ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຜີປີສາດຫຼອກວ່າຄົນຕາຍຍັງມີຊີວິດຢູ່

ຜີປີສາດຫຼອກວ່າຄົນຕາຍຍັງມີຊີວິດຢູ່

ຄຳ​ພີ​ໄບເບິນ​ບອກ​ວ່າ​ຊາຕານ​ກຳລັງ “ລໍ້​ລວງ​ທົ່ວ​ແຜ່ນດິນ​ໂລກ​ທີ່​ຄົນອາໄສ.” (ຄຳປາກົດ 12:9) ຊາຕານ​ແລະ​ຜີ​ປີສາດ​ຂອງ​ມັນ​ບໍ່​ຕ້ອງການ​ໃຫ້​ພວກ​ເຮົາ​ເຊື່ອ​ຄຳພີ​ໄບເບິນ​ພະ​ຄຳ​ຂອງ​ພະເຈົ້າ. ພວກ​ມັນ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ເຊື່ອ​ວ່າ​ຄົນ​ຕາຍ​ແລ້ວ​ຈະ​ມີ​ຊີວິດ​ຢູ່​ໃນ​ແດນ​ວິນຍານ​ບ່ອນ​ໃດ​ບ່ອນ​ຫນຶ່ງ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ພວກ​ມັນ​ເຮັດ​ແບບ​ນີ້​ແນວ​ໃດ.

ສາສະຫນາ​ປອມ

ມະນຸດ ສັດ​ຕ່າງໆ ປາ ແລະ​ນົກ—ລ້ວນ​ແຕ່​ເປັນ​ຈິດວິນຍານ

ຫລາຍ​ສາສະຫນາ​ສອນ​ວ່າ​ມະນຸດ​ທຸກ​ຄົນ​ມີ​ຈິດວິນຍານ​ເຊິ່ງ​ຈະ​ໄປ​ສູ່​ແດນ​ວິນຍານ​ຫລັງ​ຈາກ​ຮ່າງກາຍ​ຕາຍ​ແລ້ວ. ພວກ​ເຂົາ​ບອກ​ວ່າ​ຮ່າງກາຍ​ຕາຍ ແຕ່​ຈິດວິນຍານ​ບໍ່​ຕາຍ. ນອກ​ຈາກ​ນັ້ນ ເຂົາ​ຢືນຢັນ​ວ່າ​ຈິດວິນຍານ​ຕາຍ​ບໍ່​ໄດ້ ເພາະ​ຈິດວິນຍານ​ເປັນ​ອະມະຕະ.

ແຕ່​ພະ​ຄຳ​ຂອງ​ພະເຈົ້າ​ບໍ່​ໄດ້​ສອນ​ແບບ​ນັ້ນ. ຄຳພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ວ່າ​ຈິດວິນຍານ​ກໍ​ແມ່ນ​ຕົວ​ມະນຸດ​ນັ້ນ​ແຫລະ ບໍ່​ແມ່ນ​ສິ່ງ​ທີ່​ມີ​ຢູ່​ໃນ​ຕົວ​ມະນຸດ. ຍົກ​ຕົວຢ່າງ ເມື່ອ​ພັນລະນາ​ເຖິງ​ການ​ສ້າງ​ອາດາມ ຄຳພີ​ໄບເບິນ​ບອກ​ວ່າ “ພະ​ເຢໂຫວາ​ພະເຈົ້າ​ໄດ້​ເອົາ​ຂີ້ຝຸ່ນ​ດິນ​ມາ​ປັ້ນ​ຕົວ​ຄົນ ແລະ​ພະອົງ​ໄດ້​ເປົ່າ​ລົມຫັນໃຈ​ຊີວິດ​ໃສ່​ຮູ​ດັງ​ຄົນ​ນັ້ນ ແລະ​ຄົນ​ໄດ້​ບັງເກີດ​ເປັນ​ຈິດວິນຍານ​ມີ​ຊີວິດ​ຢູ່.” (ຕົ້ນເດີມ 2:7) ດັ່ງ​ນັ້ນ​ອາດາມ​ບໍ່​ໄດ້​ຮັບ ຈິດວິນຍານ ຕົວ​ລາວ​ເອງ​ນັ້ນ​ແຫລະ​ເປັນ ຈິດວິນຍານ.

ສັດ​ຕ່າງໆກໍ​ຖືກ​ເອີ້ນ​ວ່າ​ເປັນ​ຈິດວິນຍານ.—ຕົ້ນເດີມ 1:20, 21, 24, 30, ລ.ມ.

ເນື່ອງ​ຈາກ​ຄຳ​ວ່າ “ຈິດວິນຍານ” ໃນ​ຄຳພີ​ໄບເບິນ​ຫມາຍ​ເຖິງ​ຕົວ​ມະນຸດ ຈຶ່ງ​ບໍ່​ຄວນ​ແປກ​ໃຈ​ເມື່ອ​ຮູ້​ວ່າ​ຈິດວິນຍານ​ຕາຍ​ໄດ້​ແລະ​ຕາຍ​ແທ້ໆ. ພະ​ຄຳພີ​ກ່າວ​ດັ່ງ​ນີ້:

  • “ຈິດ​ໃຈ [“ຈິດວິນຍານ,” ລ.ມ.] ທີ່​ຈະ​ເຮັດ​ການ​ບາບ​ຈິດ​ໃຈ​ນັ້ນ​ກໍ​ຈະ​ຕາຍ​ໄປ.”ເອເຊກຽນ 18:4.

  • “ທ່ານ​ຊາມຊອນ​ໄດ້​ກ່າວ​ວ່າ ‘ຂໍ​ໃຫ້​ຈິດ​ໃຈ [“ຈິດວິນຍານ,” ລ.ມ.] ຂອງ​ຂ້ອຍ ຕາຍ​ນຳ​ພວກ​ຟີລີດຕີນ​ເຖີ້ນ.’”—ຜູ້ຕັດສິນ 16:30.

  • “ທີ່​ຈະ​ກະທຳ​ການ​ດີ​ຫລື​ກະທຳ​ການ​ຊົ່ວ ຈະ​ຊ່ອຍ​ຊີວິດ​ໃຫ້​ພົ້ນ​ຫລື​ຈະ​ຕັດ​ຊີວິດ ໃນ​ວັນ​ຊະບາໂຕ​ສົມຄວນ​ຫລື?”—ມາລະໂກ 3:4.

ຄຳພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ວ່າ​ຈິດວິນຍານ​ບໍ່​ເປັນ​ອະມະຕະ

ຂໍ້​ຄຳພີ​ອື່ນ​ສະແດງ​ວ່າ ຈິດວິນຍານ​ຖືກ​ທຳລາຍ​ໄດ້ (ຕົ້ນເດີມ 17:14, ລ.ມ.) ຖືກ​ຂ້າ​ດ້ວຍ​ດາບ (ໂຢຊວຍ 10:37, ລ.ມ.) ຂາດ​ໃຈ (ໂຢບ 7:15, ລ.ມ.) ແລະ​ຈົມ​ນໍ້າ​ຕາຍ​ໄດ້ (ໂຢນາ 2:5, ລ.ມ.). ສະນັ້ນ ຈິດວິນຍານ​ຈຶ່ງ​ຕາຍ​ໄດ້.

ຖ້າ​ວ່າ​ເຈົ້າ​ອ່ານ​ຄຳພີ​ໄບເບິນ​ຕັ້ງ​ແຕ່​ຕົ້ນ​ຈົນ​ຈົບ ເຈົ້າ​ຈະ​ບໍ່​ເຫັນ​ຄຳ​ວ່າ “ຈິດວິນຍານ​ອະມະຕະ.” ຈິດວິນຍານ​ຂອງ​ມະນຸດ​ບໍ່​ແມ່ນ​ວິນຍານ ຄຳພີ​ໄບເບິນ​ບໍ່​ມີ​ຄຳ​ສອນ​ເລື່ອງ​ຈິດວິນຍານ​ອະມະຕະ ມັນ​ແມ່ນ​ຄຳ​ສອນ​ຂອງ​ຊາຕານ​ແລະ​ຜີ​ປີສາດ. ພະ​ເຢໂຫວາ​ຊັງ​ຄຳ​ຕົວະ​ທາງ​ສາສະຫນາ​ທັງ​ຫມົດ.—ສຸພາສິດ 6:16-19; 1 ຕີໂມເຕ 4:1, 2.

ຄົນ​ຊົງ

ທີ່​ຈິງ​ແລ້ວ ຜີ​ປີສາດ​ອ້າງ​ວ່າ​ມັນ​ເປັນ​ວິນຍານ​ຂອງ​ຄົນ​ຕາຍ

ອີກ​ວິທີ​ຫນຶ່ງ​ທີ່​ຊາຕານ​ເຮັດ​ໃຫ້​ຄົນ​ເຮົາ​ຫລົງ​ຜິດ​ແມ່ນ​ການ​ໃຊ້​ຄົນ​ຊົງ. ຄົນ​ຊົງ​ແມ່ນ​ຄົນ​ທີ່​ໄດ້​ຮັບ​ຂ່າວ​ໂດຍ​ກົງ​ຈາກ​ໂລກ​ວິນຍານ. ຄົນ​ສ່ວນ​ຫລາຍ ລວມ​ທັງ​ຄົນ​ຊົງ​ເອງ​ກໍ​ເຊື່ອ​ວ່າ​ວິນຍານ​ຂອງ​ຄົນ​ຕາຍ​ເປັນ​ຜູ້​ໃຫ້​ຂ່າວ​ສານ​ເຫລົ່າ​ນັ້ນ. ແຕ່​ວ່າ​ດັ່ງ​ທີ່​ຄຳພີ​ໄບເບິນ​ໄດ້​ບອກ​ໄວ້​ແລ້ວ ເລື່ອງ​ນີ້​ເປັນ​ໄປ​ບໍ່​ໄດ້.—ຜູ້​ເທສະໜາ​ປ່າວ​ປະກາດ 9:5, 6, 10.

ຄັນ​ຊັ້ນ​ຂ່າວ​ສານ​ເຫລົ່າ​ນີ້​ມາ​ຈາກ​ໃຜ? ມາ​ຈາກ​ຜີ​ປີສາດ! ຜີ​ປີສາດ​ສາມາດ​ສັງເກດ​ຄົນ​ເຮົາ​ຕອນ​ທີ່​ເຮົາ​ຍັງ​ມີ​ຊີວິດ​ຢູ່ ມັນ​ຮູ້​ວ່າ​ຄົນ​ນັ້ນ​ເວົ້າ​ຢ່າງ​ໃດ ຮູບ​ຮ່າງ​ແລະ​ຫນ້າ​ຕາ​ເປັນ​ແນວ​ໃດ ລວມ​ທັງ​ສິ່ງ​ທີ່​ຄົນ​ນັ້ນ​ເຮັດ ແລະ​ສິ່ງ​ທີ່​ຄົນ​ນັ້ນ​ຮູ້. ສະນັ້ນ ຈຶ່ງ​ເປັນ​ເລື່ອງ​ງ່າຍ​ທີ່​ພວກ​ຜີ​ປີສາດ​ຈະ​ລອກ​ຮຽນ​ແບບ​ຄົນ​ທີ່​ຕາຍ​ໄປ.—1 ຊາເມືອນ 28:3-19.

ເລື່ອງ​ເລົ່າ​ຂີ້​ຕົວະ

ອີກ​ວິທີ​ຫນຶ່ງ​ທີ່​ຊາຕານ​ໃຊ້​ເພື່ອ​ສົ່ງເສີມ​ເລື່ອງ​ຕົວະ​ກ່ຽວ​ກັບ​ຄົນ​ຕາຍ​ແມ່ນ​ເລື່ອງ​ເລົ່າ​ຂີ້​ຕົວະ. ເລື່ອງ​ເລົ່າ​ຕ່າງໆແບບ​ນີ້​ມັກ​ຈະ​ເຮັດ​ໃຫ້​ຜູ້​ຄົນ​ຫັນ​ອອກ​ຈາກ​ຄວາມ​ຈິງ​ຂອງ​ຄຳພີ​ໄບເບິນ.—2 ຕີໂມເຕ 4:4.

ລາງ​ຄົນ​ຄິດ​ວ່າ​ຕົນ​ເຄີຍ​ເຫັນ​ຄົນ​ທີ່​ຕາຍ​ແລ້ວ​ກັບ​ມາ​ມີ​ຊີວິດ​ອີກ

ໃນ​ອາຝະລິກາ​ມີ​ເລື່ອງ​ເລົ່າ​ຫລາຍ​ເລື່ອງ​ກ່ຽວ​ກັບ​ການ​ພົບ​ເຫັນ​ຄົນ​ທີ່​ຕາຍ​ແລ້ວ​ຍັງ​ມີ​ຊີວິດ​ຢູ່. ດັ່ງ​ທີ່​ມັກ​ເກີດ​ຂຶ້ນ​ຄື ມີ​ການ​ພົບ​ເຫັນ​ຄົນ​ທີ່​ຕາຍ​ໄປ​ແລ້ວ​ມີ​ຊີວິດ​ຢູ່​ຫ່າງ​ໄກ​ຈາກ​ບ່ອນ​ເຊິ່ງ​ຄົນ​ນັ້ນ​ເຄີຍ​ຢູ່​ຕອນ​ທີ່​ຍັງ​ບໍ່​ຕາຍ. ແຕ່​ລອງ​ຖາມ​ຕົນ​ເອງ​ເບິ່ງ​ວ່າ ‘ມີ​ເຫດຜົນ​ບໍ​ວ່າ​ຫາກ​ຄົນ​ນັ້ນ​ສາມາດ​ຄືນ​ມາ​ຈາກ​ຕາຍ ແລ້ວ​ເຂົາ​ຈະ​ໄປ​ຢູ່​ບ່ອນ​ທີ່​ໄກ​ຈາກ​ຄອບຄົວ​ແລະ​ໄກ​ຈາກ​ຫມູ່​ຄູ່​ບໍ?’

ນອກ​ຈາກ​ນັ້ນ ເປັນ​ໄປ​ໄດ້​ບໍ​ວ່າ​ຄົນ​ນັ້ນ​ອາດ​ເຫັນ​ຄົນ​ທີ່​ຄ້າຍ​ຄື​ກັນ​ກັບ​ຄົນ​ທີ່​ໄດ້​ຕາຍ​ໄປ​ເທົ່າ​ນັ້ນ? ຕົວຢ່າງ​ເຊັ່ນ ຄລິດສະຕຽນ​ຜູ້​ປະກາດ​ສອງ​ຄົນ​ທີ່​ໄດ້​ອອກ​ປະກາດ​ໃນ​ເຂດ​ຊົນນະບົດ​ແຫ່ງ​ຫນຶ່ງ​ໄດ້​ສັງເກດ​ເຫັນ​ຜູ້​ເຖົ້າ​ຄົນ​ຫນຶ່ງ​ຍ່າງ​ຕາມ​ຫລັງ​ເຂົາ​ເຈົ້າ​ຢູ່​ຫລາຍ​ຊົ່ວ​ໂມງ. ເມື່ອ​ຜູ້​ປະກາດ​ຖາມ​ຜູ້​ເຖົ້າ​ຄົນ​ນັ້ນ ຈຶ່ງ​ຮູ້​ວ່າ​ລາວ​ຄິດ​ວ່າ​ຜູ້​ປະກາດ​ຄົນ​ຫນຶ່ງ​ເປັນ​ນ້ອງ​ຊາຍ​ຂອງ​ເພິ່ນ​ທີ່​ຕາຍ​ຫລາຍ​ປີ​ແລ້ວ. ແນ່ນອນ ລາວ​ໄດ້​ເຂົ້າ​ໃຈ​ຜິດ ແຕ່​ລາວ​ບໍ່​ຍອມ​ເຊື່ອ​ວ່າ​ຕົນ​ຜິດ. ລອງ​ຄິດ​ເຖິງ​ເລື່ອງ​ທີ່​ຊາຍ​ຜູ້​ນີ້​ຈະ​ເລົ່າ​ສູ່​ຫມູ່​ແລະ​ເພື່ອນ​ບ້ານ​ຟັງ​ຫລັງ​ຈາກ​ນັ້ນ​ເບິ່ງ!

ນິມິດ ການ​ເຂົ້າ​ຝັນ ແລະ​ສຽງ​ຕ່າງໆ

ຜີ​ປີສາດ​ຫລອກ​ລວງ​ຄົນ​ໂດຍ​ໃຊ້​ການ​ເຂົ້າ​ຝັນ ນິມິດ ແລະ​ສຽງ​ຕ່າງໆ

ແນ່ນອນ​ເຈົ້າ​ຄົງ​ຈະ​ເຄີຍ​ໄດ້​ຍິນ​ເລື່ອງ​ປະຫລາດ​ທີ່​ບາງ​ຄົນ​ໄດ້​ເຫັນ ໄດ້​ຍິນ ຫລື​ໄດ້​ຝັນ. ປະສົບການ​ເຫນືອ​ທຳມະຊາດ​ແບບ​ນີ້​ມັກ​ຈະ​ເຮັດ​ໃຫ້​ຜູ້​ທີ່​ພົບ​ພໍ້​ຢ້ານ​ຫລາຍ. ນາງ​ແມເຣອິນ​ທີ່​ອາໄສ​ຢູ່​ອາຝະລິກາ​ຕາເວັນ​ຕົກ ໄດ້​ຍິນ​ສຽງ​ແມ່​ຕູ້​ທີ່​ຕາຍ​ແລ້ວ​ເອີ້ນ​ລາວ​ໃນ​ຕອນ​ກາງຄືນ​ເປັນ​ປະຈຳ. ນາງ​ແມເຣອິນ​ຕົກໃຈ​ຢ້ານ ຮ້ອງ​ຊັດ​ຂຶ້ນ ປຸກ​ຫມົດ​ທຸກ​ຄົນ​ໃນ​ເຮືອນ​ໃຫ້​ຕື່ນ. ໃນ​ທີ່​ສຸດ ລາວ​ກໍ​ເສຍ​ຈິດ.

ຂໍ​ໃຫ້​ຄຶດ​ເບິ່ງ ຫາກ​ວ່າ​ຄົນ​ທີ່​ຕາຍ​ຍັງ​ມີ​ຊີວິດ​ຢູ່ ມີ​ເຫດຜົນ​ບໍ​ທີ່​ພວກ​ເຂົາ​ຈະ​ມາ​ເຮັດ​ໃຫ້​ຄົນ​ທີ່​ຕົນ​ຮັກ​ຢ້ານ? ບໍ່​ມີ​ເຫດຜົນ​ເລີຍ. ແຫລ່ງ​ຂ່າວ​ທີ່​ອັນຕະລາຍ​ເຊັ່ນ​ນີ້​ຕ້ອງ​ແມ່ນ​ພວກ​ຜີ​ປີສາດ.

ແຕ່​ຈະ​ວ່າ​ຢ່າງ​ໃດ​ຫາກ​ຂ່າວ​ສານ​ນັ້ນ​ເບິ່ງ​ຄື​ວ່າ​ເປັນ​ປະໂຫຍດ​ແລະ​ເຮັດ​ໃຫ້​ສະບາຍ​ໃຈ? ເຊັ່ນ​ຕົວຢ່າງ ນາງ​ກະບັດເຊ ຢູ່​ໃນ​ປະເທດ​ເຊຍຣາເລໂອນ ກຳລັງ​ບໍ່​ສະບາຍ​ຢູ່. ລາວ​ບອກ​ວ່າ​ພໍ່​ທີ່​ຕາຍ​ໄດ້​ມາ​ເຂົ້າ​ຝັນ. ບອກ​ໃຫ້​ລາວ​ໄປ​ເກັບ​ໃບ​ໄມ້​ຈາກ​ຕົ້ນ​ໄມ້​ແນວ​ຫນຶ່ງ ມາ​ປົນ​ກັບ​ນໍ້າ​ແລ້ວ​ດື່ມ. ກ່ອນ​ໄປ​ເກັບ​ໃບ​ໄມ້​ມາ​ເຮັດ​ຢາ​ລາວ​ຕ້ອງ​ບໍ່​ເວົ້າ​ກັບ​ໃຜ. ລາວ​ໄດ້​ເຮັດ​ຕາມ​ແລະ​ຄວາມ​ເຈັບ​ປ່ວຍ​ກໍ​ເຊົາ.

ຍິງ​ອີກ​ຄົນ​ຫນຶ່ງ​ກ່າວ​ວ່າ ມີ​ຄືນ​ຫນຶ່ງ​ຫລັງ​ຈາກ​ຜົວ​ຕາຍ​ໄປ​ແລ້ວ ຜົວ​ໄດ້​ມາ​ຫາ​ລາວ. ລາວ​ບອກ​ວ່າ​ຜົວ​ເບິ່ງ​ຄື​ສະບາຍ​ດີ​ແລະ​ໃສ່​ເສື້ອ​ຜ້າ​ງາມ.

ຂ່າວ​ສານ​ແລະ​ນິມິດ​ຕ່າງໆເຫລົ່າ​ນີ້​ເບິ່ງ​ຄື​ວ່າ​ດີ​ແລະ​ມີ​ປະໂຫຍດ. ຂ່າວ​ແບບ​ນີ້​ຈະ​ມາ​ຈາກ​ພະເຈົ້າ​ບໍ? ບໍ່​ແມ່ນ ພະ​ເຢໂຫວາ​ເປັນ “ພະເຈົ້າ​ແຫ່ງ​ຄວາມ​ຈິງ.” (ຄຳເພງ 31:5) ພະອົງ​ຈະ​ບໍ່​ເຮັດ​ເປັນ​ຄົນ​ທີ່​ຕາຍ​ແລ້ວ​ແລະ​ຕົວະ​ເຮົາ. ມີ​ແຕ່​ຜີ​ປີສາດ​ເທົ່າ​ນັ້ນ​ທີ່​ເຮັດ​ແບບ​ນັ້ນ.

ແຕ່​ວ່າ​ມີ​ຜີ​ປີສາດ​ດີ​ບໍ? ບໍ່​ມີ. ແມ່ນ​ວ່າ​ບາງ​ເທື່ອ​ພວກ​ມັນ​ອາດ​ເຮັດ​ສິ່ງ​ທີ່​ມີ​ປະໂຫຍດ ແຕ່​ວ່າ​ຜີ​ປີສາດ​ທັງ​ຫມົດ​ບໍ່​ດີ. ເມື່ອ​ພະຍາມານ​ເວົ້າ​ກັບ​ເອວາ ມັນ​ເວົ້າ​ຢ່າງ​ເປັນ​ມິດ. (ຕົ້ນເດີມ 3:1) ແຕ່​ຜົນ​ເປັນ​ຢ່າງ​ໃດ​ເມື່ອ​ນາງ​ເອວາ​ໄດ້​ເຊື່ອ​ຟັງ​ແລະ​ປະຕິບັດ​ຕາມ​ຄຳ​ເວົ້າ​ຂອງ​ພະຍາມານ? ລາວ​ໄດ້​ຕາຍ.

ຊາຕານ​ບອກ​ວ່າ​ເອວາ​ຈະ​ບໍ່​ຕາຍ. ເອວາ​ເຊື່ອ​ຟັງ​ມັນ ແລະ​ໃນ​ທີ່​ສຸດ​ລາວ​ກໍ​ຕາຍ

ເຈົ້າ​ຮູ້​ແລ້ວ​ວ່າ​ມັນ​ເປັນ​ເລື່ອງ​ປົກກະຕິ​ທີ່​ຄົນ​ຊົ່ວ​ຈະ​ສະແດງ​ຕົນ​ເປັນ​ຄົນ​ມີ​ມິດ​ໄມຕີ​ກັບ​ຄົນ​ທີ່​ຕົນ​ຕ້ອງການ​ຫລອກ​ລວງ​ແລະ​ສໍ້​ໂກງ. ພາສິດ​ອາຝະລິກາ​ກ່າວ​ວ່າ “ແຂ້ວ​ຂາວ​ໃຈ​ດຳ.” ແລະ​ພະ​ຄຳ​ຂອງ​ພະເຈົ້າ​ບອກ​ຢ່າງ​ນີ້: “ເພາະ​ຊາຕານ​ເອງ​ກໍ​ປອມ​ຕົວ​ເປັນ​ທູດ​ແຫ່ງ​ແຈ້ງ.”—2 ໂກລິນໂທ 11:14.

ພະເຈົ້າ​ເຊົາ​ຕິດ​ຕໍ່​ກັບ​ຄົນ​ເທິງ​ແຜ່ນດິນໂລກ​ໂດຍ​ທາງ​ຄວາມ​ຝັນ ນິມິດ ຫລື​ສຽງ​ຈາກ​ແດນ​ວິນຍານ. ພະອົງ​ຊີ້​ນຳ​ແລະ​ສັ່ງ​ສອນ​ພວກ​ເຮົາ​ທາງ​ຄຳພີ​ໄບເບິນ “ເພື່ອ​ຄົນ​ຂອງ​ພະເຈົ້າ​ຈະ​ເຖິງ​ທີ່​ສຳເລັດ​ແລະ​ຊຳນານ​ຈະ​ກະທຳ​ການ​ດີ​ທຸກ​ຢ່າງ.”—2 ຕີໂມເຕ 3:17.

ສະນັ້ນ ເມື່ອ​ພະ​ເຢໂຫວາ​ເຕືອນ​ພວກ​ເຮົາ​ບໍ່​ໃຫ້​ຫລົງ​ເຊື່ອ​ອຸບາຍ​ຂອງ​ພະຍາມານ ກໍ​ຍ້ອນ​ວ່າ​ພະອົງ​ຮັກ​ພວກ​ເຮົາ. ພະອົງ​ຮູ້​ວ່າ​ພວກ​ຜີ​ປີສາດ​ເປັນ​ສັດຕູ​ທີ່​ເປັນ​ອັນຕະລາຍ.