ບົດທີ 19
ວຽກກໍ່ສ້າງທີ່ເຮັດໃຫ້ພະເຢໂຫວາໄດ້ຮັບກຽດ
1, 2. (ກ) ຕັ້ງແຕ່ອະດີດມາ ຜູ້ຮັບໃຊ້ທີ່ສັດຊື່ຂອງພະເຢໂຫວາມີຄວາມສຸກທີ່ໄດ້ເຮັດຫຍັງ? (ຂ) ພະເຢໂຫວາຖືວ່າອັນໃດເປັນສິ່ງທີ່ມີຄ່າ?
ຕັ້ງແຕ່ອະດີດມາ ຜູ້ຮັບໃຊ້ທີ່ສັດຊື່ຂອງພະເຢໂຫວາມີຄວາມສຸກຫຼາຍທີ່ໄດ້ສ້າງສິ່ງຕ່າງໆເພື່ອເຮັດໃຫ້ຊື່ຂອງພະອົງໄດ້ຮັບກຽດ ເຊັ່ນ: ຊາວອິດສະລາແອນສ້າງຈຳໜັກອາໄສຢ່າງກະຕືລືລົ້ນ ແລະຍັງໄດ້ບໍລິຈາກວັດຖຸສິ່ງຂອງຕ່າງໆແບບບໍ່ອັ້ນ.—ອົບ. 35:30-35; 36:1, 4-7
2 ພະເຢໂຫວາບໍ່ໄດ້ຖືວ່າວັດສະດຸກໍ່ສ້າງເປັນສິ່ງສຳຄັນທີ່ສຸດທີ່ຈະເຮັດໃຫ້ພະອົງໄດ້ຮັບກຽດ ແລະບໍ່ໄດ້ເບິ່ງວ່າວັດສະດຸເຫຼົ່ານັ້ນເປັນສິ່ງທີ່ມີຄ່າທີ່ສຸດ. (ມັດ. 23:16, 17) ສິ່ງທີ່ມີຄ່າຫຼືຂອງຂວັນທີ່ເຮັດໃຫ້ພະເຢໂຫວາໄດ້ຮັບກຽດຫຼາຍກວ່າວັດຖຸໃດໆກໍຄື ການນະມັດສະການພະອົງ ເຊິ່ງລວມເຖິງການໃຫ້ດ້ວຍຄວາມເຕັມໃຈ ແລະການເຮັດວຽກຮັບໃຊ້ຢ່າງກະຕືລືລົ້ນ. (ອົບ. 35:21; ມໂກ. 12:41-44; 1 ຕີໂມ. 6:17-19) ເປັນຫຍັງເລື່ອງນີ້ຈຶ່ງສຳຄັນ? ເພາະສິ່ງປຸກສ້າງບໍ່ໄດ້ຢູ່ຖາວອນ ເຊັ່ນ: ໃນທຸກມື້ນີ້ບໍ່ມີຈຳໜັກອາໄສແລະວິຫານເຫຼືອຢູ່ ສິ່ງເຫຼົ່ານັ້ນພັງທະລາຍໄປໝົດແລ້ວ ແຕ່ພະເຢໂຫວາບໍ່ເຄີຍລືມນ້ຳໃຈເອື້ອເຟື້ອແລະກຳລັງທີ່ຜູ້ຮັບໃຊ້ທີ່ສັດຊື່ຂອງພະອົງທຸ່ມເທເພື່ອຊ່ວຍກັນກໍ່ສ້າງສະຖານທີ່ນະມັດສະການເຫຼົ່ານັ້ນ.—ອ່ານ 1 ໂກລິນໂທ 15:58; ເຫບເລີ 6:10
3. ເຮົາຈະທົບທວນເລື່ອງຫຍັງແດ່ໃນບົດນີ້?
3 ຜູ້ຮັບໃຊ້ຂອງພະເຢໂຫວາໃນທຸກມື້ນີ້ກໍກຳລັງເຮັດວຽກໜັກເພື່ອສ້າງສະຖານທີ່ນະມັດສະການພະອົງຄືກັນ ແລະຜົນງານຈາກການຊີ້ນຳຂອງກະສັດເຍຊູຄລິດກໍໜ້າງຶດງໍ້ແທ້ໆ! ເຫັນໄດ້ແຈ້ງວ່າພະເຢໂຫວາອວຍພອນຄວາມພະຍາຍາມຂອງເຮົາ. (ເພງ. 127:1) ໃນບົດນີ້ ເຮົາຈະທົບທວນວ່າເຮົາໄດ້ເຮັດວຽກຫຍັງໄປແດ່ແລ້ວ ແລະວຽກເຫຼົ່ານັ້ນເຮັດໃຫ້ພະເຢໂຫວາໄດ້ຮັບກຽດແນວໃດ. ເຮົາຍັງຈະໄດ້ຟັງປະສົບການຂອງຄົນທີ່ເຄີຍເຮັດວຽກເຫຼົ່ານັ້ນນຳ.
ການສ້າງຫໍປະຊຸມລາຊະອານາຈັກ
4. (ກ) ເປັນຫຍັງເຮົາຈຳເປັນຕ້ອງມີສະຖານທີ່ນະມັດສະການເພີ່ມຂຶ້ນ? (ຂ) ເປັນຫຍັງຈຶ່ງມີການຍຸບແລະລວມສຳນັກງານສາຂາບາງແຫ່ງເຂົ້າກັນ? (ເບິ່ງຂອບ “ ການກໍ່ສ້າງສຳນັກງານສາຂາ—ການປ່ຽນແປງໃຫ້ເຂົ້າກັບຄວາມຈຳເປັນ”)
4 ໃນບົດທີ 16 ເຮົາໄດ້ເວົ້າໄປແລ້ວວ່າພະເຢໂຫວາຕ້ອງການໃຫ້ເຮົາໄປປະຊຸມເພື່ອນະມັດສະການຮ່ວມກັນ. (ເຫບ. 10:25) ເພາະນອກຈາກຈະຊ່ວຍໃຫ້ເຮົາມີຄວາມເຊື່ອທີ່ເຂັ້ມແຂງແລ້ວ ການປະຊຸມຍັງເຮັດໃຫ້ເຮົາກະຕືລືລົ້ນຢາກໄປປະກາດນຳ. ຍິ່ງເວລາຂອງສະໄໝສຸດທ້າຍໃກ້ຈະໝົດລົງ ພະເຢໂຫວາກໍຍິ່ງເລັ່ງວຽກ ນີ້ຫຼາຍຂຶ້ນ. ຜົນກໍຄື ມີຜູ້ຄົນນັບໝື່ນນັບແສນເຂົ້າມາໃນອົງການຂອງພະອົງທຸກໆປີ. (ເອຊາ. 60:22) ເມື່ອມີປະຊາຊົນຂອງລາຊະອານາຈັກເພີ່ມຂຶ້ນ ກໍຈຳເປັນຕ້ອງມີໂຮງພິມຫຼາຍຂຶ້ນເພື່ອຜະລິດໜັງສືກ່ຽວກັບຄຳພີໄບເບິນ ແລ້ວກໍຕ້ອງມີສະຖານທີ່ນະມັດສະການເພີ່ມຂຶ້ນອີກນຳ.
5. ເປັນຫຍັງຊື່ ‘ຫໍປະຊຸມລາຊະ ອານາຈັກ’ ຈຶ່ງເປັນຊື່ທີ່ເໝາະສົມ? (ເບິ່ງຂອບ “ ນິວໄລ ເຊີດສ”)
5 ໃນຕອນຕົ້ນປະຫວັດສາດສະໄໝໃໝ່ຂອງປະຊາຊົນຂອງພະເຢໂຫວາ ກຸ່ມນັກສຶກສາຄຳພີໄບເບິນເລີ່ມເຫັນວ່າເຂົາເຈົ້າຈຳເປັນຕ້ອງມີສະຖານທີ່ປະຊຸມເປັນຂອງຕົວເອງ. ເບິ່ງຄືວ່າມີການສ້າງສະຖານທີ່ນະມັດສະການແຫ່ງທຳອິດຂຶ້ນໃນປີ ຄ.ສ. 1890 ທີ່ລັດເວັດສ ເວີຈີເນຍ ສະຫະລັດອາເມຣິກາ. ເມື່ອຮອດທົດສະວັດ 1930 ປະຊາຊົນຂອງພະເຢໂຫວາກໍປັບປຸງແລະກໍ່ສ້າງອາຄານຫຼາຍຫຼັງໃຫ້ເປັນບ່ອນປະຊຸມ ແຕ່ຍັງບໍ່ຕັ້ງຊື່ສະເພາະສຳລັບສະຖານທີ່ເຫຼົ່ານັ້ນ. ໃນປີ 1935 ພີ່ນ້ອງຣັດເທີຝອດເດີນທາງໄປທີ່ຮາວາຍ ຕອນນັ້ນພີ່ນ້ອງກຳລັງສ້າງສຳນັກງານສາຂາແລະຫໍປະຊຸມຫຼັງໜຶ່ງຢູ່ທີ່ນັ້ນ. ເມື່ອມີຄົນຖາມວ່າຈະເອີ້ນອາຄານຫຼັງນີ້ວ່າແນວໃດ ພີ່ນ້ອງຣັດເທີຝອດຕອບວ່າ: “ເຮົາເອີ້ນບ່ອນນີ້ວ່າ: ‘ຫໍປະຊຸມລາຊະອານາຈັກ’ ດີບໍ ເພາະເຮົາປະກາດຂ່າວດີເລື່ອງລາຊະອານາຈັກຢູ່ບໍ່ແມ່ນບໍ?” (ມັດ. 24:14) ຈາກນັ້ນບໍ່ດົນ ປະຊາຊົນຂອງພະເຢໂຫວາທົ່ວໂລກກໍເອີ້ນສະຖານທີ່ປະຊຸມດ້ວຍຊື່ທີ່ເໝາະສົມນີ້.
6, 7. ການກໍ່ສ້າງຫໍປະຊຸມແບບໄວວາກໍ່ຜົນແນວໃດ?
6 ເມື່ອຮອດທົດສະວັດ 1970 ການເຕີບໂຕຢ່າງໄວວາເຮັດໃຫ້ຈຳເປັນຕ້ອງມີຫໍປະຊຸມຫຼາຍຂຶ້ນເລື້ອຍໆ. ພີ່ນ້ອງໃນສະຫະລັດຈຶ່ງຄິດຫາວິທີກໍ່ສ້າງຫໍປະຊຸມໂດຍໃຊ້ເວລາພຽງບໍ່ເທົ່າໃດມື້ແຕ່ກໍສວຍງາມແລະໃຊ້ໄດ້ຢ່າງຄຸ້ມຄ່າ. ເມື່ອຮອດປີ 1983 ຫໍປະຊຸມທີ່ສ້າງແບບໄວວານີ້ກໍມີປະມານ 200 ຫຼັງທັງໃນສະຫະລັດແລະການາດາ ແລະເພື່ອຈະເຮັດວຽກໃຫ້ສຳເລັດ ພີ່ນ້ອງຈຶ່ງເລີ່ມຕັ້ງຄະນະກຳມະການກໍ່ສ້າງພູມິພາກຂຶ້ນມາເບິ່ງແຍງວຽກນີ້. ວິທີນີ້ໄດ້ຜົນດີຫຼາຍຈົນໃນປີ 1986 ຄະນະກຳມະການປົກຄອງເຖິງກັບສະໜັບສະໜູນໃຫ້ພີ່ນ້ອງໃນບ່ອນອື່ນໆໃຊ້ວິທີດຽວກັນນີ້ ແລະໃນປີ 1987 ກໍມີຄະນະກຳມະການກໍ່ສ້າງພູມິພາກ (RBCs) ເຖິງ 60 ຄະນະໃນສະຫະລັດ. a ເມື່ອຮອດປີ 1992 ມີການຕັ້ງຄະນະກຳມະການກໍ່ສ້າງພູມິພາກຂຶ້ນອີກໃນຫຼາຍປະເທດ ເຊັ່ນ: ອາກຊັງຕີນ ອົດສະຕຣາລີ ຝຣັ່ງ ເຢຍລະມັນ ຍີ່ປຸ່ນ ເມັກຊິກ ອາຝຼິກກາໃຕ້ ແລະແອດສະປາຍ. ພີ່ນ້ອງທີ່ຂະຫຍັນຂັນແຂງເຊິ່ງສ້າງຫໍປະຊຸມລາຊະອານາຈັກແລະຫໍປະຊຸມໃຫຍ່ສົມຄວນໄດ້ຮັບການສະໜັບສະໜູນຈາກພວກເຮົາແທ້ໆ ເພາະວຽກທີ່ເຂົາເຈົ້າເຮັດກໍເປັນວຽກຮັບໃຊ້ອັນສັກສິດຄືກັນ.
7 ຫໍປະຊຸມທີ່ສ້າງແລ້ວແບບໄວວານີ້ໄດ້ເຮັດໃຫ້ຜູ້ຄົນໃນແຖວນັ້ນຮູ້ສຶກງຶດງໍ້ເຊັ່ນ: ໜັງສືພິມສະບັບໜຶ່ງຂອງແອດສະປາຍພາດຫົວຂ່າວວ່າ: “ຄວາມເຊື່ອຍ້າຍພູເຂົາ ໄດ້.” ເມື່ອເວົ້າເຖິງການກໍ່ສ້າງຫໍປະຊຸມແບບໄວວາໃນເມືອງມາທອດສ ໜັງສືພິມນັ້ນຖາມວ່າ: “ໃນໂລກທີ່ແລ້ງນ້ຳໃຈແບບນີ້ ເປັນໄປໄດ້ແນວໃດທີ່ຈະຍັງມີອາສາສະໝັກທີ່ບໍ່ເຫັນແກ່ຕົວເດີນທາງມາຈາກພູມິພາກຕ່າງໆຂອງ [ແອດສະປາຍ] ໄປເມືອງມາທອດສເພື່ອຮ່ວມແຮງຮ່ວມໃຈກັນສ້າງອາຄານຫຼັງໜຶ່ງເຊິ່ງທຸບສະຖິຕິທັງເລື່ອງຄວາມໄວ ຄວາມສົມບູນແບບ ແລະຄວາມເປັນລະບຽບ?” ໜັງສືພິມສະບັບນັ້ນຕອບໂດຍຍົກຄຳເວົ້າຂອງອາສາສະໝັກທີ່ເປັນພະຍານພະເຢໂຫວາຄົນໜຶ່ງຂຶ້ນມາດັ່ງນີ້: “ເຫດຜົນງ່າຍໆກໍຄື ຄວາມຈິງທີ່ວ່າເຮົາເປັນປະຊາຊົນທີ່ໄດ້ຮັບການສອນຈາກພະເຢໂຫວາ.”
ວຽກກໍ່ສ້າງໃນປະເທດທີ່ມີຊັບພະຍາກອນຈຳກັດ
8. ໃນປີ 1999 ຄະນະກຳມະການປົກຄອງໄດ້ອະນຸມັດໂຄງການຫຍັງ ແລະຍ້ອນຫຍັງ?
8 ຜູ້ຄົນໃນດິນແດນທີ່ມີຊັບພະຍາກອນຈຳກັດຫຼັ່ງໄຫຼເຂົ້າມາໃນອົງການຂອງພະເຢໂຫວາຫຼາຍຂຶ້ນໃນທ້າຍສະຕະວັດທີ 20. ພີ່ນ້ອງທ້ອງຖິ່ນກໍພະຍາຍາມຢ່າງດີທີ່ສຸດເພື່ອສ້າງສະຖານທີ່ປະຊຸມ ແຕ່ພີ່ນ້ອງບາງປະເທດຕ້ອງອົດທົນກັບການຖືກລັງກຽດແລະການເຍາະເຍີ້ຍ ເພາະຫໍປະຊຸມທ້ອງຖິ່ນຫຼາຍຫຼັງບໍ່ສະຫງ່າງາມເລີຍເມື່ອທຽບກັບສະຖານທີ່ນະມັດສະການຂອງສາສະໜາອື່ນໆ. ແຕ່ເລີ່ມໃນປີ 1999 ຄະນະກຳມະການປົກຄອງໄດ້ອະນຸມັດໂຄງການໜຶ່ງເພື່ອເລັ່ງກໍ່ສ້າງຫໍປະຊຸມໃນປະເທດຕ່າງໆທີ່ກຳລັງພັດທະນາ ແລະມີການ “ສະເໝີກັນ [“ສະເລ່ຍກັນ,” ລ.ມ.]” ຫຼືແບ່ງເງິນບໍລິຈາກຈາກປະເທດທີ່ຮັ່ງມີກວ່າເພື່ອຊ່ວຍສ້າງຫໍປະຊຸມ. (ອ່ານ 2 ໂກລິນໂທ 8:13-15) ແລະພີ່ນ້ອງຈາກປະເທດອື່ນໆກໍອາສາສະໝັກໄປຊ່ວຍວຽກກໍ່ສ້າງຄືກັນ.
9. ວຽກຫຍັງທີ່ເບິ່ງຄືວ່າມີຫຼາຍໂພດຈົນເຮັດບໍ່ໄຫວ ແຕ່ໃນທີ່ສຸດຜົນເປັນແນວໃດ?
9 ໃນຕອນທຳອິດ ເບິ່ງຄືວ່າວຽກກໍ່ສ້າງຈະມີຫຼາຍໂພດຈົນເຮັດບໍ່ໄຫວ. ລາຍງານປີ 2001 ບອກວ່າ ເຮົາຍັງຕ້ອງສ້າງຫໍປະຊຸມຫຼາຍກວ່າ 18.300 ຫຼັງໃນປະເທດທີ່ກຳລັງພັດທະນາ 88 ປະເທດ. ແຕ່ດ້ວຍຄວາມຊ່ວຍເຫຼືອຈາກກະສັດເຍຊູຄລິດແລະພະລັງບໍລິສຸດຂອງພະເຈົ້າຈຶ່ງບໍ່ມີວຽກໃດທີ່ເຮົາເຮັດບໍ່ໄດ້. (ມັດ. 19:26) ພາຍໃນ 15 ປີ ຕັ້ງແຕ່ປີ 1999-2013 ປະຊາຊົນຂອງພະເຈົ້າສ້າງຫໍປະຊຸມໃນໂຄງການນີ້ແລ້ວ 26.849 ຫຼັງ. b ເນື່ອງຈາກພະເຢໂຫວາອວຍພອນວຽກປະກາດຂອງເຮົາຕະຫຼອດມາ ເມື່ອຮອດປີ 2013 ປະເທດເຫຼົ່ານັ້ນຍັງຕ້ອງການຫໍປະຊຸມອີກປະມານ 6.500 ຫຼັງ ແລະຕອນນີ້ກໍຍັງຕ້ອງສ້າງຫໍປະຊຸມເພີ່ມອີກປີລະຫຼາຍຮ້ອຍຫຼັງ.
10-12. ການສ້າງຫໍປະຊຸມຫຼັງໃໝ່ໆເຮັດໃຫ້ຊື່ຂອງພະເຢໂຫວາໄດ້ຮັບກຽດແນວໃດ?
10 ການສ້າງຫໍປະຊຸມລາຊະອານາຈັກຫຼັງໃໝ່ໆເຮັດໃຫ້ຊື່ຂອງພະເຢໂຫວາໄດ້ຮັບກຽດແນວໃດ? ລາຍງານຈາກສຳນັກງານສາຂາຊິມບາເວບອກວ່າ: “ຫຼັງຈາກຫໍປະຊຸມຫຼັງໃໝ່ສ້າງແລ້ວພຽງແຕ່ເດືອນດຽວ ຜູ້ເຂົ້າຮ່ວມການປະຊຸມກໍເພີ່ມຂຶ້ນເປັນ 2 ເທົ່າ.” ໃນຫຼາຍປະເທດ ເບິ່ງຄືວ່າຜູ້ຄົນບໍ່ຄ່ອຍຢາກມາສົມທົບກັບເຮົາຖ້າເຮົາຍັງບໍ່ມີສະຖານທີ່ນະມັດສະການທີ່ເບິ່ງເປັນຕາໜ້ານັບຖື ແຕ່ເມື່ອສ້າງຫໍປະຊຸມຫຼັງໜຶ່ງແລ້ວໆບໍ່ດົນຄົນກໍມາເຕັມ ແລ້ວເຮົາກໍຕ້ອງສ້າງຫຼັງໃໝ່ອີກ. ສິ່ງທີ່ດຶງດູດໃຫ້ຄົນເຂົ້າມາຫາພະເຢໂຫວາບໍ່ແມ່ນຕຶກອາຄານທີ່ສວຍງາມເທົ່ານັ້ນ ແຕ່ຍ້ອນຄົນທີ່ມາຊ່ວຍສ້າງຫໍປະຊຸມໄດ້ສະແດງຄວາມຮັກແບບຄລິດສະຕຽນແທ້. ນີ້ເຮັດໃຫ້ຜູ້ຄົນເບິ່ງອົງການຂອງພະອົງດ້ວຍມຸມມອງໃໝ່ ໃຫ້ເຮົາມາເບິ່ງບາງຕົວຢ່າງນຳກັນ.
11 ອິນໂດເນເຊຍ. ເມື່ອຜູ້ຊາຍຄົນໜຶ່ງທີ່ເຝົ້າເບິ່ງການກໍ່ສ້າງຫໍປະຊຸມຮູ້ວ່າຄົນງານທັງໝົດເປັນອາສາສະໝັກ ລາວເວົ້າວ່າ: “ພວກເຈົ້າເຮັດໄດ້ແນວໃດ ສຸດຍອດອີ່ຫຼີ! ຂ້ອຍເຫັນພວກເຈົ້າແຕ່ລະຄົນເຮັດວຽກຄືບໍ່ຮູ້ຈັກອິດເມື່ອຍແລະຍັງມີຄວາມສຸກນຳອີກທັງໆທີ່ບໍ່ໄດ້ຮັບຄ່າຈ້າງເລີຍ. ຂ້ອຍຄິດວ່າບໍ່ມີອົງການສາສະໜາໃດຄືກັບຂອງພວກເຈົ້າອີກແລ້ວ!”
12 ອູແກຣນ. ຜູ້ຍິງຄົນໜຶ່ງຍ່າງຜ່ານໄປຜ່ານມາທຸກມື້ແລະໄດ້ເຫັນໂຄງການກໍ່ສ້າງຫໍປະຊຸມຫຼັງໜຶ່ງ ລາວກໍຄິດໃນໃຈວ່າຄົນງານເຫຼົ່ານັ້ນຕ້ອງເປັນພະຍານພະເຢໂຫວາ ແລະອາຄານທີ່ກຳລັງສ້າງຢູ່ກໍຕ້ອງເປັນຫໍປະຊຸມລາຊະອານາຈັກ. ລາວເວົ້າວ່າ: “ຂ້ອຍເຄີຍໄດ້ຍິນເລື່ອງຂອງພະຍານພະເຢໂຫວາຈາກນ້ອງສາວຂອງຂ້ອຍທີ່ເປັນພະຍານພະເຢໂຫວາ ເມື່ອເຫັນວຽກທີ່ກຳລັງເຮັດຢູ່ນີ້ ຂ້ອຍກໍຕັດສິນໃຈວ່າຂ້ອຍຢາກເປັນພີ່ນ້ອງພະຍານພະເຢໂຫວາຄືກັນ ເພາະຂ້ອຍເຫັນຄວາມຮັກທີ່ເຂົາເຈົ້າມີຕໍ່ກັນ.” ຜູ້ຍິງຄົນນີ້ຕັດສິນໃຈຮຽນຄຳພີໄບເບິນແລະຮັບບັບເຕມາໃນປີ 2010.
13, 14. (ກ) ເຈົ້າໄດ້ຮຽນຮູ້ຫຍັງຈາກທ່າທີຂອງຜົວເມຍຄູ່ໜຶ່ງທີ່ສັງເກດເບິ່ງການກໍ່ສ້າງຫໍປະຊຸມ? (ຂ) ເຈົ້າຈະເຮັດໃຫ້ສະຖານທີ່ນະມັດສະການຂອງເຈົ້າເປັນບ່ອນທີ່ເຮັດໃຫ້ຊື່ຂອງພະເຢໂຫວາໄດ້ຮັບກຽດແນວໃດ?
13 ອາກຊັງຕີນ. ຜົວເມຍຄູ່ໜຶ່ງຍ່າງເຂົ້າມາຫາພີ່ນ້ອງທີ່ເບິ່ງແຍງໂຄງການກໍ່ສ້າງຫໍປະຊຸມຫຼັງໜຶ່ງ. ຜົວເວົ້າວ່າ: “ເຮົາສັງເກດເບິ່ງວຽກກໍ່ສ້າງຂອງເຈົ້າມາຕະຫຼອດແລະ . . . ເຮົາກໍຕັດສິນໃຈແລ້ວວ່າຢາກຮຽນຮູ້ກ່ຽວກັບພະເຈົ້າຢູ່ບ່ອນນີ້.” ແລ້ວລາວຖາມວ່າ: “ເຮົາຕ້ອງເຮັດຫຍັງແດ່ຈຶ່ງຈະມາຮ່ວມປະຊຸມຢູ່ບ່ອນນີ້ໄດ້?” ພີ່ນ້ອງຊວນທັງສອງຄົນໃຫ້ສຶກສາຄຳພີໄບເບິນ ເຂົາເຈົ້າຕອບຮັບ ແຕ່ກໍຂໍໃຫ້ທຸກຄົນໃນຄອບຄົວມານັ່ງສຶກສານຳ ພີ່ນ້ອງເລີຍຟ້າວຕົກລົງດ້ວຍຄວາມດີໃຈ.
14 ບໍ່ວ່າເຈົ້າຈະມີສ່ວນຊ່ວຍສ້າງຫໍປະຊຸມຫຼືບໍ່ກໍຕາມ ຍັງມີອີກຫຼາຍຢ່າງທີ່ເຈົ້າສາມາດ ເຮັດໄດ້ເພື່ອຫໍປະຊຸມລາຊະອານາຈັກຈະເປັນສະຖານທີ່ທີ່ເຮັດໃຫ້ຊື່ຂອງພະເຈົ້າໄດ້ຮັບກຽດເຊັ່ນ: ເຈົ້າອາດຕັ້ງໃຈຊວນນັກສຶກສາພະຄຳພີ ຄົນທີ່ເຮົາໄປຢາມ ແລະຄົນທົ່ວໆໄປໃຫ້ມາຮ່ວມປະຊຸມກັບເຈົ້າ. ເຈົ້າຍັງມີໂອກາດຊ່ວຍເຮັດຄວາມສະອາດແລະບຳລຸງຮັກສາສະຖານທີ່ນະມັດສະການຂອງເຈົ້ານຳ. ຖ້າເຈົ້າວາງແຜນໃຫ້ດີ ເຈົ້າກໍອາດຈະບໍລິຈາກຊ່ວຍຄ່າເບິ່ງແຍງຮັກສາຫໍປະຊຸມຂອງເຈົ້າເອງ ຫຼືບໍລິຈາກເພື່ອສ້າງສະຖານທີ່ນະມັດສະການບ່ອນອື່ນໆທົ່ວໂລກໄດ້ນຳ. (ອ່ານ 1 ໂກລິນໂທ 16:2) ການເຮັດສິ່ງຕ່າງໆທັງໝົດນີ້ຈະເຮັດໃຫ້ຊື່ຂອງພະເຢໂຫວາໄດ້ຮັບກຽດຫຼາຍຂຶ້ນ.
ຄົນງານທີ່ “ເຕັມໃຈສະເໜີຕົວ”
15-17. (ກ) ຄົນທີ່ເຮັດວຽກກໍ່ສ້າງສ່ວນໃຫຍ່ແມ່ນໃຜ? (ຂ) ເຈົ້າໄດ້ຮຽນຮູ້ຫຍັງຈາກຄວາມເຫັນຂອງພີ່ນ້ອງຫຼາຍຄູ່ທີ່ເຮັດວຽກໃນໂຄງການກໍ່ສ້າງນານາຊາດ?
15 ວຽກກໍ່ສ້າງຫໍປະຊຸມລາຊະອານາຈັກ ຫໍປະຊຸມໃຫຍ່ ແລະອາຄານຂອງສຳນັກງານສາຂາມັກຈະເຮັດໂດຍພີ່ນ້ອງໃນທ້ອງຖິ່ນ. ແຕ່ບາງຄັ້ງພີ່ນ້ອງຈາກປະເທດອື່ນໆທີ່ມີປະສົບການໃນວຽກກໍ່ສ້າງກໍໄດ້ໄປຊ່ວຍຄືກັນ. ອາສາສະໝັກບາງຄົນປັບຊີວິດການເປັນຢູ່ຂອງຕົວເອງເພື່ອຈະໄປຊ່ວຍໂຄງການກໍ່ສ້າງນານາຊາດໄດ້ໃນໄລຍະໜຶ່ງ. ສ່ວນບາງຄົນກໍວາງແຜນເພື່ອຈະເຮັດວຽກນີ້ໄດ້ດົນຫຼາຍປີ ເມື່ອແລ້ວວຽກຈາກບ່ອນໜຶ່ງເຂົາເຈົ້າກໍຈະໄດ້ຮັບມອບໝາຍໃຫ້ເຮັດວຽກບ່ອນອື່ນຕໍ່ໄປ.
16 ວຽກກໍ່ສ້າງນານາຊາດມີຂໍ້ທ້າທາຍຫຼາຍຢ່າງທີ່ບໍ່ຄືກັບວຽກອື່ນ ແຕ່ກໍໃຫ້ຄວາມສຸກເປັນລາງວັນ. ຕົວຢ່າງເຊັ່ນ: ຕີໂມກັບລີນາເດີນທາງໄປປະເທດຕ່າງໆທັງໃນອາຊີ ເອີຣົບ ແລະອາເມຣິກາໃຕ້ ເພື່ອຈະຊ່ວຍກໍ່ສ້າງຫໍປະຊຸມລາຊະອານາຈັກ ຫໍປະຊຸມໃຫຍ່ ແລະສຳນັກງານສາຂາ. ຕີໂມເລົ່າວ່າ: “ຕະຫຼອດໄລຍະ 30 ປີທີ່ຜ່ານມານີ້ ຂ້ອຍໄດ້ຮັບວຽກມອບໝາຍໃໝ່ໆເກືອບທຸກໆ 2 ປີ.” ລີນາເຊິ່ງແຕ່ງດອງກັບຕີໂມ 25 ປີແລ້ວເລົ່າວ່າ: “ຕີໂມກັບຂ້ອຍເຮັດວຽກຮັບໃຊ້ມາ 10 ປະເທດແລ້ວ. ເຮົາຕ້ອງໃຊ້ເວລາແລະກຳລັງຫຼາຍແທ້ໆເພື່ອຈະປັບຕົວໃຫ້ເຂົ້າກັບສິ່ງໃໝ່ໆຫຼາຍຢ່າງເຊັ່ນ: ອາຫານ ອາກາດ ພາສາ ໝູ່ເພື່ອນ ແລະເຂດປະກາດ.” c ຄວາມພະຍາຍາມເຫຼົ່ານີ້ຄຸ້ມຄ່າບໍ? ລີນາບອກວ່າ: “ຂໍ້ທ້າທາຍເຫຼົ່ານີ້ເປັນປະໂຫຍດຕໍ່ເຮົາຫຼາຍ ເຮົາໄດ້ເຫັນຄວາມຮັກແລະຄວາມມີນ້ຳໃຈຂອງພີ່ນ້ອງຄລິດສະຕຽນ ເຮົາຮູ້ສຶກໄດ້ວ່າພະເຢໂຫວາຮັກແລະເບິ່ງແຍງເອົາໃຈໃສ່ເຮົາ ທັງຍັງໄດ້ເຫັນຄຳສັນຍາທີ່ພະເຍຊູໃຫ້ໄວ້ກັບລູກສິດໃນມາລະໂກ 10:29, 30 ເກີດຂຶ້ນກັບໂຕເຮົານຳອີກ. ເຮົາມີແມ່ ມີອ້າຍເອື້ອຍນ້ອງຫຼາຍຮ້ອຍເທົ່າ.” ຕີໂມບອກວ່າ: “ເຮົາມີຄວາມສຸກຫຼາຍແທ້ໆທີ່ໄດ້ໃຊ້ຄວາມສາມາດຂອງເຮົາເພື່ອສະໜັບສະໜູນເປົ້າໝາຍອັນສູງສົ່ງ ເຊິ່ງກໍຄືເຮັດໃຫ້ຊັບສົມບັດຂອງກະສັດງອກງາມແລະເພີ່ມພູນຂຶ້ນ.”
17 ດາເຣັນແລະຊາຣາທີ່ເຄີຍຊ່ວຍໂຄງການກໍ່ສ້າງໃນອາຝຼິກກາ ອາຊີ ອາເມຣິກາກາງ ເອີຣົບ ອາເມຣິກາໃຕ້ ແລະປາຊີຟິກໃຕ້ ຮູ້ສຶກວ່າເຂົາເຈົ້າໄດ້ຮັບຫຼາຍກວ່າທີ່ຕົວເອງໃຫ້ ທັງໆທີ່ຕ້ອງປະສົບກັບຂໍ້ທ້າທາຍຫຼາຍຢ່າງ. ດາເຣັນເວົ້າວ່າ: “ຂ້ອຍຮູ້ສຶກເປັນກຽດທີ່ໄດ້ເຮັດວຽກຮ່ວມກັບພີ່ນ້ອງຈາກທະວີບຕ່າງໆ ຂ້ອຍໄດ້ເຫັນວ່າຄວາມຮັກທີ່ເຮົາມີຕໍ່ພະເຢໂຫວາເປັນຄືດ້າຍເສັ້ນໜຶ່ງທີ່ຜູກພັນພີ່ນ້ອງທົ່ວໂລກໄວ້ນຳກັນ.” ສ່ວນຊາຣາກໍເວົ້າວ່າ: “ຂ້ອຍຮຽນຮູ້ຫຼາຍຢ່າງຈາກພີ່ນ້ອງຕ່າງຊາດຕ່າງພາສາ! ເມື່ອເຫັນວ່າເຂົາເຈົ້າເສຍສະລະເພື່ອພະເຢໂຫວາຫຼາຍຂະໜາດໃດ ຂ້ອຍກໍຢາກໃຫ້ແລະຢາກເຮັດດີທີ່ສຸດເພື່ອພະອົງຕໍ່ໆໄປ.”
18. ຄຳພະຍາກອນທີ່ບັນທຶກໃນຄຳເພງ 110:1-3 ເກີດຂຶ້ນຈິງແນວໃດໃນທຸກມື້ນີ້?
18 ກະສັດດາວິດພະຍາກອນວ່າ: ເຖິງວ່າປະຊາຊົນທີ່ຍອມຢູ່ໃຕ້ການປົກຄອງຂອງພະເຈົ້າຈະຕ້ອງປະສົບກັບບັນຫາຫຼາຍຢ່າງ ແຕ່ເຂົາເຈົ້າກໍ “ມີນ້ຳໃຈສັດຊື່ [“ເຕັມໃຈສະເໜີຕົວ,” ລ.ມ.]” ເພື່ອສະໜັບສະໜູນວຽກງານລາຊະອານາຈັກ. (ອ່ານຄຳເພງ 110:1-3) ທຸກຄົນທີ່ມີສ່ວນຮ່ວມແລະສະໜັບສະໜູນລາຊະອານາຈັກກໍກຳລັງເຮັດໃຫ້ຄຳພະຍາກອນຂໍ້ນັ້ນເກີດຂຶ້ນຈິງ. (1 ໂກ. 3:9) ອາຄານສຳນັກງານສາຂາຫຼາຍສິບຫຼັງ ຫໍປະຊຸມຫຼາຍຮ້ອຍແຫ່ງ ແລະຫໍປະຊຸມເປັນໝື່ນຫຼັງຂອງພະຍານພະເຢໂຫວາ ເປັນຫຼັກຖານທີ່ສະແດງວ່າລາຊະອານາຈັກຂອງພະເຈົ້າມີຢູ່ແທ້ແລະກຳລັງປົກຄອງຢູ່. ເຮົາຮູ້ສຶກເປັນກຽດຫຼາຍທີ່ໄດ້ຮັບໃຊ້ກະສັດເຍຊູຄລິດໃນວຽກທີ່ເຮັດໃຫ້ພະເຢໂຫວາໄດ້ຮັບກຽດຢ່າງສູງສົ່ງເຊິ່ງເປັນສິ່ງທີ່ຄູ່ຄວນກັບພະອົງ!
a ໃນປີ 2013 ມີອາສາສະໝັກຫຼາຍກວ່າ 230.000 ຄົນທີ່ໄດ້ຮັບການອະນຸມັດໃຫ້ເຮັດວຽກກັບຄະນະກຳມະການກໍ່ສ້າງພູມິພາກ 132 ຄະນະໃນສະຫະລັດ ແລະທຸກປີຄະນະກຳມະການເຫຼົ່ານີ້ກໍຍັງປະສານງານກັນເພື່ອກໍ່ສ້າງຫໍປະຊຸມຫຼັງໃໝ່ປະມານ 75 ຫຼັງລວມທັງຊ່ວຍປັບປຸງຫຼືສ້ອມແປງຫໍປະຊຸມອີກປະມານ 900 ຫຼັງໃນສະຫະລັດ.
b ຈຳນວນນີ້ຍັງບໍ່ລວມການສ້າງຫໍປະຊຸມອີກຫຼາຍຫຼັງໃນດິນແດນຕ່າງໆເຊິ່ງບໍ່ໄດ້ຢູ່ໃນໂຄງການນີ້
c ຜູ້ຮັບໃຊ້ແລະອາສາສະໝັກນານາຊາດສ່ວນໃຫຍ່ໃຊ້ເວລາສ່ວນຕົວເຮັດວຽກຢູ່ບ່ອນກໍ່ສ້າງ ແຕ່ເຂົາເຈົ້າກໍສະໜັບສະໜູນວຽກປະກາດຂອງປະຊາຄົມທ້ອງຖິ່ນ ໂດຍຈັດເວລາໄປປະກາດຕອນແລງຫຼືໃນວັນເສົາ-ອາທິດ