ບົດທີ 14
“ພວກເຮົາຈຶ່ງມີຄວາມເຫັນກົງກັນ”
ຄະນະກຳມະການປົກຄອງຕັດສິນໃຈເລື່ອງສຳຄັນກ່ຽວກັບການຮັບສິນຕັດແນວໃດ ແລະເລື່ອງນັ້ນເຮັດໃຫ້ປະຊາຄົມເປັນນ້ຳໜຶ່ງໃຈດຽວກັນໄດ້ແນວໃດ
1, 2. (ກ) ຄະນະກຳມະການປົກຄອງຂອງປະຊາຄົມຄລິດສະຕຽນໃນສະຕະວັດທຳອິດຕ້ອງຕອບຄຳຖາມທີ່ສຳຄັນຫຍັງແດ່? (ຂ) ພີ່ນ້ອງຊາຍເຫຼົ່ານັ້ນໄດ້ຮັບຄວາມຊ່ວຍເຫຼືອຫຍັງເພື່ອຈະຕັດສິນໃຈໄດ້ຢ່າງຖືກຕ້ອງ?
ທຸກຄົນຮູ້ສຶກຕື່ນເຕັ້ນກ່ຽວກັບການຕັດສິນໃຈຄັ້ງນີ້. ພວກອັກຄະສາວົກແລະຜູ້ດູແລທີ່ຢູ່ຫ້ອງໃນເມືອງເຢຣູຊາເລັມຕ່າງຄົນຕ່າງເບິ່ງໜ້າກັນ. ເຂົາເຈົ້າຮູ້ວ່ານີ້ເປັນການຕັດສິນໃຈທີ່ສຳຄັນຫຼາຍ ເພາະປະເດັນການຮັບສິນຕັດຈະເຮັດໃຫ້ເກີດຄຳຖາມສຳຄັນອື່ນໆຕາມມາ ເຊັ່ນ: ຄລິດສະຕຽນຍັງຕ້ອງຢູ່ພາຍໃຕ້ກົດໝາຍຂອງໂມເຊບໍ? ພະເຢໂຫວາເບິ່ງວ່າຄລິດສະຕຽນທີ່ເປັນຄົນຢິວກັບຄລິດສະຕຽນທີ່ເປັນຄົນຕ່າງຊາດແຕກຕ່າງກັນບໍ?
2 ພວກຜູ້ຊາຍທີ່ນຳໜ້າໄດ້ພິຈາລະນາຫຼັກຖານຫຼາຍຢ່າງ. ເຂົາເຈົ້າລົມກັນກ່ຽວກັບຄຳພະຍາກອນຕ່າງໆຈາກພະເຈົ້າ ແລະພະຍານຫຼັກຖານທີ່ແຕ່ລະຄົນໄດ້ເຫັນເຊິ່ງພິສູດວ່າພະເຢໂຫວາຍອມຮັບຄລິດສະຕຽນທີ່ເປັນຄົນຕ່າງຊາດແລ້ວ. ເຂົາເຈົ້າທຸກຄົນໄດ້ສະແດງຄວາມຄິດເຫັນນຳກັນຢ່າງເຕັມທີ ໃນທີ່ສຸດເຂົາເຈົ້າກໍມີຂໍ້ມູນຫຼາຍພໍທີ່ຈະໃຊ້ໃນການຕັດສິນໃຈ. ເຂົາເຈົ້າເຫັນຢ່າງຈະແຈ້ງວ່າພະເຢໂຫວາຢາກໃຫ້ມີການຕັດສິນໃຈແນວໃດກ່ຽວກັບເລື່ອງນີ້. ຜູ້ຊາຍກຸ່ມນີ້ຈະເຮັດຕາມການຊີ້ນຳທີ່ມາຈາກພະລັງບໍລິສຸດຂອງພະເຢໂຫວາບໍ?
3. ເຮົາອາດໄດ້ຮັບປະໂຫຍດຫຍັງເມື່ອທົບທວນເລື່ອງລາວໃນກິດຈະການບົດ 15?
3 ຕ້ອງມີຄວາມເຊື່ອແລະຄວາມກ້າຫານແທ້ໆເພື່ອຈະຍອມຮັບການຊີ້ນຳຈາກພະລັງບໍລິສຸດໃນເລື່ອງນີ້. ຜູ້ນຳສາສະໜາຄົນຢິວອາດຊັງເຂົາເຈົ້າຫຼາຍຂຶ້ນ. ນອກຈາກນັ້ນ ບາງຄົນໃນປະຊາຄົມທີ່ຢາກໃຫ້ປະຊາຊົນຂອງພະເຈົ້າເຮັດຕາມກົດໝາຍຂອງໂມເຊກໍອາດບໍ່ຍອມຮັບການຕັດສິນໃຈຂອງເຂົາເຈົ້າ. ຄະນະກຳມະການປົກຄອງຈະເຮັດແນວໃດ? ຕອນທີ່ເຮົາທົບທວນເຫດການທີ່ເກີດຂຶ້ນ ເຮົາກໍຈະເຫັນວິທີທີ່ຄະນະກຳມະການປົກຄອງໃນອະດີດເຮັດເຊິ່ງເປັນແບບຢ່າງໃຫ້ຄະນະກຳມະການປົກຄອງຂອງພະຍານພະເຢໂຫວາໃນທຸກມື້ນີ້ ແລະກໍຍັງເປັນແບບຢ່າງທີ່ເຮົາທຸກຄົນສາມາດຮຽນແບບໄດ້ເມື່ອຕ້ອງຕັດສິນໃຈເລື່ອງທີ່ສຳຄັນ ຫຼືເມື່ອເຈິກັບບັນຫາຕ່າງໆທີ່ເກີດຂຶ້ນໃນຊີວິດ.
“ກົງກັບສິ່ງທີ່ພວກຜູ້ພະຍາກອນຂຽນໄວ້” (ກິດຈະການ 15:13-21)
4, 5. ຢາໂກໂບໄດ້ເວົ້າເຖິງຄຳພະຍາກອນຂໍ້ໃດທີ່ມາຈາກພະເຈົ້າ?
4 ຢາໂກໂບລູກສິດຂອງພະເຢຊູທີ່ເປັນນ້ອງຊາຍຂອງເພິ່ນໄດ້ເລີ່ມເວົ້າບາງຢ່າງ. a ເບິ່ງຄືວ່າ ຕອນ ນັ້ນຢາໂກໂບເຮັດໜ້າທີ່ເປັນປະທານຂອງການປະຊຸມ. ລາວສະຫຼຸບວ່າພວກພີ່ນ້ອງຕັດສິນໃຈເລື່ອງນີ້ແນວໃດ. ລາວບອກວ່າ: “ຊີເມໂອນໄດ້ເລົ່າຢ່າງລະອຽດວ່າຕອນນີ້ພະເຈົ້າໄດ້ສົນໃຈຄົນຕ່າງຊາດແລ້ວ ແລະລວບລວມປະຊາຊົນກຸ່ມໜຶ່ງໃນພວກເຂົາໃຫ້ໃຊ້ຊື່ຂອງພະອົງ. ເລື່ອງນີ້ກົງກັບສິ່ງທີ່ພວກຜູ້ພະຍາກອນຂຽນໄວ້.”—ກຈກ. 15:14, 15
5 ຄຳເວົ້າຂອງຊີເມໂອນຫຼືຊີໂມນເປໂຕ ແລະຫຼັກຖານທີ່ບາຣະນາບາກັບໂປໂລໄດ້ສະເໜີຄືຊິເຮັດໃຫ້ຢາໂກໂບຄິດເຖິງຂໍ້ຄຳພີບາງຂໍ້ທີ່ຊ່ວຍໃຫ້ພີ່ນ້ອງເຂົ້າໃຈວ່າພະເຢໂຫວາຄິດແນວໃດກັບເລື່ອງນີ້. (ຢຮ. 14:26) ຫຼັງຈາກບອກວ່າ “ເລື່ອງນີ້ກົງກັບສິ່ງທີ່ພວກຜູ້ພະຍາກອນຂຽນໄວ້” ຢາໂກໂບກໍໄດ້ເວົ້າເຖິງຖ້ອຍຄຳຈາກປຶ້ມອາໂມດ 9:11, 12. ປຶ້ມນີ້ເປັນສ່ວນໜຶ່ງຂອງພະຄຳພີພາກພາສາເຮັບເຣີເຊິ່ງໂດຍທົ່ວໄປແລ້ວເອີ້ນກັນວ່າ “ສິ່ງທີ່ພວກຜູ້ພະຍາກອນສອນ” ຫຼືປຶ້ມຂອງພວກຜູ້ພະຍາກອນ. (ມທ. 22:40; ກຈກ. 15:16-18) ເຈົ້າອາດສັງເກດວ່າ ຄຳເວົ້າທີ່ຢາໂກໂບຍົກຂຶ້ນມາອາດບໍ່ຄືກັບຂໍ້ຄວາມໃນປຶ້ມອາໂມດໃນປັດຈຸບັນ. ເປັນໄປໄດ້ທີ່ຢາໂກໂບຍົກມາຈາກສະບັບເຊັບຕົວຈິນ ເຊິ່ງເປັນພະຄຳພີພາກພາສາເຮັບເຣີທີ່ແປເປັນພາສາກຣີກ.
6. ພະຄຳພີຊ່ວຍພີ່ນ້ອງໃຫ້ຮູ້ໄດ້ແນວໃດວ່າພະເຈົ້າຕ້ອງການຫຍັງ?
6 ໂດຍທາງຜູ້ພະຍາກອນອາໂມດ ພະເຢໂຫວາບອກລ່ວງໜ້າໄວ້ວ່າ ຈະມີເວລາໜຶ່ງທີ່ເພິ່ນຈະຕັ້ງ “ເຮືອນຂອງດາວິດ” ເຊິ່ງກໍຄືເຊື້ອສາຍທີ່ຈະພາໄປເຖິງການປົກຄອງຂອງເມຊີອາ. (ເອເຊກ. 21:26, 27) ນີ້ໝາຍຄວາມວ່າຈະມີເວລາໜຶ່ງທີ່ພະເຢໂຫວາຈະກັບມາພໍໃຈຊາດອິດສະຣາເອນແຕ່ຊາດດຽວເທົ່ານັ້ນບໍ? ບໍ່. ຄຳພະຍາກອນບອກຕໍ່ໄປວ່າ ຈະມີການນຳ “ປະຊາຊົນຈາກທຸກຊາດ” ມາລວມກັນເປັນ “ປະຊາຊົນທີ່ຖືກເອີ້ນຕາມຊື່ຂອງ [ພະເຈົ້າ].” ເຮົາຍັງຈື່ໄດ້ວ່າ ຈາກເລື່ອງລາວໃນປຶ້ມກິດຈະການ ເປໂຕຫາກໍຢືນຢັນວ່າພະເຈົ້າ “ບໍ່ໄດ້ຖືວ່າພວກເຂົາ [ຄົນຕ່າງຊາດທີ່ເປັນຄລິດສະຕຽນ] ຕ່າງຈາກພວກເຮົາ [ຄລິດສະຕຽນຄົນຢິວ] ເລີຍ ພະອົງໄດ້ຊຳລະລ້າງໃຈພວກເຂົາໃຫ້ສະອາດຍ້ອນພວກເຂົາມີຄວາມເຊື່ອ.” (ກຈກ. 15:9) ຫຼືຈະເວົ້າງ່າຍໆກໍຄືພະເຈົ້າຢາກໃຫ້ທັງຄົນຢິວແລະຄົນຕ່າງຊາດເປັນຜູ້ຮັບມໍລະດົກໃນການປົກຄອງຂອງເພິ່ນ. (ຣມ. 8:17; ອຟຊ. 2:17-19) ບໍ່ເຄີຍມີຄຳພະຍາກອນໃດທີ່ພະເຈົ້າດົນໃຈວ່າ ຄົນຕ່າງຊາດທີ່ເຂົ້າມາເປັນຄລິດສະຕຽນຕ້ອງຮັບສິນຕັດກ່ອນ ຈຶ່ງຈະເຂົ້າມາເປັນຜູ້ຮັບມໍລະດົກໃນການປົກຄອງຂອງພະເຈົ້າໄດ້.
7, 8. (ກ) ຢາໂກໂບໄດ້ສະເໜີຄວາມຄິດເຫັນຫຍັງ? (ຂ) ເຮົາຄວນເຂົ້າໃຈຄຳເວົ້າຂອງຢາໂກໂບແນວໃດ?
7 ອີງຕາມຫຼັກຖານທີ່ເຫັນຊັດເຈນຈາກຄຳພະຍາກອນໃນຄຳພີໄບເບິນ ແລະເລື່ອງລາວທີ່ເກີດຂຶ້ນກັບເປໂຕ ບາຣະນາບາແລະໂປໂລ ຕອນນີ້ຢາໂກໂບສະເໜີວ່າ: “ດັ່ງນັ້ນ ຂ້ອຍເຫັນວ່າ ບໍ່ຄວນໃຫ້ຄົນຕ່າງຊາດທີ່ມາຫາພະເຈົ້າຕ້ອງຫຍຸ້ງຍາກລຳບາກໃຈ ແຕ່ໃຫ້ຂຽນບອກພວກເຂົາວ່າໃຫ້ງົດເວັ້ນຈາກເຄື່ອງຖວາຍແກ່ຮູບບູຊາ ຈາກການເຮັດຜິດສິນລະທຳທາງເພດ ຈາກສັດທີ່ຖືກຮັດຄໍຕາຍ ແລະຈາກເລືອດ. ເພາະວ່າຕັ້ງແຕ່ສະໄໝບູຮານແລ້ວ ຢູ່ຕາມເມືອງຕ່າງໆໄດ້ມີຄົນສອນຈາກປຶ້ມທີ່ໂມເຊຂຽນໄວ້ເຊິ່ງມີຄຳສັ່ງເຫຼົ່ານີ້ ແລະພວກເຂົາໄດ້ອ່ານປຶ້ມເຫຼົ່ານັ້ນໃນບ່ອນປະຊຸມຂອງຊາວຢິວທຸກວັນຊະບາໂຕ.”—ກຈກ. 15:19-21
8 ຕອນທີ່ຢາໂກໂບເຊິ່ງອາດເປັນປະທານຂອງການປະຊຸມບອກວ່າ: “ດັ່ງນັ້ນ ຂ້ອຍເຫັນວ່າ” ຢາໂກໂບກຳລັງເບິ່ງວ່າຕົວເອງມີອຳນາດຕັດສິນຢ່າງເດັດຂາດບໍວ່າຄວນຈັດການກັບເລື່ອງນີ້ແນວໃດ? ບໍ່ເລີຍ! ຄຳເວົ້ານີ້ສະແດງໃຫ້ເຫັນວ່າຢາໂກໂບບໍ່ໄດ້ເບິ່ງວ່າຕົວເອງມີອຳນາດຫຼາຍກວ່າພີ່ນ້ອງຄົນອື່ນໆ. ຢາໂກໂບພຽງແຕ່ສະເໜີວ່າຂໍ້ສະຫຼຸບຂອງເລື່ອງນີ້ໜ້າຈະເປັນແນວໃດ. ຄວາມຄິດເຫັນຂອງລາວອາໄສຫຼັກຖານທີ່ໄດ້ຍິນ ແລະສິ່ງທີ່ພະຄຳພີບອກກ່ຽວກັບເລື່ອງນັ້ນ.
9. ຂໍ້ສະເໜີຂອງຢາໂກໂບເກີດຜົນດີຫຍັງແດ່?
9 ຂໍ້ສະເໜີຂອງຢາໂກໂບເປັນຂໍ້ສະເໜີທີ່ດີບໍ? ແນ່ນອນ ເພາະຕໍ່ມາພວກອັກຄະສາວົກກັບຜູ້ດູແລໄດ້ຍອມຮັບຂໍ້ສະເໜີນັ້ນ. ແລ້ວເກີດຜົນດີຫຍັງແດ່? ໃນດ້ານໜຶ່ງ ຂໍ້ສະເໜີນັ້ນຊ່ວຍໃຫ້ຄລິດສະຕຽນທີ່ເປັນຄົນຕ່າງຊາດບໍ່ “ຫຍຸ້ງຍາກລຳບາກໃຈ” ເພາະຂໍ້ສະເໜີນັ້ນບໍ່ໄດ້ບັງຄັບໃຫ້ເຂົາເຈົ້າເຮັດຕາມຂໍ້ຮຽກຮ້ອງໃນກົດໝາຍຂອງໂມເຊ. (ກຈກ. 15:19) ອີກດ້ານໜຶ່ງ ການຕັດສິນໃຈນີ້ເປັນການສະແດງຄວາມນັບຖືຕໍ່ໃຈຮູ້ຜິດຮູ້ຖືກຂອງຄລິດສະຕຽນທີ່ເປັນຄົນຢິວ ເຊິ່ງໄດ້ຍິນການອ່ານ ‘ປຶ້ມຂອງໂມເຊ . . . ໃນບ່ອນປະຊຸມຂອງຊາວຢິວທຸກວັນຊະບາໂຕ’ b ມາຕະຫຼອດຫຼາຍປີ. (ກຈກ. 15:21) ຂໍ້ສະເໜີນີ້ຄືຊິຊ່ວຍໃຫ້ຄລິດສະຕຽນທີ່ເປັນຄົນຢິວກັບຄລິດສະຕຽນທີ່ເປັນຄົນຕ່າງຊາດມີຄວາມສຳພັນທີ່ດີຕໍ່ກັນຫຼາຍຂຶ້ນ ແລະທີ່ສຳຄັນທີ່ສຸດແມ່ນ ພະເຢໂຫວາພໍໃຈການຕັດສິນໃຈເທື່ອນີ້ເພາະເລື່ອງນີ້ສອດຄ່ອງກັບຄວາມຕ້ອງການຂອງເພິ່ນ. ເຮົາໄດ້ເຫັນວິທີທີ່ດີເລີດໃນການຈັດການກັບບັນຫາທີ່ອາດສົ່ງຜົນໃຫ້ເກີດຄວາມແຕກແຍກ. ເລື່ອງນີ້ເປັນແບບຢ່າງທີ່ດີຫຼາຍສຳລັບປະຊາຄົມຄລິດສະຕຽນໃນທຸກມື້ນີ້!
10. ຄະນະກຳມະການປົກຄອງໃນທຸກມື້ນີ້ເຮັດຕາມແບບຢ່າງຂອງຄະນະກຳມະການປົກຄອງໃນສະຕະວັດທຳອິດແນວໃດ?
10 ດັ່ງທີ່ເຮົາໄດ້ລົມກັນແລ້ວໃນບົດກ່ອນ ຄືກັບຄະນະກຳມະການປົກຄອງໃນສະຕະວັດທຳອິດ ຄະນະກຳມະການປົກຄອງຂອງພະຍານພະເຢໂຫວາໃນທຸກມື້ນີ້ເພິ່ງພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດໃນເອກະພົບ ແລະພະເຢຊູຄລິດຜູ້ນຳຂອງປະຊາຄົມເພື່ອຈະໄດ້ຮັບການຊີ້ນຳໃນທຸກເລື່ອງ. c (1ກຣ. 11:3) ເຂົາເຈົ້າເຮັດແບບນັ້ນໄດ້ແນວໃດ? ແອນເບີດ ດີ ສະໂຣເດີເຊິ່ງໄດ້ຮັບໃຊ້ໃນຄະນະກຳມະການປົກຄອງຕັ້ງແຕ່ປີ 1974 ຈົນເສຍຊີວິດເທິງໂລກໃນເດືອນມີນາ 2006 ໄດ້ອະທິບາຍວ່າ: “ຄະນະກຳມະການປົກຄອງປະຊຸມກັນໃນວັນພຸດ. ເຮົາຈະເລີ່ມການປະຊຸມດ້ວຍຄຳອະທິດຖານເພື່ອຂໍການຊີ້ນຳຈາກພະລັງບໍລິສຸດຂອງພະເຢໂຫວາ. ພວກເຮົາພະຍາຍາມຫຼາຍທີ່ຈະເຮັດໃຫ້ທຸກເລື່ອງທີ່ເຮົາຈັດການແລະທຸກ ເລື່ອງທີ່ເຮົາຕັດສິນໃຈສອດຄ່ອງກັບຄຳພີໄບເບິນຖ້ອຍຄຳຂອງພະເຈົ້າ.” ຄ້າຍກັນ ມິວຕັນ ຈີ ເຮັນເຊວເຊິ່ງເປັນສະມາຊິກຄະນະກຳມະການປົກຄອງມາດົນແລະໄດ້ເສຍຊີວິດເທິງໂລກໃນເດືອນມີນາ 2003 ໄດ້ຍົກຄຳຖາມທີ່ໜ້າສົນໃຈຂຶ້ນມາຖາມນັກຮຽນທີ່ຈົບໂຮງຮຽນກິລຽດລຸ້ນທີ 101 ວ່າ: “ມີອົງການໃດອີກບໍໃນໂລກນີ້ທີ່ທຸກຄົນທີ່ນຳໜ້າຈະທົບທວນເບິ່ງຫຼັກການໃນຄຳພີໄບເບິນຖ້ອຍຄຳຂອງພະເຈົ້າກ່ອນຕັດສິນໃຈເລື່ອງສຳຄັນ?” ເຮົາເຫັນໄດ້ແຈ້ງວ່າ ບໍ່ມີອົງການໃດອີກແລ້ວ.
“ສົ່ງບາງຄົນໃນພວກເຂົາໄປ” (ກິດຈະການ 15:22-29)
11. ມີການສົ່ງຄຳຕັດສິນຂອງຄະນະກຳມະການປົກຄອງໄປຫາປະຊາຄົມຕ່າງໆແນວໃດ?
11 ຄະນະກຳມະການປົກຄອງໄດ້ຂໍ້ຕັດສິນທີ່ກົງກັນໃນເລື່ອງການຮັບສິນຕັດ. ແຕ່ເພື່ອພີ່ນ້ອງໃນປະຊາຄົມຕ່າງໆຈະເຮັດຕາມໄດ້ຢ່າງເປັນນ້ຳໜຶ່ງໃຈດຽວກັນ ຈຶ່ງມີການສົ່ງຄຳຕັດສິນນັ້ນໄປຫາພີ່ນ້ອງໃນແບບທີ່ຈະແຈ້ງແລະໃຫ້ກຳລັງໃຈ. ເຂົາເຈົ້າຈັດການກັບເລື່ອງນີ້ແນວໃດ? ຄຳພີໄບເບິນບອກຕໍ່ໄປວ່າ: “ພວກອັກຄະສາວົກແລະພວກຜູ້ດູແລພ້ອມກັບທຸກຄົນໃນປະຊາຄົມກໍຕັດສິນໃຈວ່າຈະສົ່ງບາງຄົນໃນພວກເຂົາໄປເມືອງອັນຕີໂອເຂຍພ້ອມກັບໂປໂລແລະບາຣະນາບາ ຄົນທີ່ຖືກເລືອກແມ່ນຢູດາທີ່ມີອີກຊື່ໜຶ່ງວ່າບາຣະຊັບບາແລະອີກຜູ້ໜຶ່ງແມ່ນຊີລາ ສອງຄົນນີ້ເປັນຜູ້ທີ່ນຳໜ້າໃນພວກພີ່ນ້ອງ.” ນອກຈາກນັ້ນ ຍັງມີການກຽມຈົດໝາຍແລະສົ່ງໄປພ້ອມກັບພີ່ນ້ອງເຫຼົ່ານີ້ເພື່ອຈະອ່ານໃຫ້ພີ່ນ້ອງໃນທຸກປະຊາຄົມຟັງທັງໃນເມືອງອັນຕີໂອເຂຍ ໃນແຂວງຊີເຣຍ ແລະໃນແຂວງກີລີເກຍ.—ກຈກ. 15:22-26
12, 13. ເກີດຜົນດີຫຍັງແດ່ເມື່ອຄະນະກຳມະການປົກຄອງ (ກ) ສົ່ງຢູດາກັບຊີລາໄປ? (ຂ) ສົ່ງຈົດໝາຍເຖິງປະຊາຄົມຕ່າງໆ?
12 ເນື່ອງຈາກຢູດາກັບຊີລາເປັນ “ຜູ້ທີ່ນຳໜ້າໃນພວກພີ່ນ້ອງ” ເຂົາເຈົ້າຈຶ່ງມີຄຸນສົມບັດທີ່ຄົບຖ້ວນໃນການເປັນຕົວແທນຂອງຄະນະກຳມະການປົກຄອງ. ຕົວແທນທັງ 4 ຄົນຄືຊິເຮັດໃຫ້ພີ່ນ້ອງເຂົ້າໃຈຈະແຈ້ງວ່າ ຂໍ້ມູນທີ່ເຂົາເຈົ້າເອົາມານັ້ນບໍ່ໄດ້ເປັນພຽງຄຳຕອບເລື່ອງການຮັບສິນຕັດ ແຕ່ຍັງເປັນການຊີ້ນຳໃໝ່ທີ່ມາຈາກຄະນະກຳມະການປົກຄອງ. ການທີ່ “ຄົນທີ່ຖືກເລືອກ” ເຫຼົ່ານີ້ມາຢາມປະຊາຄົມຕ່າງໆຕ້ອງເຮັດໃຫ້ຄລິດສະຕຽນຄົນຢິວແລະຄລິດສະຕຽນທີ່ເປັນຄົນຕ່າງຊາດເປັນນ້ຳໜຶ່ງໃຈດຽວກັນຫຼາຍຂຶ້ນ. ນີ້ເປັນການຕັດສິນໃຈທີ່ສະຫຼາດແລະສະທ້ອນເຖິງຄວາມຮັກແທ້ໆ. ເຮົາໝັ້ນໃຈໄດ້ວ່າ ການເຮັດແບບນີ້ຈະຊ່ວຍໃຫ້ປະຊາຊົນຂອງພະເຈົ້າມີສັນຕິສຸກແລະເປັນນ້ຳໜຶ່ງໃຈດຽວກັນ.
13 ຈົດໝາຍນັ້ນມີຄຳແນະນຳທີ່ຈະແຈ້ງສຳລັບຄລິດສະຕຽນທີ່ເປັນຄົນຕ່າງຊາດທັງເລື່ອງທີ່ກ່ຽວຂ້ອງກັບການຮັບສິນຕັດແລະເລື່ອງອື່ນໆ ເຊັ່ນ ເຂົາເຈົ້າຕ້ອງເຮັດຫຍັງແດ່ເພື່ອຈະເຮັດໃຫ້ພະເຢໂຫວາພໍໃຈແລະໄດ້ຮັບການອວຍພອນຈາກເພິ່ນ. ສ່ວນສຳຄັນຂອງຈົດໝາຍນັ້ນບອກວ່າ: “ພະລັງບໍລິສຸດຊ່ວຍພວກເຮົາໃຫ້ໄດ້ຂໍ້ສະຫຼຸບວ່າຈະບໍ່ເພີ່ມພາລະໃຫ້ແກ່ພວກເຈົ້ານອກຈາກສິ່ງຈຳເປັນຕໍ່ໄປນີ້: ໃຫ້ງົດເວັ້ນຈາກເຄື່ອງຖວາຍແກ່ຮູບບູຊາ ຈາກເລືອດ ຈາກສັດທີ່ຖືກຮັດຄໍຕາຍ ແລະຈາກການເຮັດຜິດສິນລະທຳທາງເພດ. ຖ້າພວກເຈົ້າງົດເວັ້ນສິ່ງເຫຼົ່ານີ້ ພວກເຈົ້າຈະມີຄວາມສຸກຄວາມຈະເລີນ. ດ້ວຍຄວາມປາຖະໜາດີ!”—ກຈກ. 15:28, 29
14. ເປັນໄປໄດ້ແນວໃດທີ່ປະຊາຊົນຂອງພະເຢໂຫວາເຮັດວຽກຢ່າງເປັນນ້ຳໜຶ່ງໃຈດຽວກັນທັງໆທີ່ຄົນສ່ວນໃຫຍ່ໃນໂລກແຕກແຍກກັນ?
14 ທຸກມື້ນີ້ ພະຍານພະເຢໂຫວາເປັນນ້ຳໜຶ່ງໃຈດຽວກັນແທ້ໆ. ເຖິງວ່າຈະມີພະຍານພະເຢໂຫວາ ຫຼາຍກວ່າ 8.000.000 ຄົນທີ່ຢູ່ໃນປະຊາຄົມຕ່າງໆຫຼາຍກວ່າ 100.000 ປະຊາຄົມທົ່ວໂລກ ແຕ່ເຂົາເຈົ້າກໍມີຄວາມເຊື່ອຄືກັນແລະເຮັດວຽກແບບດຽວກັນ. ເປັນໄປໄດ້ແນວໃດທີ່ຈະເປັນນ້ຳໜຶ່ງໃຈດຽວກັນແບບນີ້ທັງໆທີ່ຄົນສ່ວນໃຫຍ່ໃນໂລກແຕກແຍກກັນ? ເຮົາຮູ້ວ່າຄວາມເປັນນ້ຳໜຶ່ງໃຈດຽວກັນນີ້ເກີດຂຶ້ນໄດ້ຍ້ອນພວກເຮົາທຸກຄົນໄດ້ຮັບການຊີ້ນຳທີ່ຈະແຈ້ງຈາກພະເຢຊູຜູ້ນຳປະຊາຄົມ ພະເຢຊູໃຫ້ຄຳແນະນຳຕ່າງໆຜ່ານທາງ “ທາດທີ່ສັດຊື່ແລະສຸຂຸມ” ເຊິ່ງກໍຄືຄະນະກຳມະການປົກຄອງ. (ມທ. 24:45-47) ນອກຈາກນັ້ນ ເຮົາຍັງເປັນນ້ຳໜຶ່ງໃຈດຽວກັນຍ້ອນພີ່ນ້ອງທົ່ວໂລກເຕັມໃຈເຮັດຕາມການຊີ້ນຳຂອງຄະນະກຳມະການປົກຄອງ.
“ພີ່ນ້ອງ . . . ກໍດີໃຈຫຼາຍແລະມີກຳລັງໃຈ” (ກິດຈະການ 15:30-35)
15, 16. ພີ່ນ້ອງຮູ້ສຶກແນວໃດເມື່ອໄດ້ຮັບການຊີ້ນຳຈາກຄະນະກຳມະການປົກຄອງ ແລະຍ້ອນຫຍັງ?
15 ເລື່ອງລາວໃນກິດຈະການບອກຕໍ່ໄປວ່າ ເມື່ອພີ່ນ້ອງຊາຍທີ່ເປັນຕົວແທນຈາກເຢຣູຊາເລັມມາເມືອງອັນຕີໂອເຂຍ “ພວກເຂົາເອີ້ນພີ່ນ້ອງມາປະຊຸມກັນແລ້ວເອົາຈົດໝາຍໃຫ້.” ພວກພີ່ນ້ອງທີ່ຢູ່ຫັ້ນຮູ້ສຶກແນວໃດຕໍ່ການຊີ້ນຳຈາກຄະນະກຳມະການປົກຄອງ? “ເມື່ອພີ່ນ້ອງອ່ານຈົດໝາຍແລ້ວກໍດີໃຈຫຼາຍແລະມີກຳລັງໃຈ.” (ກຈກ. 15:30, 31) ນອກຈາກນັ້ນ ຢູດາກັບຊີລາ “ໄດ້ບັນລະຍາຍໃຫ້ພີ່ນ້ອງຟັງຫຼາຍເລື່ອງ ເຊິ່ງຊ່ວຍໃຫ້ພີ່ນ້ອງໄດ້ກຳລັງໃຈແລະມີຄວາມເຊື່ອເຂັ້ມແຂງຂຶ້ນ.” ເນື່ອງຈາກຢູດາກັບຊີລາບອກໃຫ້ພີ່ນ້ອງຮູ້ກ່ຽວກັບຄວາມຕ້ອງການຂອງພະເຈົ້າ ເຂົາເຈົ້າທັງສອງຄົນຈຶ່ງຖືກເອີ້ນວ່າ “ຜູ້ພະຍາກອນ” ຄືກັບບາຣະນາບາ ໂປໂລ ແລະຄົນອື່ນໆ.—ກຈກ. 13:1; 15:32; ອພຍ. 7:1, 2
16 ເຫັນໄດ້ແຈ້ງວ່າພະເຢໂຫວາອວຍພອນການຕັດສິນໃຈຂອງຄະນະກຳມະການປົກຄອງ ນີ້ຈຶ່ງເຮັດໃຫ້ພີ່ນ້ອງທຸກຄົນໄດ້ຮັບກຳລັງໃຈ. ເປັນຫຍັງຈຶ່ງເກີດຜົນດີແບບນີ້? ກໍຍ້ອນຄະນະກຳມະການປົກຄອງໃຫ້ຄຳແນະນຳທີ່ຈະແຈ້ງຕາມເວລາທີ່ເໝາະສົມ ແລະຄຳແນະນຳຂອງເຂົາເຈົ້າກໍມາຈາກຖ້ອຍຄຳຂອງພະເຈົ້າ ເຂົາເຈົ້າຈຶ່ງໄດ້ຮັບການຊ່ວຍເຫຼືອຈາກພະລັງບໍລິສຸດ. ນອກຈາກນັ້ນ ຄະນະກຳມະການປົກຄອງຍັງໄດ້ສົ່ງພີ່ນ້ອງໄປປະຊາຄົມຕ່າງໆເພື່ອບອກຄຳຕັດສິນດ້ວຍຄວາມຮັກແລະຄວາມເຫັນອົກເຫັນໃຈ.
17. ຜູ້ດູແລໝວດໃນສະໄໝຂອງເຮົາເປັນຄືກັບໂປໂລ ບາຣະນາບາ ຢູດາ ແລະຊີລາແນວໃດ?
17 ຄ້າຍກັນ ຄະນະກຳມະການປົກຄອງຂອງພະຍານພະເຢໂຫວາໃນປັດຈຸບັນກໍໃຫ້ການຊີ້ນຳພີ່ນ້ອງທົ່ວໂລກແບບທີ່ເໝາະກັບເວລາ. ເມື່ອມີການຕັດສິນໃຈເລື່ອງຕ່າງໆເຂົາເຈົ້າກໍສົ່ງຄຳແນະນຳໄປຫາປະຊາຄົມຕ່າງໆໃນແບບທີ່ຈະແຈ້ງ. ວິທີໜຶ່ງທີ່ຄະນະກຳມະການປົກຄອງຊີ້ນຳເຮົາກໍໂດຍທາງ ການຢ້ຽມຢາມຂອງຜູ້ດູແລໝວດ. ພີ່ນ້ອງຊາຍທີ່ເສຍສະລະເຫຼົ່ານີ້ເດີນທາງຈາກປະຊາຄົມໜຶ່ງໄປອີກປະຊາຄົມໜຶ່ງ ເຂົາເຈົ້າໃຫ້ການຊີ້ນຳທີ່ຈະແຈ້ງແລະໃຫ້ກຳລັງໃຈຢ່າງອົບອຸ່ນ. ຄືກັບໂປໂລແລະບາຣະນາບາ ເຂົາເຈົ້າໃຊ້ເວລາຫຼາຍໃນການ “ປະກາດຂ່າວດີກ່ຽວກັບຄຳສອນຂອງພະເຢໂຫວານຳກັນກັບອີກຫຼາຍຄົນທີ່ຢູ່ຫັ້ນ.” (ກຈກ. 15:35) ຄືກັບຢູດາແລະຊີລາ ເຂົາເຈົ້າ “ບັນລະຍາຍໃຫ້ພີ່ນ້ອງຟັງຫຼາຍເລື່ອງ ເຊິ່ງຊ່ວຍໃຫ້ພີ່ນ້ອງໄດ້ກຳລັງໃຈແລະມີຄວາມເຊື່ອເຂັ້ມແຂງຂຶ້ນ.”
18. ປະຊາຊົນຂອງພະເຢໂຫວາຕ້ອງເຮັດຫຍັງເພື່ອເພິ່ນຈະອວຍພອນເຂົາເຈົ້າຕໍ່ໆໄປ?
18 ແລ້ວສິ່ງໃດຈະຊ່ວຍໃຫ້ປະຊາຄົມຕ່າງໆຕະຫຼອດທົ່ວໂລກມີສັນຕິສຸກແລະເປັນນ້ຳໜຶ່ງໃຈດຽວກັນໃນໂລກທີ່ແຕກແຍກນີ້? ທີ່ຈິງ ຕໍ່ມາຢາໂກໂບໄດ້ຂຽນວ່າ: “ສະຕິປັນຍາຈາກທາງເທິງນັ້ນ ທຳອິດແມ່ນ ບໍລິສຸດ ຈາກນັ້ນກໍເຮັດໃຫ້ມີຄວາມສະຫງົບສຸກ ມີເຫດຜົນ ພ້ອມຈະເຊື່ອຟັງ . . . ນອກຈາກນັ້ນ ຄົນທີ່ສ້າງສັນຕິສຸກໃນສະພາບທີ່ສະຫງົບສຸກ ກໍເຮັດໃຫ້ເກີດຜົນເປັນຄວາມຖືກຕ້ອງຊອບທຳ.” (ຢກບ. 3:17, 18) ເຮົາບໍ່ຮູ້ວ່າຕອນທີ່ຢາໂກໂບຂຽນຂໍ້ຄວາມນີ້ ລາວຄິດເຖິງການປະຊຸມໃນເຢຣູຊາເລັມຕອນທີ່ມີການຕັດສິນເລື່ອງການຮັບສິນຕັດຫຼືບໍ່. ແຕ່ຈາກການທົບທວນເຫດການທີ່ຢູ່ໃນກິດຈະການບົດ 15 ເຮັດໃຫ້ເຮົາໝັ້ນໃຈວ່າ ພະເຢໂຫວາຈະອວຍພອນເຮົາກໍຕໍ່ເມື່ອເຮົາເປັນນ້ຳໜຶ່ງໃຈດຽວກັນແລະເຊື່ອຟັງຄົນທີ່ນຳໜ້າ.
19, 20. (ກ) ສິ່ງໃດສະແດງໃຫ້ເຫັນວ່າປະຊາຄົມໃນອັນຕີໂອເຂຍມີສັນຕິສຸກແລະເປັນນ້ຳໜຶ່ງໃຈດຽວກັນຫຼັງຈາກທີ່ໄດ້ຮັບຄຳແນະນຳຈາກຄະນະກຳມະການປົກຄອງ? (ຂ) ຕອນນີ້ໂປໂລກັບບາຣະນາບາສາມາດເຮັດຫຍັງໄດ້?
19 ຫຼັງຈາກທີ່ພີ່ນ້ອງໃນອັນຕີໂອເຂຍໄດ້ຮູ້ວ່າຄະນະກຳມະການປົກຄອງຕັດສິນໃຈແນວໃດ ປະຊາຄົມຢູ່ຫັ້ນກໍສະຫງົບສຸກແລະເປັນນ້ຳໜຶ່ງໃຈດຽວກັນ. ແທນທີ່ຈະໂຕ້ຖຽງກັບພວກພີ່ນ້ອງທີ່ມາຈາກເຢຣູຊາເລັມ ພີ່ນ້ອງໃນອັນຕີໂອເຂຍຮູ້ສຶກຂອບໃຈແລະເຫັນຄ່າທີ່ຢູດາກັບຊີລາມາຢາມເຂົາເຈົ້າ. ຄຳພີໄບເບິນບອກວ່າ: “ເມື່ອຢູ່ຫັ້ນໄດ້ໄລຍະໜຶ່ງແລ້ວ ກໍຮອດເວລາທີ່ຢູດາກັບຊີລາຈະກັບຄືນໄປຫາພີ່ນ້ອງທີ່ສົ່ງພວກເຂົາມາ” ເຊິ່ງກໍຄືກັບໄປເຢຣູຊາເລັມ. d (ກຈກ. 15:33) ເຮົາໝັ້ນໃຈວ່າພີ່ນ້ອງໃນເຢຣູຊາເລັມກໍຮູ້ສຶກດີໃຈເມື່ອໄດ້ຟັງສິ່ງທີ່ພີ່ນ້ອງຊາຍທັງສອງຄົນເລົ່າກ່ຽວກັນການເດີນທາງຂອງເຂົາເຈົ້າ. ເປັນຍ້ອນຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຢໂຫວາ ເຂົາເຈົ້າຈຶ່ງສາມາດເຮັດວຽກມອບໝາຍໄດ້ສຳເລັດ!
20 ຫຼັງຈາກປະເດັນເລື່ອງການຮັບສິນຕັດໄດ້ຈັດການຢ່າງຮຽບຮ້ອຍ ໂປໂລກັບບາຣະນາບາຍັງຢູ່ໃນເມືອງອັນຕີໂອເຂຍຕໍ່ໄປ. ເຂົາເຈົ້າຈຶ່ງສາມາດທຸ່ມເທໂຕເອງເພື່ອນຳໜ້າໃນວຽກປະກາດ. ຜູ້ດູແລໝວດໃນທຸກມື້ນີ້ກໍເຮັດແບບດຽວກັນຕອນທີ່ເຂົາເຈົ້າໄປຢາມປະຊາຄົມຕ່າງໆ. (ກຈກ. 13:2, 3) ເຂົາເຈົ້າເປັນພອນທີ່ມາຈາກພະເຢໂຫວາແທ້ໆ! ແຕ່ພະເຢໂຫວາຈະໃຊ້ຜູ້ປະກາດ 2 ຄົນນີ້ຕໍ່ໄປແນວໃດ? ແລະເພິ່ນຈະອວຍພອນເຂົາເຈົ້າແນວໃດ? ເຮົາຈະໄດ້ເລື່ອງນີ້ໃນບົດຕໍ່ໄປ.
a ເບິ່ງຂອບ “ ຢາໂກໂບ—‘ນ້ອງຊາຍຂອງຜູ້ເປັນນາຍ’”
b ຢາໂກໂບອ້າງເຖິງສິ່ງທີ່ໂມເຊຂຽນເຊິ່ງລວມເຖິງກົດໝາຍແລະເລື່ອງລາວຕ່າງໆທີ່ສະແດງໃຫ້ເຫັນວ່າພະເຈົ້າມີຄວາມຕ້ອງການແນວໃດຕໍ່ມະນຸດກ່ອນທີ່ຈະມີກົດໝາຍຂອງໂມເຊດ້ວຍຊ້ຳເຊິ່ງນັ້ນເປັນວິທີທີ່ ‘ປະກາດເລື່ອງການປົກຄອງຂອງພະເຈົ້າ’ ຢ່າງລະອຽດຖີ່ຖ້ວນ
d ໃນຂໍ້ 34 ຄຳພີໄບເບິນສະບັບແປບາງສະບັບໃສ່ຖ້ອຍຄຳທີ່ບອກວ່າ ຊີລາເລືອກທີ່ຈະຢູ່ອັນຕີໂອເຂຍຕໍ່ໄປ (ສະບັບແປຄິງເຈມ) ແນວໃດກໍຕາມ ເບິ່ງຄືວ່າມີການເພີ່ມຖ້ອຍຄຳນັ້ນເຂົ້າມາຕາມຫຼັງ.