ບົດທີ 9
“ຈົ່ງຫລີກຫນີຈາກການຜິດປະເວນີ”
“ເຫດສັນນີ້ສ່ວນອາການຂອງທ່ານທັງຫລາຍທີ່ຢູ່ເທິງແຜ່ນດິນໂລກຈົ່ງກະທຳໃຫ້ຕາຍເຖີ້ນ ຄືວ່າການຜິດຊາຍຍິງ [“ການຜິດປະເວນີ,” ລ.ມ.] ການຂີ້ດຽດ ຄວາມຕັນຫາ ຄວາມຄຶດຢາກໄດ້ອັນຊົ່ວ ແລະຄວາມໂລບທີ່ເປັນການໄຫວ້ຮູບພະ.”—ໂກໂລດ 3:5.
1, 2. ບາລາອາມວາງແຜນແນວໃດເພື່ອກໍ່ອັນຕະລາຍໃຫ້ແກ່ປະຊາຊົນຂອງພະເຢໂຫວາ?
ນັກຕຶກເບັດໄປບ່ອນທີ່ຕົນເອງມັກຕຶກເປັນພິເສດ. ລາວຢາກໄດ້ປາຊະນິດຫນຶ່ງ. ລາວເລືອກເຫຍື່ອເກາະໃສ່ເບັດແລ້ວແກວ່ງສາຍເບັດລົງໄປໃນນໍ້າ. ຕໍ່ມາບໍ່ດົນ ສາຍເບັດກໍເຄັ່ງ ຄັນເບັດກໍກົ່ງ ແລ້ວລາວກໍມ້ວນສາຍເບັດຂຶ້ນມາເພື່ອເອົາປາທີ່ຕຶກໄດ້. ລາວຍິ້ມດ້ວຍຄວາມພໍໃຈເພາະຮູ້ວ່າຕົນໄດ້ເລືອກເຫຍື່ອທີ່ຖືກແລ້ວ.
2 ໃນປີ 1473 ກ່ອນ ສ.ສ. ຊາຍຄົນຫນຶ່ງຊື່ບາລາອາມໄດ້ຄິດຢ່າງຄັກແນ່ວ່າຈະໃຊ້ເຫຍື່ອລໍ້ປະເພດໃດ. ຄົນທີ່ລາວຢາກລໍ້ລວງແມ່ນປະຊາຊົນຂອງພະເຈົ້າ ເຊິ່ງຕັ້ງຄ້າຍຢູ່ທົ່ງພຽງໂມອາບທີ່ຕິດກັບເຂດແດນຂອງແຜ່ນດິນຕາມຄຳສັນຍາ. ບາລາອາມອ້າງວ່າເປັນຜູ້ທຳນວາຍຂອງພະເຢໂຫວາ ແຕ່ໃນຕົວຈິງລາວເປັນຄົນໂລບມາກທີ່ຖືກຈ້າງມາເພື່ອສາບແຊ່ງຊາວອິດສະລາແອນ. ແນວໃດກໍຕາມ ໂດຍການແຊກແຊງຂອງພະເຢໂຫວາ ບາລາອາມເຮັດໄດ້ແຕ່ອວຍພອນຊາວອິດສະລາແອນເທົ່ານັ້ນ. ໂດຍມຸ່ງຫມາຍທີ່ຈະໄດ້ລາງວັນ ບາລາອາມຈຶ່ງຫາເຫດຜົນວ່າບາງທີລາວອາດເຮັດໃຫ້ພະເຈົ້າສາບແຊ່ງປະຊາຊົນຂອງພະອົງເອງ ຖ້າເຂົາເຈົ້າຖືກລໍ້ໃຈໃຫ້ເຮັດບາບຮ້າຍແຮງ. ໂດຍມີເປົ້າຫມາຍເຊັ່ນນັ້ນໃນຄວາມຄິດ ບາລາອາມຈຶ່ງໃຊ້ຍິງສາວຊາວໂມອາບເປັນເຫຍື່ອລໍ້.—ຈົດເຊັນບັນຊີ 22:1-7; 31:15, 16; ຄຳປາກົດ 2:14.
3. ເຫຍື່ອລໍ້ຂອງບາລາອາມໄດ້ຜົນເຖິງຂັ້ນໃດ?
3 ເຫຍື່ອລໍ້ນີ້ໄດ້ຜົນບໍ? ໄດ້ຜົນໃນລະດັບຫນຶ່ງ. ຜູ້ຊາຍຊາວອິດສະລາແອນຫລາຍພັນຄົນຍອມຈຳນົນຕໍ່ການລໍ້ໃຈນັ້ນໂດຍ “ຫລິ້ນຊູ້ສູ່ກັບພວກຜູ້ສາວຊາວໂມອາບ.” ເຂົາເຈົ້າເຖິງຂັ້ນເລີ່ມນະມັດສະການພະຕ່າງໆຂອງຊາວໂມອາບ ຈົດເຊັນບັນຊີ 25:1-9.
ລວມເຖິງພະບາອານຂອງເປໂອນທີ່ຫນ້າລັງກຽດ ເຊິ່ງເປັນພະເຈົ້າຂອງການຈະເລີນພັນ ຫລືເລື່ອງເພດ. ຜົນກໍຄື ຊາວອິດສະລາແອນ 24.000 ຄົນຕາຍໃນຂະນະທີ່ພວມຈະເຂົ້າໄປໃນແຜ່ນດິນຕາມຄຳສັນຍາ. ມັນເປັນເຫດການທີ່ເສົ້າສະຫລົດໃຈຫລາຍແທ້ໆ!—4. ເປັນຫຍັງຊາວອິດສະລາແອນຫລາຍພັນຄົນຈຶ່ງຕົກເປັນເຫຍື່ອຂອງການເຮັດຜິດສິນລະທຳ?
4 ອັນໃດນຳໄປສູ່ການສູນເສຍທີ່ໃຫຍ່ຫລວງແບບນີ້? ຄົນຈຳນວນຫລາຍເຮັດໃຫ້ຫົວໃຈຊົ່ວຂຶ້ນໂດຍຫຍັບຫນີຈາກພະເຢໂຫວາ ພະເຈົ້າທີ່ປົດປ່ອຍເຂົາເຈົ້າອອກຈາກປະເທດເອຢີບ ລ້ຽງດູເຂົາເຈົ້າໃນຖິ່ນທຸລະກັນດານ ແລະພາເຂົາເຈົ້າມາເຖິງເຂດແດນຂອງແຜ່ນດິນຕາມຄຳສັນຍາຢ່າງປອດໄພ. (ເຫບເລີ 3:12) ໂດຍນຶກເຖິງເລື່ອງດັ່ງກ່າວ ອັກຄະສາວົກໂປໂລຂຽນວ່າ “ພວກເຮົາຢ່າຜິດຊາຍຍິງ [“ຜິດປະເວນີ,” ລ.ມ.] ເຫມືອນຜູ້ລາງຄົນໃນພວກນັ້ນໄດ້ກະທຳ ແລະໄດ້ລົ້ມລົງຕາຍໃນວັນດຽວ 23.000 ຄົນ.” *—1 ໂກລິນໂທ 10:8.
5, 6. ເປັນຫຍັງເລື່ອງການເຮັດບາບຂອງຊາວອິດສະລາແອນຢູ່ທົ່ງພຽງໂມອາບຈຶ່ງເປັນປະໂຫຍດສຳລັບເຮົາໃນທຸກມື້ນີ້?
5 ເລື່ອງໃນພະທຳຈົດເຊັນບັນຊີໃຫ້ບົດຮຽນສຳຄັນຫລາຍຢ່າງແກ່ປະຊາຊົນຂອງພະເຈົ້າໃນປັດຈຸບັນນີ້ເຊິ່ງໃກ້ຈະເຂົ້າສູ່ແຜ່ນດິນຕາມຄຳສັນຍາທີ່ຍິ່ງໃຫຍ່1 ໂກລິນໂທ 10:11) ຕົວຢ່າງ ໂລກຖືກເລື່ອງເພດຄອບງຳຄ້າຍກັບທີ່ຊາວໂມອາບຖືກຄອບງຳໃນສະໄຫມບູຮານ ແຕ່ໃນລະດັບທີ່ໃຫຍ່ກວ່າ. ນອກຈາກນັ້ນ ໃນແຕ່ລະປີຄລິດສະຕຽນຫລາຍຫມື່ນຄົນຍອມຈຳນົນຕໍ່ການເຮັດຜິດສິນລະທຳທາງເພດ ເຊິ່ງເປັນເຫຍື່ອລໍ້ແບບດຽວກັບທີ່ໃຊ້ຈັບຊາວອິດສະລາແອນ. (2 ໂກລິນໂທ 2:11) ແລະໃນການຮຽນແບບຊີມລີຜູ້ທີ່ພາແມ່ຍິງຊາວມາດຢານເຂົ້າມາໃນຄ້າຍຂອງຊາວອິດສະລາແອນຢ່າງອອກຫນ້າອອກຕາເພື່ອໄປທີ່ຕູບຜ້າຂອງລາວ ບາງຄົນທີ່ຄົບຫາກັບປະຊາຊົນຂອງພະເຈົ້າໃນທຸກມື້ນີ້ໄດ້ກາຍເປັນອິດທິພົນທີ່ເສື່ອມຊາມພາຍໃນປະຊາຄົມຄລິດສະຕຽນ.—ຈົດເຊັນບັນຊີ 25:6, 14; ຢູເດ 4.
ກວ່ານັ້ນ. (6 ເຈົ້າສຳນຶກບໍວ່າຕົວເອງຢູ່ໃນສະຖານະການທີ່ຄ້າຍກັບເຫດການທີ່ເກີດຂຶ້ນຢູ່ທົ່ງພຽງໂມອາບ? ເຈົ້າພໍຈະເຫັນລາງວັນທີ່ຈະໄດ້ຮັບແລ້ວບໍ ເຊິ່ງກໍຄືໂລກໃຫມ່ທີ່ຄອຍຖ້າມາດົນນານແລ້ວ? ຖ້າເປັນເຊັ່ນນັ້ນ ຂໍໃຫ້ເຈົ້າເຮັດທຸກສິ່ງທີ່ເຮັດໄດ້ເພື່ອຮັກສາຕົວໄວ້ໃຫ້ຢູ່ໃນຄວາມຮັກຂອງພະເຈົ້າ ໂດຍເອົາໃຈໃສ່ຄຳສັ່ງທີ່ວ່າ “ຈົ່ງຫລີກຫນີຈາກການຜິດປະເວນີ.”—1 ໂກລິນໂທ 6:18, ລ.ມ.
ການຜິດປະເວນີແມ່ນຫຍັງ?
7, 8. “ການຜິດປະເວນີ” ແມ່ນຫຍັງ ແລະຜູ້ທີ່ເຮັດຜິດປະເວນີເກັບກ່ຽວອັນໃດແດ່ທີ່ຕົນຫວ່ານ?
7 ຕາມທີ່ໃຊ້ໃນຄຳພີໄບເບິນ “ການຜິດປະເວນີ” (ພາສາກະເລັກ ພໍເນຍ) ຫມາຍເຖິງເພດສຳພັນທຸກຮູບແບບລະຫວ່າງຄົນທີ່ບໍ່ໄດ້ແຕ່ງດອງກັນ. ການຜິດປະເວນີລວມເອົາການຫລິ້ນຊູ້ ການຄ້າປະເວນີ ແລະການມີເພດສຳພັນລະຫວ່າງຄົນທີ່ບໍ່ໄດ້ແຕ່ງດອງກັນ ຍັງລວມເອົາການມີເພດສຳພັນທາງປາກແລະທາງຮູທະວານ ແລະການລູບອະໄວຍະວະເພດຂອງຜູ້ທີ່ບໍ່ແມ່ນຄູ່ສົມລົດຂອງຕົນເອງ. ນອກຈາກນັ້ນ ການຜິດປະເວນີລວມເອົາການກະທຳແບບທີ່ເວົ້າມານັ້ນລະຫວ່າງຄົນເພດດຽວກັນ ອີກທັງການຮ່ວມເພດກັບສັດດ້ວຍ. *
8 ພະຄຳພີກ່າວຢ່າງຈະແຈ້ງວ່າ ຜູ້ທີ່ເຮັດຜິດປະເວນີຈົນເປັນນິດໄສບໍ່ສາມາດທີ່ຈະຢູ່ໃນປະຊາຄົມຄລິດສະຕຽນຕໍ່ໄປ ແລະຈະບໍ່ໄດ້ຮັບຊີວິດຕະຫລອດໄປ. 1 ໂກລິນໂທ 6:9; ຄຳປາກົດ 22:15) ນອກຈາກນັ້ນ ແມ່ນແຕ່ໃນຕອນນີ້ເຂົາເຈົ້າກໍປະສົບຜົນເສຍຫາຍມາກມາຍເຊັ່ນ ບໍ່ໄດ້ຮັບຄວາມໄວ້ວາງໃຈແລະຂາດຄວາມນັບຖືຕົນເອງ ມີຄວາມຂັດແຍ່ງກັນລະຫວ່າງຄູ່ຜົວເມຍ ມີຄວາມຮູ້ສຶກຜິດ ຖືພາໂດຍທີ່ບໍ່ຕ້ອງການ ຕິດເຊື້ອພະຍາດ ແລະກະທັ່ງເສຍຊີວິດ. (ຄາລາຊີ 6:7, 8) ເປັນຫຍັງຈຶ່ງຈະເລືອກເສັ້ນທາງທີ່ເຕັມໄປດ້ວຍຄວາມເຈັບປວດຫລາຍເຊັ່ນນັ້ນ? ເປັນຕາເສົ້າໃຈ ຫລາຍຄົນບໍ່ໄດ້ຄຶດເຖິງຜົນເສຍຫາຍຮ້າຍແຮງໃນຕອນທ້າຍຂະນະທີ່ເຂົາເຈົ້າເລີ່ມບາດກ້າວທຳອິດທີ່ຜິດ ເຊິ່ງຫລາຍຄັ້ງກ່ຽວຂ້ອງກັບສື່ລາມົກ.
(ສື່ລາມົກ—ບາດກ້າວທຳອິດ
9. ສື່ລາມົກບໍ່ມີພິດມີໄພຄືກັບທີ່ບາງຄົນກ່າວເຖິງບໍ? ຈົ່ງອະທິບາຍ.
9 ໃນຫລາຍປະເທດ ສື່ລາມົກເປັນສິ່ງທີ່ພົບເຫັນໄດ້ງ່າຍເຊິ່ງວາງໄວ້ຢູ່ແຜງລອຍຂາຍຫນັງສື ໃນເພງ ແລະໂທລະພາບ ແລະເກືອບຈະແຊກຊຶມຢູ່ທົ່ວໃນອິນເຕີເນັດ. * ສື່ລາມົກບໍ່ມີພິດມີໄພຄືກັບທີ່ບາງຄົນກ່າວເຖິງບໍ? ແນ່ນອນວ່າບໍ່ແມ່ນແບບນັ້ນ! ຄົນທີ່ເບິ່ງສື່ລາມົກອາດຈະກາຍເປັນຜູ້ທີ່ສະຫນອງຄວາມປາຖະຫນາທາງເພດດ້ວຍຕົນເອງຈົນເປັນນິດໄສ ແລະປູກຝັງ “ໃຈລາຄະຕັນຫາຫນ້າລັກອາຍ” ເຊິ່ງອາດເຮັດໃຫ້ເກີດນິດໄສຕິດໃນເລື່ອງເພດ ຄວາມປາຖະຫນາທີ່ວິປະລິດ ຄວາມຂັດແຍ່ງຮຸນແຮງໃນຊີວິດສົມລົດ ແລະເຖິງຂັ້ນປະຮ້າງ. * (ໂລມ 1:24-27; ເອເຟດ 4:19) ນັກຄົ້ນຄວ້າຄົນຫນຶ່ງສົມທຽບການຕິດເລື່ອງເພດຄືກັບໂລກມະເຮັງ. ລາວກ່າວວ່າ “ນິດໄສດັ່ງກ່າວເພີ່ມຂຶ້ນແລະແຜ່ລາມອອກໄປ ເກືອບຈະບໍ່ຫລຸດຫນ້ອຍລົງເລີຍ ເປັນເລື່ອງຍາກທີ່ຈະຮັກສາປິ່ນປົວໄດ້.”
10. ເຮົາຈະນຳເອົາຫລັກການທີ່ຢູ່ໃນຢາໂກໂບ 1:14, 15 ມາໃຊ້ໃນທາງໃດແດ່? (ເບິ່ງຂອບ “ ໄດ້ກຳລັງເພື່ອຈະສະອາດທາງດ້ານສິນລະທຳ.”)
10 ຂໍໃຫ້ພິຈາລະນາຖ້ອຍຄຳທີ່ບັນທຶກໄວ້ໃນຢາໂກໂບ 1:14, 15 ເຊິ່ງອ່ານວ່າ “ຄົນທຸກຄົນຖືກທົດລອງແລ້ວ ເມື່ອຄວາມຄຶດຢາກໄດ້ຂອງຕົນຊັກຊວນແລະ ຍຸຍົວະຕົນເອງ. ແລະເມື່ອໄດ້ປະຕິສົນທິແລ້ວ ຄວາມຄຶດຢາກໄດ້ນັ້ນບັງເກີດການຜິດ ແລະເມື່ອການຜິດນັ້ນກະທຳເສັດແລ້ວກໍໃຫ້ບັງເກີດຄວາມຕາຍ.” ດັ່ງນັ້ນ ຖ້າມີຄວາມຄຶດຢາກໄດ້ຫລືຄວາມປາຖະຫນາທີ່ບໍ່ດີເກີດຂຶ້ນໃນຄວາມຄຶດຂອງເຈົ້າ ຂໍໃຫ້ຮີບກຳຈັດອອກໄປທັນທີ! ຕົວຢ່າງ ຖ້າເຈົ້າເຫັນຮູບພາບທີ່ກະຕຸ້ນຄວາມປາຖະຫນາທາງເພດຢ່າງບໍ່ຕັ້ງໃຈ ກໍໃຫ້ຮີບເບິ່ງໄປທາງອື່ນ ຫລືມອດຄອມພິວເຕີ ຫລືປ່ຽນຊ່ອງໂທລະພາບ. ຈົ່ງເຮັດອັນໃດກໍໄດ້ທີ່ຈຳເປັນເພື່ອຈະຫລີກລ່ຽງການຍອມຈຳນົນຕໍ່ຄວາມປາຖະຫນາທີ່ຜິດສິນລະທຳກ່ອນທີ່ມັນຈະແຜ່ລາມໄປຢ່າງໄວວາຈົນຄວບຄຸມບໍ່ໄດ້ແລະເຈົ້າກໍຍອມແພ້ມັນ!—ມັດທາຍ 5:29, 30.
11. ເມື່ອຕໍ່ສູ້ກັບຄວາມປາຖະຫນາທີ່ຜິດ ເຮົາສາມາດສະແດງໃຫ້ເຫັນແນວໃດວ່າເຮົາໄວ້ວາງໃຈພະເຢໂຫວາ?
11 ດ້ວຍເຫດຜົນທີ່ດີ ຜູ້ທີ່ຮູ້ຈັກເຮົາດີກວ່າທີ່ເຮົາຮູ້ຈັກຕົວເອງເຕືອນວ່າ “ເຫດໂກໂລດ 3:5) ແມ່ນຢູ່ ການເຮັດແບບນັ້ນອາດເປັນເລື່ອງຍາກ. ແຕ່ຂໍໃຫ້ຈື່ໄວ້ວ່າ ເຮົາມີພໍ່ທີ່ຢູ່ໃນສະຫວັນເຊິ່ງປ່ຽມດ້ວຍຄວາມຮັກແລະຄວາມອົດທົນທີ່ເຮົາຈະອ້ອນວອນຂໍຄວາມຊ່ວຍເຫລືອໄດ້. (ຄຳເພງ 68:19) ດັ່ງນັ້ນ ຈົ່ງຫັນເຂົ້າຫາພະອົງທັນທີເມື່ອຄວາມຄຶດທີ່ບໍ່ສະອາດຜຸດຂຶ້ນມາໃນຄວາມຄຶດຂອງເຈົ້າ. ຈົ່ງອະທິດຖານຂໍ “ກຳລັງທີ່ຫລາຍກວ່າປົກກະຕິ” ແລະຄວບຄຸມຄວາມຄຶດຂອງເຈົ້າໃຫ້ເລັ່ງໃສ່ໃນເລື່ອງອື່ນ.—2 ໂກລິນໂທ 4:7, ລ.ມ.; 1 ໂກລິນໂທ 9:27; ເບິ່ງຂອບ “ ຂ້ອຍຈະເຊົານິດໄສທີ່ບໍ່ດີໄດ້ແນວໃດ?”
ສັນນີ້ສ່ວນອາການຂອງທ່ານທັງຫລາຍທີ່ຢູ່ເທິງແຜ່ນດິນໂລກຈົ່ງກະທຳໃຫ້ຕາຍເຖີ້ນ ຄືວ່າການຜິດຊາຍຍິງ [“ການຜິດປະເວນີ,” ລ.ມ.] ການຂີ້ດຽດ ຄວາມຕັນຫາ ຄວາມຄຶດຢາກໄດ້ອັນຊົ່ວ ແລະຄວາມໂລບທີ່ເປັນການໄຫວ້ຮູບພະ.” (12. “ໃຈ” ຂອງເຮົາແມ່ນຫຍັງ ແລະເປັນຫຍັງເຮົາຕ້ອງປ້ອງກັນໃຈຂອງເຮົາໄວ້?
12 ຊາໂລໂມນຊາຍຜູ້ສະຫລາດຫລັກແຫລມຂຽນວ່າ “ຈົ່ງຮັກສາໃຈຂອງເຈົ້າໄວ້ດີກວ່າສິ່ງທັງປວງທີ່ເຈົ້າຮັກສາໄວ້ນັ້ນ ເຫດວ່າຜົນແລະເຫດແຕ່ຊີວິດມາແຕ່ໃຈ.” (ສຸພາສິດ 4:23) “ໃຈ” ຂອງເຮົາຄືຕົວຕົນພາຍໃນຂອງເຮົາ ບຸກຄົນທີ່ເຮົາເປັນແທ້ໆໃນສາຍຕາຂອງພະເຈົ້າ. ຍິ່ງກວ່ານັ້ນ ການທີ່ພະເຈົ້າຕີລາຄາເບິ່ງ “ໃຈ” ຂອງເຮົາເປັນສິ່ງຕັດສິນວ່າເຮົາຈະໄດ້ຮັບຊີວິດຕະຫລອດໄປຫລືບໍ ບໍ່ແມ່ນທີ່ວ່າຄົນອື່ນອາດເບິ່ງເຮົາເປັນຄົນແນວໃດ. ນີ້ເປັນເລື່ອງງ່າຍໆ ແຕ່ເປັນເລື່ອງທີ່ຕ້ອງເອົາຈິງເອົາຈັງ. ດັ່ງນັ້ນ ເພື່ອຈະບໍ່ເບິ່ງຜູ້ຍິງແບບທີ່ບໍ່ເຫມາະສົມ ໂຢບຊາຍຜູ້ສັດຊື່ໄດ້ເຮັດສັນຍາຫລືຂໍ້ຕົກລົງກັບຕາຂອງຕົນເອງ. (ໂຢບ 31:1) ຖືເປັນຕົວຢ່າງທີ່ດີແທ້ໆສຳລັບເຮົາ! ຜູ້ປະພັນຄຳເພງສະແດງໃຫ້ເຫັນວ່າລາວມີທັດສະນະແບບດຽວກັນເມື່ອອະທິດຖານວ່າ “ຂໍໂຜດໃຫ້ຕາຂ້ານ້ອຍຫລຽວຈາກເບິ່ງຄວາມເປົ່າໆ.”—ຄຳເພງ 119:37.
ການເລືອກທີ່ບໍ່ສະຫລາດຂອງດີນາ
13. ດີນາແມ່ນໃຜ ແລະເປັນຫຍັງການເລືອກຫມູ່ຂອງລາວຈຶ່ງເປັນແບບທີ່ບໍ່ສະຫລາດ?
13 ດັ່ງທີ່ເຫັນໃນບົດທີ 3 ຜູ້ທີ່ເຮົາຄົບຫານຳອາດມີອິດທິພົນທີ່ມີພະລັງຕໍ່ເຮົາໃນທາງທີ່ດີຫລືທາງທີ່ບໍ່ດີ. (ສຸພາສິດ 13:20; 1 ໂກລິນໂທ 15:33) ຂໍໃຫ້ພິຈາລະນາຕົວຢ່າງຂອງດີນາ ລູກສາວຂອງຢາໂຄບເຊິ່ງເປັນບັນພະບຸລຸດຕົ້ນຕະກູນ. (ຕົ້ນເດີມ 34:1) ເຖິງແມ່ນວ່າໄດ້ຮັບການແອບສອນທີ່ດີໃນໄວເດັກ ດີນາໄດ້ຄົບຫາແບບທີ່ບໍ່ສະຫລາດກັບພວກຍິງສາວຊາວການາອານ. ຄືກັບພວກໂມອາບ ຊາວການາອານມີຊື່ສຽງໂດ່ງດັງໃນເລື່ອງການຜິດສິນລະທຳ. (ພວກເລວີ 18:6-25) ໃນສາຍຕາຂອງພວກຜູ້ຊາຍຊາວການາອານ ລວມທັງຊີເຄມເຊິ່ງ “ມີຄວາມນັບຖືຫລາຍກວ່າຄົນທັງປວງ” ໃນຄອບຄົວຂອງພໍ່ ເບິ່ງຄືວ່າດີນາເປັນຜູ້ຍິງທີ່ຈະຕົກເປັນເຫຍື່ອຂອງພວກເຂົາໄດ້ງ່າຍໆ.—ຕົ້ນເດີມ 34:18, 19.
14. ການທີ່ດີນາເລືອກຫມູ່ທີ່ບໍ່ດີເຮັດໃຫ້ເກີດເຫດການທີ່ຫນ້າເສົ້າໃຈແນວໃດ?
14 ດີນາອາດບໍ່ໄດ້ຄິດເຖິງການມີເພດສຳພັນເມື່ອເຫັນຊີເຄມ. ແຕ່ຊີເຄມເຮັດໃນສິ່ງທີ່ຊາວການາອານສ່ວນຫລາຍຖືວ່າເປັນເລື່ອງທຳມະດາເມື່ອຖືກກະຕຸ້ນທາງເພດ. ການຕ້ານທານໃດໆຂອງດີນາໃນນາທີສຸດທ້າຍບໍ່ໄດ້ຜົນ ເພາະຊີເຄມ “ໄດ້ກຸມເອົາ” ແລະເຮັດໃຫ້ລາວ “ເສຍກຽດຕິຍົດ.” ເບິ່ງຄືວ່າຕໍ່ມາຊີເຄມ “ຮັກ” ດີນາ ແຕ່ນັ້ນບໍ່ໄດ້ປ່ຽນສິ່ງທີ່ລາວເຮັດຕໍ່ດີນາ. (ຕົ້ນເດີມ 34:1-4) ຜົນກໍຄືບໍ່ແມ່ນດີນາຜູ້ດຽວເທົ່ານັ້ນທີ່ເຈັບປວດໃຈ. ການຄົບຫາຂອງລາວເຮັດໃຫ້ເກີດເຫດການທີ່ນຳເອົາຄວາມເສື່ອມເສຍແລະຄຳຕຳຫນິມາໃຫ້ຫມົດຄອບຄົວ.—ຕົ້ນເດີມ 34:7, 25-31; ຄາລາຊີ 6:7, 8.
15, 16. ເຮົາຈະໄດ້ສະຕິປັນຍາແທ້ໂດຍວິທີໃດ? (ເບິ່ງຂອບ “ ຂໍ້ພະຄຳພີສຳລັບການຄຶດຕຶກຕອງ.”)
15 ຖ້າດີນາໄດ້ຮຽນຮູ້ບົດຮຽນທີ່ສຳຄັນ ລາວກໍຮຽນຮູ້ຫລັງຈາກຜ່ານປະສົບການສຸພາສິດ 13:20ກ) ດັ່ງນັ້ນ ເຂົາເຈົ້າຈຶ່ງໄດ້ເຂົ້າໃຈ “ແນວທາງອັນດີງາມທຸກຢ່າງ” ແລະຫລີກເວັ້ນບັນຫາແລະຄວາມເຈັບປວດທີ່ບໍ່ຈຳເປັນຕ້ອງປະສົບ.—ສຸພາສິດ 2:6-9, ທ.ປ.; ຄຳເພງ 1:1-3.
ທີ່ເຈັບປວດແລ້ວ. ຜູ້ທີ່ຮັກແລະເຊື່ອຟັງພະເຢໂຫວາບໍ່ຈຳເປັນຕ້ອງຮຽນຮູ້ບົດຮຽນກ່ຽວກັບຊີວິດດ້ວຍປະສົບການອັນຂົມຂື່ນ. ເນື່ອງຈາກເຊື່ອຟັງພະເຈົ້າ ເຂົາເຈົ້າເລືອກທີ່ຈະ “ທຽວໄປນຳພວກຄົນປັນຍາ.” (ມັດທາຍ 24:45; ຢາໂກໂບ 1:5) ຄວາມຖ່ອມກໍເປັນສິ່ງສຳຄັນເຊັ່ນກັນ ເຊິ່ງສະທ້ອນໃຫ້ເຫັນໂດຍການເຕັມໃຈເຊື່ອຟັງຄຳແນະນຳທີ່ຢູ່ໃນພະຄຳພີ. (2 ກະສັດ 22:18, 19) ຕົວຢ່າງ ຄລິດສະຕຽນອາດຍອມຮັບໃນຫລັກການທີ່ວ່າຫົວໃຈຂອງຕົນລໍ້ລວງແລະໄຮ້ຄວາມຄິດ. (ເຢເຣມີ 17:9) ແຕ່ຖ້າລາວປະເຊີນສະຖານະການຢ່າງຫນຶ່ງໂດຍບໍ່ໄດ້ເຮັດຢ່າງສະຫລາດສຸຂຸມ ລາວຈະມີຄວາມຖ່ອມພຽງພໍບໍທີ່ຈະຮັບເອົາຄຳແນະນຳແລະການຊ່ວຍເຫລືອທີ່ເຈາະຈົງເຊິ່ງປ່ຽມດ້ວຍຄວາມຮັກ?
16 ສະຕິປັນຍາທີ່ມາຈາກພະເຈົ້າມີຢູ່ພ້ອມສຳລັບທຸກຄົນທີ່ປາຖະຫນາຈະໄດ້ສະຕິປັນຍານັ້ນ ແລະເປັນຜູ້ທີ່ສະຫນອງຄວາມປາຖະຫນາດັ່ງກ່າວດ້ວຍການອະທິດຖານຢ່າງບໍ່ລົດລະ ແລະດ້ວຍການສຶກສາພະຄຳຂອງພະເຈົ້າເປັນປະຈຳ ລວມທັງຂໍ້ມູນທີ່ຂ້າໃຊ້ຜູ້ສັດຊື່ແລະສະຫລາດຈັດຕຽມໄວ້. (17. ຂໍໃຫ້ພັນລະນາສະຖານະການທີ່ອາດເກີດຂຶ້ນພາຍໃນຄອບຄົວ ແລະສະແດງໃຫ້ເຫັນວິທີທີ່ຜູ້ເປັນພໍ່ອາດຫາເຫດຜົນກັບລູກສາວ.
17 ຂໍໃຫ້ລອງນຶກພາບເຫດການນີ້. ຜູ້ເປັນພໍ່ບໍ່ອະນຸຍາດໃຫ້ລູກສາວແລະຊາຍຫນຸ່ມຄລິດສະຕຽນອອກໄປນຳກັນສອງຕໍ່ສອງ. ລູກສາວໂຕ້ກັບວ່າ “ພໍ່ບໍ່ເຊື່ອໃຈລູກບໍ? ພວກເຮົາຈະບໍ່ເຮັດຫຍັງຜິດດອກ!” ລາວອາດຮັກພະເຢໂຫວາແລະມີຄວາມຕັ້ງໃຈທີ່ດີ ແຕ່ວ່າລາວກຳລັງ ‘ທຽວໄປນຳປັນຍາ [ຈາກພະເຈົ້າ]’ ບໍ? ລາວ “ຫລີກຫນີຈາກການຜິດປະເວນີ” ບໍ? ຫລືລາວ “ປົງໃຈໃນໃຈເອງ” ແບບໂງ່ໆ? (ສຸພາສິດ 28:26) ບາງທີເຈົ້າສາມາດຄິດເຖິງຫລັກການອື່ນໆອີກທີ່ຈະຊ່ວຍພໍ່ແລະລູກສາວໃນການຫາເຫດຜົນກ່ຽວກັບເລື່ອງນີ້.—ເບິ່ງສຸພາສິດ 22:3; ມັດທາຍ 6:13; 26:41.
ໂຢເຊບຫລີກຫນີຈາກການຜິດປະເວນີ
18, 19. ການລໍ້ໃຈອັນໃດທີ່ເກີດຂຶ້ນໃນຊີວິດຂອງໂຢເຊບ ແລະລາວຈັດການກັບເລື່ອງນັ້ນແນວໃດ?
18 ຊາຍຫນຸ່ມທີ່ດີຄົນຫນຶ່ງເຊິ່ງຮັກພະເຈົ້າແລະຫລີກຫນີຈາກການຜິດປະເວນີກໍຄືໂຢເຊບ ນ້ອງຊາຍຄົນລະແມ່ກັບດີນາ. (ຕົ້ນເດີມ 30:20-24) ໂຢເຊບໄດ້ເຫັນດ້ວຍຕົນເອງເຖິງຜົນຈາກການທີ່ເອື້ອຍຂາດຄວາມສັງເກດເຂົ້າໃຈ. ແນ່ນອນວ່າຄວາມຊົງຈຳໃນເລື່ອງນີ້ ພ້ອມທັງຄວາມປາຖະຫນາຂອງໂຢເຊບທີ່ຈະຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າໄດ້ຊ່ວຍປົກປ້ອງລາວຂະນະທີ່ຢູ່ປະເທດເອຢີບໃນຫລາຍປີຕໍ່ມາ ເມື່ອເມຍຂອງເຈົ້ານາຍພະຍາຍາມຍົວະເຍົ້າລາວ “ທຸກວັນໆ.” ແນ່ນອນວ່າໃນຖານະເປັນທາດ ໂຢເຊບບໍ່ສາມາດທີ່ຈະລາອອກຈາກ ວຽກແລ້ວໄປຢູ່ບ່ອນໃຫມ່! ລາວຕ້ອງຈັດການກັບສະຖານະການນັ້ນ. ລາວເຮັດເຊັ່ນນີ້ໂດຍການບອກປະຕິເສດເມຍຂອງໂປຕີຟາຊໍ້າແລ້ວຊໍ້າອີກ ແລະໃນທີ່ສຸດກໍໂດຍການຫນີຈາກນາງ.—ຕົ້ນເດີມ 39:7-12.
19 ຂໍໃຫ້ຄຶດບຶດຫນຶ່ງ ຖ້າໂຢເຊບເພີ້ຝັນໃນເລື່ອງຜູ້ຍິງນັ້ນຫລືຝັນຫວານໃນເລື່ອງເພດສະເຫມີ ລາວຈະສາມາດຮັກສາຄວາມສັດຊື່ໄດ້ບໍ? ອາດຈະຍາກ. ແທນທີ່ຈະຫມົກມຸ້ນຢູ່ກັບຄວາມຄິດທີ່ຜິດບາບ ໂຢເຊບຖືວ່າສາຍສຳພັນຂອງລາວກັບພະເຢໂຫວາມີຄ່າ ເຊິ່ງເຫັນໄດ້ແຈ້ງຈາກຖ້ອຍຄຳທີ່ລາວເວົ້າກັບເມຍຂອງໂປຕີຟາວ່າ “ນາຍບໍ່ໄດ້ຫ້າມສິ່ງໃດຈາກຜູ້ຂ້າ ເວັ້ນໄວ້ແຕ່ຕົວນາງເພາະນາງເປັນເມຍຂອງນາຍ. ແລະຜູ້ຂ້າຈະກະທຳບາບໃຫຍ່ດັ່ງນີ້ ແລະທຳຜິດພະເຈົ້າໄດ້ຫລື?”—ຕົ້ນເດີມ 39:8, 9.
20. ໃນກໍລະນີຂອງໂຢເຊບ ພະເຢໂຫວາໄດ້ພິກປີ້ນສະຖານະການແນວໃດ?
20 ຄິດເບິ່ງດູວ່າພະເຢໂຫວາຕ້ອງຮູ້ສຶກຍິນດີແທ້ໆໃນຂະນະທີ່ສັງເກດເຫັນວ່າຊາຍຫນຸ່ມໂຢເຊບ ເຊິ່ງຢູ່ຫ່າງໄກຈາກຄອບຄົວໄດ້ຮັກສາຄວາມສັດຊື່ວັນແລ້ວວັນເລົ່າ. (ສຸພາສິດ 27:11) ຕໍ່ມາ ພະເຢໂຫວາໄດ້ພິກປີ້ນສະຖານະການບໍ່ແມ່ນພຽງແຕ່ໃຫ້ໂຢເຊບຖືກປ່ອຍອອກຈາກຄຸກເທົ່ານັ້ນ ແຕ່ຍັງໃຫ້ເປັນນາຍົກລັດຖະມົນຕີແລະເປັນຜູ້ຄຸ້ມຄອງເລື່ອງສະບຽງອາຫານ! (ຕົ້ນເດີມ 41:39-49) ຖ້ອຍຄຳຢູ່ໃນຄຳເພງ 97:10 ເປັນຈິງທີ່ວ່າ “ຄົນທັງຫລາຍທີ່ຮັກພະເຢໂຫວາຈົ່ງກຽດຊັງການຊົ່ວຮ້າຍ. ພະອົງຮັກສາຈິດໃຈ [“ຊີວິດ,” ລ.ມ.] ຂອງພວກຄົນບໍລິສຸດຂອງພະອົງ ພະອົງຊ່ອຍເຂົາໃຫ້ພົ້ນຈາກມືຂອງຄົນຮ້າຍທັງຫລາຍ”!
21. ພີ່ນ້ອງຊາຍໄວຫນຸ່ມທີ່ຢູ່ປະເທດແຖບອາຝະລິກາໄດ້ສະແດງຄວາມຫນັກແຫນ້ນແນວໃດໃນເລື່ອງສິນລະທຳ?
21 ໃນທຸກມື້ນີ້ກໍເຊັ່ນດຽວກັນ ຜູ້ຮັບອາໂມດ 5:15) ພີ່ນ້ອງຊາຍໄວຫນຸ່ມຄົນຫນຶ່ງໃນປະເທດແຖບອາຝະລິກາເລົ່າວ່າ ຫມູ່ຜູ້ຍິງທີ່ຮຽນຫນັງສືຢູ່ຫ້ອງດຽວກັນສະເຫນີຕົວຢ່າງໄຮ້ຢາງອາຍໃຫ້ມີເພດສຳພັນນຳຖ້າຈະຊ່ວຍລາວໃນຕອນທີ່ສອບເສັງວິຊາຄະນິດສາດ. ລາວບອກວ່າ “ຂ້ອຍປະຕິເສດຂໍ້ສະເຫນີນັ້ນທັນທີ. ໂດຍຮັກສາຄວາມຊື່ສັດຫມັ້ນຄົງ ຂ້ອຍຮັກສາສັກສີແລະຄວາມນັບຖືຕົນເອງເຊິ່ງມີຄ່າຫລາຍກວ່າເງິນຄຳ.” ແມ່ນຢູ່ ບາບອາດເຮັດໃຫ້ “ສະຫນຸກສະໜານ . . . ສັກເວລາຫນຶ່ງ” ແຕ່ຄວາມຕື່ນເຕັ້ນບຶດດຽວແບບນັ້ນມັກຈະເຮັດໃຫ້ເກີດຄວາມທຸກໃຈມາກມາຍ. (ເຫບເລີ 11:25) ຍິ່ງກວ່ານັ້ນ ຄວາມຕື່ນເຕັ້ນດັ່ງກ່າວບໍ່ມີຄວາມສຳຄັນຫຍັງເລີຍເມື່ອທຽບກັບຄວາມສຸກຖາວອນເຊິ່ງເປັນຜົນມາຈາກການເຊື່ອຟັງພະເຢໂຫວາ.—ສຸພາສິດ 10:22.
ໃຊ້ຂອງພະເຈົ້າຫລາຍຄົນສະແດງໃຫ້ເຫັນວ່າເຂົາເຈົ້າ “ກຽດຊັງການຊົ່ວແລະ . . . ມັກການດີ.” (ຍອມຮັບການຊ່ວຍເຫລືອຈາກພະເຈົ້າຜູ້ປ່ຽມດ້ວຍຄວາມເມດຕາ
22, 23. (ກ) ຖ້າຄລິດສະຕຽນຄົນຫນຶ່ງເຮັດບາບທີ່ຮ້າຍແຮງ ເພາະເຫດໃດລາວຈຶ່ງບໍ່ໄດ້ຢູ່ໃນສະພາບທີ່ຫມົດຫວັງ? (ຂ) ມີການພ້ອມໃຫ້ຄວາມຊ່ວຍເຫລືອອັນໃດຕໍ່ຜູ້ເຮັດຜິດ?
22 ເນື່ອງຈາກເປັນມະນຸດທີ່ບໍ່ສົມບູນແບບ ເຮົາທຸກຄົນຕໍ່ສູ້ເພື່ອຈະເອົາຊະນະຄວາມປາຖະຫນາຂອງເນື້ອຫນັງແລະເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພະເຈົ້າ. (ໂລມ 7:21-25) ພະເຢໂຫວາຮູ້ເລື່ອງນີ້ທີ່ວ່າ “ເຮົາເປັນຂີ້ຝຸ່ນດິນ.” (ຄຳເພງ 103:14) ເຖິງປານນັ້ນ ບາງຄັ້ງຄລິດສະຕຽນອາດເຮັດບາບທີ່ຮ້າຍແຮງ. ລາວຢູ່ໃນສະພາບການທີ່ຫມົດຫວັງບໍ? ບໍ່ແມ່ນ! ຈິງຢູ່ ຜູ້ເຮັດຜິດອາດເກັບກ່ຽວຫມາກຜົນອັນຂົມຂື່ນເຊັ່ນດຽວກັບກະສັດດາວິດ. ເຖິງຢ່າງນັ້ນ ພະເຈົ້າ “ພ້ອມຈະຍົກຜິດ” ສະເຫມີຕໍ່ຜູ້ທີ່ສຳນຶກຜິດແລະ “ສາລະພາບ” ຄວາມຜິດຂອງຕົນ.—ຄຳເພງ 86:5; ຢາໂກໂບ 5:16, ທ.ປ.; ສຸພາສິດ 28:13.
23 ນອກຈາກນັ້ນ ດ້ວຍຄວາມເມດຕາ ພະເຈົ້າຍັງໄດ້ກະກຽມປະຊາຄົມຄລິດສະຕຽນພ້ອມກັບ “ຂອງປະທານໃນລັກສະນະມະນຸດ” ເຊິ່ງກໍຄືຜູ້ບຳລຸງລ້ຽງທາງຝ່າຍວິນຍານທີ່ທັງມີຄຸນວຸທິແລະພ້ອມທີ່ຈະໃຫ້ຄວາມຊ່ວຍເຫລືອ. (ເອເຟດ 4:8, 12, ລ.ມ.; ຢາໂກໂບ 5:14, 15) ເປົ້າຫມາຍຂອງເຂົາເຈົ້າແມ່ນຊ່ວຍຜູ້ເຮັດຜິດໃຫ້ກັບມາມີສາຍສຳພັນທີ່ດີກັບພະເຈົ້າ ໂດຍໃຊ້ຖ້ອຍຄຳຂອງຊາຍຜູ້ສະຫລາດສຸຂຸມໃນການຊ່ວຍໃຫ້ມີ “ສະຕິ” ເພື່ອເຂົາຈະບໍ່ເຮັດບາບຊໍ້າອີກ.—ສຸພາສິດ 15:32.
ມີ “ສະຕິອັນດີ”
24, 25. (ກ) ຊາຍຫນຸ່ມທີ່ພັນລະນາໃນສຸພາສິດ 7:6-23 ສະແດງໃຫ້ເຫັນແນວໃດວ່າເປັນຄົນທີ່ “ບໍ່ມີສະຕິ”? (ຂ) ເຮົາຈະມີ “ສະຕິອັນດີ” ໄດ້ແນວໃດ?
24 ຄຳພີໄບເບິນເວົ້າເຖິງບຸກຄົນທີ່ “ບໍ່ມີສະຕິ” ແລະຄົນທີ່ມີ “ສະຕິອັນດີ.” (ສຸພາສິດ 7:7) ເນື່ອງຈາກບໍ່ເຂົ້າໃຈຄວາມຄິດຂອງພະເຈົ້າຢ່າງຄົບຖ້ວນແລະຂາດປະສົບການໃນການຮັບໃຊ້ພະເຈົ້າ ຄົນທີ່ “ບໍ່ມີສະຕິ” ອາດຂາດຄວາມເຂົ້າໃຈແລະຂາດການຫາເຫດຜົນ. ເຊັ່ນດຽວກັບຊາຍທີ່ພັນລະນາໃນສຸພາສິດ 7:6-23 ລາວອາດຕົກເປັນເຫຍື່ອຂອງການເຮັດຜິດທີ່ຮ້າຍແຮງໄດ້ຢ່າງງ່າຍດາຍ. ແນວໃດກໍຕາມ “ຜູ້ທີ່ . . . [ມີ] ສະຕິອັນດີ” ຈະກວດກາເບິ່ງຕົວຕົນພາຍໃນໂດຍການສຶກສາພະຄຳຂອງພະເຈົ້າເປັນປະຈຳພ້ອມດ້ວຍການອະທິດຖານ. ແລະເທົ່າທີ່ຈະເປັນໄປໄດ້ໃນສະພາບຂອງມະນຸດທີ່ບໍ່ສົມບູນແບບ ລາວໃຫ້ຄວາມຄິດ ຄວາມປາຖະຫນາ ອາລົມຄວາມຮູ້ສຶກ ລວມທັງເປົ້າຫມາຍໃນຊີວິດສອດຄ່ອງກັບສິ່ງທີ່ພະເຈົ້າພໍໃຈ. ດ້ວຍວິທີນີ້ ລາວ “ຮັກຈິດໃຈ [“ຊີວິດ,” ລ.ມ.] ເອງ” ຫລືເຮັດໃຫ້ຕົນເອງໄດ້ຮັບພະພອນ ແລະ “ຈະໄດ້ພົບຄວາມສຸກ.”—ສຸພາສິດ 19:8.
25 ຂໍໃຫ້ຖາມຕົນເອງວ່າ ‘ຂ້ອຍຫມັ້ນໃຈເຕັມທີບໍວ່າມາດຕະຖານຂອງພະເຈົ້າຖືກຕ້ອງ? ຂ້ອຍເຊື່ອຢ່າງຫນັກແຫນ້ນບໍວ່າການຕິດຕາມມາດຕະຖານເຫລົ່ານັ້ນຈະພາໃຫ້ເກີດຄວາມສຸກຢ່າງຍິ່ງ?’ (ຄຳເພງ 19:7-10; ເອຊາອີ 48:17, 18) ຖ້າເຈົ້າມີຂໍ້ສົງໄສເລັກໆນ້ອຍໆວ່າຈະເປັນເຊັ່ນນັ້ນຫລືບໍ ຂໍໃຫ້ແກ້ໄຂຂໍ້ສົງໄສນັ້ນ. ຈົ່ງຄິດຕຶກຕອງເບິ່ງຜົນເສຍຫາຍຕ່າງໆຂອງການບໍ່ໃສ່ໃຈຕໍ່ກົດຫມາຍຂອງພະເຈົ້າ. ນອກຈາກນັ້ນ “ຈົ່ງຊີມແລະເຫັນວ່າພະເຢໂຫວາດີ” ໂດຍການດຳເນີນຊີວິດຕາມຄວາມຈິງແລະໂດຍໃຫ້ຄວາມຄິດເຕັມໄປດ້ວຍສິ່ງທີ່ດີງາມ ເຊິ່ງແມ່ນສິ່ງທີ່ເປັນຈິງ ຊອບທຳ ບໍລິສຸດ ເປັນຕາຮັກ ແລະດີ. (ຄຳເພງ 34:8; ຟີລິບ 4:8, 9) ເຈົ້າສາມາດຫມັ້ນໃຈໄດ້ວ່າແຮ່ງເຈົ້າເຮັດເຊັ່ນນັ້ນ ຄວາມຮັກທີ່ເຈົ້າມີຕໍ່ພະເຈົ້າແຮ່ງຈະເຕີບໃຫຍ່ຂຶ້ນ ຈະຮັກສິ່ງທີ່ພະອົງຮັກ ແລະຈະກຽດຊັງສິ່ງທີ່ພະອົງກຽດຊັງ. ໂຢເຊບບໍ່ແມ່ນຄົນທີ່ວິເສດ. ແຕ່ລາວສາມາດ “ຫລີກຫນີຈາກການຜິດປະເວນີ” ເນື່ອງຈາກລາວຍອມໃຫ້ພະເຢໂຫວາຫລໍ່ຫລອມລາວເປັນເວລາຫລາຍປີ ລາວຈຶ່ງມີຄວາມປາຖະຫນາທີ່ຈະເຮັດໃຫ້ພະເຈົ້າພໍໃຈ. ຂໍໃຫ້ເຈົ້າເປັນຄືກັບລາວ.—ເອຊາອີ 64:8.
26. ໃນບົດຕໍ່ໆໄປຈະພິຈາລະນາຫົວຂໍ້ອັນໃດທີ່ສຳຄັນ?
ສຸພາສິດ 5:18) ໃນສອງບົດຕໍ່ໄປຈະພິຈາລະນາທັດສະນະຂອງພະເຈົ້າໃນເລື່ອງຊີວິດສົມລົດ.
26 ຜູ້ສ້າງອະໄວຍະວະສືບພັນຂອງເຮົາ ບໍ່ໄດ້ສ້າງໃຫ້ເປັນເຄື່ອງຫລິ້ນທີ່ເຮັດໃຫ້ຕື່ນເຕັ້ນເທົ່ານັ້ນ ແຕ່ເພື່ອໃຫ້ເຮົາສາມາດສືບພັນແລະມີຄວາມເພີດເພີນໃນການມີເພດສຳພັນກັບຄູ່ສົມລົດ. (^ ຂໍ້ 4 ຈຳນວນທີ່ບອກໄວ້ໃນຈົດເຊັນບັນຊີປາກົດວ່າລວມເອົາ “ບັນດາຫົວຫນ້າຂອງຊາດອິດສະລາເອນທັງຫມົດ” ທີ່ຖືກຜູ້ພິພາກສາຕັດສິນປະຫານຊີວິດ ເຊິ່ງອາດມີຈຳນວນເຖິງ 1.000 ຄົນ ແລະຜູ້ທີ່ພະເຢໂຫວາປະຫານໂດຍກົງ.—ຈົດເຊັນບັນຊີ 25:4, 5, ທ.ປ.
^ ຂໍ້ 7 ສຳລັບການພິຈາລະນາຄວາມຫມາຍຂອງຄວາມບໍ່ສະອາດແລະການປະພຶດທີ່ລະຫລົມ ຂໍໃຫ້ເບິ່ງ “ຄຳຖາມຈາກຜູ້ອ່ານ” ໃນຫໍສັງເກດການ ສະບັບວັນທີ 15 ເດືອນກໍລະກົດ ປີ 2006 (ພາສາໄທ) ຈັດພິມໂດຍພະຍານພະເຢໂຫວາ.
^ ຂໍ້ 9 “ສື່ລາມົກ” ທີ່ໃຊ້ໃນນີ້ຫມາຍເຖິງການສະແດງເລື່ອງທີ່ກະຕຸ້ນທາງເພດໃນລັກສະນະຮູບພາບ ບົດຂຽນ ຫລືສຽງທີ່ມຸ່ງຫມາຍຈະໃຫ້ເກີດຄວາມຕື່ນເຕັ້ນທາງເພດ. ສື່ລາມົກອາດມີຕັ້ງແຕ່ຮູບພາບຂອງຄົນຜູ້ຫນຶ່ງທີ່ເຮັດທ່າທາງກະຕຸ້ນທາງເພດຈົນຮອດຮູບພາບການຮ່ວມເພດທີ່ເປິເປື້ອນທີ່ສຸດລະຫວ່າງສອງຄົນຫລືຫລາຍກວ່ານັ້ນ.
^ ຂໍ້ 9 ມີການພິຈາລະນາເລື່ອງການສະຫນອງຄວາມປາຖະຫນາທາງເພດດ້ວຍຕົນເອງໃນພາກຜະຫນວກ“ຈົ່ງເອົາຊະນະການສະຫນອງຄວາມປາຖະຫນາທາງເພດດ້ວຍຕົວເອງ.”