ບົດທີ 3
ຮັກຄົນທີ່ພະເຈົ້າຮັກ
“ບຸກຄົນທີ່ດຳເນີນນຳຄົນປັນຍາກໍຈະເປັນຄົນມີປັນຍາ.”—ສຸພາສິດ 13:20, ລ.ມ.
1-3. (ກ) ຄຳພີໄບເບິນບົ່ງຊີ້ໃຫ້ເຫັນຄວາມຈິງອັນໃດທີ່ບໍ່ອາດປະຕິເສດໄດ້? (ຂ) ເຮົາຈະເລືອກຫມູ່ເຊິ່ງມີອິດທິພົນໃນທາງທີ່ດີຕໍ່ເຮົາໄດ້ແນວໃດ?
ໃນແງ່ຫນຶ່ງ ຄົນເຮົາຄ້າຍຄືກັບຟອງນໍ້າທີ່ມັກດູດຊຶມເອົາສິ່ງໃດກໍຕາມທີ່ຢູ່ອ້ອມຂ້າງ. ເປັນເລື່ອງງ່າຍຫລາຍທີ່ຈະຮັບເອົາທັດສະນະ ມາດຕະຖານ ແລະບຸກຄະລິກລັກສະນະຂອງຄົນທີ່ເຮົາຄົບຫາຢ່າງໃກ້ຊິດ ໂດຍທີ່ເຮົາບໍ່ຕັ້ງໃຈ.
2 ຄຳພີໄບເບິນບົ່ງຊີ້ຄວາມຈິງທີ່ບໍ່ອາດປະຕິເສດໄດ້ທີ່ວ່າ “ບຸກຄົນທີ່ດຳເນີນນຳຄົນປັນຍາກໍຈະເປັນຄົນມີປັນຍາ ແຕ່ຄົນທີ່ຄົບກັບຄົນໂງ່ຍ່ອມຈະໄດ້ຮັບຄວາມເສຍຫາຍ.” (ສຸພາສິດ 13:20, ລ.ມ.) ສຸພາສິດຂໍ້ນີ້ບໍ່ໄດ້ກ່າວເຖິງການຄົບຫາແບບຜິວເຜີນ. ຖ້ອຍຄຳທີ່ວ່າ “ດຳເນີນນຳ” ຊີ້ເຖິງການຄົບຫາກັນຢ່າງຕໍ່ເນື່ອງ. * ຫນັງສືອ້າງອີງເຫລັ້ມຫນຶ່ງກ່ຽວກັບຄຳພີໄບເບິນໃຫ້ຄວາມເຫັນໃນຂໍ້ນີ້ວ່າ “ການດຳເນີນກັບຜູ້ໃດຜູ້ຫນຶ່ງຫມາຍເຖິງຄວາມຮັກແລະຄວາມຜູກພັນ.” ເຈົ້າເຫັນດີນຳແມ່ນບໍວ່າເຮົາມັກຈະຮຽນແບບຜູ້ທີ່ເຮົາຮັກ? ທີ່ຈິງ ຍ້ອນເຮົາເອງມີຄວາມຮູ້ສຶກຜູກພັນໃກ້ຊິດກັບຄົນທີ່ເຮົາຮັກ ເຂົາເຈົ້າຈຶ່ງມີອິດທິພົນຫລາຍໃນການຫລໍ່ຫລອມເຮົາທັງໃນທາງທີ່ດີຫລືທາງທີ່ບໍ່ດີ.
3 ເພື່ອຈະຢູ່ໃນຄວາມຮັກຂອງພະເຈົ້າຕໍ່ໆໄປ ເປັນສິ່ງສຳຄັນທີ່ເຮົາຈະສະແຫວງຫາຫມູ່ທີ່ຈະມີອິດທິພົນໃນທາງທີ່ດີຕໍ່ເຮົາ. ເຮົາຈະເຮັດຈັ່ງຊັ້ນໄດ້ແນວໃດ? ເວົ້າງ່າຍໆກໍຄື ເຮົາຈະເຮັດແນວນັ້ນໄດ້ໂດຍຮັກຄົນທີ່ພະເຈົ້າຮັກ ເປັນຫມູ່ກັບຜູ້ທີ່ເປັນມິດກັບພະອົງ. ຂໍໃຫ້ຄຶດເຖິງເລື່ອງນີ້. ຈະມີການຄົບຫາໃດບໍທີ່ດີກວ່າການຄົບຫາກັບຜູ້ທີ່ມີຄຸນລັກສະນະທີ່ພະເຢໂຫວາຊອກຫາໃນໂຕຜູ້ທີ່
ເປັນມິດຂອງພະອົງ? ດັ່ງນັ້ນ ຂໍໃຫ້ກວດເບິ່ງວ່າຄົນປະເພດໃດທີ່ພະເຈົ້າຮັກ. ໂດຍໃຫ້ທັດສະນະຂອງພະເຢໂຫວາແຈ່ມແຈ້ງຢູ່ໃນຄວາມຄຶດຂອງເຮົາ ເຮົາກໍພ້ອມຫລາຍຂຶ້ນທີ່ຈະເລືອກຫມູ່ທີ່ດີ.ຄົນທີ່ພະເຈົ້າຮັກ
4. ເປັນຫຍັງພະເຢໂຫວາຈຶ່ງມີສິດເລືອກເຟັ້ນຜູ້ທີ່ມີຄຸນສົມບັດຈະມາເປັນມິດຂອງພະອົງ ແລະຍ້ອນຫຍັງພະເຢໂຫວາຈຶ່ງກ່າວເຖິງອັບລາຫາມວ່າເປັນ “ມິດສະຫາຍຂອງເຮົາ”?
4 ພະເຢໂຫວາເລືອກເຟັ້ນຜູ້ທີ່ຈະເປັນມິດຂອງພະອົງ. ພະອົງມີສິດເລືອກແມ່ນບໍ? ເພາະວ່າພະອົງເປັນພະເຈົ້າຜູ້ສູງສຸດໃນເອກະພົບ ແລະການເປັນມິດກັບພະອົງຖືວ່າເປັນສິດທິພິເສດອັນຍິ່ງໃຫຍ່ທີ່ສຸດ. ຖ້າເຊັ່ນນັ້ນ ພະອົງເລືອກໃຜເປັນມິດຂອງພະອົງ? ພະເຢໂຫວາຫຍັບເຂົ້າໃກ້ຜູ້ທີ່ວາງໃຈແລະມີຄວາມເຊື່ອຢ່າງເຕັມປ່ຽມໃນພະອົງ. ຕົວຢ່າງ ຂໍໃຫ້ພິຈາລະນາເລື່ອງອັບລາຫາມບຸລຸດຕົ້ນຕະກູນ ຊາຍເຊິ່ງເປັນທີ່ຮູ້ຈັກຍ້ອນຄວາມເຊື່ອອັນໂດດເດັ່ນ. ບໍ່ມີການທົດລອງຄວາມເຊື່ອຄັ້ງໃດສຳລັບພໍ່ທີ່ເປັນມະນຸດຈະຍິ່ງໃຫຍ່ກວ່າການຖືກຂໍໃຫ້ຖວາຍລູກຊາຍເປັນເຄື່ອງບູຊາ. * ເຖິງຢ່າງນັ້ນ “ເຫມືອນກັບວ່າທ່ານໄດ້ຖວາຍອີຊາກເປັນເຄື່ອງບູຊາໄປແລ້ວ” ອັບລາຫາມມີຄວາມເຊື່ອຢ່າງເຕັມປ່ຽມ “ວ່າພະເຈົ້າຈະປຸກອີຊາກໃຫ້ເປັນຄືນມາຈາກຕາຍໄດ້.” (ເຫບເລີ 11:17-19, ລ.ມ.) ເນື່ອງຈາກອັບລາຫາມສະແດງຄວາມເຊື່ອແລະການເຊື່ອຟັງເຊັ່ນນັ້ນ ພະເຢໂຫວາຈຶ່ງກ່າວເຖິງລາວດ້ວຍຄວາມຮັກວ່າເປັນ “ມິດສະຫາຍຂອງເຮົາ.”—ເອຊາອີ 41:8; ຢາໂກໂບ 2:21-23.
5. ພະເຢໂຫວາມີທັດສະນະແນວໃດຕໍ່ຜູ້ທີ່ເຊື່ອຟັງພະອົງດ້ວຍຄວາມພັກດີ?
5 ພະເຢໂຫວາຖືວ່າການເຊື່ອຟັງດ້ວຍຄວາມພັກດີເປັນເລື່ອງສຳຄັນຫລາຍ. ພະອົງຮັກຜູ້ທີ່ເຕັມໃຈສະແດງຄວາມພັກດີຕໍ່ພະອົງເຫນືອສິ່ງອື່ນໃດ. (2 ຊາເມືອນ 22:26) ດັ່ງທີ່ເຫັນໃນບົດທີ 1 ຂອງປຶ້ມນີ້ ພະເຢໂຫວາຍິນດີຢ່າງຍິ່ງກັບຜູ້ທີ່ເລືອກເຊື່ອຟັງພະອົງເນື່ອງດ້ວຍຄວາມຮັກ. ສຸພາສິດ 3:32 (ລ.ມ.) ກ່າວວ່າ “ພະອົງສະຫນິດສະຫນົມກັບຄົນຊື່ກົງ.” ຜູ້ທີ່ເຮັດຕາມຂໍ້ຮຽກຮ້ອງຂອງພະເຢໂຫວາດ້ວຍຄວາມພັກດີໄດ້ຮັບຄຳເຊີນດ້ວຍຄວາມກະລຸນາຈາກພະອົງວ່າ ເຂົາເຈົ້າອາດເປັນແຂກໃນ “ຈຳຫນັກ” ຂອງພະອົງ—ໄດ້ຮັບການຕ້ອນຮັບໃຫ້ມານະມັດສະການພະອົງແລະສາມາດອະທິດຖານເຖິງພະອົງເວລາໃດກໍໄດ້.—ຄຳເພງ 15:1-5.
6. ເຮົາຈະສະແດງແນວໃດວ່າເຮົາຮັກພະເຍຊູ ແລະພະເຢໂຫວາຮູ້ສຶກແນວໃດຕໍ່ຜູ້ທີ່ຮັກລູກຊາຍຂອງພະອົງ?
6 ພະເຢໂຫວາຮັກຜູ້ທີ່ຮັກພະເຍຊູ ລູກຊາຍຜູ້ດຽວທີ່ພະອົງໄດ້ສ້າງໂດຍກົງ. ພະເຍຊູກ່າວວ່າ “ຖ້າຜູ້ຫນຶ່ງຜູ້ໃດຮັກເຮົາຜູ້ນັ້ນຈະຖືຮັກສາພະຄຳຂອງເຮົາ ແລະພະບິດາຂອງເຮົາຈະຮັກຜູ້ນັ້ນ ແລະເຮົາທັງສອງຈະມາຫາຜູ້ນັ້ນແລະສະຖິດຢູ່ນຳຜູ້ນັ້ນ.” (ໂຢຮັນ 14:23) ເຮົາຈະສະແດງຄວາມຮັກຕໍ່ພະເຍຊູໄດ້ແນວໃດ? ແນ່ນອນກໍໂດຍການເຮັດຕາມຄຳສັ່ງຂອງພະອົງ ເຊິ່ງລວມທັງເຮັດວຽກມອບຫມາຍໃຫ້ປະກາດຂ່າວດີເລື່ອງລາຊະອານາຈັກແລະເຮັດໃຫ້ຄົນເປັນສາວົກ. (ມັດທາຍ 28:19, 20; ໂຢຮັນ 14:15, 21) ເປັນການສະແດງຄວາມຮັກຕໍ່ພະເຍຊູເຊັ່ນກັນເມື່ອເຮົາ “ດຳເນີນຕາມຮອຍຕີນຂອງພະອົງຢ່າງໃກ້ຊິດ” ຮຽນແບບພະອົງທາງຄຳເວົ້າແລະການກະທຳຢ່າງສຸດຄວາມສາມາດຂອງເຮົາທີ່ເປັນມະນຸດບໍ່ສົມບູນແບບ. (1 ເປໂຕ 2:21, ລ.ມ.) ພະເຢໂຫວາມີໃຈຍິນດີເມື່ອຜູ້ທີ່ຮັກລູກຊາຍຂອງພະອົງໄດ້ຮັບການກະຕຸ້ນໃຫ້ພະຍາຍາມດຳເນີນຕາມແນວທາງຂອງພະຄລິດ.
7. ເປັນຫຍັງຈຶ່ງສະຫລາດທີ່ຈະເປັນຫມູ່ກັບຜູ້ທີ່ເປັນມິດຂອງພະເຢໂຫວາ?
7 ຄວາມເຊື່ອ ຄວາມພັກດີ ການເຊື່ອຟັງ ແລະຄວາມຮັກຕໍ່ພະເຍຊູແລະຕໍ່ແນວທາງຕ່າງໆຂອງພະອົງ—ສິ່ງເຫລົ່ານີ້ຢູ່ໃນບັນດາຄຸນລັກສະນະທີ່ພະເຢໂຫວາຄາດຫມາຍຈາກມິດສະຫາຍຂອງພະອົງ. ເຮົາຄວນຖາມຕົວເອງວ່າ ‘ຄຸນລັກສະນະແລະແນວທາງດັ່ງກ່າວປາກົດໃນໂຕຫມູ່ສະຫນິດຂອງຂ້ອຍບໍ? ຂ້ອຍເປັນຫມູ່ກັບຄົນທີ່ເປັນມິດກັບພະເຢໂຫວາບໍ?’ ເປັນການດີທີ່ຈະຖາມແບບນັ້ນ. ບຸກຄົນທີ່ປູກຝັງທັດສະນະແບບພະເຈົ້າແລະປະກາດຂ່າວດີເລື່ອງລາຊະອານາຈັກດ້ວຍໃຈແຮງກ້າອາດມີຜົນກະທົບຕໍ່ເຮົາໃນທາງທີ່ເປັນປະໂຫຍດ ຊັກຈູງເຮົາໃຫ້ດຳເນີນຊີວິດຕາມຄວາມຕັ້ງໃຈຂອງເຮົາທີ່ຈະເຮັດໃຫ້ພະເຈົ້າພໍໃຈ.—ເບິ່ງຂອບ “ ຫມູ່ທີ່ດີເປັນແນວໃດ?”
ຮຽນຈາກຕົວຢ່າງໃນຄຳພີໄບເບິນ
8. ເຈົ້າປະທັບໃຈຫຍັງໃນສາຍສຳພັນລະຫວ່າງ (ກ) ນາໂອມີແລະລຶດ? (ຂ) ຊາຍຫນຸ່ມຊາວເຫບເລີສາມຄົນ? (ຄ) ໂປໂລແລະຕີໂມເຕ?
8 ພະຄຳພີມີຕົວຢ່າງຫລາຍເລື່ອງກ່ຽວກັບຜູ້ທີ່ໄດ້ຮັບປະໂຫຍດຈາກການເລືອກຫມູ່ທີ່ດີ. ເຈົ້າສາມາດອ່ານກ່ຽວກັບເລື່ອງສາຍສຳພັນລະຫວ່າງນາງນາໂອມີແລະນາງລຶດລູກໄພ້ຂອງລາວ ລະຫວ່າງຊາຍຫນຸ່ມຊາວເຫບເລີສາມຄົນເຊິ່ງຜູກພັນກັນຢ່າງແຫນ້ນແຟ້ນຕອນຢູ່ປະເທດບາບີໂລນ ແລະລະຫວ່າງໂປໂລກັບຕີໂມເຕ. (ລຶດ 1:16; ດານຽນ 3:17, 18; 1 ໂກລິນໂທ 4:17; ຟີລິບ 2:20-22) ແຕ່ຂໍໃຫ້ເຮົາເອົາໃຈໃສ່ອີກຕົວຢ່າງຫນຶ່ງທີ່ເດັ່ນ ນັ້ນຄືມິດຕະພາບລະຫວ່າງດາວິດກັບໂຢນາທານ.
9, 10. ອັນໃດຄືພື້ນຖານຂອງສາຍສຳພັນລະຫວ່າງດາວິດແລະໂຢນາທານ?
9 ຄຳພີໄບເບິນກ່າວວ່າ ພາຍຫລັງທີ່ດາວິດຂ້າໂຄລີອາດແລ້ວ “ຈິດໃຈຂອງທ້າວໂຢນາທານໄດ້ຕິດຢູ່ກັບຈິດໃຈທ້າວດາວິດ ແລະທ້າວໂຢນາທານໄດ້ຮັກທ້າວດາວິດເຫມືອນຮັກຈິດໃຈເອງ.” (1 ຊາເມືອນ 18:1) ດ້ວຍເຫດນີ້ ມິດຕະພາບທີ່ຢັ້ງຢືນໄດ້ເລີ່ມຕົ້ນຂຶ້ນເຖິງແມ່ນວ່າມີອາຍຸທີ່ຕ່າງກັນ ແລະມິດຕະພາບນີ້ຍັງຄົງຢູ່ຕໍ່ໄປຈົນເຖິງໂຢນາທານເສຍຊີວິດໃນສະໜາມຮົບ. * (2 ຊາເມືອນ 1:26) ອັນໃດເປັນພື້ນຖານຂອງຄວາມສຳພັນອັນແຫນ້ນແຟ້ນລະຫວ່າງສອງຄົນນີ້ທີ່ເປັນຫມູ່ກັນ?
10 ດາວິດແລະໂຢນາທານຜູກພັນກັນເນື່ອງດ້ວຍຄວາມຮັກທີ່ມີຕໍ່ພະເຈົ້າແລະຄວາມປາຖະຫນາອັນແຮງກ້າທີ່ຈະຮັກສາຕົວສັດຊື່ຕໍ່ພະອົງ. ເຂົາເຈົ້າເປັນເອກະພາບກັນເນື່ອງຈາກມີຄວາມປາຖະຫນາທີ່ຈະເຮັດໃຫ້ພະເຈົ້າພໍໃຈ. ແຕ່ລະຄົນສະແດງຄຸນລັກສະນະຕ່າງໆທີ່ເຮັດໃຫ້ຕົນເອງເປັນທີ່ຮັກຂອງອີກຝ່າຍຫນຶ່ງ. ແນ່ນອນວ່າໂຢນາທານປະທັບໃຈກັບຄວາມກ້າຫານແລະໃຈແຮງກ້າຂອງຊາຍຫນຸ່ມທີ່ໄດ້ປົກປ້ອງຊື່ຂອງພະເຈົ້າຢ່າງບໍ່ຢ້ານກົວ. ບໍ່ຕ້ອງສົງໄສ 1 ຊາເມືອນ 23:16) ລອງນຶກພາບເບິ່ງວ່າດາວິດຕ້ອງຮູ້ສຶກແນວໃດເມື່ອຫມູ່ທີ່ຮັກມາຫາແລະໃຫ້ກຳລັງໃຈລາວ! *
ດາວິດກໍນັບຖືຊາຍທີ່ອາຍຸສູງກວ່າເຊິ່ງສະຫນັບສະຫນູນການຈັດຕຽມຂອງພະເຢໂຫວາຢ່າງພັກດີ ແລະຈັດໃຫ້ຜົນປະໂຫຍດຂອງດາວິດມາກ່ອນຂອງຕົນເອງຢ່າງບໍ່ເຫັນແກ່ຕົວ. ຕົວຢ່າງ ຂໍໃຫ້ພິຈາລະນາສິ່ງທີ່ເກີດຂຶ້ນຕອນທີ່ດາວິດຮູ້ສຶກຫົດຫູ່ໃຈຫລາຍໃນຂະນະທີ່ເປັນຜູ້ລີ້ໄພໃນຖິ່ນທຸລະກັນດານ ເພື່ອລອດພົ້ນຈາກຄວາມຄຽດຮ້າຍຂອງກະສັດຊາອຶລ ພໍ່ຂອງໂຢນາທານ. ໂຢນາທານສະແດງຄວາມພັກດີທີ່ໂດດເດັ່ນໂດຍເປັນຝ່າຍ “ໄປຫາທ້າວດາວິດ . . . ແລະໄດ້ຊູແຮງມືຂອງທ້າວດາວິດໃນພະເຈົ້າ.” (11. ເຈົ້າຮຽນຮູ້ຫຍັງກ່ຽວກັບມິດຕະພາບຈາກຕົວຢ່າງຂອງໂຢນາທານແລະດາວິດ?
11 ເຮົາຮຽນຫຍັງຈາກຕົວຢ່າງຂອງໂຢນາທານແລະດາວິດ? ບົດຮຽນເດັ່ນທີ່ສຸດກໍຄື ເຮົາເຫັນວ່າສິ່ງສຳຄັນທີ່ສຸດເຊິ່ງຫມູ່ເພື່ອນຄວນຈະມີຄືກັນແມ່ນການຖືວ່າສາຍສຳພັນຂອງເຂົາເຈົ້າກັບພະເຈົ້າມີຄ່າ. ເມື່ອເຮົາສະຫນິດກັບຜູ້ທີ່ມີຄວາມເຊື່ອ ຄ່ານິຍົມທາງສິນລະທຳແບບດຽວກັນ ທັງເປັນຜູ້ທີ່ປາຖະຫນາຈະໂລມ 1:11, 12) ຫມູ່ທີ່ສົນໃຈໃນສິ່ງຝ່າຍວິນຍານດັ່ງກ່າວມີຢູ່ທ່າມກາງເພື່ອນຮ່ວມການນະມັດສະການ. ນີ້ຫມາຍຄວາມວ່າທຸກຄົນທີ່ເຂົ້າຮ່ວມການປະຊຸມຢູ່ຫໍປະຊຸມລາຊະອານາຈັກເປັນຫມູ່ທີ່ດີບໍ? ບໍ່ເປັນແບບນັ້ນສະເຫມີໄປ.
ຮັກສາຄວາມສັດຊື່ຕໍ່ພະເຈົ້າ ກໍຈະມີໂອກາດແລກປ່ຽນຄວາມຄິດ ຄວາມຮູ້ສຶກ ແລະປະສົບການທີ່ຫນູນໃຈແລະເສີມສ້າງເຮົາໃຫ້ເຂັ້ມແຂງຂຶ້ນ. (ວິທີເລືອກຫມູ່ສະຫນິດ
12, 13. (ກ) ເປັນຫຍັງຕ້ອງຮູ້ຈັກເລືອກຄົນທີ່ເຮົາຄົບຫານຳແມ່ນແຕ່ໃນທ່າມກາງເພື່ອນຄລິດສະຕຽນ? (ຂ) ປະຊາຄົມໃນສະຕະວັດທຳອິດປະເຊີນກັບຂໍ້ທ້າທາຍອັນໃດ ແລະໂປໂລຕ້ອງໃຫ້ຄຳເຕືອນທີ່ຫນັກແຫນ້ນແນວໃດ?
12 ແມ່ນແຕ່ໃນປະຊາຄົມ ເຮົາກໍຍັງຕ້ອງຮູ້ຈັກເລືອກຫມູ່ເພື່ອເຂົາເຈົ້າຈະເປັນຜູ້ມີສ່ວນຊ່ວຍໃຫ້ສາຍສຳພັນຂອງເຮົາກັບພະເຈົ້າພັດທະນາຂຶ້ນ. ເລື່ອງນີ້ຄວນເຮັດໃຫ້ເຮົາຮູ້ສຶກແປກໃຈບໍ? ບໍ່ຄວນ. ຄລິດສະຕຽນບາງຄົນໃນປະຊາຄົມອາດຕ້ອງໃຊ້ເວລາດົນກວ່າຄົນອື່ນເພື່ອເປັນຜູ້ໃຫຍ່ທາງຝ່າຍວິນຍານ ເຊັ່ນດຽວກັບຫມາກໄມ້ບາງຫນ່ວຍທີ່ຢູ່ຕົ້ນອາດຕ້ອງໃຊ້ເວລາດົນກວ່າຫນ່ວຍອື່ນຈຶ່ງສຸກ. ດັ່ງນັ້ນ ໃນທຸກໆປະຊາຄົມເຮົາຈຶ່ງເຫັນຄລິດສະຕຽນທີ່ກ້າວຫນ້າທາງຝ່າຍວິນຍານໃນລະດັບທີ່ຕ່າງກັນ. (ເຫບເລີ 5:12–6:3) ແນ່ນອນວ່າເຮົາສະແດງຄວາມອົດທົນແລະຄວາມຮັກຕໍ່ຄົນໃຫມ່ໆຫລືຜູ້ທີ່ອ່ອນແອກວ່າ ເພາະເຮົາຢາກຊ່ວຍເຂົາເຈົ້າໃຫ້ກ້າວຫນ້າທາງຝ່າຍວິນຍານ.—ໂລມ 14:1; 15:1.
13 ບາງຄັ້ງ ອາດເກີດສະຖານະການຢ່າງຫນຶ່ງໃນປະຊາຄົມທີ່ເຮັດໃຫ້ເຮົາຕ້ອງລະວັງການຄົບຫາສະມາຄົມ. ບາງຄົນອາດເຂົ້າໄປກ່ຽວຂ້ອງກັບພຶດຕິກຳທີ່ບໍ່ເຫມາະສົມ. ບາງຄົນອາດພັດທະນານໍ້າໃຈທີ່ບໍ່ພໍໃຈແລະມັກຈົ່ມວ່າ. ປະຊາຄົມໃນສະຕະວັດທຳອິດປະເຊີນຂໍ້ທ້າທາຍທີ່ຄ້າຍກັນ. ຂະນະທີ່ສະມາຊິກສ່ວນຫລາຍສັດຊື່ ບາງຄົນພັດບໍ່ໄດ້ປະພຶດຕົວຢ່າງເຫມາະສົມ. ເພາະວ່າບາງຄົນໃນປະຊາຄົມໂກລິນໂທບໍ່ໄດ້ສະຫນັບສະຫນູນຄຳສອນບາງຢ່າງຂອງຄລິດສະຕຽນ ອັກຄະສາວົກໂປໂລເຕືອນປະຊາຄົມນັ້ນວ່າ “ຢ່າຖືກລໍ້ລວງ. ການທີ່ຈະຄົບຫາກັນກັບຄົນຊົ່ວນັ້ນຈະກະທຳໃຫ້ທຳນຽມອັນດີກາຍເປັນຊົ່ວໄປດ້ວຍ.” (1 ໂກລິນໂທ 15:12, 33) ໂປໂລເຕືອນຕີໂມເຕວ່າແມ່ນແຕ່ໃນທ່າມກາງເພື່ອນ ຄລິດສະຕຽນ ອາດມີບາງຄົນທີ່ບໍ່ໄດ້ປະພຶດໂຕສັດຊື່. ຕີໂມເຕໄດ້ຮັບຄຳເຕືອນໃຫ້ຫລີກຫ່າງຈາກຄົນແບບນັ້ນ ບໍ່ເປັນຫມູ່ສະຫນິດກັບເຂົາເຈົ້າ.—2 ຕີໂມເຕ 2:20-22.
14. ເຮົາຈະເອົາຫລັກການທີ່ຢູ່ໃນຄຳເຕືອນຂອງໂປໂລມາໃຊ້ແນວໃດກ່ຽວກັບການຄົບຫາສະມາຄົມ?
14 ເຮົາຈະເອົາຫລັກການທີ່ຢູ່ໃນຄຳເຕືອນຂອງໂປໂລມາໃຊ້ໄດ້ແນວໃດ? ໂດຍຫລີກລ່ຽງການຄົບຫາຢ່າງໃກ້ຊິດກັບຜູ້ໃດກໍຕາມທັງທີ່ຢູ່ໃນແລະນອກປະຊາຄົມເຊິ່ງອາດກໍ່ອິດທິພົນທີ່ບໍ່ດີ. (2 ເທຊະໂລນີກ 3:6, 7, 14) ເຮົາຕ້ອງປົກປ້ອງສາຍສຳພັນຂອງເຮົາກັບພະເຢໂຫວາໄວ້. ຂໍໃຫ້ຈື່ໄວ້ວ່າ ເຊັ່ນດຽວກັບຟອງນໍ້າ ເຮົາດູດຊຶມເອົາທັດສະນະແລະແນວທາງຕ່າງໆຂອງຫມູ່ທີ່ເຮົາສະຫນິດນຳ. ຄືກັບທີ່ເຮົາເອົາຟອງນໍ້າຈຸ່ມລົງໃນນໍ້າສົ້ມແລ້ວຈະຄາດຫມາຍໃຫ້ມັນຊຸ່ມດ້ວຍນໍ້າກໍເປັນໄປບໍ່ໄດ້ ດັ່ງນັ້ນ ເຮົາຈະຄົບຫາກັບຄົນທີ່ມີອິດທິພົນບໍ່ດີແລ້ວຄາດຫມາຍວ່າຈະດູດຊຶມເອົາສິ່ງທີ່ດີງາມກໍຄົງເປັນໄປບໍ່ໄດ້.—1 ໂກລິນໂທ 5:6.
ເຈົ້າຈະມີການຄົບຫາທີ່ດີໄດ້ໃນທ່າມກາງເພື່ອນຮ່ວມນະມັດສະການ
15. ເຈົ້າຈະເຮັດແນວໃດເພື່ອຈະພົບຫມູ່ໃນປະຊາຄົມທີ່ໃສ່ໃຈສິ່ງຝ່າຍວິນຍານ?
15 ຫນ້າຍິນດີທີ່ເຮົາມີໂອກາດຫລາຍແທ້ໆທີ່ຈະໄດ້ພົບຫມູ່ທີ່ດີໃນທ່າມກາງເພື່ອນຜູ້ນະມັດສະການ. (ຄຳເພງ 133:1) ເຈົ້າຈະພົບຫມູ່ໃນປະຊາຄົມທີ່ໃສ່ໃຈສິ່ງຝ່າຍວິນຍານໄດ້ແນວໃດ? ຂະນະທີ່ເຈົ້າປູກຝັງຄຸນລັກສະນະແລະການປະພຶດແບບທີ່ພະເຈົ້າພໍໃຈ ຄົນອື່ນທີ່ມີຄວາມຄິດແບບດຽວກັນນັ້ນກໍຈະໄດ້ຮັບການກະຕຸ້ນໃຫ້ຄົບຫາກັບເຈົ້າ. ໃນເວລາດຽວກັນ ເຈົ້າອາດເຮັດຕາມຂັ້ນຕອນບາງຢ່າງທີ່ໃຊ້ໄດ້ແທ້ເພື່ອລິເລີ່ມຫາຫມູ່ໃຫມ່. (ເບິ່ງຂອບ “ ວິທີຊອກຫາຫມູ່ທີ່ດີ”.) ຈົ່ງຊອກຫາຜູ້ທີ່ສຳແດງຄຸນລັກສະນະທີ່ເຈົ້າຢາກສະທ້ອນອອກມາ. ຈົ່ງໃສ່ໃຈຄຳແນະນຳໃນຄຳພີໄບເບິນທີ່ໃຫ້ ‘ເປີດໃຈໃຫ້ກວ້າງ’ ສະແຫວງຫາມິດຕະພາບກັບເພື່ອນຮ່ວມຄວາມເຊື່ອໂດຍບໍ່ຄຳນຶງເຖິງເຊື້ອຊາດ ສັນຊາດ ຫລືວັດທະນະທຳ. (2 ໂກລິນໂທ 6:13, ທ.ປ.; 1 ເປໂຕ 2:17) ຢ່າຄົບຫາສະເພາະກຸ່ມຄົນທີ່ມີອາຍຸສໍ່າດຽວກັບເຈົ້າ. ຢ່າລືມວ່າໂຢນາທານອາຍຸຫລາຍກວ່າດາວິດຫລາຍປີ. ຄົນສູງອາຍຸຫລາຍຄົນມີປະສົບການແລະສະຕິປັນຍາທີ່ສາມາດສົ່ງເສີມມິດຕະພາບໃຫ້ມີຄ່າຫລາຍຂຶ້ນໄດ້.
ເມື່ອມີບັນຫາເກີດຂຶ້ນ
16, 17. ຖ້າເພື່ອນຮ່ວມຄວາມເຊື່ອເຮັດໃຫ້ເຮົາເຈັບໃຈໃນບາງຢ່າງ ເປັນຫຍັງເຮົາຈຶ່ງບໍ່ຄວນຖອນຕົວຈາກປະຊາຄົມ?
16 ເນື່ອງຈາກມີນິດໄສໃຈຄໍແລະພູມຫລັງທີ່ຫລາກຫລາຍໃນປະຊາຄົມຄລິດສະຕຽນ ບັນຫາຈຶ່ງອາດເກີດຂຶ້ນເປັນບາງຄັ້ງ. ເພື່ອນຮ່ວມຄວາມເຊື່ອອາດເວົ້າຫລືເຮັດອັນໃດບາງຢ່າງທີ່ເຮັດໃຫ້ເຮົາຮູ້ສຶກເຈັບໃຈ. (ສຸພາສິດ 12:18) ບາງຄັ້ງບັນຫາເກີດຂຶ້ນຍ້ອນຄວາມແຕກຕ່າງກັນດ້ານນິດໄສໃຈຄໍ ຄວາມເຂົ້າໃຈຜິດ ຫລືຄວາມແຕກຕ່າງກັນດ້ານທັດສະນະ. ເຮົາຈະສະດຸດຍ້ອນບັນຫາດັ່ງກ່າວແລ້ວຖອນຕົວຈາກປະຊາຄົມບໍ? ບໍ່ຄວນເຮັດແນວນັ້ນຖ້າເຮົາມີຄວາມຮັກທີ່ແທ້ຈິງຕໍ່ພະເຢໂຫວາແລະຕໍ່ຜູ້ທີ່ພະອົງຮັກ.
17 ໃນຖານະຜູ້ສ້າງແລະຜູ້ຄໍ້າຈູນຊີວິດ ພະເຢໂຫວາສົມຄວນໄດ້ຮັບຄວາມຮັກແລະຄວາມເຫລື້ອມໃສຈາກເຮົາຢ່າງເຕັມທີ. (ຄຳປາກົດ 4:11) ນອກຈາກນັ້ນ ປະຊາຄົມທີ່ພະອົງພໍໃຈຈະໃຊ້ສົມຄວນໄດ້ຮັບການສະຫນັບສະຫນູນດ້ວຍ ຄວາມພັກດີຈາກເຮົາ. (ເຫບເລີ 13:17) ດັ່ງນັ້ນ ຖ້າເພື່ອນຮ່ວມຄວາມເຊື່ອເຮັດໃຫ້ເຮົາເຈັບໃຈຫລືເຮັດໃຫ້ເຮົາຜິດຫວັງໃນທາງໃດຫນຶ່ງ ເຮົາຈະບໍ່ຖອນຕົວອອກຈາກປະຊາຄົມເພື່ອເປັນການປະທ້ວງ. ເຮົາຈະເຮັດແນວນັ້ນໄດ້ແນວໃດ? ພະເຢໂຫວາບໍ່ໄດ້ເປັນຜູ້ເຮັດໃຫ້ເຮົາຂຸ່ນເຄືອງໃຈ. ຄວາມຮັກທີ່ມີຕໍ່ພະເຢໂຫວາຈະບໍ່ຍອມໃຫ້ເຮົາປະຕິເສດພະອົງແລະປະຊາຊົນຂອງພະອົງ!—ຄຳເພງ 119:165.
18. (ກ) ເຮົາສາມາດເຮັດຫຍັງໄດ້ແດ່ເພື່ອຮັກສາສັນຕິສຸກໃນປະຊາຄົມ? (ຂ) ເຮົາຈະໄດ້ຮັບປະໂຫຍດອັນໃດແດ່ຖ້າເຮົາເລືອກທີ່ຈະໃຫ້ອະໄພເມື່ອມີເຫດຜົນທີ່ສົມຄວນ?
18 ຄວາມຮັກຕໍ່ເພື່ອນຮ່ວມຄວາມເຊື່ອກະຕຸ້ນເຮົາໃຫ້ສົ່ງເສີມສັນຕິສຸກໃນປະຊາຄົມ. ພະເຢໂຫວາບໍ່ໄດ້ຄາດຫມາຍຄວາມສົມບູນແບບຈາກຜູ້ທີ່ພະອົງຮັກ ແລະເຮົາກໍບໍ່ຄວນຄາດຫມາຍເຊັ່ນດຽວກັນ. ຄວາມຮັກຊ່ວຍເຮົາໃຫ້ເບິ່ງຂ້າມຄວາມຜິດເລັກໆນ້ອຍໆໂດຍຈື່ວ່າເຮົາທຸກຄົນບໍ່ສົມບູນແບບແລະເຮັດຜິດພາດ. (ສຸພາສິດ 17:9; 1 ເປໂຕ 4:8) ຄວາມຮັກຊ່ວຍເຮົາ “ອະໄພໃຫ້ກັນແລະກັນຢ່າງໃຈກວ້າງ” ຕໍ່ໆໄປ. (ໂກໂລດ 3:13, ລ.ມ.) ບໍ່ງ່າຍສະເຫມີໄປທີ່ຈະໃຊ້ຄຳແນະນຳຂໍ້ນີ້. ຖ້າເຮົາຍອມໃຫ້ຄວາມຮູ້ສຶກໃນແງ່ລົບຄອບງຳເຮົາ ເຮົາອາດມີທ່າອ່ຽງທີ່ຈະຂຸ່ນເຄືອງຢູ່ຕໍ່ໄປ ບາງທີເນື່ອງຈາກຮູ້ສຶກວ່າຄວາມຄຽດຂອງເຮົາເປັນການລົງໂທດຜູ້ເຮັດຜິດໃນທາງໃດຫນຶ່ງ. ແຕ່ທີ່ຈິງແລ້ວ ການເກັບຄວາມຂຸ່ນເຄືອງໄວ້ເປັນຜົນເສຍຕໍ່ເຮົາ. ການເລືອກທີ່ຈະໃຫ້ອະໄພເມື່ອມີເຫດຜົນສົມຄວນນັ້ນເຮັດໃຫ້ເຮົາໄດ້ຮັບປະໂຫຍດມາກມາຍ. (ລືກາ 17:3, 4) ການໃຫ້ອະໄພເຮັດໃຫ້ເຮົາມີຄວາມສະຫງົບໃນຈິດໃຈແລະຫົວໃຈ ຮັກສາຄວາມສະຫງົບໃນປະຊາຄົມ ແລະເຫນືອສິ່ງອື່ນໃດ ຊ່ວຍຮັກສາສາຍສຳພັນຂອງເຮົາກັບພະເຢໂຫວາ.—ມັດທາຍ 6:14, 15; ໂລມ 14:19.
ເວລາທີ່ຈະເຊົາຄົບຫາ
19. ອາດເກີດເຫດການອັນໃດແດ່ທີ່ເຮັດໃຫ້ເຮົາຕ້ອງເຊົາຄົບຫາກັບບາງຄົນ?
19 ບາງຄັ້ງເຮົາຖືກຂໍຮ້ອງໃຫ້ເຊົາຄົບຫາກັບຜູ້ທີ່ເຄີຍເປັນສະມາຊິກຂອງປະຊາຄົມ. ເຫດການນີ້ເກີດຂຶ້ນເມື່ອບາງຄົນລະເມີດກົດຫມາຍຂອງພະເຈົ້າໂດຍບໍ່ກັບໃຈຈຶ່ງຖືກຕັດສຳພັນ ຫລືເມື່ອຄົນຫນຶ່ງປະຕິເສດຄວາມເຊື່ອໂດຍສອນ * (1 ໂກລິນໂທ 5:11-13; 2 ໂຢຮັນ 9-11) ມັນອາດເປັນເລື່ອງຍາກແທ້ໆທີ່ຈະຫລີກລ່ຽງຄົນທີ່ເຄີຍເປັນຫມູ່ຫລືເປັນຍາດພີ່ນ້ອງຂອງເຮົາ. ເຮົາຈະຢືນຢັດຫມັ້ນຄົງ ແລະໂດຍວິທີນີ້ສະແດງວ່າເຮົາພັກດີຕໍ່ພະເຢໂຫວາແລະກົດຫມາຍອັນຊອບທຳຂອງພະອົງເຫນືອສິ່ງອື່ນໃດບໍ? ຂໍໃຫ້ຈື່ໄວ້ວ່າພະເຢໂຫວາຖືວ່າຄວາມພັກດີແລະການເຊື່ອຟັງມີຄ່າຫລາຍ.
ຫລັກຄຳສອນຕົວະຫລືໂດຍຕັດຕົວເອງອອກຈາກປະຊາຄົມ. ພະຄຳຂອງພະເຈົ້າສັ່ງເຮົາຢ່າງຈະແຈ້ງວ່າ “ຢ່າຄົບກັນກັບຄົນຢ່າງນັ້ນ.”20, 21. (ກ) ເປັນຫຍັງການຕັດສຳພັນຈຶ່ງເປັນວິທີດຳເນີນການທີ່ສະແດງເຖິງຄວາມຮັກ? (ຂ) ເປັນຫຍັງເປັນເລື່ອງສຳຄັນທີ່ຈະເລືອກຫມູ່ຢ່າງສຸຂຸມ?
20 ການຕັດສຳພັນເປັນວິທີດຳເນີນການທີ່ສະແດງເຖິງຄວາມຮັກຂອງພະເຢໂຫວາຢ່າງແທ້ຈິງ. ເປັນຫຍັງຈຶ່ງເປັນແນວນັ້ນ? ການຂັບໄລ່ຄົນບາບທີ່ບໍ່ກັບໃຈສະແດງເຖິງຄວາມຮັກຕໍ່ຊື່ອັນບໍລິສຸດແລະມາດຕະຖານຂອງພະເຢໂຫວາ ແລະຕໍ່ພະເຢໂຫວາເອງ. (1 ເປໂຕ 1:15, 16) ການຕັດສຳພັນຮັກສາປະຊາຄົມໃຫ້ປອດໄພ. ສະມາຊິກທີ່ສັດຊື່ໄດ້ຮັບການປົກປ້ອງຈາກອິດທິພົນທີ່ບໍ່ດີຂອງຜູ້ທີ່ເຈຕະນາເຮັດບາບ ແລະສາມາດດຳເນີນການນະມັດສະການຕໍ່ໄປໂດຍຮູ້ວ່າປະຊາຄົມເປັນບ່ອນພັກພິງອັນປອດໄພຈາກໂລກຊົ່ວ. (1 ໂກລິນໂທ 5:7; ເຫບເລີ 12:15, 16) ການຕີສອນທີ່ຫນັກແຫນ້ນສະແດງເຖິງຄວາມຮັກຕໍ່ຜູ້ເຮັດຜິດ. ການຕີສອນແບບນັ້ນອາດເຮັດໃຫ້ລາວສະດຸ້ງເພື່ອລາວຈະສຳນຶກຕົວແລະເຮັດຕາມຂັ້ນຕອນຕ່າງໆທີ່ຈຳເປັນເພື່ອກັບຄືນມາຫາພະເຢໂຫວາ.—ເຫບເລີ 12:11.
21 ເປັນເລື່ອງຈິງທີ່ວ່າ ຫມູ່ສະຫນິດຂອງເຮົາມີຜົນກະທົບຫລາຍໃນການຫລໍ່ຫລອມເຮົາ. ດັ່ງນັ້ນ ເປັນເລື່ອງສຳຄັນທີ່ເຮົາຈະເລືອກຫມູ່ຢ່າງສຸຂຸມ. ໂດຍການເປັນຫມູ່ກັບຜູ້ທີ່ເປັນມິດຂອງພະເຢໂຫວາ ໂດຍຮັກຜູ້ທີ່ພະເຈົ້າຮັກ ເຮົາຈະມີຫມູ່ທີ່ດີທີ່ສຸດຢູ່ອ້ອມຂ້າງເຮົາເທົ່າທີ່ເປັນໄປໄດ້. ສິ່ງທີ່ເຮົາດູດຊຶມເອົາຈາກເຂົາເຈົ້າຈະຊ່ວຍເຮົາໃຫ້ເຮັດຕາມຄວາມຕັ້ງໃຈຂອງເຮົາທີ່ຈະເຮັດໃຫ້ພະເຢໂຫວາພໍໃຈ.
^ ຂໍ້ 2 ຄຳພາສາເຫບເລີທີ່ແປວ່າ “ດຳເນີນນຳ” ຍັງແປວ່າ “ເປັນສ່ຽວ” ແລະ “ເປັນຫມູ່.”—ຜູ້ຕັດສິນ 14:20; ສຸພາສິດ 22:24, ທ.ປ.
^ ຂໍ້ 4 ໂດຍຂໍໃຫ້ອັບລາຫາມເຮັດແບບນີ້ ພະເຢໂຫວາເປີດເຜີຍໃຫ້ເຫັນພາບລ່ວງຫນ້າວ່າພະອົງເອງຈະສະລະລູກຊາຍຜູ້ດຽວທີ່ພະອົງໄດ້ສ້າງໂດຍກົງໃຫ້ເປັນເຄື່ອງບູຊາ. (ໂຢຮັນ 3:16) ໃນກໍລະນີຂອງອັບລາຫາມ ພະເຢໂຫວາເຂົ້າແຊກແຊງໂດຍຈັດກຽມແກະໂຕຜູ້ແທນອີຊາກ.—ຕົ້ນເດີມ 22:1, 2, 9-13.
^ ຂໍ້ 9 ດາວິດ “ເປັນຄົນຫນຸ່ມ” ຕອນທີ່ຂ້າໂຄລີອາດ ແລະລາວອາຍຸປະມານ 30 ປີຕອນທີ່ໂຢນາທານເສຍຊີວິດ. (1 ຊາເມືອນ 17:33; 31:2; 2 ຊາເມືອນ 5:4) ໂຢນາທານເສຍຊີວິດຕອນອາຍຸປະມານ 60 ປີ ເບິ່ງຄືຈະແກ່ກວ່າດາວິດປະມານ 30 ປີ.
^ ຂໍ້ 10 ຕາມທີ່ບັນທຶກໃນ 1 ຊາເມືອນ 23:17 ໂຢນາທານກ່າວຫນູນໃຈດາວິດຫ້າຢ່າງຄື (1) ລາວກະຕຸ້ນດາວິດວ່າບໍ່ໃຫ້ຢ້ານ. (2) ລາວເຮັດໃຫ້ດາວິດຫມັ້ນໃຈວ່າຄວາມພະຍາຍາມຂອງຊາອຶລຈະຫລົມແຫລວ. (3) ລາວເຕືອນດາວິດວ່າ ດາວິດຈະໄດ້ຮັບຕຳແຫນ່ງກະສັດຕາມທີ່ພະເຈົ້າສັນຍາໄວ້. (4) ລາວປະຕິຍານວ່າຈະພັກດີຕໍ່ດາວິດ. (5) ລາວບອກດາວິດວ່າແມ່ນແຕ່ຊາອຶລກໍຮູ້ວ່າໂຢນາທານພັກດີຕໍ່ດາວິດ.
^ ຂໍ້ 19 ຂໍ້ມູນເພີ່ມເຕີມໃນວິທີປະຕິບັດກັບຜູ້ຖືກຕັດສຳພັນຫລືຜູ້ຕັດຕົວເອງ ຂໍໃຫ້ເບິ່ງພາກຜະຫນວກ “ວິທີປະຕິບັດກັບຜູ້ທີ່ຖືກຕັດສຳພັນ”.