ບົດທີ 7
“ຈົ່ງພິຈາລະນາຄຶດເຖິງພະອົງຜູ້ໄດ້ທົນເອົາ”
1-3. (ກ) ໃນສວນເຄດເຊມາເນ ພະເຍຊູຮູ້ສຶກທຸກໃຈຢ່າງຮຸນແຮງພຽງໃດ ແລະອັນໃດເປັນສາເຫດ? (ຂ) ເຮົາສາມາດເວົ້າອັນໃດໄດ້ກ່ຽວກັບຕົວຢ່າງເລື່ອງຄວາມອົດທົນຂອງພະເຍຊູ ແລະເລື່ອງນີ້ເຮັດໃຫ້ມີຄຳຖາມອັນໃດເກີດຂຶ້ນ?
ຄວາມກົດດັນຮຸນແຮງຫຼາຍແທ້ໆ. ພະເຍຊູບໍ່ເຄີຍປະສົບຄວາມເຈັບປວດທາງຈິດໃຈແລະທາງອາລົມແບບນີ້ມາກ່ອນ. ຕອນນັ້ນເປັນໄລຍະທ້າຍໆຂອງຊີວິດພະອົງທີ່ຢູ່ແຜ່ນດິນໂລກ. ພ້ອມກັບພວກອັກຄະສາວົກ ພະອົງໄປທີ່ສວນເຄດເຊມາເນເຊິ່ງເປັນບ່ອນທີ່ຄຸ້ນເຄີຍກັນດີ. ພະອົງມັກພົບກັບພວກອັກຄະສາວົກຢູ່ທີ່ນັ້ນ. ແນວໃດກໍຕາມ ໃນຄືນນັ້ນ ພະອົງຈຳເປັນຕ້ອງຢູ່ຕາມລຳພັງຊົ່ວໄລຍະໜຶ່ງ. ໂດຍປະພວກອັກຄະສາວົກໄວ້ ພະອົງເຂົ້າເລິກໄປໃນສວນແລະຄູ້ເຂົ່າລົງ ແລ້ວເລີ່ມຕົ້ນອະທິດຖານ. ພະອົງອະທິດຖານຢ່າງຈິງຈັງແລະເປັນທຸກຫຼາຍຈົນກະທັ່ງເຫື່ອຂອງພະອົງກາຍເປັນ “ເໝືອນດັ່ງເລືອດເມັດໃຫຍ່ທີ່ໄຫຼລົງເທິງດິນ.”—ລືກາ 22:39-44.
2 ເປັນຫຍັງພະເຍຊູຄືກັງວົນແທ້? ແມ່ນຢູ່ ພະອົງຮູ້ວ່າອີກບໍ່ດົນຈະປະເຊີນກັບຄວາມເຈັບປວດທາງກາຍແບບແສນສາຫັດ ແຕ່ເລື່ອງນີ້ບໍ່ແມ່ນເຫດຜົນທີ່ພະອົງກັງວົນ. ພະອົງຄຳນຶງເຖິງສິ່ງທີ່ສຳຄັນກວ່າ. ພະອົງເປັນຫ່ວງຢ່າງຍິ່ງຕໍ່ກັບຊື່ຂອງພໍ່ແລະສຳນຶກວ່າອະນາຄົດຂອງຄອບຄົວມະນຸດຊາດຂຶ້ນຢູ່ກັບການຮັກສາຄວາມສັດຊື່ຂອງພະອົງ. ພະເຍຊູຮູ້ວ່າຄວາມອົດທົນຂອງພະອົງສຳຄັນພຽງໃດ. ຖ້າພະອົງລົ້ມເຫຼວ ພະອົງຈະນຳເອົາຄຳຕຳໜິມາກມາຍມາໃຫ້ກັບຊື່ຂອງພະເຢໂຫວາ. ແຕ່ພະເຍຊູບໍ່ໄດ້ລົ້ມແຫຼວເລີຍ. ຕໍ່ມາໃນມື້ນັ້ນ ບໍ່ດົນກ່ອນທີ່ຈະຫາຍໃຈເຂົ້າບາດສຸດທ້າຍ ຊາຍຜູ້ນີ້ເຊິ່ງໄດ້ວາງຕົວຢ່າງອັນດີເລີດກ່ຽວກັບຄວາມອົດທົນເທົ່າທີ່ເຄີຍມີຢູ່ແຜ່ນດິນໂລກ ໄດ້ຮ້ອງອອກມາຢ່າງມີໄຊວ່າ “ສຳເລັດແລ້ວ.”—ໂຢຮັນ 19:30.
3 ຄຳພີໄບເບິນກະຕຸ້ນເຮົາໃຫ້ “ພິຈາລະນາຄຶດເຖິງພະອົງ [ພະເຍຊູ] ຜູ້ໄດ້ທົນເອົາ.” (ເຫບເລີ 12:3) ດ້ວຍເຫດນີ້ຈຶ່ງມີການຍົກຄຳຖາມສຳຄັນບາງຢ່າງຂຶ້ນມາທີ່ວ່າ ພະເຍຊູອົດທົນຕໍ່ການທົດລອງອັນໃດແດ່? ສິ່ງໃດທີ່ຊ່ວຍພະອົງໃຫ້ອົດທົນໄດ້? ເຮົາຈະຕິດຕາມຕົວຢ່າງຂອງພະອົງໄດ້ແນວໃດ? ແຕ່ກ່ອນທີ່ຈະຕອບຄຳຖາມເຫຼົ່ານີ້ ຂໍໃຫ້ພິຈາລະນາສິ່ງທີ່ກ່ຽວຂ້ອງກັບຄວາມອົດທົນ.
ຄວາມອົດທົນແມ່ນຫຍັງ?
4, 5. (ກ) “ຄວາມອົດທົນ” ໝາຍຄວາມວ່າແນວໃດ? (ຂ) ເຮົາອາດຍົກຕົວຢ່າງແນວໃດວ່າຄວາມອົດທົນກ່ຽວຂ້ອງບໍ່ພຽງແຕ່ການປະເຊີນໜ້າກັບຄວາມລຳບາກທີ່ຫຼີກລ່ຽງບໍ່ໄດ້?
4 ບາງເທື່ອເຮົາໝົດທຸກຄົນ “ມີຄວາມທຸກລຳບາກ . . . ດ້ວຍການທົດລອງຕ່າງໆ.” (1 ເປໂຕ 1:6) ຄວາມຈິງທີ່ວ່າເຮົາປະສົບກັບຄວາມລຳບາກຈະໝາຍຄວາມວ່າເຮົາກຳລັງສະແດງຄວາມອົດທົນບໍ? ບໍ່ແມ່ນ. ຄຳນາມພາສາກະເລັກສຳລັບຄຳວ່າ “ຄວາມອົດທົນ” ໝາຍເຖິງ “ຄວາມສາມາດທີ່ຈະຢືນຢັດຫຼືບໍ່ຍອມແພ້ເມື່ອປະສົບຄວາມຫຍຸ້ງຍາກ.” ນັກວິຊາການຄົນໜຶ່ງອະທິບາຍກ່ຽວກັບຄວາມອົດທົນຊະນິດທີ່ຜູ້ຂຽນຄຳພີໄບເບິນອ້າງເຖິງວ່າ “ຄວາມອົດທົນເປັນນ້ຳໃຈທີ່ທົນຮັບສິ່ງຕ່າງໆໂດຍຍອມຮັບເອົາຊື່ໆ ແຕ່ດ້ວຍຄວາມຫວັງທີ່ແຮງກ້າ . . . ຄວາມອົດທົນເປັນຄຸນສົມບັດທີ່ເຮັດໃຫ້ຄົນເຮົາຢືນຢັດໃນຂະນະທີ່ປະເຊີນບັນຫາຕໍ່ໆໄປ. ຄວາມອົດທົນເປັນຂໍ້ດີເຊິ່ງສາມາດປ່ຽນການທົດລອງທີ່ໜັກໜ່ວງທີ່ສຸດໃຫ້ກາຍເປັນຄວາມສະຫງ່າງາມ ເນື່ອງຈາກຄວາມອົດທົນເຮັດໃຫ້ເບິ່ງຂ້າມຄວາມເຈັບປວດແລະເຫັນເປົ້າໝາຍທີ່ຢູ່ຂ້າງໜ້າ.”
5 ດັ່ງນັ້ນ ການອົດທົນບໍ່ແມ່ນເປັນແຕ່ເລື່ອງຂອງການປະເຊີນໜ້າກັບຄວາມລຳບາກທີ່ຫຼີກລ່ຽງບໍ່ໄດ້. ຕາມຄວາມໝາຍໃນຄຳພີໄບເບິນ ຄວາມອົດທົນກ່ຽວຂ້ອງກັບການຕັ້ງໝັ້ນຄົງຢູ່ ຮັກສາທັດສະນະທີ່ຖືກຕ້ອງ ແລະມີຄວາມຫວັງໃນຂະນະທີ່ປະເຊີນກັບຄວາມລຳບາກຕ່າງໆ. ຂໍພິຈາລະນາຕົວຢ່າງນີ້ ຜູ້ຊາຍສອງຄົນຖືກຂັງຄຸກໃນສະພາບການທີ່ຄ້າຍໆກັນແຕ່ດ້ວຍສາເຫດທີ່ຕ່າງກັນຫຼາຍ. ຊາຍຄົນໜຶ່ງເປັນອາດຊະຍາກອນທຳມະດາເຊິ່ງຍອມຖືກໂທດຕິດຄຸກດ້ວຍໃບໜ້າທີ່ໂສກເສົ້າ. ສ່ວນອີກຄົນໜຶ່ງເປັນຄລິດສະຕຽນແທ້ຖືກຄຸກຍ້ອນແນວທາງທີ່ສັດຊື່ຂອງຕົນ ລາວຕັ້ງໝັ້ນຄົງຢູ່ຕໍ່ໆໄປແລະຮັກສາທັດສະນະທີ່ດີເອົາໄວ້ເພາະຖືວ່າສະພາບຂອງຕົນເປັນໂອກາດທີ່ຈະສະແດງຄວາມເຊື່ອ. ແນ່ນອນຈະບໍ່ໄດ້ຖືວ່າອາດຊະຍາກອນເປັນຕົວຢ່າງຂອງຄວາມອົດທົນ ແຕ່ຄລິດສະຕຽນຜູ້ພັກດີເປັນຕົວຢ່າງຂອງຄຸນລັກສະນະທີ່ດີເລີດນີ້.—ຢາໂກໂບ 1:2-4.
6. ເຮົາຈະປູກຝັງຄວາມອົດທົນໄດ້ແນວໃດ?
6 ຄວາມອົດທົນເປັນສິ່ງທີ່ຈຳເປັນເພື່ອເຮົາຈະໄດ້ຄວາມລອດ. (ມັດທາຍ 24:13) ແຕ່ຄຸນລັກສະນະທີ່ສຳຄັນນີ້ບໍ່ໄດ້ຕິດໂຕເຮົາຕັ້ງແຕ່ເກີດ. ຄວາມອົດທົນເປັນຄຸນລັກສະນະ ທີ່ຕ້ອງປູກຝັງ. ໂດຍວິທີໃດ? ໂລມ 5:3 ກ່າວວ່າ “ຄວາມຍາກລຳບາກນັ້ນໃຫ້ບັງເກີດມີໃຈອົດທົນ.” ແມ່ນແລ້ວ ຖ້າເຮົາປາຖະໜາຢ່າງແທ້ຈິງທີ່ຈະພັດທະນາຄວາມອົດທົນ ເຮົາຈະບໍ່ຖອຍໜີຈາກການທົດລອງຄວາມເຊື່ອທຸກຢ່າງດ້ວຍຄວາມຢ້ານກົວ. ແທນທີ່ຈະເຮັດແນວນັ້ນ ເຮົາຕ້ອງຕັ້ງໜ້າສູ້ກັບການທົດລອງດັ່ງກ່າວ. ໃນແຕ່ລະມື້ ເມື່ອເຮົາປະເຊີນບັນຫາບໍ່ວ່າໃຫຍ່ຫຼືນ້ອຍແລະເອົາຊະນະມັນໄດ້ ຜົນທີ່ເກີດຂຶ້ນຄືຄວາມອົດທົນ. ການທົດລອງແຕ່ລະຢ່າງທີ່ເຮົາຜ່ານໄດ້ນັ້ນຈະເສີມກຳລັງເຮົາໃຫ້ປະເຊີນການທົດລອງຄັ້ງຕໍ່ໄປ. ແນ່ນອນ ເຮົາບໍ່ໄດ້ພັດທະນາຄວາມອົດທົນດ້ວຍໂຕຂອງເຮົາເອງ. ເຮົາອາໄສ “ກຳລັງທີ່ພະເຈົ້າໂຜດໃຫ້.” (1 ເປໂຕ 4:11, ທ.ປ.) ເພື່ອຊ່ວຍເຮົາໃຫ້ຕັ້ງໝັ້ນຄົງຢູ່ຕໍ່ໄປ ພະເຢໂຫວາໄດ້ໃຫ້ຄວາມຊ່ວຍເຫຼືອທີ່ດີທີ່ສຸດເທົ່າທີ່ເປັນໄປໄດ້ ນັ້ນຄືຕົວຢ່າງຂອງລູກຊາຍພະອົງ. ຂໍໃຫ້ພິຈາລະນາຢ່າງລະອຽດຍິ່ງຂຶ້ນກ່ຽວກັບປະຫວັດທີ່ບໍ່ມີຂໍ້ບົກພ່ອງຂອງຄວາມອົດທົນທີ່ພະເຍຊູມີ.
ຄວາມລຳບາກທີ່ພະເຍຊູໄດ້ອົດທົນເອົາ
7, 8. ໃນຂະນະທີ່ຊີວິດຂອງພະເຍຊູຢູ່ແຜ່ນດິນໂລກໃກ້ຈະຈົບລົງ ພະອົງໄດ້ອົດທົນກັບສິ່ງໃດແດ່
7 ໃນຂະນະທີ່ຊີວິດຂອງພະເຍຊູຢູ່ແຜ່ນດິນໂລກໃກ້ຈະຈົບລົງ ພະອົງໄດ້ອົດທົນກັບຄວາມໂຫດຮ້າຍທາລຸນຫຼາຍຮູບແບບ. ນອກຈາກຄວາມເຄັ່ງຕຶງທີ່ໜັກໜ່ວງທາງຈິດໃຈທີ່ພະອົງປະສົບໃນຄືນສຸດທ້າຍ ຂໍໃຫ້ພິຈາລະນາເຖິງຄວາມຮູ້ສຶກຜິດຫວັງທີ່ພະອົງປະສົບແລະຄວາມອັບອາຍຂາຍໜ້າທີ່ພະອົງໄດ້ຮັບ. ເພື່ອນສະໜິດຄົນໜຶ່ງໄດ້ທໍລະຍົດ ເພື່ອນທີ່ສະໜິດທີ່ສຸດປະຖິ້ມພະອົງ ແລະພະອົງຖືກພິຈາລະນາຄະດີຢ່າງຜິດກົດໝາຍ ເຊິ່ງໃນລະຫວ່າງນັ້ນບັນດາສະມາຊິກຂອງສານສາສະໜາທີ່ສູງສຸດຂອງປະເທດໄດ້ເຍາະເຍີ້ຍພະອົງ ຖົ່ມນ້ຳລາຍໃສ່ ແລະຕົບພະອົງ. ເຖິງປານນັ້ນ ພະອົງໄດ້ອົດທົນກັບສິ່ງເຫຼົ່ານີ້ດ້ວຍຄວາມສະຫງ່າຜ່າເຜີຍແລະດ້ວຍຄວາມເຂັ້ມແຂງທີ່ສະຫງົບງຽບ.—ມັດທາຍ 26:46-49, 56, 59-68.
8 ໃນບໍ່ເທົ່າໃດຊົ່ວໂມງກ່ອນສິ້ນຊີວິດ ພະເຍຊູໄດ້ອົດທົນກັບຄວາມເຈັບປວດທາງກາຍຢ່າງແສນສາຫັດ. ພະອົງຖືກຂ້ຽນ ເວົ້າກັນວ່າເປັນການຂ້ຽນທີ່ຮຸນແຮງດ້ວຍວິທີທີ່ເຮັດໃຫ້ເກີດ “ເປັນຮອຍທີ່ເລິກຈົນຊີ້ນຂາດແລະເສຍເລືອດຈຳນວນຫຼາຍ.” ພະອົງຖືກຕອກກັບຫຼັກ ຖືກປະຫານຊີວິດໃນວິທີທີ່ນຳໄປສູ່ “ຄວາມຕາຍແບບຊ້າໆພ້ອມທັງມີຄວາມເຈັບປວດທໍລະມານຫຼາຍທີ່ສຸດ.” ຄິດເບິ່ງດູວ່າພະອົງຄົງຕ້ອງຮູ້ສຶກເຈັບ ປວດພຽງໃດເມື່ອເອົາຕະປູດອກໃຫຍ່ໆຕອກຊອດທັງຂໍ້ມືແລະໃສ່ຕີນທັງສອງຂ້າງຂອງພະອົງ ຄຶງພະອົງໄວ້ກັບເສົາທໍລະມານ. (ໂຢຮັນ 19:1, 16-18) ຂໍໃຫ້ນຶກເຖິງຄວາມເຈັບປວດອັນແສນສາຫັດທີ່ເກີດຂຶ້ນກັບພະອົງໃນຂະນະທີ່ຫຼັກຖືກຕັ້ງຂຶ້ນຊື່ແລະນ້ຳໜັກໂຕຂອງພະອົງຖ່ວງລົງຈາກຕະປູນັ້ນ ແລະຫຼັງຂອງພະອົງທີ່ມີຮອຍຈີກກໍເຖືອກັບຫຼັກໄມ້ນັ້ນ. ແລະພະອົງໄດ້ອົດທົນກັບຄວາມເຈັບປວດທາງກາຍທີ່ແສນສາຫັດນີ້ໃນຂະນະດຽວກັບທີ່ແບກພາລະທາງຈິດໃຈດັ່ງທີ່ພັນລະນາໄວ້ໃນຕອນຕົ້ນຂອງບົດນີ້.
9. ມີຫຍັງກ່ຽວຂ້ອງຢູ່ນຳໃນການແບກ “ເສົາທໍລະມານ” ຂອງເຮົາແລະຕິດຕາມພະເຍຊູ?
9 ໃນຖານະເປັນຜູ້ຕິດຕາມພະຄລິດ ເຮົາອາດຕ້ອງອົດທົນກັບສິ່ງໃດແດ່? ພະເຍຊູກ່າວວ່າ “ຖ້າຜູ້ໜຶ່ງຜູ້ໃດຢາກຕາມເຮົາໄປໃຫ້ຜູ້ນັ້ນ . . . ເອົາໄມ້ກາງເຂນ [“ເສົາທໍລະມານ,” ລ.ມ.] ແຫ່ງຕົນແບກໄປແລະຕາມເຮົາໄປເຖີ້ນ.” (ມັດທາຍ 16:24) ຄຳວ່າ “ເສົາທໍລະມານ” ທີ່ໃຊ້ໃນຄວາມໝາຍເປັນໄນຂໍ້ນີ້ສະແດງເຖິງຄວາມທຸກທໍລະມານ ຄວາມອັບອາຍ ຫຼືແມ່ນແຕ່ຄວາມຕາຍ. ການຕິດຕາມພະຄລິດບໍ່ແມ່ນແນວທາງທີ່ງ່າຍ. ມາດຕະຖານຄລິດສະຕຽນເຮັດໃຫ້ພວກເຮົາແຕກຕ່າງ. ໂລກນີ້ກຽດຊັງເຮົາຍ້ອນເຮົາບໍ່ໄດ້ເປັນສ່ວນຂອງໂລກ. (ໂຢຮັນ 15:18-20; 1 ເປໂຕ 4:4) ແຕ່ເຮົາກໍເຕັມໃຈແບກເສົາທໍລະມານຂອງເຮົາ ແມ່ນແລ້ວ ເຮົາພ້ອມທີ່ຈະອົດທົນ ແມ່ນກະທັ່ງຕາຍດ້ວຍຊ້ຳ ແທນທີ່ຈະເຊົາຕິດຕາມຜູ້ເປັນແບບຢ່າງຂອງເຮົາ.—2 ຕີໂມເຕ 3:12.
10-12. (ກ) ເປັນຫຍັງຄວາມບໍ່ສົມບູນແບບຂອງຜູ້ຄົນທີ່ຢູ່ອ້ອມຂ້າງຈຶ່ງເປັນການທົດລອງຄວາມອົດທົນຂອງພະເຍຊູ? (ຂ) ສະພາບການອັນໃດແດ່ທີ່ເປັນການທົດລອງເຊິ່ງພະເຍຊູໄດ້ອົດທົນເອົາ?
10 ໃນລະຫວ່າງວຽກຮັບໃຊ້ ພະເຍຊູປະເຊີນກັບການທົດລອງອື່ນໆເຊິ່ງເກີດຈາກຄວາມບໍ່ສົມບູນແບບຂອງຜູ້ຄົນທີ່ຢູ່ອ້ອມຂ້າງພະອົງ. ຂໍໃຫ້ຈື່ວ່າພະອົງເປັນ “ນາຍຊ່າງ” ທີ່ພະເຢໂຫວາໃຊ້ໃຫ້ສ້າງແຜ່ນດິນໂລກແລະຊີວິດທັງໝົດທີ່ຢູ່ແຜ່ນດິນໂລກ. (ສຸພາສິດ 8:22-31, ລ.ມ.) ດັ່ງນັ້ນ ພະເຍຊູຈຶ່ງຮູ້ຈັກໃຈປະສົງຂອງພະເຢໂຫວາທີ່ມີຕໍ່ມະນຸດຊາດ ເຊິ່ງກໍຄືໃຫ້ສະທ້ອນຄຸນລັກສະນະຕ່າງໆຂອງພະເຢໂຫວາແລະໃຫ້ເພີດເພີນກັບຊີວິດທີ່ມີສຸຂະພາບສົມບູນດີ. (ຕົ້ນເດີມ 1:26-28) ເມື່ອຢູ່ແຜ່ນດິນໂລກ ພະເຍຊູໄດ້ເຫັນຜົນທີ່ໜ້າເສົ້າຂອງບາບຈາກແງ່ມຸມທີ່ຕ່າງອອກໄປ ພະອົງເອງເປັນ ມະນຸດຈຶ່ງສາມາດມີອາລົມແລະຄວາມຮູ້ສຶກແບບມະນຸດມີ. ພະອົງຄົງຕ້ອງເຈັບປວດໃຈສ່ຳໃດທີ່ໄດ້ຮູ້ເຫັນດ້ວຍຕົນເອງວ່າມະນຸດຢູ່ຫ່າງໄກຈາກຄວາມສົມບູນແບບ ເມື່ອສົມທຽບກັບທີ່ອາດາມແລະເອວາມີໃນຕອນທຳອິດ! ດ້ວຍເຫດນີ້ ພະເຍຊູຈຶ່ງປະເຊີນກັບການທົດລອງຄວາມອົດທົນ. ພະອົງຮູ້ສຶກທໍ້ແທ້ແລະໝົດຫວັງບໍ ໂດຍເບິ່ງມະນຸດທີ່ຜິດບາບວ່າບໍ່ມີຫົນທາງທີ່ຈະຊ່ວຍໄດ້ອີກແລ້ວ? ຂໍໃຫ້ມາເບິ່ງນຳກັນ.
11 ການທີ່ພວກຢິວບໍ່ສະແດງອາການຕອບສະໜອງເຮັດໃຫ້ພະເຍຊູໂສກເສົ້າເສຍໃຈເຖິງຂັ້ນຮ້ອງໄຫ້ອອກມາຢ່າງເປີດເຜີຍ. ພະອົງປ່ອຍໃຫ້ຄວາມເມີນເສີຍຂອງເຂົາເຈົ້າເຮັດໃຫ້ຄວາມກະຕືລືລົ້ນຂອງພະອົງໜ້ອຍລົງຫຼືເຮັດໃຫ້ພະອົງເຊົາປະກາດບໍ? ກົງກັນຂ້າມ ພະອົງ “ໄດ້ສັ່ງສອນໃນວິຫານທຸກວັນ.” (ລືກາ 19:41-44, 47) ພະອົງ “ເປັນທຸກ” ເນື່ອງຈາກພວກຟາລິຊຽນທີ່ມີຫົວໃຈແຂງກະດ້າງເຝົ້າເບິ່ງຢ່າງໃກ້ຊິດວ່າພະອົງຈະຮັກສາຊາຍຄົນໜຶ່ງໃນວັນຊະບາໂຕຫຼືບໍ່. ພະອົງຍອມໃຫ້ພວກຜູ້ຕໍ່ຕ້ານທີ່ຖືວ່າຕົນເອງຊອບທຳເຮັດໃຫ້ພະອົງຢ້ານບໍ? ບໍ່ເປັນແນວນັ້ນ! ພະອົງຢືນຢັດໝັ້ນຄົງແລະປິ່ນປົວຊາຍຄົນນັ້ນຢູ່ກາງໂຮງທຳນັ້ນເລີຍ!—ມາລະໂກ 3:1-5.
12 ຍັງມີສິ່ງອື່ນອີກທີ່ເຮັດໃຫ້ພະເຍຊູໜັກໃຈ ນັ້ນຄືຂໍ້ອ່ອນແອຂອງສາວົກທີ່ໃກ້ຊິດພະອົງທີ່ສຸດ. ດັ່ງທີ່ໄດ້ຮຽນແລ້ວໃນບົດທີ 3 ເຂົາເຈົ້າສະແດງຄວາມປາຖະໜາຢ່າງບໍ່ລົດລະທີ່ຈະໄດ້ຄວາມໂດ່ງດັງ. (ມັດທາຍ 20:20-24; ລືກາ 9:46) ພະເຍຊູໃຫ້ຄຳແນະນຳແກ່ເຂົາເຈົ້າຫຼາຍກວ່າໜຶ່ງຄັ້ງເລື່ອງຄວາມຈຳເປັນທີ່ຈະມີຄວາມຖ່ອມ. (ມັດທາຍ 18:1-6; 20:25-28) ແຕ່ເຂົາເຈົ້າກໍຊັກຊ້າໃນການຕອບສະໜອງ. ໃນຄືນສຸດທ້າຍທີ່ພະອົງຢູ່ກັບເຂົາເຈົ້າ ມີການ “ຖຽງກັນ” ວ່າໃຜໃນພວກເຂົາເປັນໃຫຍ່ທີ່ສຸດ! (ລືກາ 22:24) ພະເຍຊູໝົດຫວັງໃນໂຕເຂົາເຈົ້າ ໂດຍຫາເຫດຜົນວ່າເຂົາເຈົ້າໝົດທາງແກ້ໄຂໄດ້ແລ້ວບໍ? ບໍ່ແມ່ນ. ໂດຍອົດທົນສະເໝີ ພະອົງເບິ່ງໃນແງ່ດີແລະມີຄວາມຫວັງຢູ່ຕໍ່ໄປ ຍັງຄົງເບິ່ງຄຸນລັກສະນະທີ່ດີໃນໂຕເຂົາເຈົ້າ. ພະອົງຮູ້ວ່າໃນຫົວໃຈເຂົາເຈົ້າຮັກພະເຢໂຫວາແລະຕ້ອງການແທ້ໆທີ່ຈະເຮັດຕາມໃຈປະສົງຂອງພະອົງ.—ລືກາ 22:25-27.
13. ເຮົາອາດປະສົບກັບການທົດລອງອັນໃດທີ່ຄ້າຍກັບການທົດລອງທີ່ພະເຍຊູໄດ້ອົດທົນເອົາ?
13 ເຮົາອາດປະເຊີນການທົດລອງຄ້າຍກັບທີ່ພະເຍຊູໄດ້ອົດທົນເອົາ. ຕົວຢ່າງ ເຮົາອາດພໍ້ຜູ້ຄົນທີ່ບໍ່ຕອບຮັບຫຼືແມ່ນແຕ່ຕໍ່ຕ້ານຂ່າວສານເລື່ອງລາຊະອານາຈັກ. ເຮົາຈະຍອມໃຫ້ການຕອບສະໜອງແນວນັ້ນເຮັດໃຫ້ເຮົາທໍ້ໃຈບໍ ຫຼືເຮົາຈະປະກາດຕໍ່ໆໄປດ້ວຍຄວາມກະຕືລືລົ້ນ? (ຕິໂຕ 2:14) ເຮົາອາດຖືກທົດລອງຍ້ອນຄວາມບໍ່ສົມບູນແບບຂອງພີ່ນ້ອງຄລິດສະຕຽນ. ຄຳເວົ້າທີ່ບໍ່ໄດ້ຄຶດລ່ວງໜ້າຫຼືການກະທຳທີ່ບໍ່ໄດ້ຄິດຄັກໆອາດເຮັດໃຫ້ເຮົາຮູ້ສຶກເຈັບໃຈ. (ສຸພາສິດ 12:18) ເຮົາຈະປ່ອຍໃຫ້ຂໍ້ບົກພ່ອງຂອງເພື່ອນຮ່ວມຄວາມເຊື່ອເຮັດໃຫ້ເຮົາໝົດຫວັງໃນໂຕເຂົາເຈົ້າບໍ ຫຼືເຮົາຈະອົດທົນກັບຂໍ້ບົກພ່ອງນັ້ນຕໍ່ໆໄປແລະຊອກຫາສ່ວນທີ່ດີໃນໂຕເຂົາເຈົ້າ?—ໂກໂລດ 3:13.
ສິ່ງທີ່ຊ່ວຍໃຫ້ພະເຍຊູອົດທົນ
14. ປັດໄຈສອງຢ່າງອັນໃດທີ່ຊ່ວຍພະເຍຊູໃຫ້ຢືນຢັດໝັ້ນຄົງ?
14 ສິ່ງໃດທີ່ຊ່ວຍໃຫ້ພະເຍຊູຢືນຢັດໝັ້ນຄົງແລະຮັກສາຄວາມສັດຊື່ເຖິງແມ່ນວ່າປະເຊີນກັບການໝິ່ນປະໝາດ ຄວາມຜິດຫວັງ ແລະຄວາມທໍລະມານທຸກຢ່າງ? ມີປັດໄຈສອງຢ່າງທີ່ຄ້ຳຊູພະເຍຊູ. ປັດໄຈທຳອິດ ພະອົງໝາຍເພິ່ງພະເຢໂຫວາ ໂດຍອ້ອນວອນຕໍ່ “ພະເຈົ້າຜູ້ເປັນບໍ່ເກີດແຫ່ງຄວາມອົດທົນ.” (ໂລມ 15:5, ທ.ປ.) ປັດໄຈທີສອງ ພະເຍຊູເບິ່ງໄປທີ່ຂ້າງໜ້າ ໂດຍເລັງໃສ່ສິ່ງທີ່ຄວາມພຽນອົດທົນຂອງພະອົງຈະນຳໄປສູ່. ຂໍໃຫ້ພິຈາລະນາປັດໄຈເຫຼົ່ານີ້ເທື່ອລະຢ່າງ.
15, 16. (ກ) ສິ່ງໃດທີ່ສະແດງໃຫ້ເຫັນວ່າພະເຍຊູບໍ່ໄດ້ອາໄສກຳລັງຂອງຕົນເພື່ອຈະອົດທົນໄດ້? (ຂ) ພະເຍຊູມີຄວາມເຊື່ອໝັ້ນອັນໃດໃນພໍ່ ແລະເພາະເຫດໃດ?
15 ເຖິງແມ່ນວ່າເປັນລູກຊາຍຜູ້ສົມບູນແບບຂອງພະເຈົ້າ ພະເຍຊູກໍບໍ່ໄດ້ອາໄສກຳລັງຂອງຕົນເພື່ອຈະອົດທົນໄດ້. ແທນທີ່ຈະເປັນແນວນັ້ນ ພະອົງໝາຍເພິ່ງພໍ່ທີ່ຢູ່ໃນສະຫວັນແລະໄດ້ອະທິດຖານຂໍຄວາມຊ່ວຍເຫຼືອຈາກພະເຈົ້າ. ອັກຄະສາວົກໂປໂລຂຽນວ່າ “[ພະຄລິດ] ໄດ້ຖວາຍຄຳອ້ອນວອນແລະຄຳວອນຂໍເຊີນດ້ວຍຮ້ອງສຽງດັງແລະນ້ຳຕາໄຫຼເປັນອັນມາກແກ່ພະເຈົ້າຜູ້ອາດຈະຊ່ອຍພະອົງນັ້ນໃຫ້ພົ້ນຈາກຄວາມຕາຍໄດ້.” (ເຫບເລີ 5:7) ຂໍໃຫ້ສັງເກດວ່າພະເຍຊູ “ໄດ້ຖວາຍ” ບໍ່ພຽງແຕ່ຄຳຂໍຮ້ອງແຕ່ຍັງຖວາຍຄຳອ້ອນວອນນຳອີກ. ຄຳວ່າ “ອ້ອນວອນ” ໝາຍເຖິງການຂໍຮ້ອງຢ່າງຈິງໃຈແລະຈິງຈັງເປັນພິເສດ ແມ່ນແລ້ວ ເປັນການຂໍຄວາມຊ່ວຍເຫຼືອ. ການທີ່ໃນພາສາເດີມໃຊ້ຄຳ “ອ້ອນວອນ” ໃນຮູບພະຫຸພົດຊີ້ບອກວ່າພະເຍຊູອ້ອນວອນຕໍ່ພະເຢໂຫວາຫຼາຍກວ່າໜຶ່ງຄັ້ງ. ທີ່ຈິງ ຢູ່ສວນເຄດເຊມາເນພະເຍຊູໄດ້ອະທິດຖານຢ່າງຈິງຈັງຫຼາຍຄັ້ງ.—ມັດທາຍ 26:36-44.
16 ພະເຍຊູມີຄວາມໝັ້ນໃຈຢ່າງເຕັມທີວ່າພະເຢໂຫວາຈະຕອບຄຳອ້ອນວອນຂອງພະອົງ ເພາະຮູ້ວ່າພໍ່ເປັນ “ຜູ້ຟັງຄວາມອ້ອນວອນ.” (ຄຳເພງ 65:2) ໃນໄລຍະເວລາກ່ອນການມີຊີວິດເປັນມະນຸດ ລູກຊາຍກົກໄດ້ເຫັນວິທີທີ່ພໍ່ຕອບຄຳອະທິດຖານຂອງຜູ້ນະມັດສະການທີ່ຈົງຮັກພັກດີ. ຕົວຢ່າງ ລູກຊາຍໄດ້ເປັນພະຍານໃນສະຫວັນເມື່ອພະເຢໂຫວາໄດ້ສົ່ງທູດສະຫວັນອົງໜຶ່ງໄປເພື່ອຕອບຄຳອະທິດຖານທີ່ຈິງໃຈຂອງຜູ້ພະຍາກອນດານຽນ ແມ່ນແຕ່ກ່ອນທີ່ດານຽນຈະຈົບຄຳອະທິດຖານຂອງລາວຊ້ຳ. (ດານຽນ 9:20, 21) ດັ່ງນັ້ນ ຈະເປັນໄປໄດ້ແນວໃດທີ່ພໍ່ຈະບໍ່ຕອບຄຳອະທິດຖານເມື່ອລູກຊາຍຜູ້ດຽວທີ່ພະອົງໄດ້ສ້າງໂດຍກົງອະທິດຖານຢ່າງສຸດຫົວໃຈ “ດ້ວຍຮ້ອງສຽງດັງແລະນ້ຳຕາໄຫຼເປັນອັນມາກ”? ພະເຢໂຫວາໄດ້ຕອບສະໜອງຕໍ່ຄຳອ້ອນວອນຕ່າງໆຂອງລູກຊາຍໂດຍສົ່ງທູດສະຫວັນອົງໜຶ່ງໃຫ້ມາເສີມກຳລັງເພື່ອຈະທົນການທົດລອງທີ່ໜັກໜ່ວງນັ້ນໄດ້.—ລືກາ 22:43.
17. ເພື່ອຈະອົດທົນໄດ້ ເປັນຫຍັງເຮົາຄວນໝາຍເພິ່ງພະເຈົ້າ ແລະເຮົາອາດເຮັດເຊັ່ນນັ້ນໄດ້ແນວໃດ?
17 ເພື່ອຈະອົດທົນໄດ້ ເຮົາກໍເຊັ່ນກັນຕ້ອງໝາຍເພິ່ງພະເຈົ້າ “ຜູ້ຊູແຮງຂອງເຮົາ.” (ຟີລິບ 4:13) ຖ້າລູກຊາຍຜູ້ສົມບູນແບບຂອງພະເຈົ້າສຳນຶກເຖິງຄວາມຈຳເປັນທີ່ຈະ ອ້ອນວອນຂໍຄວາມຊ່ວຍເຫຼືອຈາກພະເຢໂຫວາ ເຮົາກໍແຮ່ງຄວນອ້ອນວອນຂໍຫຼາຍກວ່ານັ້ນອີກ! ຄືກັບພະເຍຊູ ເຮົາອາດຕ້ອງອ້ອນວອນພະເຢໂຫວາເທື່ອແລ້ວເທື່ອອີກ. (ມັດທາຍ 7:7) ເຖິງແມ່ນເຮົາບໍ່ໄດ້ຄາດໝາຍວ່າທູດສະຫວັນຈະມາຫາເຮົາ ແຕ່ເຮົາໝັ້ນໃຈໄດ້ວ່າພະເຈົ້າຜູ້ປ່ຽມດ້ວຍຄວາມຮັກຈະຕອບຄຳອ້ອນວອນຂອງຄລິດສະຕຽນຜູ້ຈົງຮັກພັກດີເຊິ່ງ “ອ້ອນວອນຢູ່ທັງກາງຄືນແລະກາງເວັນ.” (1 ຕີໂມເຕ 5:5) ເຖິງວ່າເຮົາຈະປະເຊີນກັບຄວາມລຳບາກໃດໆກໍຕາມ ບໍ່ວ່າຈະເປັນສຸຂະພາບທີ່ບໍ່ດີ ຄວາມຕາຍຂອງຄົນທີ່ເຮົາຮັກ ຫຼືການກົດຂີ່ຂົ່ມເຫງຂອງພວກຜູ້ຕໍ່ຕ້ານ ພະເຢໂຫວາຈະຕອບຄຳອະທິດຖານດ້ວຍໃຈແຮງກ້າຂອງເຮົາເພື່ອໃຫ້ມີສະຕິປັນຍາ ຄວາມກ້າຫານ ແລະກຳລັງທີ່ຈະອົດທົນໄດ້.—2 ໂກລິນໂທ 4:7-11; ຢາໂກໂບ 1:5.
18. ພະເຍຊູເຮັດແນວໃດໃນການເບິ່ງຂ້າມຄວາມລຳບາກໄປຫາສິ່ງທີ່ຢູ່ຂ້າງໜ້າ?
18 ປັດໄຈທີສອງທີ່ຊ່ວຍພະເຍຊູໃຫ້ອົດທົນໄດ້ແມ່ນການເບິ່ງຂ້າມຄວາມລຳບາກໄປຫາສິ່ງທີ່ຢູ່ຂ້າງໜ້າ. ຄຳພີໄບເບິນເວົ້າກ່ຽວກັບພະເຍຊູວ່າ “ເພາະເຫັນແກ່ຄວາມຍິນດີທີ່ຕັ້ງໄວ້ຕໍ່ໜ້າພະອົງກໍໄດ້ທົນເອົາໄມ້ກາງເຂນ.” (ເຫບເລີ 12:2) ຕົວຢ່າງຂອງພະເຍຊູສະແດງໃຫ້ເຫັນເຖິງວິທີທີ່ຄວາມຫວັງ ຄວາມຍິນດີ ແລະຄວາມອົດທົນເຮັດວຽກປະສານກັນ. ເລື່ອງນີ້ອາດສະຫຼຸບໄດ້ດັ່ງຕໍ່ໄປນີ້ ຄວາມຫວັງນຳໄປສູ່ຄວາມຍິນດີ ແລະຄວາມຍິນດີນຳໄປສູ່ຄວາມອົດທົນ. (ໂລມ 15:13; ໂກໂລດ 1:11) ພະເຍຊູມີອະນາຄົດອັນດີເລີດຢູ່ຂ້າງໜ້າ. ພະອົງຮູ້ວ່າຄວາມສັດຊື່ຂອງຕົນຈະຊ່ວຍພິສູດເຖິງສິດທິສູງສຸດໃນການປົກຄອງຂອງພໍ່ແລະຊ່ວຍພະອົງໃຫ້ຊື້ຄອບຄົວມະນຸດຊາດຄືນຈາກບາບ ແລະຄວາມຕາຍ. ພະເຍຊູຍັງມີຄວາມຫວັງທີ່ຈະປົກຄອງເປັນກະສັດແລະຮັບໃຊ້ເປັນປະໂລຫິດໃຫຍ່ເພື່ອຈະນຳເອົາພະພອນມາກມາຍມາສູ່ມະນຸດຊາດທີ່ເຊື່ອຟັງ. (ມັດທາຍ 20:28; ເຫບເລີ 7:23-26) ໂດຍເພັ່ງເລັງຢູ່ທີ່ອະນາຄົດແລະຄວາມຫວັງທີ່ຢູ່ຕໍ່ໜ້າພະອົງ ພະເຍຊູພົບຄວາມຍິນດີຈົນສຸດຈະພັນລະນາໄດ້ ແລະຄວາມຍິນດີນັ້ນກໍຊ່ວຍພະອົງໃຫ້ອົດທົນ.
19. ເມື່ອປະເຊີນກັບການທົດລອງຄວາມເຊື່ອ ເຮົາຈະໃຫ້ຄວາມຫວັງ ຄວາມຍິນດີ ແລະຄວາມອົດທົນເຮັດວຽກປະສານກັນແນວໃດເພື່ອປະໂຫຍດຂອງເຮົາ?
19 ຄືກັບພະເຍຊູ ເຮົາຕ້ອງໃຫ້ຄວາມຫວັງ ຄວາມຍິນດີ ແລະຄວາມອົດທົນເຮັດວຽກປະສານກັນເພື່ອປະໂຫຍດຂອງເຮົາ. ອັກຄະສາວົກໂປໂລກ່າວວ່າ “ຈົ່ງຊົມຊື່ນຍິນດີໃນຄວາມໄວ້ໃຈ [“ຄວາມຫວັງ,” ລ.ມ.].” ຈາກນັ້ນລາວກ່າວຕື່ມອີກວ່າ “ຈົ່ງມີໃຈອົດທົນໃນການຍາກລຳບາກ.” (ໂລມ 12:12) ຕອນນີ້ ເຈົ້າກຳລັງປະສົບກັບການທົດລອງທີ່ຮຸນແຮງຍ້ອນຄວາມເຊື່ອບໍ? ຖ້າເຊັ່ນນັ້ນກໍຂໍໃຫ້ເບິ່ງໄປຂ້າງໜ້າ. ຢ່າຊູ່ລືມວ່າຄວາມອົດທົນຂອງເຈົ້າຈະນຳເອົາຄຳສັນລະເສີນມາໃຫ້ກັບຊື່ຂອງພະເຢໂຫວາ. ຈົ່ງຮັກສາຄວາມຫວັງອັນລ້ຳຄ່າໃນເລື່ອງລາຊະອານາຈັກໄວ້ໃຫ້ຊັດເຈນ. ຈົ່ງນຶກພາບວ່າຕົນເອງຢູ່ໃນໂລກໃໝ່ຂອງພະເຈົ້າທີ່ຫຍັບໃກ້ເຂົ້າມາ ແລະຈົ່ງນຶກພາບວ່າຕົນເອງກຳລັງປະສົບກັບພະພອນຕ່າງໆໃນອຸທິຍານ. ການຄາດໝາຍລ່ວງໜ້າເຖິງຄວາມສຳເລັດເປັນຈິງຂອງສິ່ງຕ່າງໆທີ່ໜ້າອັດສະຈັນໃຈເຊິ່ງພະເຢໂຫວາໄດ້ສັນຍາໄວ້ ນັ້ນລວມເຖິງການພິສູດເຖິງສິດທິສູງສຸດໃນການປົກຄອງຂອງພະອົງ ການກຳຈັດຄວາມຊົ່ວຮ້າຍໃຫ້ອອກໄປຈາກແຜ່ນດິນໂລກ ແລະການກຳຈັດຄວາມເຈັບປ່ວຍແລະຄວາມຕາຍ ຈະເຮັດໃຫ້ຫົວໃຈຂອງເຈົ້າເຕັມໄປດ້ວຍຄວາມຍິນດີ ແລະນັ້ນກໍຈະຊ່ວຍໃຫ້ອົດທົນໄດ້ບໍ່ວ່າການຍາກລຳບາກໃດໆເກີດຂຶ້ນ. ເມື່ອສົມທຽບຄວາມສຳເລັດເປັນຈິງຂອງຄວາມຫວັງເລື່ອງລາຊະອານາຈັກ ຄວາມລຳບາກໃດໆໃນລະບົບນີ້ຈຶ່ງເປັນເລື່ອງ “ອັນເບົາ . . . ທີ່ມີຢູ່ແຕ່ສັກເວລາໜ້ອຍ.”—2 ໂກລິນໂທ 4:17.
“ຕິດຕາມຮອຍຕີນຂອງພະອົງໄປ”
20, 21. ໃນເລື່ອງຄວາມອົດທົນ ພະເຢໂຫວາຄາດໝາຍຫຍັງຈາກເຮົາ ແລະເຮົາຄວນມີຄວາມຕັ້ງໃຈແນວໃດ?
20 ພະເຍຊູຮູ້ວ່າການເປັນຜູ້ຕິດຕາມຂອງພະອົງຈະເປັນແນວທາງທີ່ທ້າທາຍເຊິ່ງຕ້ອງໃຊ້ຄວາມອົດທົນ. (ໂຢຮັນ 15:20) ພະອົງພ້ອມທີ່ຈະນຳທາງ ໂດຍຮູ້ວ່າຕົວຢ່າງ ຂອງພະອົງຈະເສີມກຳລັງໃຫ້ຄົນອື່ນ. (ໂຢຮັນ 16:33) ແມ່ນຢູ່ພະເຍຊູໄດ້ວາງຕົວຢ່າງອັນດີເລີດໃນເລື່ອງຄວາມອົດທົນ ແຕ່ເຮົາຢູ່ຫ່າງໄກຫຼາຍຈາກຄວາມສົມບູນແບບ. ພະເຢໂຫວາຄາດໝາຍຫຍັງຈາກເຮົາ? ທ່ານເປໂຕອະທິບາຍວ່າ “ພະຄລິດ . . . ໄດ້ຮັບທົນທຸກລຳບາກແທນທ່ານທັງຫຼາຍໃຫ້ເປັນແບບຢ່າງແກ່ພວກທ່ານ ເພື່ອພວກທ່ານຈະໄດ້ຕິດຕາມຮອຍຕີນຂອງພະອົງໄປ [“ຢ່າງໃກ້ຊິດ,” ລ.ມ.].” (1 ເປໂຕ 2:21) ວິທີທີ່ພະເຍຊູຮັບມືກັບຄວາມລຳບາກຕ່າງໆ ພະອົງວາງ “ແບບຢ່າງ” ໄວ້ເພື່ອໃຫ້ເຮົາເຮັດຕາມ. * ປະຫວັດກ່ຽວກັບຄວາມອົດທົນທີ່ພະອົງໄດ້ສ້າງໄວ້ອາດສົມທຽບໄດ້ກັບ “ຮອຍຕີນ.” ເຮົາບໍ່ສາມາດດຳເນີນຕາມຮອຍຕີນນັ້ນໄດ້ຢ່າງຄົບຖ້ວນ ແຕ່ເຮົາສາມາດດຳເນີນຕາມໄດ້ຢ່າງ “ໃກ້ຊິດ.”
21 ດັ່ງນັ້ນ ຂໍໃຫ້ເຮົາຕັ້ງໃຈຢ່າງແນ່ວແນ່ທີ່ຈະຕິດຕາມຕົວຢ່າງຂອງພະເຍຊູຈົນສຸດຄວາມສາມາດຂອງເຮົາ. ຢ່າລືມວ່າແຮ່ງເຮົາຕິດຕາມຮອຍຕີນຂອງພະເຍຊູຢ່າງໃກ້ຊິດຫຼາຍເທົ່າໃດ ເຮົາກໍແຮ່ງຈະກຽມພ້ອມຫຼາຍຂຶ້ນເທົ່ານັ້ນທີ່ຈະອົດທົນ “ເຖິງທີ່ສຸດ” ອາດເປັນທີ່ສຸດຂອງລະບົບເກົ່ານີ້ຫຼືທີ່ສຸດຂອງຊີວິດເຮົາໃນປັດຈຸບັນ. ເຮົາບໍ່ຮູ້ວ່າອັນໃດຈະເກີດຂຶ້ນກ່ອນ ແຕ່ເຮົາຮູ້ສິ່ງນີ້ຄືວ່າ ພະເຢໂຫວາຈະໃຫ້ລາງວັນທີ່ຄົງຢູ່ຕະຫຼອດການແກ່ເຮົາ ຖ້າເຮົາອົດທົນ.—ມັດທາຍ 24:13.
^ ຄຳພາສາກະເລັກທີ່ແປວ່າ “ແບບຢ່າງ” ມີຄວາມໝາຍຕາມຕົວອັກສອນວ່າ “ຈົດກ່າຍເອົາ.” ໃນພະຄຳພີຄລິດສະຕຽນພາກພາສາກະເລັກ ອັກຄະສາວົກເປໂຕເປັນຜູ້ຂຽນຄົນດຽວເທົ່ານັ້ນທີ່ໃຊ້ຄຳນີ້ ເຊິ່ງໃຊ້ເວົ້າເພື່ອໝາຍເຖິງ “‘ແມ່ແບບ’ ໃນປຶ້ມບົດຝຶກຫັດຂອງເດັກນ້ອຍ ເປັນແບບຢ່າງຂອງການຂຽນທີ່ຄົບຖ້ວນເຊິ່ງເດັກຕ້ອງກ່າຍເອົາໃຫ້ຄືເທົ່າທີ່ຈະຄືໄດ້.”