​ຮ້ອງ​ເພງ​ໃນ​ຈັງຫວະ​ສຽງ​ສູງ.​—1ຂຄ 15:20; ພສ 46:ຫົວບົດ

  • ອາຣາເມອິກ.

    ພາສາ​ໜຶ່ງ​ໃນ​ກຸ່ມ​ພາສາ​ເຊມິຕິກ ເຊິ່ງ​ໃກ້​ຄຽງ​ກັບ​ພາສາ​ເຮັບເຣີ​ແລະ​ໃຊ້​ພະຍັນຊະນະ​ແບບ​ດຽວ​ກັນ. ໃນ​ຕອນ​ທຳອິດ​ມີ​ແຕ່​ຊາວ​ອາຣາມ​ທີ່​ເວົ້າ​ພາສາ​ອາຣາເມອິກ ແຕ່​ຕໍ່​ມາ​ກໍ​ກາຍ​ເປັນ​ພາສາ​ສາກົນ​ທີ່​ໃຊ້​ເວົ້າ​ໃນ​ການ​ຕິດຕໍ່​ສື່ສານ​ແລະ​ຄ້າ​ຂາຍ​ທົ່ວ​ຈັກກະວັດ​ອັດຊີເຣຍ​ແລະ​ບາບີໂລນ. ພາສາ​ນີ້​ຍັງ​ເປັນ​ພາສາ​ທາງ​ການ​ຂອງ​ຈັກກະວັດ​ເປີເຊຍ​ນຳ​ອີກ. (ອຊຣ 4:7) ບາງ​ສ່ວນ​ຂອງ​ປຶ້ມ​ເອັດຊະຣາ ເຢເຣມີຢາ ແລະ​ດານີເອນ​ກໍ​ຂຽນ​ເປັນ​ພາສາ​ອາຣາເມອິກ. ມີ​ການ​ໃຊ້​ຄຳ​ພາສາ​ອາຣາເມອິກ​ບາງ​ຄຳ​ໃນ​ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ກຣີກ.​—ອຊຣ 4:8–6:18; 7:12-26; ຢຣມ 10:11; ດນອ 2:4 ສ່ວນ ຂ–7:28

  • ອາເຣໂອປາໂຄ.

    ໂນນ​ພູ​ສູງ​ໃນ​ເມືອງ​ອາແຖນ​ເຊິ່ງ​ຢູ່​ທາງ​ຕາເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ອະໂຄໂປລິດສ໌. ຄຳ​ນີ້​ຍັງ​ເປັນ​ຊື່​ສະພາ​ຫຼື​ສານ​ເຊິ່ງ​ປະຊຸມ​ຢູ່​ເທິງ​ໂນນ​ພູ​ນັ້ນ. ນັກ​ປັດຊະຍາ​ທີ່​ເປັນ​ພວກ​ເອປີກູຣຽວ​ແລະ​ພວກ​ຊະໂຕອິກ​ພາ​ໂປໂລ​ໄປ​ບ່ອນ​ນັ້ນ​ເພື່ອ​ໃຫ້​ລາວ​ອະທິບາຍ​ຄວາມ​ເຊື່ອ​ຂອງ​ລາວ.​—ກຈກ 17:19

  • ອາຣາມ; ຄົນ​ອາຣາມ.

    ອາຣາມ​ເປັນ​ລູກ​ຊາຍ​ຂອງ​ເຊມ. ລູກ​ຫຼານ​ຂອງ​ອາຣາມ​ສ່ວນ​ໃຫຍ່​ອາໄສ​ຢູ່​ເຂດ​ພູ​ເລບານອນ​ໄປ​ຈົນ​ຮອດ​ເມໂຊໂປຕາເມຍ ແລະ​ຈາກ​ເຂດ​ພູ​ທໍຣັດ​ທາງ​ເໜືອ​ລົງ​ໄປ​ຈົນ​ຮອດ​ດາມາເຊ ແລະ​ລົງ​ໄປ​ທາງ​ໃຕ້. ໃນ​ພາສາ​ເຮັບເຣີ​ເຂດ​ນີ້​ເອີ້ນ​ວ່າ​ອາຣາມ ແຕ່​ຕໍ່​ມາ​ເອີ້ນ​ວ່າ​ຊີເຣຍ ແລະ​ຄົນ​ທີ່​ອາໄສ​ຢູ່​ແຖວ​ນີ້​ກໍ​ເອີ້ນ​ວ່າ​ຄົນ​ຊີເຣຍ.​—ປຖກ 25:20; ພບຍ 26:5; ຮຊອ 12:12

  • ອາຫານ​ແລງ​ຂອງ​ພະຄລິດ.

    ເປັນ​ອາຫານ​ແທ້​ໆ​ມີ​ການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ​ແລະ​ເຫຼົ້າແວງ​ເຊິ່ງ​ເປັນ​ພາບ​ປຽບທຽບ​ເຖິງ​ຮ່າງກາຍ​ແລະ​ເລືອດ​ຂອງ​ພະຄລິດ. ນີ້​ເປັນ​ການ​ລະນຶກ​ເຖິງ​ການ​ຕາຍ​ຂອງ​ພະ​ເຢຊູ ແລະ​ພະຄຳພີ​ມີ​ຄຳ​ສັ່ງ​ໃຫ້​ຄລິດສະຕຽນ​ເຮັດ​ແບບ​ນີ້​ເປັນ​ປະຈຳ.​—1ກຣ 11:20, 23-26

  • ອີລີຣິກົນ.

    ແຂວງ​ໜຶ່ງ​ຂອງ​ຈັກກະວັດ​ໂຣມ​ທີ່​ຢູ່​ທາງ​ຕາເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ປະເທດ​ກຣີກ. ໂປໂລ​ເຄີຍ​ເດີນທາງ​ໄປ​ໄກ​ຮອດ​ແຂວງ​ນີ້​ຕອນ​ທີ່​ເຮັດ​ວຽກ​ປະກາດ ແຕ່​ພະຄຳພີ​ບໍ່​ໄດ້​ບອກ​ວ່າ​ລາວ​ເຂົ້າ​ໄປ​ປະກາດ​ໃນ​ແຂວງ​ອີລີຣິກົນ​ຫຼື​ພຽງ​ແຕ່​ໄປ​ຮອດ​ຊາຍ​ແດນ​ກ່ອນ​ເຂົ້າ​ແຂວງ​ນັ້ນ. (ຣມ 15:19)​—ເບິ່ງ​ພາກ​ຜະໜວກ ຂ13

  • ອຸທິຍານ.

    ສວນ​ທີ່​ສວຍ​ງາມ. ອຸທິຍານ​ແຫ່ງ​ທຳອິດ​ແມ່ນ​ສວນ​ເອເດັນ​ທີ່​ພະ​ເຢໂຫວາ​ສ້າງ​ໃຫ້​ມະນຸດ​ຄູ່​ທຳອິດ​ຢູ່. ຕອນ​ທີ່​ພະ​ເຢຊູ​ເວົ້າ​ກັບ​ຜູ້​ຮ້າຍ​ຄົນ​ໜຶ່ງ​ທີ່​ຖືກ​ຄຶງ​ຢູ່​ທາງ​ຂ້າງ​ເພິ່ນ ຄຳເວົ້າ​ຂອງ​ເພິ່ນ​ສະແດງ​ວ່າ​ໂລກ​ຈະ​ເປັນ​ອຸທິຍານ. ຄຳ​ວ່າ “ອຸທິຍານ” ຢູ່ 2 ໂກຣິນໂທ 12:4 ໝາຍເຖິງ​ອຸທິຍານ​ໃນ​ອະນາຄົດ. ສ່ວນ​ຢູ່​ພະ​ນິມິດ 2:7 ໝາຍເຖິງ​ອຸທິຍານ​ໃນ​ສະຫວັນ.​—ພຊມ 4:13; ລກ 23:43

  • ອູຣີມ​ກັບ​ທູມມີມ.

    ເປັນ​ສິ່ງ​ທີ່​ປະໂລຫິດ​ໃຫຍ່​ໃຊ້​ເມື່ອ​ມີ​ຄຳ​ຖາມ​ສຳຄັນ​ທີ່​ກ່ຽວ​ຂ້ອງ​ກັບ​ຄົນ​ໝົດ​ຊາດ. ລາວ​ຈະ​ໃຊ້​ອູຣີມ​ກັບ​ທູມມີມ​ໃນ​ການ​ເຮັດ​ສິ່ງ​ທີ່​ຄ້າຍຄື​ກັບ​ການ​ຈົກສະຫຼາກ​ເພື່ອ​ຈະ​ໄດ້​ຄຳ​ຕອບ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຮັດ​ຫຍັງ. ປະໂລຫິດ​ໃຫຍ່​ຈະ​ໃສ່​ອູຣີມ​ກັບ​ທູມມີມ​ໄວ້​ໃນ​ແຜ່ນ​ປົກ​ເອິກ​ເມື່ອ​ລາວ​ເຂົ້າ​ໄປ​ໃນ​ເຕັ້ນ​ສັກສິດ. ເບິ່ງ​ຄື​ວ່າ​ບໍ່​ມີ​ການ​ໃຊ້​ອູຣີມ​ກັບ​ທູມມີມ​ອີກ​ຕໍ່​ໄປ​ຫຼັງ​ຈາກ​ທີ່​ພວກ​ບາບີໂລນ​ມາ​ທຳລາຍ​ເມືອງ​ເຢຣູຊາເລັມ.​—ອພຍ 28:30; ນຮຢ 7:65

  • ເອໂດມ.

    ອີກ​ຊື່​ໜຶ່ງ​ຂອງ​ເອຊາວ​ລູກ​ຊາຍ​ຂອງ​ອີຊາກ. ລູກ​ຫຼານ​ຂອງ​ເອຊາວ (ເອໂດມ) ມາ​ຕັ້ງ​ຖິ່ນຖານ​ຢູ່​ເຂດ​ພູ​ໃນ​ເສອີ ເຊິ່ງ​ຢູ່​ລະຫວ່າງ​ທະເລ​ຕາຍ​ກັບ​ອ່າວ​ອະກາບາ. ຕໍ່​ມາ​ກໍ​ເອີ້ນ​ບ່ອນ​ນັ້ນ​ວ່າ​ເອໂດມ. (ປຖກ 25:30; 36:8)​—ເບິ່ງ​ພາກ​ຜະໜວກ ຂ3 ແລະ ຂ4

  • ເອທານິມ.

    ຊື່​ຂອງ​ເດືອນ​ທີ 7 ຕາມ​ປະຕິທິນ​ສາສະໜາ​ຢິວ​ແລະ​ແມ່ນ​ຊື່​ຂອງ​ເດືອນ​ທີ 1 ຕາມ​ປະຕິທິນ​ກະສິກຳ. ເດືອນ​ນີ້​ເລີ່ມ​ຕົ້ນ​ຈາກ​ກາງ​ເດືອນ​ກັນຍາ​ຫາ​ກາງ​ເດືອນ​ຕຸລາ. ຫຼັງ​ຈາກ​ທີ່​ຄົນ​ຢິວ​ກັບ​ມາ​ຈາກ​ບາບີໂລນ ເຂົາເຈົ້າ​ກໍ​ເອີ້ນ​ເດືອນ​ນີ້​ວ່າ​ເດືອນ​ທິດຊະຣີ. (1ກສ 8:2)​—ເບິ່ງ​ພາກ​ຜະໜວກ ຂ15

  • ເອທິໂອເປຍ.

    ຊາດ​ບູຮານ​ທີ່​ຢູ່​ທາງ​ໃຕ້​ຂອງ​ເອຢິບ. ໃນ​ສະໄໝ​ກ່ອນ​ເຂດ​ຂອງ​ເຂົາເຈົ້າ​ກວມ​ເອົາ​ສ່ວນ​ທາງ​ໃຕ້​ສຸດ​ຂອງ​ປະເທດ​ເອຢິບ​ໃນ​ປັດຈຸບັນ​ແລະ​ເນື້ອ​ທີ່​ທາງ​ເໜືອ​ເຄິ່ງ​ໜຶ່ງ​ຂອງ​ປະເທດ​ຊູດານ​ໃນ​ປັດຈຸບັນ. ບາງ​ເທື່ອ​ກໍ​ໃຊ້​ຄຳ​ນີ້​ແທນ​ຄຳ​ວ່າ “ກູເຊ” ໃນ​ພາສາ​ເຮັບເຣີ.​—ອສທ 1:1

  • ເອຟາ.

    ຫົວ​ໜ່ວຍ​ແນວ​ຜອງ​ຂອງ​ແຫ້ງ​ແລະ​ເປັນ​ຊື່​ຖັງ​ທີ່​ໃຊ້​ຜອງ​ເຂົ້າ​ນຳ. ຫົວ​ໜ່ວຍ​ນີ້​ເທົ່າ​ກັບ​ຫົວ​ໜ່ວຍ​ບັດ​ທີ່​ໃຊ້​ຜອງ​ແນວ​ທີ່​ເປັນ​ນ້ຳ ເຊິ່ງ​ກໍ​ຄື 22 ລິດ. (ອພຍ 16:36; ອຊກ 45:10)​—ເບິ່ງ​ພາກ​ຜະໜວກ ຂ14

  • ເອໂຟດ.

    ເສື້ອ​ທີ່​ຄື​ກັບ​ຜ້າ​ກັນ​ເປື້ອນ​ທີ່​ພວກ​ປະໂລຫິດ​ໃສ່. ປະໂລຫິດ​ໃຫຍ່​ຈະ​ໃສ່​ເອໂຟດ​ທີ່​ເຮັດ​ແບບ​ພິເສດ​ແລະ​ໃສ່​ແຜ່ນ​ປົກ​ເອິກ​ໄວ້​ທາງ​ໜ້າ ຢູ່​ແຜ່ນ​ປົກ​ເອິກ​ມີ​ຫີນ​ແກ້ວ 12 ກ້ອນ​ຝັງ​ຢູ່. (ອພຍ 28:4, 6)​—ເບິ່ງ​ພາກ​ຜະໜວກ ຂ5

  • ເອຟຣາຢິມ.

    ຊື່​ລູກ​ຊາຍ​ຄົນ​ທີ​ສອງ​ຂອງ​ໂຢເຊັບ. ຕໍ່​ມາ​ກາຍ​ເປັນ​ຕະກູນ​ໜຶ່ງ​ຂອງ​ອິດສະຣາເອນ. ຫຼັງ​ຈາກ​ທີ່​ມີ​ການ​ແບ່ງ​ອິດສະຣາເອນ​ເປັນ 2 ອານາຈັກ ກໍ​ມັກ​ມີ​ການ​ໃຊ້​ຊື່​ເອຟຣາຢິມ​ເຊິ່ງ​ເປັນ​ຕະກູນ​ທີ່​ໂດດເດັ່ນ​ທີ່​ສຸດ​ເມື່ອ​ເວົ້າ​ເຖິງ​ອານາຈັກ 10 ຕະກູນ.​—ປຖກ 41:52; ຢຣມ 7:15

  • ເອລູນ.

    ຫຼັງ​ຈາກ​ທີ່​ຄົນ​ຢິວ​ເປັນ​ຊະເລີຍ​ໃນ​ບາບີໂລນ ເອລູນ​ແມ່ນ​ຊື່​ຂອງ​ເດືອນ​ທີ 6 ຕາມ​ປະຕິທິນ​ສາສະໜາ​ຢິວ​ແລະ​ແມ່ນ​ຊື່​ຂອງ​ເດືອນ​ທີ 12 ຕາມ​ປະຕິທິນ​ກະສິກຳ. ເດືອນ​ນີ້​ເລີ່ມ​ຕົ້ນ​ຈາກ​ກາງ​ເດືອນ​ສິງຫາ​ຫາ​ກາງ​ເດືອນ​ກັນຍາ. (ນຮຢ 6:15)​—ເບິ່ງ​ພາກ​ຜະໜວກ ຂ15

  • ໂອເມີ.

    ຫົວ​ໜ່ວຍ​ແນວ​ຜອງ​ຂອງ​ແຫ້ງ. 1 ໂອເມີ​ເທົ່າ​ກັບ 2,2 ລິດ ຫຼື 1 ສ່ວນ 10 ເອຟາ. (ອພຍ 16:16, 18)​—ເບິ່ງ​ພາກ​ຜະໜວກ ຂ14

  • ເອິຟາຣາດ.

    ແມ່​ນ້ຳ​ທີ່​ຍາວ​ທີ່​ສຸດ​ແລະ​ສຳຄັນ​ທີ່​ສຸດ​ໃນ​ອາຊີ​ຕາເວັນ​ຕົກ​ສ່ຽງ​ໃຕ້ ແລະ​ເປັນ​ແມ່​ນ້ຳ​ສາຍ​ຫຼັກ​ສາຍ​ໜຶ່ງ​ໃນ​ສອງ​ສາຍ​ຢູ່​ເມໂຊໂປຕາເມຍ. ມີ​ການ​ເວົ້າ​ເຖິງ​ແມ່​ນ້ຳ​ນີ້​ເທື່ອ​ທຳອິດ​ໃນ​ປະຖົມມະການ 2:14 ວ່າ​ເປັນ​ແມ່​ນ້ຳ​ສາຍ​ໜຶ່ງ​ໃນ​ສີ່​ສາຍ​ທີ່​ໄຫຼ​ຜ່ານ​ສວນ​ເອເດັນ. ໃນ​ພະຄຳພີ​ມັກ​ເອີ້ນ​ແມ່​ນ້ຳ​ເອິຟາຣາດ​ວ່າ “ແມ່​ນ້ຳ.” (ປຖກ 31:21) ແມ່​ນ້ຳ​ເອິຟາຣາດ​ຍັງ​ເປັນ​ເຂດ​ແດນ​ທາງ​ເໜືອ​ຂອງ​ປະເທດ​ອິດສະຣາເອນ​ນຳ. (ປຖກ 15:18; ພນມ 16:12)​—ເບິ່ງ​ພາກ​ຜະໜວກ ຂ2

  • ໄອຍະການ; ຜູ້​ປົກຄອງ​ເມືອງ.

    ໃນ​ຈັກກະວັດ​ບາບີໂລນ ໄອຍະການ​ແມ່ນ​ພວກ​ຂ້າລາຊະການ​ໃນ​ເຂດ​ປົກຄອງ​ຕ່າງ​ໆ​ທີ່​ຮູ້​ກົດໝາຍ​ແລະ​ມີ​ອຳນາດ​ໃນ​ການ​ຕັດສິນ​ລະດັບ​ໜຶ່ງ. ໃນ​ແຜ່ນດິນ​ທີ່​ເປັນ​ຫົວ​ເມືອງ​ຂຶ້ນ​ຂອງ​ໂຣມ ພວກ​ຜູ້​ປົກຄອງ​ເມືອງ​ແມ່ນ​ພວກ​ຜູ້​ບໍລິຫານ​ໃນ​ລັດຖະບານ ເຊິ່ງ​ມີ​ໜ້າທີ່​ເບິ່ງແຍງ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ບໍລິຫານ​ຈັດການ​ເລື່ອງ​ເງິນ ຕັດສິນ​ຄົນ​ທີ່​ຝ່າຝືນ​ກົດໝາຍ ແລະ​ສັ່ງ​ລົງໂທດ​ຄົນ​ທີ່​ເຮັດ​ຜິດ.​—ດນອ 3:2; ກຈກ 16:20

  • ອັກຄະສາວົກ.

    ຄວາມ​ໝາຍ​ພື້ນຖານ​ຂອງ​ຄຳ​ນີ້​ໃນ​ພາສາ​ກຣີກ​ແມ່ນ “ຜູ້​ທີ່​ຖືກ​ສົ່ງ​ອອກ​ໄປ” ເຊິ່ງ​ໃຊ້​ກັບ​ພະ​ເຢຊູ​ແລະ​ຄົນ​ທີ່​ຖືກ​ສົ່ງ​ໄປ​ຮັບໃຊ້​ຄົນ​ອື່ນ. ຄຳ​ນີ້​ສ່ວນ​ຫຼາຍ​ໃຊ້​ກັບ​ກຸ່ມ​ພວກ​ລູກສິດ 12 ຄົນ​ທີ່​ພະ​ເຢຊູ​ເລືອກ​ເອງ​ແລະ​ແຕ່ງຕັ້ງ​ໃຫ້​ເປັນ​ຕົວແທນ​ຂອງ​ເພິ່ນ.​—ມຣກ 3:14; ກຈກ 14:14

  • ແອກ.

    ໄມ້​ທີ່​ວາງ​ພາດ​ເທິງ​ບ່າ​ຄົນ​ແລະ​ມີ​ແນວ​ຫ້ອຍ​ຢູ່​ປາຍ​ໄມ້​ທັງ​ສອງ​ເບື້ອງ ຫຼື​ໄມ້​ທີ່​ວາງ​ເທິງ​ຄໍ​ສັດ 2 ໂຕ (ສ່ວນ​ຫຼາຍ​ແມ່ນ​ງົວ) ເພື່ອ​ໃຫ້​ມັນ​ລາກ​ເຄື່ອງມື​ການ​ກະສິກຳ​ຫຼື​ກວຽນ. ເນື່ອງ​ຈາກ​ທາດ​ສ່ວນ​ຫຼາຍ​ໃຊ້​ແອກ​ເພື່ອ​ແບກ​ເຄື່ອງ​ໜັກ ແອກ​ຈຶ່ງ​ເປັນ​ສັນຍະລັກ​ໝາຍເຖິງ​ການ​ເປັນ​ທາດ​ຫຼື​ການ​ຢູ່​ໃຕ້​ອຳນາດ ລວມ​ທັງ​ການ​ກົດຂີ່​ແລະ​ຄວາມ​ທຸກ. ການ​ປົດ​ຫຼື​ຫັກ​ແອກ​ໝາຍເຖິງ​ການ​ປົດ​ປ່ອຍ​ໃຫ້​ພົ້ນ​ຈາກ​ການ​ຖືກ​ກັກ​ຂັງ ຖືກ​ກົດຂີ່ ແລະ​ຖືກ​ເອົາ​ປຽບ.​—ລລວ 26:13; ມທ 11:29, 30

  • ອ່າງ​ຢຽບ​ໝາກ​ລະແຊັງ.

    ອ່າງ​ທີ່​ເຮັດ​ດ້ວຍ​ຫີນ​ປູນ​ຈາກ​ທຳມະຊາດ ສ່ວນ​ຫຼາຍ​ຈະ​ມີ 2 ອ່າງ. ອ່າງ​ໜຶ່ງ​ຢູ່​ສູງ​ກວ່າ​ອີກ​ອ່າງ​ໜຶ່ງ​ແລະ​ມີ​ຮ່ອງ​ນ້ອຍ​ໆ​ເຊື່ອມ​ຕໍ່​ກັນ. ເມື່ອ​ຢຽບ​ໝາກ​ລະແຊັງ​ໃນ​ອ່າງ​ທີ່​ຢູ່​ທາງ​ເທິງ ນ້ຳ​ໝາກ​ລະແຊັງ​ຈະ​ໄຫຼ​ລົງ​ໄປ​ໃນ​ອ່າງ​ທີ່​ຢູ່​ທາງ​ລຸ່ມ. ມີ​ການ​ໃຊ້​ຄຳ​ນີ້​ເປັນ​ພາບ​ສະແດງ​ເຖິງ​ການ​ຕັດສິນ​ລົງໂທດ​ຈາກ​ພະເຈົ້າ.​—ອຊຢ 5:2; ພນມ 19:15

  • ອັດສະຈັນ; ປາຕິຫານ; ສິ່ງ​ທີ່​ເປັນ​ຕາ​ງຶດ.

    ການ​ກະທຳ​ຫຼື​ປາກົດ​ການ​ເໜືອ​ທຳມະຊາດ. ມະນຸດ​ເຊື່ອ​ວ່າ​ສິ່ງ​ເຫຼົ່າ​ນີ້​ມາ​ຈາກ​ອຳນາດ​ທີ່​ເໜືອ​ກວ່າ​ມະນຸດ.​—ອພຍ 4:21; ກຈກ 4:22; ຮຣ 2:4

  • ອັດຊະໂຕເຣດ.

    ເທບ​ພະເຈົ້າ​ແຫ່ງ​ການ​ອອກ​ແມ່​ແພ່​ລູກ​ແລະ​ສົງຄາມ​ຂອງ​ຄົນ​ການາອານ. ອັດຊະໂຕເຣດ​ເປັນ​ເມຍ​ຂອງ​ພະ​ບາອານ.​—1ຊມ 7:3

  • ອິດສະຣາເອນ.

    ຊື່​ທີ່​ພະເຈົ້າ​ຕັ້ງ​ໃຫ້​ຢາໂຄບ. ຕໍ່​ມາ ກາຍ​ເປັນ​ຊື່​ເອີ້ນ​ລູກ​ຫຼານ​ຂອງ​ລາວ​ບໍ່​ວ່າ​ຈະ​ເປັນ​ສະໄໝ​ໃດ. ຫຼາຍ​ເທື່ອ​ຈະ​ເອີ້ນ​ລູກ​ຫຼານ​ທີ່​ເກີດ​ຈາກ​ລູກ​ຊາຍ 12 ຄົນ​ຂອງ​ຢາໂຄບ​ວ່າ ລູກ​ຫຼານ​ຂອງ​ອິດສະຣາເອນ ປະຊາຊົນ​ອິດສະຣາເອນ ຫຼື​ຄົນ​ອິດສະຣາເອນ. ຄຳ​ວ່າ​ອິດສະຣາເອນ​ຍັງ​ເປັນ​ຊື່​ເອີ້ນ​ອານາຈັກ​ທາງ​ເໜືອ 10 ຕະກູນ​ເຊິ່ງ​ແຍກ​ອອກ​ຈາກ​ອານາຈັກ​ທາງ​ໃຕ້ ແລະ​ຕໍ່​ມາ​ເປັນ​ຄຳ​ທີ່​ໃຊ້​ເອີ້ນ​ຄລິດສະຕຽນ​ຜູ້​ຖືກ​ເລືອກ​ວ່າ “ອິດສະຣາເອນ​ຂອງ​ພະເຈົ້າ.”​—ປຖກ 32:28; 2ຊມ 7:23; ຣມ 9:6; ຄລຕ 6:16

  • ອົດເຂົ້າ.

    ງົດ​ເວັ້ນ​ຈາກ​ການ​ກິນ​ອາຫານ​ທຸກ​ຢ່າງ​ໄລຍະ​ໜຶ່ງ. ຄົນ​ອິດສະຣາເອນ​ຈະ​ອົດເຂົ້າ​ໃນ​ວັນ​ໄຖ່​ຄວາມ​ຜິດ ໃນ​ໄລຍະ​ທີ່​ເປັນ​ທຸກ ແລະ​ໃນ​ໄລຍະ​ທີ່​ອ້ອນວອນ​ຂໍ​ການ​ຊີ້ນຳ​ຈາກ​ພະເຈົ້າ. ຄົນ​ຢິວ​ມີ​ທຳນຽມ​ການ​ອົດເຂົ້າ​ປີ​ລະ 4 ເທື່ອ​ເພື່ອ​ລະນຶກ​ເຖິງ​ເຫດການ​ທີ່​ບໍ່​ດີ​ໃນ​ປະຫວັດສາດ​ຂອງ​ເຂົາເຈົ້າ. ການ​ອົດເຂົ້າ​ບໍ່​ແມ່ນ​ຂໍ້​ຮຽກ​ຮ້ອງ​ສຳລັບ​ຄລິດສະຕຽນ.​—ອຊຣ 8:21; ອຊຢ 58:6; ລກ 18:12

  • ອັນຟາ​ແລະ​ໂອເມກາ.

    ຊື່​ຂອງ​ອັກສອນ​ໂຕ​ທຳອິດ​ແລະ​ໂຕ​ສຸດທ້າຍ​ໃນ​ພາສາ​ກຣີກ. ມີ​ການ​ໃຊ້​ຊື່​ໂຕ​ອັກສອນ​ສອງ​ໂຕ​ນີ້ 3 ເທື່ອ​ໃນ​ປຶ້ມ​ພະ​ນິມິດ​ວ່າ​ເປັນ​ຕຳແໜ່ງ​ຂອງ​ພະເຈົ້າ. ໃນ​ແວດ​ບົດ​ເຫຼົ່າ​ນັ້ນ ຄຳ​ນີ້​ມີ​ຄວາມ​ໝາຍ​ຄື​ກັບ​ສຳນວນ “ຜູ້​ທຳອິດ​ແລະ​ຜູ້​ສຸດທ້າຍ” ແລະ “ຈຸດ​ເລີ່ມ​ຕົ້ນ​ແລະ​ຈຸດຈົບ.”​—ພນມ 1:8; 21:6; 22:13

  • ອັບ.

    ຫຼັງ​ຈາກ​ທີ່​ຄົນ​ອິດສະຣາເອນ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຢູ່​ບາບີໂລນ ອັບ​ແມ່ນ​ຊື່​ຂອງ​ເດືອນ​ທີ 5 ຕາມ​ປະຕິທິນ​ສາສະໜາ​ຢິວ​ແລະ​ແມ່ນ​ຊື່​ຂອງ​ເດືອນ​ທີ 11 ຕາມ​ປະຕິທິນ​ກະສິກຳ. ເດືອນ​ນີ້​ເລີ່ມ​ຕົ້ນ​ຈາກ​ກາງ​ເດືອນ​ກໍລະກົດ​ຫາ​ກາງ​ເດືອນ​ສິງຫາ. ໃນ​ຄຳພີ​ໄບເບິນ​ບໍ່​ໄດ້​ເວົ້າ​ເຖິງ​ຊື່​ຂອງ​ເດືອນ​ນີ້ ແຕ່​ເວົ້າ​ເປັນ “ເດືອນ​ທີ 5.” (ຈຊບ 33:38; ອຊຣ 7:9)​—ເບິ່ງ​ພາກ​ຜະໜວກ ຂ15

  • ເຮຣະເມ.

    ເທບ​ພະເຈົ້າ​ຂອງ​ກຣີກ ເຊິ່ງ​ເປັນ​ລູກ​ຊາຍ​ຂອງ​ເທບ​ພະເຈົ້າ​ຊູດ. ຜູ້​ຄົນ​ໃນ​ເມືອງ​ລີຊະທາ​ເຂົ້າ​ໃຈ​ຜິດ​ແລະ​ເອີ້ນ​ໂປໂລ​ວ່າ​ເຮຣະເມ ເພາະ​ເຮຣະເມ​ເປັນ​ເທບ​ພະເຈົ້າ​ທີ່​ມີ​ໜ້າທີ່​ສົ່ງ​ຂ່າວ​ຈາກ​ພວກ​ເທບ​ພະເຈົ້າ​ແລະ​ມີ​ຄວາມ​ສາມາດ​ໃນ​ການ​ເວົ້າ.​—ກຈກ 14:12

  • ເຮໂຣດ.

    ນາມສະກຸນ​ຂອງ​ຄອບຄົວ​ທີ່​ໂຣມ​ແຕ່ງຕັ້ງ​ໃຫ້​ປົກຄອງ​ຄົນ​ຢິວ. ເຮໂຣດ​ຜູ້​ຍິ່ງໃຫຍ່​ເປັນ​ທີ່​ຮູ້​ຈັກ​ຍ້ອນ​ລາວ​ສ້າງ​ວິຫານ​ໃນ​ເມືອງ​ເຢຣູຊາເລັມ​ຂຶ້ນ​ໃໝ່​ແລະ​ເປັນ​ຄົນ​ສັ່ງ​ໃຫ້​ຂ້າ​ເດັກນ້ອຍ​ເພື່ອ​ຈະ​ກຳຈັດ​ພະ​ເຢຊູ. (ມທ 2:16; ລກ 1:5) ລູກ​ຊາຍ​ສອງ​ຄົນ​ຂອງ​ເຮໂຣດ​ຜູ້​ຍິ່ງໃຫຍ່​ແມ່ນ​ເຮໂຣດ​ອາກເຄລາອັດ​ແລະ​ເຮໂຣດ​ອັນຕິປາ. ເຂົາເຈົ້າ​ໄດ້​ຮັບ​ການ​ແຕ່ງຕັ້ງ​ໃຫ້​ປົກຄອງ​ແຂວງ​ຕ່າງ​ໆ​ທີ່​ພໍ່​ຂອງ​ເຂົາເຈົ້າ​ເຄີຍ​ປົກຄອງ. (ມທ 2:22) ເຮໂຣດ​ອັນຕິປາ​ເປັນ​ຜູ້​ປົກຄອງ​ແຂວງ​ແລະ​ຄົນ​ມັກ​ເອີ້ນ​ລາວ​ວ່າ “ກະສັດ.” ລາວ​ເປັນ​ຜູ້​ປົກຄອງ​ໃນ​ໄລຍະ 3 ປີ​ເຄິ່ງ​ທີ່​ພະຄລິດ​ເຮັດ​ວຽກ​ປະກາດ​ແລະ​ຕໍ່​ເນື່ອງ​ຈົນ​ຮອດ​ໄລຍະ​ເຫດການ​ກ່ອນ​ກິດຈະການ​ບົດ 12. (ມຣກ 6:14-17; ລກ 3:1, 19, 20; 13:31, 32; 23:6-15; ກຈກ 4:27; 13:1) ຫຼັງ​ຈາກນັ້ນ ເຮໂຣດ​ອັກກິບປາ​ທີ 1 ຫຼານ​ຊາຍ​ຂອງ​ເຮໂຣດ​ຜູ້​ຍິ່ງໃຫຍ່​ຖືກ​ທູດສະຫວັນ​ຂອງ​ພະເຈົ້າ​ປະຫານ​ຊີວິດ​ຫຼັງ​ຈາກ​ຂຶ້ນ​ປົກຄອງ​ໄດ້​ບໍ່​ດົນ. (ກຈກ 12:1-6, 18-23) ລູກ​ຊາຍ​ຂອງ​ລາວ​ແມ່ນ​ເຮໂຣດ​ອັກກິບປາ​ທີ 2 ໄດ້​ຂຶ້ນ​ປົກຄອງ​ມາ​ຕະຫຼອດ​ຈົນ​ຮອດ​ຕອນ​ທີ່​ຄົນ​ຢິວ​ກະບົດ​ຕໍ່​ອຳນາດ​ໂຣມ.​—ກຈກ 23:35; 25:13, 22-27; 26:1, 2, 19-32

  • ໂຮເມີ.

    ຫົວ​ໜ່ວຍ​ແນວ​ຜອງ​ຂອງ​ແຫ້ງ​ເຊິ່ງ​ທຽບ​ເທົ່າ​ກັບ​ຫົວ​ໜ່ວຍ​ໂຄເຣ. 1 ໂຮເມີ​ເທົ່າ​ກັບ 220 ລິດ​ເຊິ່ງ​ຄິດ​ໄລ່​ຈາກ​ຫົວ​ໜ່ວຍ​ບັດ. (ລລວ 27:16)​—ເບິ່ງ​ພາກ​ຜະໜວກ ຂ14

  • ໂຮເຣັບ; ພູ​ໂຮເຣັບ.

    ເຂດ​ທີ່​ມີ​ພູ​ຫຼາຍ​ໆ​ທີ່​ຢູ່​ອ້ອມ​ຮອບ​ພູ​ຊີນາຍ ແລະ​ເປັນ​ອີກ​ຊື່​ໜຶ່ງ​ຂອງ​ພູ​ຊີນາຍ. (ອພຍ 3:1; ພບຍ 5:2)​—ເບິ່ງ​ພາກ​ຜະໜວກ ຂ3

  • ເຮືອ​ຕາຊິດ.

    ແຕ່​ກີ້​ເປັນ​ຊື່​ເອີ້ນ​ຂອງ​ເຮືອ​ຫຼາຍ​ລຳ​ທີ່​ເດີນທາງ​ໄປ​ປະເທດ​ຕາຊິດ​ບູຮານ (ປັດຈຸບັນ​ແມ່ນ​ແອັດສະປາຍ). ແຕ່​ຕໍ່​ມາ​ເບິ່ງ​ຄື​ວ່າ​ຄຳ​ນີ້​ໝາຍເຖິງ​ເຮືອ​ຂະໜາດ​ໃຫຍ່​ທີ່​ເດີນທາງ​ໄກ​ໆ​ໄດ້. ໂຊໂລໂມນ​ກັບ​ເຢໂຮຊາຟັດ​ໃຊ້​ເຮືອ​ແບບ​ນີ້​ເພື່ອ​ເຮັດ​ການ​ຄ້າ.​—1ກສ 9:26; 10:22; 22:48

  • ຮິກກາໂຢນ.

    ຄຳສັບ​ກ່ຽວກັບ​ການ​ຄວບຄຸມ​ດົນຕີ. ຕາມ​ທີ່​ໃຊ້​ໃນ​ເພງ​ສັນລະເສີນ 9:16 ຄຳ​ນີ້​ອາດ​ໝາຍເຖິງ​ການ​ດີດ​ພິນ​ສຽງ​ຕ່ຳ​ດ້ວຍ​ອາລົມ​ຈິງຈັງ ຫຼື​ການ​ຢຸດ​ເພື່ອ​ໃຫ້​ຄິດ​ຕຶກຕອງ​ງຽບ​ໆ​.

  • ເຮັດ​ຊົ່ວ​ແບບ​ບໍ່​ອາ​ຍ.

    ແປ​ຈາກ​ຄຳ​ພາສາ​ກຣີກ ອະເຊວເຢຍ ໝາຍເຖິງ​ການ​ເຮັດ​ຜິດ​ຮ້າຍ​ແຮງ​ຕໍ່​ກົດໝາຍ​ຂອງ​ພະເຈົ້າ ແລະ​ເຮັດ​ແບບ​ໜ້າ​ບໍ່​ອາຍ​ຫຼື​ໝິ່ນປະໝາດ​ຫຼາຍ. ການ​ເຮັດ​ແບບ​ນີ້​ແມ່ນ​ການ​ບໍ່​ນັບຖື​ຫຼື​ເຖິງຂັ້ນ​ໝິ່ນປະໝາດ​ຜູ້​ມີ​ອຳນາດ ກົດໝາຍ ແລະ​ມາດຕະຖານ​ຂອງ​ພະເຈົ້າ. ຄຳ​ນີ້​ບໍ່​ໄດ້​ໝາຍເຖິງ​ການ​ເຮັດ​ຜິດ​ເລັກ​ໆ​ນ້ອຍ​ໆ​.​—ຄລຕ 5:19; 2ປຕ 2:7

  • ຮິນ.

    ຫົວ​ໜ່ວຍ​ແນວ​ຜອງ​ທີ່​ເປັນ​ນ້ຳ​ແລະ​ພາຊະນະ​ທີ່​ໃຊ້​ສຳລັບ​ຜອງ. 1 ຮິນ​ເທົ່າ​ກັບ 3,67 ລິດ. (ອພຍ 29:40)​—ເບິ່ງ​ພາກ​ຜະໜວກ ຂ14

  • ຮູບ​ເຂົາ​ສັດ​ເທິງ​ແທ່ນ​ບູຊາ.

    ສ່ວນ​ທີ່​ເປັນ​ຄື​ກັບ​ເຂົາ​ສັດ​ເຊິ່ງ​ເດ່​ອອກ​ມາ​ຈາກ​ທັງ​ສີ່​ແຈ​ຂອງ​ແທ່ນ​ບູຊາ. (ລລວ 8:15; 1ກສ 2:28)​—ເບິ່ງ​ພາກ​ຜະໜວກ ຂ5 ແລະ ຂ8

  • ຮູບບູຊາ.

    ຮູບພາບ​ຫຼື​ຮູບ​ຈຳລອງ​ຂອງ​ສິ່ງ​ທີ່​ມີ​ແທ້​ຫຼື​ເປັນ​ສິ່ງ​ທີ່​ຈິນຕະນາການ​ຂຶ້ນ​ມາ​ຊື່​ໆ​ເຊິ່ງ​ໃຊ້​ເພື່ອ​ການ​ນະມັດສະການ.​—ພສ 115:4; ກຈກ 17:16; 1ກຣ 10:14

  • ເຮັບເຣີ.

    ມີ​ການ​ໃຊ້​ຄຳ​ນີ້​ເທື່ອ​ທຳອິດ​ກັບ​ອັບຣາມ (ອັບຣາຮາມ) ເພື່ອ​ແຍກ​ລາວ​ອອກ​ຈາກ​ເພື່ອນ​ບ້ານ​ຄົນ​ອາໂມ. ຈາກນັ້ນ​ກໍ​ໃຊ້​ຄຳ​ນີ້​ເມື່ອ​ເວົ້າ​ເຖິງ​ພວກ​ລູກ​ຫຼານ​ຂອງ​ອັບຣາຮາມ​ເຊິ່ງ​ມາ​ທາງ​ເຊື້ອສາຍ​ຂອງ​ຢາໂຄບ​ຫຼານ​ຊາຍ​ຂອງ​ລາວ ແລະ​ຍັງ​ໝາຍເຖິງ​ພາສາ​ທີ່​ເຂົາເຈົ້າ​ໃຊ້​ນຳ​ອີກ. ເມື່ອ​ມາ​ຮອດ​ສະໄໝ​ຂອງ​ພະ​ເຢຊູ ພາສາ​ເຮັບເຣີ​ມີ​ຄຳ​ພາສາ​ອາຣາເມອິກ​ຫຼາຍ​ຄຳ​ລວມ​ຢູ່​ນຳ​ແລະ​ເປັນ​ພາສາ​ທີ່​ພະຄລິດ​ກັບ​ພວກ​ລູກສິດ​ເວົ້າ.​—ປຖກ 14:13; ອພຍ 5:3; ກຈກ 26:14

1

  • 1 ສ່ວນ 10.

    ແມ່ນ​ເຄື່ອງ​ທີ່​ເອົາ​ມາ​ໃຫ້​ເພື່ອ​ຈຸດປະສົງ​ທາງ​ສາສະໜາ ໂດຍ​ເອົາ 1 ສ່ວນ 10 ຫຼື 10 ເປີເຊັນ​ຈາກ​ເຄື່ອງ​ທີ່​ມີ​ຢູ່. (ພບຍ 26:12; ມລກ 3:10; ມທ 23:23) ກົດໝາຍ​ຂອງ​ໂມເຊ​ກຳນົດ​ວ່າ​ຄົນ​ອິດສະຣາເອນ​ຈະ​ຕ້ອງ​ເອົາ 1 ສ່ວນ 10 ຂອງ​ຜົນ​ຜະລິດ​ທີ່​ໄດ້​ຈາກ​ແຜ່ນດິນ​ແລະ​ຝູງ​ສັດ​ທີ່​ມີ​ເພີ່ມ​ຂຶ້ນ​ໃຫ້​ກັບ​ຄົນ​ເລວີ​ທຸກ​ປີ​ເພື່ອ​ສະໜັບສະໜູນ​ຄົນ​ເລວີ ແລະ​ຄົນ​ເລວີ​ກໍ​ຈະ​ເອົາ 1 ສ່ວນ 10 ຂອງ​ສິ່ງ​ທີ່​ເຂົາເຈົ້າ​ໄດ້​ຮັບ​ໄປ​ໃຫ້​ປະໂລຫິດ​ເພື່ອ​ສະໜັບສະໜູນ​ພວກ​ປະໂລຫິດ. ນອກ​ຈາກ​ນີ້ ມີ​ການ​ໃຫ້ 1 ສ່ວນ 10 ໃນ​ແບບ​ອື່ນ​ໆ​ນຳ​ອີກ. ການ​ເອົາ 1 ສ່ວນ 10 ມາ​ໃຫ້​ບໍ່​ແມ່ນ​ຂໍ້​ຮຽກ​ຮ້ອງ​ສຳລັບ​ຄລິດສະຕຽນ.