ບົດທີ 7
ວິທີປະກາດ—ໃຊ້ວິທີປະກາດເພື່ອໃຫ້ຂ່າວສານໄປເຖິງຜູ້ຄົນ
1, 2. (ກ) ພະເຍຊູເຮັດແນວໃດເພື່ອເວົ້າກັບຜູ້ຟັງກຸ່ມໃຫຍ່? (ຂ) ພວກລູກສິດທີ່ສັດຊື່ຂອງພະຄລິດຮຽນແບບເພິ່ນແນວໃດ ແລະຍ້ອນຫຍັງ?
ຜູ້ຄົນຢ່າງຫຼວງຫຼາຍພາກັນມາຫາພະເຍຊູຢູ່ແຄມທະເລສາບ ແຕ່ເພິ່ນລົງໄປໃນເຮືອແລ້ວໃຫ້ເຮືອລອຍຢູ່ໃກ້ຝັ່ງ. ເປັນຫຍັງເພິ່ນເຮັດແບບນັ້ນ? ເພາະພະເຍຊູຮູ້ວ່າສຽງຂອງເພິ່ນຈະດັງຂຶ້ນເມື່ອສະທ້ອນໃສ່ກັບຜິວນ້ຳ ແລະຄົນກຸ່ມໃຫຍ່ນີ້ກໍຈະໄດ້ຍິນຂ່າວສານຂອງເພິ່ນຊັດເຈນຫຼາຍຂຶ້ນ.—ອ່ານມາລະໂກ 4:1, 2
2 ໃນໄລຍະການສ້າງຕັ້ງລາຊະອານາຈັກ ພວກລູກສິດທີ່ສັດຊື່ໄດ້ເຮັດຕາມຕົວຢ່າງຂອງພະຄລິດ ເຂົາເຈົ້າໃຊ້ວິທີໃໝ່ໆເພື່ອໃຫ້ຂ່າວດີເລື່ອງການປົກຄອງຂອງພະເຈົ້າໄປເຖິງຜູ້ຟັງຈຳນວນຫຼາຍ. ເມື່ອສະຖານະການປ່ຽນໄປຫຼືເມື່ອມີເຕັກໂນໂລຊີໃໝ່ໆເຂົ້າມາ ປະຊາຊົນຂອງພະເຈົ້າກໍຄິດຄົ້ນແລະປັບປ່ຽນວິທີປະກາດຢູ່ເລື້ອຍໆຕາມການຊີ້ນຳຂອງກະສັດເຍຊູ. ພວກເຮົາຢາກໃຫ້ຂ່າວສານໄປເຖິງຜູ້ຄົນໃຫ້ຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້ກ່ອນອະວະສານຈະມາເຖິງ. (ມັດ. 24:14) ລອງມາເບິ່ງວິທີທີ່ເຮົາເຄີຍໃຊ້ເພື່ອໃຫ້ຂ່າວສານໄປເຖິງຜູ້ຄົນ ບໍ່ວ່າເຂົາເຈົ້າຈະຢູ່ໃສ ແລະຂໍໃຫ້ຄິດເຖິງວິທີທີ່ເຈົ້າເອງຈະຮຽນແບບຄວາມເຊື່ອຂອງຄົນທີ່ເຜີຍແຜ່ຂ່າວດີໃນຍຸກທຳອິດ.
ໃຫ້ຂ່າວສານໄປເຖິງຄົນກຸ່ມໃຫຍ່
3. ເປັນຫຍັງການໃຊ້ໜັງສືພິມເພື່ອເຜີຍແຜ່ຂ່າວສານຂອງເຮົາຈຶ່ງເຮັດໃຫ້ສັດຕູຂອງຄວາມຈິງບໍ່ພໍໃຈ?
3 ໜັງສືພິມ. ພີ່ນ້ອງຣັດເຊວແລະເພື່ອນຮ່ວມງານຂອງລາວໄດ້ຈັດພິມຫໍສັງເກດການ ມາຕັ້ງແຕ່ປີ ຄ.ສ. 1879 ຈຶ່ງເຮັດໃຫ້ຫຼາຍຄົນໄດ້ຮູ້ຂ່າວສານເລື່ອງລາຊະອານາຈັກ. ແຕ່ໃນໄລຍະສິບປີກ່ອນຈະເຖິງປີ 1914 ເບິ່ງຄືວ່າພະຄລິດໄດ້ເຮັດຫຍັງອີກຫຼາຍຢ່າງເພື່ອຈະເຮັດໃຫ້ຂ່າວດີໄປເຖິງຜູ້ຄົນຫຼາຍຂຶ້ນ. ເລີ່ມຕັ້ງແຕ່ປີ 1903 ດຣ. ອີ. ແອວ. ອີຕອນ ໂຄສົກຂອງນັກເທດນິກາຍໂປຣແຕສະຕັງໃນລັດເພນຊິລເວເນຍໄດ້ທ້າຊາລ ເທຊ ຣັດເຊວໃຫ້ມາໂຕ້ວາທີກັບລາວໃນເລື່ອງຫຼັກຄຳສອນຂອງຄຳພີໄບເບິນ. ອີຕອນຂຽນຈົດໝາຍເຖິງຣັດເຊວວ່າ: “ຂ້ອຍຄິດວ່າການໂຕ້ວາທີຕໍ່ໜ້າສາທາລະນະຊົນໃນປະເດັນທີ່ເຮົາ 2 ຄົນມີຄວາມເຫັນຕ່າງກັນ . . . ຄົງຈະເປັນເລື່ອງທີ່ປະຊາຊົນສົນໃຈຫຼາຍ.” ຣັດເຊວແລະໝູ່ຂອງລາວກໍຄິດວ່າຄົນທົ່ວໄປໜ້າຈະສົນໃຈຄືກັນ ເຂົາເຈົ້າຈຶ່ງເອົາເລື່ອງທີ່ໂຕ້ວາທີໄປລົງໃນໜັງສືພິມຊັ້ນນຳຊື່ ເດິ ພິດສເບິຣກ ກາແຊດ (The Pittsburgh Gazette). ຜູ້ຄົນມັກແລະປະທັບໃຈຫຼາຍໃນບົດຄວາມແລະຄຳອະທິບາຍທີ່ຊັດເຈນຂອງຣັດເຊວກ່ຽວກັບຄວາມຈິງໃນຄຳພີໄບເບິນ ເຖິງຂັ້ນທີ່ໜັງສືພິມນີ້ຢາກຈະພິມຄຳບັນລະຍາຍຂອງຣັດເຊວທຸກອາທິດ. ເລື່ອງນີ້ຄົງເຮັດໃຫ້ພວກສັດຕູຂອງຄວາມຈິງບໍ່ພໍໃຈຫຼາຍແທ້ໆ!
ເມື່ອຮອດປີ 1914 ມີໜັງສືພິມຫຼາຍກວ່າ 2.000 ສະບັບທີ່ພິມຄຳເທດຂອງຣັດເຊວ
4, 5. ພີ່ນ້ອງຣັດເຊວສະແດງຄຸນລັກສະນະອັນໃດ ແລະຄົນທີ່ມີໜ້າທີ່ຮັບຜິດຊອບໃນອົງການຂອງພະເຈົ້າຈະຮຽນແບບລາວໄດ້ແນວໃດ?
4 ບໍ່ດົນ ໜັງສືພິມສະບັບອື່ນໆກໍຢາກພິມຄຳບັນລະຍາຍຂອງຣັດເຊວຄືກັນ. ເມື່ອຮອດປີ 1908 ຫໍສັງເກດການ ລາຍງານວ່າ: ມີການພິມຄຳເທດຕ່າງໆຂອງຣັດເຊວ “ເປັນປະຈຳໃນໜັງສືພິມ 11 ສະບັບ” ແຕ່ພີ່ນ້ອງບາງຄົນທີ່ຄຸ້ນເຄີຍກັບວຽກໃນດ້ານໜັງສືພິມໄດ້ແນະນຳຣັດເຊວວ່າໜ້າຈະຍ້າຍສຳນັກງານຂອງສະມາຄົມຈາກເມືອງພິດສເບິຣກໄປເມືອງທີ່ມີຊື່ສຽງຫຼາຍກວ່າ ເພື່ອໜັງສືພິມອີກຫຼາຍສະບັບຈະໄດ້ລົງບົດຄວາມເຫຼົ່ານັ້ນນຳ. ຫຼັງຈາກທົບທວນຄຳແນະນຳນັ້ນແລະປັດໃຈອື່ນໆ ຣັດເຊວກໍໄດ້ຍ້າຍສຳນັກງານໄປທີ່ບຸກລິນ ນິວຢອກໃນປີ 1909. ຜົນເປັນແນວໃດ? ຫຼັງຈາກຍ້າຍໄປບໍ່ເທົ່າໃດເດືອນກໍມີໜັງສືພິມປະມານ 400 ສະບັບທີ່ພິມຄຳບັນລະຍາຍຂອງລາວ ແລະຕໍ່ມາກໍລົງໃນໜັງສືພິມສະບັບອື່ນໆອີກ. ເມື່ອລາຊະອານາຈັກສ້າງຕັ້ງຂຶ້ນໃນປີ 1914 ມີໜັງສືພິມຫຼາຍກວ່າ 2.000 ສະບັບໃນ 4 ພາສາທີ່ພິມຄຳເທດແລະບົດຄວາມຂອງຣັດເຊວ!
5 ເລື່ອງນີ້ສອນບົດຮຽນສຳຄັນອັນໃດໃຫ້ແກ່ເຮົາ? ໃນທຸກມື້ນີ້ຄົນທີ່ມີໜ້າທີ່ຮັບຜິດຊອບໃນອົງການຂອງພະເຈົ້າຄວນຮຽນແບບຄວາມຖ່ອມໃຈຂອງຣັດເຊວ ໂດຍການຄິດເຖິງຄຳແນະນຳທີ່ໄດ້ຮັບຈາກຄົນອື່ນກ່ອນຈະຕັດສິນໃຈເລື່ອງທີ່ສຳຄັນ.—ອ່ານສຸພາສິດ 15:22
6. ຄວາມຈິງທີ່ລົງໃນໜັງສືພິມສົ່ງຜົນຕໍ່ຜູ້ຍິງຄົນໜຶ່ງແນວໃດ?
6 ຄວາມຈິງເລື່ອງລາຊະອານາຈັກທີ່ລົງໃນໜັງສືພິມປ່ຽນຊີວິດຜູ້ຄົນໄດ້. (ເຫບ. 4:12) ຕົວຢ່າງເຊັ່ນ: ອໍຣາ ເຮັດໂຊ ເຊິ່ງຮັບບັບເຕມາໃນປີ 1917 ໄດ້ຮຽນຄວາມຈິງຄັ້ງທຳອິດຈາກບົດຄວາມເຫຼົ່ານັ້ນ. ອໍຣາເລົ່າວ່າ: “ຫຼັງຈາກແຕ່ງດອງ ຂ້ອຍໄປຢາມແມ່ຢູ່ເມືອງໂຣເຊັດເຕີ ໃນລັດມິນນິໂຊຕາ. ເມື່ອໄປຮອດ ຂ້ອຍເຫັນແມ່ກຳລັງຕັດບົດຄວາມທີ່ເປັນຄຳເທດຂອງຣັດເຊວຈາກໜັງສືພິມ. ແມ່ອະທິບາຍໃຫ້ຂ້ອຍຟັງກ່ຽວກັບສິ່ງທີ່ແມ່ໄດ້ຮຽນຈາກບົດຄວາມເຫຼົ່ານັ້ນ.” ອໍຣາຕອບຮັບຄວາມຈິງ ແລະເປັນຜູ້ປະກາດຂ່າວສານເລື່ອງລາຊະອານາຈັກທີ່ສັດຊື່ມາຕະຫຼອດ 60 ປີ.
7. ເປັນຫຍັງຄົນທີ່ນຳໜ້າໃນອົງການຕ້ອງຄິດທົບທວນເລື່ອງການໃຊ້ໜັງສືພິມເພື່ອເຜີຍແຜ່ຂ່າວດີ?
7 ໃນປີ 1916 ມີເຫດການສຳຄັນ 2 ຢ່າງເກີດຂຶ້ນ ເຊິ່ງເຮັດໃຫ້ຄົນທີ່ນຳໜ້າໃນອົງການຕ້ອງຄິດທົບທວນວ່າເຂົາເຈົ້າຍັງຈະໃຊ້ໜັງສືພິມເຜີຍແຜ່ຂ່າວດີຕໍ່ໄປຫຼືບໍ່. ເຫດການທຳອິດຄື ສົງຄາມໂລກຄັ້ງທີ 1 ທີ່ກຳລັງດຸເດືອດເຊິ່ງເຮັດໃຫ້ວັດສະດຸທີ່ໃຊ້ໃນການພິມຫາຍາກຫຼາຍຂຶ້ນ. ໃນປີ 1916 ລາຍງານຈາກພະແນກໜັງສືພິມຂອງເຮົາໃນອັງກິດເວົ້າເຖິງບັນຫານີ້ວ່າ: “ມີໜັງສືພິມພຽງແຕ່ 30 ກວ່າສະບັບທີ່ພິມຄຳເທດໃນເວລານີ້ແລະບໍ່ດົນກໍຄົງຈະຫຼຸດລົງອີກຫຼາຍ ເພາະຕອນນີ້ເຈ້ຍແພງ.” ເຫດການທີ 2 ຄືພີ່ນ້ອງຣັດເຊວໄດ້ເສຍຊີວິດໃນວັນທີ 31 ຕຸລາ 1916. ດັ່ງນັ້ນ ຫໍສັງເກດການ 15 ທັນວາ 1916 ຈຶ່ງມີຄຳປະກາດວ່າ: “ເຮົາຈະເຊົາລົງຄຳເທດ [ໃນໜັງສືພິມຕ່າງໆ] ເນື່ອງຈາກພີ່ນ້ອງຣັດເຊວເສຍຊີວິດແລ້ວ.” ເຖິງວ່າຈະຍົກເລີກວິທີປະກາດແບບນີ້ ແຕ່ຍັງມີວິທີອື່ນອີກທີ່ໃຊ້ໄດ້ຜົນເຊັ່ນ: ການສາຍ “ພາບພະຍົນເລື່ອງການສ້າງ.”
8. ມີການຜະລິດ “ພາບພະຍົນເລື່ອງການສ້າງ” ແນວໃດ?
8 ການບັນລະຍາຍໂດຍໃຊ້ພາບປະກອບ. ຣັດເຊວແລະເພື່ອນຮ່ວມງານຂອງລາວເຮັດວຽກປະມານ 3 ປີເພື່ອຜະລິດ “ພາບພະຍົນເລື່ອງການສ້າງ” ເຊິ່ງສາຍຄັ້ງທຳອິດໃນປີ 1914. (ສຸພາ. 21:5) ມີການໃຊ້ເຕັກນິກໃໝ່ເພື່ອສ້າງພາບພະຍົນເລື່ອງນີ້ໂດຍເອົາພາບເຄື່ອນໄຫວ ແຜ່ນສະໄລ້ແກ້ວ ແລະສຽງທີ່ບັນທຶກໄວ້ປະກອບເຂົ້າກັນ. ຫຼາຍຮ້ອຍຄົນໄດ້ເຂົ້າຮ່ວມສະແດງໃນສາກເຫດການຕ່າງໆຈາກຄຳພີໄບເບິນແລ້ວບັນທຶກລົງໃນຟີມ ແລະແມ່ນແຕ່ສັດຫຼາຍຊະນິດກໍຖືກເອົາມາເຂົ້າສາກນຳ. ລາຍງານໃນປີ 1913 ບອກວ່າ: “ມີການເອົາສັດຈຳນວນຫຼາຍຈາກສວນສັດໃຫຍ່ແຫ່ງໜຶ່ງມາເຂົ້າສາກເພື່ອເຮັດພາບເຄື່ອນໄຫວໃນເລື່ອງໂນເອ.” ນັກແຕ້ມຮູບຈາກລອນດອນ ນິວຢອກ ປາຣີ ແລະຟີລາເດນຟີ ໄດ້ແຕ້ມແລະລະບາຍສີແຜ່ນສະໄລ້ແກ້ວເທື່ອລະແຜ່ນຈຳນວນຫຼາຍຮ້ອຍແຜ່ນເພື່ອຜະລິດພາບພະຍົນນີ້.
9. ເປັນຫຍັງຈຶ່ງຕ້ອງທຸ່ມເທເວລາແລະເງິນທຶນຢ່າງຫຼວງຫຼາຍເພື່ອຜະລິດ “ພາບພະຍົນເລື່ອງການສ້າງ”?
9 ເປັນຫຍັງຈຶ່ງຕ້ອງທຸ່ມເທເວລາແລະເງິນທຶນຢ່າງຫຼວງຫຼາຍເພື່ອຜະລິດ “ພາບພະຍົນເລື່ອງການສ້າງ”? ເນື່ອງຈາກມະຕິທີ່ມີການຍອມຮັບໃນການປະຊຸມໃຫຍ່ໃນປີ 1913 ອະທິບາຍວ່າ: “ໜັງສືພິມໃນອາເມຣິກາປະສົບຄວາມສຳເລັດແບບທີ່ບໍ່ເຄີຍມີມາກ່ອນ ເພາະສາມາດຫຼໍ່ຫຼອມຄວາມຄິດຂອງຄົນທົ່ວໄປໄດ້ໂດຍໃຊ້ກາຕູນຫຼືພາບປະກອບ ເລື່ອງນີ້ເປັນຂໍ້ພິສູດວ່າການໃຊ້ພາບເຄື່ອນໄຫວປະກອບພາບພະຍົນຄຸ້ມຄ່າກັບເວລາແລະເງິນຈຳນວນຫຼາຍທີ່ໃຊ້ໄປ ເນື່ອງຈາກເຮົາເປັນຜູ້ປະກາດທີ່ກ້າວໜ້າແລະຄູສອນໃນຊັ້ນຮຽນພະຄຳພີ ເຮົາເຊື່ອວ່າມີເຫດຜົນພຽງພໍທີ່ຈະສະໜັບສະໜູນວິທີປະກາດໂດຍໃຊ້ພາບເຄື່ອນໄຫວແລະແຜ່ນສະໄລ້ຢ່າງເຕັມທີ ແລະນີ້ກໍເປັນວິທີສອນທີ່ມີປະສິດທິພາບແລະໜ້າດຶງດູດໃຈ.”
10. “ພາບພະຍົນເລື່ອງການສ້າງ” ຖືກນຳໄປສາຍຢ່າງກວ້າງຂວາງຂະໜາດໃດ?
10 ໃນໄລຍະປີ 1914 ມີການສາຍ “ພາບພະຍົນເລື່ອງການສ້າງ” ທຸກມື້ໃນ 80 ເມືອງ. ຜູ້ຄົນໃນສະຫະລັດແລະການາດາເກືອບ 8 ລ້ານຄົນໄດ້ເບິ່ງພາບພະຍົນນີ້. ໃນປີດຽວກັນນັ້ນກໍມີການສາຍ “ພາບພະຍົນເລື່ອງການສ້າງ” ທີ່ແດນມາກ ນູແວນເຊລັງ ນອກແວ ແຟງລັງ ເຢຍລະມັນ ສະວິດ ຊູແອດ ອົດສະຕຣາລີ ອັງກິດ. ພາບພະຍົນເລື່ອງນີ້ຍັງມີແບບທີ່ບໍ່ມີພາບເຄື່ອນໄຫວເຊິ່ງເອີ້ນວ່າ: “ຢູຣິກາ ດຣາມາ” (Eureka Drama) ເຊິ່ງສາມາດເອົາໄປສາຍຕາມເມືອງນ້ອຍໆໄດ້ເພາະໃຊ້ຕົ້ນທຶນຕ່ຳກວ່າແລະຂົນຍ້າຍງ່າຍກວ່າ. ເມື່ອຮອດປີ 1916 ມີການແປ “ພາບພະຍົນເລື່ອງການສ້າງ” ຫຼືບໍ່ກໍ “ຢູຣິກາ ດຣາມາ” ເປັນພາສາເກັຣກ ດາໂນ-ນອກແວ ໂປໂລຍ ຝຣັ່ງ ເຢຍລະມັນ ຊູແອດ ແອດສະປາຍ ອາກເມນີ ອີຕາລີ.
ໃນໄລຍະປີ 1914 ມີຄົນໄປເບິ່ງ “ພາບພະຍົນເລື່ອງການສ້າງ” ຈົນເຕັມຫ້ອງປະຊຸມ
11, 12. “ພາບພະຍົນເລື່ອງການສ້າງ” ສົ່ງຜົນຕໍ່ຊາຍໜຸ່ມຄົນໜຶ່ງແນວໃດ ແລະລາວເປັນຕົວຢ່າງທີ່ດີໃນເລື່ອງໃດ?
11 “ພາບພະຍົນເລື່ອງການສ້າງ” ທີ່ແປເປັນພາສາຝຣັ່ງສົ່ງຜົນຫຼາຍຕໍ່ຊາຍໜຸ່ມອາຍຸ 18 ປີທີ່ຊື່ຊາລ ໂຣເນີ ລາວເວົ້າວ່າ: “ພາບພະຍົນເລື່ອງນີ້ມາສາຍໃນເມືອງຂອງຂ້ອຍຄື ເມືອງໂກມາຣ ແຄວ້ນອັນຊາດສ ປະເທດຝຣັ່ງ. ຕັ້ງແຕ່ສາກທຳອິດ ຂ້ອຍກໍປະທັບໃຈຫຼາຍທີ່ມີການສອນຄວາມຈິງໃນຄຳພີໄບເບິນຊັດເຈນຫຼາຍແທ້ໆ.”
12 ພາບພະຍົນເລື່ອງນີ້ກະຕຸ້ນຊາລໃຫ້ຮັບບັບເຕມາແລະເລີ່ມຮັບໃຊ້ເຕັມເວລາໃນປີ 1922. ວຽກຢ່າງໜຶ່ງທີ່ລາວໄດ້ຮັບມອບໝາຍໃນໄລຍະທຳອິດກໍຄື: ຊ່ວຍສາຍ “ພາບພະຍົນເລື່ອງການສ້າງ” ໃນຝຣັ່ງ. ຊາລເລົ່າວ່າ: “ຂ້ອຍມີໜ້າທີ່ຫຼາຍຢ່າງເຊັ່ນ: ຫຼິ້ນໄວໂອລິນ ເຮັດບັນຊີ ຮັບຜິດຊອບເລື່ອງໜັງສື ແລະກ່ອນຈະເລີ່ມສາຍພາບພະຍົນ ຂ້ອຍຍັງຂໍໃຫ້ຜູ້ຊົມນັ່ງງຽບໆນຳ. ໃນລະຫວ່າງຕອນພັກ ພວກເຮົາກໍສະເໜີໜັງສືໃຫ້ຜູ້ຊົມ ແລະມອບໝາຍໃຫ້ພີ່ນ້ອງຊາຍຍິງແຕ່ລະຄົນເບິ່ງແຍງບໍລິເວນໜຶ່ງໃນໂຮງສາຍພາບພະຍົນ. ເຂົາເຈົ້າຈະຫອບໜັງສືໄປ ແລະຖາມທຸກຄົນທີ່ນັ່ງຢູ່ບໍລິເວນນັ້ນວ່າມີໃຜຢາກໄດ້ບໍ. ນອກຈາກນັ້ນ ເຮົາຍັງຕັ້ງໂຕະທີ່ມີໜັງສືຢ່າງຫຼວງຫຼາຍເອົາໄວ້ໜ້າທາງເຂົ້ານຳ.” ໃນປີ 1925 ຊາລໄດ້ຖືກຮັບເຊີນໃຫ້ໄປຮັບໃຊ້ຢູ່ເບເທນບຸກລິນ ນິວຢອກ ລາວໄດ້ເປັນຜູ້ຄຸມຈັງຫວະດົນຕີຂອງວົງອໍເຄັດສຕາສຳລັບສະຖານີວິທະຍຸທີ່ຕັ້ງຂຶ້ນໃໝ່ຊື່ ດັບເບິນຢູບີບີອາ (WBBR). ຫຼັງຈາກໄດ້ອ່ານເລື່ອງຂອງພີ່ນ້ອງໂຣເນີ ເຮົາໜ້າຈະຖາມຕົວເອງວ່າ: ‘ຂ້ອຍເຕັມໃຈເຮັດວຽກທຸກຢ່າງທີ່ໄດ້ຮັບມອບໝາຍບໍເພື່ອຊ່ວຍເຜີຍແຜ່ຂ່າວດີເລື່ອງລາຊະອານາຈັກ?’—ອ່ານເອຊາອີ 6:8
13, 14. ມີການໃຊ້ວິທະຍຸເພື່ອເຜີຍແຜ່ຂ່າວດີແນວໃດ? (ເບິ່ງຂອບ “ ລາຍການທາງສະຖານີວິທະຍຸດັບເບິນຢູບີບີອາ” ແລະ “ ການປະຊຸມໃຫຍ່ຄັ້ງສຳຄັນ”)
13 ວິທະຍຸ. ໃນທົດສະວັດ 1920 ການສາຍ “ພາບພະຍົນເລື່ອງການສ້າງ” ເລີ່ມຫຼຸດລົງ ແຕ່ວິທະຍຸໄດ້ກາຍເປັນວິທີທີ່ສຳຄັນໃນການເຜີຍແຜ່ຂ່າວດີເລື່ອງລາຊະອານາຈັກ. ວັນທີ 16 ເມສາ 1922 ຄຳບັນລະຍາຍຂອງພີ່ນ້ອງຣັດເທີຝອດອອກອາກາດທາງວິທະຍຸເປັນຄັ້ງປະຫວັດສາດຈາກໂຮງລະຄອນເມໂທໂພລິແທນ ໂອເປຣ່າເຮົາສ ເມືອງຟີລາເດນຟີ ລັດເພນຊິລເວເນຍ. ມີປະມານ 50.000 ຄົນໄດ້ຟັງຄຳບັນລະຍາຍທີ່ຊື່ວ່າ: “ຫຼາຍລ້ານຄົນທີ່ມີຊີວິດຢູ່ໃນເວລານີ້ຈະບໍ່ຕາຍເລີຍ.” ຕໍ່ມາໃນປີ 1923 ກໍເລີ່ມອອກອາກາດຄຳບັນລະຍາຍການປະຊຸມໃຫຍ່ເປັນຄັ້ງທຳອິດ. ຜູ້ທີ່ນຳໜ້າໃນອົງການຄິດວ່ານອກຈາກຈະໃຊ້ສະຖານີວິທະຍຸຂອງເອກະຊົນແລ້ວ ຖືວ່າເປັນການດີທີ່ເຮົາຈະຕັ້ງສະຖານີວິທະຍຸເປັນຂອງເຮົາເອງ ດັ່ງນັ້ນເຮົາຈຶ່ງສ້າງສະຖານີວິທະຍຸທີ່ເກາະສະແຕເທນ ນິວຢອກ ແລະຈົດທະບຽນໂດຍໃຊ້ຊື່ດັບເບິນຢູບີບີອາເຊິ່ງອອກອາກາດຄັ້ງທຳອິດໃນວັນທີ 24 ກຸມພາ 1924.
ໃນປີ 1922 ມີປະມານ 50.000 ຄົນໄດ້ຟັງຄຳບັນລະຍາຍທາງວິທະຍຸເລື່ອງ “ຫຼາຍລ້ານຄົນທີ່ມີຊີວິດຢູ່ໃນເວລານີ້ຈະບໍ່ຕາຍເລີຍ”
14 ຫໍສັງເກດການ 1 ທັນວາ 1924 ອະທິບາຍຈຸດປະສົງຂອງການຕັ້ງສະຖານີວິທະຍຸດັບເບິນຢູບີບີອາວ່າ: “ເຮົາເຊື່ອວ່າການກະຈາຍສຽງທາງວິທະຍຸເປັນວິທີໃໝ່ທີ່ປະຢັດທີ່ສຸດແລະໄດ້ຜົນທີ່ສຸດໃນການເຜີຍແຜ່ຄວາມຈິງ” ແລະຍັງບອກອີກວ່າ: “ຖ້າພະເຈົ້າເຫັນວ່າເຮົາຄວນຕັ້ງສະຖານີວິທະຍຸເພີ່ມເພື່ອເຜີຍແຜ່ຄວາມຈິງ ພະອົງກໍຈະຈັດຫາເງິນທຶນໃຫ້ເຮົາ ບໍ່ທາງໃດກໍທາງໜຶ່ງ.” (ເພງ. 127:1) ເມື່ອຮອດປີ 1926 ປະຊາຊົນຂອງພະເຢໂຫວາເປັນເຈົ້າຂອງສະຖານີວິທະຍຸ 6 ແຫ່ງ. ເຊິ່ງມີ 2 ແຫ່ງທີ່ຢູ່ໃນສະຫະລັດຄື ສະຖານີວິທະຍຸດັບເບິນຢູບີບີອາໃນນິວຢອກແລະສະຖານີເວີດ (WORD) ຢູ່ໃກ້ໆເມືອງຊິຄາໂກ. ສ່ວນອີກ 4 ແຫ່ງຕັ້ງຢູ່ການາດາ ທີ່ລັດແອນເບີຕາ ບຣິຕິດໂຄລຳເບຍ ອອນແທຣິໂອ ແລະຊັດແຄດເຊວັນ.
15, 16. (ກ) ພວກນັກເທດນັກບວດໃນການາດາໄດ້ເຮັດຫຍັງເມື່ອຮູ້ວ່າພີ່ນ້ອງຂອງເຮົາໃຊ້ວິທະຍຸກະຈາຍສຽງ? (ຂ) ຄຳບັນລະຍາຍທາງວິທະຍຸແລະການປະກາດຕາມບ້ານເຮືອນຊ່ວຍສົ່ງເສີມກັນແນວໃດ?
15 ເມື່ອຄວາມຈິງໃນຄຳພີໄບເບິນແຜ່ກະຈາຍອອກໄປຢ່າງກວ້າງຂວາງ ເລື່ອງນີ້ກໍໄປເຖິງຫູພວກນັກເທດນັກບວດຂອງຄລິດສາສະໜາຈັກ. ອັນເບີດ ຮ໋ອຟມັນ ທີ່ຄຸ້ນເຄີຍກັບການເຮັດວຽກໃນສະຖານີວິທະຍຸທີ່ຊັດແຄດເຊວັນໃນການາດາ ກ່າວວ່າ: “ມີຄົນເລີ່ມຮູ້ຈັກນັກສຶກສາຄຳພີໄບເບິນ [ຊື່ເອີ້ນຂອງພະຍານພະເຢໂຫວາສະໄໝນັ້ນ] ຫຼາຍຂຶ້ນເລື້ອຍໆ. ການເຜີຍແຜ່ຄວາມຈິງດ້ວຍວິທີນີ້ເກີດຜົນດີມາຕະຫຼອດ ແຕ່ເມື່ອຮອດປີ 1928 ພວກນັກເທດນັກບວດໄດ້ກົດດັນເຈົ້າໜ້າທີ່ລັດຖະບານ ແລະຫຼັງຈາກນັ້ນ ສະຖານີວິທະຍຸຂອງນັກສຶກສາຄຳພີໄບເບິນທຸກແຫ່ງໃນການາດາກໍຖືກຍົກເລີກໃບອະນຸຍາດ.”
16 ເຖິງວ່າສະຖານີວິທະຍຸຕ່າງໆໃນການາດາຈະຖືກປິດ ແຕ່ຍັງມີການກະຈາຍສຽງຄຳບັນລະຍາຍທີ່ມີເນື້ອໃນຈາກຄຳພີໄບເບິນທາງຄື້ນວິທະຍຸອື່ນໆຂອງເອກະຊົນ. (ມັດ. 10:23) ເພື່ອຊ່ວຍໃຫ້ມີຄົນຟັງລາຍການວິທະຍຸຫຼາຍຂຶ້ນ ວາລະສານຫໍສັງເກດການ ແລະເດິ ໂກເດິນ ເອດຈ (ຕອນນີ້ຄື ຕື່ນເຖີດ!) ໄດ້ລົງລາຍຊື່ສະຖານີວິທະຍຸທີ່ອອກອາກາດຄວາມຈິງຈາກຄຳພີໄບເບິນໄວ້ນຳ. ດັ່ງນັ້ນ ເມື່ອຜູ້ປະກາດໄປຕາມບ້ານເຮືອນ ເຂົາເຈົ້າກໍຊວນຜູ້ຄົນໃຫ້ຟັງຄຳບັນລະຍາຍຈາກສະຖານີວິທະຍຸ ທ້ອງຖິ່ນໄດ້. ຜົນເປັນແນວໃດ? ຈົດໝາຍຂ່າວ ສະບັບມັງກອນ 1931 ບອກວ່າ: “ລາຍການວິທະຍຸເຮັດໃຫ້ພີ່ນ້ອງຢາກໄປປະກາດຕາມບ້ານເຮືອນຫຼາຍຂຶ້ນ. ເມື່ອສຳນັກງານໃຫຍ່ໄດ້ຮັບລາຍງານຫຼາຍ ເຮົາຈຶ່ງຮູ້ວ່າຜູ້ຄົນໄດ້ຟັງຄຳບັນລະຍາຍຂອງພີ່ນ້ອງຣັດເທີຝອດທາງວິທະຍຸ ເຂົາເຈົ້າກໍເລີຍຢາກຮັບປຶ້ມທີ່ຜູ້ປະກາດສະເໜີໃຫ້.” ຈົດໝາຍຂ່າວ ບອກວ່າການອອກອາກາດທາງວິທະຍຸແລະການປະກາດຕາມບ້ານເຮືອນເປັນ “ວິທີການປະກາດທີ່ດີເລີດ 2 ວິທີໃນອົງການຂອງພະເຈົ້າ.”
17, 18. ເຖິງວ່າສະພາບການຈະປ່ຽນໄປ ວິທະຍຸຍັງຄົງມີບົດບາດຫຍັງໃນການເຜີຍແຜ່ຂ່າວດີ?
17 ໃນທົດສະວັດ 1930 ແມ່ນແຕ່ການໃຊ້ສະຖານີວິທະຍຸເອກະຊົນອື່ນໆກໍຖືກຕໍ່ຕ້ານ. ດັ່ງນັ້ນ ໃນທ້າຍປີ 1937 ປະຊາຊົນຂອງພະເຢໂຫວາຈຶ່ງປັບຕົວໃຫ້ເຂົ້າກັບສະພາບການທີ່ປ່ຽນໄປ. ເຂົາເຈົ້າເຊົາໃຊ້ສະຖານີວິທະຍຸເອກະຊົນແລ້ວເນັ້ນວຽກປະກາດຕາມບ້ານເຮືອນຫຼາຍກວ່າເກົ່າ. a ແຕ່ວິທະຍຸກໍຍັງຄົງເປັນຊ່ອງທາງໜຶ່ງທີ່ສຳຄັນໃນການເຜີຍແຜ່ຂ່າວສານເລື່ອງລາຊະອານາຈັກໃນດິນແດນທີ່ຫ່າງໄກຫຼືເຂດທີ່ເຮັດວຽກປະກາດໄດ້ຍາກ. ຕົວຢ່າງເຊັ່ນ: ຕັ້ງແຕ່ປີ 1951-1991 ສະຖານີວິທະຍຸໜຶ່ງຢູ່ເມືອງເບີລິນຕາເວັນຕົກ ປະເທດເຢຍລະມັນ ໄດ້ອອກອາກາດຄຳບັນລະຍາຍທີ່ມີເນື້ອໃນຈາກຄຳພີໄບເບິນເປັນປະຈຳ ຄົນທີ່ຢູ່ໃນເຂດຕ່າງໆຂອງເຢຍລະມັນຕາເວັນອອກໃນສະໄໝນັ້ນຈຶ່ງຟັງຂ່າວສານເລື່ອງລາຊະອານາຈັກໄດ້. ເລີ່ມຕັ້ງແຕ່ປີ 1961 ສະຖານີແຫ່ງໜຶ່ງໃນປະເທດຊູຣີນາມ ທະວີບອາເມຣິກາໃຕ້ໄດ້ອອກອາກາດລາຍການວິທະຍຸ ອາທິດລະ 15 ນາທີຕະຫຼອດໄລຍະເວລາ 30 ກວ່າປີເພື່ອເຜີຍແຜ່ຄວາມຈິງໃນຄຳພີໄບເບິນ. ຕັ້ງແຕ່ປີ 1969-1977 ອົງການໄດ້ບັນທຶກສຽງຄຳບັນລະຍາຍເພື່ອອອກອາກາດຫຼາຍກວ່າ 350 ເລື່ອງໃນຊຸດທີ່ມີຊື່ວ່າ: “ພະຄຳພີທຸກຕອນເປັນປະໂຫຍດ.” ໃນສະຫະລັດ ມີສະຖານີວິທະຍຸ 291 ສະຖານີໃນ 48 ລັດທີ່ອອກອາກາດລາຍການຊຸດນີ້. ໃນປີ 1996 ສະຖານີວິທະຍຸໃນເມືອງອາເພຍເຊິ່ງເປັນເມືອງຫຼວງຂອງຊາມົວໃນໝູ່ເກາະປາຊີຟິກໃຕ້ໄດ້ອອກອາກາດລາຍການທີ່ຊື່ວ່າ: “ຄຳຕອບສຳລັບເລື່ອງທີ່ເຈົ້າຢາກຮູ້ກ່ຽວກັບຄຳພີໄບເບິນ” ເປັນປະຈຳທຸກອາທິດ.
18 ເມື່ອສະຕະວັດທີ 20 ໃກ້ຈະສິ້ນສຸດລົງ ວິທະຍຸກໍບໍ່ໄດ້ເປັນຊ່ອງທາງຫຼັກໃນການເຜີຍແຜ່ຂ່າວດີອີກຕໍ່ໄປ ແຕ່ກໍມີເຕັກໂນໂລຊີໃໝ່ໆທີ່ເຮັດໃຫ້ຂ່າວສານໄປເຖິງຜູ້ຄົນຈຳນວນຫຼາຍຢ່າງທີ່ບໍ່ເຄີຍມີມາກ່ອນ.
19, 20. ເປັນຫຍັງປະຊາຊົນຂອງພະເຢໂຫວາຈຶ່ງເຮັດເວັບໄຊ jw.org ແລະເວັບໄຊນີ້ໄດ້ຜົນດີຂະໜາດໃດ? (ເບິ່ງຂອບ “ JW.ORG”)
19 ອິນເຕີເນັດ. ຈາກຂໍ້ມູນປີ 2013 ມີຫຼາຍກວ່າ 2.700 ລ້ານຄົນຫຼືເກືອບ 40 ເປີເຊັນຂອງປະຊາກອນໂລກທີ່ໃຊ້ອິນເຕີເນັດ ແລະຄົນທີ່ໃຊ້ອິນເຕີເນັດຜ່ານອຸປະກອນເຄື່ອນທີ່ເຊັ່ນ: ສະມາດໂຟນຫຼືແທັບເລັດກໍມີປະມານ 2 ພັນລ້ານຄົນແລະຍັງຈະເພີ່ມຂຶ້ນເລື້ອຍໆໃນທົ່ວໂລກ ໂດຍສະເພາະທີ່ອາຝຼິກກາມີອັດຕາເພີ່ມຂຶ້ນໄວທີ່ສຸດ ຕອນນີ້ມີຄົນລົງທະບຽນໃຊ້ອິນເຕີເນັດໃນທີ່ນັ້ນຫຼາຍກວ່າ 90 ລ້ານຄົນແລ້ວ. ຄວາມກ້າວໜ້າທາງເຕັກໂນໂລຊີເຮັດໃຫ້ວິທີທີ່ຜູ້ຄົນຮັບຂໍ້ມູນຂ່າວສານປ່ຽນໄປຫຼາຍ.
20 ຕັ້ງແຕ່ປີ 1997 ປະຊາຊົນຂອງພະເຢໂຫວາເລີ່ມໃຊ້ວິທີຕິດຕໍ່ສື່ສານນີ້. ໃນປີ 2013 ເວັບໄຊ jw.org ມີໃຫ້ອ່ານໄດ້ປະມານ 300 ພາສາ ແລະຂໍ້ມູນຕ່າງໆທີ່ມາຈາກຄຳພີໄບເບິນມີໃຫ້ດາວໂຫຼດໄດ້ຫຼາຍກວ່າ 520 ພາສາ ໃນແຕ່ລະມື້ມີຫຼາຍກວ່າ 750.000 ຄົນເຂົ້າໄປເບິ່ງເວັບໄຊ. ນອກຈາກນັ້ນ ໃນທຸກເດືອນຍັງມີຄົນເຂົ້າໄປເບິ່ງວິດີໂອແລະດາວໂຫຼດປຶ້ມຫຼາຍກວ່າ 3 ລ້ານຫົວ ວາລະສານ 4 ລ້ານຫົວ ແລະໄຟລສຽງ 22 ລ້ານໄຟລ.
21. ເຈົ້າໄດ້ຮຽນຫຍັງຈາກປະສົບການຂອງຊີນາ?
21 ເວັບໄຊໄດ້ກາຍເປັນວິທີທີ່ດີເລີດໃນການເຜີຍແຜ່ຂ່າວດີເລື່ອງລາຊະອານາຈັກຂອງພະເຈົ້າ ແມ່ນແຕ່ປະເທດທີ່ວຽກປະກາດຂອງເຮົາຖືກສັ່ງຫ້າມ. ຕົວຢ່າງ: ຕອນຕົ້ນປີ 2013 ຜູ້ຊາຍຊື່ຊີນາເຫັນເວັບໄຊ jw.org ຂອງເຮົາ ແລະໄດ້ໂທໄປທີ່ສຳນັກງານໃຫຍ່ໃນສະຫະລັດ ເພື່ອຂໍຄວາມຮູ້ຫຼາຍຂຶ້ນກ່ຽວກັບຄຳພີໄບເບິນ. ເປັນຫຍັງເລື່ອງນີ້ຈຶ່ງໜ້າສົນໃຈເປັນພິເສດ? ຊີນາເປັນຄົນມຸດສະລິມແລະຢູ່ໝູ່ບ້ານທີ່ຫ່າງໄກໃນປະເທດທີ່ວຽກຂອງພະຍານພະເຢໂຫວາຖືກສັ່ງຫ້າມຢ່າງເດັດຂາດ. ຫຼັງຈາກລົມໂທລະສັບຄັ້ງນັ້ນ ຊີນາກໍໄດ້ຮຽນຄຳພີໄບເບິນອາທິດລະ 2 ຄັ້ງກັບພີ່ນ້ອງຄົນໜຶ່ງໃນສະຫະລັດໂດຍທາງວິດີໂອຜ່ານອິນເຕີເນັດ.
ສອນເປັນບຸກຄົນ
22, 23. (ກ) ວິທີຕ່າງໆທີ່ເຮັດໃຫ້ຂ່າວສານໄປເຖິງຄົນຈຳນວນຫຼາຍນຳມາໃຊ້ແທນການປະກາດຕາມບ້ານເຮືອນໄດ້ບໍ? (ຂ) ກະສັດເຍຊູອວຍພອນຄວາມພະຍາຍາມຂອງເຮົາແນວໃດ?
22 ເຮົາໃຊ້ຫຼາຍວິທີເພື່ອໃຫ້ຂ່າວສານໄປເຖິງຜູ້ຄົນຈຳນວນຫຼາຍ ເຊັ່ນ: ທາງໜັງສືພິມ ສາຍ “ພາບພະຍົນເລື່ອງການສ້າງ” ອອກອາກາດທາງສະຖານີວິທະຍຸ ແລະທາງເວັບໄຊ ແຕ່ບໍ່ມີວິທີໃດທີ່ຈະທົດແທນການປະກາດຕາມບ້ານເຮືອນໄດ້. ຍ້ອນຫຍັງ? ຍ້ອນປະຊາຊົນຂອງພະເຢໂຫວາຮຽນຈາກຕົວຢ່າງຂອງພະເຍຊູ. ເພິ່ນບໍ່ພຽງແຕ່ປະກາດກັບຄົນຈຳນວນຫຼາຍ ແຕ່ເພິ່ນເນັ້ນການຊ່ວຍເຫຼືອເປັນບຸກຄົນ. (ລືກາ 19:1-5) ພະເຍຊູຝຶກສອນລູກສິດຂອງເພິ່ນໃຫ້ເຮັດຄືກັນ ເພິ່ນໃຫ້ເຂົາເຈົ້ານຳຂ່າວສານໄປບອກຄົນອື່ນ. (ອ່ານລືກາ 10:1, 8-11) ດັ່ງທີ່ເຮົາໄດ້ຮຽນໃນບົດທີ 6 ຄົນທີ່ ນຳໜ້າໃນອົງການສະໜັບສະໜູນຜູ້ຮັບໃຊ້ຂອງພະເຢໂຫວາມາຕະຫຼອດວ່າ ທຸກຄົນຄວນໄປຫາແລະລົມກັບຜູ້ຄົນໂດຍກົງ.—ກິດ. 5:42; 20:20
23 ຫຼັງຈາກລາຊະອານາຈັກສ້າງຕັ້ງຂຶ້ນໄດ້ 100 ປີ ຕອນນີ້ມີຜູ້ປະກາດເກືອບ 8 ລ້ານຄົນທີ່ເຮັດວຽກຢ່າງກະຕືລືລົ້ນ ແລະສອນຄົນອື່ນກ່ຽວກັບສິ່ງທີ່ພະເຢໂຫວາຕັ້ງໃຈຈະເຮັດ. ກະສັດເຍຊູໄດ້ອວຍພອນໃຫ້ວິທີຕ່າງໆທີ່ເຮົາໃຊ້ໃນການໂຄສະນາລາຊະອານາຈັກເກີດຜົນດີ. ໃນບົດຕໍ່ໄປ ເຮົາຈະເຫັນວ່າເພິ່ນໄດ້ກຽມເຄື່ອງມືທີ່ເຮົາຈຳເປັນຕ້ອງໃຊ້ນຳ ເພື່ອເຜີຍແຜ່ຂ່າວດີໄປເຖິງຄົນທຸກຊາດ ທຸກຕະກູນ ແລະທຸກພາສາ.—ຄຳປ. 14:6
a ໃນປີ 1957 ກຸ່ມຄົນທີ່ນຳໜ້າໃນອົງການຕັດສິນໃຈປິດສະຖານີວິທະຍຸດັບເບິນຢູບີບີອາໃນນິວຢອກເຊິ່ງເປັນສະຖານີວິທະຍຸແຫ່ງສຸດທ້າຍຂອງເຮົາ.