ບົດທີ 2
“ເຮົາເປັນທາງນັ້ນແລະເປັນຄວາມຈິງແລະເປັນຊີວິດ”
1, 2. ເປັນຫຍັງການເຂົ້າຫາພະເຢໂຫວາດ້ວຍໂຕເຮົາເອງຈຶ່ງເປັນໄປບໍ່ໄດ້ ແລະພະເຍຊູຄລິດໄດ້ເຮັດຫຍັງເພື່ອເຮົາໃນເລື່ອງນີ້?
ເຈົ້າເຄີຍຫຼົງທາງບໍ? ເຈົ້າອາດຈື່ໄດ້ທີ່ເທື່ອໜຶ່ງເດີນທາງໄປຢາມໝູ່ຫຼືພີ່ນ້ອງແລະໄປບໍ່ຖືກທາງ. ໃນຂະນະໄປຕາມທາງທີ່ບໍ່ລຶ້ງເຄີຍ ເຈົ້າໄດ້ຢຸດຖາມບາງຄົນເພື່ອຮູ້ທາງໄປບໍ? ຄິດເບິ່ງດູເຈົ້າຈະຮູ້ສຶກແນວໃດ ຖ້າຄົນໃຈດີຜູ້ໜຶ່ງບໍ່ພຽງແຕ່ບອກທາງໄປເທົ່ານັ້ນ ແຕ່ຍັງເວົ້າວ່າ ‘ນຳຂ້ອຍມາ ຂ້ອຍຈະພາເຈົ້າໄປບ່ອນນັ້ນ.’ ເຈົ້າຈະຮູ້ສຶກໂລ່ງໃຈແທ້ໆ!
2 ໃນແງ່ໜຶ່ງ ພະເຍຊູຄລິດເຮັດສິ່ງທີ່ຄ້າຍກັນນັ້ນເພື່ອເຮົາ. ການທີ່ຈະເຂົ້າເຖິງພະເຈົ້າດ້ວຍໂຕເຮົາເອງຄົງຈະເປັນໄປບໍ່ໄດ້. ເນື່ອງຈາກໄດ້ສືບທອດບາບແລະຄວາມບໍ່ສົມບູນແບບ ໂລກແຫ່ງມະນຸດຊາດໄດ້ຫຼົງທາງຈຶ່ງ “ເຫີນຫ່າງຈາກຊີວິດເຊິ່ງເປັນຂອງພະເຈົ້າ.” (ເອເຟດ 4:17, 18, ລ.ມ.) ເຮົາຕ້ອງໄດ້ຮັບຄວາມຊ່ວຍເຫຼືອເພື່ອພົບທາງທີ່ຈະໄປ. ພະເຍຊູຜູ້ເປັນແບບຢ່າງທີ່ປ່ຽມລົ້ນດ້ວຍຄວາມກະລຸນາບໍ່ພຽງແຕ່ໃຫ້ຄຳແນະນຳແລະບອກທາງ ພະອົງເຮັດຫຼາຍກວ່ານັ້ນ. ດັ່ງທີ່ເຮົາເຫັນໃນບົດທີ 1 ພະເຍຊູເຊີນເຮົາໂດຍກ່າວວ່າ “ຕາມເຮົາໄປເຖີ້ນ.” (ມາລະໂກ 10:21) ແນວໃດກໍຕາມ ພະອົງໃຫ້ເຫດຜົນໜັກແໜ້ນເພື່ອເຮົາຈະຮັບເອົາຄຳເຊີນນັ້ນ. ໃນໂອກາດໜຶ່ງພະເຍຊູກ່າວວ່າ “ເຮົາເປັນທາງນັ້ນແລະເປັນຄວາມຈິງແລະເປັນຊີວິດ. ບໍ່ມີຜູ້ໃດມາຫາພະບິດາເທົ່າເວັ້ນໄວ້ມາດ້ວຍເຮົາ.” (ໂຢຮັນ 14:6) ຂໍໃຫ້ພິຈາລະນາບາງເຫດຜົນວ່າການເຂົ້າຫາພໍ່ເປັນໄປໄດ້ໂດຍທາງລູກຊາຍເທົ່ານັ້ນ. ໂດຍອີງໃສ່ເຫດຜົນເຫຼົ່ານັ້ນ ເຮົາຈະພິຈາລະນາເຖິງວິທີທີ່ພະເຍຊູ “ເປັນທາງນັ້ນແລະເປັນຄວາມຈິງແລະເປັນຊີວິດ” ແທ້ໆ.
ບົດບາດສຳຄັນໃນຈຸດປະສົງຂອງພະເຢໂຫວາ
3. ເປັນຫຍັງຈຶ່ງຕ້ອງເຂົ້າຫາພະເຈົ້າໂດຍຜ່ານທາງພະເຍຊູ?
3 ເຫດຜົນສຳຄັນທີ່ສຸດ ການເຂົ້າຫາພະເຈົ້າຕ້ອງຜ່ານທາງພະເຍຊູເພາະພະເຢໂຫວາ ໄດ້ເລືອກລູກຊາຍໃຫ້ເຮັດບົດບາດສຳຄັນທີ່ສຸດນີ້. * ພໍ່ໄດ້ຕັ້ງລູກເປັນບຸກຄົນສຳຄັນທີ່ສຸດເພື່ອເຮັດໃຫ້ຈຸດປະສົງຂອງພໍ່ສຳເລັດ. (2 ໂກລິນໂທ 1:20; ໂກໂລດ 1:18-20) ເພື່ອຈະເຂົ້າໃຈບົດບາດສຳຄັນຂອງລູກຊາຍ ເຮົາຕ້ອງພິຈາລະນາສິ່ງທີ່ໄດ້ເກີດຂຶ້ນໃນສວນເອເດນທີ່ມະນຸດຄູ່ທຳອິດໄດ້ຮ່ວມມືກັບຊາຕານໃນການກະບົດຕໍ່ພະເຢໂຫວາ.—ຕົ້ນເດີມ 2:16, 17, 3:1-6.
4. ການກະບົດຢູ່ສວນເອເດນໄດ້ຍົກປະເດັນອັນໃດຂຶ້ນມາ ແລະເພື່ອແກ້ໄຂປະເດັນນັ້ນພະເຢໂຫວາໄດ້ຕັດສິນໃຈເຮັດຫຍັງ?
4 ການກະບົດໃນສວນເອເດນໄດ້ເຮັດໃຫ້ເກີດປະເດັນທີ່ສົ່ງຜົນກະທົບຕໍ່ສິ່ງເນລະມິດສ້າງທັງໝົດ ນັ້ນຄື ພະເຢໂຫວາພະເຈົ້າປົກຄອງຜູ້ທີ່ພະອົງໄດ້ສ້າງໃນວິທີທີ່ເໝາະສົມບໍ? ເພື່ອຍຸດຕິປະເດັນທີ່ສຳຄັນນີ້ ພະເຢໂຫວາຕັດສິນໃຈວ່າລູກຊາຍເຊິ່ງເປັນກາຍວິນຍານທີ່ສົມບູນແບບຈະຕ້ອງມາທີ່ແຜ່ນດິນໂລກ. ວຽກມອບໝາຍທີ່ລູກຊາຍຕ້ອງເຮັດໃຫ້ສຳເລັດມີຄວາມສຳຄັນທີ່ສຸດ ນັ້ນຄືສະລະຊີວິດຂອງຕົນເອງເພື່ອພິສູດເຖິງສິດທິສູງສຸດໃນການປົກຄອງຂອງພະເຢໂຫວາແລະເປັນຄ່າໄຖ່ເພື່ອຊ່ວຍມະນຸດຊາດໃຫ້ລອດ. ໂດຍການຮັກສາຄວາມສັດຊື່ຈົນສິ້ນຊີວິດ ລູກຊາຍທີ່ຖືກເລືອກຈະເຮັດໃຫ້ເປັນໄປໄດ້ທີ່ຈະແກ້ໄຂບັນຫາທັງໝົດທີ່ເກີດຂຶ້ນຍ້ອນການກະບົດຂອງຊາຕານ. (ເຫບເລີ 2:14, 15; 1 ໂຢຮັນ 3:8) ແຕ່ພະເຢໂຫວາມີລູກຊາຍທີ່ເປັນກາຍວິນຍານສົມບູນແບບຈຳນວນຫຼາຍໆລ້ານອົງ. (ດານຽນ 7:9, 10) ເພື່ອເຮັດໃຫ້ວຽກມອບໝາຍທີ່ສຳຄັນທີ່ສຸດນີ້ສຳເລັດ ພະອົງເລືອກລູກຄົນໃດ? ພະເຢໂຫວາເລືອກ “ລູກຊາຍຜູ້ດຽວທີ່ພະອົງໄດ້ສ້າງໂດຍກົງ” ຜູ້ເຊິ່ງຕໍ່ມາເປັນທີ່ຮູ້ຈັກວ່າພະເຍຊູຄລິດ.—ໂຢຮັນ 3:16, ລ.ມ.
5, 6. ພະເຢໂຫວາສະແດງໃຫ້ເຫັນແນວໃດວ່າພະອົງມີຄວາມໝັ້ນໃຈໃນລູກຊາຍ ແລະຄວາມໝັ້ນໃຈນີ້ອີງໃສ່ພື້ນຖານອັນໃດ?
5 ເຮົາຄວນແປກໃຈໃນການເລືອກຂອງພະເຢໂຫວາບໍ? ບໍ່ແປກໃຈ! ພໍ່ມີຄວາມໝັ້ນໃຈທີ່ສຸດໃນລູກຊາຍຜູ້ດຽວທີ່ພະອົງໄດ້ສ້າງໂດຍກົງ. ຫຼາຍສະຕະວັດກ່ອນລູກຊາຍຈະມາທີ່ແຜ່ນດິນໂລກ ພະເຢໂຫວາໄດ້ບອກລ່ວງໜ້າວ່າລູກຊາຍຜູ້ນີ້ຈະຮັກສາຄວາມພັກດີທັງໆທີ່ໄດ້ຮັບຄວາມທຸກໃນຫຼາຍຮູບແບບ. (ເອຊາອີ 53:3-7, 10-12; ກິດຈະການ 8:32-35) ຂໍໃຫ້ພິຈາລະນາຄວາມໝາຍຂອງເລື່ອງນີ້. ລູກຊາຍນີ້ກໍຄືກັບສິ່ງເນລະມິດສ້າງອື່ນໆທີ່ມີຄວາມຮູ້ສຶກນຶກຄິດ ຄືມີເຈດຈຳນົງເສລີ ສາມາດເລືອກແນວທາງຊີວິດຂອງຕົນເອງ. ແຕ່ພະເຢໂຫວາມີຄວາມໝັ້ນໃຈຈົນໄດ້ບອກລ່ວງໜ້າເຖິງຄວາມສັດຊື່ຂອງລູກຊາຍ. ຄວາມໝັ້ນໃຈນີ້ອີງໃສ່ອັນໃດ? ເວົ້າສັ້ນໆ ອີງໃສ່ຄວາມຮູ້. ພະເຢໂຫວາຮູ້ຈັກລູກຊາຍດີແລະຮູ້ວ່າລູກຊາຍຕ້ອງການໃຫ້ພໍ່ພໍໃຈຫຼາຍສ່ຳໃດ. (ໂຢຮັນ 8:29; 14:31) ລູກຊາຍຮັກພໍ່ ແລະພະເຢໂຫວາກໍຮັກລູກຊາຍ. (ໂຢຮັນ 3:35) ຄວາມຮັກທີ່ພໍ່ແລະລູກມີຕໍ່ກັນໄດ້ສ້າງຄວາມຜູກພັນຂອງເອກະພາບແລະຄວາມໄວ້ເນື້ອເຊື່ອໃຈກັນທີ່ບໍ່ມີວັນທຳລາຍໄດ້.—ໂກໂລດ 3:14.
6 ເມື່ອຄຳນຶງເຖິງບົດບາດສຳຄັນຂອງລູກຊາຍ ຄວາມໝັ້ນໃຈທີ່ພໍ່ມີຕໍ່ລູກ ແລະຄວາມຮັກທີ່ຜູກພັນພໍ່ກັບລູກເຂົ້ານຳກັນ ຈະແປກບໍທີ່ວ່າການເຂົ້າຫາພະເຈົ້າເປັນໄປໄດ້ໂດຍທາງພະເຍຊູເທົ່ານັ້ນ? ພ້ອມນີ້ ຍັງມີອີກເຫດຜົນໜຶ່ງທີ່ວ່າມີແຕ່ລູກຊາຍເທົ່ານັ້ນທີ່ສາມາດພາເຮົາໄປເຖິງພໍ່.
ມີແຕ່ລູກຊາຍເທົ່ານັ້ນທີ່ຮູ້ຈັກພໍ່ຢ່າງຖ້ອງແທ້
7, 8. ເປັນຫຍັງພະເຍຊູຈຶ່ງເວົ້າໄດ້ຢ່າງຖືກຕ້ອງວ່າບໍ່ມີຜູ້ໃດຮູ້ຈັກພໍ່ “ເທົ່າເວັ້ນໄວ້ແຕ່ພະບຸດ”?
7 ເພື່ອຈະເຂົ້າເຖິງພະເຢໂຫວາເຮົາຕ້ອງບັນລຸຂໍ້ຮຽກຮ້ອງບາງຂໍ້. (ຄຳເພງ 15:1-5) ຈະມີໃຜຮູ້ດີກວ່າລູກຊາຍບໍວ່າຕ້ອງເຮັດອັນໃດແດ່ເພື່ອບັນລຸມາດຕະຖານແລະໄດ້ຮັບຄວາມພໍໃຈຈາກພະເຈົ້າ? ພະເຍຊູກ່າວວ່າ “ພະບິດາຂອງເຮົາໄດ້ເອົາສັບພະທຸກສິ່ງມອບໄວ້ແກ່ເຮົາ ແລະບໍ່ມີຜູ້ໃດຮູ້ຈັກພະບຸດເທົ່າເວັ້ນໄວ້ແຕ່ພະບິດາ ແລະບໍ່ມີຜູ້ໃດຮູ້ຈັກພະບິດາເທົ່າເວັ້ນໄວ້ແຕ່ພະບຸດແລະຜູ້ນັ້ນທີ່ພະບຸດຈະມີນ້ຳໃຈໃຫ້ຮູ້ຈັກ.” (ມັດທາຍ 11:27) ຂໍໃຫ້ເຮົາເບິ່ງເຫດຜົນທີ່ພະເຍຊູສາມາດເວົ້າໄດ້ຢ່າງຖືກຕ້ອງແລະບໍ່ເປັນການເວົ້າເກີນຈິງທີ່ວ່າ ບໍ່ມີຜູ້ໃດຮູ້ຈັກພໍ່ຢ່າງຖ້ອງແທ້ “ເທົ່າເວັ້ນໄວ້ແຕ່ພະບຸດ.”
8 ເນື່ອງຈາກເປັນ “ບຸດຫົວທີແຫ່ງສັບພະທຸກສິ່ງທີ່ສ້າງແລ້ວ” ລູກຊາຍຈຶ່ງມີຄວາມໃກ້ຊິດເປັນພິເສດກັບພະເຢໂຫວາ. (ໂກໂລດ 1:15) ຂໍໃຫ້ນຶກເຖິງສາຍສຳພັນອັນໃກ້ຊິດຂອງພໍ່ກັບລູກທີ່ໄດ້ພັດທະນາຂຶ້ນໃນເວລາດົນນານຈົນເກີນກວ່າຈະນັບໄດ້ຕອນທີ່ມີພຽງແຕ່ພໍ່ກັບລູກເທົ່ານັ້ນ ຄືຕັ້ງແຕ່ເລີ່ມຕົ້ນການເນລະມິດສ້າງຈົນເຖິງການສ້າງກາຍວິນຍານອື່ນໆ. (ໂຢຮັນ 1:3; ໂກໂລດ 1:16, 17) ຄິດເບິ່ງດູວ່າລູກຊາຍມີ ໂອກາດອັນລ້ຳເລີດພຽງໃດທີ່ຢູ່ກັບພໍ່ ດູດຊຶມເອົາຄວາມຄຶດຂອງພໍ່ໃນເລື່ອງຕ່າງໆ ແລະຮຽນຮູ້ໃຈປະສົງ ມາດຕະຖານແລະແນວທາງຂອງພໍ່. ທີ່ຈິງ ບໍ່ໄດ້ເວົ້າເກີນຄວາມຈິງທີ່ຈະບອກວ່າພະເຍຊູຮູ້ຈັກພໍ່ດີກວ່າຄົນອື່ນໆຮູ້. ແນ່ນອນວ່າຄວາມໃກ້ຊິດນີ້ສາມາດເຮັດໃຫ້ພະເຍຊູເປີດເຜີຍກ່ຽວກັບພໍ່ໃນວິທີຕ່າງໆທີ່ບໍ່ມີໃຜສາມາດເຮັດໄດ້.
9, 10. (ກ) ພະເຍຊູເປີດເຜີຍກ່ຽວກັບພໍ່ຂອງພະອົງໃນວິທີໃດແດ່? (ຂ) ເຮົາຕ້ອງເຮັດຫຍັງແດ່ເພື່ອຈະໄດ້ຮັບຄວາມພໍໃຈຈາກພະເຢໂຫວາ?
9 ຄຳສອນຂອງພະເຍຊູສະທ້ອນເຖິງຄວາມສຳນຶກອັນແຮງກ້າກ່ຽວກັບວິທີທີ່ພະເຢໂຫວາຄິດແລະຮູ້ສຶກ ແລະກ່ຽວກັບສິ່ງທີ່ພະເຢໂຫວາຮຽກຮ້ອງຈາກຜູ້ນະມັດສະການພະອົງ. * ພະເຍຊູໄດ້ເປີດເຜີຍກ່ຽວກັບພໍ່ໃນວິທີທີ່ເດັ່ນອີກວິທີໜຶ່ງ. ພະເຍຊູກ່າວວ່າ “ຜູ້ທີ່ໄດ້ເຫັນເຮົາກໍໄດ້ເຫັນພະບິດາ.” (ໂຢຮັນ 14:9) ພະເຍຊູຮຽນແບບພໍ່ໄດ້ຢ່າງຄົບຖ້ວນໃນທຸກສິ່ງທີ່ພະອົງເວົ້າແລະເຮັດ. ດັ່ງນັ້ນ ເມື່ອເຮົາອ່ານເລື່ອງຂອງພະເຍຊູໃນຄຳພີໄບເບິນ ເຊັ່ນວ່າ ຄຳເວົ້າທີ່ມີພະລັງແລະດຶງດູດໃຈທີ່ພະອົງໃຊ້ໃນການສອນ ຄວາມເມດຕາທີ່ກະຕຸ້ນພະອົງໃຫ້ປິ່ນປົວຄົນເຈັບປ່ວຍ ແລະການຮ່ວມຄວາມຮູ້ສຶກທີ່ເຮັດໃຫ້ພະອົງຮ້ອງໄຫ້ ເຮົານຶກພາບໄດ້ເລີຍວ່າພະເຢໂຫວາກໍເວົ້າແລະເຮັດແບບດຽວກັນນັ້ນແຫຼະ. (ມັດທາຍ 7:28, 29; ມາລະໂກ 1:40-42; ໂຢຮັນ 11:32-36) ແນວທາງແລະໃຈປະສົງຂອງພໍ່ປາກົດໃຫ້ເຫັນຢ່າງຄົບຖ້ວນໂດຍທາງຄຳເວົ້າແລະການກະທຳຂອງລູກຊາຍ. (ໂຢຮັນ 5:19; 8:28; 12:49, 50) ດັ່ງນັ້ນ ເພື່ອຈະໄດ້ຮັບຄວາມພໍໃຈຈາກພະເຢໂຫວາ ເຮົາຕ້ອງເອົາໃຈໃສ່ຟັງຄຳສອນຂອງພະເຍຊູແລະຕິດຕາມຕົວຢ່າງຂອງພະອົງ.—ໂຢຮັນ 14:23.
10 ເນື່ອງຈາກພະເຍຊູຮູ້ຈັກພະເຢໂຫວາເປັນຢ່າງດີແລະຮຽນແບບພະອົງໄດ້ຢ່າງຄົບຖ້ວນ ຈຶ່ງບໍ່ແມ່ນເລື່ອງແປກທີ່ພະເຢໂຫວາໄດ້ຕັ້ງໃຈໃຫ້ລູກຊາຍເປັນວິທີທາງໃນການເຂົ້າຫາພະອົງ. ໂດຍອາໄສພື້ນຖານນີ້ຈຶ່ງຊ່ວຍໃຫ້ເຂົ້າໃຈເຫດຜົນທີ່ເຮົາສາມາດເຂົ້າເຖິງພະເຢໂຫວາໂດຍທາງພະເຍຊູເທົ່ານັ້ນ ຕອນນີ້ຂໍໃຫ້ເຮົາພິຈາລະນາຄວາມໝາຍຂອງຄຳເວົ້າຂອງພະເຍຊູທີ່ວ່າ “ເຮົາເປັນທາງນັ້ນແລະເປັນຄວາມຈິງແລະເປັນຊີວິດ. ບໍ່ມີຜູ້ໃດມາຫາພະບິດາເທົ່າເວັ້ນໄວ້ມາດ້ວຍເຮົາ.”—ໂຢຮັນ 14:6.
“ເຮົາເປັນທາງນັ້ນ”
11. (ກ) ເປັນຫຍັງເຮົາຈຶ່ງເຂົ້າສູ່ສາຍສຳພັນທີ່ພະເຈົ້າຍອມຮັບໄດ້ໂດຍທາງພະເຍຊູເທົ່ານັ້ນ? (ຂ) ຖ້ອຍຄຳທີ່ບັນທຶກໃນໂຢຮັນ 14:6 ເນັ້ນເຖິງຕຳແໜ່ງສະເພາະຂອງພະເຍຊູຄືແນວໃດ? (ເບິ່ງຂໍ້ຄວາມໄຂເງື່ອນ.)
11 ເຮົາໄດ້ຮຽນແລ້ວວ່າບໍ່ມີທາງອື່ນທີ່ຈະເຂົ້າຫາພະເຈົ້າຖ້າບໍ່ແມ່ນໂດຍທາງພະເຍຊູ. ຂໍໃຫ້ພິຈາລະນາລະອຽດຫຼາຍຂຶ້ນວ່າເລື່ອງນີ້ມີຄວາມໝາຍແນວໃດຕໍ່ເຮົາ. ພະເຍຊູ “ເປັນທາງນັ້ນ” ໃນແງ່ທີ່ວ່າໂດຍທາງພະອົງເທົ່ານັ້ນເຮົາຈຶ່ງສາມາດເຂົ້າສູ່ສາຍສຳພັນທີ່ພະເຈົ້າຍອມຮັບເອົາ. ເປັນຫຍັງຈຶ່ງເປັນແນວນັ້ນ? ໂດຍການຮັກສາຄວາມສັດຊື່ຈົນສິ້ນຊີວິດ ພະເຍຊູໄດ້ມອບຊີວິດຕົນເອງເປັນຄ່າໄຖ່. (ມັດທາຍ 20:28) ຖ້າປາສະຈາກການຈັດຕຽມຄ່າໄຖ່ນີ້ ເຮົາຄົງບໍ່ມີທາງທີ່ຈະເຂົ້າເຖິງພະເຈົ້າໄດ້. ບາບສ້າງສິ່ງກີດຂວາງລະຫວ່າງມະນຸດກັບພະເຈົ້າ ເນື່ອງຈາກພະເຢໂຫວາບໍລິສຸດ ດັ່ງນັ້ນຈຶ່ງບໍ່ມີວັນທີ່ພະອົງຈະເຫັນດີກັບບາບ. (ເອຊາອີ 6:3; 59:2) ແຕ່ເຄື່ອງບູຊາຂອງພະເຍຊູກຳຈັດສິ່ງກີດຂວາງນັ້ນອອກໄປ ເຄື່ອງບູຊານັ້ນໄດ້ປົກປິດຫຼືໄຖ່ໂທດບາບໃນແບບທີ່ຈຳເປັນ. (ເຫບເລີ 10:12; 1 ໂຢຮັນ 1:7) ຖ້າເຮົາຍອມຮັບການຈັດຕຽມຂອງພະເຈົ້າຜ່ານທາງພະຄລິດແລະສະແດງຄວາມເຊື່ອໃນເຄື່ອງບູຊານີ້ ເຮົາຈະໄດ້ຮັບຄວາມໂປດປານຈາກພະເຢໂຫວາ. ບໍ່ມີທາງອື່ນທີ່ເຮົາຈະ “ເປັນໄມຕີກັນກັບພະເຈົ້າ.” *—ໂລມ 5:6-11.
12. ພະເຍຊູເປັນ “ທາງນັ້ນ” ໃນຄວາມໝາຍໃດ?
12 ພະເຍຊູ “ເປັນທາງນັ້ນ” ໃນເລື່ອງການອະທິດຖານ. ໂດຍທາງພະເຍຊູເທົ່ານັ້ນເຮົາຈຶ່ງສາມາດເຂົ້າຫາພະເຢໂຫວາໃນຄຳອະທິດຖານດ້ວຍຄວາມໝັ້ນໃຈວ່າຄຳອ້ອນວອນຈາກໃຈຈິງຂອງເຮົາຈະເປັນທີ່ຮັບຟັງຢ່າງເຕັມໃຈ. (1 ໂຢຮັນ 5:13, 14) ພະເຍຊູເອງກ່າວວ່າ “ສັບພະທຸກສິ່ງທີ່ທ່ານທັງຫຼາຍຈະຂໍນຳພະບິດາໃນນາມຊື່ຂອງເຮົາ ພະເຈົ້າຈະປະທານໃຫ້ແກ່ທ່ານທັງຫຼາຍ. . . . ຈົ່ງຂໍແລະທ່ານຈະຮັບເພື່ອຄວາມຍິນດີຂອງທ່ານຈະຄົບເຕັມແລ້ວ.” (ໂຢຮັນ 16:23, 24) ເປັນເລື່ອງເໝາະສົມທີ່ເຮົາສາມາດເຂົ້າຫາພະເຢໂຫວາແລະເອີ້ນພະອົງວ່າ “ພະບິດາຂອງຂ້າພະເຈົ້າ ທັງຫຼາຍ” ເມື່ອເຮົາອະທິດຖານໂດຍຜ່ານທາງພະເຍຊູ. (ມັດທາຍ 6:9) ພະເຍຊູເປັນ “ທາງນັ້ນ” ໃນອີກຄວາມໝາຍໜຶ່ງ ນັ້ນຄືໂດຍຕົວຢ່າງຂອງພະອົງ. ດັ່ງທີ່ກ່າວມາກ່ອນ ພະເຍຊູໄດ້ຮຽນແບບພໍ່ໄດ້ຢ່າງສົມບູນແບບ. ດ້ວຍເຫດນີ້ ຕົວຢ່າງຂອງພະເຍຊູສະແດງໃຫ້ເຫັນວິທີດຳເນີນຊີວິດເພື່ອເຮັດໃຫ້ພະເຢໂຫວາພໍໃຈ. ດັ່ງນັ້ນເພື່ອຈະເຂົ້າຫາພະເຢໂຫວາໄດ້ ເຮົາຕ້ອງຍ່າງຕາມຮອຍຕີນຂອງພະເຍຊູ.—1 ເປໂຕ 2:21.
“ເຮົາເປັນ . . . ຄວາມຈິງ”
13, 14. (ກ) ພະເຍຊູເປັນຄວາມຈິງໃນຖ້ອຍຄຳຂອງພະອົງຄືແນວໃດ? (ຂ) ເພື່ອພະເຍຊູຈະເປັນ “ຄວາມຈິງ” ພະອົງຕ້ອງໄດ້ເຮັດຫຍັງ ແລະຍ້ອນຫຍັງ?
13 ພະເຍຊູເວົ້າຄວາມຈິງສະເໝີກ່ຽວກັບຄຳກ່າວຂອງພໍ່ທີ່ມີລັກສະນະເປັນຄຳພະຍາກອນ. (ໂຢຮັນ 8:40, 45, 46) ບໍ່ເຄີຍມີກົນອຸບາຍໃນປາກຂອງພະເຍຊູ. (1 ເປໂຕ 2:22) ແມ່ນແຕ່ຜູ້ຕໍ່ຕ້ານກໍຍອມຮັບວ່າພະອົງສອນ “ທາງແຫ່ງພະເຈົ້າດ້ວຍຄວາມຈິງ.” (ມາລະໂກ 12:13, 14) ແຕ່ເມື່ອພະເຍຊູກ່າວວ່າ “ເຮົາເປັນ . . . ຄວາມຈິງ” ພະອົງບໍ່ພຽງແຕ່ໝາຍຄວາມເຖິງການທີ່ພະອົງເຮັດໃຫ້ຄວາມຈິງເປັນທີ່ຮູ້ຈັກໂດຍທາງການເວົ້າ ການປະກາດ ແລະການສອນ. ການເປັນຄວາມຈິງຂອງພະເຍຊູກ່ຽວຂ້ອງຫຼາຍກວ່າການເວົ້າຄວາມຈິງ.
14 ຂໍໃຫ້ຈື່ວ່າຫຼາຍສະຕະວັດກ່ອນສະໄໝພະເຍຊູ ພະເຢໂຫວາໄດ້ດົນໃຈໃຫ້ຜູ້ຂຽນຄຳພີໄບເບິນບັນທຶກຄຳພະຍາກອນຫຼາຍເລື່ອງກ່ຽວກັບເມຊີຫຼືພະຄລິດ. ຄຳພະຍາກອນເຫຼົ່ານີ້ບອກລາຍລະອຽດກ່ຽວກັບຊີວິດ ວຽກຮັບໃຊ້ ແລະການຕາຍຂອງພະອົງ. ນອກຈາກນີ້ ພະບັນຍັດທີ່ໃຫ້ຜ່ານທາງໂມເຊມີແບບຢ່າງທີ່ເປັນລັກສະນະພະຍາກອນເຊິ່ງຊີ້ເຖິງເມຊີ. (ເຫບເລີ 10:1) ພະເຍຊູຈະພິສູດຕົວສັດຊື່ຈົນສິ້ນຊີວິດບໍ ເຊິ່ງໂດຍວິທີນີ້ຈຶ່ງເຮັດໃຫ້ທຸກສິ່ງທີ່ພະຍາກອນໄວ້ກ່ຽວກັບພະອົງສຳເລັດເປັນຈິງ? ສະເພາະໂດຍວິທີນີ້ຈຶ່ງເປັນການພິສູດວ່າພະເຢໂຫວາເປັນພະເຈົ້າແຫ່ງຄຳພະຍາກອນທີ່ແທ້ຈິງ. ໜ້າທີ່ຮັບຜິດຊອບອັນໜັກໜ່ວງນີ້ວາງໄວ້ເທິງບ່າພະເຍຊູ. ໂດຍວິທີການດຳເນີນຊີວິດ—ທຸກຖ້ອຍຄຳແລະການກະທຳທຸກຢ່າງຂອງພະອົງ ພະເຍຊູໄດ້ພິສູດວ່າແບບແຜນທີ່ເປັນລັກສະນະພະຍາກອນເປັນຄວາມຈິງແທ້ໆ. (2 ໂກລິນໂທ 1:20) ໂດຍວິທີນີ້ ພະເຍຊູຈຶ່ງເປັນ “ຄວາມຈິງ” ໃນຄວາມໝາຍທີ່ວ່າຖ້ອຍຄຳແຫ່ງ ຄຳພະຍາກອນຂອງພະເຢໂຫວາກາຍເປັນຈິງໃນໂຕຂອງພະເຍຊູ.—ໂຢຮັນ 1:17; ໂກໂລດ 2:16, 17.
“ເຮົາເປັນ . . . ຊີວິດ”
15. ການສະແດງຄວາມເຊື່ອໃນລູກຊາຍໝາຍຄວາມວ່າແນວໃດ ແລະການເຮັດເຊັ່ນນັ້ນຈະນຳໄປສູ່ສິ່ງໃດ?
15 ພະເຍຊູເປັນ “ຊີວິດ” ເພາະໂດຍທາງພະອົງເທົ່ານັ້ນເຮົາຈຶ່ງໄດ້ຮັບຊີວິດ ນັ້ນຄື “ຊີວິດອັນແທ້.” (1 ຕີໂມເຕ 6:19) ຄຳພີໄບເບິນກ່າວວ່າ “ຜູ້ທີ່ເຊື່ອໃນພະບຸດນັ້ນກໍມີຊີວິດອັນຕະຫຼອດໄປເປັນນິດ ແຕ່ວ່າຜູ້ທີ່ບໍ່ເຊື່ອຟັງພະບຸດນັ້ນກໍຈະບໍ່ເຫັນຊີວິດ ແຕ່ວ່າຄວາມຄຽດຂອງພະເຈົ້າກໍຕັ້ງຢູ່ເທິງຜູ້ນັ້ນ.” (ໂຢຮັນ 3:36) ການສະແດງຄວາມເຊື່ອໃນລູກຊາຍຂອງພະເຈົ້າໝາຍຄວາມວ່າແນວໃດ? ໝາຍຄວາມວ່າເຮົາເຊື່ອໝັ້ນວ່າເຮົາຈະບໍ່ໄດ້ຮັບຊີວິດຖ້າປາສະຈາກພະອົງ. ນອກຈາກນັ້ນຍັງໝາຍຄວາມວ່າເຮົາສະແດງຄວາມເຊື່ອໂດຍການກະທຳ ຮຽນຮູ້ຈາກພະເຍຊູຕໍ່ໆໄປ ແລະເຮັດສຸດຄວາມສາມາດຂອງເຮົາທີ່ຈະຕິດຕາມຄຳສອນແລະຕົວຢ່າງຂອງພະອົງ. (ຢາໂກໂບ 2:26) ດັ່ງນັ້ນ ການສະແດງຄວາມເຊື່ອໃນລູກຊາຍຂອງພະເຈົ້າຈຶ່ງນຳໄປສູ່ຊີວິດຕະຫຼອດໄປ—ຊີວິດອະມະຕະໃນສະພາບກາຍວິນຍານໃນສະຫວັນສຳລັບ “ຝູງນ້ອຍ” ເຊິ່ງແມ່ນຄລິດສະຕຽນຜູ້ຖືກເຈີມດ້ວຍພະວິນຍານ ແລະຊີວິດມະນຸດສົມບູນແບບເທິງແຜ່ນດິນໂລກທີ່ເປັນອຸທິຍານສຳລັບ “ຊົນຝູງໃຫຍ່” ຂອງ “ແກະອື່ນ.”—ລືກາ 12:32; 23:43; ຄຳປາກົດ 7:9-17, ລ.ມ.; ໂຢຮັນ 10:16.
16, 17. (ກ) ພະເຍຊູຈະພິສູດແນວໃດວ່າເປັນ “ຊີວິດ” ແມ່ນກະທັ່ງສຳລັບຜູ້ທີ່ຕາຍໄປແລ້ວ? (ຂ) ເຮົາສາມາດໝັ້ນໃຈໃນເລື່ອງໃດ?
16 ຈະວ່າແນວໃດສຳລັບຜູ້ທີ່ຕາຍໄປແລ້ວ? ພະເຍຊູເປັນ “ຊີວິດ” ສຳລັບເຂົາເຈົ້າເຊັ່ນກັນ. ບໍ່ດົນກ່ອນທີ່ພະເຍຊູຈະປຸກລາຊະໂລເພື່ອນຂອງພະອົງໃຫ້ຄືນມາຈາກຕາຍ ພະເຍຊູບອກມາທາເອື້ອຍຂອງລາຊະໂລວ່າ “ເຮົາເປັນການຄືນມາຈາກຕາຍແລະເປັນຊີວິດ. ຜູ້ທີ່ເຊື່ອໃນເຮົາແມ່ນວ່າເພິ່ນຕາຍແລ້ວກໍຈະມີຊີວິດຢູ່.” (ໂຢຮັນ 11:25) ພະເຢໂຫວາໄດ້ມອບ “ລູກກະແຈແຫ່ງຄວາມຕາຍແລະແຫ່ງບ່ອນທີ່ຕາບໍ່ເຫັນ” ໃຫ້ກັບລູກຊາຍ ໃຫ້ສິດອຳນາດລູກຊາຍທີ່ຈະປຸກຄົນຕາຍໃຫ້ຄືນມາ. (ຄຳປາກົດ 1:17, 18) ດ້ວຍລູກກະແຈດັ່ງກ່າວພະເຍຊູຜູ້ມີສະຫງ່າຈະໄຂປະຕູບ່ອນຝັງສົບທົ່ວໄປ ຂອງມະນຸດຊາດແລະໂດຍວິທີນີ້ຈຶ່ງປົດປ່ອຍຄົນທັງໝົດທີ່ຖືກຂັງຢູ່ໃນນັ້ນ.—ໂຢຮັນ 5:28, 29.
17 ດ້ວຍຖ້ອຍຄຳງ່າຍໆທີ່ວ່າ “ເຮົາເປັນທາງນັ້ນແລະເປັນຄວາມຈິງແລະເປັນຊີວິດ” ພະເຍຊູໄດ້ສະຫຼຸບເປົ້າໝາຍຂອງຊີວິດແລະວຽກຮັບໃຊ້ຂອງພະອົງຢູ່ເທິງແຜ່ນດິນໂລກ. ຖ້ອຍຄຳດັ່ງກ່າວມີຄວາມໝາຍຕໍ່ເຮົາໃນທຸກວັນນີ້. ຂໍໃຫ້ຈື່ວ່າພະເຍຊູກ່າວຕໍ່ໄປວ່າ “ບໍ່ມີຜູ້ໃດມາຫາພະບິດາເທົ່າເວັ້ນໄວ້ມາດ້ວຍເຮົາ.” (ໂຢຮັນ 14:6) ຖ້ອຍຄຳຂອງພະເຍຊູຍັງໃຊ້ການໄດ້ໃນທຸກວັນນີ້ຄືກັບຕອນທີ່ພະອົງກ່າວໄວ້. ດັ່ງນັ້ນ ເຮົາຈຶ່ງໝັ້ນໃຈໄດ້ຢ່າງເຕັມທີວ່າຖ້າເຮົາຕິດຕາມພະເຍຊູ ເຮົາຈະບໍ່ມີວັນຫຼົງທາງ. ພະອົງແລະພະອົງຜູ້ດຽວເທົ່ານັ້ນຈະຊີ້ໃຫ້ເຮົາເຫັນທາງໄປ “ຫາພະບິດາ.”
ເຈົ້າຈະຕອບສະໜອງແນວໃດ?
18. ການເປັນຜູ້ຕິດຕາມແທ້ຂອງພະເຍຊູກ່ຽວຂ້ອງກັບຫຍັງ?
18 ເມື່ອຄຳນຶງເຖິງບົດບາດສຳຄັນຂອງພະເຍຊູແລະການຮູ້ຈັກພໍ່ຢ່າງລະອຽດລະອໍ ເຮົາຈຶ່ງມີເຫດຜົນທີ່ດີທີ່ຈະຕິດຕາມລູກຊາຍ. ດັ່ງທີ່ເຮົາໄດ້ເຫັນໃນບົດກ່ອນ ການເປັນຜູ້ຕິດຕາມແທ້ຂອງພະເຍຊູກ່ຽວຂ້ອງກັບການກະທຳ ບໍ່ແມ່ນພຽງແຕ່ຄຳເວົ້າຫຼືຄວາມຮູ້ສຶກ. ການຕິດຕາມພະຄລິດກ່ຽວຂ້ອງກັບການດຳເນີນຊີວິດຕາມຄຳສອນແລະຕົວຢ່າງຂອງພະອົງ. (ໂຢຮັນ 13:15) ຄູ່ມືການສຶກສາທີ່ເຈົ້າກຳລັງອ່ານຕອນນີ້ສາມາດຊ່ວຍເຈົ້າໃນການພະຍາຍາມເຮັດເຊັ່ນນັ້ນ.
19, 20. ປຶ້ມຄູ່ມືນີ້ມີຫຍັງແດ່ທີ່ສາມາດຊ່ວຍເຈົ້າໃນການພະຍາຍາມຕິດຕາມພະຄລິດ?
19 ໃນບົດຕໍ່ໆໄປ ເຮົາຈະສຶກສາກ່ຽວກັບຊີວິດແລະວຽກຮັບໃຊ້ຂອງພະເຍຊູຢ່າງຖີ່ຖ້ວນ. ບົດຕ່າງໆເຫຼົ່ານີ້ແບ່ງອອກເປັນສາມພາກ. ພາກທີໜຶ່ງ ເຮົາຈະພິຈາລະນາໂດຍລວມເຖິງຄຸນລັກສະນະຕ່າງໆແລະວິທີທີ່ພະອົງເຮັດສິ່ງຕ່າງໆ. ພາກທີສອງ ເຮົາຈະພິຈາລະນາຕົວຢ່າງອັນກະຕືລືລົ້ນຂອງພະອົງໃນການປະກາດແລະໃນການສອນ. ພາກທີສາມ ເຮົາຈະພິຈາລະນາວິທີທີ່ພະອົງສະແດງຄວາມຮັກ. ເລີ່ມຈາກບົດທີ 3 ຈະມີຂອບສີ່ລ່ຽມເຊິ່ງມີຫົວຂໍ້ວ່າ “ເຈົ້າຈະຕິດຕາມພະເຍຊູໄດ້ແນວໃດ?” ຂໍ້ພະຄຳພີແລະຄຳຖາມໃນນັ້ນມີໄວ້ເພື່ອຊ່ວຍເຮົາໃຫ້ຄົ້ນຄຶດຕຶກຕອງເຖິງວິທີທີ່ເຮົາສາມາດຮຽນແບບພະເຍຊູທັງໃນຄຳເວົ້າແລະການກະທຳ.
20 ດ້ວຍຄວາມຊ່ວຍເຫຼືອຈາກພະເຢໂຫວາພະເຈົ້າ ເຮົາບໍ່ຕ້ອງຢ້ານວ່າຈະຫຼົງ ທາງ ບໍ່ຕ້ອງຮູ້ສຶກວ່າເຫີນຫ່າງຈາກພະອົງເນື່ອງຈາກບາບທີ່ສືບທອດມາ. ເຖິງວ່າພະອົງເອງຕ້ອງສູນເສຍຢ່າງມາກມາຍກໍຕາມ ດ້ວຍຄວາມຮັກພະເຢໂຫວາໄດ້ສົ່ງລູກຊາຍຂອງພະອົງມາເພື່ອສະແດງໃຫ້ເຮົາເຫັນວິທີທີ່ຈະເຂົ້າມາມີສາຍສຳພັນທີ່ພະອົງຍອມຮັບເອົາ. (1 ໂຢຮັນ 4:9, 10) ແມ່ນແລ້ວ ຂໍໃຫ້ເຈົ້າຖືກກະຕຸ້ນໃຫ້ຕອບສະໜອງຕໍ່ຄວາມຮັກອັນຍິ່ງໃຫຍ່ນັ້ນໂດຍຍອມຮັບແລະປະຕິບັດຕາມຄຳເຊີນຂອງພະເຍຊູທີ່ວ່າ “ຕາມເຮົາໄປເຖີ້ນ.”—ໂຢຮັນ 1:43.
^ ບົດບາດຂອງລູກຊາຍມີຄວາມສຳຄັນເຖິງຂັ້ນວ່າຄຳພີໄບເບິນຕັ້ງຊື່ແລະຕຳແໜ່ງທີ່ມີລັກສະນະພະຍາກອນຫຼາຍຕຳແໜ່ງໃຫ້ພະອົງ.—ເບິ່ງ ຂອບສີ່ລ່ຽມໜ້າ 23.
^ ເພື່ອເປັນຕົວຢ່າງ ຂໍໃຫ້ເບິ່ງຄຳກ່າວຂອງພະເຍຊູທີ່ບັນທຶກໃນມັດທາຍ 10:29-31; 18:12-14, 21-35; 22:36-40.
^ ຢູ່ໂຢຮັນ 14:6 ການໃຊ້ຄຳແທນນາມ “ເຮົາ” ກັບຄຳຊີ້ບອກສະເພາະທີ່ວ່າ “ນັ້ນ” ເນັ້ນເຖິງຕຳແໜ່ງຂອງພະເຍຊູ ດ້ວຍເຫດນັ້ນພະອົງຈຶ່ງເປັນທາງນັ້ນ ໂດຍທາງພະອົງຜູ້ດຽວເທົ່ານັ້ນເຮົາຈຶ່ງເຂົ້າເຖິງຜູ້ເປັນພໍ່ໄດ້.