ບົດທີ 4
“ຈົ່ງເບິ່ງ ສິງແຫ່ງກະກູນຢູດາ”
1-3. ອັນຕະລາຍອັນໃດທີ່ເກີດຂຶ້ນກັບພະເຍຊູ ແລະພະອົງມີທ່າທີແນວໃດ?
ຝູງຄົນກຳລັງຊອກຈັບພະເຍຊູ. ເຂົາເຈົ້າເປັນຄົນກຸ່ມໃຫຍ່ທີ່ຖືດາບແລະໄມ້ຄ້ອນມາເປັນອາວຸດພ້ອມກັບມີທະຫານຢູ່ນຳ. ຄືກັບວ່າມີຈຸດປະສົງທີ່ຊົ່ວຮ້າຍນຳພາເຂົາເຈົ້າໃຫ້ຍ່າງໄປຕາມຖະໜົນຂອງເມືອງເຢຣຶຊາເລມທີ່ເປັນທາງມືດ ແລ້ວຂ້າມຮ່ອມພູເຊດໂຣນເພື່ອໄປພູເຂົາກົກໝາກກອກ. ເຖິງວ່າເດືອນເຕັມດວງກໍຕາມ ແຕ່ເຂົາເຈົ້າພາກັນຖືໂຄມໄຟແລະກະບອງໄປນຳ. ເຂົາເຈົ້າຕ້ອງໃຊ້ໂຄມໄຟແລະກະບອງເພື່ອເຍືອງທາງເພາະວ່າເມກບັງແສງເດືອນໄວ້ບໍ? ຫຼືເຂົາເຈົ້າຄາດວ່າຄົນທີ່ຕົນກຳລັງຊອກຫານັ້ນອາດຈະລີ້ຊ່ອນໂຕຢູ່ໃນຄວາມມືດບໍ? ທີ່ແນ່ໆກໍຄື ຜູ້ໃດກໍຕາມທີ່ຄຶດວ່າພະເຍຊູຢ້ານຈົນຫົດຫົວຢູ່ ກໍບໍ່ໄດ້ຮູ້ຈັກນິດໄສໃຈຄໍຂອງພະອົງ.
2 ພະເຍຊູຮູ້ເຖິງອັນຕະລາຍທີ່ພວມຫຍັບໃກ້ເຂົ້າມາ. ເຖິງປານນັ້ນ ພະອົງຢືນຖ້າຢູ່. ຢູດາເຊິ່ງເມື່ອກ່ອນເປັນເພື່ອນທີ່ໄວ້ໃຈໄດ້ເປັນຜູ້ພາກຸ່ມຄົນຍ່າງໃກ້ເຂົ້າມາ. ຢູດາໄດ້ທໍລະຍົດພະເຍຊູຢ່າງບໍ່ມີຢາງອາຍ ໂດຍລະບຸຕົວຜູ້ທີ່ເຄີຍເປັນນາຍດ້ວຍການທັກທາຍແບບໜ້າໄຫວ້ຫຼັງຫຼອກແລະການຈູບ. ແຕ່ພະເຍຊູກໍຍັງຢູ່ໃນທ່າທີສະຫງົບງຽບ. ຈາກນັ້ນພະເຍຊູກ້າວອອກໄປຕໍ່ໜ້າຝູງຄົນນັ້ນ. ພະອົງຖາມວ່າ “ທ່ານທັງຫຼາຍຊອກຫາຜູ້ໃດ?” ເຂົາເຈົ້າຕອບວ່າ “ພະເຍຊູຊາວນາຊາເລດ.”
3 ຄົນສ່ວນຫຼາຍອາດຈະຕົກໃຈຢ້ານເມື່ອຢູ່ຕໍ່ໜ້າກຸ່ມຄົນທີ່ມີອາວຸດແບບນັ້ນ. ບາງທີຄົນໝູ່ໃຫຍ່ກຸ່ມນີ້ອາດຄາດວ່າຜູ້ຊາຍທີ່ຢືນຢູ່ຕໍ່ໜ້າເຂົາເຈົ້າຈະຮູ້ສຶກເຊັ່ນນັ້ນ. ແຕ່ພະເຍຊູພັດບໍ່ໄດ້ຢ້ານແບບຫົດຫົວຢູ່ ບໍ່ໄດ້ປົບໜີ ທັງບໍ່ໄດ້ເວົ້າໂປ້ງຄຳຕົວະອັນໃດອອກມາ. ແທນທີ່ຈະເຮັດເຊັ່ນນັ້ນ ພະອົງພຽງແຕ່ເວົ້າວ່າ “ເຮົາເປັນຜູ້ນັ້ນ.” ທ່າທີຂອງພະອົງສະຫງົບແລະກ້າຫານຈົນກະທັ່ງຄົນໝູ່ໃຫຍ່ນັ້ນພາກັນຕົກຊະເງີ້. ເຂົາເຈົ້າເຊໄປທາງຫຼັງແລະລົ້ມລົງ!—ໂຢຮັນ 18:1-6; ມັດທາຍ 26:45-50; ມາລະໂກ 14:41-46.
4-6. (ກ) ມີການປຽບທຽບລູກຊາຍຂອງພະເຈົ້າກັບຫຍັງ ແລະເປັນຫຍັງຈຶ່ງປຽບທຽບເຊັ່ນນັ້ນ? (ຂ) ພະເຍຊູໄດ້ສະແດງຄວາມກ້າຫານໃນສາມແນວທາງໃດແດ່?
4 ເປັນໄປໄດ້ຈັ່ງໃດທີ່ພະເຍຊູປະເຊີນກັບອັນຕະລາຍທີ່ຮ້າຍແຮງເຊັ່ນນັ້ນດ້ວຍທ່າທີທີ່ສະຫງົບແລະມີການຢັບຢັ້ງຕົນເອງໄວ້ໄດ້? ຕອບໄດ້ດ້ວຍຄຳດຽວຄື ຄວາມກ້າຫານ. ຄວາມກ້າຫານເປັນຄຸນລັກສະນະໜຶ່ງທີ່ຈຳເປັນແລະໜ້າຍົກຍ້ອງຫຼາຍທີ່ສຸດໃນຕົວຂອງຜູ້ນຳ ແລະແນ່ນອນວ່າບໍ່ເຄີຍມີມະນຸດຄົນໃດເຮັດທຽບເທົ່າໄດ້ຫຼືເໜືອກວ່າພະເຍຊູໃນເລື່ອງນີ້. ໃນບົດກ່ອນ ເຮົາໄດ້ຮຽນຮູ້ວ່າພະເຍຊູຖ່ອມແລະອ່ອນນ້ອມສ່ຳໃດ. ມີການເອີ້ນພະອົງຢ່າງເໝາະສົມວ່າ “ລູກແກະ.” (ໂຢຮັນ 1:29) ແຕ່ຄວາມກ້າຫານຂອງພະເຍຊູເຮັດໃຫ້ມີການເອີ້ນພະອົງດ້ວຍຄຳພັນລະນາທີ່ຕ່າງອອກໄປ. ຄຳພີໄບເບິນກ່າວເຖິງລູກຊາຍຂອງພະເຈົ້າວ່າ “ຈົ່ງເບິ່ງ ສິງແຫ່ງກະກູນຢູດາ.”—ຄຳປາກົດ 5:5.
5 ມັກມີການເຊື່ອມໂຍງໂຕສິງເຂົ້າກັບຄວາມກ້າຫານ. ເຈົ້າເຄີຍຢືນເຊິ່ງໆໜ້າກັບສິງໃຫຍ່ຕົວຜູ້ບໍ? ຖ້າເຄີຍ ສ່ວນຫຼາຍແລ້ວເຈົ້າຄົງຢູ່ຫ່າງຈາກສັດນີ້ໃນໄລຍະທີ່ປອດໄພ ບາງທີມັນຖືກຂັງໄວ້ໃນກົງຢູ່ສວນສັດ. ແຕ່ປະສົບການເຊັ່ນນັ້ນກໍຍັງເຮັດໃຫ້ເປັນຕາຢ້ານຢູ່. ໃນຂະນະທີ່ເຮົາກຶ້ງຕາເບິ່ງໜ້າຂອງສັດໂຕນີ້ທີ່ໃຫຍ່ແລະມີກຳລັງ ມັນກໍຈະຈ້ອງເບິ່ງໜ້າເຮົາຄືນໂລດ ເປັນເລື່ອງຍາກທີ່ຈະນຶກພາບອອກວ່າໂຕສິງຈະແລ່ນໜີຈາກສິ່ງໃດໆຍ້ອນຄວາມຢ້ານ. ຄຳພີໄບເບິນກ່າວວ່າ “ຕົວສິງທີ່ມີແຮງຫຼາຍກວ່າສັດທັງປວງ ແລະບໍ່ຜີກຕໍ່ໜ້າຜູ້ໃດ.” (ສຸພາສິດ 30:30) ພະຄລິດກໍມີຄວາມກ້າຫານແບບນີ້ແຫຼະ.
6 ຂໍໃຫ້ພິຈາລະນາສາມແນວທາງທີ່ພະເຍຊູໄດ້ສະແດງຄວາມກ້າຫານຄືກັບໂຕສິງ ນັ້ນຄືໃນການປົກປ້ອງຄວາມຈິງ ໃນການສະໜັບສະໜູນຄວາມຍຸຕິທຳ ແລະໃນການປະເຊີນໜ້າກັບການຕໍ່ຕ້ານ. ເຮົາກໍຈະເຫັນອີກດ້ວຍວ່າເຮົາທຸກຄົນບໍ່ວ່າເປັນຄົນກ້າຫານໂດຍນິດໄສຫຼືບໍ່ກໍຕາມ ສາມາດຮຽນແບບພະເຍຊູໃນການສະແດງຄວາມກ້າຫານ.
ພະອົງປົກປ້ອງຄວາມຈິງຢ່າງກ້າຫານ
7-9. (ກ) ມີຫຍັງເກີດຂຶ້ນເມື່ອພະເຍຊູອາຍຸໄດ້ 12 ປີ ແລະສະພາບການນັ້ນເບິ່ງຄືວ່າເປັນຕາຢ້ານຄືແນວໃດສຳລັບເຈົ້າ? (ຂ) ພະເຍຊູສະແດງຄວາມກ້າຫານແນວໃດໃນການຕິດຕໍ່ພົວພັນກັບພວກຄູສອນໃນວິຫານ?
7 ໃນໂລກທີ່ປົກຄອງໂດຍຊາຕານເຊິ່ງເປັນ “ພໍ່ແຫ່ງຄວາມຕົວະ” ຫຼາຍຄັ້ງຕ້ອງໄດ້ມີຄວາມກ້າຫານເພື່ອຈະປົກປ້ອງຄວາມຈິງ. (ໂຢຮັນ 8:44; 14:30) ພະເຍຊູບໍ່ໄດ້ລໍຖ້າຈົນເປັນຜູ້ໃຫຍ່ແລ້ວຈຶ່ງສະແດງຈຸດຢືນແບບນີ້. ຕອນອາຍຸ 12 ປີ ພະເຍຊູໄດ້ແຍກຈາກພໍ່ແມ່ພາຍຫຼັງການສະຫຼອງເທສະການປັດສະຄາໃນເມືອງເຢຣຶຊາເລມ. ເປັນເວລາສາມມື້ທີ່ມາລີແລະໂຢເຊບຊອກຫາພະອົງດ້ວຍຄວາມກັງວົນ. ໃນທີ່ ສຸດກໍພົບພະອົງຢູ່ໃນວິຫານ. ພະອົງເຮັດຫຍັງຢູ່ຫັ້ນ? ພະອົງ “ນັ່ງຢູ່ໃນວິຫານທ່າມກາງພວກນາຍຄູສອນ ພວມຟັງແລະສືບຖາມເຂົາ.” (ລືກາ 2:41-50) ຂໍໃຫ້ພິຈາລະນາສາກເຫດການທີ່ມີການສົນທະນາກັນແບບນັ້ນ.
8 ນັກປະຫວັດສາດກ່າວວ່າເປັນທຳນຽມທີ່ຫົວໜ້າສາສະໜາຜູ້ທີ່ສຳຄັນບາງຄົນຈະຢູ່ວິຫານຕໍ່ໄປພາຍຫຼັງເທສະການເພື່ອສັ່ງສອນຢູ່ລະບຽງທີ່ກວ້າງຂວາງບ່ອນໜຶ່ງ. ຜູ້ຄົນຈະນັ່ງໃກ້ໆຕີນຂອງພວກຄູສອນເພື່ອຟັງແລະຕັ້ງໂຈດຖາມ. ຄູສອນເຫຼົ່ານີ້ເປັນຜູ້ທີ່ມີຄວາມຮູ້. ເຂົາເຈົ້າຊຳນານຫຼາຍໃນພະບັນຍັດຂອງໂມເຊລວມທັງຂໍ້ກົດໝາຍແລະປະເພນີຕ່າງໆທີ່ສັບຊ້ອນຫຼາຍເຊິ່ງມະນຸດໄດ້ຕັ້ງຂຶ້ນແລະຕື່ມເຂົ້າໃນເວລາຫຼາຍປີທີ່ຜ່ານມາ. ເຈົ້າຈະຮູ້ສຶກແນວໃດເມື່ອນັ່ງຢູ່ທ່າມກາງເຂົາເຈົ້າ? ຮູ້ສຶກຢ້ານບໍ? ເປັນເລື່ອງທຳມະດາທີ່ຈະຮູ້ສຶກແບບນັ້ນ. ເຈົ້າຈະຮູ້ສຶກແນວໃດຖ້າເຈົ້າເອງອາຍຸພຽງ 12 ປີເທົ່ານັ້ນ? ເດັກນ້ອຍຫຼາຍຄົນຮູ້ສຶກອາຍ. (ເຢເຣມີ 1:6) ບາງຄົນພະຍາຍາມສຸດຂີດເພື່ອຈະບໍ່ເຮັດໃຫ້ຕົນເອງເປັນຈຸດສົນໃຈຂອງນາຍຄູຢູ່ໂຮງຮຽນ; ເດັກເຫຼົ່ານີ້ຢ້ານວ່າຈະຖືກເອີ້ນຫຼືຖືກເລືອກໃຫ້ເຮັດບາງສິ່ງ ຢ້ານວ່າຈະອັບອາຍຂາຍໜ້າຫຼືຖືກເວົ້າສຽດສີໃສ່.
9 ແຕ່ເຮົາເຫັນພະເຍຊູນັ່ງຢູ່ທ່າມກາງຜູ້ທີ່ມີຄວາມຮູ້ ຕັ້ງໂຈດຖາມເຂົາເຈົ້າແບບບໍ່ໄດ້ຢ້ານກົວດ້ວຍຄຳຖາມທີ່ເລິກເຊິ່ງ. ແລະພະອົງຍັງໄດ້ເຮັດຫຼາຍກວ່ານັ້ນ. ບັນທຶກບອກເຮົາວ່າ “ຄົນທັງປວງທີ່ໄດ້ຍິນພະອົງໄດ້ປະຫຼາດໃຈດ້ວຍສະຕິປັນຍາແລະດ້ວຍຄຳຕອບຂອງພະອົງ.” (ລືກາ 2:47) ຄຳພີໄບເບິນບໍ່ໄດ້ບອກວ່າພະອົງໄດ້ກ່າວຫຍັງແດ່ໃນໂອກາດນັ້ນ ແຕ່ເຮົາໝັ້ນໃຈໄດ້ວ່າພະອົງບໍ່ໄດ້ຮຽນແບບຄຳຕົວະເຊິ່ງເປັນທີ່ນິຍົມຊົມຊອບໃນທ່າມກາງຄູສອນສາສະໜາເຫຼົ່ານັ້ນ. (1 ເປໂຕ 2:22) ພະອົງສະໜັບສະໜູນຄວາມຈິງໃນພະຄຳຂອງພະເຈົ້າ ແລະແນ່ນອນວ່າຜູ້ທີ່ຟັງພະອົງກໍອັດສະຈັນໃຈແທ້ໆທີ່ເດັກນ້ອຍອາຍຸພຽງ 12 ປີສາມາດສະແດງຄວາມເຂົ້າໃຈທີ່ເລິກເຊິ່ງແລະຄວາມກ້າຫານເຊັ່ນນັ້ນ.
10. ໜຸ່ມສາວຄລິດສະຕຽນໃນທຸກມື້ນີ້ຮຽນແບບຄວາມກ້າຫານຂອງພະເຍຊູຄືແນວໃດ?
10 ໃນທຸກມື້ນີ້ ໜຸ່ມສາວຄລິດສະຕຽນຈຳນວນນັບບໍ່ຖ້ວນກຳລັງຕິດຕາມຮອຍຕີນຂອງພະເຍຊູ. ແມ່ນຢູ່ ເຂົາເຈົ້າບໍ່ໄດ້ເປັນຄົນສົມບູນແບບຄືກັບພະເຍຊູຜູ້ເຍົາໄວ ແຕ່ເຊັ່ນດຽວກັບພະເຍຊູ ເຂົາເຈົ້າບໍ່ໄດ້ຖ້າຈົນເປັນຜູ້ໃຫຍ່ກ່ອນແລ້ວຈຶ່ງສະໜັບສະໜູນຄວາມຈິງ. ຢູ່ໂຮງຮຽນຫຼືຢູ່ໃນຊຸມຊົນທີ່ເຂົາເຈົ້າອາໄສຢູ່ ເຂົາເຈົ້າໃຊ້ຄຳຖາມແບບ ຜ່ອນສັ້ນຜ່ອນຍາວໃນການເວົ້າລົມກັບຜູ້ຄົນແລະແບ່ງປັນຄວາມຈິງໃຫ້ຄົນເຫຼົ່ານັ້ນດ້ວຍຄວາມນັບຖື. (1 ເປໂຕ 3:15) ຄົນເຫຼົ່ານີ້ໂດຍລວມແລ້ວໄດ້ຊ່ວຍໝູ່ນັກຮຽນ ຄູອາຈານ ແລະເພື່ອນບ້ານໃຫ້ເຂົ້າມາເປັນຜູ້ຕິດຕາມພະຄລິດ. ພະເຢໂຫວາຕ້ອງຍິນດີແທ້ໆໃນຄວາມກ້າຫານຂອງເຂົາເຈົ້າ! ພະຄຳຂອງພະເຢໂຫວາໄດ້ສົມທຽບຄົນໜຸ່ມສາວເຫຼົ່ານີ້ຄືກັບຢົດນ້ຳໝອກ ຍ້ອນວ່າມີຈຳນວນມາກມາຍ ໃຫ້ຄວາມສົດຊື່ນ ແລະໃຫ້ຄວາມຍິນດີ.—ຄຳເພງ 110:3.
11, 12. ຕອນເປັນຜູ້ໃຫຍ່ ພະເຍຊູສະແດງຄວາມກ້າຫານແນວໃດໃນການປົກປ້ອງຄວາມຈິງ?
11 ໃນຖານະເປັນຜູ້ໃຫຍ່ ພະເຍຊູໄດ້ສະແດງຄວາມກ້າຫານເທື່ອແລ້ວເທື່ອອີກໃນການປົກປ້ອງຄວາມຈິງ. ທີ່ຈິງ ການຮັບໃຊ້ຂອງພະອົງເລີ່ມຕົ້ນດ້ວຍການປະເຊີນໜ້າກັບສິ່ງທີ່ຫຼາຍຄົນອາດຖືວ່າເປັນຕາໜ້າຢ້ານກົວ. ບໍ່ແມ່ນໃນຖານະເປັນອັກຄະທູດສະຫວັນທີ່ມີລິດເດດ ແຕ່ໃນຖານະເປັນມະນຸດທຳມະດາ ພະເຍຊູຕ້ອງປະເຊີນໜ້າກັບຊາຕານເຊິ່ງເປັນສັດຕູທີ່ມີລິດເດດແລະອັນຕະລາຍທີ່ສຸດໃນບັນດາສັດຕູທັງໝົດຂອງພະເຢໂຫວາ. ພະເຍຊູໄດ້ປະຕິເສດຊາຕານແລະຫັກລ້າງການທີ່ມັນຍົກເອົາຂໍ້ຄວາມໃນພະຄຳພີທີ່ຂຽນຂຶ້ນໂດຍການດົນໃຈມາໃຊ້ແບບຜິດໆ. ພະເຍຊູຍຸດຕິການປະທະກັນນັ້ນໂດຍອອກຄຳສັ່ງຢ່າງກ້າຫານວ່າ “ຊາຕານຈົ່ງໜີເສຍ.”—ມັດທາຍ 4:2-11.
12 ໂດຍວິທີນີ້ພະເຍຊູຈຶ່ງໄດ້ວາງແບບຢ່າງໄວ້ສຳລັບວຽກຮັບໃຊ້ຂອງພະອົງ ໄດ້ປົກປ້ອງພະຄຳຂອງພໍ່ຢ່າງກ້າຫານໂດຍຕໍ່ຕ້ານຄວາມພະຍາຍາມທີ່ຈະບິດເບືອນແລະໃຊ້ພະຄຳນັ້ນຢ່າງຜິດໆ. ໃນສະໄໝນັ້ນກໍຄືໃນປັດຈຸບັນນີ້ ຄວາມບໍ່ສັດຊື່ເຊັ່ນນັ້ນທາງສາສະໜາຖືເປັນເລື່ອງທຳມະດາຫຼາຍ. ພະເຍຊູເວົ້າກັບພວກຫົວໜ້າສາສະໜາໃນສະໄໝຂອງພະອົງວ່າ “ພະຄຳຂອງພະເຈົ້າທ່ານທັງຫຼາຍໄດ້ໃຫ້ຍົກເລີກເສຍດ້ວຍຮີດຄອງຂອງທ່ານທີ່ພວກທ່ານສອນສືບໆຕໍ່ກັນມານັ້ນ.” (ມາລະໂກ 7:13) ຄົນເຫຼົ່ານັ້ນໄດ້ຮັບການນັບຖືຢ່າງຍິ່ງຈາກຜູ້ຄົນທົ່ວໄປ ແຕ່ພະເຍຊູພັດປະນາມເຂົາເຈົ້າແບບບໍ່ໄດ້ຢ້ານກົວວ່າ ເຂົາເຈົ້າເປັນຜູ້ນຳທາງທີ່ຕາບອດແລະເປັນຄົນໜ້າໄຫວ້ຫຼັງຫຼອກ. * (ມັດທາຍ 23:13, 16) ເຮົາຈະຮຽນແບບຄວາມກ້າຫານຂອງພະເຍຊູຈາກແງ່ນີ້ໄດ້ແນວໃດ?
13. ໃນການຮຽນແບບພະເຍຊູ ເຮົາຕ້ອງຈື່ອັນໃດໄວ້ ແລະເຖິງຢ່າງນັ້ນເຮົາມີສິດທິພິເສດອັນໃດ?
13 ແນ່ນອນ ເຮົາຄວນຈື່ໄວ້ວ່າເຮົາບໍ່ມີທັງຄວາມສາມາດໃນການອ່ານຫົວໃຈຫຼືສິດອຳນາດໃນການຕັດສິນຄືກັບທີ່ພະເຍຊູມີ. ແຕ່ເຮົາສາມາດຮຽນແບບພະອົງໃນການປົກປ້ອງຄວາມຈິງຢ່າງກ້າຫານ. ຕົວຢ່າງ ໂດຍການເປີດໂປງຄວາມຕົວະທາງສາສະໜາເຊິ່ງກໍຄືຄຳຕົວະທີ່ມີການສອນເລື້ອຍໆກ່ຽວກັບພະເຈົ້າ ຈຸດປະສົງຂອງພະອົງ ແລະພະຄຳຂອງພະອົງ ເຮົາກໍສ່ອງແສງສະຫວ່າງໃຫ້ແກ່ໂລກທີ່ມືດມົວເນື່ອງຈາກຄຳໂຄສະນາຊວນເຊື່ອຂອງຊາຕານ. (ມັດທາຍ 5:14; ຄຳປາກົດ 12:9, 10) ເຮົາຊ່ວຍປົດປ່ອຍຜູ້ຄົນຈາກການເປັນທາດຂອງຄຳສອນຕົວະເຊິ່ງໄດ້ເຮັດໃຫ້ຫົວໃຈຂອງເຂົາເຈົ້າເຕັມໄປດ້ວຍຄວາມຢ້ານກົວ ແລະນັ້ນຍັງກໍ່ຜົນເສຍຫາຍໃນສາຍສຳພັນຂອງເຂົາເຈົ້າກັບພະເຈົ້າ. ເປັນສິດທິພິເສດແທ້ໆທີ່ເຮົາເຫັນຄຳສັນຍາຂອງພະເຍຊູສຳເລັດເປັນຈິງທີ່ວ່າ “ຄວາມຈິງຈະໄຖ່ທ່ານໃຫ້ພົ້ນຈາກເປັນທາດ”!—ໂຢຮັນ 8:32.
ພະອົງສະໜັບສະໜູນຄວາມຍຸຕິທຳຢ່າງກ້າຫານ
14, 15. (ກ) ອັນໃດເປັນວິທີໜຶ່ງທີ່ພະເຍຊູເຮັດໃຫ້ເຫັນແຈ້ງວ່າ “ຄວາມຍຸຕິທຳເປັນແນວໃດ”? (ຂ) ໃນການລົມກັບຜູ້ຍິງສະມາລີ ພະເຍຊູເບິ່ງຂ້າມການມີອະຄະຕິອັນໃດ?
14 ຄຳພະຍາກອນໃນຄຳພີໄບເບິນໄດ້ບອກລ່ວງໜ້າວ່າຜູ້ທີ່ເປັນເມຊີຈະເຮັດໃຫ້ຊາດທັງປວງເຫັນແຈ້ງວ່າ “ຄວາມຍຸຕິທຳເປັນແນວໃດ.” (ມັດທາຍ 12:18, ລ.ມ.; ເອຊາອີ 42:1) ແນ່ນອນວ່າພະເຍຊູໄດ້ເຮັດເຊັ່ນນັ້ນຕອນທີ່ຢູ່ແຜ່ນດິນໂລກ. ດ້ວຍຄວາມກ້າຫານຢ່າງຍິ່ງ ພະອົງໄດ້ພິສູດຄວາມທ່ຽງທຳແລະຄວາມບໍ່ລຳອຽງໃນການປະຕິບັດກັບຄົນອື່ນຢູ່ສະເໝີ. ຕົວຢ່າງ ພະອົງປະຕິເສດອະຄະຕິທີ່ບໍ່ເປັນໄປຕາມຫຼັກພະຄຳພີແລະການບໍ່ຍອມຜ່ອນສັ້ນຜ່ອນຍາວເຊິ່ງມີແພ່ຫຼາຍໃນສັງຄົມທີ່ຢູ່ອ້ອມຂ້າງ.
15 ເມື່ອພະເຍຊູສົນທະນາກັບຜູ້ຍິງສະມາລີຢູ່ນ້ຳສ້າງທີ່ເມືອງຊີຄາ ພວກອັກຄະສາວົກຂອງພະເຍຊູພາກັນຕົກຊະເງີ້. ເພາະເຫດໃດ? ໃນສະໄໝນັ້ນ ຕາມທຳມະດາແລ້ວຄົນຢິວຊັງຄົນສະມາລີ; ຄວາມກຽດຊັງແບບນີ້ຍ້ອນຫຼັງໄປເປັນເວລາຫຼາຍຮ້ອຍປີແລ້ວ. (ເອເຊດຣາເຊ 4:4) ນອກຈາກນີ້ ລັບບີບາງຄົນມີທັດສະນະທີ່ດູຖູກຕໍ່ຜູ້ຍິງ. ກົດຂອງພວກລັບບີເຊິ່ງບັນທຶກໄວ້ພາຍຫຼັງຫ້າມບໍ່ໃຫ້ຜູ້ຊາຍລົມກັບຜູ້ຍິງ; ເຂົາເຈົ້າເຖິງຂັ້ນບົ່ງຊີ້ວ່າບໍ່ສົມຄວນທີ່ຈະສອນພະບັນຍັດຂອງພະເຈົ້າໃຫ້ຜູ້ຍິງ. ໂດຍສະເພາະແລ້ວມີການຖືວ່າຜູ້ຍິງຄົນສະມາລີເປັນມົນທິນ. ພະເຍຊູເບິ່ງຂ້າມການມີອະຄະຕິທີ່ບໍ່ຍຸຕິທຳເຊັ່ນນັ້ນແລະໄດ້ສອນຜູ້ຍິງສະມາລີຄົນນັ້ນຢ່າງເປີດເຜີຍ (ທັງໆທີ່ລາວດຳເນີນຊີວິດແບບຜິດສິນລະທຳ) ແລະເຖິງຂັ້ນເປີດເຜີຍໃຫ້ຮູ້ວ່າພະອົງເປັນເມຊີ.—ໂຢຮັນ 4:5-27.
16. ເປັນຫຍັງຄລິດສະຕຽນຈຶ່ງຕ້ອງມີຄວາມກ້າຫານເພື່ອທີ່ຈະແຕກຕ່າງຈາກຄົນອື່ນໃນເລື່ອງການມີອະຄະຕິ?
16 ເຈົ້າເຄີຍຢູ່ທ່າມກາງຄົນທີ່ມັກມີອະຄະຕິເຊິ່ງເປັນຕາໜ້າລັງກຽດບໍ? ບາງທີເຂົາເຈົ້າເວົ້າຕະຫຼົກໂດຍດູຖູກຄົນທີ່ຕ່າງສີຜິວຫຼືຕ່າງເຊື້ອຊາດ ເວົ້າປະໝາດຕໍ່ເພດກົງກັນຂ້າມ ຫຼືດູຖູກຄົນທີ່ມີຖານະທາງເສດຖະກິດແລະສັງຄົມທີ່ຕ່າງຈາກຕົນເອງ. ລູກສິດຂອງພະຄລິດບໍ່ເຫັນດີກັບທັດສະນະທີ່ໜ້າກຽດຊັງແບບນັ້ນ ແລະເຂົາເຈົ້າພະຍາຍາມຢ່າງຈິງຈັງທີ່ຈະກຳຈັດຮ່ອງຮອຍໃດໆຂອງອະຄະຕິທີ່ມີຢູ່ໃນຫົວໃຈຂອງຕົນເອງ. (ກິດຈະການ 10:34) ເຮົາແຕ່ລະຄົນຕ້ອງປູກຝັງຄວາມກ້າຫານເພື່ອຈະເປັນຄົນທ່ຽງທຳໃນເລື່ອງນີ້.
17. ພະເຍຊູໄດ້ລົງມືຈັດການກັບຫຍັງຢູ່ໃນວິຫານ ແລະຍ້ອນຫຍັງ?
17 ຄວາມກ້າຫານຍັງກະຕຸ້ນພະເຍຊູໃຫ້ຕໍ່ສູ້ເພື່ອຄວາມສະອາດຂອງປະຊາຊົນຂອງພະເຈົ້າແລະເພື່ອການຈັດຕຽມສຳລັບການນະມັດສະການທີ່ບໍລິສຸດ. ໃນຕອນຕົ້ນຂອງວຽກຮັບໃຊ້ ພະອົງໄດ້ເຂົ້າໄປໃນບໍລິເວນວິຫານທີ່ຢູ່ເມືອງເຢຣຶຊາເລມແລະຮູ້ສຶກຕົກໃຈທີ່ເຫັນພວກພໍ່ຄ້າແລະຄົນແລກປ່ຽນເງິນດຳເນີນທຸລະກິດຢູ່ທີ່ນັ້ນ. ດ້ວຍຄວາມຮູ້ສຶກຂຸ່ນເຄືອງຢ່າງຊອບທຳ ພະເຍຊູໄດ້ໄລ່ຄົນໂລບມາກເຫຼົ່ານັ້ນພ້ອມກັບສິນຄ້າຂອງເຂົາເຈົ້າອອກໄປຈາກທີ່ນັ້ນ. (ໂຢຮັນ 2:13-17) ພະອົງໄດ້ລົງມືຈັດການແບບທີ່ຄ້າຍໆກັນໃນພາຍຫຼັງ ຕອນທີ່ວຽກຮັບໃຊ້ຂອງພະອົງໃກ້ຈະສິ້ນສຸດລົງ. (ມາລະໂກ 11:15-18) ແນ່ນອນວ່າການເຮັດແບບນີ້ເປັນເຫດໃຫ້ພະອົງມີສັດຕູຈຳນວນໜຶ່ງທີ່ມີອິດທິພົນ ເຖິງປານນັ້ນພະອົງກໍບໍ່ໄດ້ລັງເລໃຈ. ເພາະເຫດໃດ? ກໍເພາະຕັ້ງແຕ່ຍັງ ນ້ອຍ ພະອົງໄດ້ເອີ້ນວິຫານນັ້ນວ່າເປັນເຮືອນຂອງພໍ່ພະອົງ ແລະພະອົງກໍໝາຍຄວາມວ່າແນວນັ້ນແທ້ໆ. (ລືກາ 2:49, ທ.ປ.) ການເຮັດໃຫ້ການນະມັດສະການທີ່ບໍລິສຸດເຊິ່ງດຳເນີນຢູ່ທີ່ນັ້ນເປັນມົນທິນຖືວ່າເປັນຄວາມອະທຳທີ່ພະອົງຍອມໃຫ້ບໍ່ໄດ້. ຄວາມກະຕືລືລົ້ນເຮັດໃຫ້ພະອົງມີຄວາມກ້າຫານທີ່ຈະເຮັດໃນສິ່ງທີ່ຈຳເປັນ.
18. ທຸກມື້ນີ້ຄລິດສະຕຽນຈະສະແດງຄວາມກ້າຫານແນວໃດເລື່ອງຄວາມສະອາດຂອງປະຊາຄົມ?
18 ພວກລູກສິດຂອງພະຄລິດໃນທຸກມື້ນີ້ກໍເຊັ່ນດຽວກັນເປັນຫ່ວງຢ່າງຍິ່ງໃນເລື່ອງຄວາມສະອາດຂອງປະຊາຊົນແລະການຈັດຕຽມເພື່ອການນະມັດສະການທີ່ບໍລິສຸດ. ຖ້າເຫັນວ່າເພື່ອນຄລິດສະຕຽນເຂົ້າໄປພົວພັນໃນການເຮັດຜິດທີ່ຮ້າຍແຮງ ເຂົາເຈົ້າບໍ່ແມ່ນວ່າຈະເບິ່ງຂ້າມເລື່ອງນັ້ນ. ເຂົາເຈົ້າຈະໄປເວົ້າກັບບຸກຄົນນັ້ນຫຼືຜູ້ເຖົ້າແກ່ຢ່າງກ້າຫານ. (1 ໂກລິນໂທ 1:11) ເຂົາເຈົ້າຈະບອກເລື່ອງນັ້ນໃຫ້ຜູ້ເຖົ້າແກ່ໃນປະຊາຄົມຮູ້ຢ່າງແນ່ນອນ. ຜູ້ເຖົ້າແກ່ສາມາດຊ່ວຍຜູ້ທີ່ເຈັບປ່ວຍຝ່າຍວິນຍານໄດ້ແລະຍັງສາມາດລົງມືຈັດການເພື່ອຮັກສາຝູງແກະຂອງພະເຢໂຫວາໃຫ້ຢູ່ໃນຖານະທີ່ສະອາດໄປນຳ.—ຢາໂກໂບ 5:14, 15.
19, 20. (ກ) ຄວາມບໍ່ຍຸຕິທຳອັນໃດທີ່ມີແພ່ຫຼາຍໃນສະໄໝຂອງພະເຍຊູ ແລະພະເຍຊູຖືກຄວາມກົດດັນອັນໃດ? (ຂ) ເປັນຫຍັງຜູ້ຕິດຕາມຂອງພະຄລິດຈຶ່ງບໍ່ເຂົ້າໄປຫຍຸ້ງກ່ຽວກັບການເມືອງແລະຄວາມຮຸນແຮງ ແລະອັນໃດແມ່ນຜົນຕອບແທນຢ່າງໜຶ່ງສຳລັບຈຸດຢືນຂອງເຂົາເຈົ້າ?
19 ເຮົາຄວນສະຫຼຸບບໍວ່າພະເຍຊູຕໍ່ສູ້ກັບຄວາມບໍ່ຍຸຕິທຳທາງສັງຄົມໃນໂລກໂດຍທົ່ວໄປ? ແນ່ນອນວ່າມີຄວາມບໍ່ຍຸຕິທຳຢູ່ທຸກແຫ່ງອ້ອມຮອບພະອົງ. ບ້ານເກີດຂອງພະອົງຖືກອຳນາດຕ່າງຊາດຍຶດຄອງຢູ່. ໂລມກົດຂີ່ຄົນຢິວໂດຍການຕັ້ງກອງທະຫານທີ່ແຂງແຮງປະຈຳການຢູ່ທີ່ນັ້ນ ເກັບພາສີສູງໆ ແລະແມ່ນແຕ່ເຂົ້າແຊກແຊງທຳນຽມທາງສາສະໜາຊ້ຳ. ບໍ່ເປັນຕາແປກໃຈທີ່ຫຼາຍຄົນຢາກໃຫ້ພະເຍຊູເຂົ້າໄປກ່ຽວຂ້ອງກັບການເມືອງໃນສະໄໝນັ້ນ. (ໂຢຮັນ 6:14, 15) ອີກຄັ້ງໜຶ່ງ ພະອົງຕ້ອງໄດ້ສຳແດງຄວາມກ້າຫານ.
20 ພະເຍຊູອະທິບາຍວ່າລາຊະອານາຈັກຂອງພະອົງບໍ່ເປັນສ່ວນຂອງໂລກນີ້. ໂດຍທາງຕົວຢ່າງ ພະອົງໄດ້ສັ່ງສອນຜູ້ຕິດຕາມວ່າບໍ່ໃຫ້ເຂົ້າໄປຫຍຸ້ງກ່ຽວກັບການຕໍ່ສູ້ທາງການເມືອງໃນສະໄໝນັ້ນ ແຕ່ໃຫ້ສຸມໃສ່ການປະກາດຂ່າວດີເລື່ອງລາຊະອານາຈັກຂອງພະເຈົ້າແທນ. (ໂຢຮັນ 17:16; 18:36) ພະອົງໄດ້ສອນບົດຮຽນທີ່ມີພະລັງໃນເລື່ອງຄວາມເປັນກາງເມື່ອຝູງຄົນໄດ້ມາຈັບພະອົງ. ເປໂຕໄດ້ລົງມືຈັດການແບບບໍ່ຄິດຮອບຄອບ ຊັກດາບຟັນຊາຍຄົນໜຶ່ງຈົນໄດ້ຮັບບາດເຈັບ. ເປັນເລື່ອງງ່າຍທີ່ຈະ ເຫັນດີກັບເປໂຕ. ເບິ່ງຄືວ່າມີເຫດຜົນທີ່ຈະໃຊ້ຄວາມຮຸນແຮງ ເພາະໃນຄືນນັ້ນລູກຊາຍຂອງພະເຈົ້າຜູ້ທີ່ປາສະຈາກຜິດໄດ້ຖືກບຸກໂຈມຕີ. ແຕ່ໃນຕອນນັ້ນເອງພະເຍຊູໄດ້ວາງມາດຕະຖານໄວ້ໃຫ້ຜູ້ຕິດຕາມຂອງພະອົງທີ່ຢູ່ແຜ່ນດິນໂລກເຊິ່ງກໍຕົກມາຈົນເຖິງສະໄໝປັດຈຸບັນນີ້ທີ່ວ່າ “ຈົ່ງເອົາດາບຂອງທ່ານໃສ່ໄວ້ໃນຝັກມັນ ເພາະວ່າຄົນທັງປວງທີ່ຖືເອົາດາບຈະຈິບຫາຍດ້ວຍດາບ.” (ມັດທາຍ 26:51-54) ສຳລັບຜູ້ຕິດຕາມຂອງພະຄລິດ ແນ່ນອນວ່າການຮັກສາຈຸດຢືນແບບທີ່ຮັກສັນຕິເຊັ່ນນັ້ນຕ້ອງມີຄວາມກ້າຫານ ເຊິ່ງເປັນແບບດຽວກັນໃນສະໄໝປັດຈຸບັນນີ້. ເນື່ອງຈາກຄວາມເປັນກາງແບບຄລິດສະຕຽນ ປະຊາຊົນຂອງພະເຈົ້າໃນທຸກມື້ນີ້ຈຶ່ງມີປະຫວັດທີ່ສະອາດໃນເລື່ອງການບໍ່ຫຍຸ້ງກ່ຽວກັບສົງຄາມ ການສັງຫານໝູ່ ການກໍ່ຄວາມວຸ່ນວາຍ ແລະການກະທຳດ້ວຍຄວາມຮຸນແຮງໃນແບບທີ່ຄ້າຍໆກັນເຊິ່ງມີຢ່າງນັບບໍ່ຖ້ວນໃນສະໄໝປັດຈຸບັນ. ປະຫວັດທີ່ດີເລີດເຊັ່ນນີ້ເປັນຜົນຕອບແທນຢ່າງໜຶ່ງສຳລັບຄວາມກ້າຫານຂອງເຂົາເຈົ້າ.
ພະອົງປະເຊີນການຕໍ່ຕ້ານຢ່າງກ້າຫານ
21, 22. (ກ) ພະເຍຊູໄດ້ຮັບການຊ່ວຍເຫຼືອຫຍັງກ່ອນປະເຊີນການທົດລອງທີ່ຍາກທີ່ສຸດ? (ຂ) ພະເຍຊູໄດ້ພິສູດແນວໃດວ່າກ້າຫານຈົນເຖິງທີ່ສຸດ?
21 ລູກຊາຍຂອງພະເຢໂຫວາຮູ້ລ່ວງໜ້າດີວ່າຈະປະເຊີນການຕໍ່ຕ້ານທີ່ຮຸນແຮງເມື່ອຢູ່ແຜ່ນດິນໂລກ. (ເອຊາອີ 50:4-7) ພະອົງປະເຊີນການຄຸກຄາມຫຼາຍຢ່າງທີ່ເປັນອັນຕະລາຍເຖິງຕາຍເຊິ່ງເຫດການທີ່ຮ້າຍແຮງທີ່ສຸດແມ່ນຕາມທີ່ພັນລະນາໄວ້ໃນຕອນຕົ້ນຂອງບົດນີ້. ພະເຍຊູຮັກສາຄວາມກ້າຫານໄວ້ໄດ້ແນວໃດທັງໆທີ່ປະເຊີນອັນຕະລາຍເຊັ່ນນັ້ນ? ຂໍໃຫ້ສັງເກດເບິ່ງວ່າພະເຍຊູເຮັດຫຍັງກ່ອນທີ່ຝູງຄົນກຸ່ມນັ້ນມາຈັບພະອົງ? ພະອົງອະທິດຖານຢ່າງຮ້ອນຮົນເຖິງພະເຢໂຫວາ. ແລະພະເຢໂຫວາເຮັດແນວໃດ? ຄຳພີໄບເບິນບອກເຮົາວ່າ “ພະເຈົ້າຈຶ່ງສະດັບຮັບຟັງພະອົງ.” (ເຫບເລີ 5:7, ທ.ປ.) ພະເຢໂຫວາໄດ້ສົ່ງທູດສະຫວັນອົງໜຶ່ງໃຫ້ມາເສີມກຳລັງລູກຊາຍຜູ້ກ້າຫານຂອງພະອົງ.—ລືກາ 22:42, 43.
22 ບໍ່ດົນພາຍຫຼັງທີ່ໄດ້ຮັບການເສີມກຳລັງ ພະເຍຊູເວົ້າກັບພວກອັກຄະສາວົກຂອງພະອົງວ່າ “ຈົ່ງລຸກຂຶ້ນເຖີ້ນ ເຮົາທັງຫຼາຍໄປເບິ່ງເຖີ້ນ.” (ມັດທາຍ 26:46) ຂໍໃຫ້ຄິດເຖິງຄວາມກ້າຫານທີ່ຢູ່ໃນຖ້ອຍຄຳດັ່ງກ່າວ. ພະອົງກ່າວວ່າ “ເຮົາທັງຫຼາຍໄປເບິ່ງເຖີ້ນ” ທັງໆທີ່ຮູ້ຢູ່ວ່າຈະຕ້ອງຂໍຝູງຄົນບໍ່ໃຫ້ທຳຮ້າຍໝູ່ເພື່ອນຂອງພະອົງ ຮູ້ວ່າ ໝູ່ເພື່ອນເຫຼົ່ານີ້ຈະປະຖິ້ມພະອົງແລ້ວໜີໄປ ແລະຮູ້ຢູ່ວ່າຕໍ່ຈາກນັ້ນຈະປະເຊີນໜ້າກັບຄວາມລຳບາກທີ່ສຸດໃນຊີວິດພຽງລຳພັງ. ດ້ວຍໂຕຄົນດຽວ ພະອົງປະເຊີນການພິຈາລະນາຄະດີທີ່ບໍ່ເປັນໄປຕາມກົດໝາຍແລະບໍ່ທ່ຽງທຳ ການເຍາະເຍີ້ຍ ການທໍລະມານ ແລະໃນທີ່ສຸດສິ້ນຊີວິດຢ່າງເຈັບປວດທໍລະມານ. ຕະຫຼອດໄລຍະການຍາກລຳບາກທີ່ແສນສາຫັດນີ້ ຄວາມກ້າຫານບໍ່ເຄີຍຂາດຫາຍໄປຈາກພະອົງ.
23. ຂໍໃຫ້ອະທິບາຍເຫດຜົນທີ່ພະເຍຊູບໍ່ໄດ້ຂາດການຄຶດໄຕ່ຕອງຢ່າງຮອບຄອບໃນວິທີທີ່ພະອົງປະເຊີນກັບອັນຕະລາຍແລະການຄຸກຄາມຂອງຄວາມຕາຍ.
23 ພະເຍຊູຂາດການຄຶດໄຕ່ຕອງຢ່າງຮອບຄອບບໍ? ບໍ່ແມ່ນ ການຂາດການຄຶດໄຕ່ຕອງຢ່າງຮອບຄອບເປັນຄົນລະເລື່ອງກັບຄວາມກ້າຫານແທ້. ທີ່ຈິງ ພະເຍຊູໄດ້ສອນຜູ້ຕິດຕາມພະອົງໃຫ້ເປັນຄົນລະມັດລະວັງ ໃຫ້ຖອຍໜີອອກຈາກອັນຕະລາຍຢ່າງສຸຂຸມເພື່ອຈະສາມາດສືບຕໍ່ເຮັດຕາມໃຈປະສົງຂອງພະເຈົ້າຕໍ່ໆໄປ. (ມັດທາຍ 4:12; ) ແຕ່ໃນກໍລະນີນີ້ພະເຍຊູຮູ້ຢູ່ແລ້ວວ່າບໍ່ມີທາງທີ່ຈະຖອຍໜີ. ພະອົງຮູ້ວ່າໃຈປະສົງຂອງພະເຈົ້າກ່ຽວຂ້ອງຢູ່ນຳ. ພະເຍຊູຕັ້ງໃຈຢ່າງແນ່ວແນ່ທີ່ຈະຮັກສາຄວາມສັດຊື່ຂອງຕົນເອງ ດັ່ງນັ້ນ ທາງດຽວກໍຄືປະເຊີນໜ້າກັບການທົດລອງແບບເຊິ່ງໆໜ້າ. 10:16
24. ເມື່ອປະເຊີນກັບການທົດລອງໃດໆກໍຕາມທີ່ອາດເກີດຂຶ້ນ ເປັນຫຍັງຈຶ່ງອາດໝັ້ນໃຈໄດ້ວ່າເຮົາພິສູດຄວາມກ້າຫານໄດ້?
24 ຫຼາຍຕໍ່ຫຼາຍເທື່ອທີ່ຜູ້ຕິດຕາມຂອງພະເຍຊູໄດ້ດຳເນີນຕາມຮອຍຕີນຂອງຜູ້ເປັນນາຍຢ່າງກ້າຫານ! ຫຼາຍຄົນໄດ້ຢືນຢັດໝັ້ນຄົງແມ່ນວ່າປະເຊີນການເຍາະເຍີ້ຍ ການຂົ່ມເຫງ ການຖືກຈັບ ການຕິດຄຸກ ການທໍລະມານ ແລະກະທັ່ງຄວາມຕາຍ. ມະນຸດທີ່ບໍ່ສົມບູນແບບໄດ້ຄວາມກ້າຫານແບບນີ້ມາແຕ່ໃສ? ຄວາມກ້າຫານແບບນີ້ບໍ່ແມ່ນວ່າພຽງແຕ່ເກີດຂຶ້ນມາຈາກພາຍໃນ. ເຊັ່ນດຽວກັບທີ່ພະເຍຊູໄດ້ຮັບຄວາມຊ່ວຍເຫຼືອຈາກພະເຈົ້າ ຜູ້ຕິດຕາມຂອງພະອົງກໍໄດ້ຮັບຄວາມຊ່ວຍເຫຼືອແບບດຽວກັນນັ້ນ. (ຟີລິບ 4:13) ດັ່ງນັ້ນ ບໍ່ຕ້ອງຢ້ານວ່າຈະເກີດຫຍັງຂຶ້ນໃນອະນາຄົດ. ຂໍໃຫ້ຕັ້ງໃຈຢ່າງແນ່ວແນ່ທີ່ຈະຮັກສາຄວາມພັກດີຂອງເຈົ້າໄວ້ ແລະພະເຢໂຫວາຈະປະທານຄວາມກ້າຫານທີ່ເຈົ້າຈຳເປັນຕ້ອງມີ. ຈົ່ງຮັບເອົາກຳລັງຕໍ່ໆໄປຈາກຕົວຢ່າງຂອງພະເຍຊູ ຜູ້ນຳຂອງເຮົາເຊິ່ງກ່າວວ່າ “ຈົ່ງມີໃຈກ້າ. ເຮົາໄດ້ແພ້ໂລກແລ້ວ.”—ໂຢຮັນ 16:33.
^ ນັກປະຫວັດສາດໄດ້ໃຫ້ຂໍ້ສັງເກດວ່າບ່ອນຝັງສົບຂອງພວກລັບບີໄດ້ຮັບຄວາມນັບຖືແບບດຽວກັບບ່ອນຝັງສົບຂອງຜູ້ພະຍາກອນແລະປະຖົມບັນພະບຸລຸດ.