ການກະບົດໃນແດນວິນຍານ
ກາຍວິນຍານທັງຫມົດທີ່ພະເຢໂຫວາໄດ້ສ້າງນັ້ນດີທຸກອົງ. ແຕ່ແລ້ວມີທູດສະຫວັນອົງຫນຶ່ງກາຍເປັນທູດທີ່ຊົ່ວໄປ. ມັນແມ່ນຊາຕານພະຍາມານ. ຊາຕານຢາກໃຫ້ມະນຸດໃນໂລກນະມັດສະການມັນແທນທີ່ຈະນະມັດສະການພະເຢໂຫວາ. ສິ່ງທີ່ໄດ້ເກີດຂຶ້ນເປັນດັ່ງນີ້:
ໃນສວນເອເດນມີຕົ້ນໄມ້ຫລາຍຊະນິດທີ່ເກີດຫມາກດີແລະມີລົດຊາດແຊບ. ພະເຢໂຫວາບອກກັບອາດາມແລະເອວາເມຍຂອງລາວວ່າ ເຂົາເຈົ້າສາມາດກິນຫມາກຈາກຕົ້ນໄມ້ເຫລົ່ານັ້ນໄດ້ຕາມໃຈມັກ. ແຕ່ມີຕົ້ນດຽວທີ່ພະເຈົ້າຫ້າມບໍ່ໃຫ້ກິນ. ພະອົງກ່າວວ່າຫາກເຂົາເຈົ້າກິນຫມາກໄມ້ຈາກຕົ້ນນັ້ນ ເຂົາເຈົ້າຈະຕ້ອງຕາຍຢ່າງແນ່ນອນ.—ຕົ້ນເດີມ 2:9, 16, 17.
ມື້ຫນຶ່ງ ຕອນທີ່ນາງເອວາຢູ່ຄົນດຽວ ງູຕົວຫນຶ່ງໄດ້ເຂົ້າມາເວົ້າກັບລາວ. ແນ່ນອນ ແທ້ໆແລ້ວບໍ່ແມ່ນງູເວົ້າ ມັນແມ່ນຊາຕານພະຍາມານທີ່ໄດ້ເຮັດໃຫ້ເບິ່ງຄືວ່າງູນັ້ນກຳລັງເວົ້າຢູ່. ຊາຕານບອກນາງເອວາວ່າຖ້າຫາກລາວກິນຫມາກໄມ້ທີ່ຕ້ອງຫ້າມນັ້ນລາວກໍຈະສະຫລາດຄືກັນກັບພະເຈົ້າ. ມັນຍັງບອກອີກວ່າລາວຈະບໍ່ ຕາຍ. ຄຳກ່າວທັງສອງນີ້ເປັນຄຳຕົວະ. ແນວໃດກໍຕາມ ເອວາໄດ້ເຊື່ອຟັງຊາຕານແລະກິນຫມາກໄມ້ນັ້ນ. ຈາກນັ້ນ ລາວໄດ້ຍື່ນໃຫ້ຜົວກິນ ແລະຜົວຈຶ່ງໄດ້ກິນຄືກັນ.—ຕົ້ນເດີມ 3:1-6.
ເລື່ອງຈິງນີ້ເຮັດໃຫ້ເຮົາຮຽນຮູ້ວ່າຊາຕານເປັນຜູ້ກະບົດແລະເວົ້າຕົວະ. ມັນບອກນາງເອວາວ່າຖ້າລາວບໍ່ເຊື່ອຟັງພະເຈົ້າ ລາວກໍຈະບໍ່ຕາຍ. ນັ້ນເປັນຄຳຕົວະ. ເອວາຕາຍແທ້ແລະອາດາມກໍຕາຍຄືກັນ. ເຖິງວ່າຊາຕານຍັງບໍ່ຕາຍໃນຕອນນັ້ນ ແຕ່ສຸດທ້າຍມັນກໍຈະຖືກທຳລາຍຍ້ອນຄວາມຜິດບາບຂອງມັນເອງ. ແນວໃດກໍຕາມ ລະຫວ່າງນີ້ມັນມີຊີວິດຢູ່ແລະຊັກນຳມະນຸດໃຫ້ຫລົງຜິດຕໍ່ໄປອີກ. ມັນຍັງເປັນໂຢຮັນ 8:44.
ຜູ້ເວົ້າຕົວະແລະພະຍາຍາມເຮັດໃຫ້ມະນຸດຝ່າຝືນກົດຫມາຍຂອງພະເຈົ້າ.—ທູດສະຫວັນອົງອື່ນໆກະບົດຄືກັນ
ຕໍ່ມາທູດສະຫວັນອື່ນໆໄດ້ປະພຶດຊົ່ວ. ທູດເຫລົ່ານີ້ສັງເກດວ່າຜູ້ຍິງໃນໂລກງາມແລະຢາກມີເພດສຳພັນກັບເຂົາເຈົ້າ. ດັ່ງນັ້ນທູດສະຫວັນເຫລົ່ານັ້ນຈຶ່ງໄດ້ລົງມາໃນໂລກແລະແປງກາຍເປັນມະນຸດເພດຊາຍ. ແລ້ວເອົາຜູ້ຍິງໃນໂລກມາເປັນເມຍ. ການກະທຳເຊັ່ນນີ້ຜິດກັບຈຸດປະສົງຂອງພະເຈົ້າ.—ຕົ້ນເດີມ 6:1, 2; ຢູເດ 6.
ການເຮັດແບບນັ້ນຍັງໄດ້ກໍ່ຄວາມເສຍຫາຍໃຫ້ແກ່ມະນຸດນຳອີກ. ເມຍຂອງທູດສະຫວັນພວກນີ້ໄດ້ໃຫ້ກຳເນີດລູກເຊິ່ງຕ່າງຈາກເດັກນ້ອຍທົ່ວໄປ. ເມື່ອເຂົາເຈົ້າໃຫຍ່ຂຶ້ນ ພວກເຂົາກາຍເປັນຄົນຮ່າງຍັກທີ່ມັກຄວາມຮຸນແຮງແລະໂຫດຮ້າຍ. ໃນທີ່ສຸດ ແຜ່ນດິນໂລກກໍເຕັມໄປດ້ວຍຄວາມຮຸນແຮງຈົນພະເຢໂຫວາຕັດສິນໃຈຈະທຳລາຍຄົນຊົ່ວທັງສິ້ນໂດຍບັນດານໃຫ້ເກີດມີນໍ້າຖ້ວມໃຫຍ່. ຜູ້ທີ່ລອດຊີວິດຈາກນໍ້າຖ້ວມໂລກມີພຽງແຕ່ໂນເອຜູ້ຊອບທຳກັບຄອບຄົວຂອງລາວເທົ່ານັ້ນ.—ຕົ້ນເດີມ 6:4, 11; 7:23.
ຢ່າງໃດກໍຕາມ ທູດສະຫວັນຊົ່ວເຫລົ່ານີ້ໄດ້ກັບຄືນສູ່ແດນວິນຍານ ພວກມັນບໍ່ຕາຍ ແຕ່ໄດ້ຖືກລົງໂທດ. ພວກມັນບໍ່ໄດ້ຮັບອະນຸຍາດໃຫ້ກັບມາຢູ່ໃນຄອບຄົວຂອງພະເຈົ້າເຊິ່ງປະກອບດ້ວຍທູດສະຫວັນທີ່ຊອບທຳ. ນອກຈາກນັ້ນ ພະເຢໂຫວາບໍ່ຍອມໃຫ້ພວກມັນແປງກາຍເປັນມະນຸດໄດ້ອີກ. ໃນທີ່ສຸດພວກມັນກໍຈະຕາຍໃນການພິພາກສາຄັ້ງໃຫຍ່. —2 ເປໂຕ 2:4; ຢູເດ 6.
ຊາຕານຖືກຖິ້ມລົງມາຈາກສະຫວັນ
ໃນຕອນຕົ້ນຂອງສະຕະວັດນີ້ໄດ້ເກີດມີສົງຄາມໃນຟ້າສະຫວັນ. ພະທຳຄຳປາກົດພັນລະນາສິ່ງທີ່ເກີດຂຶ້ນດັ່ງນີ້ວ່າ “ມີການທຳເສິກໃນຟ້າສະຫວັນ ອົງມີກາເອນ [ພະເຍຊູຄລິດທີ່ກັບຄືນຈາກຕາຍແລ້ວ] ກັບພວກທູດ [ທີ່ດີ] ແຫ່ງຕົນໄດ້ເລວເສິກຕໍ່ສູ້ມັງກອນ [ຊາຕານ] ນັ້ນ ແລະມັງກອນກັບພວກທູດ [ທູດສະຫວັນຊົ່ວ] ແຫ່ງຕົນໄດ້ເລວເສິກ ແລະແພ້ບໍ່ໄດ້ ແລະບ່ອນຂອງເຂົາໃນຟ້າສະຫວັນກໍພົບບໍ່ໄດ້ຕໍ່ໄປ. ແລະມັງກອນໃຫຍ່ນັ້ນເປັນທີ່ຖິ້ມລົງເສຍ ເປັນງູບູຮານນັ້ນທີ່ເຂົາເອີ້ນຊື່ວ່າເດຍໂບໂລ [ພະຍາມານ] ແລະຊາຕານທີ່ລໍ້ລວງທົ່ວແຜ່ນດິນໂລກທີ່ຄົນອາໄສ ມັນເປັນທີ່ຖິ້ມລົງທີ່ແຜ່ນດິນໂລກ ແລະພວກທູດ [ທີ່ຊົ່ວ] ແຫ່ງຕົນເປັນທີ່ຖິ້ມດ້ວຍກັນ.”
ຜົນເປັນຢ່າງໃດ? ບັນທຶກນັ້ນກ່າວຕໍ່ໄປວ່າ “ເພາະເຫດນັ້ນ ໂອ້ຟ້າສະຫວັນທັງຫລາຍກັບທັງຜູ້ທີ່ຢູ່ໃນສະຫວັນນັ້ນຈົ່ງຊົມຊື່ນຍິນດີເຖີ້ນ.” ເຫລົ່າທູດສະຫວັນທີ່ດີມີຄວາມຍິນດີເພາະຊາຕານແລະທູດສະຫວັນທີ່ຊົ່ວຫລືກາຍວິນຍານທີ່ບໍ່ດີເຫລົ່ານັ້ນບໍ່ສາມາດຢູ່ໃນສະຫວັນໄດ້ອີກຕໍ່ໄປແລ້ວ. ແຕ່ຄົນທີ່ຢູ່ໃນໂລກນີ້ເດ? ພະຄຳພີກ່າວວ່າ “ວິບາກແກ່ແຜ່ນດິນໂລກແລະແກ່ນໍ້າທະເລ ເຫດວ່າພະຍາມານໄດ້ລົງມາເຖິງທ່ານທັງຫລາຍມີຄວາມຄຽດຮ້າຍນັກ ເພາະຮູ້ຈັກວ່າເວລາແຫ່ງຕົນຍັງແຕ່ຫນ້ອຍດຽວ.”—ຄຳປາກົດ 12:7-9, 12.
ແມ່ນແລ້ວ ຊາຕານແລະບໍລິວານຊົ່ວຂອງມັນໄດ້ຊັກນຳຄົນໃນໂລກໃຫ້ຫລົງຜິດແລະເປັນເຫດໃຫ້ເກີດວິບາກທົ່ວແຜ່ນດິນໂລກ. ທູດສະຫວັນຊົ່ວເຫລົ່ານີ້ຖືກເອີ້ນວ່າຜີປີສາດ. ພວກມັນເປັນສັດຕູຂອງພະເຈົ້າ. ຜີປີສາດທັງຫມົດຊົ່ວຮ້າຍ.