ບົດທີ 13
ການສະຫລອງຕ່າງໆທີ່ພະເຈົ້າບໍ່ພໍໃຈ
“ຈົ່ງພິຈາລະນາລອງເບິ່ງການທີ່ເປັນຊອບໃຈພະອົງເຈົ້າ.”—ເອເຟດ 5:10.
1. ພະເຢໂຫວາຊັກນຳຄົນຊະນິດໃດໃຫ້ເຂົ້າມາຫາພະອົງ ແລະເພາະເຫດໃດເຂົາເຈົ້າຕ້ອງໃສ່ໃຈສະເຫມີວ່າພະເຈົ້າພໍໃຈສິ່ງໃດ?
ພະເຍຊູກ່າວວ່າ “ຄົນທັງຫລາຍທີ່ຂາບໄຫວ້ຈິງກໍຈະຂາບໄຫວ້ພະບິດາໃນວິນຍານແລະໃນຄວາມຈິງ ເພາະວ່າພະບິດາທັງມວນຊອກຫາຜູ້ຂາບໄຫວ້ຢ່າງນັ້ນ.” (ໂຢຮັນ 4:23) ເມື່ອພະເຢໂຫວາພົບຄົນແບບນັ້ນ ແບບທີ່ໄດ້ພົບເຈົ້າ ພະອົງຊັກນຳເຂົາເຈົ້າໃຫ້ມາຫາພະອົງເອງແລະລູກຊາຍຂອງພະອົງ. (ໂຢຮັນ 6:44) ຖືວ່ານັ້ນເປັນກຽດແທ້ໆ! ແນວໃດກໍຕາມ ຜູ້ທີ່ຮັກຄວາມຈິງໃນຄຳພີໄບເບິນຕ້ອງ “ພິຈາລະນາລອງເບິ່ງການທີ່ເປັນຊອບໃຈພະອົງເຈົ້າ” ເນື່ອງຈາກຊາຕານເປັນຜູ້ຊຳນານໃນການຫລອກລວງ.—ເອເຟດ 5:10; ຄຳປາກົດ 12:9.
2. ຈົ່ງອະທິບາຍເຖິງທັດສະນະຂອງພະເຢໂຫວາຕໍ່ຄົນທີ່ພະຍາຍາມເອົາສາສະໜາແທ້ໄປປົນກັບສາສະໜາປອມ.
2 ຂໍໃຫ້ພິຈາລະນາເຫດການທີ່ໄດ້ເກີດຂຶ້ນໃກ້ພູເຂົາຊີນາຍເມື່ອຊາວອິດສະລາແອນໄດ້ຂໍໃຫ້ອາໂລນເຮັດພະໃຫ້ເຂົາເຈົ້າ. ອາໂລນຍິນຍອມໃຫ້ສ້າງຮູບລູກງົວຄຳທັງບອກເປັນໄນວ່າຮູບນີ້ເປັນສິ່ງທີ່ໃຊ້ສະແດງເຖິງພະເຢໂຫວາ. ລາວເວົ້າວ່າ “ນີ້ຈະເປັນວັນເທສະການລ້ຽງກັນແກ່ພະເຢໂຫວາ.” ພະເຢໂຫວາເມີນເສີຍຕໍ່ການເອົາສາສະໜາແທ້ໄປປົນກັບສາສະໜາປອມບໍ? ບໍ່ໄດ້ເມີນເສີຍ. ພະອົງປະຫານຜູ້ທີ່ບູຊາຮູບປັ້ນປະມານສາມພັນຄົນ. (ອົບພະຍົບ 32:1-6, 10, 28) ເຮົາຄວນຮຽນຫຍັງຈາກເລື່ອງນີ້? ຖ້າເຮົາຢາກຮັກສາຕົວໃຫ້ຢູ່ໃນຄວາມຮັກຂອງພະເຈົ້າຕໍ່ໆໄປ ເຮົາ “ຢ່າຊູ່ບາຍສິ່ງຂອງອັນຖ່ອຍຮ້າຍ” ແລະຕ້ອງປົກປ້ອງຄວາມຈິງໄວ້ດ້ວຍຄວາມຫວງແຫນຈາກຄວາມເສື່ອມຊາມບໍ່ວ່າຮູບແບບໃດກໍຕາມ.—ເອຊາອີ 52:11; ເອເຊກຽນ 44:23; ຄາລາຊີ 5:9.
3, 4. ເມື່ອກວດສອບເບິ່ງປະເພນີແລະການສະຫລອງຕ່າງໆເຊິ່ງເປັນທີ່ນິຍົມກັນ ເປັນຫຍັງເຮົາຄວນໃສ່ໃຈຢ່າງຈິງຈັງຕໍ່ຫລັກການໃນຄຳພີໄບເບິນ?
3 ຫນ້າເສົ້າໃຈ ພາຍຫລັງການເສຍຊີວິດຂອງພວກອັກຄະສາວົກທີ່ໄດ້ເຮັດ2 ເທຊະໂລນີກ 2:7, 10) ຂະນະທີ່ເຈົ້າພິຈາລະນາເບິ່ງການສະຫລອງເຫລົ່ານີ້ບາງຢ່າງ ຂໍໃຫ້ສັງເກດວ່າການສະຫລອງດັ່ງກ່າວບໍ່ໄດ້ສະທ້ອນເຖິງນໍ້າໃຈຂອງພະເຈົ້າ ແຕ່ສະແດງນໍ້າໃຈຂອງໂລກ. ໂດຍທົ່ວໄປແລ້ວ ການສະຫລອງຕ່າງໆທາງໂລກມີແງ່ມຸມບາງຢ່າງທີ່ຄ້າຍໆກັນນັ້ນຄື ດຶງດູດຄວາມປາຖະຫນາທາງກາຍແລະສົ່ງເສີມຄວາມເຊື່ອຂອງສາສະໜາປອມລວມທັງລັດທິຜີປີສາດ ເຊິ່ງເປັນລັກສະນະເດັ່ນຂອງ “ບາບີໂລນໃຫຍ່.” * (ຄຳປາກົດ 18:2-4, 23) ຂໍໃຫ້ຈື່ໄວ້ເຊັ່ນກັນວ່າພະເຢໂຫວາໄດ້ສັງເກດເຫັນດ້ວຍພະອົງເອງກ່ຽວກັບກິດປະຕິບັດຕ່າງໆທີ່ຫນ້າລັງກຽດຂອງສາສະໜາແບບນອກຮີດ ທີ່ເປັນຕົ້ນກຳເນີດຂອງປະເພນີຫລາຍຢ່າງເຊິ່ງເປັນທີ່ນິຍົມກັນ. ແນ່ນອນ ພະອົງເຫັນວ່າການສະຫລອງດັ່ງກ່າວໃນທຸກມື້ນີ້ເປັນຕາຫນ້າລັງກຽດເຊັ່ນດຽວກັນ. ທັດສະນະຂອງພະອົງຄວນມີຄວາມສຳຄັນທີ່ສຸດຕໍ່ເຮົາບໍ່ແມ່ນບໍ?—2 ໂຢຮັນ 6, 7.
ຫນ້າທີ່ຢັບຍັ້ງການອອກຫາກ ຜູ້ທີ່ອ້າງຕົວເປັນຄລິດສະຕຽນເຊິ່ງບໍ່ໄດ້ຮັກຄວາມຈິງໃນຄຳພີໄບເບິນໄດ້ເລີ່ມຮັບເອົາປະເພນີ ການສະຫລອງເທສະການ ແລະວັນ “ສັກສິດ” ຕ່າງໆແບບນອກຮີດເຊິ່ງເຂົາເຈົ້າໄດ້ບັນຍັດໃຫ້ເປັນຂອງຄລິດສະຕຽນ. (4 ໃນຖານະເປັນຄລິດສະຕຽນແທ້ ເຮົາຮູ້ວ່າການສະຫລອງບາງຢ່າງເຮັດໃຫ້ພະເຢໂຫວາບໍ່ພໍໃຈ. ແຕ່ເຮົາຕ້ອງຕັ້ງໃຈຢ່າງແນ່ວແນ່ວ່າຈະບໍ່ເຂົ້າໄປກ່ຽວຂ້ອງກັບການສະຫລອງເຫລົ່ານັ້ນຢ່າງເດັດຂາດ. ການທວນຄືນເຫດຜົນທີ່ພະເຢໂຫວາບໍ່ພໍໃຈຕໍ່ການສະຫລອງດັ່ງກ່າວຈະເສີມຄວາມຕັ້ງໃຈຂອງເຮົາທີ່ຈະຫລີກຫນີຈາກສິ່ງໃດໆກໍຕາມທີ່ອາດຂັດຂວາງເຮົາບໍ່ໃຫ້ຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ.
ບຸນຄລິດສະມາດ—ຊື່ໃຫມ່ຂອງການນະມັດສະການດວງຕາເວັນ
5. ເປັນຫຍັງເຮົາຈຶ່ງແນ່ໃຈວ່າພະເຍຊູບໍ່ໄດ້ເກີດໃນວັນທີ 25 ເດືອນທັນວາ?
5 ຄຳພີໄບເບິນບໍ່ໄດ້ກ່າວເຖິງການສະຫລອງວັນເກີດຂອງພະເຍຊູ. ທີ່ຈິງ ບໍ່ມີໃຜຮູ້ວັນເກີດທີ່ແນ່ນອນຂອງພະອົງ. ແຕ່ເຮົາແນ່ໃຈໄດ້ວ່າພະອົງບໍ່ໄດ້ເກີດໃນວັນທີ 25 ເດືອນທັນວາ ເຊິ່ງເປັນລະດູຫນາວທີ່ຫນາວເຢັນໃນພູມິພາກແຖບນັ້ນຂອງ ໂລກ. * ເຫດຜົນຫນຶ່ງກໍຄື ລືກາບັນທຶກວ່າຕອນທີ່ພະເຍຊູເກີດ “ຄົນຜູ້ລ້ຽງແກະ . . . ອາໄສຢູ່ໃນທົ່ງນາ” ເຝົ້າເບິ່ງແຍງແກະຂອງຕົນ. (ລືກາ 2:8-11) ຖ້າເຂົາເຈົ້າ “ຢູ່ໃນທົ່ງນາ” ເປັນປະຈຳຕະຫລອດທັງປີກໍຄົງບໍ່ມີອັນໃດສຳຄັນ. ແນວໃດກໍຕາມ ເນື່ອງຈາກເມືອງເບດເລເຫມມີອາກາດຫນາວເຢັນຍ້ອນມີຝົນແລະຫິມະຕົກ ໃນລະດູຫນາວຝູງແກະຈຶ່ງຢູ່ກາງແຈ້ງບໍ່ໄດ້ແລະຜູ້ລ້ຽງແກະກໍຄົງບໍ່ໄປ “ຢູ່ໃນທົ່ງນາ.” ນອກຈາກນີ້ ໂຢເຊບກັບມາລີໄດ້ໄປເມືອງເບດເລເຫມກໍເພາະກະສັດເຊຊາໂອກຶດອອກຄຳສັ່ງໃຫ້ປະຊາກອນຂຶ້ນສຳມະໂນຄົວ. (ລືກາ 2:1-7) ບໍ່ຫນ້າຈະເປັນໄປໄດ້ທີ່ກະສັດເຊຊາຈະອອກຄຳສັ່ງແກ່ປະຊາຊົນທີ່ບໍ່ມັກການປົກຄອງຂອງໂລມຢູ່ແລ້ວໃຫ້ເດີນທາງໃນຍາມທີ່ຫນາວທີ່ສຸດຂອງລະດູຫນາວໄປບ້ານເກີດຂອງບັນພະບຸລຸດ.
6, 7. (ກ) ທຳນຽມຫລາຍຢ່າງຂອງຄລິດສະມາດມີຕົ້ນກຳເນີດມາຈາກໃສ? (ຂ) ອາດເຫັນຄວາມແຕກຕ່າງອັນໃດລະຫວ່າງການໃຫ້ໃນໄລຍະບຸນຄລິດສະມາດກັບການໃຫ້ແບບຄລິດສະຕຽນແທ້?
6 ຕົ້ນກຳເນີດຂອງບຸນຄລິດສະມາດບໍ່ໄດ້ມາຈາກພະຄຳພີ ແຕ່ມາຈາກເທສະການຂອງພວກນອກຮີດໃນສະໄຫມບູຮານ ຕົວຢ່າງເຊັ່ນ ບຸນຊາເຕີນາເລຍຂອງຊາວໂລມັນເຊິ່ງເປັນການສະຫລອງທີ່ອຸທິດໃຫ້ແກ່ພະເສົາ ເທບພະເຈົ້າຂອງການປູກຝັງ. ແນວດຽວກັນ ປຶ້ມສາລານຸກົມກາໂຕລິກສະບັບໃຫມ່ (ພາສາອັງກິດ) ກ່າວວ່າ ຍ້ອນການຄິດໄລ່ຂອງພວກທີ່ນະມັດສະການເທບມິດທຣາ ເຂົາເຈົ້າຈຶ່ງໄດ້ສະຫລອງວັນທີ 25 ທັນວາເຊິ່ງເປັນ “ວັນເກີດຂອງດວງຕາເວັນທີ່ບໍ່ມີໃຜພິຊິດໄດ້. ບຸນຄລິດສະມາດເລີ່ມຕົ້ນໃນໄລຍະທີ່ການນະມັດສະການດວງຕາເວັນເປັນທີ່ນິຍົມຫລາຍທີ່ສຸດໃນໂລມ” ນັ້ນປະມານສາມຮ້ອຍປີພາຍຫລັງການສິ້ນຊີວິດຂອງພະຄລິດ.
ຄລິດສະຕຽນແທ້ໃຫ້ເນື່ອງດ້ວຍຄວາມຮັກ
7 ລະຫວ່າງການສະຫລອງບຸນ ພວກນອກຮີດໄດ້ແລກປ່ຽນຂອງຂວັນກັນແລະມີການກິນລ້ຽງ ເຊິ່ງເປັນກິດປະຕິບັດທີ່ຍັງຄົງເປັນສ່ວນຫນຶ່ງຂອງການສະຫລອງຄລິດສະມາດໃນສະໄຫມປັດຈຸບັນ. ເຖິງແມ່ນວ່າໃນທຸກມື້ນີ້ ຜູ້ຄົນແລກປ່ຽນຂອງຂວັນກັນໃນຍາມບຸນຄລິດສະມາດ ແຕ່ການໃຫ້ເຊັ່ນນັ້ນບໍ່ແມ່ນການໃຫ້ຕາມທີ່ບອກໄວ້ໃນ 2 ໂກລິນໂທ 9:7 ທີ່ວ່າ “ທ່ານທຸກຄົນຈົ່ງປະທານໃຫ້ຕາມທີ່ໄດ້ຄຶດ ຫມາຍໄວ້ໃນໃຈ ບໍ່ໃຊ່ດ້ວຍຄຶດເສຍດາຍ ບໍ່ໃຊ່ດ້ວຍຂືນໃຈໃຫ້ ເຫດວ່າພະເຈົ້າຮັກຄົນທີ່ໃຫ້ດ້ວຍໃຈຍິນດີ.” ຄລິດສະຕຽນແທ້ໃຫ້ເນື່ອງດ້ວຍຄວາມຮັກ ເຂົາເຈົ້າບໍ່ໄດ້ຈຳກັດການໃຫ້ໄວ້ສະເພາະແຕ່ໃນວັນພິເສດເທົ່ານັ້ນ ອີກທັງບໍ່ໄດ້ຄາດຫມາຍວ່າຈະໄດ້ຮັບຂອງຂວັນຕອບແທນຄືນ. (ລືກາ 14:12-14; ກິດຈະການ 20:35) ຍິ່ງກວ່ານັ້ນ ເຂົາເຈົ້າຮູ້ສຶກຂອບໃຈຢ່າງຍິ່ງທີ່ໄດ້ຫລຸດພົ້ນຈາກບັນຍາກາດທີ່ວຸ່ນວາຍແລະເຮັດໃຫ້ເຄັ່ງຕຶງໃນໄລຍະບຸນຄລິດສະມາດ ແລະໄດ້ຮັບການປົດປ່ອຍຈາກຫນີ້ສິນອັນເປັນພາລະຫນັກທີ່ຫລາຍຄົນໄດ້ກໍ່ຂຶ້ນໃນໄລຍະນັ້ນຂອງປີ.—ມັດທາຍ 11:28-30; ໂຢຮັນ 8:32.
8. ພວກຫມໍຫູຮາເອົາຂອງຂວັນວັນເກີດມາໃຫ້ພະເຍຊູບໍ? ຈົ່ງອະທິບາຍ.
8 ແຕ່ບາງຄົນອາດໂຕ້ຄືນວ່າ ພວກຫມໍຫູຮາໄດ້ເອົາຂອງຂວັນວັນເກີດມາໃຫ້ພະເຍຊູບໍ່ແມ່ນບໍ? ບໍ່ແມ່ນ. ການໃຫ້ຂອງຂວັນຂອງເຂົາເຈົ້າເປັນພຽງວິທີຕາມມາລະຍາດທີ່ສະແດງຄວາມນັບຖືຕໍ່ບຸກຄົນສຳຄັນ ເຊິ່ງເປັນທຳນຽມທົ່ວໄປໃນສະໄຫມທີ່ຂຽນຄຳພີໄບເບິນ. (1 ກະສັດ 10:1, 2, 10, 13; ມັດທາຍ 2:2, 11) ທີ່ຈິງ ເຂົາເຈົ້າບໍ່ໄດ້ມາໃນຄືນທີ່ພະເຍຊູເກີດ. ພະເຍຊູບໍ່ແມ່ນແອນ້ອຍຢູ່ໃນຮາງຫຍ້າ ແຕ່ມີອາຍຸໄດ້ຫລາຍເດືອນແລ້ວແລະຢູ່ໃນເຮືອນຫລັງຫນຶ່ງຕອນທີ່ພວກຫມໍຫູຮາໄປຫາພະອົງ.
ຄຳພີໄບເບິນເວົ້າແນວໃດໃນເລື່ອງວັນເກີດ?
9. ເກີດຫຍັງຂຶ້ນໃນການສະຫລອງວັນເກີດທີ່ມີການກ່າວເຖິງໃນຄຳພີໄບເບິນ?
9 ເຖິງແມ່ນວ່າການເກີດຂອງແອນ້ອຍເປັນໂອກາດທີ່ຫນ້າຍິນດີສະເຫມີ ແຕ່ຄຳພີໄບເບິນບໍ່ໄດ້ກ່າວເຖິງການສະຫລອງວັນເກີດຂອງຜູ້ຮັບໃຊ້ພະເຈົ້າ. (ຄຳເພງ 127:3) ດັ່ງນັ້ນຜູ້ບັນທຶກມອງຂ້າມເລື່ອງນີ້ບໍ? ບໍ່ແມ່ນ ເນື່ອງຈາກມີການກ່າວເຖິງການສະຫລອງວັນເກີດຂອງສອງບຸກຄົນ ນັ້ນຄືກະສັດຟາໂລແຫ່ງອີຢິບແລະກະສັດເຫໂລດອັນຕິປາ. (ຕົ້ນເດີມ 40:20-22; ມາລະໂກ 6:21-29) ແນວໃດກໍຕາມ ໃນການສະຫລອງວັນເກີດຂອງທັງສອງບຸກຄົນມີເຫດການທີ່ບໍ່ດີເກີດຂຶ້ນ ໂດຍສະເພາະຢ່າງຍິ່ງໃນການສະຫລອງວັນເກີດຂອງກະສັດເຫໂລດອັນຕິປາ ໂຢຮັນຜູ້ໃຫ້ບັບເຕມາໄດ້ຖືກຕັດຫົວ.
10, 11. ຄລິດສະຕຽນໃນຍຸກທຳອິດມີທັດສະນະແນວໃດກ່ຽວກັບການສະຫລອງວັນເກີດ ແລະເພາະເຫດໃດ?
10 ສາລານຸກົມເດີ ເວິລດ ບຸກ (ພາສາອັງກິດ) ກ່າວວ່າ “ຄລິດສະຕຽນໃນຍຸກທຳອິດຖືວ່າການສະຫລອງວັນເກີດຂອງຜູ້ໃດຜູ້ຫນຶ່ງເປັນປະເພນີແບບນອກຮີດ.” ຕົວຢ່າງເຊັ່ນ ຊາວກະເລັກບູຮານເຊື່ອວ່າມີວິນຍານຕົນຫນຶ່ງປົກປັກຮັກສາມະນຸດແຕ່ລະຄົນຕັ້ງແຕ່ຕອນທີ່ລາວເກີດມາແລະເຝົ້າເບິ່ງແຍງຄົນນັ້ນໄປຕະຫລອດຊີວິດ. ປຶ້ມຕຳນານກ່ຽວກັບວັນເກີດ (ພາສາອັງກິດ) ກ່າວວ່າ ວິນຍານດັ່ງກ່າວ “ມີຄວາມກ່ຽວຂ້ອງຢ່າງເລິກລັບກັບເທບພະເຈົ້າອົງທີ່ມີວັນເກີດກົງກັບວັນເກີດຂອງຄົນນັ້ນ.” ເປັນເວລາດົນນານມາແລ້ວທີ່ວັນເກີດກ່ຽວຂ້ອງຢ່າງໃກ້ຊິດກັບໂຫລາສາດແລະການເບິ່ງດວງຊາຕາ.
11 ການທີ່ຜູ້ຮັບໃຊ້ຂອງພະເຈົ້າໃນອະດີດໄດ້ປະຕິເສດປະເພນີການສະຫລອງວັນເກີດ ນອກຈາກຈະຍ້ອນວ່າມີຕົ້ນກຳເນີດຈາກພວກນອກຮີດແລະການຖືຜີແລ້ວ ເຂົາເຈົ້າຍັງປະຕິເສດປະເພນີດັ່ງກ່າວກໍຄົງຈະແມ່ນຍ້ອນຫລັກການທີ່ເຂົາເຈົ້າຍຶດຖືນຳອີກ. ເປັນຫຍັງຈຶ່ງເວົ້າແນວນັ້ນ? ບັນດາຊາຍຍິງທີ່ຖ່ອມໃຈແລະຈຽມຕົວບໍ່ໄດ້ຖືວ່າການເກີດຂອງຕົນສຳຄັນເຖິງຂະຫນາດທີ່ຄວນຈະສະຫລອງ. * (ມີເກ 6:8; ລືກາ 9:48) ແທນທີ່ຈະຍົກຍ້ອງຕົວເອງ ເຂົາເຈົ້າຍົກຍ້ອງສັນລະເສີນພະເຢໂຫວາແລະຂອບໃຈພະອົງສຳລັບຊີວິດເຊິ່ງເປັນຂອງປະທານອັນມີຄ່າ. *—ຄຳເພງ 8:3, 4; 36:9; ຄຳປາກົດ 4:11.
12. ວັນຕາຍຂອງເຮົາດີກວ່າວັນເກີດແນວໃດ?
12 ເມື່ອສິ້ນຊີວິດ ທຸກຄົນທີ່ຮັກສາຄວາມສັດຊື່ຈົນເຖິງທີ່ສຸດກໍຢູ່ໃນຄວາມຊົງຈຳຂອງພະເຈົ້າຢ່າງປອດໄພ ແລະຊີວິດໃນອະນາຄົດຂອງເຂົາເຈົ້າກໍໄດ້ຮັບການຄໍ້າປະກັນ. (ໂຢບ 14:14, 15) ຜູ້ເທສະໜາປ່າວປະກາດ 7:1 ກ່າວວ່າ “ຊື່ສຽງດີກໍປະເສີດກວ່າເຄື່ອງຫອມ ແລະວັນຕາຍດີກວ່າວັນເກີດ.” “ຊື່ສຽງ” ຂອງເຮົາຫມາຍເຖິງຊື່ສຽງທີ່ດີເຊິ່ງເຮົາມີກັບພະເຈົ້າໂດຍການຮັບໃຊ້ຢ່າງສັດຊື່. ຫນ້າສັງເກດເປັນພິເສດວ່າເຫດການດຽວທີ່ຄລິດສະຕຽນໄດ້ຮັບຄຳສັ່ງໃຫ້ສະຫລອງນັ້ນກ່ຽວຂ້ອງ ກັບການຕາຍ ບໍ່ແມ່ນການເກີດ ນັ້ນຄືການຕາຍຂອງພະເຍຊູຜູ້ທີ່ “ນາມຊື່” ອັນປະເສີດຂອງພະອົງເປັນປັດໄຈສຳຄັນສຳລັບຄວາມລອດຂອງເຮົາ.—ລືກາ 22:17-20; ເຫບເລີ 1:3, 4.
ບຸນອີສະເຕີ—ໂສມໃຫມ່ຂອງການນະມັດສະການເທບທິດາແຫ່ງການຈະເລີນພັນ
13, 14. ປະເພນີບຸນອີສະເຕີເຊິ່ງເປັນທີ່ນິຍົມກັນມີຕົ້ນກຳເນີດມາຈາກໃສ?
13 ເຖິງແມ່ນມີການອ້າງວ່າບຸນອີສະເຕີເປັນການສະຫລອງການຟື້ນຄືນຈາກຕາຍຂອງພະຄລິດກໍຕາມ ແຕ່ທີ່ຈິງແລ້ວການສະຫລອງບຸນນີ້ມີຕົ້ນກຳເນີດມາຈາກສາສະໜາປອມ. ຊື່ອີສະເຕີພົວພັນກັບອີອໍສະເຕີ ຫລືອໍສະຕາຣາ ເທບທິດາຍາມຮຸ່ງເຊົ້າແລະລະດູໃບໄມ້ປົ່ງຂອງຊາວອັງໂກ-ຊັກຊັນ. ການໃຊ້ໄຂ່ກັບກະຕ່າຍກ່ຽວຂ້ອງກັບອີສະເຕີແນວໃດ? ສາລານຸກົມບຣິແທນນິກາ (ພາສາອັງກິດ) ກ່າວວ່າ ໄຂ່ “ເປັນສັນຍະລັກທີ່ໂດດເດັ່ນຂອງຊີວິດໃຫມ່ແລະການຟື້ນຄືນຈາກຕາຍ” ສ່ວນກະຕ່າຍປ່າແລະກະຕ່າຍບ້ານໃຊ້ເປັນສັນຍະລັກຂອງການຈະເລີນພັນມາດົນແລ້ວ. ດັ່ງນັ້ນແທ້ໆແລ້ວອີສະເຕີຈຶ່ງເປັນພິທີກຳຂອງການຈະເລີນພັນທີ່ແປງໂສມມາເປັນການສະຫລອງການຟື້ນຄືນຈາກຕາຍຂອງພະຄລິດ. *
14 ພະເຢໂຫວາຈະພໍໃຈບໍກັບການໃຊ້ພິທີກຳກ່ຽວກັບການຈະເລີນພັນທີ່ຫນ້າລັງກຽດນັ້ນເພື່ອລະນຶກເຖິງການຟື້ນຄືນຈາກຕາຍຂອງລູກຊາຍພະອົງ? ບໍ່ພໍໃຈເດັດຂາດ! (2 ໂກລິນໂທ 6:17, 18) ທີ່ຈິງ ຕັ້ງແຕ່ທຳອິດພະຄຳພີບໍ່ໄດ້ສັ່ງຫລືອະນຸຍາດໃຫ້ສະຫລອງເພື່ອລະນຶກເຖິງການຟື້ນຄືນຈາກຕາຍຂອງພະເຍຊູ. ດັ່ງນັ້ນ ການລະນຶກເຖິງການຟື້ນຄືນຈາກຕາຍຂອງພະເຍຊູໂດຍເອີ້ນວ່າອີສະເຕີແຮ່ງເປັນການສະແດງຄວາມບໍ່ສັດຊື່ຕື່ມອີກ.
ວັນຮາໂລວີນບໍ່ແມ່ນວັນສັກສິດ
15. ວັນຮາໂລວີນມີຕົ້ນກຳເນີດມາຈາກໃສ ແລະວັນທີ່ເລືອກໄວ້ເພື່ອສະຫລອງບຸນນີ້ອາດມີຄວາມຫມາຍແນວໃດ?
15 ວັນຮາໂລວີນເປັນທີ່ຮູ້ຈັກເນື່ອງດ້ວຍມີແມ່ມົດ ປີສາດ ແລະການປະດັບຕົກແຕ່ງລວມທັງສິ່ງຂອງເຄື່ອງໃຊ້ອື່ນໆແບບທີ່ສະຫຍອງຂວັນ. ວັນຮາໂລວີນຍັງຖືກ
ເອີ້ນວ່າມື້ສະຫລອງກ່ອນເທສະການຊຸມນຸມກັນຂອງພວກນັກບຸນ ອາດມີຕົ້ນກຳເນີດມາຈາກຊາວເຊນຕິກບູຮານໃນບໍລິເຕັນຫລືອຽກລັງ. ໃນມື້ເດືອນເພັງເຊິ່ງໃກ້ທີ່ສຸດກັບວັນທີ 1 ພະຈິກ ເຂົາເຈົ້າສະຫລອງເທສະການຊໍອັນເຊິ່ງຫມາຍເຖິງ “ການສິ້ນສຸດຂອງລະດູຮ້ອນ.” ເຂົາເຈົ້າເຊື່ອວ່າໃນໄລຍະລະຫວ່າງຊໍອັນມີການເປີດຜ້າກັ້ງລະຫວ່າງໂລກມະນຸດກັບໂລກທີ່ເຫນືອທຳມະຊາດ ແລະພວກວິນຍານທັງຊົ່ວແລະດີຈະທ່ອງທ່ຽວໄປທົ່ວໂລກ. ເຊື່ອກັນວ່າວິນຍານຄົນຕາຍກັບໄປເຮືອນຂອງຕົນ ແລະຄອບຄົວກໍຈະຕັ້ງອາຫານແລະເຄື່ອງດື່ມໄວ້ສຳລັບພວກຜີທີ່ກັບມາ ເພື່ອຈະເອົາໃຈຜີພວກນັ້ນ. ດ້ວຍເຫດນີ້ ເມື່ອເດັກນ້ອຍໃນທຸກມື້ນີ້ເຊິ່ງແຕ່ງໂຕເປັນຜີຫລືແມ່ມົດໄປຕາມເຮືອນເຮັດທ່າທາງຫລອກໃຫ້ຄົນຢ້ານກົວຈົນກວ່າຈະໄດ້ຂອງຂວັນເລັກນ້ອຍ ເຂົາເຈົ້າຈຶ່ງເຮັດໃຫ້ພິທີກຳກ່ຽວກັບເທສະການຊໍອັນຍັງມີຕໍ່ໄປໂດຍບໍ່ຮູ້ໂຕ.ໃຫ້ງານແຕ່ງດອງຂອງເຈົ້າບໍລິສຸດສະອາດສະເຫມີ
16, 17. ເປັນຫຍັງຄູ່ບ່າວສາວຄລິດສະຕຽນທີ່ວາງແຜນຈະແຕ່ງດອງຄວນກວດສອບເບິ່ງຮີດຄອງການແຕ່ງດອງໃນທ້ອງຖິ່ນໂດຍຄຳນຶງເຖິງຫລັກການໃນຄຳພີໄບເບິນ? (ຂ) ກ່ຽວກັບຮີດຄອງການໂຍນເຂົ້າສານຫລືສິ່ງອື່ນໆທີ່ໃຊ້ແທນໄດ້ ຄລິດສະຕຽນຄວນຄຳນຶງເຖິງອັນໃດ?
16 ອີກບໍ່ດົນ “ສຽງປາກເຈົ້າບ່າວເຈົ້າສາວເຂົາຈະບໍ່ຍິນໃນເຈົ້າ [ບາບີໂລນໃຫຍ່] ຕໍ່ໄປສັກເທື່ອ.” (ຄຳປາກົດ 18:23) ເພາະເຫດໃດ? ເຫດຜົນຢ່າງຫນຶ່ງຄື ເນື່ອງຈາກກິດປະຕິບັດກ່ຽວກັບລັດທິຜີປີສາດຂອງເມືອງນັ້ນເຮັດໃຫ້ການສົມລົດເປັນມົນທິນຕັ້ງແຕ່ວັນແຕ່ງດອງດ້ວຍຊໍ້າ.—ມາລະໂກ 10:6-9.
17 ໃນແຕ່ລະປະເທດມີຮີດຄອງແຕກຕ່າງກັນໄປ. ຮີດຄອງບາງຢ່າງອາດເບິ່ງຄືວ່າບໍ່ມີພິດມີໄພອາດມີຕົ້ນກຳເນີດມາຈາກກິດປະຕິບັດແບບບາບີໂລນເຊິ່ງເຂົ້າໃຈວ່າເຮັດໃຫ້ຄູ່ບ່າວສາວຫລືແຂກຂອງເຂົາເຈົ້າມີ “ໂຊກລາບ.” (ເອຊາອີ 65:11, ທ.ປ.) ຮີດຄອງດັ່ງກ່າວຢ່າງຫນຶ່ງກ່ຽວຂ້ອງກັບການໂຍນເຂົ້າສານຫລືສິ່ງອື່ນໆທີ່ໃຊ້ແທນໄດ້. ກິດປະຕິບັດດັ່ງກ່າວອາດມີຕົ້ນກຳເນີດມາຈາກຄວາມເຊື່ອທີ່ວ່າອາຫານເຮັດໃຫ້ວິນຍານຊົ່ວພໍໃຈແລະປ້ອງກັນພວກມັນບໍ່ໃຫ້ທຳຮ້າຍເຈົ້າບ່າວແລະເຈົ້າສາວ. ນອກຈາກນັ້ນ ເຂົ້າຍັງມີຄວາມກ່ຽວຂ້ອງຢ່າງເລິກລັບມາດົນນານແລ້ວກັບການຈະເລີນພັນ ຄວາມສຸກ ແລະອາຍຸຍືນ. ເຫັນໄດ້ແຈ້ງວ່າ ທຸກຄົນທີ່ຢາກຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າຈະຫລີກລ່ຽງຮີດຄອງທີ່ເປັນມົນທິນນັ້ນ.—2 ໂກລິນໂທ 6:14-18.
18. ຫລັກການອັນໃດໃນຄຳພີໄບເບິນຄວນຊີ້ນຳຄູ່ບ່າວສາວທີ່ກຳລັງວາງແຜນຈະຈັດງານແຕ່ງດອງແລະຜູ້ທີ່ໄດ້ຮັບເຊີນໃຫ້ເຂົ້າຮ່ວມ?
ສຸພາສິດ 26:18, 19; ລືກາ 6:31; 10:27) ເຂົາເຈົ້າຍັງຫລີກລ່ຽງການຈັດງານລ້ຽງສະຫລອງທີ່ຟຸມເຟືອຍແບບທີ່ມີໃນນິຍາຍຮັກເຊິ່ງບໍ່ມີຄວາມຈຽມຕົວ ແຕ່ສະທ້ອນເຖິງ “ການອວດຕົວອັນເປົ່າໆແຫ່ງຊີວິດນີ້.” (1 ໂຢຮັນ 2:16) ຖ້າເຈົ້າກຳລັງວາງແຜນຈັດງານແຕ່ງດອງ ຂໍໃຫ້ຈື່ໄວ້ວ່າພະເຢໂຫວາປະສົງໃຫ້ເຈົ້າມອງຄືນຫລັງວັນພິເສດນັ້ນດ້ວຍຄວາມຍິນດີສະເຫມີ ບໍ່ແມ່ນດ້ວຍຄວາມເສຍໃຈ. *
18 ຜູ້ຮັບໃຊ້ຂອງພະເຢໂຫວາລະເວັ້ນຈາກກິດປະຕິບັດທາງໂລກທີ່ອາດເຮັດໃຫ້ການແຕ່ງດອງແລະງານລ້ຽງສະຫລອງການແຕ່ງດອງຂາດຄວາມສະຫງ່າງາມແບບຄລິດສະຕຽນຫລືອາດຂັດກັບສະຕິຮູ້ສຶກຜິດຊອບຂອງບາງຄົນ. ຕົວຢ່າງເຊັ່ນ ເຂົາເຈົ້າຫລີກລ່ຽງການໃຫ້ຄຳປາໄສທີ່ເວົ້າຢອກໄຍເຊິ່ງສ້າງຄວາມເຈັບປວດ ຫລືເວົ້າເປັນໄນໆກ່ຽວກັບເພດສຳພັນ ແລະຫລີກເວັ້ນຈາກການເວົ້າຫລິ້ນທີ່ເຮັດໃຫ້ຄົນອື່ນອາຍຫລືຄຳເວົ້າທີ່ອາດເຮັດໃຫ້ຄົນທີ່ຫາກໍແຕ່ງດອງໃຫມ່ຫນ້າອາຍ. (ການດື່ມອວຍພອນ—ມີຄວາມຫມາຍທາງສາສະໜາບໍ?
19, 20. ແຫລ່ງຂໍ້ມູນທາງໂລກແຫລ່ງຫນຶ່ງເວົ້າແນວໃດກ່ຽວກັບຕົ້ນກຳເນີດຂອງການດື່ມອວຍພອນ ແລະເພາະເຫດໃດທຳນຽມນີ້ຈຶ່ງບໍ່ເປັນທີ່ຍອມຮັບສຳລັບຄລິດສະຕຽນ?
19 ສິ່ງທີ່ເຮັດເປັນປົກກະຕິຢູ່ງານແຕ່ງດອງແລະງານສັງສັນໃນໂອກາດອື່ນໆ ຄືການດື່ມອວຍພອນ. ປຶ້ມສາກົນກ່ຽວກັບເຄື່ອງດື່ມປະເພດເຫລົ້າແລະຮີດຄອງ (ພາສາອັງກິດ) ກ່າວວ່າ “ການດື່ມອວຍພອນ . . . ອາດເປັນທຳນຽມເຊິ່ງເປັນສິ່ງທີ່ເຫລືອຢູ່ຂອງພິທີບູຊາສິ່ງສັກສິດທີ່ເປັນການຖວາຍເຄື່ອງດື່ມສັກສິດແກ່ພວກເທບພະເຈົ້າ . . . ເພື່ອແລກປ່ຽນກັບການອວຍພອນ ເຊິ່ງຄຳອະທິດຖານສະຫລຸບໄດ້ດ້ວຍຖ້ອຍຄຳທີ່ວ່າ ‘ຂໍໃຫ້ຢູ່ດີມີແຮງ!’ ຫລື ‘ເພື່ອສຸຂະພາບ!’”
20 ແມ່ນຢູ່ ຫລາຍຄົນບໍ່ໄດ້ຖືວ່າການດື່ມອວຍພອນເປັນການສະແດງທ່າທາງທີ່ມີຄວາມຫມາຍທາງສາສະໜາຫລືກ່ຽວກັບໂຊກລາງ. ແນວໃດກໍຕາມ ທຳນຽມການຍົກຈອກເຫລົ້າຂຶ້ນເທິງຟ້າຖືວ່າເປັນການຂໍພອນຈາກ “ຟ້າສະຫວັນ” ເຊິ່ງເປັນພະລັງທີ່ເຫນືອທຳມະຊາດ ເປັນວິທີທີ່ບໍ່ປະສານກັບສິ່ງທີ່ອະທິບາຍໄວ້ໃນພະຄຳພີ.—ໂຢຮັນ 14:6; 16:23. *
“ຄົນທັງຫລາຍທີ່ຮັກພະເຢໂຫວາຈົ່ງກຽດຊັງການຊົ່ວຮ້າຍ”
21. ເຖິງວ່າອາດຈະບໍ່ມີຄວາມກ່ຽວຂ້ອງກັບສາສະໜາ ຄລິດສະຕຽນຄວນຫລີກລ່ຽງການສະຫລອງແບບໃດເຊິ່ງເປັນທີ່ນິຍົມກັນ ແລະເພາະເຫດໃດ?
21 ສິ່ງທີ່ສະແດງໃຫ້ເຫັນວ່າມາດຕະຖານຂອງໂລກທຸກມື້ນີ້ຕົກຕໍ່າລົງຢ່າງໄວວາ ເຊິ່ງເປັນແນວໂນ້ມທີ່ໄດ້ຮັບການສົ່ງເສີມຈາກບາບີໂລນໃຫຍ່ໂດຍທາງກົງຫລືທາງອ້ອມຄື ບາງປະເທດສະຫນັບສະຫນູນບຸນຄານິວານຫລືມາດິກຣາປະຈຳປີ ເຊິ່ງເປັນການສະຫລອງທີ່ມີລັກສະນະເດັ່ນຄືມີການເຕັ້ນລຳທີ່ຍົວະເຍົ້າໃຫ້ເກີດຕັນຫາ ແລະອາດເຖິງກັບຈັດຂະບວນແຫ່ເພື່ອສະຫລອງຮູບແບບຊີວິດຂອງພວກທີ່ມັກເພດດຽວກັນ. ເຫມາະສົມບໍທີ່ ‘ຄົນທີ່ຮັກພະເຢໂຫວາ’ ຈະເຂົ້າຮ່ວມຫລືເບິ່ງການສະຫລອງດັ່ງກ່າວ? ການກະທຳແບບນັ້ນຈະສະແດງວ່າລາວກຽດຊັງສິ່ງຊົ່ວແທ້ໆບໍ? (ຄຳເພງ 1:1, 2; 97:10) ເປັນສິ່ງດີກວ່າຖ້າວ່າຈະຮຽນແບບເຈຕະຄະຕິຂອງຜູ້ປະພັນຄຳເພງເຊິ່ງອະທິດຖານວ່າ “ຂໍໂຜດໃຫ້ຕາຂ້ານ້ອຍຫລຽວຈາກເບິ່ງຄວາມເປົ່າໆ.”—ຄຳເພງ 119:37.
22. ເມື່ອໃດທີ່ຄລິດສະຕຽນຄວນຕັດສິນໃຈຕາມສະຕິຮູ້ສຶກຜິດຊອບຂອງຕົນວ່າຈະເຂົ້າຮ່ວມໃນການສະຫລອງຢ່າງໃດຢ່າງຫນຶ່ງຫລືບໍ່?
22 ໃນວັນຕ່າງໆທີ່ມີການສະຫລອງທາງໂລກ ຄລິດສະຕຽນຈະລະວັງເພື່ອບໍ່ໃຫ້ການປະພຶດຂອງຕົນເຮັດໃຫ້ຄົນອື່ນເຂົ້າໃຈວ່າລາວເຂົ້າຮ່ວມໃນການສະຫລອງນັ້ນ. ໂປໂລຂຽນວ່າ “ທ່ານທັງຫລາຍກິນກໍດີ ດື່ມກໍດີ ຫລືກະທຳການໃດກໍດີ ຈົ່ງກະທຳທຸກສິ່ງໃຫ້ເປັນທີ່ຖວາຍລັດສະຫມີແກ່ພະເຈົ້າ.” (1 ໂກລິນໂທ 10:31; ເບິ່ງຂອບ “ ຕັດສິນໃຈຢ່າງສະຫລາດສຸຂຸມ”) ແນວໃດກໍຕາມ ຖ້າເຫັນຊັດເຈນວ່າທຳນຽມຫລືການສະຫລອງບໍ່ມີຄວາມຫມາຍອອກໄປໃນທາງສາສະນາປອມ ທັງບໍ່ເປັນສ່ວນຂອງການສະຫລອງທາງການເມືອງຫລືພິທີສະແດງຄວາມຮັກຊາດ ແລະບໍ່ລະເມີດຫລັກການໃນຄຳພີໄບເບິນ ຄລິດສະຕຽນແຕ່ລະຄົນອາດຕັດສິນໃຈເປັນສ່ວນຕົວວ່າຈະເຂົ້າຮ່ວມການສະຫລອງດັ່ງກ່າວຫລືບໍ່. ໃນຂະນະດຽວກັນ ລາວຄົງຈະຄຳນຶງເຖິງຄວາມຮູ້ສຶກຂອງຄົນອື່ນເພື່ອຈະບໍ່ເປັນເຫດໃຫ້ໃຜສະດຸດ.
ຈົ່ງສັນລະເສີນພະເຈົ້າດ້ວຍຄຳເວົ້າແລະການກະທຳ
23, 24. ເຮົາອາດໃຫ້ຄຳພະຍານທີ່ດີກ່ຽວກັບມາດຕະຖານອັນຊອບທຳຂອງພະເຢໂຫວາໄດ້ໂດຍວິທີໃດ?
23 ຫລາຍຄົນໃຫ້ຄວາມຄິດເຫັນວ່າການສະຫລອງບຸນບາງຢ່າງເຊິ່ງເປັນທີ່ນິຍົມກັນແມ່ນເປັນໂອກາດໃຫ້ຄອບຄົວແລະຫມູ່ເພື່ອນມາພົບປະສັງສັນກັນ. ດັ່ງສຸພາສິດ 11:25; ຜູ້ເທສະໜາປ່າວປະກາດ 3:12, 13; 2 ໂກລິນໂທ 9:7) ເຮົາໄດ້ຮັບຄວາມເພີດເພີນໃນການຄົບຫາກັບຄົນທີ່ເຮົາຮັກໃນໄລຍະເວລາອື່ນຕະຫລອດປີ ແຕ່ເນື່ອງຈາກຄວາມຮັກທີ່ເຮົາມີຕໍ່ພະເຈົ້າແລະຕໍ່ມາດຕະຖານອັນຊອບທຳຂອງພະອົງ ເຮົາຈຶ່ງບໍ່ຢາກໃຫ້ໂອກາດທີ່ມີຄວາມສຸກນັ້ນເປັນມົນທິນດ້ວຍທຳນຽມທີ່ພະອົງລັງກຽດ.—ເບິ່ງຂອບ “ ການນະມັດສະການແທ້ເຮັດໃຫ້ເກີດຄວາມຍິນດີຫລາຍທີ່ສຸດ.”
ນັ້ນ ຖ້າບາງຄົນຄິດຢ່າງຜິດໆວ່າຈຸດຢືນຂອງເຮົາຕາມຫລັກການໃນພະຄຳພີເປັນການບໍ່ສະແດງຄວາມຮັກຫລືແບບສຸດໂຕ່ງ ເຮົາກໍອາດຊີ້ແຈງວ່າພະຍານພະເຢໂຫວາເຫັນຄຸນຄ່າຂອງການພົບປະສັງສັນທີ່ດີງາມຂອງຄອບຄົວແລະຫມູ່ເພື່ອນ. (24 ພະຍານພະເຢໂຫວາບາງຄົນປະສົບຜົນສຳເລັດເປັນຢ່າງດີໃນການອະທິບາຍກັບຜູ້ສອບຖາມທີ່ຈິງໃຈກ່ຽວກັບຈຸດຕ່າງໆໃນບົດທີ 16 ຂອງປຶ້ມຄຳພີໄບເບິນສອນແນວໃດແທ້ໆ? * ຂໍໃຫ້ຈື່ວ່າເປົ້າຫມາຍຂອງເຮົາແມ່ນເພື່ອດຶງດູດໃຈບຸກຄົນນັ້ນໃຫ້ເຂົ້າມາສູ່ການນະມັດສະການແທ້ ບໍ່ແມ່ນເພື່ອພິສູດວ່າລາວເປັນຝ່າຍຜິດ. ດັ່ງນັ້ນ ຈົ່ງສະແດງຄວາມນັບຖື ຮັກສາອາລົມອ່ອນໂຍນໄວ້ ແລະ “ໃຫ້ຖ້ອຍຄຳຂອງທ່ານທັງຫລາຍອອກເລື້ອຍດ້ວຍພະຄຸນ ເຄັມ [“ປຸງ”, ລ.ມ.] ດ້ວຍເກືອ.”—ໂກໂລດ 4:6.
25, 26. ພໍ່ແມ່ຈະຊ່ວຍລູກແນວໃດໃຫ້ພັດທະນາຄວາມເຊື່ອແລະຄວາມຮັກຕໍ່ພະເຢໂຫວາ?
25 ໃນຖານະເປັນຜູ້ຮັບໃຊ້ຂອງພະເຢໂຫວາ ເຮົາເປັນຄົນທີ່ຮອບຮູ້. ເຮົາຮູ້ເຫດຜົນທີ່ເຮົາເຊື່ອແລະປະຕິບັດບາງສິ່ງ ແລະລະເວັ້ນຈາກບາງສິ່ງ. (ເຫບເລີ 5:14) ດັ່ງນັ້ນ ຜູ້ເປັນພໍ່ແມ່ຈົ່ງສອນລູກໃຫ້ຫາເຫດຜົນໂດຍອາໄສຫລັກການໃນຄຳພີໄບເບິນ. ໂດຍການເຮັດເຊັ່ນນັ້ນ ເຈົ້າເສີມສ້າງຄວາມເຊື່ອຂອງລູກ ທັງຊ່ວຍເຂົາເຈົ້າໃຫ້ຕອບຕາມຫລັກການໃນພະຄຳພີແກ່ຜູ້ທີ່ຖາມກ່ຽວກັບຄວາມເຊື່ອຂອງເຂົາເຈົ້າ ແລະເຈົ້າເຮັດໃຫ້ລູກຫມັ້ນໃຈໃນຄວາມຮັກຂອງພະເຢໂຫວາ.—ເອຊາອີ 48:17, 18; 1 ເປໂຕ 3:15.
26 ທຸກຄົນທີ່ນະມັດສະການພະເຢໂຫວາດ້ວຍ ‘ວິນຍານແລະຄວາມຈິງ’ ບໍ່ພຽງແຕ່ຫລີກລ່ຽງການສະຫລອງທີ່ບໍ່ເປັນໄປຕາມຫລັກການໃນພະຄຳພີເທົ່ານັ້ນ ແຕ່ພະຍາຍາມຈະເປັນຄົນສັດຊື່ໃນທຸກແງ່ມຸມຂອງຊີວິດນຳອີກ. ໃນທຸກມື້ນີ້ ຫລາຍຄົນເຊື່ອວ່າຄວາມສັດຊື່ໃຊ້ບໍ່ໄດ້ຜົນ. ແຕ່ດັ່ງທີ່ເຮົາຈະເຫັນໃນບົດຕໍ່ໄປ ແນວທາງຂອງພະເຈົ້າດີທີ່ສຸດສະເຫມີ.
^ ຂໍ້ 3 ຂໍໃຫ້ເບິ່ງຂອບ “ ຂ້ອຍຄວນເຂົ້າຮ່ວມການສະຫລອງບຸນບໍ?”. ວັນແລະການສະຫລອງບາງຢ່າງທີ່ຖືວ່າ “ສັກສິດ” ມີລາຍການບອກໄວ້ໃນດັດຊະນີຫນັງສືຂອງວັອດທາວເວີ (ພາສາອັງກິດ) ຈັດພິມໂດຍພະຍານພະເຢໂຫວາ.
^ ຂໍ້ 5 ໂດຍອີງຕາມການຄິດໄລ່ລຳດັບເວລາໃນຄຳພີໄບເບິນແລະປະຫວັດສາດໂລກ ເປັນໄປໄດ້ວ່າພະເຍຊູເກີດໃນປີ 2 ກ່ອນ ສ.ສ. ໃນເດືອນເອທານີມຕາມປະຕິທິນຢິວ ເຊິ່ງກົງກັບເດືອນກັນຍາ–ຕຸລາຕາມປະຕິທິນໃນປັດຈຸບັນຂອງເຮົາ.—ເບິ່ງປຶ້ມການຢັ່ງເຫັນເຂົ້າໃຈພະຄຳພີ (ພາສາອັງກິດ) ຫົວທີ 2 ຫນ້າ 56-57 ຈັດພິມໂດຍພະຍານພະເຢໂຫວາ.
^ ຂໍ້ 11 ເບິ່ງຂອບ “ ວັນ ‘ສັກສິດ’ ແລະລັດທິຊາຕານ”.
^ ຂໍ້ 11 ພະບັນຍັດກຳນົດວ່າຫລັງຈາກເກີດລູກ ຜູ້ຍິງຕ້ອງຖວາຍເຄື່ອງບູຊາໄຖ່ບາບແກ່ພະເຈົ້າ. (ພວກເລວີ 12:1-8) ຂໍ້ຮຽກຮ້ອງຕາມກົດຫມາຍນີ້ເປັນການຢໍ້າເຕືອນວ່າມະນຸດຖ່າຍທອດບາບໄປໃຫ້ລູກຫລານຂອງຕົນ ແລະຊ່ວຍຊາວອິດສະລາແອນໃຫ້ມີທັດສະນະທີ່ສົມດຸນກ່ຽວກັບການກຳເນີດລູກແລະອາດຢັບຍັ້ງພວກເຂົາບໍ່ໃຫ້ຮັບເອົາທຳນຽມການສະຫລອງວັນເກີດຂອງພວກນອກຮີດ.—ຄຳເພງ 51:5.
^ ຂໍ້ 13 ອີສະເຕີຍັງແມ່ນເທບທິດາຂອງການຈະເລີນພັນ. ອີງຕາມປຶ້ມກ່ຽວກັບເທບນິຍາຍ (The Dictionary of Mythology) ກ່າວວ່າ “ເທບທິດາອົງນີ້ເປັນເຈົ້າຂອງກະຕ່າຍປ່າທີ່ຢູ່ໃນດວງເດືອນ ເຊິ່ງມັນມັກໄຂ່ ແລະບາງຄັ້ງມີການພັນລະນາຫົວຂອງເທບທິດາອົງນີ້ວ່າເປັນຫົວກະຕ່າຍປ່າ.”
^ ຂໍ້ 18 ກ່ຽວກັບງານແຕ່ງດອງແລະງານສັງສັນ ຂໍໃຫ້ເບິ່ງບົດຄວາມສາມເລື່ອງໃນຫໍສັງເກດການ ສະບັບວັນທີ 15 ເດືອນຕຸລາ ປີ 2006 ຫນ້າ 18-23, 24-27, ແລະ 28-31 (ພາສາໄທ).
^ ຂໍ້ 20 ຂໍໃຫ້ເບິ່ງຫໍສັງເກດການ ສະບັບວັນທີ 15 ເດືອນກຸມພາ ປີ 2007 ຫນ້າ 30-31 (ພາສາໄທ).
^ ຂໍ້ 24 ຈັດພິມໂດຍພະຍານພະເຢໂຫວາ.